16/06/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດດາີ 7;k,\kp0v' Iu f 12 7v' 14 xtgrou ]k; [a oclj ;c-[ ok' oh vp ;a fw8 de]a 'wfh Ia [7;k,lq o.99kdla '7q , ຂປລ. ຮີດ 12 ຄອງ 14 ແມ່ນ ຮູບແບບການດຳລົງຊີວິດ, ຮີດຄອງ ປະເພນີ ແລະ ກົດລະບຽບທາງສັງ ຄົມ ທີ່ປະຊາຊົນລາວສືບທອດກັນ ມາແຕ່ບູຮານນະການ ເພື່ອຄວາມ ສະຫງົບສຸກ ແລະ ຄວາມເປັນລະ ບຽບຮຽບຮ້ອຍໃນສັງຄົມ. ຄຳວ່າ ຮີດ 12 ຄອງ 14 ທີ່ພວກເຮົາໄດ້ ຍິນຜູ້ເຖົ້າເພິ່ນມັກເວົ້າ ແຕ່ຫລາຍ ຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍ ທີ່ແທ້ຈິງຂອງມັນ ຊຶ່ງຄວາມໝາຍ ຂອງຮີດ 12 ຄອງ 14 ມີຢູ່ວ່າ: ຮີດ ແປວ່າ: ແບບຢ່າງ ຫລື ປະເພນີ ທີ່ເຄີຍປະພຶດສືບທອດກັນມາ ແຕ່ ບູຮານນະການ ຈົນເຖິງປັດຈຸບັນທັງ ພາສາເວົ້າ ແລະ ພາສາ ຂຽນ ເພິ່ນ ນິຍົມເວົ້າ ແລະ ຂຽນຄຳວ່າ: ຮີດ ຄອງປະເພນີ (ຈາຮີດນິຍົມ) ລວມ ເຂົ້າກັນເປັນຄຳດຽວຄຳວ່າ ຂະນົບ ທຳນຽມ ແປເອົາໃຈຄວາມແລ້ວ ກໍແມ່ນ ປະເພນີທີ່ເຄີຍປະຕິບັດສືບ ທອດກັນມານັ້ນເອງ. ຮີດ ມາຈາກ ຄຳບາລີທີ່ວ່າ: ຈາປິດຕະ ເປັນໄດ້ ທັງຄຳນາມ ແລະ ຄຳກະລິຍາ ຮີດ 12 ໝາຍເຖິງປະເພນີພິທີກຳ (ຫລື ການເຮັດບຸນປະຈຳເດືອນ) ຂອງ ປະຊາຊົນລາວບັນດາເຜົ່າພາຍໃນ 12 ເດືອນ ເພິ່ນຈະນັບເອົາຕາມ ເດືອນລາວ ບໍ່ແມ່ນເດືອນສາກົນ ເປັນຕົ້ນແມ່ນ: 1. ເດືອນຈຽງ: ຈະມີພິທີລ້ຽງຜີ ຟ້າຜີແຖນ ນິມົນພະສົງອົງຄະເຈົ້າ ເຂົ້າປະລິວາດຊະກຳ. 2. ເດືອນຍີ່: ຈະມີພິທີເຮັດບຸນ ເຂົ້າຄູນລານ (ບຸນກິນຈຽງ) ເຜົ່າ ມົ້ງ, ບຸນງະ ບຸນລະປືມ(ລາວເທິງ ພາກໃຕ້), ບຸນກະເລີ (ລາວເທິງ ພາກເໜືອ). 3. ເດືອນສາມເພັງ: ເຮັດບຸນ ເຂົ້າຈີ່ ບຸນມາຂະບູຊາ, ບຸນວັດພູ ຈຳປາສັກ. 4. ເດືອນສີ່: ເຮັດບຸນພະເວດ ຫລື ບຸນມະຫາຊາດ. 5. ເດືອນຫ້າ: ເຮັດບຸນປີໃໝ່ ລາວ ຫລື ບຸນກຸດສົງການ. 6. ເດືອນຫົກ: ເຮັດບຸນວິສາຂະ ບູຊາ ແລະ ບຸນບັ້ງໄຟ. 7. ເດືອນເຈັດ: ເຮັດບຸນເບີກຊຳ ລະບ້ານ ແລະ ລ້ຽງປູ່ຕາ (ກຽມ ເຮັດໄຮ່ເຮັດນາ). 8. ເດືອນແປດ: ເຮັດບຸນເຂົ້າ ພັນສາ. 9. ເດືອນເກົ້າ: ເຮັດບຸນເຂົ້າ ປະດັບດິນ. 10. ເດືອນສິບ: ເຮັດບຸນເຂົ້າ ສະຫລາກ. 11. ເດືອນສິບເອັດ: ເຮັດບຸນ ອອກພັນສາ. 12. ເດືອນສິບສອງ: ເຮັດບຸນ ກະຖິນ ບຸນພະທາດຫລວງ. ວ່າດ້ວຍຄອງ 14 ແມ່ນມີຄື: ຄອງ 14 ຢ່າງ ສຳລັບຄົນທົ່ວໄປ ແລະ ຄອງ 14 ຢ່າງຂອງພະລາ ຊາ, ສຳຄັນທົ່ວໄປແມ່ນໜ້າທີ່ຂອງ ໝົດທຸກຄົນ ຈະຕ້ອງປະພຶດປະຕິບັດ ຕໍ່ກັນເຊັ່ນ: ຄູ່ຜົວ-ເມຍ ຊາວບ້ານ ຄອບຄົວເຮືອນຊານ ແລະ ວັດວາ ອາຮາມສາ ສະໜາ ລາຍລະອຽດ ຄືລຸ່ມນີ້: 1. ເມື່ອພືດເຂົ້າກ້າໝາກໄມ້ເປັນ ຮວງເປັນໝາກມາແລ້ວ ຕົນຢ່າ ຟ້າວກິນກ່ອນໃຫ້ເອົາທຳບຸນ ໃຫ້ ທານແກ່ທ່ານຜູ້ມີສິນກິນກ່ອນ ແລ້ວ ຕົນຈຶ່ງກິນພາຍລຸນ ແຕ່ປັດຈຸບັນບໍ່ ຄ່ອຍປະຕິບັດຕາມແລ້ວ. 2. ຢ່າໂລບລ່າຍຕາຊິງຕາຍ່ອຍ ຢ່າຈ່າຍເງິນແດງ ຢ່າແປງເງິນ ຄວ່າງ ແລະ ຢ່າກ່າວຄຳຫຍາບຊ້າ ກ້າແຂງໃສ່ກັນ. 3. ໃຫ້ພ້ອມພາກັນເຮັດຮົ້ວຕ້າຍ ແລະ ກຳແພງອ້ອມຮອບວັດວາ ອາຮາມ ແລະ ເຮືອນແຫ່ງຕົນດ້ວຍ ການປຸກຫໍບູຊາເທວະດາໃນສີ່ແຈ ເຮືອນ. 4. ເມື່ອຈະຂຶ້ນເຮືອນນັ້ນໃຫ້ຊ່ວຍ ລ້າງຕີນເສຍກ່ອນແລ້ວຈຶ່ງຂຶ້ນ. 5. ເມື່ອເຖິງວັນສິນ 7-8-1415 ຄໍ່າ ໃຫ້ສົມມາກ້ອນເສົ້າແມ່ຄີ ໄຟ ແມ່ຂັ້ນໄດ ແລະ ປະຕູທີ່ຕົນໄດ້ ອາໄສຢູ່ທຸກເຊົ້າຄໍ່າວັນຄືນ. 6. ເມື່ອຈະເຂົ້ານອນນັ້ນໃຫ້ເອົາ ນ້ຳສ່ວຍລ້າງຕີນຜົວແຫ່ງຕົນເສຍ ກ່ອນ ແລ້ວຈຶ່ງເຂົ້ານອນ ຊຶ່ງປັດຈຸ ບັນບໍ່ນິຍົມໃຊ້ແລ້ວ. 7. ເຖິງວັນສິນໃຫ້ເອົາດອກໄມ້ ທູບທຽນສົມມາຜົວແຫ່ງຕົນ ພໍ່ແມ່ ເຖົ້າແກ່ລຸງຕາຂອງຕົນ ເຖິງວັນອຸ ໂປສົດພະສົງຂອງ ອົງຄະເຈົ້າ ໃຫ້ ແຕ່ງຂັນດອກໄມ້ທູບທຽນໄປເຄນ ສັງຄະເຈົ້າ. 8. ເຖິງວັນສິນດັບສິນເພັງມາໃຫ້ ນິມົນພະສັງ ມາສູນມຸງຄຸນເຮືອນ ແລ້ວທຳບຸນໃສ່ບາດຖວາຍທານ. 9. ເມື່ອພະສົງມາບິນທະບາດ ນັ້ນຢ່າໃຫ້ເພິ່ນຄອຍຖ້າ ເວລາໃສ່ ບາດກໍຢ່າໃຫ້ ຊູນບາດ ຊູນພິກຂຸສາ ມະເນນ ແລະ ຍາມໃສ່ບາດນັ້ນຢ່າ ໄດ້ໃສ່ເກີບ ກັ້ງຄັນຮົ່ມ ບໍ່ເອົາຜ້າປົກ ຫົວ ບໍ່ອູ້ມລູກຫລານ ແລະ ຖືສາດ ຕາວຸດຕ່າງໆ. 10. ເມື່ອພິກຂຸເຂົ້າປະລິດວາ ສະກຳຊຳລະເນື້ອຕົວແລ້ວເວລາ ອອກປະລິວາສະກຳໃຫ້ມີຂັນດອກ ໄມ້ທູບທຽນ ແລະ ເຄື່ອງອັດທະປະ ລິຂານໄປຖວາຍ. 11. ເມື່ອພິກຂຸສັງຄະເຈົ້າກາຍ ມາ ໃຫ້ນັ່ງລົງຍໍມືໄຫວ້ກ່ອນ ແລ້ວ ຈິ່ງຄ່ອຍເຈລະຈາ. 12. ຢ່າຢຽບເງົາເຈົ້າພິກຂຸສຳ ມະເນນ. 13. ຢ່າເອົາອາຫານເງື່ອນຂອງ ຕົນກິນແລ້ວໄປທານໃຫ້ສັງຄະເຈົ້າ ແລະ ຢ່າເອົາໄວ້ຄອຍໃຫ້ຜົວກິນ. 14. ຢ່າເສບກາມມະຄຸນໃນວັນ ສິນ,ວັນເຂົ້າວັດສາ,ວັນອອກວັດສາ ແລະ ວັນມະຫາສົງການຂຶ້ນປີໃໝ່. ທັງໝົດ ເຫລົ່ານັ້ນແມ່ນຮີດ 12 ຄອງ 14 ທີ່ຄົນລາວເຮົານັບຖືມາ ແຕ່ດຶກດຳບັນ ຈົນມາຮອດປັດຈຸບັນ ໄດ້ເຄົາລົບນັບຖື ແລະ ປະຕິບັດໃຫ້ ຖືກກັບຮີດຄອງປະເພນີ ອັນດີງາມ ຂອງຊາດຕະຫລອດມາ. ພາບປະກອບ ຂປລ. ຖືວ່າກໍາລັງເປັນກະແສ ໃນສັງຄົມອອນລາຍເລີຍກໍວ່າໄດ້ ສໍາລັບ ຮ້ານ ນາງ ນ້ອຍ ບັນແສ່ວ ແຊບ ວັດໄຕ ແລະ ເຂົ້າໜົມຄົກໄສ້ ເຄັມ ດ້ວຍລົດຊາດທີ່ແຊບຊ້ອຍ, ຫອມມັນກະທິ ແລະ ແຜ່ນແປ້ງ ກອບບໍ່ອົມນ້ຳມັນ ຖືກໃຈຜູ້ບໍລິໂພກ ສາມາດດຶງດູດລູກຄ້າຈຳນວນ ຫລາຍຫລັ່ງໄຫລເຂົ້າມາບໍ່ຂາດ ສາຍ ບາງຄົນກໍມານັ່ງກິນຢູ່ຮ້ານ, ບາງຄົນກໍສັ່ງຊື່ກັບບ້ານ ຫລື ບາງ ຄົນກໍໂທສັ່ງໄວ້ແລ້ວມາເອົາຢູ່ໜ້າ ຮ້ານ ໂດຍສະເພາະໄລຍະ 4-5 ເດືອນມານີ້ ໄດ້ຂາຍດີພໍສົມຄວນ ເນື່ອງຈາກວ່າຮ້ານຂອງເພິ່ນເປັນ ທີ່ຮູ້ຈັກຫລາຍຂຶ້ນຈາກການລີວິວ ຜ່ານແອັບຕິກຕ໋ອກ ແລະ ຫລາຍຄົນ ກໍ່ຢາກຮູ້ວ່າແຊບແທ້ບໍ່? ແຕ່ເມື່ອ ໄດ້ມາກິນແລ້ວກໍຕິດໃຈກັບລົດຊາດ ທີ່່ແຊບຊ້ອຍ ຈຶ່ງມີການບອກຕໍ່ປາກ ຈົນແຕ່ລະມື້ ມີຄົນມາຕໍ່ແຖວຍາວ ເຮັດນໍາກໍ່ບໍ່ທັນ ຊຶ່ງຈຸດນີ້ມັນໄດ້ ສ້າງຮອຍຍີ້ມໃຫ້ກັບ ນາງ ນ້ອຍ . ນາງ ນ້ອຍ ເວົ້າສູ່ຟັງວ່າ: ກ່ອນ ຈະມາເຮັດອາຊີບນີ້ ຍ້ອນວ່າຕົນ ເອງ ເປັນຄົນມັກແຕ່ງກິນ ຈຶ່ງເຮັດ ສິ່ງທີ່ຕົນເອງມັກ ຄື ການເຮັດອາ ຫານປະເພດຕ່າງໆ ເພື່ອວາງຂາຍ ຢູ່ໜ້າເຮືອນ ແຕ່ປີ 2015 ເປັນຕົ້ນ ມາ ໂດຍການຂາຍຫລາຍຢ່າງ ບໍ່ ວ່າຈະເປັນບັນກວນ, ບັນແສ່ວ, ບັນ ແຕ, ຍໍ່ຂາວ, ຍໍ່ຈືນ, ເຂົ້າໜົມຂົກ, ປີ້ງ ເອັນ ແລະ ຂາຍປະເພດເສັ້ນ, ຈົນ ມາຈັບທາງໄດ້ ວ່າ ບັນແສ່ວ ເປັນ ທີ່ຕ້ອງການຂອງຜູ້ບໍລິໂພກຫລາຍ, ຈາກຮ້ານທີ່ຄົນຮູ້ໜ້ອຍ ກາຍເປັນ ຮ້ານທີ່ສັງຄົມຮູ້ຈັກຫລາຍຈາກ ການທີ່ຫລານສາວ ມາລີວິວບັນ ແສ່ວ ຜ່ານທາງແອັບຕິກຕ໋ອກ ໃຫ້ ປະມານ 5 ເດືອນກ່ອນ ຈຶ່ງເຮັດໃຫ້ ລູກຄ້າຮູ້ຈັກຮ້ານບັນແສ່ວແຊບ ວັດໄຕ ຫລາຍຂຶ້ນ ຊຶ່ງແຕ່ລະມື້ຈະ ມີລູກຄ້າເຂົ້າມາຫລາຍພໍສົມຄວນ. ສະນັ້ນ, ຕົນເອງ ຈຶ່ງຫັນມາເຮັດສະ ເພາະແຕ່ບັນແສ່ວ ແລະ ເຂົ້າໜົມຄົກ ຂາຍ ດ້ວຍສູດທີ່ຂ້າພະເຈົ້າຄິດຄົ້ນ ເອງ ຜ່ານການລອງຜິດ, ລອງຖືກ ກວ່າຈະໄດ້ສູດນີ້ມາ ຈົນປັດຈຸບັນ ແມ່ນມີຜົນຕອບຮັບດີຫລາຍ ຊຶ່ງແຕ່ ລະມື້ນຳໃຊ້ແປ້ງ ປະມານ 8 ຖົງ/ ມື້ ໄດ້ເກືອບ 200 ແຜ່ນ/ມື້, ໝູບົດ 10 ກິໂລ/ມື້. ສໍາລັບລາຄາຂາຍ ບັນແສ່ວ ແຜ່ນລະ 15.000 ກີບ (ບໍ່ໃສ່ໄຂ່), ໃສ່ໄຂ່ແມ່ນ 20.000 ກີບ, ເຂົ້າໜົມຄົກ ຄູ່ລະ 5.000 ກີບ, ລາຄານີ້ກໍຖືວ່າບໍ່ແພງຖ້າທຽບ ໃສ່ຕົ້ນທຶນໃນປັດຈຸບັນ ເພາະວ່າ ມີສ່ວນປະກອບເຄື່ອງຄຽງຫລາຍ ຢ່າງຕື່ມອີກ ເຊັ່ນ: ໄຂ່, ຜັກ, ຖົ່ວ ງອກ ແລະ ອື່ນໆ (ສ່ວນນ້ຳແຈ່ວ ແມ່ນຕັກເອງ). ພ້ອມນີ້ ຢູ່ຮ້ານບັນ ແສ່ວ ຍັງອາຫານປະເພດເສັ້ນໄວ້ ຄອຍບໍລິການລູກຄ້າຕື່ມອີກ ເຊັ່ນ: ເຂົ້າປຽກເສັ້ນ, ເຝີງົວ, ເຝີເຮືອ, ໝີ່ ເຫລືອງ,ເຂົ້າຊອຍ, ຕົ້ມລ້ອນ ຊຶ່ງ ແມ່ນນ້ອງສາວເປັນຜູ້ຂາຍ ໃນລາ ຄາເລີ່ມຕົ້ນ 30.000 ກີບ ຂຶ້ນໄປ ແລະ ປະເພດນ້ຳ ເຊັ່ນ: ກາເຟ, ນ້ຳ ດື່ມ, ແປບຊີ ນຳອີກ. ນາງ ນ້ອຍ ເວົ້າເສີມວ່າ: ນອກ ຈາກຂາຍຢູ່ພາຍໃນຮ້ານແລ້ວ, ທາງຮ້ານຂອງພວກເຮົາ ຍັງຮັບ ອອກງານນອກສະຖານທີ່ ໂດຍ ເລີ່ມຕົ້ນໃນລາຄາ 3.500.000ກີບ ເຄື່ອງທຸກຢ່າງຂອງທາງຮ້ານໝົດ. ສໍາລັບ ລູກຄ້າທ່ານໃດ ທີ່ຢາກລອງ ຊີມ ກໍມາຫາໄດ້ຮ້ານຕັ້ງຢູ່ ບ້ານ ໜອງປາໄນ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ (ຫລັງ ວັດໄຕ) ຮັບຮອງວ່າ ຈະບໍ່ຜິດຫວັງ ແນ່ນອນ ຫລື ຖ້າຫາກທ່ານໃດ ສົນໃຈບັນແສ່ວ, ເຂົ້າໜົມຂົກແຊບໆ ອອກງານ ກໍຕິດຕໍ່ໄດ້ທີ່ເບີ 020 9810 3357.
RkJQdWJsaXNoZXIy MTc3MTYxMQ==