25/06/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ໂຄງການແກມຊິວ...ິ 6 ເດືອນທ້າຍປີນີ້...ື້ີີ້ 6 ເດືອນຕົ້ນປີ 2026...ືົ້ີ ກະຊວງສາທາລະນະສຸກ...ຸ ກົດໝາຍ; ເສີມຂະຫຍາຍບັນດາ ຮູບແບບເສດຖະກິດຮ່ວມມືຂອງ ປະຊາຊົນໃຫ້ກວ້າງຂວາງຕາມ ທິດສ້າງເສດຖະກິດຕະຫລາດ ເອກະລາດ, ເປັນເຈົ້າຕົນເອງ; ເອົາ ໃຈໃສ່ຄຸ້ມຄອງ ແລະ ພັດທະນາ ດ້ານພະລັງງານໄຟຟ້າ ແລະ ບໍ່ແຮ່ ໃຫ້ດຳເນີນຢ່າງຖືກຕ້ອງຕາມກົດ ໝາຍ, ມີປະສິດທິພາບ, ປະສິດທິ ຜົນ; ສຸມໃສ່ຄຸ້ມຄອງບູລະນະການ ຄົມມະນາຄົມທາງບົກ ແລະ ທາງນໍ້າ ໃຫ້ມີຄວາມສະດວກ ເພື່ອຮອງຮັບ ການພັດທະນາເສດຖະກິດ-ສັງຄົມ ຕາມທິດເຊື່ອມຈອດ-ເຊື່ອມໂຍງ. ທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ, ປະທານ ຄະນະກຳມະການປົກຄອງແຂວງ ໄຊສົມບູນ ໄດ້ໃຫ້ສໍາພາດຕໍ່ສື່ມວນ ຊົນໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ I ໃນ ວັນທີ 24 ມິຖຸນາ 2026 ໂດຍທ່ານ ໄດ້ໃຫ້ຮູ້ວ່າ: ໃນ 6 ເດືອນທ້າຍ ປີ 2026 ແຂວງໄຊສົມບູນ ຈະ ສູ້ຊົນໃຫ້ເສດຖະກິດມາຫາພາກ ຂະຫຍາຍຕົວຢ່າງຕໍ່ເນື່ອງບໍ່ຫລຸດ 7% ລວມຍອດຜະລິດຕະພັນ ພາຍໃນ (GDP) ໃຫ້ໝົດປີບັນລຸ 3.293,27 ຕື້ກີບ, ສະເລ່ຍໃສ່ຫົວ ຄົນບໍ່ໃຫ້ຫລຸດ 29,54 ລ້ານກີບ ຫລື ເທົ່າກັບ 1.346 ໂດລາສະຫະລັດ; ເອົາໃຈໃສ່ຄົ້ນຄວ້າຈັດສັນງົບປະ ມານລົງທຶນໃສ່ບັນດາໂຄງການ ລົງທຶນຂອງລັດ ຢ່າງມີຈຸດສຸມ ແລະ ເໝາະສົມ; ເພີ່ມທະວີນໍາພາການ ເກັບລາຍຮັບເຂົ້າງົບປະມານໃຫ້ ໝົດປີບັນລຸໄດ້ 2.250,76 ຕື້ກີບ; ເອົາໃຈໃສ່ຄຸ້ມຄອງລາຍຈ່າຍງົບ ປະມານຂອງລັດ ໃຫ້ມີປະສິດທິພາບ ບົນພື້ນຖານປະຢັດມັດທະຍັດ ແລະ ຖືກຕ້ອງຕາມກົດໝາຍຢ່າງ ເຂັ້ມງວດ.ນອກຈາກນີ້, ຍັງສືບຕໍ່ ຮັບປະກັນໃຫ້ແຂວງໄຊສົມບູນ ມີສະ ຖຽນລະພາບທາງດ້ານການເມືອງ ທີ່ໜັກແໜ້ນ, ເຂັ້ມແຂງ, ສັງຄົມມີ ຄວາມສະຫງົບປອດໄພ ແລະ ເປັນ ລະບຽບຮຽບຮ້ອຍດີ; ສຸມໃສ່ສ້າງ ຕາໜ່າງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ຢູ່ຂັ້ນຮາກຖານໃຫ້ ມີຄວາມເຂັ້ມແຂງ, ໜັກແໜ້ນຕິດ ພັນກັບວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາຍູ້ແຮງວຽກງານ ສາມສ້າງ; ສຸມໃສ່ການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ຕິດພັນກັບ ການສ້າງບ້ານປ້ອມໝັ້ນ, ກຸ່ມບ້ານ ສູ້ຮົບຕິດລຽນ; ສູ້ຊົນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ໃຫ້ໄດ້ 5 ບ້ານ, ຄອບຄົວ ແລະ ຮາກຖານພັກທຸກຂັ້ນຕໍ່ກັບວຽກ ງານຈັດຕັ້ງຢ່າງໃກ້ຊິດຕິດແທດ, ຖືເອົາວຽກງານສຶກສາອົບຮົມການ ເມືອງ-ແນວຄິດເປັນຄວາມຮັບ ຜິດຊອບໂດຍກົງຂອງຄະນະພັກ ທຸກຂັ້ນ. ທ່ານ ສີວັນໄຊ ຈັນທະວົງສາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສາທະລະນະສຸກ ໄດ້ລາຍ ງານກ່ຽວກັບການຈັດຕັ້ງປະຕິບັດ ຄ່າເພີ່ມລາຄາໃນປີ 12.430 ຕື້ກີບ. ໃນນັ້ນ, ຂະແໜງກະສິກໍາຂະ ຫຍາຍຕົວ 3.2%ຄິດໄລ່ເປັນມູນຄ່າ 4.211 ຕື້ກີບ, ກວມເອົາ 33,88% ຂອງ GDP; ຂະແໜງອຸດສາຫະກຳ ຂະຫຍາຍຕົວ 2,8% ເທົ່າກັບ 3.347 ຕື້ກີບ ກວມເອົາ 26,93% ຂອງ GDP; ຂະແໜງບໍລິການ ຂະຫຍາຍຕົວ 3,8%ຄິດໄລ່ເປັນມູນ ຄ່າເພີ່ມລາຄາໃນປີ 4.197 ຕື້ກີບ ກວມເອົາ 33.76% ຂອງ GDP. ໃນໂອກາດເຂົ້າຮ່ວມກອງປະ ຊຸມລັດຖະບານເປີດກວ້າງ ຄັ້ງທີ I ໃນວັນມີ 24 ມິຖຸນາ 2026 ທ່ານ ພູວົງ ບຸນຊູ ປະທານຄະນະກຳມະ ການປົກຄອງແຂວງວຽງຈັນ ໄດ້ ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ໃນ 6 ເດືອນຕົ້ນ ປີ 2026 ແຂວງວຽງຈັນ ສາມາດ ຜະລິດເຂົ້າ, ພືດຜັກ, ໄມ້ໃຫ້ໝາກ, ກັບບັນຫາສີຂຽວ ໂດຍການມີສ່ວນ ຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນລາວ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບົວຄໍາ ປັນຍາວົງ ຫົວໜ້າ ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນລາວ ຫລື ແກມ ຊິວ ອົງການແຄນານາຊາດ ປະຈໍາ ລາວ ໂດຍມີທ່ານ ສະຫວັນຄອນ ຣາຊະມົນຕີ ປະທານສະມາຄົມນັກ ຂ່າວແຫ່ງປະເທດລາວ, ພ້ອມດ້ວຍ ຕົວແທນນັກຂ່າວຈາກ 4 ແຂວງ ພາກກາງຄື: ບໍລິຄໍາໄຊ, ໄຊສົມບູນ, ວຽງຈັນ ເເລະ ນະຄອນຫລວງວຽງ ຈັນ ເຂົ້າຮ່ວມ. ບ້ານປ້ອງກັນຄວາມສະຫງົບດີ ໃຫ້ ໄດ້ 8 ບ້ານ, ແກ້ໄຂປະກົດການຫຍໍ້ ທໍ້ໃນສັງຄົມຕິດພັນກັບການຈັດຕັ້ງ ປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສດຕິດໃຫ້ ບັນລຸແຜນທີ່ວາງໄວ້. ສືບຕໍ່ນຳພາພັດທະນາການສຶກ ສາໃຫ້ມີຄຸນນະພາບສູງຂຶ້ນກວ່າ ເກົ່າໃນການສ້າງຊັບພະຍາກອນ ມະນຸດໃຫ້ມີຄວາມຮູ້ຄວາມສາມາດ ໄປພ້ອມກັບການປັບປຸງ-ກໍ່ສ້າງ ພື້ນຖານໂຄງລ່າງ ແລະ ການສະ ໜອງສິ່ງອຳນວຍຄວາມສະດວກ ໃຫ້ແກ່ການສຶກສາຢ່າງຄົບຊຸດ, ພຽງພໍ ແລະ ໄດ້ມາດຕະຖານ; ປັບປຸງ, ຍົກລະດັບການປິ່ນປົວ ຂອງໂຮງໝໍແຂວງ, ໂຮງໝໍເມືອງ, ສຸກສາລາໃນທົ່ວແຂວງໃຫ້ມີຄຸນ ນະພາບ, ສາມາດບໍລິການຮັບ ໃຊ້ປະຊາຊົນຢ່າງວ່ອງໄວ ແລະ ທັນເວລາໄປພ້ອມກັບປະກອບອຸ ປະກອນ, ເຄື່ອງມືການແພດທີ່ຈໍາ ເປັນໃຫ້ພຽງພໍ; ເອົາໃຈໃສ່ພັດທະນາ ແຮງງານ, ສະໜອງແຮງງານໃຫ້ ເພີ່ມຂຶ້ນດ້ານປະລິມານ ແລະ ມີຄຸນ ນະພາບ, ສາມາດຕອບສະໜອງ ໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງຫົວໜ່ວຍແຮງງານຕ່າງໆ ພາຍໃນແຂວງໄຊສົມບູນ; ເອົາໃຈ ໃສ່ສົ່ງເສີມວັດທະນະທຳທີ່ເປັນ ເອກະລັກຂອງເຜົ່າຕິດພັນກັບການ ທ່ອງທ່ຽວ, ຕິດຕາມ, ຊຸກຍູ້ໂຄງການ ພັດທະນາແຫລ່ງທ່ອງທ່ຽວທີ່ໄດ້ ເຊັນ MOU ແລ້ວໃຫ້ຈັດຕັ້ງປະຕິບັດ ຕາມສັນຍາ; ສືບຕໍ່ນຳພາ, ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕາມແຕ່ລະມາດຖານເງື່ອນໄຂ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ແຂ່ງຂັນຮັກຊາດ ແລະ ພັດທະນາ ທົ່ວແຂວງໃຫ້ບັນລຸແຜນທີ່ວາງໄວ້; ສູ້ຊົນແກ້ໄຂຄອບຄົວທຸກຍາກຂອງ ປະຊາຊົນໃຫ້ໄດ້ 409 ຄອບຄົວ, ບ້ານທຸກຍາກ ໃຫ້ໄດ້ 4 ບ້ານ, ບ້ານ ພັດທະນາໃຫ້ໄດ້ 6 ບ້ານ ແລະ ສ້າງ ເມືອງພົ້ນທຸກໃຫ້ໄດ້ 1 ເມືອງ. ຂ່າວ: ກິດຕາ; ພາບ: ຂັນໄຊ ວຽກງານຈັດຕັ້ງ 5 ປີ (20212025) ແລະ ທິດທາງແຜນການ 2026-2030 ເມື່ອບໍ່ດົນນີ້ວ່າ: ເພື່ອ ແກ້ໄຂຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຕ່າງໆກະຊວງສາທາລະນະສຸກ ໄດ້ກຳນົດທິດທາງແຜນການ 5 ປີ 2026-2030 ໂດຍເພີ່ມທະວີບົດ ບາດການນໍາພາ-ຊີ້ນໍາຂອງຄະນະ ພັກ-ຄະນະຮາກຖານພັກທຸກຂັ້ນ ຕໍ່ກັບວຽກງານຈັດຕັ້ງຢ່າງໃກ້ຊິດ ຕິດແທດ, ຖືເອົາວຽກງານສຶກສາ ອົບຮົມການເມືອງ-ແນວຄິດເປັນ ຄວາມຮັບຜິດຊອບໂດຍກົງຂອງ ຄະນະພັກທຸກຂັ້ນ; ເອົາໃຈໃສ່ສ້າງ ແລະ ປັບປຸງນິຕິກຳຕ່າງໆເປັນຕົ້ນ ຄົ້ນຄວ້າຜັນຂະຫຍາຍບັນດານິຕິກຳ ຕ່າງໆ ເພື່ອກະກຽມການຫັນເປັນ ພາລະກອນສາທາລະນະສຸກ, ຄົ້ນ ຄວ້າມາດຖານໃຫ້ນາມມະຍົດແພດ ແຫ່ງຊາດ ແລະ ແພດປະຊາຊົນ, ຕຳແໜ່ງວິຊາການ, ມາດຖານຜູ້ທີ່ ໄດ້ຮັບອຸດໜູນທາດເບື່ອ, ອຸດໜູນ ວິຊາຊີບ, ຄົ້ນຄວ້ານະໂຍບາຍການ ໃຫ້ຄ່າຕອບແທນເງິນເວນຍາມໃຫ້ ເປັນເອກະພາບ, ການໃຫ້ຍ້ອງຍໍ ຜົນງານປະຈຳປີ ແລະ ຍ້ອງຍໍ ໃນຂະບວນການຕ່າງໆ; ສຸມໃສ່ ປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ຂອງກະຊວງສາທາລະນະ ສຸກ, ການໂຮມບາງກົມກອງ ແລະ ບາງສູນທີ່ມີພາລະບົດບາດໜ້າທີ່ ໃກ້ຄຽງກັນ, ພ້ອມທັງປັບປຸງພາລະ ບົດບາດຂອງແຕ່ລະກົມກອງໃຫ້ຈະ ແຈ້ງ ແລະ ກຳນົດຕຳແໜ່ງງານໃຫ້ ເໝາະສົມສາມາດເຄື່ອນໄຫວໄດ້ ຢ່າງຄ່ອງຕົວ ແລະ ມີປະສິດທິຜົນ; ສ້າງແຜນກຳນົດພະນັກງານນໍາພາຄຸ້ມຄອງ2026-2030ຂັ້ນສູນກາງ ຄຸ້ມຄອງ, ຂັ້ນກະຊວງຄຸ້ມຄອງ ແລະ ສົມທົບກັບພະແນກສາທາລະນະ ສຸກແຂວງສ້າງແຜນກຳນົດພະນັກ ງານນໍາພາ-ຄຸ້ມຄອງຂັ້ນແຂວງ; ປັບປຸງລະບົບພື້ນຖານໂຄງລ່າງ, ສື່ການຮຽນ-ການສອນຂອງສະ ຖານການສຶກສາສາທາລະນະສຸກ ໃຫ້ໄດ້ມາດຕະຖານ, ເອົາໃຈໃສ່ຕໍ່ ວຽກງານກໍ່ສ້າງ-ບຳລຸງພະນັກ ງານ ເພື່ອສະໜອງການບໍລິການ ສຸຂະພາບໃນແຕ່ລະຂັ້ນຕາມທິດຫັນ ເປັນມືອາຊີບ ແລະ ໃຫ້ບັນລຸຕາມ ບັນດາຕົວຊີ້ບອກຂອງຍຸດທະສາດ ພັດທະນາຊັບພະຍາກອນມະນຸດ ສາທາລະນະສຸກ ຮອດປີ 2030; ພ້ອມທັງສືບຕໍ່ພົວພັນປະສານປະ ສານງານຮ່ວມມືກັບ 9 ບັນດາຄູ່ ຮ່ວມພັດທະນາທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງທຶນການ ສຶກສາ ແລະ ຍົກລະດັບພະນັກງານ ໃຫ້ໄດ້ຕາມແຜນກຳນົດໄວ້; ສ້າງ ເງື່ອນໄຂພິເສດໃຫ້ນັກຮຽນ ຫລື ພະ ນັກງານຊົນເຜົ່າຜູ້ດ້ອຍໂອກາດເປັນ ບຸລິມະສິດໄດ້ເຂົ້າມາຮຽນຢູ່ສະຖານ ການສຶກສາສາທາລະນະສຸກ, ສ້າງ ຫ້ອງຮຽນໃຫ້ກະກຽມຄວາມພ້ອມ ກ່ອນເຂົ້າຮຽນປີ 1 ເພື່ອຍົກລະດັບ ຄຸນນະພາບຂອງການຮຽນຂອງ ເຂົາເຈົ້າ, ໃຫ້ທຶນການສຶກສາ ແລະ ຍົກເວັ້ນຄ່າຮຽນສໍາລັບນັກຮຽນ ຊົນເຜົ່າຜູ້ດ້ອຍໂອກາດ. ພ້ອມນີ້, ໃຫ້ປັບປຸງລະບົບຖານ ຂໍ້ມູນລັດຖະກອນໃຫ້ສາມາດເຊື່ອມ ສານກັບລະບົບຖານຂໍ້ມູນຕ່າງໆ ທີ່ກ່ຽວຂ້ອງ; ສຸມໃສ່ບັນຈຸແພດ, ພະຍາບານ ແລະ ຜະດຸງຄັນໃສ່ສຸກ ສາລາໃຫ້ເພີ່ມຂຶ້ນ 70% ຂອງ ຈໍານວນສຸກສາລາທັງໝົດໃນປີ 2030, ກໍ່ສ້າງຍົກລະດັບ ແລະ ບັນຈຸແພດຊ່ຽວຊານທີ່ຈຳເປັນໃສ່ ບັນດາສະຖານທີ່ບໍລິການປິ່ນປົວ ໂດຍສະເພາະໂຮງໝໍເມືອງທີ່ເປັນ ເປົ້າໝາຍໃຫ້ສາມາດຜ່າຕັດໄດ້; ກຳນົດພາລະບົດບາດ ແລະ ໂຄງປະ ກອບດ້ານບຸກຄະລາກອນສາທາ ລະນະສຸກ ໃຫ້ໂຮງໝໍຕາແສງຢ່າງ ໜ້ອຍໃຫ້ມີວິຊາແພດ, ພະຍາບານ, ຜະດຸງຄັນ, ການຢາ, ວິເຄາະ, ທັນ ຕະແພດ (6-8 