25/06/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສະຫວັນັ ;a f-P'mv' va opt,tou csj 'lt4kxa f8tptde]h ko-h k' ພາບປະກອບ vkdko0v'w0h p5 ']kp ຂປລ. ພະຍາດໄຂ້ຍຸງລາຍ (ຫລື ໄຂ້ເລືອດອອກ - Dengue Fever) ເປັນພະຍາດຕິດຕໍ່ທີ່ເກີດ ຈາກເຊື້ອໄວຣັສເດັງກີ (Dengue virus) ໂດຍມີຍຸງລາຍ ເປັນພາ ຫະນະນຳເຊື້ອ. ພະຍາດນີ້ພົບໄດ້ ຫລາຍໃນເຂດຮ້ອນຊຸ່ມ ໂດຍສະ ເພາະໃນໄລຍະລະດູຝົນ. ພະຍາດ ໄຂ້ຍຸງລາຍ (ຫລື ໄຂ້ເລືອດອອກ) ມັກຈະສະແດງອອກຫລັງຈາກຖືກ ຕ່ຳ, ມືເຢັນຕີນເຢັນ, ຫາຍໃຈໄວ, ປັດສະວະໜ້ອຍລົງ, ຊຶມ, ກະວົນ ກະວາຍ, ເຈັບທ້ອງຮຸນແຮງ ໂດຍ ສະເພາະບໍລິເວນທ້ອງນ້ອຍເບື້ອງ ຂວາ, ຫາຍໃຈລຳບາກ. 3. ໄລຍະຟື້ນຕົວ: ເປັນໄລຍະທີ່ ອາການຕ່າງໆຄ່ອຍໆດີຂຶ້ນ, ຮ່າງ ກາຍເລີ່ມຟື້ນຟູ, ຄວາມດັນເລືອດ ຄົງທີ່ ແລະ ປັດສະວະອອກປົກກະ ຕິ, ແຕ່ບາງຄົນອາດຍັງຮູ້ສຶກອ່ອນ ເພຍ ແລະ ເມື່ອຍລ້າຕໍ່ໄປອີກໄລ ຍະໜຶ່ງ. ແນວໃດກໍຕາມ, ຫາກມີອາການ ໄຂ້ສູງກະທັນຫັນ ແລະ ມີອາການທີ່ ກ່າວມາຂ້າງເທິງ ຄວນໄປພົບແພດ ທັນທີ ເພື່ອວິນິດໄສ ແລະ ຮັບການ ປິ່ນປົວທີ່ຖືກຕ້ອງ. ບໍ່ຄວນກິນຢາ ລົດໄຂ້ກຸ່ມ NSAIDs (ເຊັ່ນ: ໄອບູ ໂປຣເຟນ) ເດັດຂາດ ເພາະຈະເຮັດ ໃຫ້ເລືອດອອກງ່າຍຂຶ້ນ. ຄວນກິນ ຢາປາຣາເຊຕາໂມນ ເພື່ອຫລຸດໄຂ້ ແລະ ດື່ມນໍ້າໃຫ້ຫລາຍ. ການປ້ອງ ກັນໄຂ້ຍຸງລາຍທີ່ດີທີ່ສຸດແມ່ນການ ກຳຈັດແຫລ່ງແພ່ພັນຍຸງລາຍ ແລະ ປ້ອງກັນບໍ່ໃຫ້ຖືກຍຸງກັດ. ເລືອດດັງໄຫລອອກ, ເລືອດອອກ ຕາມພັນແຂ້ວ, ມີຈຸດເລືອດອອກ ຕາມຜິວໜັງ, ຖ່າຍດຳ, ຮາກເປັນ ເລືອດ; ອາການຊອັກ: ເກີດຈາກ ການຮົ່ວໄຫລຂອງນໍ້າອອກນອກ ເສັ້ນເລືອດ ເຮັດໃຫ້ຄວາມດັນເລືອດ ເບື່ອອາຫານ, ມີຜື່ນແດງຕາມຜິວ ຫລື ຈຸດເລືອດອອກນ້ອຍໆ ຕາມ ຜິວໜັງ. 2. ໄລຍະວິກິດ: ໄລຍະນີ້ມັກຈະ ເກີດຂຶ້ນຫລັງຈາກໄຂ້ຫລຸດລົງ ຫລື ຢູ່ໃນຊ່ວງທີ່ໄຂ້ເລີ່ມລົງ (ປະມານ 3-7 ວັນຫລັງມີອາການ) ຊຶ່ງເປັນ ໄລຍະທີ່ຄວນລະວັງທີ່ສຸດ ເພາະ ອາດເກີດພາວະແຊກຊ້ອນຮຸນແຮງ ໄດ້, ເລືອດອອກຜິດປົກກະຕິ ເຊັ່ນ: ຍຸງລາຍກັດປະມານ4ຫາ10ມື້ຊຶ່ງ ອາການຂອງພະຍາດໄຂ້ຍຸງລາຍ ມີຫລາຍລະດັບ, ຕັ້ງແຕ່ບໍ່ມີອາ ການຈົນເຖິງຮຸນແຮງທີ່ອາດເປັນ ອັນຕະລາຍເຖິງຊີວິດ ແລະ ສາມາດ ແບ່ງອອກເປັນ 3 ໄລຍະຄື: 1. ໄລຍະໄຂ້: ໄຂ້ສູງກະທັນຫັນ ອາດສູງເຖິງ 39-40 ອົງສາເຊ, ປວດຫົວຮຸນແຮງ ໂດຍສະເພາະ ບໍລິເວນໜ້າຜາກ ແລະ ກະໂບງຕາ, ປວດເມື່ອຍກ້າມຊີ້ນ ແລະ ກະດູກ, ອ່ອນເພຍ, ເມື່ອຍ, ປວດຮາກ, ຮາກ, ພາບປະກອບ ພາບປະກອບ ພາບປະກອບ ຂປລ. ວັດຊຽງທອງ ເປັນອີກ ວັດໜຶ່ງທີ່ສຳຄັນຂອງຫລວງພະ ບາງ ແລະ ເປັນຕົວແທນອັນໂດດ ເດັ່ນຂອງສະຖາປັດຕະຍະກຳແບບ ລ້ານຊ້າງ, ດ້ວຍຄວາມງົດງາມທີ່ ໂດດເດັ່ນເປັນເອກະລັກສະເພາະ ຈົນໄດ້ຮັບການຍົກຍ້ອງຈາກນັກ ບູຮານຄະດີວ່າ: ເປັນ “ອັນຍະມະນີ ແຫ່ງສະຖາປັດຕະຍະກຳລາວ”. ວັດ ແຫ່ງນີ້ເປັນວັດເກົ່າແກ່ຄູ່ບ້ານຄູ່ ເມືອງຫລວງພະບາງມາຫລາຍ ຮ້ອຍປີຖືກສ້າງຂຶ້ນໃນປີ ຄສ 1560 ໃນສະໄໝຂອງພະເຈົ້າໄຊຍະເສດ ຖາທິລາດ ແລະ ເປັນສະຖານທີ່ສຳ ຄັນທາງສາສະໜາ ແລະ ວັດທະນະ ທຳຂອງຊາວລາວມາເປັນເວລາ ຫລາຍສະຕະວັດ. ວັດຊຽງທອງຕັ້ງຢູ່ທາງທິດຕາ ເວັນອອກສ່ຽງເໜືອຂອງຫລວງ ພະບາງ ໃກ້ຈຸດບັນຈົບຂອງແມ່ນ້ຳ ຄານ ແລະ ແມ່ນ້ຳຂອງ. ໃນອະດີດ ວັດແຫ່ງນີ້ເປັນດັ່ງປະຕູເມືອງ ເນື່ອງ ຈາກຜູ້ເດີນທາງທາງນ້ຳຈະຕ້ອງ ມາຂຶ້ນເຮືອຢູ່ບໍລິເວນນີ້ກ່ອນເຂົ້າສູ່ ຕົວເມືອງ.ນອກຈາກນີ້,ວັດດ່ັງກ່າວ ຍັງມີຈຸດໂດດເດັ່ນທາງສະຖາປັດ ຕະຍະກຳນັ້ນກໍຄື “ສິມ” ຫລື ພະອຸ ໂປສົດ ທີ່ສະທ້ອນໃຫ້ເຫັນເຖິງເອ ກະລັກຂອງສິລະປະລ້ານຊ້າງໄດ້ ຢ່າງສົມບູນ, ມີຫລັງຄາສິມແອ່ນ ໂຄ້ງຊ້ອນກັນ 3 ຊັ້ນ ແລະ ຫລຸດ ຕ່ຳລົງເກືອບຮອດພື້ນເປັນຮູບແບບ ທີ່ຫາຊົມໄດ້ຍາກ. ສ່ວນກາງຂອງ ຫລັງຄາປະດັບດ້ວຍ “ຊໍ່ຟ້າ” ຈຳ ນວນ 17 ຊໍ່ ອັນມີຄວາມໝາຍວ່າ ເປັນ “ສິມ” (ອຸໂປສົດ) ທີ່ເຈົ້າ ມະຫາຊີວິດສ້າງຂຶ້ນ. ສ່ວນ “ສິມ” ທີ່ຄົນສາມັນສ້າງຈະມີຊໍ່ຟ້າພຽງ17 ຊໍ່ເທົ່ານັ້ນ ເຊື່ອກັນວ່າບໍລິເວນ ປ່ອງສີ່ຫລ່ຽມນ້ອຍໆ ເຄິ່ງກາງ ຂອງຊໍ່ຟ້າເຄີຍໃຊ້ເປັນບ່ອນເກັບ ຂອງມີຄ່າ, ແຕ່ປັດຈຸບັນເຫລືອພຽງ ປ່ອງວ່າງເປົ່າ ຖັດມາທີ່ສ່ວນຂອງ ໜ້າບັນມີ “ໂຫ່ງ” ຮູບຮ່າງຄ້າຍ ຫົວນາກ ອັນເປັນສັນຍະລັກທາງ ພຸດທະສາດສະໜາ, ສ່ວນປະຕູ ແລະ ປ່ອງຢ້ຽມຖືກແກະສະຫລັກ ລວດລາຍສວຍງາມຢ່າງປະນີດ ທີ່ສະທ້ອນໃຫ້ເຫັນຄວາມຊຳນານ ຂອງຊ່າງສີສືລາວໃນອະດີດ. ພາຍ ໃນສິມ ຝາຖືກຕົບແຕ່ງດ້ວຍລາຍ ປິດທອງເທິງພື້ນສີດຳ ເລົ່າເລື່ອງ ພຸດທະປະຫວັດ, ທ້າວ ສີທົນ, ພະ ເຈົ້າສິບຊາດ ແລະ ນິທານພື້ນບ້ານ ຕ່າງໆ ຊຶ່ງພາຍໃນຍັງປະດິດສະ ຖານ “ພະອົງຫລວງ” ພະປະທານ ຄູ່ວັດຄູ່ເມືອງທີ່ປະຊາຊົນເຄົາລົບ ສັກກາລະບູຊາ. ອີກໜຶ່ງຈຸດເດັ່ນທີ່ ສ້າງຊື່ສຽງໃຫ້ວັດຊຽງທອງ ແມ່ນ ຝາດ້ານຫລັງຂອງພະອຸໂປສົດ ທີ່ ປະດັບດ້ວຍແກ້ວສີເປັນຮູບ ຕົ້ນໂພ ຂະໜາດໃຫຍ່ ມີລາຍລະອຽດງົດ ງາມ ແລະ ສະທ້ອນເຖິງຄວາມຮຸ່ງ ເຮືອງຂອງສິລະປະລ້ານຊ້າງ. ບໍລິ ເວນອ້ອມຂ້າງຍັງມີຮູບສັດ ແລະ ລາຍປະດັບຈາກວັນນະຄະດີພື້ນ ບ້ານ ຊ່ວຍເພີ່ມຄຸນຄ່າທາງສິລະປະ ໃຫ້ແກ່ວັດແຫ່ງນີ້. ແນວໃດກໍຕາມ, ປັດຈຸບັນວັດ ຊຽງທອງ ຍັງເປັນທັງສູນກາງພຸດ ທະສາສະໜາ ແລະ ແຫລ່ງທ່ອງ ທ່ຽວ ທີ່ດຶງດູດນັກທ່ອງທ່ຽວຈາກ ທົ່ວ ໂລກໃຫ້ເຂົ້າມາສຶກສາ, ມາເບິ່ງ ມາຊົມ. ດ້ວຍຄວາມງົດງາມ ແລະ ຄຸນຄ່າທາງປະຫວັດສາດວັດຊຽງ ທອງຈຶ່ງເປັນມໍລະດົກທາງວັດທະນະ ທຳອັນລ້ຳຄ່າຂອງຊາດ ແລະ ເປັນ ໜຶ່ງໃນສະຖານທີ່ທ່ອງທ່ຽວທາງ ສາສະໜາ ແລະ ປະຫວັດສາດທີ່ ສຳຄັນທີ່ສຸດຂອງລາວອີກດ້ວຍ.
RkJQdWJsaXNoZXIy MTc3MTYxMQ==