7299

gsfdko{dkora fmtok a xtgmf]k; ( 16/06/2026 8h v'lh k'8kcl'.sh dkpgxa o8q ;c[[ c]t ra fmtokdkozt]y f ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ໃນໂອກາດທີ່ ທ່ານ ໄຊຊະນະ ໂຄດພູທອນ ເລ ຂາພັກແຂວງ, ປະທານສະພາ ປະຊາຊົນ ແຂວງຄໍາມ່ວນ, ພ້ອມ ດ້ວຍພະແນກການຂອງແຂວງ ລົງ ເຄື່ອນໄຫວຊຸກຍູ້ ແລະ ຕິດຕາມ ວຽກງານຢູ່ເມືອງເຊບັ້ງໄຟ ໃນວັນທີ 11 ມິຖຸນາ 2026 ຊຶ່ງໄດ້ຊີ້ນໍາໃຫ້ ການນໍາເມືອງ ແລະ ຕາແສງ ສືບ ຕໍ່ນໍາພາ-ຊີ້ນໍາ ສ້າງຕາແສງໃຫ້ ກາຍເປັນຕາແສງຕົວແບບ ເພື່ອໃຫ້ ບັນດາຕາແສງອື່ນໄດ້ມາຖອດຖອນ ບົດຮຽນ ໂດຍສະເພາະ ຕາແສງ ແສນຄໍາສົມ, ພ້ອມທັງເນັ້ນໜັກ ໃຫ້ ສ້າງສູນກາງຈັດກິດຈະກໍາຂອງປະ ຊາຊົນ, ຈັດຕັ້ງຕະຫລາດນັດປະ ຈໍາອາທິດ, ສົ່ງເສີມກິດຈະກໍາກິລາ ແລະ ສິລະປະ-ວັດທະນະທໍາ ແລະ ອື່ນໆ ທີ່ເປັນປະໂຫຍດ ເພື່ອສ້າງ ຄວາມສາມັກຄີ ແລະ ຄວາມເຂັ້ມ ແຂງໃນຊຸມຊົນ. ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ສືບຕໍ່ຮັກສາມູນເຊື້ອຄວາມດຸໝັ່ນ ຂະຫຍັນພຽນໃນການຜະລິດ, ພັດ ທະນາການປູກເຂົ້າ, ພືດຜັກ, ໄມ້ ກິນໝາກ ແລະ ການລ້ຽງສັດ ໃຫ້ ກາຍເປັນສິນຄ້າ ເພື່ອຍົກລະດັບ ລາຍຮັບ ແລະ ຄຸນນະພາບຊີວິດ ຂອງຄອບຄົວ. ພ້ອມນີ້, ຍັງມອບ ເງິນຈໍານວນໜຶ່ງ ແລະ ປຸ໋ຍຊີວະພາບ 10 ໂຕນ ໃຫ້ແກ່ກະສິກອນ 3 ບ້ານ ຄື : ບ້ານສົ້ມ, ບ້ານຍາງໃຫຍ່ ແລະ ບ້ານດົງໝາກບ້າ ເພື່ອນໍາໄປໃຊ້ໃນ ການຜະລິດ. ຕາແສງແສນຄໍາສົມ ຢູ່ບ້ານຍາງ ໃຫຍ່, ຫ່າງຈາກສໍານັກງານເມືອງ ເຊບັ້ງໄຟ 23 ກິໂລແມັດ, ມີ 14 ບ້ານ ຂຶ້ນກັບ, ມີພົນລະເມືອງ 10.643 ຄົນ, ຍິງ 4.962 ຄົນ, ມີຫລາຍກວ່າ 2.000 ຄອບຄົວ. ພາຍໃນຕາແສງ ມີໂຮງຮຽນມັດທະຍົມສົມບູນ 2 ແຫ່ງ, ໂຮງຮຽນປະຖົມ 11 ແຫ່ງ ແລະ ສຸກສາລາ 3 ແຫ່ງ. ໃນການ ລົງຊຸກຍູ້ຄັ້ງນີ້, ຄະນະໄດ້ມອບຄອມ ພິວເຕີ 2 ຊຸດ ພ້ອມເງິນສົດ 20 ລ້ານ ກີບ ເພື່ອນໍາໃຊ້ເຂົ້າໃນວຽກງານ ບໍລິຫານຂອງຕາແສງ. ຄະນະດັ່ງກ່າວ ຍັງໄດ້ລົງຢ້ຽມ ຢາມຄອບຄົວຕົວແບບດ້ານການ ປູກເຫັດ ແລະ ພົບປະປະຊາຊົນ ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ສະຖາບັນວັດທະ ນະທຳ ແລະ ການທ່ອງທ່ຽວ ຮ່ວມ ກັບຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວເມືອງໝື່ນ ຈັດຝຶກ ອົບຮົມຍົກລະດັບຄຸນນະພາບການ ບໍລິການ, ການເອົາໃຈໃສ່ລູກຄ້າ ສຳລັບພະນັກງານບໍລິການ, ການ ບໍລິການອາຫານສະອາດແລະ ປອດ ໄພ ຂຶ້ນໃນວັນທີ 15 ມິຖຸນາ 2026 ທີ່ເມືອງໝື່ນ ແຂວງວຽງຈັນ ໂດຍ ການເປັນປະທານຂອງ ທ່ານ ນາງ ເພັນປະພາ ພົງສາ ຮອງຫົວໜ້າ ສະຖາບັນວັດທະນະທຳ ແລະ ການ ທ່ອງທ່ຽວ, ທ່ານ ສຸພິດ ອິນທະ ໂພທອງ ຮອງປະທານຄະນະກຳມະ ການປົກຄອງເມືອງໝື່ນ ພ້ອມດ້ວຍ ບັນດາຫ້ອງການ, ຫົວໜ່ວຍທຸລະ ກິດ, ບໍລິການທ່ອງທ່ຽວ, ເຮືອນພັກ ແຮມ, ຮ້ານອາຫານ ແລະ ຮ້ານ ບັນເທີງເຂົ້າຮ່ວມ. ທ່ານ ນາງ ເພັນປະພາ ພົງສາ ໄດ້ກ່າວວ່າ: ການຈັດຝຶກອົບຮົມຄັ້ງ ນີ້, ກໍເພື່ອສ້າງບາດກ້າວຫັນປ່ຽນ ໃໝ່ ວຽກງານການບໍລິການ ໃຫ້ ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝເທື່ອລະກ້າວ, ຍົກລະດັບ ຄວາມຮູ້-ຄວາມສາມາດ ໃຫ້ແກ່ຫົວ ໜ່ວຍທຸລະກິດ ໝູນໃຊ້ເຂົ້າໃນ ການເຄື່ອນໄຫວວຽກງານການ ບໍລິການ, ການເອົາໃຈໃສ່ລູກຄ້າ ສຳລັບພະນັກງານບໍລິການ, ການ ບໍລິການອາຫານສະອາດ ແລະ ປອດໄພ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ, ເປັນເຈົ້າພາບ ທີ່ດີໃນການຕ້ອນຮັບນັກທ່ອງທ່ຽວ, ສະໜອງການບໍລິການ, ປະຕິບັດຕໍ່ ແຂກຢ່າງຖືກຕ້ອງພ້ອມທັງໃຫ້ເກີດ ຄວາມປະທັບໃຈ. ສຳລັບເນື້ອໃນ ເອກະສານຝຶກອົບຮົມປະກອບມີ: ການຮັກສາຄຸນນະພາບ ແລະ ການ ເອົາໃຈໃສ່ຕໍ່ລູກຄ້າ, ທັກສະນະການ ບໍລິການອາຫານ, ເຄື່ອງດື່ມ ແລະ ຄວາມຮູ້ພື້ນຖານກ່ຽວກັບການ ບໍລິການອາຫານສະອາດແລະ ປອດ ໄພ, ຄວາມຮູ້ພື້ນຖານກ່ຽວກັບພະ ແນກແມ່ເຮືອນ, ການອະນາໄມ ຫ້ອງຮັບແຂກ, ວິທີຕົບແຕ່ງຫ້ອງ ນອນ, ຈັດອຸປະກອນເທິງໂຕະອາ ຫານ ໃນແຕ່ລະຄາບເຂົ້າ, ວິທີຕ້ອນ ຮັບແຂກທີ່ມາໃຊ້ບໍລິການ, ວິທີເສີບ ເຄື່ອງດື່ມ ແລະ ວິທີພັບຜ້າ-ແພເຊັດ ມືເປັນຮູບຕ່າງໆ. ໂອກາດນີ້, ທ່ານ ສຸພິດ ອິນທະ ໂພທອງ ໄດ້ຮຽກຮ້ອງໃຫ້ບັນດາຫົວ ໜ່ວຍທຸລະກິດ ທີ່ເຂົ້າຮ່ວມຈົ່ງ ເອົາໃຈໃສ່ປະຕິບັດຕາມວາລະ ການຝຶກອົບຮົມ, ພ້ອມກັນຄົ້ນຄວ້າ ແລກປ່ຽນບົດຮຽນ ຍາດເອົາຄວາມ ຮູ້, ຄວາມສາມາດອັນໃໝ່, ທັ້ງ ນີ້ກໍ່ເພື່ອຍົກລະດັບຄວາມຮູ້, ທັກ ສະຂອງບັນດາຜູ້ປະກອບການ, ເຮືອນພັກ, ຮ້ານບັນເທີງ, ຮ້ານ ອາຫານ ແລະ ອື່ນໆ ກ່ຽວກັບ ການບໍລິການລູກຄ້າ ແນໃສ່ໃຫ້ ສາມາດບໍລິຫານຈັດການ, ນຳພາ ທຸລະກິດຂອງຕົນມີປະສິດທິຜົນ ເພື່ອ ຕອບສະໜອງ, ຄວາມຕ້ອງການ, ຄວາມເພິ່ງພໍໃຈຂອງແຂກ ທີ່ມາໃຊ້ ບໍລິການ, ຢູ່ພາຍໃນເມືອງໝື່ນ ໃຫ້ ນັບມື້ພັດທະນາດີຂຶ້ນເທື່ອລະກ້າວ. ຂ່າວ-ພາບ: ວັນນາ pq d]tfa [75 ootrk[dko[= ]y dko .sh sq ;|j ;pm5 ]tdy f16 j g,n v'\n j o ບ້ານສົ້ມ ເພື່ອຮັບຟັງສະພາບຂອງ ບ້ານ, ດ້ານວຽກງານເສດຖະກິດ, ກະສິກໍາ ແລະ ຄວາມຕ້ອງການ ຂອງປະຊາຊົນ. ໃນການພົບປະ, ຕາງໜ້າການຈັດຕັ້ງຕາແສງ ແລະ ບ້ານສົ້ມ ໄດ້ສະເໜີຕໍ່ການນໍາແຂວງ ໃຫ້ພິຈາລະນາຊ່ວຍເຫລືອການ ສ້າງຫ້ອງການຕາແສງ, ຫໍພັກ ພະນັກງານ, ການກໍ່ສ້າງເສັ້ນທາງ ປູຢາງຈາກທາງເລກ 13 ເຂົ້າຫາ ບ້ານ, ການຂະຫຍາຍຕາຂ່າຍໄຟຟ້າ ແລະ ການສ້າງຄອງສົ່ງນໍ້າເພື່ອ ຮັບໃຊ້ການຜະລິດກະສິກໍາໃນລະດູ ແລ້ງ. ພ້ອມນີ້, ຄະນະຍັງສືບຕໍ່ລົງກວດ ກາໂຄງການຈົກໜອງບົວ ຢູ່ບ້ານ ດົງໝາກບ້າ ແລະ ປະຕູເປີດນໍ້າ ຫ້ວຍສາຍພາຍ. ໂຄງການດັ່ງກ່າວ ມີເນື້ອທີ່ 25 ເຮັກຕາ ເລີ່ມດໍາເນີນ ການກໍ່ສ້າງແຕ່ຕົ້ນປີ 2026, ປັດ ຈຸບັນສໍາເລັດແລ້ວປະມານ 90%. ຄາດວ່າຈະສໍາເລັດພາຍໃນເດືອນ ກໍລະກົດ 2026. ເມື່ອໂຄງການສໍາ ເລັດ ຈະສາມາດສະໜອງນໍ້າໃຫ້ແກ່ ການຜະລິດລະດູແລ້ງໄດ້ປະມານ 85 ເຮັກຕາຕໍ່ປີ, ຊ່ວຍສ້າງເງື່ອນໄຂ ໃຫ້ປະຊາຊົນຂະຫຍາຍການຜະລິດ ແລະ ຍົກສູງລາຍຮັບໃນອະນາຄົດ. ຂ່າວ: ມະນີວັນ v5 fq ,w- lh k'0t[;odkovtokw,lq j 'glu ,l5 0trk[ c]t me]kpcs]j 'crj ra o0v'p5 ']kp ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກສາ ທາ ລະນະສຸກ ແຂວງອຸດົມໄຊ ຮ່ວມກັບອົງການຈັດຕັັ້ງມະຫາຊົນ, ພະນັກງານ-ລັດຖະກອນ, ອາສາ ສະໝັກ ພະແນກສາທາລະນະສຸກ ແຂວງ ສ້າງຂະບວນການອະນາ ໄມລວມ, ສົ່ງເສີມສຸຂະພາບ ແລະ ທຳລາຍແຫລ່ງແພ່ພັນຂອງຍຸງ ລາຍ ໃນວັນທີ 12 ມິຖຸນາ 2026 ເພື່ອສ້າງຂະບວນການຂໍ່ານັບຮັບ ຕ້ອນ ວັນສາທາລະນະສຸກ (ວັນ ແພດລາວ) ຄົບຮອບ 61 ປີ (18 ມິຖຸນາ 1965-18 ມິຖຸນາ 2026) ແລະ ວັນຕ້ານໄຂ້ຍຸງລາຍອາຊຽນ ຄົບຮອບ 15 ປີ (15 ມິຖຸນາ 2011-15 ມິຖຸນາ 2026). ການສ້າງຂະບວນການຄັ້ງນີ້, ຄະນະຮັບຜິດຊອບໄດ້ແບ່ງອອກ ເປັນ 2 ທີມງານ ຄື: ທີມໂຮງຮຽນ ສາທາລະນະສຸກ ແລະ ຄະນະ ກຳມະການປົກຄອງບ້ານລ້ອງກໍ ເດື່ອ ອະນາໄມ ບໍລິເວນສໍານັກງານ ພະແນກສາທາ ແລະ ໂຮງຮຽນ. ສ່ວນອີກທີມ ແມ່ນຕາງໜ້າແຕ່ລະ ຂະແໜງ ສົມທົບກັບຄະນະຊາວໜຸ່ມ ແຂວງ ໄປຮ່ວມຂະບວນການອະ ນາໄມ ທໍາລາຍແຫລ່ງແພ່ພັນຂອງ ຍຸງລາຍ ຢູ່ 22 ບ້ານ ໃນເທສະ ບານເມືອງໄຊ ທັງນີ້ກໍເພື່ອແນໃສ່ ທຳລາຍ ແຫລ່ງແພ່ພັນຂອງຍຸງລາຍ ຕິດພັນກັບຂະບວນການ 4 ສ ຄື: ສ ສະຫງົບ, ສ ສະອາດ, ສ ສວຍງາມ ແລະ ສ ສີຂຽວ. ຂ່າວ: ສຸວັນທອງ ປັຍາຂັນ s];'rt[k' ,u oa dlv[gla '9q [-A o ,7 s]kpd;j k 2.400 7q o ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໃນສົກ ຮຽນ 2025-2026 ນີ້, ທົ່ວແຂວງ ຫລວງພະບາງ ມີນັກສອບເສັງ ຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ7) ທັງໝົດ 2.480 ຄົນ, ຍິງ 1.121 ຄົນ ຊຶ່ງການສອບເສັງຈົບ ຊັ້ນ ມ7 ຈະຈັດຂຶ້ນໃນວັນທີ 17-19 ມິຖຸນາ 2026, ມີ 5 ວິຊາສອບເສັງ ຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ກຸ່ມວິທະຍາສາດ ທຳມະຊາດ, ກຸ່ມວິທະຍາສາດສັງ ຄົມ ແລະ ພາສາອັງກິດ ຊຶ່ງເອກະ ພາບກັນໃນທົ່ວປະເທດ. ທ່ານ ນາງ ວຽນວິໄລ ດີລະ ພັນ ຮອງປະທານຄະນະກໍາມະ ການປົກຄອງ ແຂວງຫລວງພະ ບາງ ລາຍງານໃນກອງປະຊຸມ ແນະນຳທາງດ້ານວິຊາການ ໃຫ້ ຄະນະຊີ້ນຳສູນສອບເສັງຈົບຊັ້ນ ມັດທະຍົມສຶກສາ ມ7 ປະຈໍາສົກ ຮຽນ 2025-2026 ໃນວັນທີ 14 ມິຖຸນາ 2026 ຜ່ານມາວ່າ: ທົ່ວ ແຂວງຫລວງພະບາງ ມີໂຮງຮຽນ ຊັ້ນມັດທະຍົມສຶກສາຕອນປາຍ 48 ແຫ່ງ, ແບ່ງອອກເປັນ 33 ສູນ ສອບເສັງ ພ້ອມທັງຊີ້ນຳໃຫ້ແຕ່ລະ ສູນສອບເສັງ ຈົ່ງໄດ້ພ້ອມກັນເພີ່ມ ທະວີຄວາມຮັບຜິດຊອບສູງ ຕໍ່ໜ້າ ທີ່ຄວາມຮັບຜິດຊອບຂອງຕົນ, ປະຕິບັດລະບຽບຢ່າງເຂັ້ມງວດ, ຕ້ານທຸກປະກົດການຫຍໍ້ທໍ້ທີ່ອາດຈະ ເກີດຂຶ້ນໃນບັ້ນສອບເສັງ, ປະສານ ສົມທົບກັບຄະນະການປົກຄອງ ເມືອງ, ຄະນະພັດທະນາການສຶກສາ ແຕ່ລະຂັ້ນ, ຜູ້ອໍານວຍການ, ຄູສອນ ແລະ ພໍ່ແມ່ຜູ້ປົກຄອງ ໃຫ້ພ້ອມກັນ ສົ່ງລູກຫລານນັກຮຽນມາເຂົ້າຮ່ວມ ການສອບເສັງ ໃຫ້ທັນຕາມວັນເວ ລາທີ່ໄດ້ກຳນົດໄວ້, ພ້ອມທັງເປັນ ເຈົ້າການຮ່ວມກັນໃນການຕິດຕາມ, ຊຸກຍູ້ໃຫ້ກໍາລັງໃຈ ແກ່ລູກຫລານ ຂອງຕົນໃຫ້ສາມາດສອບເສັງໄດ້ ຄະແນນສູງ ແລະ ກຽມຄວາມພ້ອມ ໃນການສອບເສັງ ເຂົ້າຮຽນຕໍ່ໃນ ສາຍວິຊາຊີບ ຢູ່ພາຍໃນ ແລະ ຕ່າງ ປະເທດ. ໃນກອງປະຊຸມ, ຍັງໄດ້ຜ່ານ ຂໍ້ຕົກລົງຂອງປະທານຄະນະກຳ ມະການປົກຄອງ ແຂວງຫລວງພະ ບາງ ວ່າດ້ວຍການແຕ່ງຕັ້ງຄະນະ ກຳມະການກວດກາສະເພາະກິດ ເພື່ອຕ້ານ ແລະ ສະກັດກັ້ນປະກົດ ການຫຍໍ້ທໍ້ ທີ່ອາດຈະເກີດຂຶ້ນໃນ ບັ້ນການສອບເສັງຈົບຊັ້ນມັດທະຍົມ ສຶກສາ (ມ7) ສົກຮຽນ 20252026, ຜ່ານຂໍ້ຕົກລົງຂອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງ ວ່າດ້ວຍການແຕ່ງຕັ້ງອະນຸ ກໍາມະການລົງຊີ້ນຳສູນສອບເສັງ ຈົບຊັ້ນ ມ7 ແຂວງຫລວງພະບາງ ປະຈຳສົກຮຽນ 2025-2026 ເອກະພາບທົ່ວປະເທດ, ທັງມີການ ແນະນຳຄູ່ມືທາງດ້ານວິຊາການ. ຂ່າວ-ພາບ: ສອນອາຄົມ ແກ້ວຄຳເພັດ

RkJQdWJsaXNoZXIy MTc3MTYxMQ==