18/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K rtoa d'kocrf\= 8h v'dec|h o 5 my foelkmk]totl5 d ບົດສະເໜີົີ c0;'9exkla d 9tl5 ,.lj s]kp;Pdfh kodtly de grnj vcdh w07;k,m5 dpkd (ເນື່ອງໃນໂອກາດ ວັນສາທາລະນະສຸກລາວ ຄົບຮອບ 61 ປີ, ວັນທີ 18/6/1965-18/6/2026)ື່ ອັ ນຸ ກົ ບີ ,ັ ນີ ຂປລ. ພັກ-ລັດເຮົາ ຍາມໃດກໍ ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ ວຽກງານສາທາລະນະສຸກ ເພື່ອໃຫ້ ປະຊາຊົນລາວບັນດາເຜົ່າມີສຸຂະ ພາບແຂງແຮງ, ມີຄວາມຜາສຸກ ແລະ ປະເທດຊາດຮັ່ງມີເຂັ້ມແຂງ. ຈະເຮັດໄດ້ແນວນັ້ນບັນດາແພດໝໍ ແລະ ພະນັກງານສາທາລະນະສຸກ ຕ້ອງໄດ້ສຸມໃສ່ປະຕິບັດໜ້າທີ່ວຽກ ງານຕາມການມອບໝາຍ, ພ້ອມທັງ ປັບປຸງຕົນເອງໃຫ້ມີຄວາມຮູ້, ຄວາມ ສາມາດ, ມີຈັນຍາທໍາໃນການຮັບໃຊ້ ປະຊາຊົນ. ດັ່ງທີ່ປະທານ ໄກສອນ ພົມວິຫານ ໄດ້ມີແນວຄິດຊີ້ນຳຕໍ່ ຂົງເຂດສາທາລະນະສຸກ ໃນກອງ ປະຊຸມສາທາລະນະສຸກ ທົ່ວປະເທດ ຄັ້ງທີ II ວັນທີ 11 ມີນາ 1987 ວ່າ: “ພັກ, ລັດເຮົາ ໄດ້ມອບພາລະໜ້າທີ່ ເບິ່ງແຍງດູແລ ແລະ ປົກປັກຮັກສາ ສຸຂະພາບປະຊາຊົນບັນດາເຜົ່າ ໃຫ້ ຂະແໜງການສາທາລະນະສຸກ ຮັບ ຜິດຊອບໂດຍກົງ. ອັນນີ້, ແມ່ນພາລະໜ້າທີ່ອັນໜັກ ໜ່ວງ ແລະ ທັງແມ່ນກຽດອັນໃຫຍ່ ຫລວງທີ່ສຸດຂອງພະນັກງານພາລະ ກອນໃນທົ່ວຂະແໜງສາທາລະນະ ສຸກ” ດັ່ງນັ້ນ, ເພື່ອປະຕິບັດຕາມ ທິດຊີ້ນຳ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດນັ້ນ ພະ ນັກງານແພດໝໍ ຕ້ອງກໍາແໜ້ນຫ້າ ທິດນໍາສາທາລະນະສຸກຂອງພັກ ຄື: ໜຶ່ງ; ສາທາລະນະສຸກຕ້ອງຮັບ ໃຊ້ການຜະລິດ, ຮັບໃຊ້ຊີວິດການ ເປັນຢູ່ຂອງປະຊາຊົນ ແລະ ຮັບໃຊ້ ສອງໜ້າທີ່ຍຸດທະສາດ ຮັບໃຊ້ວຽກ ງານກໍ່ສ້າງສັງຄົມນິຍົມ. ສອງ; ວຽກງານສາທາລະນະສຸກຕ້ອງຮັບ ໃຊ້ຢ່າງຕັ້ງໜ້າກ່ຽວກັບນະໂຍບາຍ ຕໍ່ບັນດາເຜົ່າຂອງພັກ. ສາມ; ຕ້ອງ ປະຕິບັດວຽກງານກັນພະຍາດຢ່າງ ຕັ້ງໜ້າ. ສີ່; ຕ້ອງປະສານສົມທົບ ການແພດທັນສະໄໝກັບການແພດ ພື້ນເມືອງແລະຢາພື້ນເມືອງ, ກໍ່ສ້າງ ພື້ນຖານສາທາລະນະສຸກທີ່ມີລັກ ສະນະຊາດ ແລະ ທັນສະໄໝ. ຫ້າ; ຕ້ອງອີງໃສ່ມະຫາຊົນ ເພື່ອກໍ່ສ້າງພື້ນ ຖານສາທາລະນະສຸກທົ່ວປວງຊົນ. ຢາກເຮັດໄດ້ແນວນັ້ນ, ພະນັກງານ ແພດໝໍ-ພະຍາບານ, ພະນັກງານ ສາທາລະນະສຸກລາວຕ້ອງຮູ້ສືບ ທອດຮໍ່າຮຽນເອົາແບບຢ່າງອັນດີ ງາມຂອງແພດໝໍ ແລະ ພະນັກງານ ສາທາລະນະສຸກຮຸ່ນກ່ອນ, ອອກ ແຮງຝຶກຝົນຫລໍ່ຫລອມສ້າງຕົນເອງ ໃຫ້ພຽບພ້ອມໄປດ້ວຍຄຸນສົມບັດ ສິນທໍາປະຕິວັັດ, ຈັນຍາທໍາວິຊາຊີບ ແລະ ຄວາມຊໍານານງານດ້ານວິຊາ ສະເພາະເພື່ອກາຍເປັນແພດແຫ່ງ ຊາດ ແລະ ແພດປະຊາຊົນຢ່າງສົມ ກຽດສັກສີ ເປັນນັກຮົບເສື້ອຂາວ ປະຕິວັດຂອງພັກ. ເພື່ອລະນຶກເຖິງຜົນງານ ແລະ ຍ້ອງຍໍສັນລະເສີນຄຸນງາມຄວາມດີ ຂອງແພດລາວໃນສະໄໝຕໍ່ສູ້ກູ້ຊາດ ກໍ່ຄືສະໄໝປົກປັກຮັກສາ ແລະ ສ້າງ ສາປະເທດຊາດ. ພັກ-ລັດຈຶ່ງກຳ ນົດເອົາວັນທີ 18 ມິຖຸນາ 1965 ເປັນວັນແພດລາວ ຕາມແນວຄິດຊີ້ ນຳ ຂອງທ່ານປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ໄດ້ກ່າວໃນຕອນທ້າຍກອງປະຊຸມ ສາທາລະນະສຸກທົ່ວປະເທດ ຄັ້ງທີ II ວັນທີ 11 ມີນາ1965, ໂດຍ ກ່າວວ່າ: “ຈະສະເໜີຄະນະເລຂາ ທິການສູນກາງພັກ ແລະ ສະພາ ລັດຖະມົນຕີ ເລືອກເອົາມື້ໃດມື້ໜຶ່ງ ທີ່ມີຄວາມໝາຍປະຫວັດສາດ ເປັນ ວັນແພດລາວ”. ຈາກແນວຄິດຊີ້ນໍາ ຂອງປະທານ ໄກສອນ ພົມວິຫານ ແລະ ເຫດຜົນທີ່ໄດ້ກ່າວມາຂ້າງ ເທິງນັ້ນ, ກະຊວງສາທາລະນະສຸກ ໄດ້ນໍາສະເໜີລັດຖະບານ ແລະ ສະ ພາແຫ່ງຊາດ ຊຸດທີ VII ແລະ ໄດ້ ຮັບການເຫັນດີໃຫ້ບັນຈຸເຂົ້າໃນກົດ ໝາຍປິ່ນປົວ ສະບັບປັບປຸງ ເລກທີ 58/ສພຊ, ລົງວັນທີ 24 ທັນວາ 2014, ໝວດ 10 ມາດຕາ 76 ໄດ້ ກໍານົດເອົາວັນທີ18 ມິຖຸນາ ເປັນ ວັນແພດລາວ. ການສະເຫລີມສະຫລອງວັນ ແພດລາວ ເພື່ອເຮັດໃຫ້ພົນລະເມືອງ ລາວບັນດາເຜົ່າທຸກຊັ້ນຄົນ ໃນສັງ ຄົມ, ແພດໝໍ ແລະ ພະນັກງານ ສາທາລະນະສຸກ ເຫັນໄດ້ການເຕີບ ໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຂອງວຽກງານສາທາລະນະສຸກ, ຂອງຖັນແຖວແພດໝໍລາວ ໃນ ແຕ່ລະໄລຍະ. ເພື່ອຈາລຶກຄຸນງາມ ຄວາມດີທີ່ໄດ້ປະກອບສ່ວນເຂົ້າໃນ ການຮັກສາສຸຂະພາບປະຊາຊົນ, ພະນັກງານ, ທະຫານ-ຕໍາຫລວດ ໃນຂະບວນການຕໍ່ສູ້ກູ້ຊາດໃນເມື່ອ ກ່ອນ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນ ປັດຈຸບັນ. ເພື່ອປູກຈິດສໍານຶກໃຫ້ແກ່ ແພດໝໍ ແລະ ພະນັກງານສາທາລະ ນະສຸກ ຮຸ່ນສືບທອດຮຽນເອົາແບບ ຢ່າງອັນດີງາມຂອງແພດໝໍ ແລະ ພະນັກງານສາທາລະນະສຸກຮຸ່ນ ກ່ອນ, ອອກແຮງຝຶກຝົນຫລໍ່ຫລອມ ຕົນເອງໃຫ້ກາຍເປັນແພດໝໍທີ່ພຽບ ພ້ອມໄປດ້ວຍຄຸນສົມບັດ, ຈັນຍາທໍາ ວິຊາຊີບ ແລະ ຄວາມຊໍານານງານ ດ້ານວິຊາສະເພາະໃຫ້ສົມກັບກຽດ ສັກສີທີ່ເປັນນັກຮົບເສື້ອຂາວປະຕິ ວັດຂອງພັກ ເພື່ອສ້າງໂອກາດໃຫ້ ແພດໝໍ ແລະ ພະນັກງານສາທາ ລະນະສຸກ ໄດ້ທົບທວນຄືນຫ້າວຽກ ງານໃຫຍ່ດ້ານສາທາລະນະສຸກ ຂອງພັກເຮົາ ເພື່ອເຊີດຊູກຽດສັກສີ, ຖານະບົດບາດແລະຄຸນງາມຄວາມ ດີຂອງແພດໝໍ ແລະ ພະນັກງານ ສາທາລະນະສຸກ ຕໍ່ສັງຄົມ ແລະ ປະເທດຊາດ. ຂປລ. ເປັນອີກໜຶ່ງທິດທາງ ທີ່ດີໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ພາຍໃນ ແຂວງຈຳປາສັກ ໃຫ້ຫລຸດເທື່ອລະ ກ້າວ ໂດຍໃນ 5 ປີຕໍ່ໜ້າ ແຂວງນີ້ ຈະສຸມໃສ່ການສ້າງກຸ່ມການຜະ ລິດ, ການປຸງແຕ່ງ ແລະ ການຊອກ ຕະຫລາດຮອງຮັບຜົນຜະລິດ ເພື່ອແກ້ ໄຂຄວາມທຸກຍາກຢູ່ເຂດຈຸດສຸມ. ທ່ານ ໄຊຍະສິດ ວີລະພັດ ຮອງ ຫົວໜ້າພະແນກ ກະສິກໍາ ແລະ ສິ່ງ ແວດລ້ອມແຂວງ ໄດ້ກ່າວໃນກອງ ປະຊຸມສະຫລຸບຕີລາຄາການຈັດຕັ້ງ ປະຕິບັດວຽກງານກໍ່ສ້າງຮາກຖານ ການເມືອງ, ວຽກງານພັດທະນາ ຊົນນະບົດຮອບດ້ານ-ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ ໃນໄລຍະ 5 ປີ (2021-2025) ແລະ ກຳນົດທິດທາງແຜນການ ຮອດປີ 2030 ວ່າ: ໃນທິດທາງ ແຜນການໃນການຫັນປ່ຽນໂຄງ ສ້າງການຜະລິດກະສິກໍາໃນ 5 ປີຕໍ່ ໜ້າ, ພະແນກກະສິກໍາ ແລະ ສິ່ງ ແວດລ້ອມແຂວງ ຈະສຸມໃສ່ການ ສ້າງກຸ່ມການຜະລິດ, ການປຸງແຕ່ງ ແລະ ການຊອກຕະຫລາດຮອງຮັບ ເພື່ອແກ້ໄຂຄວາມທຸກຍາກຢູ່ເຂດ ຈຸດສຸມ ໂດຍຈະປະເມີນຄືນທ່າແຮງ ຢູ່ແຕ່ເຂດຈຸດສຸມ ນັບແຕ່ດິນ, ນ້ຳ, ສະພາບອາກາດ ເພື່ອເລືອກປູກພືດ ຫລື ລ້ຽງສັດ ທີ່ຕະຫລາດຕ້ອງການ ແລະ ໃຫ້ມູນຄ່າສູງ ເຊັ່ນ: ເຂດປາກ ຊ່ອງພູພຽງບໍລະເວນ ກໍານົດຜະລິດ ພືດຜັກເປັນສິນຄ້າ, ພືດອຸດສາຫະ ກໍາ, ຜະລິດກາເຟຄຸນນະພາບ, ສົ່ງ ເສີມເຕັກນິກລົງສູ່ຊາວສວນກໍຄືກຸ່ມ ຜະລິດໃຫ້ທົ່ວເຖິງ, ປ່ຽນຈາກກະສິ ກຳທຳມະຊາດ ທີ່ຜະລິດກຸ້ມກິນຫັນ ມາເປັນກະສິກຳເຕັກນິກ, ນຳໃຊ້ ເຕັກໂນໂລຊີທີ່ເໝາະສົມ, ການນໍາ ໃຊ້ລະບົບນ້ຳປະຢັດ, ການນຳໃຊ້ ແນວພັນທີ່ທົນທານຕໍ່ສັດຕູພືດ ແລະ ຕ້ອງສຶກສາຂໍ້ມູນຂອງການປ່ຽນ ແປງສະພາບອາກາດ ເພື່ອຮັບປະ ກັນຜົນຜະລິດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບກ້າວເຂົ້າສູ່ການ ຜະລິດເປັນສິນຄ້າ, ເນັ້ນໃສ່ມາດຕະ ຖານ ແລະ ຄຸນນະພາບ ໂດຍຊຸກຍູ້ ການຜະລິດທີ່ສະອາດແລະປອດໄພ ໄດ້ມາດຕະຖານກະສິກຳທີ່ດີ ຫລື ກະສິກຳອິນຊີ ຊຶ່ງເປັນທີ່ຕ້ອງການ ຂອງຕະຫລາດລະດັບສູງ ແລະ ສາ ມາດສ້າງມູນຄ່າໄດ້ຫລາຍກວ່າ. ທ່ານ ໄຊຍະສິດ ວີລະພັດ ກ່າວ ຕື່ມວ່າ: ພ້ອມນີ້, ຈະສຸມໃສ່ຊຸກຍູ້ ສົ່ງເສີມຊາວກະສິກອນ ແລະ ຊາວ ສວນ ກ່ຽວກັບການນໍາໃຊ້ເຕັກໂນ ໂລຊີ ແລະ ນະວັດຕະກໍາ, ກົນຈັກກະ ສິກໍາ ເຊັ່ນ: ການນໍາໃຊ້ລົດໄຖ, ລົດ ກ່ຽວເຂົ້າ ແລະ ໂດຣນສໍາລັບພົ່ນຢາ ຫລື ຫວ່ານຝຸ່ນ ເພື່ອຫລຸດຜ່ອນການ ນໍາໃຊ້ແຮງງານຄົນ. ການສ້າງລະ ບົບໂຮງເຮືອນ ແລະ ນ້ຳ ເພື່ອປູກພືດ ໃນໂຮງເຮືອນ ແລະ ການໃຊ້ລະບົບ ນ້ຳຢອດທີ່ຄວບຄຸມເປັນລະບົບ ເພື່ອ ປະຢັດນ້ຳ ແລະ ປ້ອງກັນພະຍາດ; ການໃຊ້ແອັບພລິເຄຊັນໃນມືຖື ເພື່ອ ຕິດຕາມສະພາບອາກາດ, ລາຄາ ຕະຫລາດ ແລະ ການຊື້-ຂາຍອອນ ລາຍ. ຈາກນັ້ນ, ຈະສຸມໃສ່ການຫັນ ສູ່ກະສິກຳສີຂຽວ ແລະ ຍືນຍົງ, ກະ ສິກໍາອິນຊີ ແລະ ການຫລຸດຜ່ອນ ການໃຊ້ສານເຄມີ ດ້ວຍການຫັນມາ ໃຊ້ຝຸ່ນຊີວະພາບ ເພື່ອຕອບສະໜອງ ຕະຫລາດຮັກສຸຂະພາບ ແລະ ມາດ ຕະຖານການສົ່ງອອກ, ກະສິກຳທີ່ ປັບຕົວເຂົ້າກັບສະພາບພູມອາກາດ, ການເລືອກແນວພັນພືດ ແລະ ສັດ ທີ່ທົນທານຕໍ່ສະພາບແລ້ງ ຫລື ນ້ຳ ຖ້ວມ ແລະ ການບໍລິຫານຈັດການ ຊັບພະຍາກອນດິນ-ນ້ຳ ໃຫ້ມີຄວາມ ຍືນຍົງ. ການສ້າງກຸ່ມການຜະລິດ ແລະ ສະຫະກອນ, ຈັດຕັ້ງກຸ່ມແບບມີ ສ່ວນຮ່ວມ ໂດຍເຕົ້າໂຮມຊາວກະສິ ກອນທີ່ຜະລິດສິນຄ້າປະເພດດຽວ ກັນ ເຂົ້າເປັນກຸ່ມການຜະລິດຫລືສະ ຫະກອນ ໂດຍເນັ້ນການຜະລິດລວມ ແບບມີສ່ວນຮ່ວມ, ຜະລິດລວມກັນ ເພື່ອຫລຸດຕົ້ນທຶນ ແລະ ເພີ່ມອຳ ນາດການຕໍ່ລອງລາຄາກັບພໍ່ຄ້າຄົນ ກາງ, ສ້າງໃຫ້ກຸ່ມມີຄວາມເຂັ້ມ ແຂງ, ຜູ້ບໍລິຫານກຸ່ມກໍຕ້ອງມີຄວາມ ຮູ້ຄວາມສາມາດ, ມີຄວາມພ້ອມໃນ ດ້ານຕ່າງໆ ເພື່ອນໍາພາກຸ່ມ ກ້າວໄປ ສູ່ຄວາມສໍາເລັດ, ສາມາດເພິ່ງພາ ຕົນເອງໄດ້, ການບໍລິຫານປັດໄຈ ການຜະລິດຮ່ວມກັນ, ນໍາໃຊ້ຝຸ່ນຊີ ວະພາບ, ຝຸ່ນອີນຊີ, ຝຸ່ນວິທະຍາ ສາດໃຫ້ເໝາະສົມກັບຊະນິດພືດ ແລະໃຊ້ແນວພັນຫລືເຄື່ອງຈັກກະສິ ກຳຮ່ວມກັນ ເພື່ອເປັນການປະຢັດ ແຮງງານ ແລະ ສາມາດນໍາໃຊ້ວັດ ຖຸດິບໃນທ້ອງຖິ່ນທີ່ມີລາຄາຖືກມາ ຜະລິດຝຸ່ນຊີວະພາບ ແລະ ນໍາໃຊ້ໃນ ການປູກພືດ ເພື່ອຫລຸດຜ່ອນການ ນໍາເຂົ້າປັດໄຈການຜະລິດ ທັງຫລຸດ ຜ່ອນຕົ້ນທຶນການຜະລິດ; ເອົາໃຈໃສ່ ໃນການສ້າງຕັ້ງກຸ່ມ ແລະ ສະຫະ ກອນໃຫ້ຖືກຕ້ອງຕາມກົດໝາຍວ່າ ດ້ວຍສະຫະກອນ ແລະ ສະຫະກອນ ຕ້ອງຂຶ້ນທະບຽນຕາມກົດໝາຍ ເພື່ອໄດ້ຮັບນະໂຍບາຍດ້ານພາສີ ອາກອນ ທັງສອດຄ່ອງ ແລະ ໄປ ຕາມທິດຂອງກະຊວງກະສິກໍາ-ສິ່ງ ແວດລ້ອມ ແລະ ແຜນພັດທະນາ ເສດຖະກິດ - ສັງຄົມຂອງແຂວງ ຕາມທ່າແຮງ. ພ້ອມນີ້, ກໍຈັດຕາຕະ ລາງການປູກ, ການລ້ຽງລວມເຖິງ ການແປຮູບຫລືການປຸງແຕ່ງ ຂອງ ສະມາຊິກພາຍໃນກຸ່ມ ແລະ ສະຫະ ກອນ ເພື່ອບໍ່ໃຫ້ຜົນຜະລິດອອກມາ ລົ້ນຕະຫລາດ ທັງສະໜອງສິນຄ້າ ໃຫ້ຕະຫລາດໄດ້ຢ່າງຕໍ່ເນື່ອງຕະ ຫລອດປີ ເພື່ອສ້າງໃຫ້ກຸ່ມໄດ້ເຮັດ ການຜະລິດໝູນວຽນ, ສ້າງໃຫ້ມີ ວຽກເຮັດງານທໍາຕະຫລອດປີ; ເອົາ ໃຈໃສ່ການພັດທະນາການປຸງແຕ່ງ ເພື່ອເພີ່ມມູນຄ່າ, ຫລຸດຜ່ອນການ ຂາຍວັດຖຸດິບ ກໍຄື ຜົນຜະລິດດິບ ເພາະຈະເຮັດໃຫ້ຖືກກົດລາຄາ ແລະ ເນົ່າເປື່ອຍງ່າຍ. ຊຸກຍູ້ໃຫ້ມີການປຸງ ແຕ່ງຂັ້ນຕົ້ນ ເຊັ່ນ: ການຄັດເກຣດ, ການຕາກແຫ້ງ, ການອົບ, ການແຊ່ ເຢັນຫລືການບັນຈຸພັນທີ່ໄດ້ມາດຕະ ຖານ, ສ້າງຜະລິດຕະພັນທີ່ຫລາກ ຫລາຍ; ຫັນປ່ຽນວັດຖຸດິບໃຫ້ເປັນ ຜະລິດຕະພັນສຳເລັດຮູບ ເຊັ່ນ: ມັນ ຕົ້ນຫັນເປັນແປ້ງ, ໝາກໄມ້ຫັນເປັນ ໝາກໄມ້ອົບແຫ້ງ ຫລື ນ້ຳໝາກໄມ້ ພ້ອມດື່ມ, ພືດສະໝຸນໄພຫັນເປັນຊາ. ນອກຈາກທີ່ກ່າວມານັ້ນແລ້ວ, ທ່ານ ໄຊຍະສິດ ວີລະພັດ ຍັງໃຫ້ ຮູ້ຕື່ມວ່າ: ຈະສຸມໃສ່ຊຸກຍູ້ການສ້າງ ຍີ່ຫໍ້(ແບຣນ)ແລະພັດທະນາເຄື່ອງ ໝາຍການຄ້າຂອງທ້ອງຖິ່ນ ເຊັ່ນ: ສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ໂດຍຕິດພັນກັບເລື່ອງລາວຄວາມ ເປັນມາຂອງທ້ອງຖິ່ນ, ຈຸດເດັ່ນ ດ້ານຄວາມປອດໄພ ເພື່ອດຶງດູດ ຄວາມສົນໃຈຂອງຜູ້ບໍລິໂພກໃຫ້ ຫລາຍຂຶ້ນ; ການຊອກຫາ ແລະ ເຊື່ອມໂຍງຕະຫລາດຮອງຮັບ, ຢືດ ຫລັກການຜະລິດຕາມຄວາມຕ້ອງ ການຂອງຕະຫລາດ, ຕ້ອງສຶກສາ ແລະ ຫາຕະຫລາດຮອງຮັບໃຫ້ໄດ້ ກ່ອນ ຈຶ່ງລົງມືຜະລິດຢ່າງເປັນລະ ບົບ ເພື່ອຕອບສະໜອງຕາມຄວາມ ຕ້ອງການຂອງຕະຫລາດ, ສ້າງສັນ ຍາຜູກພັນທີ່ເປັນທຳ; ປະສານງານ ລະຫວ່າງ ກຸ່ມກະສິກອນກັບໂຮງ ງານປຸງແຕ່ງ ຫລື ບໍລິສັດຮັບຊື້ ເພື່ອ ເຮັດສັນຍາຊື້ - ຂາຍລ່ວງໜ້າ ໂດຍ ກຳນົດລາຄາປະກັນ ແລະ ມາດຕະ ຖານຄຸນນະພາບທີ່ລະອຽດຈະແຈ້ງ ເພື່ອຫລຸດຜ່ອນຄວາມສ່ຽງດ້ານ ລາຄາຕົກຕ່ຳ; ຂະຫຍາຍຊ່ອງທາງ ການຈຳໜ່າຍ ໂດຍນໍາໃຊ້ຕະຫລາດ ທ້ອງຖິ່ນເຊື່ອມໂຍງກັບໂຮງແຮມ, ຮ້ານອາຫານ, ຊຸບເປີມາເກັດ, ໂຮງ ຮຽນ ຫລື ໂຮງໝໍ ໃນເຂດຕົວເມືອງ ແລະ ອື່ນໆ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==