gsfdko{dkora fmtok a xtgmf]k; ( 19/06/2026 va f8txn ,u oa dIPog0Q kIj ;, lv[gla '9q [-A o ,7 ma '\q f 7 64 7q o ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີເປີດບັ້ນ ສອບເສັງຈົບຊັ້ນມັດທະຍົມສຶກສາ ຕອນປາຍ (ມ7) ທົ່ວແຂວງອັດຕະ ປືຈັດຂຶ້ນໃນວັນທີ16ມິຖຸນາ 2026 ໂດຍມີ ທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການ ປົກຄອງ ແຂວງອັດຕະປື, ທ່ານ ອຸ ດົມສິນ ສີຊານົນ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ, ທ່ານ ຂັນທະວອນ ທຳທຸມມາ ຮອງ ຫົວໜ້າພະແນກກວດກາຕິດຕາມ ແລະ ປະເມີນຜົນ, ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະຮັບຜິດຊອບ, ອະນຸ ກຳມະການທີ່ກ່ຽວຂ້ອງ ແລະ ນັກ ສອບເສັງເຂົ້າຮ່ວມ. ທ່ານ ພົງໃສ ກົມມະເມືອງ ຮອງ ຫົວໜ້າຂະແໜງສາມັນສຶກສາ ແຂວງ ໄດ້ລາຍງານວ່າ: ທົ່ວແຂວງ ອັດຕະປື ປະກອບມີ 5 ເມືອງ, ມີ ໂຮງຮຽນສາມັນສົມບູນ 14 ແຫ່ງ, ຕົ້ນປີມີນັກຮຽນຊັ້ນ ມ7 ຈຳນວນ 783 ຄົນ, ຍິງ 369 ຄົນ, ປັດຈຸບັນ ມີນັກຮຽນເຂົ້າຮ່ວມການສອບເສັງ ຈົບຊັ້ນ ມ7 ທັງໝົດ 764 ຄົນ, ຍິງ 359 ຄົນ, ການສອບເສັງໄດ້ ແບ່ງອອກເປັນ 12 ສູນ, ມີ 38 ຫ້ອງ ໃນນັ້ນ, ເມືອງໄຊເສດຖາ ມີ 2 ສູນ ຄື: ມສ ໂພນງາມ ແລະ ມສ ເສດຖາ ທິລາດ; ເມືອງສາມັກຄີໄຊ ມີ 5 ສູນ ຄື: ມສ ຈັນທາ, ມສ ຈະເລີນສຸກ, ມສ ໜອງລົມ, ມສ ໂພນໄຊ ແລະ ມສ ສົງ; ເມືອງສະໜາມໄຊ ມີ 2 ສູນ ຄື: ມສ ສະໜາມໄຊ ແລະ ມສ ສົມສຸກ; ເມືອງຊານໄຊ ມີ 2 ສູນ ຄື: ມສ ຄຳ ເບໄຊ ແລະ ມສ ນ້ຳງອນ; ເມືອງ ພູວົງ ມີ 1 ສູນ ຄື: ມສ ນາງແຮ່ວ. ໃນໂອກາດດັ່ງກ່າວ, ທ່ານ ສີ ໄລ ສີສະແຫວງສຸກ ໄດ້ໃຫ້ທິດ ຊີ້ນຳຕໍ່ຄະນະຊີ້ນຳສູນສອບເສັງ, ອະນຸກຳມະການ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ພ້ອມດ້ວຍນັກສອບ ເສັງ ຈົ່ງຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ ທີ່ໄດ້ຮັບ ມອບໝາຍຢ່າງເຄັ່ງຄັດ, ຖືກຕ້ອງ ແລະ ສອດຄ່ອງກັບລະບຽບຫລັກ ການ ເພື່ອເຮັດໃຫ້ການສອບເສັງ ຈົບຊັ້ນ ມ7 ຂອງແຂວງອັດຕະ ປື ຄັ້ງນີ້ ດຳເນີນໄປດ້ວຍຄວາມ ສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ບັນລຸຜົນສຳເລັດຕາມລະດັບ ຄາດໝາຍທີ່ວາງໄວ້. ການສອບເສັງຈົບຊັ້ນ ມ7 ເອ ກະພາບທົ່ວປະເທດ ປະຈຳສົກຮຽນ 2025-2026 ນີ້ ມີການສອບເສັງ 5 ວິຊາ ຄື: ພາສາລາວ-ວັນນະຄະດີ, ກຸ່ມວິຊາວິທະຍາສາດ-ທຳມະຊາດ, ກຸ່ມວິຊາວິທະຍາສາດ-ສັງຄົມ, ຄະນິດສາດ ແລະ ພາສາອັງກິດ, ການສອບເສັງແມ່ນເລີ່ມແຕ່ວັນທີ 17-19 ມິຖຸນາ 2026. ຂ່າວ: ຫລວງອາໄພ, ພາບ: ພົມວິຫານ lh k'7;k,g0A ,c0'.sh rtoa d'ko{7totz6 h [= ]y sko 0v'l6 o[= ]y dkozj koxt86 fP;g,n v'7egdu f g,n v'w-r6 mv' ,u oa dlv[gla ' 9q [-A o ,7 ma '\q f 140 d;j k7q o ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ຫ້ອງ ການສຶກສາທິການ ແລະ ກິລາ ເມືອງໄຊພູທອງ ແຂວງສະຫວັນ ນະເຂດ ເປີດບັ້ນສອບເສັງຈົບຊັ້ນ ມັດທະຍົມຕອນປາຍ(ມ7) ຊຶ່ງ ເອກະພາບກັນທົ່ວປະເທດ ປະຈໍາ ສົກຮຽນປີ 2025-2026 ຂຶ້ນໃນ ວັນທີ 17 ມິຖຸນາ 2026 ທີ່ສູນ ສອບເສັງໂຮງຮຽນ ມສ ພູມມະເຈ ດີ ໂດຍມີ ທ່ານ ພູສະຫວັນ ເທບສີ ທາ ຮອງປະທານຄະນະການປົກ ຄອງເມືອງໄຊພູທອງ ພ້ອມດ້ວຍ ຜູ້ອຳນວຍການໂຮງຮຽນ, ຄະນະ ກຳມະການຄວບຄຸມຫ້ອງສອບ, ຄະນະຮັບຜິດຊອບຍາມຫ້ອງສອບ ເສັງ, ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ. ທ່ານ ສຸກັນ ບຸດຕາລາສີ ຫົວໜ້າ ຫ້ອງການສຶກສາທິການ ແລະ ກິລາ ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ການຝຶກອົບ ຮົມສ້າງຄວາມເຂັ້ມແຂງໃຫ້ພະນັກ ງານ ແລະ ຄະນະຜູ້ບໍລິຫານ ຂອງ ສູນບໍລິການຜ່ານປະຕູດຽວ ເມືອງ ຄໍາເກີດ ແຂວງບໍລິຄຳໄຊ ຈັດຂຶ້ນໃນ ວັນທີ 15 ມິຖຸນາ 2026 ໂດຍການ ເປັນປະທານຂອງ ທ່ານ ແສງແກ້ວ ໃສມະນີ ຮອງຄະນະກຳມະການ ປົກຄອງເມືອງຄໍາເກີດ ມີຜູ້ຕາງໜ້າ ຈາກຄະນະຈັດຕັ້ງສູນກາງ, ຄະນະ ຈັດຕັ້ງແຂວງ ແລະ ສຳມະນາກອນ ຫ້ອງການກ່ຽວຂ້ອງຂອງເມືອງ ເຂົ້າຮ່ວມ. ຫົວຂໍ້ທີ່ນໍາມາຝຶກອົບຮົມຄັ້ງນີ້, ມີ 3 ຫົວຂໍ້ຄື: ພື້ນຖານຂອງການ ຄວາມເປັນຜູ້ນໍາ ແລະ ການປະສານ ງານໃນທີມສະຫລຸບ ແລະ ການ ສື່ສານແບບມືອາຊີບ ແລະ ການ ຮ່ວມມື ໂດຍມີຈຸດປະສົງ ເພື່ອໃຫ້ ສໍາມະນາກອນມີຄວາມຮູ້ຄວາມ ເຂົ້າໃຈເພີ່ມຂຶ້ນກ່ຽວກັບການຄຸ້ມ ຄອງບໍລິຫານ, ການບໍລິການ ແລະ ການນໍາພາສູນບໍລິການປະຕູດຽວ ເພື່ອສາມາດນຳໄປໝູນໃຊ້ເຂົ້າໃນ ການຫັນປ່ຽນເປັນສູນບໍລິການປະຕູ ດຽວທີ່ທັນສະໄໝ ແລະ ເພື່ອເຮັດ ໃຫ້ລະບຽບການຄຸ້ມຄອງບໍລິຫານ ລັດມີຄວາມຮັດກຸມ, ກະທັດຮັດ, ໂປ່ງໃສ, ວ່ອງໄວ ແລະ ສາມາດ ກວດສອບໄດ້ ເພື່ອສະກັດກັ້ນການ ຮົ່ວໄຫລຂອງງົບປະມານ ທັງເປັນ ການສ້າງຄວາມສະດວກ, ວ່ອງໄວ ໃຫ້ແກ່ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມ, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນ ທີ່ມາ ໃຊ້ບໍລິການໃນການພົວພັນວຽກ ງານຕ່າງໆທີ່ກ່ຽວຂ້ອງກັບອົງການ ບໍລິຫານລັດ ຊຶ່ງກົນໄກການບໍລິການ ຜ່ານປະຕູດຽວ ແມ່ນກົນໄກການ ແກ້ໄຂວຽກງານຂອງການຈັດຕັ້ງ ລັດ ນັບແຕ່ຂອດຮັບເອກະສານຂອງ ການຈັດຕັ້ງ ຈົນຮອດຂອດສົ່ງຜົນ ຕອບ (ການອອກອະນຸຍາດ, ການ ອະນຸມັດ, ການຈົດທະບຽນ) ຄືນໃຫ້ ແກ່ປະຊາຊົນ (ຜູ້ມາໃຊ້ບໍລິການ) ຜ່ານຈຸດບໍລິການພຽງບ່ອນດຽວ. ຂ່າວ-ພາບ: ທິນນະກອນ ຄຸ້ມຄອງ ແລະ ພາກການປ່ຽນແປງ ຢູ່ສູນບໍລິການປະຕູດຽວ, ພາວະ ເຂົ້າຮ່ວມສອບເສັງຄື: ໂຮງຮຽນ ມສ ພູມມະເຈດີ, ມສ ໄຊພູທອງ, ມສ ນາຄໍາ, ມສ ເຮືອນຫີນ, ມສ ທ່າໂພ ແລະ ມສ ນາບໍ່, ມີຫ້ອງ ສອບເສັງ 7 ຫ້ອງ, ມີ 5 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ວິຊາ ຄະນິດສາດ, ກຸ່ມວິຊາວິທະຍາສາດ ທຳມະຊາດ, ກຸ່ມວິຊາວິທະຍາສາດ ສັງຄົມ ແລະ ພາສາອັງກິດ ຊຶ່ງການ ສອບເສັງແມ່ນເລີ່ມແຕ່ວັນທີ 1719 ມິຖຸນາ 2026. ໂອກາດດຽວກັນ, ທ່ານ ພູສະ ຫວັນ ເທບສີທາ ໄດ້ຮຽກຮ້ອງໃຫ້ ນັກຮຽນເອົາໃຈໃສ່ປະຕິບັດໂມງເວ ລາ, ເອົາໃຈໃສຕໍ່ກົດລະບຽບການ ສອບເສັງ ແລະ ຄົ້ນຄວ້າບົດຮຽນ ພ້ອມນີ້, ຄະນະກຳມະການກໍຕ້ອງ ໄດ້ເອົາໃຈປະຕິບັດກົດລະບຽບຢ່າງ ເຂັ້ມງວດ, ມີຄວາມຍຸຕິທຳໃນໜ້າທີ່ ຂອງຕົນ. ຂ່າວ-ພາບ: ພັນທະມິດ ວົງສຸທິ ເມືອງ ໄດ້ລາຍງານວ່າ: ສຳລັບບັ້ນ ສອບເສັງຈົບຊັ້ນມັດທະຍົມຕອນ ປາຍ (ມ7) ທົ່ວເມືອງໄຊພູທອງ ປະຈໍາສົກຮຽນປີ 2025-2026 ມີນັກສອບເສັງທັງໝົດ 147 ຄົນ, ຍິງ 67 ຄົນ, ມີ 1 ສູນສອບເສັງ ຄື: ສູນສອບເສັງໂຮງຮຽນ ມສ ພູມ ມະເຈດີ, ທີ່ມາຈາກ 6 ໂຮງຮຽນ xtdkfc8j '8A 'xtmko c]t 7totde,tdko xdl c0;'-P'0;k' ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ພິທີປະກາດ ແຕ່ງຕັ້ງປະທານ, ຮອງປະທານ, ຜູ້ ປະຈໍາການ ແລະ ຄະນະກໍາມະການ ປ້ອງກັນຄວາມສະຫງົບແຂວງຊຽງ ຂວາງ ຈັດຂຶ້ນໃນວັນທີ 17 ມິຖຸນາ 2026 ທີ່ຫ້ອງວ່າການແຂວງ ໂດຍ ເປັນປະທານຂອງ ທ່ານ ພົນໂທ ສາຍໃຈ ກົມມະສິດ ກຳມະການ ສູນກາງພັກ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບສູນກາງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມ ດ້ວຍກຳລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແຂວງ, ພະແນກ ການ ແລະ ເມືອງເຂົ້າຮ່ວມ. ທ່ານ ພົນຈັດຕະວາ ສີວັນທາ ເພຍສະຂາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການປ້ອງກັນ ຄວາມສະຫົງບແຂວງ, ຄະນະ ກໍາມະການ ປກຊ-ປກສ ແຂວງ ຊຽງຂວາງ ໄດ້ລາຍງານການ ຈັດຕັ້ງປະຕິບັດວຽກງານ ປກຊປກສ ແຂວງ ໃນໄລຍະ 6 ເດືອນ ຜ່ານມາ ໂດຍໄດ້ຍົກໃຫ້ເຫັນແຂວງ ຊຽງຂວາງ ມີຄວາມສະຫງົບໂດຍ ພື້ນຖານ, ເສດຖະກິດຂະຫຍາຍ ຄົນຕ່າງປະເທດ 20 ຄົນ ໃນນີ້, ຄະດີ ອາຍາ 55 ເລື່ອງ, ຄະດີຄ້າມະນຸດ 12 ເລື່ອງ, ຄະດີລັກຊັບພົນລະເມືອງ 28 ເລື່ອງ, ຄະດີເສດຖະກິດ 69 ເລື່ອງ, ອັກຄີໄພເກີດຂຶ້ນ 8 ຄັ້ງ, ສາມາດທັບມ້າງຄະດີຊື້-ຂາຍຢາ ເສບຕິດໄດ້ 39 ລາຍ, ອຸບັດເຫດ ເກີດຂຶ້ນຕາມທ້ອງຖະໜົນຫລວງ 69 ຄັ້ງ, ປະຊາຊົນລັກລອບຂຸດຄົ້ນ ແຮ່ຄຳຊະຊາຍ ຖືກດິນຍຸບທັບຢູ່ຈຸດ 8 ພູແຮ້ ແລະ ບ່ອນອື່ນໆ ເສຍຊີວິດ 2 ຄົນ ບາດເຈັບ 4 ຄົນ. ນອກນີ້, ຍັງມີຫລາຍຈຸດທີ່ບໍ່ໄດ້ຮັບການລາຍ ງານ ແລະ ປິດບັງຕໍ່ເຈົ້າໜ້າທີ່. ທ່ານ ພົນຈັດຕະວາ ຈິດຖະໜອມ ບຸນເລີດ ໄດ້ຜ່ານມະຕິຕົກລົງສະບັບ ເລກທີ 117/ຄລສພ ລົງວັນທີ 4 ມິຖຸນາ 2026 ວ່າດ້ວຍການແຕ່ງ ຕັ້ງປະທານ, ຮອງປະທານ, ຜູ້ປະ ຈຳການ ແລະ ກຳມະການ ຄະນະ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບແຂວງ ຕົກລົງແຕ່ງຕັ້ງ ທ່ານ ພູວົງ ອຸ່ນຄຳແສນ ເປັນປະທານ, ທ່ານ ບົວເງິນ ຫຸມໄຊຍະພົມ ແລະ ທ່ານ ພົນຈັດຕະວາ ສີວັນທາ ເພຍສະຂາ ເປັນຮອງປະທານ, ທ່ານ ພົນຈັດຕະວາ ວັນທອງ ພົງ ສະຫວັນ ເປັນຮອງປະທານ ທັງເປັນ ຜູ້ປະຈຳການ, ທ່ານ ບຸນເຮືອງ ສຸລິ ໄຊ, ທ່ານ ຄຳວຽນ ສີຫານາດ, ທ່ານ ພັນເອກ ມີສຸກ ຂັນທະຍົງທອງ, ທ່ານ ພັນເອກ ບົວລອຍ ດວງລາວົງ ແລະ ທ່ານ ພັນເອກ ໂພໄຊ ອຸດົມສຸກ ເປັນກຳມະການ. ໂອກາດນີ້, ທ່ານ ພົນໂທ ສາຍໃຈ ກົມມະສິດ ໄດ້ເນັ້ນໜັກໃຫ້ຄະນະທີ່ ຖືກແຕ່ງຕັ້ງ ໃນຄັ້ງນີ້, ຈົ່ງພ້ອມກັນ ປະຕິບັດຕາມສິດໜ້າທີ່ ທີ່ໄດ້ຮັບ ມອບໝາຍ ແລະ ສືບຕໍ່ຊີ້ນໍາການ ລົງກໍ່ສ້າງຮາກຖານການເມືອງ ສະ ກັດກັ້ນການລັກລອບຊື້-ຂາຍຢາ ເສບຕິດ, ການລັກລອບຂຸດຄົ້ນແຮ່ ຄຳ, ການຈັບຈອງທີ່ດິນຊະຊາຍ, ສຶກສາອົບຮົມການເມືອງແນວຄິດ ໃຫ້ມີຈິດໃຈຮັກຊາດ, ຮັກສາໄດ້ ຄວາມສະຫງົບທົ່ວປວງຊົນ, ກຳ ໄດ້ສະພາບ ແລະ ຄຸ້ມຄອງຄົນຕ່າງ ປະເທດເຂົ້າ-ອອກແຂວງ, ເມືອງ, ແບ່ງຄວາມຮັບຜິດຊອບ, ປະສານ ວຽກງານໃຫ້ວ່ອງໄວ, ແກ້ໄຂບັນ ຫາຢ່າງເດັດຂາດ ທັນການ ແລະ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນໃຫ້ດີຂຶ້ນເທື່ອລະກ້າວ. ຂ່າວ: ບຸນມີ ແສງທຸມມີ ຕົວຢ່າງຕໍ່ເນື່ອງ, ສ້າງກຸ່ມບ້ານ ປ້ອມໝັ້ນສູ້ຮົບຕິດລຽນ, ສ້າງ ບ້ານໃຫຍ່ ເປັນຕົວເມືອງນ້ອຍໃນ ຊົນນະບົດໄດ້ 2 ບ້ານຄື: ບ້ານ ຄັງວຽງ ເມືອງໝອກ ແລະ ບ້ານ ຍອດງື່ມ ເມືອງແປກ, ການຫັນລົງ ກໍ່ສ້າງຮາກຖານການເມືອງ ຕິດ ພັນກັບວຽກງານ 3 ສ້າງ ພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ຊຶ່ງໃນໄລຍະ 6 ເດືອນຕົ້ນປີ ມີຄະດີເກີດຂຶ້ນ 244 ເລື່ອງ, ກັກຕົວ ຜູ້ຕ້ອງຫາໄດ້ 80 ຄົນ, ຍິງ 11 ຄົນ,
RkJQdWJsaXNoZXIy MTc3MTYxMQ==