ຄົນ/ແຫ່ງ). ຂ່າວ: ສົມຫວັງ ການລ້ຽງສັດເພື່ອສະໜອງການ ບໍລິໂພກພາຍໃນ ແລະ ສົ່ງອອກ ຕ່າງແຂວງ, ຕ່າງປະເທດ (ມັນ ຕົ້ນ, ຢາງພາລາ, ເຄື່ອງປ່າຂອງ ດົງຈຳນວນໜຶ່ງ); ການຜະລິດ ອຸດສາຫະກຳປຸງແຕ່ງປະຕິບັດໄດ້ 1.000 ຕື້ກີບ ເທົ່າກັບ 52,96%, ການຜະລິດຫັດຖະກຳໄດ້ 976 ລ້ານກີບ, ຜະລິດກະແສໄຟຟ້າໄດ້ 1.110 ກິກາວັດໂມງ ເທົ່າກັບ 58% ເປັນມູນຄ່າ 1.192 ຕື້ກີບ, ຜະລິດແຮ່ທາດຕ່າງໆ ໄດ້ 5.564 ຕື້ກີບ, ຈໍາໜ່າຍໄດ້ 2.134 ຕື້ກີບ, ເທົ່າກັບ 90%; ການຈໍລະຈອນ ສິນຄ້າຂາຍຍົກ-ຂາຍຍ່ອຍ ໄດ້ 2.812 ຕື້ກີບ, ການບໍລິການດ້ານ ທ່ອງທ່ຽວໄດ້ 1,90 ລ້ານເທື່ອຄົນ, ສ້າງມູນຄ່າທົ່ວສັງຄົມ 1.467 ຕື້ກີບ, ລື່ນແຜນ 10,13%. ສຳລັບຂົງເຂດວັດທະນະທຳ ແລະ ສັງຄົມ ໄດ້ສຸມໃສ່ວຽກງານ ການຮຽນ-ການສອນ ໂດຍປະຕິບັດ 12 ຄາດໝາຍຂອງຂະແໜງການ ສຶກສາ, ປະຕິບັດໄດ້ 8 ຄາດໝາຍ; ຈັດສັນຊັບຊ້ອນໂກຕ້າຄູສອນໃຫ້ ບັນດາເມືອງ, ໂຮງຮຽນໃຫ້ພຽງພໍ; ວຽກງານສາທາລະນະສຸກ ກໍໄດ້ ເອົາໃຈໃສ່ການບໍລິການໂຮງໝໍ ນ້ອຍຂອງບັນດາເມືອງໃນການ ບໍລິການ, ກວດກາການປ່ິນປົວດ້ານ ສຸຂະພາບ ໂດຍໄດ້ປະຕິບັດຕາມ 14 ຄາດໝາຍຂອງຂະແໜງສາ ທາລະນະສຸກ ບັນລຸແລ້ວ 8 ຄາດ ໝາຍ; ວຽກງານພັດທະນາຊົນນະ ບົດແກ້ໄຂຄອບຄົວທຸກຍາກໄດ້ ປະຕິບັດໄດ້ 3.784 ຄອບຄົວ. ສຳ ລັບຂົງເຂດແຮງງານ ແລະ ສະ ຫວັດດີການສັງຄົມ ໄດ້ປະຕິບັດ 8 ຄາດໝາຍທີ່ສະພາຮັບຮອງ, ຝຶກອົບຮົມວິຊາຊີບ, ຈັດຫາວຽກ ເຮັດງານທຳພາຍໃນ ແລະ ຕ່າງ ປະເທດ ໄດ້ 1.494 ຄົນ; ຂະຫຍາຍ ຜູ້ເຂົ້າປະກັນສັງຄົມ ໄດ້ 564 ຄົນ. ນອກຈາກນີ້, ຍັງສຸມໃສ່ຕອບໂຕ້ ແລະ ແກ້ໄຂຜົນກະທົບຈາກໄພ ພິບັດ ຈຳນວນ 12 ໂຄງການ, ກວດກູ້ທຳລາຍລະເບີດບໍ່ທັນແຕກ ໃນພື້ນທີ່ການຜະລິດຢູ່ເມືອງກາ ສີ, ສາມາດສ້າງຕັ້ງຕາແສງ 35 ຕາແສງ. ຂ່າວ:ກິດຕາ; ພາບ: ຂັນໄຊ ທ່ານ ນາງ ບົວຄໍາ ປັນຍາວົງ ກ່າວວ່າ: ການຈັດຊຸດຝຶກອົບຮົມ ໃນຄັ້ງນີ້, ເພື່ອເປັນການສືບຕໍ່ຈັດຕັ້ງ ປະຕິບັດໂຄງການດັ່ງກ່າວ ທີ່ຈັດຕັ້ງ ປະຕິບັດໃນໄລຍະຜ່ານມາໃຫ້ສໍາ ເລັດ ເພື່ອເສີມຂະຫຍາຍຄວາມຮັບ ຮູ້ທາງດ້ານສື່ດີຈິຕອນ ແລະ ການ ພັດທະນາສີຂຽວ ເພື່ອເພີ່ມການ ເຂົ້າເຖິງຂໍ້ມູນຂ່າວສານການພັດ ທະນາທີ່ກ່ຽວຂ້ອງກັບບົດບາດທາງ ເພດ, ສິດທິຂອງຜູ້ອອກແຮງງານ ແລະ ການພັດທະນາເຂດຊຸມຊົນ ໃນລາວຕິດພັນກັບການພັດທະນາ ສີຂຽວແບບຍືນຍົງ. ຄຽງຄູ່ກັນນັ້ນ, ຈະຊ່ວຍເສີມສ້າງ ການມີສ່ວນຮ່ວມ, ທັດສະນະຄະຕິ, ວິໄສທັດ ແລະ ຄວາມສາມາດຂອງ ນັກຂ່າວດ້ວຍການສຸມໃສ່ການນໍາ ໃຊ້ສື່ຢ່າງເຂັ້ມແຂງ ເພື່ອຊຸກຍູ້ການ ເຕີບໂຕສີຂຽວຂອງປະຊາຊົນໃນ ລາວ. ພາຍໃຕ້ຫົວຂໍ້ທີ່ສໍາຄັນເຊັ່ນ: ຄວາມສະເໝີພາບ ແລະ ບົດບາດ ທາງເພດໃນຍຸກດີຈິຕອນ, ການໃຊ້ ສື່ອອນລາຍແບບປອດໄພ ແລະ ການນໍາໃຊ້ປັນຍາປະດິດ (AI) ເຂົ້າມາຊ່ວຍໃນວຽກງານສື່ມວນ ຊົນໃນການຂຽນຂ່າວ, ບົດຄວາມ ແລະ ການຊອກຫາຂໍ້ມູນຕ່າງໆໃຫ້ ມີຄຸນນະພາບ, ວ່ອງໄວທັນສະໄໝ ຫລາຍຂຶ້ນ. ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນລາວ ໂດຍມີ ສ່ວນຮ່ວມຂອງອົງການຈັດຕັ້ງມະ ຫາຊົນ ແລະ ອົງການຈັດຕັ້ງທາງ ສັງຄົມ ເພື່ອການພັດທະນາສີຂຽວ ໃນລາວ. ນີ້ແມ່ນໂຄງການໜຶ່ງທີ່ໄດ້ ເຮັດວຽກຮ່ວມກັບບັນດາສື່ມວນຊົນ ຂອງລັດ ແລະ ເອກະຊົນ ເພື່ອປັບປຸງ ທັກສະວິຊາຊີບຂອງສື່ມວນຊົນລາວ ໂດຍການເພີ່ມຄວາມຮູ້ທາງດ້ານ ສື່ດີຈິຕອນ ແລະ ຄວາມເຂົ້າໃຈສື່ ແບບໃໝ່ ຊຶ່ງໂຄງການໄດ້ຮັບການ ສະໜັບສະໜູນຈາກໂຄງການພັດ ທະນາສີຂຽວຂອງສະຫະພາບເອີ ຣົບ ທີ່ໃຫ້ການສະໜັບສະໜູນນະໂຍ ບາຍໃນຂົງເຂດດ້ານການປັບຕົວ ແລະ ການຫລຸດຜ່ອນຄວາມສ່ຽງຕໍ່ ກັບດິນຟ້າອາກາດ, ການພັດທະນາ ເສດຖະກິດ-ສັງຄົມແບບຍືນຍົງ.
RkJQdWJsaXNoZXIy MTc3MTYxMQ==