18/06/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d 7;k,gxa o,k c]t Iu f7v'xtgrou 0v'-q ogzqj k,Q ' ຂປລ. “ຊົນເຜົ່າມົ້ງ” ມີປະຫວັດ ສາດຄວາມເປັນມາ ບໍ່ຕ່າງຫຍັງ ກັບເຜົ່າຫໍ້, ອາຄາ, ອີວມຽນ.... ເປັນເຜົ່າໜຶ່ງທີ່ຈັດເຂົ້າໃນໝວດ ພາສາ ມົ້ງ-ອິວມຽນ ແລະ ນອນ ຢູ່ໃນວົງຄະນະຍາດແຫ່ງຊາດລາວ ມາຫລາຍຍຸກສະໄໝ. ໃນອະດີດ ຕະການ, ເຜົ່າມົ້ງ ໄດ້ສ້າງຕັ້ງອາ ນາຈັກແຫ່ງໜຶ່ງ ຊຶ່ງຈີນເອີ້ນວ່າ: “ຊານມຽວ”(SanMiao).ພາສາ ມົ້ງເອີ້ນວ່າ: “ເປ້ມົ້ງ”. ຊານມຽວ” (SanMiao), ແປພາສາຈີນແມ່ນ: “ມົ້ງສາມຄົນ,ສາມກຸ່ມຫລືແຜ່ນດິນ ມົ້ງ” ແລະ “ເປ້ມົ້ງ” (ພາສາມົ້ງ): “ເປ້” ແປວ່າ: “ພວກເຮົາ”, ແຕ່ “ເປ້” ໃນທີ່ນີ້ແມ່ນ: “ສາມ”. ຊົນເຜົ່າມົ້ງ ດຳລົງຊີວິດຢູ່ດິນ ແດນປະເທດລາວ ນັບແຕ່ກາງສະ ຕະວັດທີ XIX ເປັນຕົ້ນມາ ຊຶ່ງຊົນ ເຜົ່ານີ້ໄດ້ອົບພະຍົບເຄື່ອນຍ້າຍມາ ຈາກຕີເບດ, ຊີບີລີ, ມົງໂກນ ເຂົ້າສູ່ ປະເທດຈີນ ແລະ ຕັ້ງຫລັກແຫລ່ງ ຢູ່ລຸ່ມແມ່ນ້ຳເຫລືອງ (ຮວງຮາ). ຍ້ອນສົງຄາມຈຶ່ງໄດ້ອົບພະຍົບ ແລະ ເຄື່ອນຍ້າຍຖອຍລົງມາທາງພາກ ໃຕ້ຂອງປະເທດຈີນ ແລ້ວເຂົ້າສູ່ປະ ເທດຫວຽດນາມ, ລາວ ແລະ ລາ ຊະອານາຈັກໄທ. ຊົນເຜົ່ານີ້ເອີ້ນຕົນ ເອງວ່າ: “ມົ້ງ”, ສຳລັບຊົນເຜົ່າມົ້ງ ຢູ່ລາວ ການທີ່ເອີ້ນຊື່ມົ້ງແມ່ນວ່າ ເຂົາເຈົ້າມັກ ແລະ ເພິ່ງພໍໃຈ, ທັງ ແມ່ນຊື່ດັ້ງເດີມ ແລະ ເປັນຊື່ທີ່ນຳໃຊ້ ທາງລັດຖະການໃນປັດຈຸບັນ. ຄຳ ວ່າ: “ມົ້ງ” ຕາມຄວາມໝາຍຂອງ ພາສາເຂົາເຈົ້າແປວ່າ: “ຄົນ”. ພ້ອມ ນັ້ນ ຊົນເຜົ່າມົ້ງຢູ່ລາວປະກອບດ້ວຍ ຫລາຍແຊກ ເຊັ່ນ: ມົ້ງຂາວ (ມົ້ງ ເດີ້), ມົ້ງລາຍ (ມົ້ງເລງ, ມົ້ງຊິ, ມົ້ງຢົ້ວ) ແລະ ມົ້ງດຳ, ມົ້ງດູ້. ປັດຈຸ ບັນຊົນເຜົ່າມົ້ງ ດຳລົງຊີວິດ ແລະ ຕັ້ງຖິ່ນຖານພູມລຳເນົາຢ່າງຫລວງ ຫລາຍໃນບັນດາແຂວງພາກເໜືອ ຂອງລາວເຮົາ ລົງຮອດເມືອງທ່າ ແຂກ ແຂວງຄຳມ່ວນ. ນອກຈາກ ນີ້, ຊົນເຜົ່າມົ້ງ ຍັງມີຢູ່ປະເທດຈີນ, ຫວຽດນາມ, ລາຊະອານາຈັກໄທ ແລະ ປະເທດອື່ນໆ. ຊົນເຜົ່າມົ້ງ ສ່ວນຫລາຍປະ ກອບອາຊີບທາງດ້ານການຜະລິດ ກະສິກຳ ເປັນຕົ້ນ: ເຮັດໄຮ່ປູກເຂົ້າ ຈ້າວ ແລະ ສາລີ. ນອກຈາກນີ້, ຍັງ ປູກພືດຜັກ, ມັນຊະນິດຕ່າງໆ ຮັບ ໃຊ້ຊີວິດປະຈຳວັນ ແລະ ນິຍົມການ ລ້ຽງສັດຫລາຍປະເພດເຊັ່ນ: ງົວ, ຄວາຍ, ມ້າ, ແບ້, ໝູ, ໝາ, ເປັດ ແລະ ໄກ່. ພ້ອມນີ້ຜູ້ຊາຍຍັງມີຄວາມ ຊຳນິຊຳນານໃນການຕີເຫລັກ ແລະ ແມ່ຍິງມີຄວາມຄ່ອງແຄ້ວ ແລະ ຊຳ ນານໃນການຫຍິບປັກຖັກແສ່ວ ລວດລາຍຕ່າງໆຢ່າງສວຍງາມ. ພ້ອມກັນນັ້ນ, ຍັງມີຄວາມເອົາໃຈໃສ່ ໃນການເລືອກແນວພັນສັດ, ແນວ ພັນພືດ ເພື່ອຕອບສະໜອງແກ່ຜົນ ຜະລິດໃຫ້ໄດ້ຮັບຜົນດີຂຶ້ນເລື້ອຍໆ. ປັດຈຸບັນຊົນເຜົ່າມົ້ງ ຈຳນວນໜຶ່ງ ຫັນມາສູ່ອາຊີບເຮັດນາປູກເຂົ້າ ຈ້າວ ແລະ ຄ້າຂາຍຢູ່ຕາມເຂດທົ່ງ ພຽງ. ຕາມປະເພນີແລ້ວຊົນເຜົ່າມົ້ງ ມັກຢູ່ເຮືອນຕິດພື້ນດິນ. ນັບແຕ່ໃດ ມາໃນຊີວິດຕົວຈິງຂອງສັງຄົມເຜົ່າ ມົ້ງ ຍັງສາມາດຮັກສາເອກະລັກໃນ ດ້ານຄວາມເຊື່ອຖືແຕ່ບັນພະບູລຸດ ໄວ້ໃຫ້ແກ່ຄົນຮຸ່ນລູກຮຸ່ນຫລານຈົນ ເຖິງທຸກວັນນີ້ເຊັ່ນ: ນັບຖືຜີພໍ່, ຜີ ແມ່, ຜີເຮືອນ, ຜີເຈົ້າຖິ່ນເຈົ້າຖານ, ຜີຟ້າ, ຜີແຖນ ແລະ ອື່ນໆ. ຜີເຮືອນ ຈະລວມຫລາຍສັນຍະລັກແລະ ເປັນ ສິ່ງຄະລຳຂອງແຂກຄົນອື່ນເຊັ່ນ: ຮ້ານນ້ອຍແຂວນຢູ່ຝາເຮືອນ, ແຜ່ນ ເຈ້ຍນ້ອຍຕິດຝາເບື້ອງເທິງຫ້ອງ ກາງເຮືອນ, ເສົາກາງເຮືອນ, ບໍ່ ລ່ວງຫ້ອງນອນທີ່ແອ້ມໄວ້, ບໍ່ນອນ ຂວາງຕາມລວງຍາວຂອງເຮືອນ, ມີຟົດໄມ້ດິບ ຫລື ຕາແຫລວຕິດຢູ່ ປາກປະຕູ ແມ່ນເຂົ້າເຮືອນບໍ່ໄດ້ ຫລື ຕາມຮີດຂອງຊົນເຜົ່າມົ້ງ ຜູ້ໃດ ເປັນແຂກມາແຕ່ໄກ, ກ່ອນຈະຍ່າງ ເຂົ້າເຮືອນແມ່ນຕ້ອງຖາມ ຫລື ຂໍ ອະນຸຍາດຈາກເຈົ້າຂອງເຮືອນເສຍ ກ່ອນແລ້ວຈຶ່ງເຂົົ້າໄດ້, ຫ້າມບໍ່ໃຫ້ ນັ່ງອີງເສົາກາງເຮືອນ ແລະ ແຕະ ຕ້ອງຮ້ານຜີ ພ້ອມກັບການນອນ ຂວາງເບື້ອງເທິງຫ້ອງໄວ້ຮ້ານຜີ. ແນວໃດກໍດີ, ຊົນເຜ່ົານີ້ຍັງມີບຸນ ປະເພນີປະຈຳຊົນເຜົ່າມົ້ງ ຂອງ ເຂົາເຈົ້າ ໄດ້ແກ່ບຸນກິນຈຽງ ຊຶ່ງຈັດ ຂຶ້ນໃນມື້ແຮມ 15 ຄ່ຳເດືອນ 12 ລາວຫລັງຈາກການເກັບກ່ຽວເຄື່ອງ ປູກຂອງຝັງຊຶ່ງເຜົ່າມົ້ງ ເອີ້ນກັນວ່າ: “ນໍ່ເປ້ເຈົາ” ແມ່ນງານປີໃໝ່ ຂອງ ເຂົາເຈົ້າ ແລະ ມີລາຍລະອຽດຄື: ມີການແກ້ແຄະໃນມື້ແຮມ 15 ຄ່ຳ ເດືອນ 12 ລາວ ເອີ້ນວ່າ: “ເກົາເຕີ້ ໄກ້”, ຈາກນັ້ນຈຶ່ງເຮັດພິທີກິນຈຽງ ໄກ່ ແລະ ສູ່ຂວັນປີໃໝ່ໃນຕອນ ຄ່ຳ, ພ້ອມກັນເຮັດກິນເຮັດທານ ແລະ ກະກຽມສະຫລອງບຸນກິນ ຈຽງໃນມື້ຂຶ້ນ 1 ຄ່ຳ ເດືອນຈຽງ ໂດຍມີການຂ້າໝູ, ງົວ, ຄວາຍ ຕາມ ເງື່ອນໄຂຂອງແຕ່ລະຄອບຄົວ ແລະ ມີພາເຂົ້າໃຫ້ຊາວບ້ານມາກິນທັງ ມີການມັດແຂນອວຍພອນເຊິ່ງກັນ ແລະ ກັນ ໃຫ້ທຸກຄົນມີສຸຂະພາບ ແຂງແຮງ ຊຶ່ງເມື່ອກ່ອນພາເຂົ້ານັ້ນ ຈະມີອາຫານ 30 ເຍື່ອງ, ດັ່ງນັ້ນ ຜູ້ຄົນທັງຫລາຍຈຶ່ງມັກເອີ້ນກັນວ່າ: ກິນສາມສິບ. ຄວາມຈິງແລ້ວ ບຸນ ກິນຈຽງໃນປັດຈຸບັນມີທັງກິນ, ມີ ທັງການອວຍພອນເຊິ່ງກັນ ແລະ ກັນ, ທັງມ່ວນຊື່ນ, ທັງເປັນການສະ ຫລຸບຜົນການຜະລິດຂອງແຕ່ລະ ຄອບຄົວໃນໜຶ່ງປີຜ່ານມາ. ບຸນກິນ ຈຽງສ່ວນຫລາຍແມ່ນການຫລິ້ນ ມ່ວນຊື່ນຂອງບ່າວ-ສາວ, ການ ສະແດງເຖິງຄວາມຮັ່ງມີໃນແຕ່ລະ ຄອບຄົວ, ຊຸດເຄ່ືອງນຸ່ງເປັນການ ສະແດງເຖິງສີໄມ້ລາຍມືຂອງແມ່ ຍິງ, ທັງເປັນການຊອກຫາຄູ່ຄອງ ຂອງຄູ່ບ່າວ-ສາວ ເພື່ອຈະສ້າງ ຄອບຄົວນຳກັນ ຫລື ພໍ່ແມ່ຊອກຫາ ລູກໄພ້-ລູກເຂີຍດ້ວຍການໂຍນໝາກ ຄອນຮ່ວມກັນ, ມີບາງທ້ອງຖິ່ນຈະ ຫລິ້ນຍາວເປັນເວລາ 15 ວັນ ຫລື 30 ວັນ ແລະ ຍັງມີການແຂ່ງຂັນ ມ້າ, ເປົ່າແຄນ, ງົວຊົນງົວ, ຕີໝາກ ຂ່າງ ແລະ ອື່ນໆ. ເຖິງແນວໃດກໍຕາມ, ຊົນເຜົ່າມົ້ງ ກໍເປັນອີກຊົນເຜົ່າໜຶ່ງທີ່ປົກປັກຮັກ ສາເຄື່ືອງນຸ່ງຫົ່ມທີ່ເປັນເອກະລັກ ຂອງເຜົ່າຕົນໄດ້ເປັນຢ່າງດີ ຊຶ່ງສະ ແດງອອກຢ່າງຈະແຈ້ງໃນງານ ສຳຄັນຕ່າງໆເຊັ່ນ: ແມ່ຍິງຈະນຸ່ງ ເສື້ອ, ນຸ່ງກະໂປ່ງ ທີ່ມີລວດລາຍໃນ ການປັກແສ່ວທີ່ປານີດ ແລະ ເຄ່ືອງ ປະດັບເອ້ຢ້ອງຫລາຍສີສັນ, ໃສ່ ປອກແຂນ, ສາຍຄໍ, ຕ້າງຫູ ແລະ ໝວກ. ສຳລັບຜູ້ຊາຍ ກໍຈະນຸ່ງເສື້ອ, ໂສ້ງສີດຳ ທີ່ມີການປັກແສ່ວລວດ ລາຍຕ່າງໆ, ປະດັບປະດາດ້ວຍ ຫລຽນເງິນ. ນອກຈາກນີ້, ຍັງມີ ເຄື່ອງດົນຕີ ແລະ ສິລະປະພື້ນເມືອງ ປະຈຳຊົນເຜົ່າມົ້ງ ເຊັ່ນ: ແຄນ, ຄ້ອງ, ກອງ, ແຊ່ງ ທີ່ນຳເອົາມາ ເປັນເຄື່ອງດົນຕີໃນເວລາມີງານ ບຸນ, ງານດອງ, ງານເຮັດຮີດຂອງ ພວກເຂົາເຈົ້າກໍຈະນຳມາເສບ ແລະ ຂັບລຳ ຫລື ເຂົາເຈົ້າເອີ້ນວ່າ: ຂັບ ມົ້ງ, ມີບົດເພງຮ້ອງ ແລະ ເຄື່ອງ ດົນຕີທີ່ໂດດເດັ່ນກວ່າໝູ່ຂອງຊົນ ເຜົ່າມົ້ງ ແມ່ນເປົ່າແຄນ. ຊົນເຜົ່າມົ້ງມີພາສາປາກເວົ້າສະ ເພາະຂອງຕົນເອງ, ພ້ອມກັນນັ້ນ ເຂົາເຈົ້າຍັງມີຕົວໜັງສືຂຽນສອງ ລະບົບດ້ວຍກັນຄື: ລະບົບທີ່ໃຊ້ຕົວ ອັກສອນລາຕິນ ແລະ ລະບົບຕົວໜັງ ສືທີ່ປະດິດແຕ່ງຂອງທ່ານເລົາຝົງ, ພາສາຂອງຊົນເຜົ່າມົ້ງ ແຕ່ລະແຊງ ຈະມີຄວາມແຕກຕ່າງກັນເລັກນ້ອຍ ຕາມແຕ່ລະທ້ອງຖິ່ນ. ຂປລ. ເມື່ອກ້າວເຂົ້າສູ່ລະດູຝົນ ສິ່ງທີ່ພົບເຫັນຫລາຍ ນັ້ນກໍຄື ພະ ຍາດໄຂ້ເລຶອດອອກ ຫລື ໄຂ້ຍຸງ ລາຍ ໃນແຕ່ລະປີມີຜູ້ຄົນເປັນໄຂ້ ຈໍາ ນວນຫລວງຫລາຍ ແລະ ບາງປີກໍ່ ຮຸນແຮງຈົນເຮັດໃຫ້ມີຜູ້ເສຍຊີວິດ ກໍມີ, ຍ້ອນໃນໄລຍະລະດູຝົນມີນໍ້າ ຖ້ວມຂັງ ກາຍເປັນແຫລ່ງແຜ່ຂະ ຫຍາຍໜອນນໍ້າຍຸງລາຍ ຈໍານວນ ຫລວງຫລາຍ. ສະນັ້ນ, ພວກເຮົາ ທຸກຄົນຕ້ອງຊ່ວຍກັນປົກປ້ອງຄົນ ທີ່ເຮົາຮັກ, ປົກປ້ອງລູກຫລານໃຫ້ ປອດໄພຈາກພະຍາດໄຂ້ຍຸງລາຍ xt8y [a fs]a ddko 5x= gxa oxt9egrnj vxh v'da ortpkfw0h p5 ']kp ແລະ ຖ້ວຍນ້ຳໃຫ້ສັດລ້ຽງຕ້ອງປ່ຽນຢ່າງ ໜ້ອຍ ທຸກໆ 7 ມື້ ເພາະວົງຈອນຊີວິດຂອງ ໜອນນ້ຳກາຍເປັນໂຕຍຸງໃຊ້ເວລາປະມານ 7-10 ມື້; ປໍ 3 - ປ່ອຍ:ໍ່ ປ່ອຍປາຫາງນົກຍູງ, ປາກິນຍຸງ ຫລື ປາຊະນິດອື່ນໆ ລົງໃນພາຊະ ນະເກັບນ້ຳທີ່ບໍ່ສາມາດປິດຝາໄດ້ ເຊັ່ນ: ອ່າງ ບົວ ຫລື ອ່າງຊີມັງຂະໜາດໃຫຍ່ ເພື່ອໃຫ້ປາ ມາຊ່ວຍກິນໜອນນ້ຳ ບໍ່ໃຫ້ກາຍເປັນໂຕຍຸງ; ປໍ 4 - ປັບປຸງ:ໍັຸ ປັບປຸງອະນາໄມສິ່ງແວດລ້ອມ ທັງໃນເຮືອນ ແລະ ອ້ອມຮອບເຮືອນ, ມ້ຽນ ກວາດ ແລະ ຖິ້ມທຳລາຍພາຊະນະທີ່ບໍ່ໃຊ້ ເຊັ່ນ: ກະປ໋ອງ, ກະບອກໄມ້ໄຜ່, ຢາງລົດເກົ່າ ແລະ ກາບໝາກພ້າວ ທີ່ອາດມີນ້ຳຂັງ, ຕັດ ໄມ້ຮົກເຮື້ອໃຫ້ແສງແດດສ່ອງເຖິງ ແລະ ກໍາ ຈັດແຫລ່ງນ້ຳຂັງທຸກບ່ອນ; ປໍ5-ປະຕິບັດ: ໍິັ ຕ້ອງປະຕິບັດທັງ 4 ປໍ ທີ່ກ່າວມາຂ້າງເທິງ ນັ້ນໃຫ້ເປັນນິໄສ ແລະ ເຮັດເປັນປະຈຳທຸກໆ ອາທິດ ເພື່ອຕັດວົງຈອນການເກີດຂອງຍຸງ ລາຍຢ່າງຕໍ່ເນື່ອງ ແລະ ຍືນຍົງ. ດ້ວຍການປະຕິບັດຫລັກການ 5 ປໍ ຢ່າງເປັນປະຈຳ. ຫລັກການ 5 ປໍ ແມ່ນມາດຕະ ການທີ່ງ່າຍດາຍ ແລະ ມີປະສິດທິ ພາບສູງສຸດໃນການທຳລາຍແຫລ່ງ ແພ່ພັນຂອງຍຸງລາຍ ເພື່ອປ້ອງກັນບໍ່ ໃຫ້ເກີດການລະບາດຂອງພະຍາດ ໄຂ້ຍຸງລາຍ ຊຶ່ງລາຍລະອຽດມີດັ່ງ ນີ້: ປໍ1 - ປິດ:ໍິ ປິດຝາພາຊະນະເກັບ ນ້ຳທຸກຊະນິດໃຫ້ມິດຊິດ ເຊັ່ນ: ໂອ່ງ, ຖັງ ຫລື ກະໂລ່ງນ້ຳ; ປໍ 2 - ປ່ຽຽນ: ໍ ປ່ຽນນ້ໍ້າ ແລະ ຖູລ້າງພາຊະນະ ຂະໜາດນ້ອຍເປັນປະຈຳ ເຊັ່ນ: ແຈກັນດອກໄມ້, ຈານຮອງຕີນຕູ້ ພາບປະກອບ ພາບປະກອບບົດົດ
RkJQdWJsaXNoZXIy MTc3MTYxMQ==