7305

gsfdko{dkora fmtok a xtgmf]k; ( 25/06/2026 xtdkfIa [Iv'c0;'[= j cdh ; gxa oc0;' -k;|j 5 , 4 [5 d xt9exu 2025 7e,j ;o wfh Ia [g'olt|a [lt|6 o.odkoxa [x5 ' l;ovto5 lk;t]u xtmko wdlvo rq ,;y sko ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ບໍລິສັດ ລາວ ຄາຍຢວນ ບໍ່ແຮ່ ຈຳກັດຜູ້ດຽວ ໄດ້ ສະໜັບສະໜູນເງິນ 4 ຕື້ກີບ ແກ່ ແຂວງຄໍາມ່ວນ ເພື່ອປະກອບສ່ວນ ໃນການປັບປຸງ ແລະ ສ້ອມແປງ ສວນອະນຸສາວະລີປະທານ ໄກສອນ ພົມວິຫານ ທີ່ຕັ້ງຢູ່ 4 ແຍກໄຟແດງ ບ້ານໂພນສະອາດ ເມືອງທ່າແຂກ ໃນວັນທີ 23 ມິຖຸນາ 2026 ທີ່ ຫ້ອງວ່າການແຂວງຄໍາມ່ວນ ຕາງ ໜ້າມອບໂດຍ ທ່ານ ຫານ ຫຸຍລູ ປະທານບໍລິສັດ ລາວຄາຍຢວນ ບໍ່ ແຮ່ ຈຳກັດຜູ້ດຽວ ແລະ ຕາງໜ້າຮັບ ໂດຍ ທ່ານ ໄຊຊະນະ ໂຄດພູທອນ ປະທານສະພາປະຊາຊົນແຂວງຄຳ ມ່ວນ, ມີ ທ່ານ ເດດສັກດາ ມະນີ ຄຳ ຮອງປະທານຄະນະກຳມະການ ປົກຄອງແຂວງ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ,ທ່ານຫວາງ ເຕີສວນ ຜູ້ອໍານວຍການບໍລິສັດ ໄດ້ ກ່າວວ່າ: ບໍລິສັດມີຄວາມຍິນດີທີ່ໄດ້ ປະກອບສ່ວນສະໜັບສະໜູນການ ພັດທະນາຂອງແຂວງຄຳມ່ວນ ແລະ ຈະສືບຕໍ່ສະໜັບສະໜູນກິດຈະກຳ ສາທາລະນະປະໂຫຍດ ລວມທັງ ໂຄງການພັດທະນາຕ່າງໆຂອງ ແຂວງໃນອະນາຄົດ ເພື່ອຮ່ວມ ຍົກລະດັບຄຸນນະພາບຊີວິດຂອງ ປະຊາຊົນ ແລະ ສ້າງຄວາມຈະເລີນ ໃຫ້ແກ່ແຂວງຄໍາມ່ວນ ຢ່າງຕໍ່ເນື່ອງ. ໂອກາດນີ້, ທ່ານ ໄຊຊະນະ ໂຄດ ພູທອນ ໄດ້ກ່າວສະແດງຄວາມ ຂອບໃຈ ແລະ ຊົມເຊີຍຕໍ່ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດຜູ້ດຽວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນ ວຽກງານພັດທະນາຂອງແຂວງ, ການມອບເງິນຄັ້ງນີ້ນັບວ່າເປັນການ ປະກອບສ່ວນອັນສຳຄັນທີ່ສຸດຕໍ່ການ ປັບປຸງພູມີທັດ ແລະ ສະຖານທີ່ສໍາ ຄັນຂອງແຂວງ. ພ້ອມທັງຢືນຢັນ ot7vos];'rt[k' wfh Ia []q f0q olq j '0U gspN v grn j vcdh w0[a osk0U gspN v8q d7h k'.o-5 ,-q o ຂປລ. ແຫລ່ງຂ່າວຈາກແຂວງ​ ຫລວງພະບາງ ໃຫ້ຮູ້ວ່າ: ພິທີມອບຮັບ ລົດຂົນສົ່ງຂີ້ເຫຍື້ອ ຈຳນວນ 2 ຄັນ ລະຫວ່າງໂຄງການປັບປຸງ ສິ່ງແວດລ້ອມຕົວເມືອງ ນະຄອນ ຫລວງພະບາງ (UEI IP) ກັບ ຫ້ອງການຄຸ້ມຄອງ ແລະ ບໍລິຫານ ຕົວເມືອງ ນະຄອນຫລວງພະ ບາງ ພາຍໃຕ້ການຈັດຕັ້ງປະຕິບັດ ງານຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ຫລວງພະບາງ ຈັດຂຶ້ນໃນວັນທີ 23 ມິຖຸນາ 2026 ໂດຍມີ ທ່ານ ທະວີໄຊ ວ່າ ເງິນຈຳນວນດັ່ງກ່າວຈະຖືກ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ໃນ ການບູລະນະ ແລະ ພັດທະນາ ສວນ ອະນຸສາວະລີ ປະທານ ໄກສອນ ພົມວິຫານ ໃຫ້ມີຄວາມສວຍງາມ ແລະ ສົມບູນຍິ່ງຂຶ້ນ. ການສະໜັບສະໜູນໃນຄັ້ງນີ້, ບໍ່ ພຽງແຕ່ຊ່ວຍຍົກລະດັບພູມີທັດຂອງ ເມືອງທ່າແຂກ ແຕ່ຍັງຈະເຮັດໃຫ້ ສວນອະນຸສາວະລີແຫ່ງນີ້ ກາຍເປັນ ສວນສາທາລະນະ ແລະ ສະຖານທີ່ ພັກຜ່ອນຂອງປະຊາຊົນ ພ້ອມທັງ ເປັນຈຸດເດັ່ນດ້ານພູມີທັດຂອງເມືອງ ທ່າແຂກໃນອະນາຄົດ. ຄາດວ່າ ການປັບປຸງສະຖານທີ່ດັ່ງກ່າວຈະ ສໍາເລັດກ່ອນວັນຊາດ ຄົບຮອບ 51 ປີ (2 ທັນວາ 2026) ທີ່ຈະມາເຖິງ ນີ້. ຂ່າວ: ມະນີວັນ ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ຄະນະບໍລິຫານ ງານຊາວໜຸ່ມ ປະຊາຊົນປະຕິວັດ ລາວ ແຂວງບໍ່ແກ້ວ ໄດ້ປະກາດ ເປັນແຂວງຊາວໜຸ່ມ 4 ບຸກ ແລະ ທຸງໄຊນຳໜ້າ ປະຈຳປີ 2025 ໃນ ວັນທີ 23 ມິຖຸນາ 2026 ໂດຍມີ ສະຫາຍ ທອງລີ ສີສຸລິດ ກຳມະການ ສູນກາງພັກ ເລຂາຄະນະບໍລິຫານ ງານສູງກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ສະຫາຍ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງ ພັກ ເລຂາຄະນະບໍລິຫານງານພັກ ແຂວງ ປະທານສະພາປະຊາຊົນ ແຂວງ ພ້ອມດ້ວຍຊາວໜຸ່ມແຂວງ, ຮາກຖານ, ໜ່ວຍຊາວໜຸ່ມ, ສະມາ ຊິກຊາວໜຸ່ມ-ເຍົາວະຊົນ ອ້ອມຂ້າງ ແຂວງ ແລະ ບັນດາຄະນະຊາວໜຸ່ມ ເມືອງເຂົ້າຮ່ວມ. ສະຫາຍ ນາງ ດວງຕາ ໄຊ ຍະຫົງ ກຳມະການພັກແຂວງ ເລ ຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວແຂວງ ບໍ່ແກ້ວ ໄດ້ສະຫລຸບການຈັດຕັ້ງ ປະຕິບັດວຽກງານ 4 ບຸກ ປະຈຳປີ 2025 ຊຶ່ງຄະນະບໍລິຫານງານ ຊາວໜຸ່ມແຕ່ລະຂັ້ນ ໄດ້ເອົາໃຈ ໃສ່ໃນການປັບປຸງກໍ່ສ້າງການ ຈັດຕັ້ງຊາວໜຸ່ມຂັ້ນຂອງຕົນໃຫ້ມີ ຄວາມໜັກແໜ້ນ ເຂັ້ມແຂງ ເພື່ອ ຮັບປະກັນໄດ້ທາງດ້ານປະລິມານ, ຄຸນນະພາບ ຕິດພັນກັບການຍົກ ລະດັບຄວາມຮູ້-ຄວາມສາມາດໃຫ້ ແກ່ສະມາຊິກຊາວໜຸ່ມ ເພື່ອຕອບ ສະໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງ ຂອງພັກໃນໄລຍະໃໝ່, ທົ່ວແຂວງ ມີຄະນະຊາວໜຸ່ມຮາກຖານ 23 ຮາກຖານ, ມີໜ່ວຍຊາວໜຸ່ມຂຶ້ນກັບ ຮາກຖານ 86 ໜ່ວຍ, ມີ 414 ໜ່ວຍ ຮາກຖານ ຊາວໜຸ່ມເອກະລາດ, ທຽບໃສ່ປີ 2024 ຮາກຖານເພີ່ມຂຶ້ນ 2 ຮາກຖານ ແລະ ໜ່ວຍຮາກຖານ ຊາວໜຸ່ມຫລຸດລົງ 7 ໜ່ວຍ (ເນື່ອງ ຈາກຍຸບ ແລະ ໂຮມໜ່ວຍເຂົ້າ ກັບຮາກຖານອື່ນ), ທົ່ວແຂວງມີ ພະນັກງານຊາວໜຸ່ມອາຊີບ 49 ສະຫາຍ, ຍິງ 16 ສະຫາຍ ໃນ ນັ້ນ, ຢູ່ຫ້ອງການຄະນະຊາວໜຸ່ມ ປປລ ແຂວງ 19 ສະຫາຍ, ຍິງ 6 ສະຫາຍ, ຫ້ອງການຄະນະຊາວໜຸ່ມ ປປລ ເມືອງ 5 ເມືອງ 30 ສະຫາຍ, ຍິງ 10 ສະຫາຍ, ມີໄວໜຸ່ມໃນເກນ ອາຍຸ 15-35 ປີ 21.523 ສະຫາຍ, ຍິງ 8.464 ສະຫາຍ, ເຂົ້າເປັນ ສະມາຊິກຊາວໜຸ່ມ ປປລ 19.360 ສະຫາຍ, ຍິງ 7.064 ສະຫາຍ, ສຳເລັດກອງປະຊຸມໃຫຍ່ສະມາຊິກ ຊາວໜຸ່ມອ້ອມຂ້າງແຂວງ ແລະ ໄດ້ອອກມະຕິຕົກລົງແຕ່ງຕັ້ງຄະນະ ຊຸດໃໝ່ ໃຫ້ໜ່ວຍຊາວໜຸ່ມພະແນກ ການອ້ອມຂ້າງແຂວງ 100%, ໄດ້ສຳເລັດກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມ ແຂວງບໍ່ແກ້ວ ຄັ້ງທີ Vlll ມີຜູ້ເຂົ້າຮ່ວມທັງໝົດ 171 ສະຫາຍ, ຍິງ 31 ສະຫາຍ ສຳເລັດກອງ ປະຊຸມວິສາມັນຄົບຄະນະບໍລິຫານ ງານຊາວໜຸ່ມ ປະຊາຊົນປະຕິວັດ ລາວແຂວງ ຄັ້ງທີ 1 ສະໄໝທີ Vlll, ມີຜູ້ເຂົ້າຮ່ວມ 29 ສະຫາຍ, ຍິງ 6 ສະຫາຍ, ສຳເລັດກອງ ປະຊຸມໃຫຍ່ສະມາຄົມນັກທຸລະກິດ ໜຸ່ມແຂວງບໍ່ແກ້ວ ຄັ້ງທີ 1, ມີຜູ້ ເຂົ້າຮ່ວມທັງໝົດ 43 ສະຫາຍ, ຍິງ 19 ສະຫາຍ, ສຳເລັດການ ເປີດນຳໃຊ້ຫ້ອງການ ຮ້ານກາເຟ ສະມາຄົມນັກທຸລະກິດໜຸ່ມເມືອງ ຕົ້ນເຜິ້ງ, ເຜີຍແຜ່ຜົນສຳເລັດກອງ ປະຊຸມໃຫຍ່ ສະມາຄົມນັກທຸລະກິດ ໜຸ່ມແຂວງບໍ່ແກ້ວ ຄັ້ງທີ 1 ຢູ່ເມືອງ ຕົ້ນເຜິ້ງ, ມີຜູ້ເຂົ້າຮ່ວມ 47 ສະຫາຍ, ຍິງ 19 ສະຫາຍ. ໃນພິທີ, ຄະນະຮັບຜິດຊອບໄດ້ ຜ່ານຂໍ້ຕົກລົງຂອງຄະນະປະຈຳ ຊາວໜຸ່ມແຂວງ ວ່າດ້ວຍການ ຢັ້ງຢືນຊາວໜຸ່ມຕົວແບບ, ໜ່ວຍ ຊາວໜຸ່ມຕົວແບບ 4 ບຸກ ແລະ ທຸງ ໄຊນຳໜ້າ ປະຈຳປີ 2025, ມອບ ຮັບໃບຢັ້ງຢືນຊາວໜຸ່ມຕົວແບບ ໃບຢັ້ງຢືນ 4 ບຸກ ເລຂາຄະນະ ບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງ, ຊາວໜຸ່ມ ຕົວແບບຄະນະໜ່ວຍຊາວໜຸ່ມອ້ອມ ຂ້າງແຂວງ, ມອບທຸງໄຊນຳໜ້າ ແລະ ຜ່ານຂໍ້ຕົກລົງຂອງສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ວ່າດ້ວຍການຢັ້ງຢືນຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງບໍ່ ແກ້ວ ເປັນຄະນະໜ່ວຍຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງ 4 ບຸກ ປະຈຳປີ 2025, ມອບຮັບໃບ ຢັ້ງຢືນ 4 ບຸກ ເລຂາຄະນະບໍລິຫານ ງານສູນກາງ ຊາວໜຸ່ມປະຊາຊົນ ປະຕິວັດລາວ. ໂອກາດນີ້, ສະຫາຍ ທອງລີ ສີ ສຸລິດ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີວ່າ: ສະພາບການພັດທະນາເສດຖະກິດສັງຄົມປັດຈຸບັນ ຕ້ອງເພີ່ມທະວີການ ສຶກສາອົບຮົມການເມືອງ-ແນວ ຄິດ ໃຫ້ແກ່ສະມາຊິກຊາວໜຸ່ມເ ຍົາວະຊົນຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ, ບຸກດ້ານການຝຶກ ຝົນຫລໍ່ຫລອມ ແລະ ຮ່ຳຮຽນ: ຊາວໜຸ່ມຕ້ອງເປັນກຳລັງກ້າຫານ ໃນການຊອກຮູ້ຮ່ຳຮຽນ, ຍົກລະດັບ ຄວາມຮູ້ຄວາມສາມາດທາງດ້ານ ວິຊາສະເພາະ, ເຕັກໂນໂລຊີ ແລະ ວິທະຍາສາດໃໝ່ໆ ເພື່ອຫັນເປັນ ທັນສະໄໝ, ສ້າງໃຫ້ຊາວໜຸ່ມໄວໜຸ່ມ ບຸກດ້ານການຈັດຕັ້ງ: ຕ້ອງ ປັບປຸງກົນໄກການຈັດຕັ້ງຊາວໜຸ່ມ ໃຫ້ມີຄວາມເຂັ້ມແຂງ ແຕ່ຂັ້ນແຂວງ ຂັ້ນເມືອງ ລົງຮອດຂັ້ນຮາກຖານ ບ້ານ, ບຸກດ້ານວິຊາຊີບ ແລະ ສ້າງ ວຽກເຮັດງານທຳ: ຄະນະຊາວໜຸ່ມ ທຸກຂັ້ນໃຫ້ເອົາໃຈໃສ່ສ້າງທ່າແຮງ ແລະ ສ້າງຄວາມເຂັ້ມແຂງໃຫ້ ກັບຄວາມຊາວໜຸ່ມໃນການສ້າງ ອາຊີບ ແລະ ວຽກເຮັດງານທຳ ສ້າງລາຍຮັບໃຫ້ກັບຕົນເອງ ແລະ ຄອບຄົວ, ໃຫ້ຄະນະບໍລິຫານງານ ຊາວໜຸ່ມແຂວງ, ເລຂາຊາວໜຸ່ມ ເມືອງ, ເລຂາຊາວໜຸ່ມຮາກຖານ ອ້ອມຂ້າງແຂວງ ຈົ່ງເພີ່ມທະວີ ຄວາມສາມັກຄີເປັນປຶກແຜ່ນແໜ້ນ ໜາ, ເປັນເຈົ້າການປັບປຸງແແບບ ແຜນການນຳພາ ແລະ ວິທີເຮັດ ວຽກ ຫັນເອົາຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມໃຫ້ກາຍເປັນໄມ້ຫລາ ວັດແທກຄຸນນະພາບຂອງຊາວໜຸ່ມ. ໂອກາດດຽວກັນ, ທະນາຄານ ການຄ້າຕ່າງປະເທດລາວ ມະຫາ ຊົນ ສາຂາບໍ່ແກ້ວ ໄດ້ມອບເງິນ 100 ລ້ານກີບ ແລະ ບໍລິສັດ ບີເຄ ກະສິກຳ ແລະ ມາຍນິງ ຈຳກັດ ມອບ ຄອມພິວເຕີ ໃຫ້ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ 5 ເມືອງ ລວມມູນຄ່າ 