19/06/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ອັດສະວິນັິ g-dv' lts]5 [;Pd'ko75h ,7v' m5 ]tdy fdkomj v'mj P; vy o2]6 gva og-u 9kd]k; 7;h k]k';a o.spj “The Best Influencer of Laos 2026” muj xtgmf9u o ຂປລ. ເມ່ືອບໍ່ດົນມານີ້, ພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງເຊກອງ ໄດ້ຈັດກອງປະຊຸມ ສະຫລຸບວຽກງານຄະນະກຳມະ ການຄຸ້ມຄອງທຸລະກິດການທ່ອງ ທ່ຽວ ປີ 2025 ແລະ ວາງທິດທາງ ແຜນການປີ 2026 ໂດຍເປັນປະ ທານຂອງ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະ ກຳມະການປົກຄອງແຂວງເຊກອງ, ມີທ່ານ ຈັນໄທ ຄຳມະນີວົງ ຫົວໜ້າ ພະແນກວັດທະນະທຳ ແລະ ການ ທ່ອງທ່ຽວແຂວງ ພ້ອມດ້ວຍຄະນະ ກຳມະການ ເຂົ້າຮ່ວມ. ທ່ານ ສົມພອນ ສີລາສັກ ຮອງ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ຄະນະ ກຳມະການຄຸ້ມຄອງທຸລະກິດທ່ອງ ທ່ຽວ ໄດ້ລາຍງານວ່າ: ປັດຈຸບັນ ການທ່ອງທ່ຽວຂອງແຂວງເຊກອງ ມີທ່າແຮງກຳລັງຂະຫຍາຍຕົວຢ່າງ ຕໍ່ເນ່ືອງ ໂດຍທົ່ວແຂວງ ມີສະຖານ ທີ່ທ່ອງທ່ຽວທັງໝົດ 54 ແຫ່ງ ປະ ກອບດ້ວຍແຫລ່ງທ່ອງທ່ຽວທາງ ທຳມະຊາດ 29 ແຫ່ງ, ວັດທະນະ ທໍາ 10 ແຫ່ງ, ປະຫວັດສາດ 11 ແຫ່ງ ແລະ ແຫລ່ງທ່ອງທ່ຽວທາງ ດ້ານກະສິກຳ 4 ແຫ່ງ, ໃນນັ້ນ ໄດ້ ພັດທະນາແລ້ວ 10 ແຫ່ງ. ດ້ານທຸ ລະກິດບໍລິການ ມີບໍລິສັດນຳທ່ຽວ 1 ຫົວໜ່ວຍ ແລະ ເພີ່ມໃໝ່ 2 ຫົວ ໜ່ວຍ, ມີໂຮງແຮມ 12, ເຮືອນພັກ 39 ແຫ່ງ, ຣີສອດ 2 ແຫ່ງ, ຮ້ານ ອາຫານ 63 ຮ້ານ ພ້ອມສິ່ງອຳນວຍ ຄວາມສະດວກອື່ນໆ ສາມາດຮອງ ຮັບນັກທ່ອງທ່ຽວໄດ້ດີຂຶ້້ນ. ໃນປີ 2025 ຜ່ານມາ, ຄະນະ ກຳມະການຄຸ້ມຄອງທຸລະກິດການ ທ່ອງທ່ຽວແຂວງ ໄດ້ເນັ້ນໜັກການ ກວດກາ ແລະ ຕິດຕາມການດຳເນີນ ທຸລະກິດບໍລິການທ່ອງທ່ຽວ ໃຫ້ ສອດຄ່ອງກັບລະບຽບກົດໝາຍທີ່ ກຳນົດໄວ້, ເຜີຍແຜ່ລະບຽບການ 2 ຄັ້ງ, ຈັດຝຶກອົບຮົມຍົກລະດັບໃຫ້ ພະນັກງານການທ່ອງທ່ຽວ 5 ຄັ້ງ, ເຄື່ອນໄຫວປະເມີນທຸລະກິດບໍລິການ ການທ່ອງທ່ຽວ ເພື່ອຈັດລະດັບ ໃຫ້ໄດ້ມາດຕະຖານ ມີໂຮງແຮມ 2 ຫົວໜ່ວຍ, ເຮືອນພັກ 2 ຫົວໜ່ວຍ, ຣີສອດ 1 ຫົວໜ່ວຍ, ໄດ້ອອກແຈ້ງ ການບໍລິການໃຫ້ຮັບປະກັນຄວາມ ສະຫງົບ, ຄວາມເປັນລະບຽບຮຽບ ຮ້ອຍໃນວັນສຳຄັນຕ່າງໆ 3 ຄັ້ງ, ເຄື່ອນໄຫວຕິດຕາມ, ກວດກາການ ບໍລິການຂອງທຸລະກິດທ່ອງທ່ຽວ 5 ຄັ້ງ ເພື່ອແກ້ໄຂບັນຫາຕ່າງໆ ໂດຍ ສະເພາະການເປີດສຽງດັງ, ການ ເປີດ-ປິດກາຍໂມງເວລາ, ພ້ອມທັງ ສຶກສາອົບຮົມ, ສ້າງບົດບັນທຶກ ແລະ ມີການປັບໃໝຕາມລະບຽບ ການຢ່າງເຂັ້ມງວດ. ໃນກອງປະ ຊຸມຍັງໄດ້ຜ່ານຂໍ້ຕົກລົງ ຂອງປະ ທານຄະນະກຳມະການປົກຄອງ ແຂວງ ສະບັບເລກທີ 67/ຄປຂ, ວ່າດ້ວຍແຕ່ງຕັ້ງຄະນະກຳມະການ ຄຸ້ມຄອງທຸລະກິດການທ່ອງທ່ຽວ ຂັ້ນແຂວງ ໃນປີ 2026, ຂໍ້ຕົກລົງ ຂອງຄະນະກຳມະການຄຸ້ມຄອງທຸ ລະກິດການທ່ອງທ່ຽວຂັ້ນແຂວງ ວ່າດ້ວຍແບ່ງງານ-ແບ່ງຄວາມຮັບ ຜິດຊອບພາຍໃນຄະນະ. ໃນໂອກາດນີ້, ທ່ານ ນາງ ສີສະ ຫງ່າ ແກ້ວດວງດີ ໄດ້ເນັ້ນໃຫ້ສືບຕໍ່ ແກ້ໄຂຈຸດອ່ອນ,ຂໍ້ຄົງຂ້າງ,ປະຕິບັດ ວຽກງານໃຫ້ໄປຕາມແຜນການກໍຄື ແຜນພັດທະນາວຽກງານທຸລະກິດ ທ່ອງທ່ຽວ ໃຫ້ຂະຫຍາຍຕົວດີຂຶ້ນ, ພ້ອມກັນເປັນເຈົ້າການເຄື່ອນໄຫວ ເກັບກຳຂໍ້ມູນສິ່ງທ້າທາຍຕ່າງໆ ແລະ ຊອກຫາວິທີແກ້ໄຂ. ພ້ອມນີ້, ກໍໃຫ້ເອົາໃຈໃສ່ຄຸ້ມຄອງການ ເຄື່ອນ ໄຫວດຳເນີນທຸລະກິດການທ່ອງ ທ່ຽວໃຫ້ເຂົ້າສູ່ລະບຽບຫລັກການ, ຫລັກການບໍລິການທີ່ດີ ເພື່ອໃຫ້ ແຂກ ແລະ ນັກທ່ອງທ່ຽວປະທັບໃຈ ຮູ້ສຶກປອດໄພ ເຂົ້າມາທ່ອງທ່ຽວ ຫລາຍຂຶ້ນ ໂດຍສະເພາະຕ້ອງກຽມ ຄວາມພ້ອມຮອງຮັບແຂກ, ນັກ ທ່ອງທ່ຽວ ໃນໂອກາດທີ່ແຂວງເຊ ກອງ ຈະເປັນເຈົ້າພາບຈັດມະຫະ ກຳກິລານັກຮຽນທົ່ວປະເທດ ຄັ້ງທີ 8 ໃນປີ 2027 ທີ່ຈະມາເທິງນີ້. ເສົາຫລັກເມືອງ ແຂວງເຊກອງ (ພາບປະກອບ)ົັື ເທສະບານແຂວງເຊກອງ (ພາບປະກອບ) ຂປລ. ເປັນເລື່ອງທີ່ໜ້າພາກ ພູມໃຈຫລາຍ ເມື່ອອິນຟູເອັນເຊີ (ຜູ້ ສ້າງຄອນເທັນອອນລາຍດີເດັ່ນ) ທີ່ ມີຊື່ສຽງຈາກລາວ ໄດ້ແກ່: ຕ້ອມ SKYThakhek-ສະກາຍທ່າແຂກ ແລະ Nong Phouthasone, ຄູ ໂຈໂຈ້ jojo khamphichit, ມີນາ ສາວລາວ ໄດ້ສ້າງຊື່ສຽງໃນເວທີ ສາກົນ ໂດຍການຄວ້າລາງວັນໃຫຍ່ “ຜູ້ສ້າງຄອນເທັນອອນລາຍດີເດັ່ນ ປະຈຳປີ 2026” “The Best Influencer of Laos 2026” ໃນງານSouthAsia&Southeast AsiaOnlineContent Creators Conference 2026 (The 1st) ຊຶ່ງຈັດຂຶ້ນທີ່ນະຄອນຄຸນໝິງ ສປ ຈີນ ເມື່ອຕົ້ນອາທິດຜ່ານມານີ້. ກອງປະຊຸມຜູ້ສ້າງເນື້ອຫາອອນ ລາຍອາຊີໃຕ້ ແລະ ອາຊີຕາເວັນ ອອກສ່ຽງໃຕ້ ປີ 2026 (South Asia & Southeast Asia Online Content Creators Conference 2026 (The 1st)ແມ່ນຈັດຂຶ້ນເພື່ອເຊື່ອມໂຍງ ອິນຟູເອັນເຊີ ແລະ ເປັນການເຜີຍ ແຜ່ທາງວັດທະນະທໍາ ໂດຍມີອິນ ຟູເອັນເຊີ ຊື່ດັງ 30 ຄົນ ຈາກ 10 ປະເທດ ໃນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ໂດຍ ການມອບລາງວັນ ກໍຈະມີຫລາຍ ລາຍການ ຊຶ່ງອິນຟູເອັນເຊີ ຈາກ ລາວກໍໄດ້ຮັບລາງວັນ “The Best Influencer of Laos 2026”. ການໄດ້ຮັບລາງວັນໃນຄັ້ງນີ້ ຖື ເປັນການຢັ້ງຢືນເຖິງສັກກະຍະ ພາບ, ຄວາມສາມາດ ແລະ ຄຸນນະ ພາບໃນການສ້າງສັນຄອນເທັນ ທີ່ໂດດເດັ່ນ ແລະ ເປັນທີ່ຍອມຮັບ ໃນລະດັບສາກົນ. ສຳລັບທ່ານໃດ ທີ່ມັກໃນຜົນງານ, ເປັນຜູ້ຕິດຕາມ, ນິຍົມຊົມຊອບ ທັງ 4 ທ່ານ ກໍຢ່າ ລືມເຂົ້າໄປຮ່ວມກົດໄລ, ກົດແຊ ແລະ ຄອມເມັ້ນສະແດງຄວາມຍິນດີ ກັບລາງວັນແຫ່ງຄວາມພາກພູມໃຈ ຄັ້ງນີ້ ເພື່ອເປັນກໍາລັງໃຈໃນການ ສ້າງສັນຜົນງານທີ່ດີອອກສູ່ສັງຄົມ.
RkJQdWJsaXNoZXIy MTc3MTYxMQ==