18.6.2026

gsfdko{dkora fmtok a xtgmf]k; ( 18/06/2026 g,n v'\n j o xtdkf 3 8kcl'1j k'gxa omk'dko ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ພິທີປະກາດ 3 ຕາແສງ ຂອງເມືອງໝື່ນ ແຂວງ ວຽງຈັນ ຈັດຂຶ້ນໃນວັນທີ 16 ມີຖຸ ນາ 2026 ໂດຍມີ ທ່ານ ຄຳເພັດ ຈັນ ຊົມພູ ຫົວໜ້າຄະນະຈັດຕັ້ງແຂວງ ວຽງຈັນ, ທ່ານ ວໍຣະສອນ ສີອັກຄະ ສອນ ເລຂາຄະນະບໍລິຫານງານ ພັກເມືອງໝື່ນ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງ ແລະ ອຳນາດການປົກ ຄອງຂອງ 22 ບ້ານ ເຂົ້າຮ່ວມ. ທ່ານ ຄຳຜູ ແກ້ວດວງສີ ປະທານ ຄະນະກຳມະການປົກຄອງເມືອງ ໝື່ນ ໄດ້ລາຍງານວ່າ: ເມືອງໝື່ນ ປະກອບມີ 3 ຕາແສງຄື: ຕາແສງ ໂນນໄຮ, ຕາແສງ ແດງມີໄຊ ແລະ ຕາແສງຮົ່ມທ້າວ ໃນນັ້ນ, ຕາແສງ ໂນນໄຮ ປະກອບມີ 9 ບ້ານຄື: ບ້ານ ໂພນສີວິໄລ, ໂນນໄຮ, ນ້ຳຮອນ, ໂພນງາມ, ນາປ່າໄຜ, ໂນນຕ້ອງ, ນາບົວ, ນາຍາວ ແລະ ບ້ານນໍ້າເພີນ, ມີ 5 ຊົນເຜົ່າຢູ່ນຳກັນ, ມີ 4.397 ຄອບຄົວ, ມີ 4.123 ຫລັງຄາ ເຮືອນ, ມີພົນລະເມືອງ 27.888 ຄົນ, ຍິງ 13.768 ຄົນ; ຕາແສງ ແດງມີໄຊ ປະກອບມີ 6 ບ້ານຄື: ບ້ານນໍ້າແພດ, ໂພນແສນ, ເມືອງ ໝື່ນ, ນາໝໍ້, ນໍ້າເລົ້າ ແລະ ບ້ານ ນາຕາດ, ມີ 4 ຊົນເຜົ່າຢູ່ນໍາກັນ, ມີ 6.635 ຫລັງຄາເຮືອນ, ມີ 2.141 ຄອບຄົວ, ມີພົນລະເມືອງ 12.427 ຄົນ, ຍິງ 6.126. ສຳລັບຕາແສງ ຮົ່ມທ້າວ ປະກອບມີ 7 ບ້ານຄື: ບ້ານ ປາກຊາວ, ດອນຮຽງ, ນ້ຳຮີ້, ປາກ ຈັນ, ກ້ອນຄຳ, ຄົກເໝືອດ ແລະ ບ້ານວັງ, ມີ 3 ຊົນເຜົ່າຢູ່ນຳກັນ, ມີ 1.243 ຫລັງຄາເຮືອນ, ມີ 1.261 ຄອບຄົວ, ມີພົນລະເມືອງ 6.283 ຄົນ, ຍິງ 3.119 ຄົນ. ໃນກອງປະຊຸມຍັງໄດ້ຜ່ານ ຂໍ້ຕົກລົງ 58, 59, 102/ ຄປພ. ວຈ ວ່າດ້ວຍການສ້າງຕັ້ງຕາແສງ ຮົ່ມທ້າວ, ຕາແສງ ແດງມີໄຊ ແລະ ຕາແສງ ໂນນໄຮ ເມືອງໝື່ນ ແຂວງ ວຽງຈັນ ແລະ ຜ່ານຂໍ້ຕົກລົງສະບັບ ເລກທີ 24,25, 046 ວ່າດ້ວຍການ ແຕ່ງຕັ້ງປະທານ, ຮອງປະທານ ແລະ ຄະນະກຳມະການປົກຄອງຕາ ແສງ ໂນນໄຮ, ຕາແສງແດງ ມີໄຊ ແລະ ຕາແສງຮົ່ມທ້າວ. ໂອກາດດ່ຽວກັນນີ້, ທ່ານ ຄຳ ເພັດ ຈັນຊົມພູ ໄດ້ກ່າວວ່າ: ການ ສ້າງຕັ້ງຕາແສງ ແມ່ນເພື່ອຮັບປະ ກັນໃຫ້ປະຊາຊົນໄດ້ເຂົ້າເຖິງການ ບໍລິການຂອງລັດຢ່າງທົ່ວເຖິງ, ສະດວກວ່ອງໄວ, ໂປ່ງໃສ ແລະ ຍຸ ຕິທໍາ, ເຮັດໃຫ້ລະບົບການປົກຄອງ ຢູ່ຂັ້ນພື້ນຖານມີຄວາມເຂັ້ມແຂງສາ ມາດນໍາພາ-ຊີ້ນໍາ ປະຊາຊົນບັນດາ ເຜົ່າ ຈັດຕັ້ງປະຕິບັດແນວທາງຂອງ ພັກ-ລັດ ໄດ້ຢ່າງແຂງແຮງໃນທຸກ ຂົງເຂດວຽກງານ, ເພື່ອສະດວກໃນ ການຄຸ້ມຄອງ ແລະ ການເຂົ້າເຖິງ ຂອດການບໍລິການ, ການແກ້ໄຂບັນ ຫາຕ່າງໆ ຂອງພໍ່ແມ່ປະຊາຊົນໃຫ້ ວ່ອງໄວທັນສະພາບການ, ພ້ອມທັງ ຮຽກຮ້ອງໃຫ້ເອົາໃຈໃສ່ວຽກງານ ສຶກສາອົບຮົມການເມືອງ-ແນວ ຄິດ ໃຫ້ເລິກເຊິ່ງກວ່າເກົ່າ, ເອົາໃຈ ໃສ່ປັບປຸງລະບົບການເມືອງ ຢູ່ ຮາກຖານໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອສາມາດ ນຳພາ - ຄຸ້ມຄອງ ແລະ ບໍລິຫານລັດ ຢູ່ຕາແສງ, ສຸມໃສ່ການພັດທະນາ ເສດຖະກິດ-ສັງຄົມ, ພັດທະນາ ພື້ນຖານໂຄງລ່າງ ເພື່ອອໍານວຍ ຄວາມສະດວກໃຫ້ປະຊາຊົນເຂົ້າຫາ ການບໍລິການຕາແສງ ໃຫ້ມີຄວາມ ສະດວກ ແລະ ວ່ອງໄວ. ພ້ອມດຽວກັນນີ້, ຂັ້ນແຂວງ ແລະ ກຸ່ມບໍລິສັດ ທີຈຳກັດຜູ້ດຽວ ໄດ້ມອບຄອມພິວເຕີໂນດບຸກ, ເຄື່ອງ ພິມເອກະສານ ໃຫ້ແກ່ 3 ຕາແສງ ເພື່ອຮັບໃຊ້ວຽກງານຕາແສງໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນ. ຂ່າວ-ພາບ: ວັນນາ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ພິທີເປີດ ບັ້ນສອບເສັງຈົບຊັ້ນມັດທະຍົມ ສຶກສາຕອນປາຍ (ມ7) ສົກປີ 2025-2026 ທົ່ວເມືອງວຽງພູ ຄາ ແຂວງຫລວງນໍ້າທາ ຈັດຂຶ້ນ ໃນວັນທີ 17 ມິຖຸນາ 2026 ທີ່ ໂຮງຮຽນ ມສ ເທສະບານເມືອງ ວຽງພູຄາ ໂດຍມີ ທ່ານ ພູມອນ ຄຸນ ສີລິເຮືອງ ປະທານຄະນະກໍາມະ ການປົກຄອງເມືອງພູຄາ, ທ່ານ ແກ້ວ ເຊືອຍສົມບັດ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງ, ທ່ານ ສົມຫວັງ ພົມມະນີ ສອນ ກໍາມະການພັກເມືອງ ຫົວໜ້າ ຫ້ອງການສຶກສາທິການ ແລະ ກິລາ ເມືອງ ພ້ອມດ້ວຍຄະນະຮັບຜິດຊອບ ການສອບເສັງ, ຄູ-ອາຈານ ແລະ dP,d= j lh k'leoa d'kosh v';j kdkog,n v'lt|k,w- s]a '.