29/06/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d dq f\kp;j kfh ;plnj ,;o-q o gxu fmq f]v';q '9vomj v'mj P;glA omk'[6 Iko ;a fr6 {va 'd= ;a f ,5 j 'goA ora fmtokgxa ocs]j 'mj v'mj P;xts;a flkfcsj '.\j rtpkfpj P;|6 ຂປລ. ໃນຊ່ວງໄລຍະລະດູຝົນ ທີ່ມີຝົນຕົກຕໍ່ເນື່ອງ ແລະ ເກີດນ້ຳ ຖ້ວມຂັງໃນຫລາຍພື້ນທີ່ ນອກຈາກ ຈະສົ່ງຜົນກະທົບຕໍ່ການດຳລົງຊີ ວິດຂອງປະຊາຊົນແລ້ວ ຍັງເປັນ ປັດໄຈສຳຄັນທີ່ເຮັດໃຫ້ພະຍາດ ຕ່າງໆ ແຜ່ລະບາດໄດ້ງ່າຍ ໂດຍສະ ເພາະ “ພະຍາດໄຂ້ຍ່ຽວໜູ” ຫລື Leptospirosis ຊຶ່ງເປັນພະຍາດ ຕິດຕໍ່ຈາກສັດສູ່ຄົນ ແລະ ອາດກໍ່ ໃຫ້ເກີດອາການຮຸນແຮງ ຈົນເຖິງ ຂັ້ນເສຍຊີວິດໄດ້ ຫາກບໍ່ໄດ້ຮັບການ ປິ່ນປົວຢ່າງທ່ວງທັນ. ພະຍາດໄຂ້ຍ່ຽວໜູເກີດຈາກ ເຊື້ອແບັກທີເຣຍ Leptospira ທີ່ ພົບໄດ້ໃນຍ່ຽວຂອງໜູ ແລະ ສັດ ອື່ນໆ ຊຶ່ງເຊື້ອສາມາດປົນເປື້ອນຢູ່ ໃນນ້ຳ ແລະ ດິນ ແລ້ວເຂົ້າສູ່ຮ່າງ ກາຍຄົນຜ່ານບາດແຜ ຫລື ຜິວໜັງ ທີ່ແຊ່ນ້ຳເປັນເວລາດົນ. ສາເຫດຫລັກທີ່ພາໃຫ້ຄົນຕິດ ເຊື້ອ ມີດັ່ງນີ້:1. ສຳຜັດນ້ຳທີ່ປົນ ເປື້ອນຍ່ຽວໜູ ເຊັ່ນ: ນ້ຳຖ້ວມຂັງ, ນ້ຳຄອງ ຫລື ນ້ຳຕົມທີ່ມີເຊື້ອປົນ ເປື້ອນ 2. ຍ່າງລຸຍນ້ຳ ຫລື ລຸຍຕົມ ໂດຍບໍ່ມີອຸປະກອນປ້ອງກັນ ໂດຍ ສະເພາະຜູ້ທີ່ມີບາດແຜຕາມຮ່າງ ກາຍ; 3. ສຳຜັດກັບຍ່ຽວ ຫລື ເລືອດຂອງສັດທີ່ຕິດເຊື້ອ ເຊັ່ນ: ໜູ, ໝູ, ງົວ, ຄວາຍ ແລະ ໝາ;4. ກິນ ອາຫານ ຫລື ດື່ມນ້ຳທີ່ປົນເປື້ອນ ເຊື້ອຈາກຍ່ຽວຂອງໜູ ຫລື ສັດ ອື່ນໆ; 5. ປະກອບອາຊີບທີ່ມີຄວາມ ສ່ຽງເຊັ່ນ: ຊາວນາ, ຊາວສວນ, ຄົນລ້ຽງສັດ, ຜູ້ເຮັດວຽກໃນນ້ຳ ແລະ 6. ຂາດການຮັກ ສາສຸຂະອະ ນາໄມເຊັ່ນ: ບໍ່ລ້າງມືຫລັງສຳຜັດ ດິນ ຫລື ນ້ຳເປື້ອນ ແລະ ປ່ອຍໃຫ້ ສະຖານທີ່ຢູ່ອາໄສມີໜູອາໄສຢູ່. ສຳລັບຜູ້ຕິດເຊື້ອຈະມີອາການ ໄຂ້ສູງ, ເຈັບຫົວ, ປວດກ້າມຊີ້ນໂດຍ ສະເພາະສົ້ນນ່ອງ ແລະ ຂາ, ຕາ ແດງ, ປວດຮາກ, ຖອກທ້ອງ ແລະ ບາງລາຍອາດມີອາການຄ້າຍໄຂ້ ເລືອດອອກ, ຫາກອາການຮຸນແຮງ ອາດສົ່ງຜົນກະທົບຕໍ່ໄຕ, ຕັບ, ປອດ ແລະ ລະບົບໄຫລວຽນເລືອດໄດ້. ດັ່ງນັ້ນ, ໃນລະດູຝົນ ຫລື ຊ່ວງ ນ້ຳຖ້ວມ ຄວນຫລີກລ່ຽງການລຸຍ ນ້ຳຖ້ວມຂັງ, ສວມເກີບບູດ ແລະ ຖົງມືເມື່ອຈຳເປັນຕ້ອງສຳຜັດນ້ຳ ຫລື ດິນທີ່ອາດປົນເປື້ອນ ເພື່ອຫລຸດ ຄວາມສ່ຽງການຕິດເຊື້ອ. ພາບປະກອບ ຂປລ.ອີງຕາມກົດໝາຍວ່າດ້ວຍ ສ່ືມວນຊົນ (ສະບັບປັບປຸງ) ເລກທີ 01/ສພຊ , ນະຄອນຫລວງວຽງ ຈັນ, ວັນທີ 4 ພະຈິກ 2016 ໃນກົດ ໝາຍສະບັບນີ້ ໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນ ໄຫວ, ການພັດທະນາ, ການຄຸ້ມ ຄອງ, ການກວດກາສື່ມວນຊົນ ເພື່ອ ເສີມຂະຫຍາຍບົດບາດ, ຍົກສູງ ຄຸນນະພາບ ຂອງສື່ມວນຊົນໃຫ້ ກ້າວໜ້າ ແລະ ທັນສະໄໝ, ເສີມ ຂະຫຍາຍປະຊາທິປະໄຕ ແລະ ສິດ ເປັນເຈົ້າປະເທດຊາດຂອງປະຊາ ຊົນລາວບັນດາເຜົ່າແນໃສ່ຮັບປະ ກັນການປະຕິບັດເສລີພາບດ້ານສື່ ມວນຊົນຂອງພົນລະເມືອງລາວ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ສື່ມວນຊົນ ແມ່ນເວທີຖະແຫລງ ຂ່າວທີ່ປະກອບດ້ວຍ ສື່ສິ່ງພິມ, ສື່ ເອເລັກໂຕຣນິກ ແລະ ຜະລິດຕະພັນ ສື່ມວນຊົນ, ມີພາລະບົດບາດເປັນ ກະບອກສຽງຂອງອົງການຈັດຕັ້ງ ພັກ, ລັດ ແລະ ສັງຄົມ ໃນການໂຄ ສະນາ, ສຶກສາອົບຮົມແນວທາງ ຂອງພັກ, ກົດໝາຍ ແລະ ລະບຽບ ການຂອງລັດ, ປຸກລະດົມນໍ້າໃຈຮັກ ຊາດ, ເຜີຍແຜ່ຂໍ້ມູນຂ່າວສານທາງ ດ້ານການເມືອງ, ເສດຖະກິດ-ສັງ ຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທີງ ໃຫ້ ແກ່ສັງຄົມ, ປະກອບສ່ວນຕ້ານປາ ກົດການຫຍໍ້ທໍ້ໃນສັງຄົມ ແລະ ຖ້ອຍ ທຳນອງທີ່ບິດເບືອນຄວາມຈິງ. ນະໂຍບາຍຂອງລັດກ່ຽວກັບ ວຽກງານສື່ມວນຊົນ: ລັດສົ່ງເສີມ ແລະ ພັດທະນາວຽກງານສື່ມວນ ຊົນຂອງລັດໃຫ້ມີການຂະຫຍາຍ ຕົວຢ່າງກວ້າງຂວາງ, ມີຄວາມເຂັ້ມ ແຂງ ແລະ ມີຄຸນນະພາບດ້ວຍການ ປະກອບບຸກຄະລາກອນ, ສະໜອງ ງົບປະມານ, ພາຫະນະ, ອຸປະກອນ ເຕັກນິກ, ເຕັກໂນໂລຊີ ທີ່ທັນສະໄໝ. ສົ່ງເສີມຊຸກຍູ້ໃຫ້ອົງການສື່ມວນຊົນ ທຸກພາກສ່ວນເປັນເຈົ້າການສ້າງ ຄວາມເຂັ້ມແຂງດ້ານວິຊາການ, ກຸ້ມຕົນເອງດ້ານການເງິນ ແລະ ອຳ ນວຍຄວາມສະດວກໃຫ້ແກ່ການ ຜະລິດ, ການກະຈາຍ ແລະ ການ ຈຳໜ່າຍຜະລິດຕະພັນສື່ມວນຊົນທີ່ ຖືກຕ້ອງຕາມກົດໝາຍ. ຊຸກຍູ້ ແລະ ເປີດກວ້າງໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດມີສ່ວນຮ່ວມ ແລະ ລົງທຶນເຂົ້າໃນການພັດທະນາວຽກ ງານສື່ມວນຊົນ ຕາມກົດໝາຍ ແລະ ລະບຽບການ. ການເຄື່ອນໄຫວວຽກງານສື່ ມວນຊົນ ໃຫ້ປະຕິບັດຕາມຫລັກ ການດັ່ງນີ້: 1. ຮັບປະກັນການເປັນກະບອກ ສຽງຂອງການຈັດຕັ້ງພັກ, ລັດ ແລະ ສັງຄົມ ໂດຍສອດຄ່ອງກັບ ແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການ. 2. ຮັບປະກັນ ລັກສະນະຂອງສື່ມວນຊົນ ແລະ 3. ຮັບປະກັນໃຫ້ພົນລະເມືອງລາວໄດ້ ປະຕິບັດສິດເສລີພາບ ແລະ ພັນທະ ຂອງຕົນດ້ານສື່ມວນຊົນ, ປົກປ້ອງ ຜູ້ສະໜອງຂໍ້ມູນຂ່າວສານ, ປະ ກອບຄຳເຫັນ, ສະແດງທັດສະນະ ຕຳນິຕິຊົມທີ່ບໍ່ຂັດກັບກົດໝາຍແລະ ລະບຽບການ. ບຸກຄົນ, ນິຕິບຸກຄົນ ແລະ ການ ຈັດຕັ້ງ ລວມທັງບຸກຄະລາກອນສື່ ມວນຊົນ, ຜູ້ລາຍງານ, ຜູ້ໃຫ້ຂໍ້ມູນ, ຜູ້ຊ່ຽວຊານ ແລະ ຜູ້ເຂົ້າຮ່ວມອື່ນ ທີ່ເຄື່ອນໄຫວກ່ຽວກັບວຽກງານ ສື່ມວນຊົນ ໄດ້ຮັບການປົກປ້ອງ ຕາມກົດໝາຍ ຈາກການແກ້ແຄ້ນ, ຂົ່ມຂູ່ຕໍ່ຊີວິດ, ສຸຂະພາບ, ອິດສະລະ ພາບ, ກຽດສັກສີ, ຊື່ສຽງ, ຊັບສິນ ຂອງຕົນ. ກົດໝາຍສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດ ຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວວຽກງານສື່ມວນຊົນຢູ່ ດິນແດນຂອງ ສປປ ລາວ. ການຮ່ວມມືສາກົນ, ລັດສົ່ງ ເສີມການພົວພັນຮ່ວມມືດ້ານສື່ມວນ ຊົນກັບຕ່າງປະເທດ, ພາກພື້ນ ແລະ ສາກົນດ້ວຍການຊຸກຍູ້ການເຄື່ອນ ໄຫວດ້ານວິຊາການ, ການແລກ ປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ວິທະຍາສາດ, ເຕັກໂນໂລຊີ, ການ ຝຶກອົບຮົມ, ສຳມະນາ, ການຍົກລະ ດັບຄວາມຮູ້ດ້ານວິຊາການ ເພື່ອ ເຮັດໃຫ້ວຽກງານສື່ມວນຊົນມີຄຸນ ນະພາບ ແລະ ທັນສະໄໝ ບົນພື້ນ ຖານການເຄົາລົບ ເອກະລາດ, ອຳ ນາດອະທິປະໄຕ ເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ປະຕິບັດສັນຍາສາກົນ ແລະ ສົນທິ ສັນຍາ ທີ່ ສປປ ລາວ ເປັນພາຄີ. ຂປລ. ການອະນຸລັກມໍລະດົກ ທາງປະຫວັດສາດ ແມ່ນເປັນການ ອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມ ຄຸນຄ່າທາງດ້ານປະຫວັດສາດ, ວັດ ທະນະທຳ ແລະ ທຳມະຊາດອັ້ນລ້ຳ ຄ່າໄວ້, ຄຽງຄູ່ກັບການພັດທະນາ ການທ່ອງທ່ຽວຢ່າງຍືນຍົງ ເປັນນະ ໂຍບາຍສຳຄັນຂອງພາກລັດ ເພື່ອ ຍົກຄຸນຄ່າມໍລະດົກວັດທະນະທຳໃຫ້ ກາຍເປັນທຶນສຳລັບການພັດທະນາ ເສດຖະກິດ-ສັງຄົມ. ດ້ວຍເຫດນັ້ນ, ມໍລະດົກ ແລະ ວິຈິດສິນ ກະຊວງ ວັດທະນະທຳແລະການທ່ອງທ່ຽວ, ທ່ານ ນາງ ເຕດາວັນ ແກ້ວພິລາວັນ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຈຳປາສັກ ພ້ອມຄະນະພະແນກ, ມີຮອງປະ ທານຄະນະກຳມະການປົກຄອງ ເມືອງສຸຂຸມາ, ເມືອງມູນລະປາໂມກ ແລະ ເມືອງຈຳປາສັກ, ຕະຫລອດ ຮອດຊ່ຽວຊານໂຄງການຈຳປາ, ບັນດາຊ່ຽວຊານຈາກກົມມໍລະດົກ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນບ້ານດອນຫວາຍ ແລະ ບ້ານທາດສາມປາງ ເຂົ້າຮ່ວມ ຢ່າງພ້ອມພຽງ. ທ່ານ ນາງ ເຕດາວັນ ແກ້ວພິ ລາວັນ ໄດ້ກ່າວວ່າ: ການເປີດວົງ ຈອນທ່ອງທ່ຽວເສັ້ນທາງບູຮານໃນ ໄລຍະທົດລອງນີ້ ແມ່ນເຫດການທີ່ ມີຄວາມສຳຄັນຍິ່ງ ໃນການອະນຸ ລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນ ຄ່າທາງດ້ານປະຫວັດສາດ, ວັດທະ ນະທຳ ແລະ ທຳມະຊາດອັນລ້ຳຄ່າ ຊຶ່ງເສັ້ນທາງບູຮານແຫ່ງນີ້ ບໍ່ພຽງ ແຕ່ເປັນພະຍານຫລັກຖານທາງປະ ຫວັດສາດ ທີ່ສະແດງເຖິງຄວາມ ຮຸ່ງເຮືອງສີວິໄລໃນອະດີດເທົ່ານັ້ນ, ແຕ່ຍັງເປັນສາຍໄຍເຊື່ອມໂຍງຮີດ ຄອງປະເພນີ ແລະ ວິຖີຊີວິດຂອງ ປະຊາຊົນທ້ອງຖິ່ນ ທີ່ຖືກນຳໃຊ້ສືບ ທອດກັນມາແຕ່ດັ້ງເດີມ. ຖ້າຫາກ ເສັ້ນທາງນີ້ໄດ້ຮັບການສົ່ງເສີມ ແລະ ເປັນທີ່ຮູ້ຈັກຂອງນັກທ່ອງ ທ່ຽວເປັນວົງກວ້າງ ກໍຈະເປັນທ່າ ແຮງອັນສຳຄັນ ໃນການສ້າງລາຍ ຮັບໃຫ້ແກ່ປະເທດຊາດ, ແຂວງ, ເມືອງ ກໍຄື ປະຊາຊົນໃນທ້ອງຖິ່ນ, ທັງເປັນທາງເລືອກໃໝ່ ທີ່ໂດດເດັ່ນ ສຳລັບຜູ້ທີ່ມັກການທ່ອງທ່ຽວແບບ ທຳມະຊາດ ແລະ ວັດທະນະທຳ ນຳອີກ. ພ້ອມນັ້ນ, ຍັງຈະເປັນຜະລິດ ຕະພັນທ່ອງທ່ຽວໃໝ່ ທີ່ດຶງດູດນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ເຂົ້າມາທ່ຽວແຂວງຈຳ ປາສັກຫລາຍຂຶ້ນ. ເສັ້ນທາງທົດ ລອງມີຄວາມຍາວ 3,7 ກິໂລແມັດ ຈາກບ້ານດອນຫວາຍ ຫາ ບ້ານ ທາດສາມປາງ ຊຶ່ງເປັນພາກສ່ວນ ໜຶ່ງຂອງເສັ້ນທາງບູຮານ ວັດພູ-ອັງ ກໍວັດ ທີ່ມີຄວາມຍາວປະມານ 240 ກິໂລແມັດ ໂດຍປະມານ 95 ກິໂລ ແມັດ ຕັ້ງຢູ່ໃນດິນແດນ ສປປ ລາວ. ການເປີດໃຫ້ທົດລອງນຳໃຊ້ໃນຄັ້ງ ນີ້ ຈະເປັນການປະເມີນຄວາມພ້ອມ ແລະ ປັບປຸງຜະລິດຕະພັນທ່ອງ ທ່ຽວ ກ່ອນຂະຫຍາຍການພັດທະ ນາໃນອະນາຄົດ. ຄຽງຄູ່ກັນນັ້ນ, ໂຄງການຍັງໄດ້ດຳເນີນການປູກ ຕົ້ນໄມ້ພື້ນເມືອງຕາມແລວເສັ້ນ ທາງ ເພື່ອຟື້ນຟູສິ່ງແວດລ້ອມ, ສ້າງ ຄວາມຮົ່ມເຢັນ ພ້ອມທັງເປັນການ ປັກຫລັກໝາຍຕາມແລວທາງ, ສະ ແດງໃຫ້ເຫັນເຖິງສັນຍະລັກແຫ່ງ ການຟື້ນຟູ, ການອະນຸລັກ ແລະ ການຮ່ວມມືກັນເບິ່ງແຍງຂອງຊຸມ ຊົນ. ພ້ອມດຽວກັນນັ້ນ, ຍັງໄດ້ຮັບ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ ຮ່ວມກັບພະແນກວັດທະ ນະທຳ ແລະ ການທ່ອງທ່ຽວ ແຂວງ ຈຳປາສັກ ໄດ້ຈັດພິທີເປີດທົດລອງ ວົງຈອນທ່ອງທ່ຽວເສັ້ນທາງບູຮານ ວັດພູ-ອັງກໍວັດ ໃນໄລຍະທາງຈາກ ບ້ານ ດອນຫວາຍ ຫາ ບ້ານທາດ ສາມປາງ ເມືອງສຸຂຸມາ ແຂວງ ຈຳປາສັກ ຂຶ້ນໃນທ້າຍອາທິດຜ່ານ ນີ້ ໂດຍການເຂົ້າຮ່ວມຂອງທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມ ການສະໜັບສະໜູນທາງດ້ານນະ ໂຍບາຍ ແລະ ການມີສ່ວນຮ່ວມ ຈາກທັງສູນກາງ ແລະ ທ້ອງຖິ່ນ ເພື່ອດຶງດູດຄູ່ຮ່ວມງານຈາກພາກ ເອກະຊົນ ເຂົ້າມາສຶກສາຄວາມ ເປັນໄປໄດ້ ໃນການເຊື່ອມໂຍງເຂົ້າ ໃນລາຍການທ່ອງທ່ຽວທີ່ມີຢູ່ແລ້ວ ຂອງແຂວງຈຳປາສັກ ໃຫ້ມີຄວາມ ອຸດົມສົມບູນຂຶ້ນຕື່ມ. ພາຍຫລັງພິທີເປີດບັນດາຜູ້ແທນ ແລະ ແຂກຜູ້ມີກຽດ ໄດ້ຮ່ວມຍ່າງ ສຳຫລວດເສັ້ນທາງບູຮານເປັນໄລ ຍະກວ່າ 3 ກິໂລແມັດ ເພື່ອສຳຜັດ ຄຸນຄ່າທາງປະຫວັດສາດ ແລະ ທຳ ມະຊາດຂອງເສັ້ນທາງດ້ວຍຕົນ ເອງ. ການເປີດທົດລອງວົງຈອນ ທ່ອງທ່ຽວເສັ້ນທາງບູຮານ ວັດພູ- ອັງກໍວັດ ຖືເປັນອີກບາດກ້າວໜຶ່ງ ໃນການຍົກລະດັບການທ່ອງທ່ຽວ ມໍລະດົກຂອງລາວ ໂດຍເນັ້ນການມີ ສ່ວນຮ່ວມຂອງຊຸມຊົນ ແລະ ການ ນຳໃຊ້ທຶນທາງວັດທະນະທຳໃຫ້ ເກີດປະໂຫຍດຢ່າງຍືນຍົງ.
RkJQdWJsaXNoZXIy MTc3MTYxMQ==