gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 16/06/2026 xtgmf]k; ສານສະແດງຄວາມເຫັນໃຈ...ັ ສານສະແດງຄວາມເສົ້າ...ົ້ ນາຍົກລັດຖະມົນຕີ...ົັົີ ຮອງນາຍົກລັດຖະມົນຕີ...ົັົີ ຮອງນາຍົກລັດຖະມົນຕີ ຢ້ຽມ...ົັົີ້ ຮອງປະທານປະເທດ... ພວກເຮົາຕ້ອງຍົກສູງ...ົ້ົູ ຂ້າພະເຈົ້າເຊື່ອໝັ້ນວ່າພາຍໃຕ້ ການນໍາພາ ແລະ ຄວາມເອົາໃຈໃສ່ ຢ່າງເຕັມທີ່ຂອງລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ, ປະຊາຊົນ ຟີລິບປິນ ຈະສາມາດຜ່ານຜ່າຄວາມ ຫຍຸ້ງຍາກ ແລະ ຟື້ນຟູເຂດທີ່ໄດ້ຮັບ ຜົນກະທົບຈາກໄພພິບັດໃນຄັ້ງນີ້ ໃຫ້ ກັບຄືນສູ່ສະພາບປົກກະຕິໂດຍໄວ. ແລະ ມີຄວາມໂສກເສົ້າເສຍໃຈ ເປັນຢ່າງຍິ່ງຕໍ່ການຈາກໄປຂອງ ພະອົງໃນຄັ້ງນີ້. ການຈາກໄປຂອງ ພະອົງເປັນການສູນເສຍເຈົ້າຍິງທີ່ ແສນເຄົາລົບຮັກຂອງປວງຊົນໄທ ທັງປະເທດ ກໍຄື ເພື່ອນມິດທີ່ສໍາ ຄັນຂອງປະຊາຊົນລາວ. ໃນນາມ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງ ຄວາມໄວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງເບົາຄວາມທຸກໂສກມາຍັງ ທ່ານ, ລັດຖະບານ ແລະ ປວງຊົນໄທ ທຸກຖ້ວນໜ້າມານະໂອກາດນີ້ດ້ວຍ. ຂໍໃຫ້ດວງວິນຍານຂອງສົມເດັດ ພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິ ຍາພາ ນະເຣນທິຣາເທບພະຍະວະ ດີ ກົມມະຫລວງຣາຊະສາຣິນີສິຣິພັດ ມະຫາວັດຊະຣະຣາຊະທິດາ ຈົ່ງໄປ ສູ່ສຸຄະຕິດ້ວຍເຖີດ. ໃ ນ ວັ ນ ດ ຽ ວ ກັ ນ , ທ່ າ ນ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງ ຄວາມເສົ້າສະຫລົດໃຈເຖິງທ່ານ ສີຫະສັກ ພວງເກດແກ້ວ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ຕໍ່ກັບການ ສິ້ນພະຊົນຂອງສົມເດັດພະເຈົ້າລູກ ເທີ ເຈົ້າຟ້າພັດຊະຣະກິຕິຍາພາ ນະເຣນທິຣາເທບພະຍະວະດີ ກົມ ມະຫລວງຣາ ຊະສາຣິນີສິຣິພັດ ມະຫາວັດຊະຣະຣາຊະທິດາ ແຫ່ງ ລາຊະອານາຈັກໄທ ເຊັ່ນດຽວກັນ. ໃນປັດຈຸບັນ ແລະ ອະນາຄົດ; ພ້ອມ ກັນປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ເສດຖະກິດສັງຄົມຂອງແຂວງ 5 ປີ ຄັ້ງທີ X ໃຫ້ບັນລຸຕາມຄາດໝາຍ ໂດຍວາງ ແຜນພັດທະນາໃຫ້ແທດເໝາະກັບ ຈຸດພິເສດຂອງແຂວງຕົນ, ກຳນົດ ຈຸດສຸມທີ່ແນ່ນອນ, ຈັດສັນບຸລິມະ ສິດໃຫ້ຊັດເຈນໃຫ້ຕິດພັນກັບວຽກ ພັດທະນາຊົນນະບົດ-ແກ້ໄຂຄວາມ ທຸກຍາກ, ວຽກງານ 3 ສ້າງ. ໄປຄຽງຄູ່ກັບຜົນທີ່ຈະສໍາເລັດ ຕ່າງໆນັ້ນ, ກໍຕ້ອງສ້າງໃຫ້ກໍາລັງ ຖັນແຖວພະນັກງານມີຄວາມຮູ້ ຄວາມສາມາດໜັກແໜ້ນ, ເຂັ້ມ ແຂງ, ພ້ອມປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຮັບຜິດຊອບສູງ; ບັນຫາ ສໍາຄັນທີ່ສຸດ, ຄະນະບໍລິຫານງານ ພັກແຂວງເຊກອງ ຕ້ອງມີແນວ ຄວາມຄິດເປັນຈິດໜຶ່ງໃຈດຽວກັນ, ຄົ້ນຄວ້າ, ຫາລື, ວາງແຜນຮ່ວມກັນ ໃນການແກ້ໄຂບັນຫາທີ່ເປັນສິ່ງ ທ້າທາຍກີດຂວາງການພັດທະນາ, ການແກ້ໄຂຄວາມທຸກຍາກຂອງ ປະຊາຊົນ ເພື່ອຫລຸດຜ່ອນຄວາມ ແຕກໂຕນໃນສັງຄົມ. ພ້ອມນີ້, ທ່ານ ຍັງສະແດງຄວາມເຊື່ອໝັ້ນວ່າພາຍ ໃຕ້ການນໍາພາ-ຊີ້ນໍາຂອງຄະນະ ປະຈໍາພັກ, ຄະນະບໍລິຫານງານພັກ ແຂວງຈະເຮັດໃຫ້ແຂວງເຊກອງ ມີການພັດທະນາກ້າວຂຶ້ນຕາມຄາດ ໝາຍທີ່ວາງໄວ້. ໃນໂອດາດນີ້, ທ່ານ ບຸນຫລາຍ ບຸດທິກໍາມະການສູນກາງພັກ, ເລຂາ ຄະນະບໍລິຫານງານພັກແຂວງ, ປະ ທານສະພາປະຊາຊົນແຂວງ ກໍໄດ້ ລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມຂອງແຂວງວ່າ: ໄລຍະ 6 ເດືອນຕົ້ນປີ 2026 ນີ້, ຄະນະພັກແຂວງເຊກອງ ໄດ້ຖືເອົາ ວຽກງານການເມືອງ-ແນວຄິດ ເປັນກົກ ໂດຍໄດ້ນໍາເອົາມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ແລະ ບັນ ດາຮາກຖານ; ມະຕິ, ຄຳສັ່ງຂອງ ສູນກາງມາເຜີຍແຜ່ເຊື່ອມຊຶມທັງ ຂັ້ນແຂວງ, ຂັ້ນເມືອງ ແລະ ພາຍໃນ ກົມກອງຢ່າງເປັນລະບົບເນັ້ນສ້າງ ຮາກຖານພັກ ໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນ. ສ່ວນການຈັດຕັ້ງ ປະຕິບັດ 2 ວາລະແຫ່ງຊາດ, ການ ສ້າງເສດຖະກິດເອກະລາດເປັນເຈົ້າ ຕົນເອງກໍໄດ້ເອົາໃຈໃສ່ປະຕິບັດຕາມ ແນວທາງແບບແຜນຢ່າງມີຈຸດສຸມ ປັດຈຸບັນ, ເສດຖະກິດຂອງແຂວງ ຍັງສືບຕໍ່ຂະຫຍາຍຕົວດີຕາມທ່າ ອ່ຽງຂອງເສດຖະກິດແຫ່ງຊາດ, ສູ້ ຊົນເຮັດໃຫ້ລວມຍອດຜະລິດຕະພັນ ພາຍໃນ (GDP) ເພີ່ມຂຶ້ນໃນລະ ດັບ 6% ຂຶ້ນ, ມູນຄ່າລວມຍອດຜະ ລິດຕະພັນພາຍໃນ (GDP) ບັນລຸ ໄດ້ 3.376 ຕື້ກີບ ສະເລ່ຍໃສ່ປະຊາ ກອນປະມານ 25,17 ລ້ານກີບ. ໂດຍລວມແລ້ວແຂວງເຊກອງ ຍັງ ສືບຕໍ່ມີສະຖຽນລະພາບທາງດ້ານ ການເມືອງຢ່າງໜັກແໜ້ນ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍ, ພ້ອມນີ້ກໍໄດ້ຊອກທຸກວິທີ ທາງ ເພື່ອສ້າງເງື່ອນໄຂໃຫ້ສະມາ ຊິກພັກພະນັກງານ-ລັດຖະກອນ, ຜູ້ ປະກອບການ, ນັກທຸລະກິດ, ຊາວ ຄ້າ-ຂາຍ ແລະ ປະຊາຊົນໃນທົ່ວ ແຂວງໄດ້ມີຊ່ອງທາງທໍາມາຫາ ສອງປະເທດ, ໄດ້ສະແດງຄວາມ ຊົມເຊີຍຕໍ່ການປະກອບສ່ວນຂອງ ພາກລັດ ແລະ ພາກທຸລະກິດຂອງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ປະສານ ສົມທົບກັນຈົນສາມາດຈັດກອງປະ ຊຸມທີ່ມີຄວາມໝາຍຄວາມສຳຄັນ ໃນຄັ້ງນີ້ ໂດຍທ່ານໄດ້ນຳພາຄະນະ ຜູ້ແທນທັງຈາກພາກລັດ ແລະ ພາກ ທຸລະກິດຂອງລາວທີ່ມີທ່າແຮງເພື່ອ ມາພົບປະ ແລະ ແລກປ່ຽນຮ່ວມ ກັບພາກທຸລະກິດຂອງຍີ່ປຸ່ນ ເພື່ອ ສ້າງເງື່ອນໄຂໃຫ້ພາກທຸລະກິດຂອງ ສອງປະເທດໄດ້ຮູ້ຈັກກັນຫລາຍຂຶ້ນ, ພ້ອມທັງສືບຕໍ່ແລກປ່ຽນຄຳຄິດເຫັນ ໃນການສົ່ງເສີມທາງດ້ານທຸລະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ສອງປະເທດໃຫ້ນັບມື້ນັບຂະຫຍາຍ ຕົວຢ່າງກວ້າງຂວາງ ແລະ ເກີດ ດອກອອກຜົນຍິ່ງຂຶ້ນ. ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນ ວ່າ: ສປປ ລາວ ແລະ ຍີ່ປຸ່ນ ມີການ ຮ່ວມມືທາງດ້ານເສດຖະກິດ, ການ ຄ້າ ແລະ ການລົງທຶນຢ່າງຕໍ່ເນື່ອງ ໂດຍສະເພາະໃນຂອບການຮ່ວມມື ສອງຝ່າຍທີ່ມີການລົງນາມ ແລະ ຈັດຕັ້ງປະຕິບັດສັນຍາການເປີດເສ ລີ, ສົ່ງເສີມ ແລະ ປົກປ້ອງການ ລົງທຶນສອງຝ່າຍນັບແຕ່ປີ 2008. ນອກຈາກນີ້, ຍັງມີການຮ່ວມມືໃນ ຂອບອາຊຽນ-ຍີ່ປຸ່ນ ແລະ ສັນຍາຄູ່ ຮ່ວມມືເສດຖະກິດແບບຮອບດ້ານ ລະດັບພາກພື້ນ (RCEP) ທີ່ມີຜົນ ບັງ ຄັບໃຊ້ໃນປີ 2021. ກົນໄກການ ຮ່ວມມືເຫລົ່ານີ້ເປັນພື້ນຖານສຳຄັນ ໃຫ້ແກ່ການສົ່ງເສີມ ແລະ ປົກປ້ອງ ໃຫ້ນັກລົງທຶນລາວ ແລະ ຍີ່ປຸ່ນ ສາ ມາດລົງທຶນດ້ວຍຄວາມໝັ້ນໃຈ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງ ໄດ້ສະແດງຄວາມຍ້ອງຍໍນັກລົງທຶນ ຍີ່ປຸ່ນ ວ່າເປັນນັກລົງທຶນຕົວແບບທີ່ ມີຄຸນນະພາບສູງສຸດ ຊຶ່ງຖືກຮັບຮູ້ ຢ່າງກວ້າງຂວາງດ້ານການເຄົາ ລົບກົດໝາຍ, ລະບຽບການ ແລະ ຄວາມຮັບຜິດຊອບສູງຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ມີຄວາມພ້ອມດ້ານ ທຶນຮອນ ແລະ ເຕັກນິກວິຊາການ, ປະຕິບັດຕາມກົດໝາຍຢ່າງເຂັ້ມ ງວດ, ທັງຍັງຊ່ວຍຖ່າຍທອດເຕັກ ໂນໂລຊີ ແລະ ພັດທະນາບຸກຄະລາ ກອນລາວໃຫ້ມີຄຸນນະພາບ. ໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ ຍັງໄດ້ ເຊື້ອເຊີນບັນດາວິສາຫະກິດຂອງ ຍີ່ປຸ່ນ ທີ່ມີຄວາມສົນໃຈ ຫລື ກໍາລັງ ສຶກສາຄວາມເປັນໄປໄດ້ໃນການລົງ ທຶນຢູ່ ສປປ ລາວ ພິຈາລະນາເລືອກ ເອົາສປປລາວ ເປັນໜຶ່ງໃນຈຸດໝາຍ ປາຍທາງການລົງທຶນ ໂດຍສະເພາະ ການລົງທຶນໃນຂະແໜງການທີ່ ສປປ ລາວ ມີທ່າແຮງ ເຊັ່ນ: ການ ຜະລິດສິນຄ້າກະສິກຳ-ສະອາດທີ່ມີ ມູນຄ່າສູງ, ອຸດສາຫະກຳປຸງແຕ່ງ ທີ່ນຳໃຊ້ນະວັດຕະກຳ ແລະ ເຊື່ອມ ໂຍງກັບຖານການຜະລິດຢູ່ໃນອາ ຊຽນ, ພະລັງງານສະອາດ, ການ ພັດທະນາພື້ນຖານໂຄງລ່າງ, ໂລຈິສ ຕິກ ແລະ ການບໍລິການປິ່ນອ້ອມ. ຂະແໜງການເຫລົ່ານີ້ໄດ້ຖືກກຳນົດ ໄປຕາມທິດທາງການລົງທຶນຂອງ ອາຊຽນໃນໄລຍະໃໝ່ທີ່ສືບຕໍ່ສຸມໃສ່ ການພັດທະນາເສດຖະກິດ-ສັງຄົມ ພາຍໃຕ້ຫົວຂໍ້: “ຄວາມສາມັກຄີ ແລະ ການປະສານສົມທົບກັນ ເພື່ອ ການພັດທະນາຮ່ວມກັນ”. ໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຊົມ ເຊີຍ ແລະ ຍົກໃຫ້ເຫັນເຖິງຄວາມສໍາ ຄັນຂອງງານວາງສະແດງສາກົນ ດັ່ງກ່າວ ເພື່ອສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຂອງປະຊາຊົນ ລະຫວ່າງ ສປ ຈີນ ແລະ ບັນດາ ປະເທດໃນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ລວມທັງ ສປປ ລາວ, ແນໃສ່ຈັດຕັ້ງປະຕິບັດ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ທັງເປັນເວທີໜຶ່ງທີ່ສໍາຄັນໃນການ ສົ່ງເສີມການຮ່ວມມືລະຫວ່າງພາກ ລັດ ແລະ ພາກເອກະຊົນ, ລວມທັງ ຍັງເປັນການເປີດໂອກາດໃຫ້ແກ່ ລັດຖະບານໄດ້ຢ້ຽມຢາມ, ຕິດຕາມ ຄວາມຄືບໜ້າຂອງການດຳເນີນ ງານ ແລະ ຢ້ຽມຊົມຂະບວນການ ຜະລິດຂອງໂຮງງານກັ່ນຫລອມ ວັດຖຸມີຄ່າລາວ-ສາກົນ ຕັ້ງຢູ່ບ້ານ ດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ຊຶ່ງການ ຢ້ຽມຢາມຄັ້ງນີ້ຖືເປັນວາລະທີ່ມີ ຄວາມໝາຍຄວາມສຳຄັນຢ່າງ ຍິ່ງ ແລະ ເປັນຂີດໝາຍອັນດີຕໍ່ກັບ ການພັດທະນາໂຄງການ ຖືກຕ້ອນ ຮັບໂດຍທ່ານ ຈັນທອນ ສິດທິໄຊ ປະທານ ແລະ ຜູ້ກໍ່ຕັ້ງໂຮງງານ ກັ່ນຫລອມວັດຖຸມີຄ່າລາວ-ສາກົນ ພ້ອມດ້ວຍຄະນະຜູ້ບໍລິຫານ. ໂອກາດນີ້,ທ່ານຈັນທອນສິດທິໄຊ ໄດ້ນຳສະເໜີບົດລາຍງານພາບລວມ ຄວາມເປັນມາ ແລະ ວິໄສທັດການ ພັດທະນາຂອງໂຄງການໃຫ້ທ່ານ ຮອງນາຍົກລັດຖະມົນຕີໄດ້ຮັບຊາບ ຊຶ່ງເນື້ອໃນບົດລາຍງານໄດ້ເນັ້ນເຖິງ ຄວາມພ້ອມດ້ານເຕັກໂນໂລຊີລະບົບ ການຄຸ້ມຄອງແລະການກັ່ນຫລອມທີ່ ທັນສະໄໝຕະຫລອດຮອດແຜນການ ພັດທະນາໃນຕໍ່ໜ້າທີ່ມຸ່ງເນັ້ນການຍົກ ລະດັບມາດຕະຖານການຜະລິດໃຫ້ ທຽບເທົ່າກັບລະດັບສາກົນ ໂດຍໄດ້ ເນັ້ນຢ້ຳເຖິງຄວາມມຸ່ງໝັ້ນໃນການ ວາງລະບົບ ແລະ ຂະບວນການຜະ ລິດໃຫ້ສອດຄ່ອງກັບມາດຕະຖານ ຂອງສະມາຄົມຕະຫລາດຄຳແຫ່ງ ລອນດອນ ຊຶ່ງເປັນມາດຕະຖານ ສູງສຸດທີ່ໄດ້ຮັບການຍອມຮັບໃນ ລະດັບໂລກ, ການຍຶດໝັ້ນໃນມາດ ຕະຖານດັ່ງກ່າວ ບໍ່ພຽງແຕ່ເປັນ ການຢັ້ງຢືນເຖິງຄຸນນະພາບຄວາມ ບໍລິສຸດຂອງໂລຫະມີຄ່າເທົ່ານັ້ນ ແຕ່ ຍັງເປັນການສ້າງຄວາມເຊື່ອໝັ້ນ ແລະ ຍົກລະດັບຄວາມສາມາດໃນ ກິນ, ດໍາເນີນທຸລະກິດຖືກຕ້ອງຕາມ ລະບຽບ, ກົດໝາຍ ແລະ ດໍາລົງຊີ ວິດສະດວກສະບາຍຂຶ້ນ. ຂ່າວ: ພຸດທະສອນ ແຂວງ ແລະ ໄດ້ຮ່ວມເຮັດວຽກນໍາ ຄະນະປະຈໍາພັກແຂວງຢູ່ຫ້ອງວ່າ ການແຂວງຫລວງນໍ້າທາ. ທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າ ມະນີວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາ ປະຊາຊົນແຂວງໄດ້ສະແດງຄວາມ ຍິນດີຕ້ອນຮັບ, ພ້ອມທັງໄດ້ລາຍ ງານສະພາບການພັດທະນາເສດ ຖະກິດ-ສັງຄົມຂອງແຂວງໂດຍຫຍໍ້ ເປັນຕົ້ນການພັດທະນາພື້ນຖານ ໂຄງລ່າງຖະໜົນຫົນທາງ, ການ ຊຸກຍູ້, ສົ່ງເສີມການຜະລິດພືດສະ ບຽງອາຫານຂອງປະຊາຊົນ, ການ ຜະລິດກະສິກໍາເປັນສິນຄ້າ, ຊຸກຍູ້ ສົ່ງເສີມການລ້ຽງສັດແບບເປັນ ຟາມ, ເອົາໃຈໃສ່ຈັດສັນນໍາໃຊ້ ແລະ ພັດທະນາທີ່ດິນຄຸ້ມຄອງ-ປົກປັກ ຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປ່າໄມ້-ຊີວະ ນາໆພັນແບບຍືນຍົງ, ການຈັດຕັ້ງ ປະຕິບັດແມ່ນມີຜົນສໍາເລັດຫລາຍ ດ້ານ; ສະພາບແນວຄິດຂອງພະ ນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າມີຄວາມ ອຸ່ນອຽງທຸ່ນທ່ຽງ, ມີຄວາມເຊື່ອໝັ້ນ ຕໍ່ການນໍາພາ, ມີຄວາມເປັນເອກະ ພາບກັບແນວທາງນະໂຍບາຍຂອງ ພັກ, ປະກອບສ່ວນເຂົ້າໃນການປົກ ປັກຮັກສາ ແລະ ສ້າງສາພັດທະນາ ເຮັດໃຫ້ແຂວງຫລວງນໍ້າທາ ຮັກສາ ໄດ້ສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ, ຄຸນນະພາບຊີວິດການເປັນ ຢູ່ຂອງປະຊາຊົນດີຂຶ້ນ, ເສດຖະກິດ ຂະຫຍາຍຕົວຕໍ່ເນື່ອງຖືກທິດໃນ ລະດັບ 8,8% ຕໍ່ປີ, ລວມຍອດຜະ ລິດຕະພັນພາຍໃນ (GDP) ບັນລຸ ໄດ້ 12.819,76 ຕື້ກີບ, ສະເລ່ຍ ໃສ່ຫົວຄົນໄດ້ 2.754,12 ໂລດາ ສະຫະລັດ/ຄົນ/ປີ. ໂອກາດນີ້, ທ່ານຮອງປະທານ ປະເທດ ພ້ອມດ້ວຍຄະນະໄດ້ລົງ ຢ້ຽມຢາມເຂດທີ່ມີຄວາມສ່ຽງນໍ້າ ຈະຖ້ວມໂຄງການກໍ່ສ້າງອ່າງຮັບ ນໍ້າ (ຕ້ານແລ້ງ-ຕ້ານຖ້ວມ) ຂອງ ແຂວງ ຢູ່ບ້ານໃໝ່ ເມືອງຫລວງ ນໍ້າທາ, ຢ້ຽມຊົມຟາມໄກ່ ຈີງຊິວ ຫລວງນໍ້າທາ ບ້ານນາລື ແລະ ໂຮງ ງານເກັບຊື້ ແລະ ປຸງເເຕ່ງຢາງພາ ລາຢຸນນານ ຈໍາກັດ. ພ້ອມນັ້ນ, ກໍ ໄດ້ລົງຕິດຕາມ, ຊຸກຍູ້ໂຄງການ ກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ເລກທີ 1501 ແຕ່ສາມແຍກບ້ານໃໝ່ ເມືອງຫລວງນໍ້າທາ ຫາ ເທສະບານ ເມືອງນາແລ ແລະ ຢ້ຽມຢາມຕາ ແສງພູລວງ ເມືອງນາແລ. ທັງນີ້, ກໍເພື່ືອສະແດງເຖິງຄວາມເປັນຫ່ວງ ເປັນໄຍຂອງຂັ້ນເທິງ ກໍຄື ຄວາມ ເປັນຫ່ວງເປັນໄຍຂອງທ່ານເອງ ຕໍ່ກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນການປົກປັກ ຮັກສາ ແລະ ສ້າງສາພັດທະນາ ແຂວງຫລວງນໍ້າທາ ຊຶ່ງແມ່ນໄລຍະ ເລີ່ມຕົ້ນຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ຄັ້ງທີ X ແລະ ແຜນ ພັດທະນາເສດຖະກິດສັງຄົມຂອງ ແຂວງ. ພ້ອມກັນນີ້, ທ່ານຮອງປະ ທານປະເທດ ຍັງໄດ້ນໍາເອົາເຄື່ອງ ນຸ່ງຫົ່ມ, ເຂົ້າສານ-ອາຫານແຫ້ງ ລວມມູນຄ່າ 150 ລ້ານກີບ ໄປ ມອບໃຫ້ເມືອງນາແລ ເພື່ອແຈກ ຢາຍໃຫ້ບັນດາຕາແສງພາຍໃນ ເມືອງນໍາໄປມອບຕໍ່ໃຫ້ຄອບຄົວຜູ້ ທີ່ທຸກຍາກຂາດເຂີນພາຍໃນບ້ານ ຕື່ມອີກ. ໃນໂອກາດດຽວກັນ, ທ່ານຮອງ ປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມເຮືອນຫູກມິຖຸນາ ຢູ່ບ້ານວຽງເໜືອ ເມືອງຫລວງນໍ້າ ທາ ແລະ ສະຖານທີ່ທ່ອງທ່ຽວຕາດ ນໍ້າດີ. ທັງນີ້, ກໍເພື່ືອເປັນການກະຕຸກ ຊຸກຍູ້ ແລະ ສົ່ງເສີມຜະລິດຕະພັນ ຂອງເຮືອນຫູກ ໂດຍສະເພາະແມ່ນ ສີໄມ້ລາຍມືໃນການຕໍ່າຫູກທໍໄໝທີ່ ເປັນເອກະລັກມາແຕ່ດັ້ງເດີມຂອງ ແຕ່ລະຊົນເຜົ່າ ແລະ ການບໍລິການ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງທ່ຽວຊົມ ການປັບປຸງສ້ອມແປງສະຖານທີ່ ທ່ອງທ່ຽວຕາດນໍ້າດີ ພາຍຫລັງຖືກ ຜົນກະທົບຈາກໄຟທໍາມະຊາດໃນປີ 2024 ເພື່ອໃຫ້ກັບຄືນມາເປີດໃຫ້ ບໍລິການເຂົ້າທ່ຽວຊົມຄືນໃໝ່. ຂ່າວ: ມຸນຕີ ຕາມທິດ “ສີຂຽວ ແລະ ຍືນຍົງ”. ພ້ອມກັນນີ້, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ, ຮອງ ປະທານ, ຜູ້ປະຈຳການຄະນະກຳ ມະການສົ່ງເສີມການລົງທຶນແຫ່ງ ຊາດ (ຄລທ) ໄດ້ນຳສະເໜີພາບ ລວມກ່ຽວກັບສະພາບການລົງທຶນ ຢູ່ ສປປ ລາວ ແລະ ການລົງທຶນ ຂອງຍີ່ປຸ່ນ, ນະໂຍບາຍການເຊື່ອມ ໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ, ການປັບປຸງນິຕິກຳ-ນະໂຍ ບາຍການສົ່ງເສີມການລົງທຶນ, ພ້ອມທັງຜົນສຳເລັດໃນການຮ່ວມມື ກັບຍີ່ປຸ່ນ ໃນໄລຍະຜ່ານມາ. ນັບແຕ່ ປີ 1989 ເຖິງປັດຈຸບັນ, ຍີ່ປຸ່ນໄດ້ ເຂົ້າມາລົງທຶນໃນ 93 ໂຄງການ, ມີ ມູນຄ່າລວມ 157 ລ້ານກວ່າໂດລາ ສະຫະລັດ. ໃນນັ້ນ, ເປັນການລົງ ທຶນໂດຍກົງຈາກຍີ່ປຸ່ນ 144 ລ້ານ ກວ່າໂດລາສະຫະລັດ ຊຶ່ງຈັດຢູ່ໃນ ອັນດັບທີ 14 ຂອງການລົງທຶນຕ່າງ ປະເທດຢູ່ ສປປ ລາວ. ຂະແໜງ ການທີ່ຍີ່ປຸ່ນລົງທຶນສູງສຸດແມ່ນກະ ສິກຳ (59 ລ້ານໂດລາສະຫະລັດ), ອຸດສາຫະກຳ ແລະ ຫັດຖະກຳ (30 ລ້ານໂດລາສະຫະລັດ), ອຸດສາຫະ ກຳປຸງແຕ່ງຜະລິດຕະພັນຈາກໄມ້ (ເກືອບ 20 ລ້ານໂດລາສະຫະ ລັດ), ບໍລິການ (13 ລ້ານໂດລາສະ ຫະລັດ) ແລະ ຕັດຫຍິບ (5 ລ້ານ ໂດລາສະຫະລັດ). ນອກຈາກນີ້, ຍັງມີ 61 ບໍລິສັດຍີ່ປຸ່ນ ລົງທຶນໃນ ເຂດເສດຖະກິດພິເສດ, ມີທຶນທັງໝົດ 185 ລ້ານໂດລາສະຫະລັດ. ກອງປະຊຸມທຸລະກິດ ລາວ-ຍີ່ປຸ່ນ ຄັ້ງນີ້ ໄດ້ເປັນເວທີສຳຄັນໃນການ ເສີມສ້າງສາຍພົວພັນດ້ານເສດຖະ ກິດ ແລະ ການລົງທຶນລະຫວ່າງ ສອງປະເທດ. ດ້ວຍນະໂຍບາຍສົ່ງ ເສີມການລົງທຶນທີ່ເອື້ອອຳນວຍ ແລະ ທ່າແຮງທາງດ້ານພູມສາດ, ສປປ ລາວ ຍັງຄົງເປັນຈຸດໝາຍ ປາຍທາງທີ່ໜ້າສົນໃຈສຳລັບນັກ ລົງທຶນຍີ່ປຸ່ນ ຊຶ່ງຈະປະກອບສ່ວນ ສຳຄັນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງປະເທດ ແລະ ເສີມສ້າງການເປັນຄູ່ຮ່ວມມືຍຸດທະ ສາດຮອບດ້ານໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ຂ່າວ-ພາບ: ພອນໄຊ ການແຂ່ງຂັນຂອງຜະລິດຕະພັນຈາກ ສປປ ລາວ ໃຫ້ກ້າວສູ່ເວທີການຄ້າ ສາກົນ, ໂຮງງານກັ່ນຫລອມວັດຖຸ ມີຄ່າລາວ-ສາກົນມີຄວາມມຸ່ງໝັ້ນທີ່ ຈະເປັນສ່ວນໜຶ່ງໃນການຂັບເຄື່ອນ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງລາວ ໂດຍສະເພາະການສ້າງ ມູນຄ່າເພີ່ມໃຫ້ຊັບພະຍາກອນແຮ່ ທາດ ແລະ ວັດຖຸມີຄ່າພາຍໃນປະ ເທດໃຫ້ສາມາດແຂ່ງຂັນ ແລະ ໄດ້ ຮັບການຍອມຮັບໃນເວທີສາກົນຢ່າງ ຍືນຍົງ. ພ້ອມກັນນັ້ນ, ຄະນະຜູ້ບໍລິຫານ ຍັງໄດ້ນຳພາທ່ານຮອງນາຍົກ ລັດຖະມົນຕີ ເຂົ້າຢ້ຽມຊົມພື້ນທີ່ ການຜະລິດລະບົບເຕັກໂນໂລຊີທີ່ ທັນສະໄໝ ແລະ ຂັ້ນຕອນການ ເຮັດວຽກຕົວຈິງພາຍໃນໂຮງງານ ທີ່ມີຄວາມປອດໄພ ແລະ ເປັນມິດ ຕໍ່ສິ່ງແວດລ້ອມທີ່ໄດ້ມາດຕະຖານ ລະດັບສາກົນ. ໂອກາດຢ້ຽມຊົມໂຮງງານຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ກັບຄວາມມຸ່ງໝັ້ນ ແລະ ຄວາມ ພະຍາຍາມຂອງຄະນະຜູ້ບໍລິຫານ ໂຮງງານກັ່ນຫລອມວັດຖຸມີຄ່າ ລາວ-ສາກົນ ທີ່ໄດ້ສ້າງຕັ້ງໂຮງງານ ກັ່ນຫລອມທີ່ມີມາດຕະຖານສູງ ແລະ ເປົ້າໝາຍທີ່ຊັດເຈນໃນການ ກ້າວສູ່ມາດຕະຖານ LBMA, ນັ້ນ ຖືເປັນບາດກ້າວທີ່ຖືກຕ້ອງ ແລະ ເປັນຍຸດທະສາດທີ່ສຳຄັນຂອງ ຊາດ ໃນການຫັນປ່ຽນຈາກການ ສົ່ງອອກແຮ່ທາດແບບດິບມາເປັນ ການປຸງແຕ່ງເພື່ອສ້າງມູນຄ່າເພີ່ມ ໃຫ້ຊັບພະຍາກອນພາຍໃນປະເທດ, ລັດຖະບານມີຄວາມຍິນດີ ແລະ ພ້ອມທີ່ຈະໃຫ້ການສະໜັບສະໜູນ, ຊຸກຍູ້ສົ່ງເສີມເພື່ອໃຫ້ໂຄງການນີ້ ສາມາດດຳເນີນງານມີຜົນສຳເລັດ ແລະ ບັນລຸວິໄສທັດໃນການຍົກ ລະດັບອຸດສາຫະກຳຄຳ ແລະ ວັດຖຸ ມີຄ່າຂອງລາວໃຫ້ເປັນທີ່ຍອມຮັບ ໃນລະດັບສາກົນຢ່າງແທ້ຈິງ. ພາກທຸລະກິດ ແລະ ຜູ້ປະກອບການ ທີ່ມາຈາກບັນດາປະເທດຕ່າງໆໄດ້ ຈັບຄູ່ທາງທຸລະກິດ ແລະ ຮັດແໜ້ນ ການຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ຄຽງຄູ່ກັນນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ເປີດຫ້ອງວາງສະແດງແຫ່ງ ຊາດຂອງ ສປປ ລາວ (Lao Pavilion) ຢ່າງເປັນທາງການ ຮ່ວມກັບບັນດາການນໍາຂັ້ນສູງຂອງ ແຂວງຢຸນນານ, ພ້ອມທັງໄປຢ້ຽມ ຊົມບັນດາຫ້ອງວາງສະແດງຕ່າງໆ ຂອງ ສປປ ລາວ ຊຶ່ງມີຫົວໜ່ວຍ ທຸລະກິດ ຈາກ ສປປ ລາວ ເຂົ້າຮ່ວມ ຢ່າງຫລວງຫລາຍ ແລະ ມີບູດວາງ ສະແດງຫລາຍກວ່າ 50 ກວ່າຫ້ອງ ເພື່ອເຜີຍແຜ່ໂຄສະນາຜະລິດຕະ ພັນ, ສິນຄ້າ ແລະ ການບໍລິການໃນ ຂົງເຂດການເງິນ-ທະນາຄານ ແລະ ໂລຈິສຕິກ ຂອງ ສປປ ລາວ. ນອກ ນັ້ນ, ກໍຍັງໄດ້ຢ້ຽມຊົມບັນດາບູດ ວາງສະແດງຂອງ ສປ ຈີນ ແລະ ບັນດາປະເທດທີ່ເຂົ້າຮ່ວມໃນງານ ວາງສະແດງດັ່ງກ່າວ. ໃນໂອກາດເຂົ້າຮ່ວມງານວາງ ສະແດງຄັ້ງນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ພົບປະສອງຝ່າຍ ກັບສະຫາຍ ເຫີ ເວີຍ ຮອງປະທານ ຄະນະປະຈໍາສະພາຜູ້ແທນປະຊາຊົນ ທົ່ວປະເທດຈີນ ແລະ ພົບປະສອງ ຝ່າຍກັບສະຫາຍ ຫວັງ ຢຸ້ຍ ໂປ່ ຮອງເລຂາພັກແຂວງຢຸນນານ, ເຈົ້າແຂວງຢຸນນານ ຊຶ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບອັນເປັນມູນເຊື້ອທີ່ມີມາຍາວ ນານ ແລະ ການຮ່ວມມືສອງຝ່າຍ ລາວ-ຈີນ ໃນຂົງເຂດຕ່າງໆໃນໄລ ຍະຜ່ານມາ ກໍຄື ປັດຈຸບັນໂດຍສະ ເພາະໃນ 2026 ນີ້ ແມ່ນປີຄົບຮອບ 65 ປີ ແຫ່ງ ສາຍພົວພັນການທູດ ລາວ-ຈີນ ແລະ ເປັນປີມິດຕະພາບ ລາວ-ຈີນ ແລະ ໄດ້ຊົມເຊີຍຕໍ່ຜົນສໍາ ເລັດຂອງການເປັນປະເທດເພື່ອນ ມິດຍຸດທະສາດຮອບດ້ານໝັ້ນຄົງ ຍາວນານຕາມທິດ 4 ດີ, ການເປັນ ຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນລາວ ແລະ ການແລກປ່ຽນພົບປະ ຂອງການນໍາຂັ້ນສູງຂອງສອງປະ ເທດຕະຫລອດໄລຍະຜ່ານມາ. ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ໄປຢ້ຽມຢາມ ສະຖານທີ່ສຳຄັນຕ່າງໆເປັນຕົ້ນ ມະຫາວິທະຍາໄລເສດຖະກິດ ແລະ ການເງິນຢຸນນານ, ບັນດາບໍລິສັດທີ່ ກຳລັງລົງທຶນ ແລະ ກຳລັງສຶກສາ ຄວາມເປັນໄປໄດ້ໃນການລົງທຶນ ຢູ່ ສປປ ລາວ ແລະ ສະຖານທີ່ ທ່ອງທ່ຽວທາງວັດທະນະທໍາຂອງ ແຂວງຢຸນນານ ອີກດ້ວຍ.
RkJQdWJsaXNoZXIy MTc3MTYxMQ==