\j w-pt[6 ]u g-n j v,-b ,,t8y dv'xt-5 ,.spj z6 h cmomq j ;xtgmf ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ເມືອງໄຊຍະ ບູລີ ເຜີຍແຜ່ເຊື່ອມຊຶມມະຕິກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງ ທີ XII ຂອງພັກ ຕິດພັນກັບເນື້ອໃນ ມະຕິກອງປະຊຸມໃຫຍ່ ອົງຄະນະ ພັກແຂວງໄຊຍະບູລີ ຄັ້ງທີ VIII ໃຫ້ ຂົງເຂດປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃນວັນທີ 16 ມິຖຸນາ 2026 ໂດຍການເປັນປະທານຂອງ ສະຫາຍ ຄຳຫລ້າ ຜິວວັນນາ ຄະນະ ປະຈຳພັກແຂວງ ເລຂາຄະນະບໍ ລິຫານງານພັກເມືອງ ຫົວໜ້າ ຄະນະສະມາຊິກສະພາປະຊາຊົນ ແຂວງປະຈຳເຂດເລືອກຕັ້ງເມືອງ ໄຊຍະບູລີ, ມີຄະນະປະຈຳພັກ ເມືອງ, ກຳມະການພັກເມືອງ ນາຍ ແລະ ພົນທະຫານ, ນາຍ ແລະ ພົນ ຕຳຫລວດເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ຄຳ ຫລ້າ ຜິວວັນນາ ໄດ້ເຜີຍແຜ່ຄໍາສັ່ງ ຂອງຄະນະເລຂາທິການສູນກາງ ພັກ, ສະບັບເລກທີ 02/ຄລສພ, ລົງວັນທີ 30 ມັງກອນ 2026 ວ່າ ດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ g,n v';P'r6 7k gxu f[A olv[gla '9q [-A o ,7 ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີວາງສີລາ ລືກໂຄງການກໍ່ສ້າງອາຄານສຳ ນັກງານຫ້ອງວ່າການ ເມືອງສະ ໜາມໄຊ ຫລັງໃໝ່ ຈັດຂຶ້ນໃນ ວັນທີ 15 ມິຖຸນາ 2026 ໂດຍມີ ທ່ານ ທະນູໄຊ ບັນຊາລິດ ປະທານ ຄະນະກຳມະການປົກຄອງ ແຂວງ ອັດຕະປື, ພ້ອມດ້ວຍຂະແໜງການ ທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ. ​ທ່ານ ສັນຕິໄຊ ສີລືໄຊ ປະທານ ຄະນະກໍາມະການປົກຄອງເມືອງ ສະໜາມໄຊ ໄດ້ໃຫ້ຮູ້ວ່າ: ອາຄານ ສຳນັກງານຫລັງເກົ່າ ໄດ້ຖືກນຳ ໃຊ້ຕັ້ງແຕ່ປີ 1990 ຊຶ່ງປັດຈຸບັນມີ ສະພາບຊຸດໂຊມ, ຄັບແຄບ ແລະ ບໍ່ສາມາດຕອບສະໜອງໄດ້ກັບ ຄວາມຮຽກຮ້ອງຕ້ອງການໃນການ ບໍລິຫານວຽກງານລັດທີ່ທັນສະໄໝ. ດັ່ງນັ້ນ, ການກໍ່ສ້າງອາຄານຫລັງ ໃໝ່ນີ້ ຈຶ່ງເປັນບາດກ້າວສຳຄັນ ທາງດ້ານການເມືອງ ເພື່ອອຳນວຍ ຄວາມສະດວກໃນການໃຫ້ບໍລິການ ປະຊາຊົນໃຫ້ດີຂຶ້ນ, ມີຄວາມເປັນ ມືອາຊີບ ແລະ ສອດຄ່ອງກັບການ ຂະຫຍາຍຕົວທາງດ້ານເສດຖະກິດສັງຄົມຂອງເມືອງໃນໄລຍະໃໝ່ ແລະ ໂຄງການກໍ່ສ້າງອາຄານ ສຳນັກງານຫ້ອງວ່າການເມືອງ ຫລັງໃໝ່ນີ້ ຖືເປັນຄວາມມຸ່ງຫວັງ ອັນຍາວນານຂອງຄະນະພັກ-ຄະນະ ນຳ ແລະ ປະຊາຊົນບັນດາເຜົ່າເມືອງ ສະໜາມໄຊ, ເມື່ອສຳເລັດແລ້ວ ຈະ ກາຍເປັນສູນກາງການບໍລິຫານທີ່ ທັນສະໄໝ, ປະກອບສ່ວນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ຍົກລະດັບຄຸນນະພາບຊີວິດຂອງ ປະຊາຊົນໃນທ້ອງຖິ່ນຢ່າງແທ້ຈິງ. ​ສຳລັບຮູບແບບອາຄານສຳນັກ ງານຫ້ອງວ່າການເມືອງສະໜາມ ໄຊ ຫລັງໃໝ່ນີ້ ຈະກໍ່ສ້າງຢູ່ຈຸດເດີ່ນ ສະໜາມແດງ ຂ້າງຫ້ອງວ່າການ ຫລັງເກົ່າ, ເປັນອາຄານສູງ 3 ຊັ້ນ, ມີເນື້ອທີ່ກໍ່ສ້າງທັງໝົດ 4.920 ຕາແມັດ, ລວມມູນຄ່າການລົງທຶນ 66,89 ຕື້ກວ່າກີບ, ໂດຍນໍາໃຊ້ງົບ ນັກສອບເສັງເຂົ້າຮ່ວມ. ທົ່ວເມືອງວຽງພູຄາ ມີນັກຮຽນ ສອບເສັງຈົບຊັ້ນ ມ7 ທັງໝົດ 145 ຄົນ, ຍິງ 55 ຄົນ, ມີ 5 ສູນສອບເສັງ ຄື: ສູນສອບເສັງ ມສ ເມືອງ, ສູນ ສອບເສັງນໍ້າສິງ, ສູນສອບເສັງ ນໍ້າ ຟ້າ, ສູນສອບເສັງ ນໍ້າເງິນ ແລະ ສູນສອບເສັງ ມ ປາຍຊົນເຜົ່າ, ໄດ້ ແບ່ງອອກເປັນ 8 ຫ້ອງສອບເສັງ, ປະມານຂອງລັດຖະບານ, ພາຍໃນ ອາຄານປະກອບມີ ຫ້ອງປະຊຸມ 2 ຫ້ອງ, ຫ້ອງເຮັດວຽກ 31 ຫ້ອງ, ຫ້ອງເກັບມ້ຽນຊັບສິນ 3 ຫ້ອງ, ຫ້ອງໄອທີ 3 ຫ້ອງ ແລະ ຫ້ອງ ອະເນກປະສົງ 1 ຫ້ອງ ແລະ ຫ້ອງ ອື່ນໆອີກຈໍານວນໜຶ່ງ, ສາມາດ ບັນຈຸພະນັກງານ-ລັດຖະກອນໄດ້ ເຖິງ 107 ຄົນ, ໂ​ ຄງການນີ້ ຮັບເໝົາ ກໍ່ສ້າງໂດຍ ບໍລິສັດ ເພັດສະຫວັນ ພູນທະວີຊັບ ກໍ່ສ້າງສ້ອມແປງເຄຫາ ສະຖານ ແລະ ຊົນລະປະທານ ຈຳ ກັດຜູ້ດຽວ ຊຶ່ງເປັນຜູ້ຊະນະການ ປະມູນ ລວມໄລຍະກໍ່ສ້າງຕາມສັນ ຍາແມ່ນ 3 ປີ ໃຫ້ສໍາເລັດ. ​ໂອກາດດັ່ງກ່າວ, ທ່ານ ທະນູ ໄຊ ບັນຊາລິດ ໄດ້ເນັ້ນໜັກໃຫ້ຄະ ນະກຳມະການຄຸ້ມຄອງ ແລະ ຕິດ ຕາມໂຄງການ ທັງຂັ້ນແຂວງ ແລະ ຂັ້ນເມືອງ ຕ້ອງຍົກສູງຄວາມຮັບຜິດ ຊອບໃນການຕິດຕາມ, ກວດກາ ຄຸນນະພາບວັດສະດຸ ແລະ ຂະບວນ ການກໍ່ສ້າງຢ່າງໃກ້ຊິດຈິງຈັງ, ເປັນ ກາງ, ຊື່ສັດ. ພ້ອມທັງຮຽກຮ້ອງໃຫ້ ມີການແກ້ໄຂຢ່າງເດັດຂາດຫາກ ພົບຂໍ້ຜິດພາດ ເພື່ອຮັບປະກັນໃຫ້ ໂຄງການບັນລຸຜົນສໍາເລັດໄດ້ຕາມ ເປົ້າໝາຍ. ຂ່າວ: ສ ໄຊຄໍາສອນ ຜູ້ແທນທົ່ວປະເທດຄັ້ງທີ XII ຂອງ ພັກ; ເຊື່ອມຊຶມມະຕິກອງປະຊຸມ ໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2025-2030); ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງໄຊຍະບູ ລີ ຄັ້ງທີ VIII ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2025-2030) ຂອງແຂວງ ໄຊຍະບູລີ; ເຊື່ອມຊຶມເອກະສານ ກ່ຽວກັບການປັບປຸງດັດແປງກົດ ລະບຽບຂອງພັກປະຊາຊົນປະຕິວັດ ລາວ ສະໄໝທີ XII; ມະຕິກອງປະ ຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII; ຜ່ານຄໍາສັ່ງ ຂອງຄະນະປະຈໍາພັກແຂວງ, ສະ ບັບເລກທີ 192/ຄພຂ, ລົງວັນທີ 12 ພຶດສະພາ 2026 ວ່າດ້ວຍການ ເພີ່ມທະວີການຊີ້ນໍາຂອງຄະນະພັກຕໍ່ ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາຫຍໍ້ທໍ້ດ້ານ ຊັບພະຍາກອນທໍາມະຊາດ. ຂ່າວ-ພາບ: ສົມພົງ ສີສະຫັວດ ການສອບເສັງຄັ້ງນີ້ມີ 5 ວິຊາຫລັກ ຄື: ວິຊາພາສາລາວ-ວັນນະຄະດີ, ວິຊາວິທະຍາສາດສັງຄົມ, ວິຊາ ວິທະຍາສາດທຳມະຊາດ, ພາສາ ອັງກິດ ແລະ ຄະນິດສາດ, ການ ສອບເສັງແມ່ນຈະໄດ້ໃຊ້ເວລາ 3 ວັນ ແຕ່ວັນທີ 17-19 ມິຖຸນາ 2026. ໃນໂອກາດນີ້, ທ່ານ ພູມອນ ຄຸນສີລິເຮືອງ ໄດ້ເນັ້ນໜັກໃຫ້ຄູ- ອາຈານ ແລະ ຄະນະຮັບຜິດຊອບ ການສອບເສັງ ເອົາໃຈໃສ່ປະຕິບັດ ສິດ, ໜ້າທີ່ ແລະ ຂໍ້ຫ້າມຕ່າງໆ ຂອງການສອບເສັງໃຫ້ເຂັ້ມງວດ, ຮັບປະກັນຄວາມຖືກຕ້ອງ, ໂປ່ງ ໃສ ແລະ ຍຸຕິທຳ ຫລີກເວັ້ນບັນຫາ ສວຍໂອກາດ ບອກຄຳຕອບໃຫ້ ລູກຫລານຂອງຕົນເອງ, ເອົາໃຈ ໃສ່ຕິດຕາມກວດກາສະພາບການ ສອບເສັງພາຍໃນຫ້ອງເສັງໃຫ້ເປັນ ປົກກະຕິ ເພື່ອເຮັດໃຫ້ການສອບເສັງ ຄັ້ງນີ້ບັນລຸຜົນຢ່າງຈົບງາມ. ຂ່າວ-ພາບ: ຄໍາປິງ

RkJQdWJsaXNoZXIy MTc3MTYxMQ==