7299

4tcs]'dkoIj ;, ]ts;j k' lxx ]k; c]t lx 9u o ;j kfh ;p dkolh k'76j Ij ;,-k8kde ]k;{9u o muj g0A ,c0'|P;c|h o.om5 dltrk[dko0v'p5 d.\j ການໄປມາຫາສູ່ກັນລະຫວ່າງສອງ ພັກ, ຊີວິດການເປັນຢູ່ຂອງປະຊາຊົນ, ການຮ່ວມມືດ້ານເສດຖະກິດການຄ້າ- ດ້ານພາສີ, ການເງິນ-ການທະນາຄານ, ການໄປມາຫາສູ່ກັນ ລະຫວ່າງ ເຍົາວະ ຊົນ, ສື່ມວນຊົນ ແລະ ຂົງເຂດອື່ນໆ. ສອງຝ່າຍເຫັນວ່າ, ການຢ້ຽມ ຢາມລັດຖະກິດ ສປ ຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະ ຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຜົນສໍາເລັດ ອັນຈົບງາມ, ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການຮັດແໜ້ນສາຍພົວພັນ ລາວ-ຈີນ ແລະ ການຮ່ວມມືໃນທຸກຂົງ ເຂດຂະແໜງການ, ລົງເລິກການກໍ່ສ້າງ ຄູ່ຮ່ວມຊາຕາກຳ ລາວ-ຈີນ ເພື່ອພາ ລະກິດ ສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນ ຮຸ່ງເຮືອງຂອງພາກພື້ນ ແລະ ໃນໂລກ. ສະຫາຍ ທອງລຸນ ສີສຸລິດ ເລ ຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນ ແລະ ໄມຕິຈິນມິດຕະພາບ ຈາກ ສະຫາຍ ສີ ຈິ້ນຜິງ ເລຂາທິການ ໃຫຍ່ ຄະນະກໍາມະການສູນກາງພັກ ກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ແລະ ພັກ, ລັດ, ປະຊາຊົນຈີນ ແລະ ເຊື້ອເຊີນ ສະຫາຍ ສີ ຈິ້ນຜິງ ໄປ ຢ້ຽມຢາມ ສປປ ລາວ ຢ່າງຈິງໃຈ. ສະ ຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມ ມູນິດຈີນ,ປະທານປະເທດແຫ່ງສປຈີນ ສະແດງຄວາມຂອບໃຈ ແລະ ຕອບຮັບ ການເຊື້ອເຊີນ ດ້ວຍຄວາມຍິນດີ. 26. ສືບຕໍ່ເຊັນແຜນການຮ່ວມມື ດ້ານວັດທະນະທໍາ ແລະ ການທ່ອງ ທ່ຽວລາວ-ຈີນ,ສົ່ງເສີມການໄປມາຫາ ສູ່ກັນ ໃນຂົງເຂດວັດທະນະທຳ ແລະ ການທ່ອງທ່ຽວ, ຕັ້ງໜ້າເຂົ້າຮ່ວມກິດ ຈະກໍາວັດທະນະທຳ ແລະ ການທ່ອງ ທ່ຽວ ເຊິ່ງກັນ ແລະ ກັນ; ຕັ້ງໜ້າຊຸກຍູ້ ສົ່ງເສີມການຮ່ວມມືດ້ານການທ່ອງ ທ່ຽວ, ໂຄສະນາການທ່ອງທ່ຽວຜ່ານສື່ ມວນຊົນ ແລະ ຜູ້ທີ່ມີຊື່ສຽງຂອງສອງ ປະເທດ ແລະ ສ້າງເງື່ອນໄຂອໍານວຍ ຄວາມສະດວກໃຫ້ແກ່ການທ່ອງທ່ຽວ. ຝ່າຍລາວ ສະໜັບສະໜູນສູນວັດທະນະ ທໍາຈີນ ປະຈໍາລາວຈັດກິດຈະກໍາຕ່າງໆ ໃນລາວ, ຮ່ວມກັນສະໜັບສະໜູນສະ ຫະພັນ ເມືອງທ່ອງທ່ຽວ ແມ່ນໍ້າຂອງແມ່ນໍ້າລ້ານຊ້າງ ໃນການຈັດກິດຈະ ກໍາ, ສົ່ງເສີມນັກທ່ອງທ່ຽວສອງຝ່າຍ ໄປທ່ຽວຊົມເຊິ່ງກັນ ແລະ ກັນ, ເພີ່ມທະ ວີການຮ່ວມມື ແລະ ແລກປ່ຽນໃນຂົງ ເຂດກິລາສອງຝ່າຍ, ຮັກສາການປະ ສານງານໃນວຽກງານກິລາສາກົນ. 27.ລົງເລິກການຮ່ວມມືໃນຂະແໜງ ການສາທາລະນະສຸກ ດ້ານຊັບພະຍາ ກອນມະນຸດ, ສຸຂະພາບ ແມ່ ແລະ ເດັກ, ຄວບຄຸມພະຍາດຕິດຕໍ່, ການແພດພື້ນ ເມືອງແລະຂົງເຂດອື່ນໆ,ຮ່ວມກັນປະຕິ ບັດ ໂຄງການແບບນ້ອຍແຕ່ງາມ ເຊັ່ນ: ໂຄງການແສງສະຫວ່າງແລະໂຄງການ ນໍ້າໃຈຄວາມຮັກ.ເພີ່ມທະວີແລະລົງເລິກ ການຮ່ວມມືທາງດ້ານການຄົ້ນຄວ້າວິ ທະຍາສາດແລະການຄວບຄຸມພະຍາດ ເຂດຮ້ອນ ລະຫວ່າງ ສອງຝ່າຍ ບົນ ພື້ນຖານສ້າງຄວາມເຂັ້ມແຂງຫ້ອງທົດ ລອງ ທີ່ກ່ຽວຂ້ອງກັບການປ້ອງກັນ ແລະ ປິ່ນປົວພະຍາດເຂດຮ້ອນ ຕາມ ແຜນຂອງໂຄງການແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ, ສືບຕໍ່ເສີມຂະຫຍາຍບົດ ບາດ ແລະ ໝາກຜົນຂອງການຮ່ວມມື ສອງຝ່າຍ ໃຫ້ແກ່ປະຊາຊົນສອງຊາດ. 28. ຮ່ວມກັນປັບປຸງບູລະນະສຸ ສານຈີນໃນລາວ ແລະ ເສີມຂະຫຍາຍ ບົດບາດການໂຄສະນາສຶກສາໃຫ້ດີ. ປະສານງານກັນດ້ານຍຸດທະສາດ ັຸ້ ຢ່າງສະໜິດແໜ້ນ ແລະ ມີມາດຖານສູງ.່ິ້ີູ 29. ຮັກສາລະບົບການພົວພັນສາ ກົນທີ່ມີອົງການສະຫະປະຊາຊາດ ເປັນ ແກນກາງ, ລະບຽບການສາກົນທີ່ມີກົດ ໝາຍລະຫວ່າງປະເທດເປັນພື້ນຖານ ແລະ ບັນທັດຖານພື້ນຖານທີ່ຖືເອົາວັດຖຸ ປະສົງ ແລະ ຫລັກການຂອງກົດບັດສະ ຫະປະຊາຊາດ ເປັນພື້ນຖານ. ສອງຝ່າຍ xkoy orkIaj ' 16/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ຈະຮ່ວມກັນຮັກສາຄວາມເປັນທຳແລະ ຍຸດຕິທຳສາກົນ, ຮັກສາຄວາມສາມັກຄີ ແລະ ການປະສານງານລະຫວ່າງປະ ເທດ, ເສີມຂະຫຍາຍຄ່ານິຍົມຮ່ວມກັນ ຂອງມວນມະນຸດທີ່ມີສັນຕິພາບ ແລະ ການພັດທະນາ, ມີຄວາມເປັນທຳ, ຍຸຕິ ທໍາ, ປະຊາທິປະໄຕແລະ ເສລີພາບ; ສົ່ງ ເສີມການຫັນເປັນໂລກຫລາຍຂົ້ວທີ່ມີ ຄວາມສະເໝີພາບ, ລະບຽບຮຽບຮ້ອຍ, ເສດຖະກິດໂລກາພິວັດທີ່ທົ່ວເຖິງ ແລະ ກວມລວມ, ຊຸກຍູ້ການກໍ່ສ້າງລະບົບ ການບໍລິຫານທົ່ວໂລກ ທີ່ນັບມື້ມີຄວາມ ຍຸດຕິທຳ ແລະ ສົມເຫດສົມຜົນ. ສອງ ຝ່າຍເນັ້ນໜັກວ່າ ຈະຮ່ວມກັນຄັດຄ້ານ ລັດທິເຈົ້າອໍານາດ ແລະ ການເມືອງ ແບບອໍານາດບາດໃຫຍ່, ຄັດຄ້ານລັດທິ ຝ່າຍດຽວທຸກຮູບແບບ, ຄັດຄ້ານການ ສ້າງກຸ່ມກ້ອນນ້ອຍ ແບບແນໃສ່ຈຳກັດ ຜູ້ອື່ນ ແລະ ການກະທຳທີ່ທໍາລາຍສັນຕິ ພາບ ແລະ ສະຖຽນລະພາບ ຂອງພາກ ພື້ນເຊັ່ນ:ການສ້າງການຜະເຊີນໜ້າກັນ ລະຫວ່າງຄ້າຍ. 30. ຊຸກຍູ້ການຮ່ວມມືພາຍໃຕ້ ຂອບການສ້າງປະຊາຄົມຮ່ວມຊາຕາ ກໍາຂອງມວນມະນຸດ, ຂໍ້ລິເລີ່ມ ວ່າດ້ວຍ ການພັດທະນາທົ່ວໂລກ, ຂໍ້ລິເລີ່ມວ່າ ດ້ວຍຄວາມໝັ້ນຄົງທົ່ວໂລກ, ຂໍ້ລິເລີ່ມ ວ່າດ້ວຍອາລິຍະທຳທົ່ວໂລກ, ຂໍ້ລິເລີ່ມ ວ່າດ້ວຍການບໍລິຫານທົ່ວໂລກ ແລະ ແນວຄິດສໍາຄັນອື່ນໆ ເພື່ອຮ່ວມກັນ ຮັບມືກັບສິ່ງທ້າທາຍຂອງໂລກ. ສືບຕໍ່ ເພີ່ມທະວີການປະສານສົມທົບໃນຂອບ ຫລາຍຝ່າຍ ເຊັ່ນ: ການຮ່ວມມືໃນຂອບ ສະຫະປະຊາຊາດ, ອົງການການຄ້າ ໂລກ, ອົງການຮ່ວມມືຊຽງໄຮ້, ອາ ຊຽນ-ຈີນ ແລະ ແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ, ຮ່ວມກັນຮັກສາສັນຕິພາບ ສະຖຽນລະພາບ ແລະ ຄວາມຈະເລີນ ຂອງພາກພື້ນ ແລະ ໂລກ. ສອງຝ່າຍ ລິເລີ່ມດຳເນີນການປະສານງານ ແລະ ການແລກປ່ຽນດ້ານບັນຫາສິດທິມະ ນຸດບົນພື້ນຖານຄວາມສະເໝີພາບ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນ, ຄັດຄ້ານການຫັນບັນຫາສິດທິມະນຸດ ເປັນເຄື່ອງມືທາງການເມືອງ ແລະ ການປະຕິບັດສອງມາດຕະຖານຢ່າງ ເດັດຂາດ, ຄັດຄ້ານການແຊກແຊງກິດ ຈະການພາຍໃນຂອງປະເທດອື່ນ ດ້ວຍ ຂໍ້ອ້າງສິດທິມະນຸດຢ່າງເດັດຂາດ. 31. ສອງຝ່າຍ ເນັ້ນໜັກຄວາມສໍາ ຄັນຂອງການຮັກສາສັນຕິພາບ ແລະ ຄວາມປອດໄພຂອງພາກພື້ນອາຊີ-ປາ ຊິຟິກ, ເຫັນດີປະຕິບັດພາກພື້ນນິຍົມທີ່ ເປີດກວ້າງ. ປີນີ້ແມ່ນປີຄົບຮອບ 5 ປີ ຂອງການສ້າງຕັ້ງສາຍພົວພັນຄູ່ຮ່ວມ ຍຸດທະສາດຮອບດ້ານ ລະຫວ່າງ ອາ ຊຽນ-ຈີນ, ປະເທດຈີນ ສະໜັບສະໜູນ ອາຊຽນ ໃນການສ້າງປະຊາຄົມອາ ຊຽນ ທີ່ໃຫ້ມີຄວາມເຂັ້ມແຂງ, ສະໜັບ ສະໜູນອາຊຽນ ໃນການຮັກສາ ແລະ ສົ່ງເສີມບົດບາດຄວາມເປັນກາງໃນ ຂອບການຮ່ວມມື ທີ່ອາຊຽນ ເປັນຜູ້ນໍາ ພາ, ລວມທັງ ອາຊຽນ-ຈີນ, ຈັບມືກັນ ເພື່ອສ້າງວົງຄະນະຍາດສາກົນ ແຫ່ງ ສັນຕິພາບ ສະຖຽນລະພາບຈະເລີນຮຸ່ງ ເຮືອງຄວາມສວຍງາມ ແລະ ມິດຕະ ພາບ, ແນໃສ່ການສົ່ງເສີມການເປັນ ອັນໜຶ່ງອັນດຽວດ້ານເສດຖະກິດພາກ ພື້ນທີ່ມີລະດັບສູງກວ່າເກົ່າ, ສ້າງປະຊາ ຄົມຮ່ວມຊາຕາກຳ ອາຊຽນ-ຈີນ ທີ່ຍິ່ງ ມີຄວາມແໜ້ນແຟ້ນ. ສົ່ງເສີມການຮ່ວມ ມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສະໜັບ ສະໜູນໃນການຈັດກອງປະຊຸມຜູ້ນໍາ ການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ ຄັ້ງທີ 5 ໃຫ້ດີ, ຮ່ວມກັນສ້າງການ ຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສະບັບ 2.0, ຮ່ວມກັນສ້າງບ້ານເຮືອນ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ມີ ຄວາມສາມັກຄີ ແລະ ການຮ່ວມມືການ ເປີດກວ້າງ ແລະ ຕ່າງຝ່າຍຕ່າງມີຜົນ ປະໂຫຍດການປະດິດສ້າງໃໝ່ ແລະ ສີ ຂຽວສັນຕິພາບແລະ ສະຖຽນລະພາບ, ຊຸກຍູ້ກໍ່ສ້າງປະຊາຄົມຮ່ວມຊາຕາກໍາ ບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ ທີ່ມີສັນຕິພາບ ແລະ ຄວາມຈະ ເລີນ; ຝ່າຍລາວ ຂອບໃຈຝ່າຍຈີນ ສ້າງ ຕັ້ງກອງທຶນແມ່ນໍ້າຂອງແມ່ນໍ້າລ້ານ ຊ້າງ ເພື່ອປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ແລະ ຍົກລະ ດັບຊີວິດການເປັນຢູ່ຂອງປະຊາຊົນ ລາວ ໃຫ້ມີຄຸນນະພາບດີຂຶ້ນເປັນກ້າວໆ. 32. ສອງຝ່າຍມີຄວາມເຫັນທີ່ ເປັນເອກະພາບກັນວ່າ, ພາຍໃຕ້ຄວາມ ພະຍາຍາມຮ່ວມມືຂອງຈີນແລະບັນດາ ປະເທດສະມາຊິກອາຊຽນ, ສະພາບ ການທະເລຈີນໃຕ້ ຈະສືບຕໍ່ມີສະຖຽນ ລະພາບ. ສອງຝ່າຍ ຈະຮ່ວມກັນກັບ ປະເທດອື່ນໃນອາຊຽນ ເພື່ອຈັດຕັ້ງປະ ຕິບັດຖະແຫລງການວ່າດ້ວຍການປະ ຕິບັດຂອງບັນດາຝ່າຍຢູ່ທະເລຈີນໃຕ້ ຢ່າງຮອບດ້ານ ແລະ ມີປະສິດທິຜົນ, ລົງເລິກການຮ່ວມມືທາງທະເລທີ່ເປັນ ຮູບປະທຳ, ບັນລຸກົດແຫ່ງການປະພຶດ ຢູ່ທະເລຈີນໃຕ້ໂດຍໄວ, ສ້າງທະເລຈີນ ໃຕ້ ເປັນທະເລແຫ່ງສັນຕິພາບມິດຕະ ພາບ ແລະ ການຮ່ວມມື. ໃນໄລຍະຢ້ຽມຢາມ, ສອງຝ່າຍ ໄດ້ເຊັນເອກະສານຮ່ວມມື ຂົງເຂດ ຂປລ. ປານິນ ກໍແມ່ນປາປະ ເພດໜຶ່ງທີ່ຕະຫລາດ ກໍຄື ສັງຄົມ ມີຄວາມຕ້ອງການຫລາຍ ຊຶ່ງເປັນ ເງື່ອນໄຂໜຶ່ງ ໃຫ້ປະຊາຊົນຜູ້ມັກ ຮັກໃນອາຊີບນີ້ຢຶດຖືເປັນອາຊີບ ຫລັກ. ດັ່ງຄອບຄົວຂອງ ທ່ານ ຄຳຫລ້າ ສົມສີ ປະຊາຊົນຢູ່ບ້ານ ດອນແກ້ວ ເມືອງໄຊ ແຂວງອຸດົມ ໄຊ ທີ່ປະສົບຜົນສຳເລັດໃນການ ລ້ຽງປານິນເປັນສິນຄ້າ ສ້າງລາຍ ຮັບ ເຂົ້າສູ່ຄອບຄົວໄດ້ຫລາຍກວ່າ 160 ລ້ານກີບຕໍ່ປີ. ທ່ານ ຄຳຫລ້າ ສົມສີ ໄດ້ເລົ່າສູ່ ຟັງວ່າ: ໃນເບື້ອງຕົ້ນ ຕົນເອງໄດ້ ຕັດສິນໃຈບຸກເບີກເນື້ອທີ່ນາ ເພື່ອ ຫັນມາຂຸດເປັນໜອງປາ ໂດຍ ເລີ່ມຕົ້ນຈາກການລ້ຽງໃນໜອງ ຂະໜາດນ້ອຍເພື່ອເປັນສະບຽງ ອາຫານບໍລິໂພກພາຍໃນຄອບຄົວ ແລະ ຈຳໜ່າຍໃຫ້ແກ່ປະຊາຊົນ ພາຍໃນບ້ານເທົ່ານັ້ນ, ແຕ່ພາຍ ຫລັງທີ່ໄດ້ລົງມືປະຕິບັດຕົວຈິງ ແລະ ເຫັນວ່າຄວາມຕ້ອງການ ຂອງຕະຫລາດມີທ່າອ່ຽງເພີ່ມຂຶ້ນ ເລື້ອຍໆ, ຕົນເອງຈຶ່ງໄດ້ຕັດສິນໃຈ ຂະຫຍາຍເນື້ອທີ່ໜອງລ້ຽງ ແລະ ເພີ່ມຈຳນວນປາໃຫ້ຫລາຍຂຶ້ນຈາກ ແຕ່ກ່ອນມີພຽງ 2 ຫາ 3 ໜອງ, ມາຮອດປັດຈຸບັນ ຂະຫຍາຍໄດ້ເຖິງ 9 ໜອງ, ໂດຍປາທີ່ເລືອກມາລ້ຽງ ຕົ້ນຕໍແມ່ນ “ປານິນພັນຊິງ”. ສຳລັບເຕັກນິກການລ້ຽງ ທ່ານ ຄຳຫລ້າ ສົມສີ ໄດ້ໃຫ້ຮູ້ວ່າ: ຕ້ອງ ມີການຄຸ້ມຄອງລະບົບນ້ຳ, ການຈັດ ສັນອາຫານຕາມຫລັກວິຊາການ ແລະ ການຕິດຕາມ ເຝົ້າລະວັງປ້ອງ ກັນພະຍາດປາຢ່າງໃກ້ຊິດ, ເຮັດ ໃຫ້ປາ ທີ່ລ້ຽງມີອັດຕາການລອດ ເຫລືອສູງ, ເຕີບໃຫຍ່ໄວ ແລະ ມີ ຄຸນນະພາບ ໄດ້ມາດຕະຖານຕາມ ຄວາມຕ້ອງການຂອງຕະຫລາດ. ສໍາລັບບົດຮຽນແລະ ເຕັກນິກຕ່າງໆ ໃນເບື້ອງຕົ້ນ ແມ່ນໄດ້ອາໄສການ ສຶກສາຮຽນຮູ້ ແລະ ແລກປ່ຽນປະ ສົບການຕົວຈິງນໍາຜູ້ທີ່ມີປະສົບ ການ ເພື່ອນຳມາປັບໃຊ້ແລະ ພັດທະ ນາ ຟາມຂອງຕົນເອງໃຫ້ມີປະສິດ ທິພາບ. ປັດຈຸບັນ, ຜົນຜະລິດປາພາຍ ໃນຟາມ ແມ່ນມີຕະຫລາດຮອງຮັບ ທີ່ແນ່ນອນ ໂດຍສາມາດຈຳໜ່າຍ ໄດ້ ທັງພາຍໃນເມືອງໄຊ ແລະ ເຂດ ເມືອງອ້ອມຂ້າງ ຊຶ່ງສາມາດສ້າງ ລາຍຮັບລວມໃຫ້ແກ່ຄອບຄົວ 160 ລ້ານກວ່າກີບຕໍ່ປີ. ເມື່ອຫັກຄ່າໃຊ້ ຈ່າຍ ແລະ ຕົ້ນທຶນອອກແລ້ວ ຍັງ ມີກໍາໄລປະມານ 50 ຫາ 60 ລ້ານ ກີບຕໍ່ປີ. ທ່ານ ຄຳຫລ້າ ສົມສີ ກ່າວ. ແນວໃດກໍດີ, ຈາກຄວາມດຸໝັ່ນ ຂະຫຍັນພຽນ, ອົດທົນ ແລະ ການ ຮຽນຮູ້ໃນການລ້ຽງປານິນເປັນ ອາຊີບ ໄດ້ເຮັດໃຫ້ຄອບຄົວຂອງ ທ່ານ ຄຳຫລ້າ ສົມສີ ມີຊີວິດການ ເປັນຢູ່ດີຂຶ້ນເລື້ອຍໆ. ອັນພົ້ນເດັ່ນ ສາມາດກໍ່ສ້າງເຮືອນຢູ່ທີ່ຖາວອນ, ມີພາຫະນະ (ລົດໃຫຍ່) ຮັບໃຊ້ ເຂົ້າໃນຄອບຄົວ ແລະ ທັງກາຍເປັນ ອີກໜຶ່ງຕົວແບບໃຫ້ຄອບຄົວອື່ນ ທີ່ ປະສົບຜົນສຳເລັດໃນການແກ້ໄຂ ຄວາມທຸກຍາກ ຢູ່ແຂວງອຸດົມໄຊ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==