18.6.2026

18/06/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 7totz6h cmo]k; g0Q kIj ;,dv'xt-5 , g9Q k|h kmuj vk;5 3lrt]a ''kovk-Po 7A 'mu 44 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ໃນລະຫວ່າງວັນທີ 1518 ມິຖຸນາ 2026 ນີ້, ຄະນະຜູ້ແທນ ລາວ ນຳໂດຍທ່ານ ນາງ ສັນຕິສຸກ ພິມມະຈັນ ຫົວໜ້າກົມນະໂຍບາຍ, ແຜນພັດທະນາ ແລະ ປະເມີນຜົນ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ພະລັງງານອາຊຽນຂອງ ສປປ ລາວ (SOE) ພ້ອມດ້ວຍຄະນະ ຈາກກົມວິຊາການກ່ຽວຂ້ອງ ແລະ ລັດວິສາຫະກິດໄຟຟ້າລາວ ເຂົ້າ ຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ພະລັງງານອາຊຽນ ແລະ ກອງປະ ຊຸມປິ່ນອ້ອມ ຄັ້ງທີ 44 ຜ່ານທາງ ລະບົບອອນລາຍ ພາຍໃຕ້ການເປັນ ປະທານຂອງປະເທດຟິລິປິນ ໂດຍ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ ພະລັງງານອາຊຽນຂອງປະເທດ ສະມາຊິກອາຊຽນ, ກອງເລຂາອາ ຊຽນ (ASEC), ສູນພະລັງງານ ອາຊຽນ (ACE) ແລະ ບັນດາຄູ່ ຮ່ວມມືດ້ານພະລັງງານເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ເພື່ອທົບ ທວນຜົນການຈັດຕັ້ງປະຕິບັດວຽກ ປະຈໍາປີ ລວມທັງການຕິດຕາມ ຄວາມຄືບໜ້າໃນການດຳເນີນງານ ຕາມແຜນປະຕິບັດການຮ່ວມມືດ້ານ ພະລັງງານອາຊຽນ (APAEC 2026–2030) ໃນ 7 ໜ້າວຽກ ຍ່ອຍຂອງຂະແໜງພະລັງງານ ຄື: ວຽກງານນ້ຳມັນ ແລະ ອາຍ ແກັສ, ການປ່ຽນຜ່ານຖ່ານຫີນສູ່ ເຕັກໂນໂລຊີສະອາດ, ການອະນຸລັກ ແລະ ພະລັງງານ, ການພັດທະນາ ພະລັງງານທົດແທນ, ການນຳໃຊ້ ພະລັງງານນິວເຄລຍ ເພື່ອສັນຕິ, ການເຊື່ອມໂຍງລະບົບພະລັງງານ ຂອງອາຊຽນ ແລະ ໜ້າວຽກນະໂຍ ບາຍວາງແຜນພະລັງງານໃນພາກ ພື້ນ. ພ້ອມກັນນັ້ນ, ກອງປະຊຸມຍັງ ໄດ້ລາຍງານກ່ຽວກັບຄວາມຄືບ ໜ້າແຜນວຽກພະລັງງານປະຈໍາປີ (Annual Priority Energy) ພາຍໃຕ້ການເປັນປະທານຂອງຟິ ລິບປິນ ເພື່ອກະກຽມສະເໜີຮັບຮອງ ໃນກອງປະຊຸມລະດັບລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 44 (44th AMEM) ທີ່ຈະຈັດຂຶ້ນ ໃນເດືອນກັນຍາ 2026 ທີ່ຟີລິບປິນ ເພື່ອຮ່ວມກັນຂັບເຄື່ອນການຮ່ວມມື ດ້ານພະລັງງານອາຊຽນ ໃຫ້ມີ ຄວາມເຂັ້ມແຂງ ແລະ ຮອງຮັບການ ປ່ຽນຜ່ານພະລັງງານໃນພາກພື້ນ ຢ່າງມີປະສິດທິຜົນ. ພ້ອມນີ້, ບັນດາປະເທດສະມາ ຊິກຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບຜົນກະທົບຈາກສະຖານະ ການໃນຕາເວັນອອກກາງ ຕໍ່ຄວາມ ໝັ້ນຄົງດ້ານພະລັງງານຂອງອາ ຊຽນ ໂດຍໄດ້ຮັບຟັງການນຳສະ ເໜີກ່ຽວກັບການສຶກສາການສ້າງ ຄັງສຳຮອງນ້ຳມັນຂອງພາກພື້ນ, ມາດຕະການຮັບມືສະພາບສຸກເສີນ ດ້ານພະລັງງານ ແລະ ການປະ ເມີນຄວາມຍືດຍຸ່ນຂອງລະບົບພະ ລັງງານພາກພື້ນ. ພ້ອມທັງໄດ້ພິ ຈາລະນາຂໍ້ສະເໜີກອບແຜນທາງ ASEAN Regional Integrated Energy System (ARIES) ເພື່ອສົ່ງເສີມການເຊື່ອມໂຍງລະ ບົບພະລັງງານຂອງອາຊຽນໃນ ອະນາຄົດ. ຂໍ້ມູນ-ພາບ: ຂ່າວສານ ອຄ ສສຊ-ສສນວ... ເຊັນສັນຍາ...ັັ ຂປລ. ທະນາຄານ ລາວ-ຝຣັ່ງ ຈຳກັດ(BFLBredGroup)ແລະ ອົງການການເງິນສາກົນ (IFC) ຈັດພິທີເຊັນສັນຍາຮ່ວມມື ເພື່ອຂະ ຫຍາຍການເຂົ້າເຖິງແຫລ່ງທຶນໃຫ້ ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ທົ່ວ ສປປ ລາວ ຈັດ ຂຶ້ນໃນວັນທີ 17 ກໍລະກົດ 2027 ຢູ່ນະຄອນຫລວງວຽງຈັນ ໂດຍ ການຮ່ວມລົງນາມລະຫວ່າງທ່ານ ນິກໂຄລາສ໌ ພລູຈາທ໌ ຮອງຜູ້ອໍາ ນວຍການໃຫຍ່ທະນາຄານ ລາວຝຣັ່ງ ແລະ ທ່ານ ໂທມັດ ຈາຄອບ ຜູ້ຈັດການ ປະຈຳພາກພື້ນຂອງ IFC ສໍາລັບຫວຽດນາມ, ກຳປູເຈຍ ແລະ ສປປ ລາວ, ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ. ພາຍໃຕ້ການຮ່ວມມືດັ່ງກ່າວ, IFC ແລະ BFL ຈະຮ່ວມກັນສະ ໜອງເງິນທຶນຝ່າຍລະ 5 ລ້ານໂດລາ ສະຫະລັດ ເພື່ອແບ່ງປັນຄວາມສ່ຽງ ດ້ານສິນເຊື່ອສຳລັບການປ່ອຍສິນ ເຊື່ອໃຫ້ SME ໃນມູນຄ່າ 10 ລ້ານ ໂດລາສະຫະລັດ. ກອງທຶນແບ່ງປັນ ຄວາມສ່ຽງນີ້ ຖືກອອກແບບເພື່ອ ຊ່ວຍໃຫ້ BFL ຂະຫຍາຍການ ປ່ອຍສິນເຊື່ອໃຫ້ແກ່ທຸລະກິດທີ່ ອາດປະສົບຄວາມຫຍຸ້ງຍາກໃນ ການເຂົ້າເຖິງແຫລ່ງທຶນທີ່ເປັນ ທາງການ, ພ້ອມທັງສະໜັບສະໜູນ ການບໍລິຫານຄວາມສ່ຽງດ້ານສິນ ເຊື່ອຢ່າງຮອບຄອບໃນສະພາບແວດ ລ້ອມຕະຫລາດທີ່ທ້າທາຍ. ວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນກະດູກສັນຫລັງຂອງ ເສດຖະກິດລາວ ໂດຍກວມເອົາ 99% ຂອງທຸລະກິດທີ່ຈົດທະບຽນ ທັງໝົດ ແລະ ສ້າງການຈ້າງງານ ຢ່າງເປັນທາງການເຖິງ 94%. ຢ່າງໃດກໍຕາມ, ການເຂົ້າເຖິງ ແຫລ່ງທຶນຍັງເປັນຄວາມທ້າທາຍ ຫລັກ ໂດຍມີພຽງ 27% ຂອງ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ, ທ່ານ ນາງ ບົວລະພັນ ທິລະສັກ ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ແລະ ຍຸຕິທຳ ສະພາປະຊາຊົນ ນວ, ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ແລະ ທ່ານ ນາງ ກັນທິນາ ປ້ານອິນຫວນ ຫົວໜ້າກົມຕິດຕາມ ກວດກາວຽກງານຍຸຕິທໍາ, ກໍາມາ ທິການຍຸຕິທໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 1 ນວ, ມີບັນດານາຍ ແລະ ພົນທະຫານ ຂອງກອງບັນຊາການທະຫານ ນວ, ນາຍ ແລະ ພົນຕໍາຫລວດຂອງກອງ ບັນຊາການ ປກສ ນວ, ຫ້ອງການ ຄະນະກໍາມະການປ້ອງກັນຊາດປ້ອງກັນຄວາມສະຫງົບ ນວ ແລະ ສະຫະພັນນັກຮົບເກົ່າ ນວ ເຂົ້າຮ່ວມ. ພາຍຫລັງສະມາຊິກສະພາແຫ່ງ ຊາດ ໄດ້ເຜີຍແຜ່ຜົນສໍາເລັດກອງ ປະຊຸມຄັ້ງປະຖົມມະລືກຂອງສະພາ ແຫ່ງຊາດ ຊຸດທີ X ແລະ ສະພາ ສ້າງຄວາມເຂົ້າໃຈ...້ົ້ ຮອງປະທານສະຖາບັນວິທະຍາ ສາດເສດຖະກິດ ແລະ ສັງຄົມແຫ່ງ ຊາດ, ທ່ານ ນາງ ເມແກນ ຈອນ (Migan Jones) ເອກອັກຄະ ລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ສະຖາບັນດິດ ອິນສີຊຽງ ໃໝ່ ໄດ້ກ່າວວ່າ: ການຈັດສໍາມະນາ ຄັ້ງນີ້, ຖືເປັນຄັ້ງທີ 3 ທີ່ LASES ແລະ ສະຖານທູດອົດສະຕຣາລີ ໄດ້ຮ່ວມກັນຈັດຂຶ້ນ, ສໍາລັບຄັ້ງທີ ສາມແມ່ນໄດ້ກໍານົດຫົວຂໍ້ກ່ຽວກັບ “ການສ້າງຄວາມເຂັ້ມແຂງທາງ ດ້ານເສດຖະກິດທ່າມກາງການ ແບ່ງແຍກທາງພູມສາດເສດຖະກິດ ໂດຍມີນັກຄົ້ນຄວ້າຝ່າຍລາວຈາກ LASES ແລະ ສະຖາບັນຄົ້ນ ຄວ້າອຸດສາຫະກຳການຄ້າ ແລະ ພະລັງງານ, ກະຊວງອຸດສາຫະກຳ ການຄ້າ ແລະ ພະລັງງານ ແລະ ອາຈານຈາກມະຫາວິທະຍາໄລ ແຫ່ງຊາດອົດສະຕຣາລີ ທີ່ມີ ຄວາມຊ່ຽວຊານດ້ານເສດຖະກິດ ລະຫວ່າງປະເທດ, ການເຊື່ອມໂຍງ ປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V ແລ້ວ, ບັນດາຜູ້ມີສິດເລືອກ ຕັ້ງ ກໍຄື ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ ໄດ້ສະເໜີ ໃຫ້ຂະແໜງການທີ່ກ່ຽວຂ້ອງປັບປຸງ ຫລາຍບັນຫາສຳຄັນເປັນຕົ້ນສະເໜີ ໃຫ້ພາກສ່ວນກ່ຽວຂ້ອງກວດກາ ຄືນການສ້າງກົດໝາຍຮັບປະກັນ ທາງດ້ານເນື້ອໃນ ແລະ ປະລິມານ ແຕ່ການຈັດຕັ້ງປະຕິບັດຕົວຈິງຍັງ ບໍ່ທັນເຂັ້ມງວດ, ມີການເລືອກປະ ຕິບັດ; ສະເໜີໃຫ້ສະພາປະຊາຊົນ ນວ ກໍຄື ສະພາແຫ່ງຊາດ ເຂັ້ມ ງວດຕິດຕາມກວດກາການຈັດຕັ້ງ ປະຕິບັດໜ້າທີ່ຂອງອົງການກວດ ສອບ, ອົງການກວດກາລັດ ເອົາໃຈ ໃສ່ກວດກາ, ກວດສອບທີ່ໄປທີ່ມາ ຂອງຊັບສິນຂອງພະນັກງານລັດ ເນື່ອງຈາກເປັນພະນັກງານຄືກັນແຕ່ ບາງຂົງເຂດພະນັກງານມີລາຍຮັບ ສູງກວ່າປົກກະຕິ, ໃຫ້ກວດກາລະ ອຽດຖ້າໄດ້ມາໂດຍບໍ່ຖືກຕ້ອງໃຫ້ ເຂັ້ມງວດໃນການປະຕິບັດມາດຕະ ການທາງກົດໝາຍ, ພ້ອມທັງສະເໜີ ໃຫ້ລັດຖະບານຮີບຮ້ອນແກ້ໄຂເພີ່ມ ເງິນເດືອນພະນັກງານໃຫ້ກຸ້ມຢູ່ກຸ້ມ ກິນ ແລະ ແກ້ໄຂການສ້າງເຮືອນ, ອາຄານ, ຮ້ານຂາຍເຄື່ອງທີ່ກວມ ເອົາເຂດສະຫງວນທາງຫລວງ. ຂ່າວ: ທະນູທອງ; ພາບ: ເກດສະໜາ ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແລະ ທ່ານ ແຊ໋ມ ເບັນ ລີ້ (Sam Bentley) ຊ່ຽວຊານ ຈາກກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ມາ ຮ່ວມສົນທະນາແລກປ່ຽນບົດຮຽນ ຕໍ່ກັບຜົນກະທົບຈາກຄວາມບໍ່ແນ່ ນອນຂອງສາກົນ ໂດຍສະເພາະ ສະພາບຢູ່ເຂດຕາເວັນອອກກາງ ຊຶ່ງເປັນຫົວຂໍ້ທີ່ໜ້າສົນໃຈທີ່ກຳລັງ ເກີດຂຶ້ນໃນປັດຈຸບັນ ແລະ ມີຫລາຍ ປະເທດກຳລັງຮັບມືກັບຜົນກະທົບ ດັ່ງກ່າວ ລວມທັງ ສປປ ລາວ ແລະ ປະເທດອົດສະຕຣາລີ. ໃນນັ້ນ, ການສໍາມະນາຮ່ວມກັນຄັ້ງນີ້ ເປັນ ອີກໜຶ່ງໃນຫລາຍກິດຈະກໍາການ ຮ່ວມມືລະຫວ່າງລາວ ແລະ ອົດ ສະຕຣາລີ ນັບແຕ່ມີການສ້າງຕັ້ງ ສະມາຄົມມິດຕະພາບລາວ-ອົດສະ ຕຣາລີ ແລະ ອົດສະຕຣາລີ-ລາວ ໃນຕົ້ນປີ 2024. ສະນັ້ນ, ກອງປະ ຊຸມຈະເປັນປະໂຫຍດແກ່ບັນດາ ທ່ານ ໂດຍສະເພາະການສ້າງຄວາມ ເຂົ້າໃຈເລິກເຊິ່ງຂຶ້ນກ່ຽວກັບບັນຫາ ພູມສາດເສດຖະກິດ, ການຮັບມືໃນ ສະພາບປັດຈຸບັນ ແລະ ບົດຮຽນ ຂອງປະເທດອົດສະຕຣາລີ. ທ່ານ ນາງ ເມແກນ ຈອນ ໄດ້ ກ່າວວ່າ: ຈາກຜົນສຳເລັດຂອງ ການສຳມະນາກ່ຽວກັບພູມສາດ ເສດຖະກິດ (geoeconomics) ທັງສອງຄັ້ງໃນປີທີ່ຜ່ານມາ, ອົດ ສະຕຣາລີ ມີຄວາມຍິນດີເປັນຢ່າງ ຍິ່ງທີ່ໄດ້ຮ່ວມມືກັບ LASES ອີກ ຄັ້ງໜຶ່ງ ເພື່ອສືບຕໍ່ການສົນທະນາ ທີ່ສຳຄັນ. ການຮ່ວມມືຢ່າງຕໍ່ເນື່ອງ ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງ ຄວາມມຸ່ງໝັ້ນຮ່ວມກັນໃນການ ແກ້ໄຂບັນຫາສິ່ງທ້າທາຍທາງ ດ້ານເສດຖະກິດທີ່ສັບຊ້ອນເທົ່າ ນັ້ນ, ແຕ່ຍັງສະແດງເຖິງຄວາມ ໄວ້ເນື້ອເຊື່ອໃຈທີ່ມີຕໍ່ອົດສະຕຣາລີ ໃນຖານະຄູ່ຮ່ວມງານໃນເສັ້ນທາງ ການພັດທະນາແຫ່ງຊາດຂອງ ສປປ ລາວ, ການຮ່ວມມືທາງດ້ານ ເສດຖະກິດ ລາວ-ອົດສະຕຣາລີ ໂດຍຜ່ານການຄ້າ, ການລົງທຶນ ແລະ ການແລກປ່ຽນແນວຄວາມ ຄິດຍັງສືບຕໍ່ມີບົດບາດສຳຄັນ. ພວກ ເຮົາພວມປະກອບສ່ວນຮ່ວມກັນ ເຂົ້າໃນເປົ້າໝາຍການພັດທະນາ ຂອງ ລາວ ແລະ ຊ່ວຍສ້າງອະນາ ຄົດທາງເສດຖະກິດທີ່ມີຄວາມເຂັ້ມ ແຂງ ແລະ ກວມລວມຫລາຍຂຶ້ນ. ຂ່າວ-ພາບ: ສຳນານ ວິສາຫະກິດ SME ເທົ່ານັ້ນທີ່ ສາມາດເຂົ້າເຖິງສິນເຊື່ອໄດ້ຈາກ ທະນາຄານ. ກອງທຶນແບ່ງປັນ ຄວາມສ່ຽງໃໝ່ (Risk Sharing Facility-RSF) ລະຫວ່າງ BFL ແລະ IFC ມີເປົ້າໝາຍເພື່ອຊ່ວຍ ຫລຸດຊ່ອງວ່າງດ້ານການສະໜອງ ທຶນນີ້ ໂດຍສະໜັບສະໜູນການປ່ອຍ ສິນເຊື່ອເພີ່ມຂຶ້ນໃຫ້ແກ່ SME ທີ່ມີ ບົດບາດສໍາຄັນໃນການຂັບເຄື່ອນ ການເຕີບໂຕທາງເສດຖະກິດ ແລະ ການສ້າງວຽກເຮັດງານທຳ. ທ່ານ ນິກໂຄລາສ໌ ພລູຈາທ໌ ໄດ້ ກ່າວວ່າ: ການຂະຫຍາຍການປ່ອຍ ສິນເຊື່ອໃຫ້ SME ແມ່ນໜຶ່ງໃນ ບຸລິມະສິດຍຸດທະສາດຫລັກຂອງ ທະນາຄານລາວ-ຝຣັ່ງ ຈຳກັດ, ແຕ່ການບໍລິຫານຄວາມສ່ຽງດ້ານ ສິນເຊື່ອໃນຕະຫລາດທີ່ຜັນຜວນ ຈຳເປັນຕ້ອງອາໄສເຄື່ອງມືທາງ ການເງິນທີ່ມີນະວັດຕະກຳ. ກອງ ທຶນແບ່ງປັນຄວາມສ່ຽງນີ້ ຊ່ວຍ ເສີມສ້າງຄວາມສາມາດຂອງພວກ ເຮົາໃນການຂະຫຍາຍທຶນຢ່າງ ປອດໄພໃຫ້ແກ່ນັກທຸລະກິດທີ່ມີ ສັກກະຍະພາບສູງເປັນຜູ້ຂັບເຄື່ອນ ເສດຖະກິດໃນຂະແໜງການຜະລິດ, ການສ້າງວຽກເຮັດງານທຳ ແລະ ສະໜັບສະໜູນການເຕີບໂຕຢ່າງ ທົ່ວເຖິງໃນ ສປປ ລາວ. ນອກຈາກ ການສະໜອງທຶນ, ການຮ່ວມມືນີ້ ຍັງຈະລວມເຖິງການຊ່ວຍເຫລືອ ດ້ານເຕັກນິກຈາກອົງການການ ເງິນສາກົນ ເພື່ອຊ່ວຍເສີມສ້າງ ແນວທາງການບໍລິຫານຄວາມສ່ຽງ ດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງທະນາຄານລາວ-ຝຣັ່ງ ແລະ ສະໜັບສະໜູນທະນາຄານໃນການ ພັດທະນາຜະລິດຕະພັນ SME ສຳລັບກຸ່ມຕະຫລາດໃໝ່ ຜ່ານໂຄງ ການດັ່ງກ່າວ. BFL ມີເປົ້າໝາຍທີ່ ຈະເພີ່ມການປ່ອຍສິນເຊື່ອ SME ໃຫ້ເປັນສອງເທົ່າພາຍໃນປີ 2028 ໂດຍສະໜັບສະໜູນການເຕີບໂຕ ຂອງທຸລະກິດທົ່ວປະເທດ ແລະ ມີ ສ່ວນຮ່ວມໃນການສ້າງໂອກາດ ການຈ້າງງານທັງທາງກົງ ແລະ ທາງອ້ອມ. ທ່ານ ໂທມັດ ຈາຄອບ ໄດ້ກ່າວ ວ່າ: ການປົດລັອກທ່າແຮງຂອງ ພາກເອກະຊົນລາວ ຈຳເປັນຕ້ອງມີ ລະບົບນິເວດທາງການເງິນທີ່ຍືດຍຸ່ນ ແລະ ເກື້ອໜູນໂດຍການຮ່ວມມືຂອງ ພວກເຮົາກັບທະນາຄານ ລາວຝຣັ່ງ ບໍ່ໄດ້ຈໍາກັດຢູ່ແຕ່ເງິນທຶນເທົ່າ ນັ້ນ ແຕ່ດ້ວຍການປະສົມປະສານ ກອງທຶນແບ່ງປັນຄວາມສ່ຽງຂອງ ພວກເຮົາກັບການຊ່ວຍເຫລືອດ້ານ ເຕັກນິກແບບມີເປົ້າໝາຍຈະຊ່ວຍ ທະນາຄານຊັ້ນນໍາໃນທ້ອງຖິ່ນສາ ມາດຂະຫຍາຍການເຂົ້າເຖິງໄດ້ ຢ່າງປອດໄພເປັນສອງເທົ່າ. ການ ຮ່ວມມືຄັ້ງນີ້ ເປັນຕົວຢ່າງທີ່ສໍາ ຄັນ ເພື່ອສະແດງໃຫ້ເຫັນວ່າກົນໄກ ການຫລຸດຜ່ອນຄວາມສ່ຽງຢ່າງ ສ້າງສັນສາມາດເພີ່ມທ່າແຮງໃຫ້ ແກ່ທຸລະກິດຂະໜາດນ້ອຍທີ່ຍັງບໍ່ ໄດ້ຮັບການບໍລິການຢ່າງພຽງພໍ, ສ້າງຄວາມຍືດຍຸ່ນໃຫ້ຕະຫລາດ ແລະ ສາມາດສ້າງວຽກເຮັດງານ ທໍາຢ່າງຍືນຍົງທົ່ວປະເທດ. ໂຄງສ້າງນີ້ມີເຈດຈຳນົງເພື່ອ ຊ່ວຍຫລຸດຄວາມສ່ຽງ ແລະ ຂະ ຫຍາຍການສະໜອງທຶນໃຫ້ແກ່ SME ໃນຕະຫລາດທີ່ມີຄວາມ ບອບບາງ ແລະ ມີລາຍໄດ້ຕໍ່າ. ການຮ່ວມມືນີ້ສະທ້ອນເຖິງຄວາມ ມຸ່ງໝັ້ນຢ່າງຕໍ່ເນື່ອງຂອງ BFL ໃນການສະໜັບສະໜູນການພັດ ທະນາທຸລະກິດລາວ ແລະ ການມີ ສ່ວນຮ່ວມຕໍ່ການເຕີບໂຕທາງເສດ ຖະກິດຢ່າງຍືນຍົງ ແລະ ທົ່ວເຖິງໃນ ສປປ ລາວ. ຂ່າວ-ພາບ: ສຸກທະວີ

RkJQdWJsaXNoZXIy MTc3MTYxMQ==