7305

25/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ກີ່ງແກ້ວ ເສົາຈັນຖາີ່ ງ້ ວົ າັ ນ ;Pd'kolnj ,;o-q owfh Ia [dkora fmtok1j k'[+ 15 f1A ' ບົດສະເໜີົີ ໂດຍ: ແສງສະຫວັນັນ rtcoddtly de c]t lyj 'c;f]h v, c0;'s];'oEmk -5 dp6h dkozt]y f]tf6 /q o 16j g,n v'ly ' ຂປລ. ເມື່ອບໍ່ດົນມານີ້, ຄະນະ ນໍາຂອງພະແນກກະສິກໍາ ແລະ ສິ່ງ ແວດລ້ອມ ແຂວງຫລວງນ້ຳທາ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຕິດ ຕາມຂະບວນການຜະລິດລະດູ ຝົນຢູ່ເມືອງສິງ ນຳພາໂດຍທ່ານ ຄໍາກ້ຽງແກ້ວ ແກ້ວປະເສີດ ຮອງ ປະທານຄະນະກຳມະການປົກຄອງ ເມືອງສິງ, ທ່ານ ສອນໄຊ ອຸດົມ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຫລວງນ້ຳທາ ຂປລ. ສື່ມວນຊົນ ເປັນກຳລັງ ແຮງສຳຄັນໃນການໂຄສະນາເຜີຍ ແຜ່ແນວທາງ ແລະ ນະໂຍບາຍ ຂອງພັກ-ລັດ, ສ້າງຄວາມຮັກຊາດ, ເຄົາລົບກົດໝາຍ ແລະ ສົ່ງເສີມ ການພັດທະນາສັງຄົມ. ວຽກງານ ສື່ມວນຊົນແມ່ນວຽກງານໜຶ່ງທີ່ ສໍາຄັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ມີບົດບາດເປັນເຄື່ອງມືທີ່ເປັນ ກະບອກສຽງອັນແຫລມຄົມ ໃຫ້ ແກ່ພັກ-ລັດ, ເຮັດໜ້າທີ່ໂຄສະນາ ສຶກສາອົບຮົມນໍ້າໃຈຮັກຊາດ, ຮັກ ລະບອບໃໝ່, ລະບອບປະຊາທິ ປະໄຕ ແລະ ສ້າງສະຕິເຄົາລົບກົດ ໝາຍໃຫ້ປະຊາຊົນ, ສົ່ງເສີມໃຫ້ ປະຊາຊົນຮູ້ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີ ງາມຂອງຊາດ ແລະ ບັນດາເຜົ່າ ກໍຄື ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີບາດກ້າວຂະຫຍາຍຕົວ. ມາ ຮອດປັດຈຸບັນ ຂະແໜງການສື່ມວນ ຊົນ ໄດ້ມີການພັດທະນາຕົນເອງ ທາງດ້ານປະລິມານ ແລະ ຄຸນນະ ພາບ, ບັນດາພາຫະນະສື່ມວນຊົນ ໄດ້ນໍາໃຊ້ວິທະຍາສາດທີ່ກ້າວໜ້າ, ເຕັກໂນໂລຊີຂໍ້ມູນ-ຂ່າວສານທັນ ສະໄໝ, ສາມາດສົ່ງຂໍ້ມູນ-ຂ່າວ ສານ ແລະ ເຜີຍແຜ່ອອກສູ່ພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງວ່ອງໄວ ທັນການ ແລະ ກວ້າງຂວາງກວ່າ ເກົ່າ ເຮັດໃຫ້ມາດຕະຖານ ແລະ ຄຸນ ນະພາບຂອງວຽກງານສື່ມວນຊົນ ໄດ້ຮັບການພັດທະນາຍົກລະດັບຂຶ້ນ ເປັນກ້າວໆ. ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ປະທານ ໄກສອນ ພົມວິຫານ ໄດ້ ກ່າວວ່າ: “ວຽກງານຖະແຫລງ ຂ່າວ, ໂຄສະນາ, ວັດທະນະທຳ ກໍ ມີບາດກ້າວຂະຫຍາຍຕົວໃໝ່. ພວກ ເຮົາໄດ້ເອົາໃຈໃສ່ການຂະຫຍາຍ ໜັງສືພິມປະຕິວັດ, ດັດແປງວຽກ ງານກະຈາຍສຽງ, ເຊີດຊູລັກສະ ນະສຶກສາອົບຮົມ, ຊີ້ນຳມະຫາຊົນ ຂອງໜັງສືພິມ ແລະ ວິທະຍຸກະຈາຍ ສຽງໃຫ້ສູງຂຶ້ນເທື່ອລະກ້າວ, ເຮັດ ໃຫ້ວຽກງານເຫລົ່ານີ້ ເຂົ້າສູ່ເປົ້າ ໝາຍຕ່າງໆ ແລະ ໄດ້ເລິກເຊິ່ງກວ່າ ເກົ່າ. ປະທານ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ຕໍ່ການປັບປຸງວຽກ ງານໂຄສະນາຂ່າວສານ ໃຫ້ທະລຸ ໂລ່ງແຕ່ສູນກາງຮອດທ້ອງຖິ່ນ, ເພີ່ນກ່າວວ່າ: “ຂະແໜງການຖະ ແຫລງຂ່າວ, ວັດທະນະທຳ ແຕ່ສູນ ກາງລົງເຖິງແຂວງ, ເມືອງ ຕ້ອງ ກຳແໜ້ນ ແລະ ນຳໃຊ້ບັນດາພາ ຫະນະທີ່ເຮັດວຽກງານຖະແຫລງ ຂ່າວ, ວັດທະນະທຳໃຫ້ດີກວ່າເກົ່າ ເຊັ່ນ: ວິທະຍຸກະຈາຍສຽງ, ວິທະຍຸ- ໂທລະພາບ, ໜັງສືພິມ, ໃບຂ່າວ, ກຳນພິມຈຳໜ່າຍ, ກອງສິລະປະ ວັນນະຄະດີ, ຮູບເງົາ ແລະ ອື່ນໆ ເຮັດໃຫ້ພາຫະນະຕ່າງໆ ເຫລົ່ານັ້ນ ສາມາດຮັບໃຊ້ປະຊາຊົນ ໄດ້ເປັນ ຢ່າງດີ ແລະ ທົ່ວເຖິງ ເປັນຕົ້ນແມ່ນ ຮັບໃຊ້ການອອກແຮງງານຜະລິດ, ການສູ້ຮົບ ແລະ ເຂດຊົນຊາດ. ສະນັ້ນ, ພັກເຮົາບໍ່ວ່າເວລາໃດ ຂອງການປະຕິວັດ ກໍເອົາໃຈໃສ່ ນໍາພາ-ຊີ້ນໍາວຽກງານຖະແຫລງ ຂ່າວ-ສື່ມວນຊົນ ໂດຍຖືເອົາວຽກ ງານດັ່ງກ່າວ ເປັນເວທີໂຄສະນາ, ສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງປະຊາຊົນ ເປັນວິທີຍຸດທະ ສາດອັນໜຶ່ງ ແລະ ຖືເປັນສະໜາມ ຮົບແນວຄິດ-ວັດທະນະທໍາ ໃນຍຸກ ສັງຄົມຂໍ້ມູນຂ່າວສານ. ໃນມະຕິ ສະບັບເລກທີ 36/ກມສພ, ກໍໄດ້ ເວົ້າແຈ້ງກ່ຽວກັບທັດສະນະຂອງ ພັກວ່າ: “ສື່ມວນຊົນ ຂອງພວກ ເຮົາໃນຖານະເປັນໜັງສືພິມປະຕິ ວັດ ທີ່ໄດ້ກໍາເນີດໃນຂະບວນການ ຕໍ່ສູ້ຂອງປະຊາຊົນ ແລະ ເຕີບໃຫຍ່ ຕາມການເຕີບໂຕ ແລະ ໄຊຊະນະ ຂອງການປະຕິວັດນັ້ນ ໄດ້ກາຍເປັນ ສື່ອັນສໍາຄັນທີ່ສຸດ ລະຫວ່າງ ພັກ ກັບປະຊາຊົນ ທີ່ທັງເປັນຜູ້ນໍາເອົາ ແນວຄິດ, ທິດສະດີປະຕິວັດ, ແນວ ທາງນະໂຍບາຍຂອງພັກໄປສູ່ປະ ຊາຊົນ, ທັງເປັນຜູ້ນໍາພາເອົາຄວາມ ຄິດຄວາມເຫັນ, ຄວາມມຸ່ງມາດ ປາຖະໜາ ຂອງປະຊາຊົນມາສ່ອງ ແສງໃຫ້ພັກໄດ້ຮັບຊາບ”. ຍ້ອນ ເຫັນຄວາມສໍາຄັນຕໍ່ວຽກງານສື່ ມວນຊົນ ດັ່ງນັ້ນ, ໃນມະຕິກອງປະ ຊຸມໃຫຍ່ຂອງພັກ ແຕ່ລະສະໄໝ ຈຶ່ງ ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວພ້ອມ ທັງກໍານົດ ທິດທາງແຜນການເພື່ອພັດທະນາ ວຽກງານຖະແຫລງຂ່າວ-ສື່ມວນ ຊົນ ໃຫ້ຖືກຕ້ອງສອດຄ່ອງກັບຈຸດ ພິເສດຂອງແຕ່ລະຍຸກແຕ່ລະສະ ໄໝ ເປັນຕົ້ນມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກໄດ້ລະບຸວ່າ: “ສົ່ງເສີມບົດບາດວຽກງານຖະ ແຫລງຂ່າວໂຄສະນາ ແລະ ສື່ມວນ ຊົນ ໃນການເຮັດໃຫ້ທົ່ວສັງຄົມມີມາ ນະຈິດ ແລະ ອຸດົມຄະຕິລວມອັນ ດຽວກັນ ໃນການສ້າງສາພັດທະນາ ປະເທດຊາດ. ຂະແໜງຖະແຫລງ ຂ່າວ ແລະ ສື່ມວນຊົນຕ້ອງຍຶດໝັ້ນ ໃນທັດສະນະຂອງພັກ, ຍຶດໝັ້ນໃນ ຄວາມເປັນຈິງ ແລະ ເປັນເຄື່ອງ ມືອັນຄົມ ແຫລມທາງດ້ານການ ເມືອງ-ແນວຄິດ; ເປັນທັງນັກໂຄ ສະນາ, ນັກຂົນຂວາຍມະຫາຊົນ, ເປັນນັກຈັດຕັ້ງລວມໝູ່ ແລະ ເປັນ ເວທີແຫ່ງການເສີມຂະຫຍາຍປະ ຊາທິປະໄຕຂອງມະຫາຊົນ”. ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ວາງທິດທາງໃນຕໍ່ໜ້າ ສໍາລັບສື່ວ່າ: “ພັດທະນາວຽກງານ ຖະແຫລງຂ່າວ ແລະ ວັດທະນະທໍາ ຕາມທິດຫັນໄປສູ່ຄຸນນະພາບ ແລະ ທັນສະໄໝເທື່ອລະກ້າວ, ເປັນກະ ບອກສຽງອັນແຫລມຄົມຂອງພັກ- ລັດ, ເປັນເວທີສະແດງຄວາມຮຽກ ຮ້ອງຕ້ອງການຂອງປະຊາຊົນ”. ບົດລາຍງານການເມືອງ ຕໍ່ກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ລະ ບຸວ່າ: “ສ້າງລະບົບສື່ທີ່ຢູ່ພາຍໃຕ້ ການຄຸ້ມຄອງຂອງລັດໃຫ້ເຂັ້ມແຂງ ແລະ ສາມາດປະຕິບັດບົດບາດອັນ ຕັ້ງໜ້າໃນການເປັນສື່ກາງ ເພື່ອ ສະໜອງບັນດາຂໍ້ມູນອັນຈໍາເປັນ ໃນການເຄື່ອນໄຫວຂອງລັດ ແລະ ເປັນສື່ກາງໃຫ້ສັງຄົມສະແດງ ຄວາມຄິດເຫັນອັນສ້າງສັນຈາກ ສັງຄົມ ຕ່ໍການເຄ່ືອນໄຫວວຽກງານ ຂອງອໍານາດລັດ ຢ່າງເປັນລະບົບ ວ່ອງໄວຊັດເຈນ...”. ເຖິງແນວໃດກໍດີ, ວຽກງານ ຖະແຫລງຂ່າວ-ສື່ມວນຊົນ ເປັນ ພາຫະນະທີ່ສຳຄັນໃນການເຂົ້າເຖິງ ແລະ ຫັນປ່ຽນສະພາບແນວຄິດ ດັ້ງເດີມຂອງປະຊາຊົນ ແລະ ຕ້ານ ກົນອຸບາຍອັນເລິກແລບຂອງອິດ ທິກຳລັງປໍລະປັກ; ພ້ອມນັ້ນ ຍັງມີ ບົດບາດໃນການເຕົ້າໂຮມຄວາມ ສາມັກຄີປອງດອງ, ເສີມຂະຫຍາຍ ປະຊາທິປະໄຕ, ສ້າງທັດສະນະ ຫລັກໝັ້ນ ແລະ ຄວາມເຊື່ອໝັ້ນຕໍ່ ອຸດົມຄະຕິ ແລະ ການນຳພາຂອງ ພັກ, ໂຄສະນາປຸກລະດົມປະຊາຊົນ ບັນດາເຜົ່າເຂົ້າຮ່ວມການປະຕິວັດ ຊາດປະຊາທິປະໄຕ, ພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກໍຄື ປຸກລະດົມຂົນ ຂວາຍປະຊາຊົນເຂົ້າຮ່ວມການ ພັດທະນາເສດຖະກິດ-ສັງຄົມຂອງ ປະເທດເຮົາ, ຫັນປ່ຽນເສດຖະກິດ ທຳມະຊາດເປັນເສດຖະກິດສິນ ຄ້າ, ປຸກລະດົມທົ່ວປວງຊົນເຮັດໜ້າ ທີ່ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ດຶງດູດເອົາການຮ່ວມມື, ການຊ່ວຍເຫລືອ ແລະ ລົງທຶນຈາກ ຕ່າງປະເທດ. ແນວໃດກໍຕາມ, ໃນ ຍຸກດີຈິຕອນສື່ມວນຊົນຍິ່ງມີບົດ ບາດໃນການສ້າງຄວາມສາມັກຄີ, ຕ້ານຂ່າວບິດເບືອນ, ສົ່ງເສີມປະຊາ ທິປະໄຕ ແລະ ປຸກລະດົມປະຊາຊົນ ເຂົ້າຮ່ວມການສ້າງສາພັດທະນາ ປະເທດຊາດ. ດັ່ງນັ້ນ ການພັດທະ ນາວຽກງານສື່ມວນຊົນໃຫ້ທັນສະ ໄໝ ແລະ ມີຄຸນນະພາບ ຈຶ່ງເປັນ ປັດໄຈສຳຄັນໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ກ້າວໜ້າ ຢ່າງຍືນຍົງ. ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ສຸດໃຈ ໄຊອີນພອນ ຫົວ ໜ້າຫ້ອງການກະສິກໍາ ແລະ ສິ່ງ ແວດລ້ອມເມືອງສິງ ໄດ້ລາຍງານ ວ່າ: ປັດຈຸບັນ ເມືອງສິງ ມີເນື້ອທີ່ ປູກເຂົ້າທັງໝົດ 2.056 ເຮັກຕາ; ໃນນັ້ນ ເຂົ້ານາປີ 1.921 ເຮັກຕາ ສາມາດຕົກກ້າໄດ້ແລ້ວ 85% ແລະ ໄຖຮຸດໄດ້ 50% ຄາດວ່າຈະມີຜົນ ຜະລິດລວມ 9.271 ໂຕນ. ນອກ ຈາກນີ້ ການຜະລິດພືດເສດຖະກິດ ອື່ນໆ ຍັງມີຄວາມຄືບໜ້າ ໂດຍ ມີການປູກພືດຜັກ 251 ເຮັກຕາ ຜະລິດໄດ້ 1.750 ໂຕນ, ປູກໝາກ ອຶ 47 ເຮັກຕາ ຜະລິດໄດ້ 846 ໂຕນ ແລະ ສົ່ງອອກໄປ ສປ ຈີນ. ພ້ອມກັນນັ້ນ ການຜະລິດອ້ອຍປ້ອນ ໂຮງງານນໍ້າຕານ ມີເນື້ອທີ່ 7.021 ເຮັກຕາ ຄວບຄຸມ 45 ບ້ານ ແລະ 2.771 ຄອບຄົວ ສາມາດເກັບກ່ຽວ ໄດ້ 100% ດ້ວຍຜົນຜະລິດລວມ 620.307 ໂຕນ. ສໍາລັບການປູກຢາງພາລາ ເມືອງສິງ ມີເນື້ອທີ່ທັງໝົດ 11.423 ເຮັກຕາ; ໃນນັ້ນ ສາມາດປາດໄດ້ 10.201 ເຮັກຕາ ມີຜົນຜະລິດສະ ເລ່ຍ 2,26 ໂຕນຕໍ່ເຮັກຕາ ແລະ ສ້າງມູນຄ່າກວ່າ 57,6 ຕື້ກີບ. ໃນໂອກາດນີ້, ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຫລວງ ນ້ຳທາ ຍັງໄດ້ມອບເງິນຈໍານວນ 15 ລ້ານກີບ ໃຫ້ຫ້ອງການກະສິ ກໍາ ແລະ ສິ່ງແວດລ້ອມເມືອງສິງ ເພື່ອນໍາໄປສົ່ງເສີມຂະບວນການ ຜະລິດລະດູຝົນປີ 2026 ໃຫ້ບັນລຸ ເປົ້າໝາຍ. ພ້ອມດຽວກັນ ຄະນະ ທີມງານຍັງໄດ້ລົງຢ້ຽມຢາມແຫລ່ງ ຜະລິດເຂົ້ານາປີ, ໂຮງງານຜະລິດ ປຸ໋ຍ ແລະ ໂຮງງານປຸງແຕ່ງຢາງ ພາລາ ເພື່ອຕິດຕາມສະພາບການ ຜະລິດຕົວຈິງ.

RkJQdWJsaXNoZXIy MTc3MTYxMQ==