93 ລ້ານກີບ. ພ້ອມນີ້, ສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ຍັງໄດ້ມອບຄອມພິວເຕີໂນດ ບຸກໃຫ້ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງ 2 ໜ່ວຍ ເພື່ອ ຊຸກຍູ້ວຽກງານຊາວໜຸ່ມ-ເຍົາວະຊົນ ຢູ່ແຂວງບໍ່ແກ້ວຕື່ມອີກ. ຄໍາມະນີຮອງຫົວໜ້າພະແນກໂຍທາ ທິການ ແລະ ຂົນສົ່ງແຂວງຫລວງ ພະບາງ, ທ່ານ ນາລົງໄຊ ມີວາ ປະດິດ ຮອງຫົວໜ້າກົມເຄຫາ ແລະ ຜັງເມືອງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍຄະນະ ຮັບຜິດຊອບໂຄງການ, ຜູ້ຕາງໜ້າ ບໍລິສັດຜູ້ສະໜອງ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ. ການຈັດຊື້ ແລະ ມອບ-ຮັບພາ ຫະນະເຕັກນິກໃນຄັ້ງນີ້ ແມ່ນສ່ວນ ໜຶ່ງຂອງແຜນງານພັດທະນາ ການບໍລິການດ້ານສິ່ງແວດລ້ອມ ຕົວເມືອງ ຂອງໂຄງການປັບປຸງ ສິ່ງແວດລ້ອມຕົວເມືອງ ນະຄອນ ຫລວງພະບາງ ໂດຍມີເປົ້າໝາຍ ຫລັກໃນການເພີ່ມຄວາມສາມາດ, ຍົກລະດັບປະສິດທິພາບການເກັບ ແລະ ຂົນສົ່ງຂີ້ເຫຍື້ອຈາກຊຸມຊົນ, ຕະຫລາດ, ເຂດເສດຖະກິດ ແລະ ພື້ນທີ່ສາທາລະນະພາຍໃນຕົວເມືອງ ໄປກຳຈັດຢູ່ສະໜາມຂີ້ເຫຍື້ອ ໃຫ້ ຖືກຕ້ອງຕາມຫລັກວິຊາການ ແລະ ເຕັກນິກຮັກສາສະພາບແວດລ້ອມ ຕົວເມືອງ ຊຶ່ງລົດຂົນສົ່ງຂີ້ເຫຍື້ອ ທີ່ມອບຮັບຄັ້ງນີ້ ເປັນພາຫະນະທີ່ ທັນສະໄໝ ຈະສາມາດປະກອບ ສ່ວນອັນສຳຄັນໃນການແກ້ໄຂ ບັນຫາຂີ້ເຫຍື້ອຕົກຄ້າງໃນຊຸມຊົນ, ເສີມສ້າງສຸຂະອະນາໄມດ້ານສິ່ງ ແວດລ້ອມ ແລະ ຍົກລະດັບຄຸນນະ ພາບຊີວິດຂອງປະຊາຊົນນະຄອນ ຫລວງພະບາງ ໃຫ້ດີຂຶ້ນ. ສຳລັບໂຄງການປັບປຸງສິ່ງແວດ ລ້ອມຕົວເມືອງ ນະຄອນຫລວງພະ ບາງ ເປັນໂຄງການທີ່ໄດ້ຮັບການ ສະໜັບສະໜູນດ້ານທຶນກູ້ຢືມ ແລະ ທຶນຊ່ວຍເຫລືອລ້າ ຈາກທະນາ ຄານພັດທະນາອາຊີແລະທຶນສົມທົບ ຈາກລັດຖະບານລາວ ໂດຍມີຈຸດ ປະສົງ ເພື່ອປັບປຸງ ແລະ ພັດທະນາ ໂຄງສ້າງພື້ນຖານຕົວເມືອງ, ເສີມ ສ້າງຄວາມສາມາດໃນການບໍລິ ການພາກລັດ ແລະ ຍົກລະດັບການ ຄຸ້ມຄອງສິ່ງແວດລ້ອມ ຕົວເມືອງ ທ່ອງທ່ຽວໃຫ້ມີຄວາມຍືນຍົງ, ທັງ ເປັນການຮອງຮັບການຂະຫຍາຍ ຕົວຂອງຕົວເມືອງ ແລະ ການຫລັ່ງ ໄຫລເຂົ້າມາຂອງນັກທ່ອງທ່ຽວໃນ ອະນາຄົດ.ຂ່າວ-ພາບ: ເພັດສາຄອນ ສີມມະວົງ y

RkJQdWJsaXNoZXIy MTc3MTYxMQ==