gsfdko{dkora fmtok a xtgmf]k; ( 12/06/2026 c0;'7e,j ;o gzu pczj g-n j v,-b , c]t za o0tspkp7ela j 'dj P;da [;Pd'kocIj mkf ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄຳມ່ວນ ເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະ ຫຍາຍຄຳສັ່ງຂອງຄະນະເລຂາ ທິການສູນກາງພັກ ແລະ ຄຳສັ່ງ ຂອງນາຍົກລັດຖະມົນຕີ ກ່ຽວກັບ ວຽກງານແຮ່ທາດ ໃນວັນທີ 9 ມິຖຸນາ 2026 ໂດຍການເປັນປະ ທານຂອງ ທ່ານ ໄຊຊະນະ ໂຄດພູ ທອນ ເລຂາຄະນະບໍລິຫານງານ ພັກແຂວງຄໍາມ່ວນ, ມີບັນດາຄະນະ ບໍລິຫານງານພັກແຂວງ, ພະແນກ ການ, ອົງການຈັດຕັ້ງຂັ້ນແຂວງ ແລະ ຄະນະນຳຈາກ 10 ເມືອງ ເຂົ້າຮ່ວມ. ທ່ານ ໄຊຊະນະ ໂຄດພູທອນ ໄດ້ ກ່າວເນັ້ນເຖິງຄວາມສຳຄັນຂອງ ການເຜີຍແຜ່ ແລະ ເຊື່ອມຊຶມເນື້ອ ໃນຄຳສັ່ງຕ່າງໆ ເພື່ອສ້າງຄວາມ ເຂົ້າໃຈອັນເປັນເອກະພາບ, ນຳໄປ ສູ່ການຈັດຕັ້ງປະຕິບັດຢ່າງມີປະ ສິດທິຜົນ ແລະ ສອດຄ່ອງກັບແນວ g,n v'-kow- ,u oa dIPog0Q kgla '9q [-A o ,4 c]t ,7 ma '\q f 237 7q o ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ສົກຮຽນ 20252026ນີ້ທົ່ວເມືອງຊານໄຊ ແຂວງ ອັດຕະປື, ມີນັກຮຽນທີ່ມີສິດເຂົ້າ ເສັງມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍທັງໝົດ 237 ຄົນ, ຍິງ 93 ຄົນ ໃນນີ້, ຊັ້ນ ມ4 ມີ 166 ຄົນ, ຍິງ 85 ຄົນ, ມີ 4 ສູນສອບເສັງ ຄື: ສູນ ມສ ຄຳເບໄຊ, ສູນ ມສ ນ້ຳງອນ, ສູນ ມຕ ຊຳຫລວງ ແລະ ສູນ ມຕ ວັງຕັດ, ມີ 5 ວິຊາສອບເສັງ ຄື: ວິຊາພາສາລາວ-ວັນນະຄະດີ, ຄະ ນິດສາດ, ວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ ແລະ ພາສາ ອັງກິດ ຊຶ່ງເລີ່ມສອບເສັງໃນວັນທີ 10-12 ມິຖຸນາ 2026. ສ່ວນຊັ້ນ ຮັບປະກັນການຄຸ້ມຄອງ, ນຳໃຊ້ ແລະ ອະນຸລັກຊັບພະຍາກອນແຮ່ ທາດໃຫ້ມີປະສິດທິຜົນ, ຍືນຍົງ ແລະ ຖືກຕ້ອງຕາມກົດໝາຍ. ໃນກອງປະຊຸມ ຍັງໄດ້ຮັບຟັງ ການເຜີຍແຜ່ເອກະສານສຳຄັນ ເປັນຕົ້ນ ຄຳສັ່ງຂອງຄະນະເລຂາ ທິການສູນກາງພັກ ສະບັບເລກທີ 11/ຄລສພ ວ່າດ້ວຍການເພີ່ມ ທະວີການຊີ້ນຳຂອງຄະນະພັກຕໍ່ ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາຫຍໍ້ທໍ້ດ້ານ ຊັບພະຍາກອນທຳມະຊາດ; ຄຳສັ່ງ ຂອງນາຍົກລັດຖະມົນຕີ ສະບັບ ເລກທີ 06/ນຍ ວ່າດ້ວຍການຕິດ ຕາມ, ກວດກາ ແລະ ແກ້ໄຂບັນຫາ ແຮ່ຄຳຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນ້ຳ, ຮ່ອງຫ້ວຍ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 46/ນຍ ວ່າດ້ວຍການ ຕ້ານ ແລະ ສະກັດກັ້ນການລັກລອບ ຂຸດຄົ້ນ, ປຸງແຕ່ງ, ເກັບຊື້-ຂາຍ, ນຳເຂົ້າ-ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດຕ່າງໆ ທີ່ບໍ່ ຖືກຕ້ອງຕາມລະບຽບກົດໝາຍ ແລະ ລະບຽບການ ໃນຂອບເຂດ ທົ່ວປະເທດ. ນອກຈາກນັ້ນ, ບັນດາຜູ້ເຂົ້າ ຮ່ວມຍັງໄດ້ພ້ອມກັນຄົ້ນຄວ້າ, ປຶກ ສາຫາລື ແລະ ແລກປ່ຽນຄວາມ ຄິດເຫັນ ເພື່ອນຳເອົາເນື້ອໃນຂອງ ຄຳສັ່ງດັ່ງກ່າວໄປຜັນຂະຫຍາຍ ແລະ ປັບໃຊ້ໃນການຄຸ້ມຄອງ, ກວດ ກາ ແລະ ແກ້ໄຂບັນຫາດ້ານແຮ່ ທາດໃນທ້ອງຖິ່ນໃຫ້ມີປະສິດທິຜົນ. ຂ່າວ: ມະນີວັນ g,n v'xkdmk xtdkflh k'8kcl' 4 8kcl' 1j k'gxa omk'dko ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ພິທີປະກາດສ້າງ ຕັ້ງ 4 ຕາແສງ ຂອງເມືອງປາກ ທາ ແຂວງບໍ່ແກ້ວ ຈັດຂຶ້ນໃນວັນທີ 9 ມິຖຸນາ 2026 ໂດຍມີຂອງ ທ່ານ ຂັນທອງ ທຳມະວົງ ຮອງປະທານ ຄະນະກຳມະການປົກຄອງ ແຂວງ ບໍ່ແກ້ວ, ທ່ານ ສາລີ ວັນນະສານ ເລ ຂາຄະນະບໍລິຫານງານພັກ ເມືອງ ປາກທາ, ທ່ານ ບຸນພັດ ສີສົມບັດ ປະທານຄະນະກຳມະການປົກຄອງ ເມືອງ ພ້ອມດ້ວຍຄະນະພັກບ້ານທັງ 34 ບ້ານທົ່ວເມືອງ ເຂົ້າຮ່ວມ. ທ່ານ ຄຳເຄື່ອງ ພົມວິສັກ ຮອງ ປະທານຄະນະກໍາມະການປົກຄອງ ເມືອງປາກທາ ໄດ້ລາຍງານວ່າ: ເມືອງປາກທາ ແມ່ນເມືອງທີ່ນອນ ຢູ່ 5 ເມືອງຂອງແຂວງບໍ່ແກ້ວ ຊຶ່ງ ຕັ້ງຢູ່ທິດໃຕ້ຫ່າງຈາກເທສະບານ ແຂວງປະມານ 47 ກິໂລແມັດ, ມີ ເນື້ອທີ່ 1.032,64 ກິໂລຕາແມັດ, ມີ 34 ບ້ານ, ມີ 4.380 ຫລັງຄາ ເຮືອນ, ມີ 5.356 ຄອບຄົວ, ມີ ພົນລະເມືອງ 22.940 ຄົນ, ຍິງ 11.580 ຄົນ; ມີ 5 ຊົນເຜົ່າຄື: ຊົນເຜົ່າລາວລຸ່ມ ກວມ 8,82%, ຊົນເຜົ່າລື້ ກວມ 23,53%, ຊົນ ເຜົ່າກຶມມຸ ກວມ 32,36%, ຊົນ ເຜົ່າມົ້ງ ກວມ 32,35% ແລະ ຊົນ ເຜົ່າອິວມຽນ ກວມ 2,94% ຊຶ່ງ ຕັ້ງຖິ່ນຖານລຽບຕາມລອງແມ່ນ້ຳ ຂອງ, ຢຶດຖືອາຊີບການປູກຝັງລ້ຽງສັດເປັນຕົ້ນຕໍ ແລະ ອາຊີບ ຄ້າຂາຍ, ບໍລິການເປັນສໍາຮອງ. ເມືອງປາກທາ ໄດ້ກຳນົດສ້າງຕັ້ງ ຕາແສງທັງໝົດ 4 ຕາແສງຄື: ຕາ ແສງປາກທາ, ຕາແສງກ້ອນຕື່ນ, ຕາແສງຫາດສະ ແລະ ຕາແສງພູ ສະແຖນ ໃນນີ້, ຕາແສງປາກທາ ມີ 7 ບ້ານຄື: ບ້ານໃຫຍ່ປາກທາ, ບ້ານ ຫ້ວຍທອງ, ບ້ານໂພນທອງ, ບ້ານ ດອນສະຫວັນ, ບ້ານດອນມີໄຊ, ບ້ານຫ້ວຍຊົວະ ແລະ ບ້ານຫ້ວຍລໍາ ແພນ; ຕາແສງຫາດສະ ມີ 8 ບ້ານຄື: ບ້ານຫາດສະ, ບ້ານຫ້ວຍພະລາມ, ບ້ານຫາດດອນແກ້ວ, ບ້ານຫາດ ສາກ, ບ້ານຫ້ວຍສາກ, ບ້ານຫ້ວຍ ແອ່ນ, ບ້ານຫ້ວຍຮາວ ແລະ ບ້ານ ຫ້ວຍແສດ; ຕາແສງກ້ອນຕື່ນ ມີ 12 ບ້ານຄື: ບ້ານກ້ອນຕື່ນ, ບ້ານຫ້ວຍໜໍ່ ຂົມ, ບ້ານຫ້ວຍສະງຶກ, ບ້ານຫ້ວຍ ແມງ, ບ້ານແກ້ງພາກ, ບ້ານຫົວນໍ້າ, ບ້ານຫ້ວຍໂຄດ, ບ້ານຫ້ວຍໄມ້ຊາງ, ບ້ານປາກໂຊະ, ບ້ານປາງສາ, ບ້ານ ດົງ ແລະ ບ້ານຈຽງຕອງ; ຕາແສງ ພູສະແຖນ ມີ 7 ບ້ານຄື: ບ້ານພູສະ ແຖນ, ບ້ານມົກກະຈອກ, ບ້ານກີວ ລົມ, ບ້ານຫ້ວຍໂມງ, ບ້ານຫ້ວຍພະ, ບ້ານຜາຄອຍ ແລະ ບ້ານແຄ. ໂອກາດດັ່ງກ່າວ, ທ່ານ ຂັນ ທອງ ທຳມະວົງ ໄດ້ມີຄຳເຫັນເນັ້ນ ໜັກບາງບັນຫາ ເປັນຕົ້ນ ໃຫ້ຄະ ນະກໍາມະການປົກຄອງຕາແສງ ເອົາໃຈໃສ່ສຶກສາອົບຮົມປະຊາຊົນ ບັນດາເຜົ່າ ຢູ່ໃນຂອບເຂດຄວາມ ຮັບຜິດຊອບຂອງຕົນ ໃຫ້ຮັບຮູ້, ເຂົ້າໃຈ ຕໍ່ຄວາມຈຳເປັນໃນການ ສ້າງຕັ້ງຕາແສງ ເພາະເປັນການ ເຕົ້າໂຮມ ຈາກຫລາຍບ້ານ ຈຶ່ງ ສາມາດສ້າງເປັນຕາແສງໜຶ່ງໄດ້. ສະນັ້ນ, ດ້ານວັດທະນະທໍາ, ຮີດ ຄອງປະເພນີ, ການເຊື່ອຖື ແນ່ນອນ ກໍຕ້ອງມີຄວາມແຕກຕ່າງກັນ ແຕ່ ຕ້ອງໄດ້ເອົາໃຈໃສ່ຕໍ່ການຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມ ສາມັກຄີປອງດອງລະຫວ່າງເຜົ່າ g,n v'w-r6 mv' gxu f[A olv[gla '9q [-A o ,4 xt9elq dIPo 2025-2026 ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ພິທີ ເປີດບັ້ນສອບເສັງຈົບຊັ້ນມັດທະຍົມ ຕອນຕົ້ນ (ມ4) ປະຈຳສົກຮຽນ 2025-2026 ທົ່ວເມືອງຂຶ້ນໃນ ລະຫວ່າງວັນທີ 10 ຫາ 12 ມິຖຸນາ 2026 ທີ່ໂຮງຮຽນ ມສ ໄຊພູທອງ ໂດຍການເຂົ້າຮ່ວມຕັດຊອງຫົວບົດ ສອບເສັງຂອງ ທ່ານ ພູສະຫວັນ ເທບສີທາ ຮອງປະທານຄະນະ ກຳມະການປົກຄອງເມືອງ, ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ, ທ່ານ ສຸ ກັນ ບຸດຕາລາສີ ຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງໄຊພູ ທອງ ພ້ອມດ້ວຍຄະນະຮັບຜິດຊອບ ສູນສອບເສັງ, ຄະນະກຳມະການ ຍາມຫ້ອງ ແລະ ນ້ອງໆນັກຮຽນ ເຂົ້າຮ່ວມ. ໃນສົກຮຽນນີ້, ທົ່ວເມືອງໄຊ ພູທອງ ມີຕົວເລກນັກຮຽນທີ່ີຂຶ້ນ ທະບຽນເຂົ້າສອບເສັງຈົບຊັ້ນ ມ4 ທັງໝົດ 290 ຄົນ, ຍິງ 145 ຄົນ ຈາກ 9 ໂຮງຮຽນອ້ອມຂ້າງ. ເຖິງ ຢ່າງໃດກໍຕາມ, ໃນມື້ເປີດສະໜາມ ສອບເສັງຕົວຈິງມີນັກຮຽນເຂົ້າ ຮ່ວມທັງໝົດ 287 ຄົນ, ຍິງ 144 ຄົນ, ສ່ວນອີກ 3 ຄົນ (ຍິງ 1 ຄົນ) ແມ່ນຂາດສອບເສັງຍ້ອນສາເຫດ ປະລະການຮຽນ. ການຈັດຕັ້ງບັ້ນສອບເສັງຄັ້ງນີ້ ໄດ້ແບ່ງອອກເປັນ 2 ສູນສອບເສັງ ໃຫຍ່ ຄື: ສູນ ມສ ພູມມະເຈດີ ແລະ ສູນ ມສ ໄຊພູທອງ ໂດຍມີຫ້ອງ ສອບເສັງ 15 ຫ້ອງ. ສ່ວນວິຊາ ຫລັກທີ່ນຳມາທົດສອບຄວາມຮູ້ ຂອງນັກຮຽນມີ 5 ວິຊາ ຄື: ວິຊາ ພາສາລາວ-ວັນນະຄະດີ, ວິຊາ ວິທະຍາສາດທຳມະຊາດ, ວິຊາ ຄະນິດສາດ, ວິຊາວິທະຍາສາດ ສັງຄົມ ແລະ ວິຊາພາສາອັງກິດ ຊຶ່ງການສອບເສັງແມ່ນຈະດຳເນີນ ໄປເປັນເວລາ 3 ວັນ ຈຶ່ງຈະສິ້ນສຸດ. ໃນໂອກາດນີ້, ທ່ານ ພູສະຫວັນ ເທບສີທາ ໄດ້ມີຄຳເຫັນໂອ້ລົມ ພ້ອມທັງຮຽກຮ້ອງມາຍັງຄະນະ ກຳມະການທຸກພາກສ່ວນທີ່ກ່ຽວ ຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ຕໍ່ໜ້າ ທີ່ຄວາມຮັບຜິດຊອບຂອງຕົນໃຫ້ ສູງສຸດ ເພື່ອຮັບປະກັນໃຫ້ບັ້ນສອບ ເສັງດຳເນີນໄປດ້ວຍຄວາມຮຽບ ຮ້ອຍ. ພ້ອມຮຽກຮ້ອງໃຫ້ນ້ອງໆ ນັກຮຽນທຸກຄົນໃຫ້ມີສະຕິ, ເອົາໃຈ ໃສ່ປະຕິບັດກົດລະບຽບຂອງການ ສອບເສັງຢ່າງເຄັ່ງຄັດ ແລະ ສຸມທຸກ ສະຕິປັນຍາຄວາມຮູ້ທີ່ໄດ້ຮຽນມາ ເຂົ້າໃນການເຮັດບົດສອບເສັງຄັ້ງນີ້ ເພື່ອເຮັດໃຫ້ຜົນການສອບເສັງອອກ ມາດີ ແລະ ບັນລຸໄດ້ຕາມລະດັບຄາດ ໝາຍທີ່ທາງເມືອງວາງໄວ້ຢ່າງມີ ຄຸນນະພາບ. ທາງຂອງພັກ ແລະ ລັດ ພ້ອມທັງ ຮຽກຮ້ອງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ຈົ່ງພ້ອມກັນສຸມສະຕິ ປັນຍາຄົ້ນຄວ້າ, ຄົ້ນຄິດ ແລະ ກ້າ ສະເໜີຄວາມຄິດເຫັນ ເພື່ອຮ່ວມກັນ ຄຸ້ມຄອງ ແລະ ແກ້ໄຂບັນຫາວຽກ ງານແຮ່ທາດໃຫ້ຖືກຕ້ອງຕາມທິດ ຊີ້ນຳຂອງພັກ ແລະ ລັດຖະບານ, ໃຫ້ແໜ້ນແຟ້ນ ເປັນນໍ້າໜຶ່ງໃຈ ດຽວກັນ, ເຄົາລົບນັບຖືຮີດຄອງ ປະເພນີ, ພື້ນຖານວັດທະນະທໍາອັນ ດີງາມ ເຊິ່ງກັນ ແລະ ກັນ ພາຍໃຕ້ ລະບຽບ ແລະ ກົດໝາຍ, ເອົາໃຈໃສ່ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ໜ້າທີ່ ປກຊ-ປກສ ໃຫ້ໜັກແໜ້ນ-ເຂັ້ມແຂງຮອບດ້ານ, ທຸກພາກສ່ວນຕ້ອງເຂົ້າຮ່ວມຢ່າງ ຕັ້ງໜ້າ, ເຮັດໃຫ້ປະຊາຊົນບັນດາ ເຜົ່າມີຄວາມອຸ່ນອຽນທຸ່ນທ່ຽງທຳ ມາຫາກິນ, ປາສະຈາກການຂີ້ລັກ ງັດແງະ, ການປຸ້ນຈີ້, ທຳລາຍສິ່ງ ສາທາລະນະ, ເຮັດໃຫ້ທົ່ວຕາແສງ ກໍຄືເມືອງ ມີຄວາມສະຫງົບຢ່າງ ໜັກແໜ້ນ, ສືບຕໍ່ປະສານສົມທົບ ກັບຂະແໜງການທີ່ກ່ຽວຂ້ອງ ຂອງເມືອງ ເພື່ອສືບຕໍ່ປັບປຸງຊັບ ຊ້ອນ ແລະ ປະກອບພະນັກງານ ເຂົ້າໃນການຈັດຕັ້ງ ແລະ ອົງການ ຊ່ວຍວຽກຂອງຄະນະຕາແສງ ໃຫ້ ພຽງພໍ ແລະ ມີຄວາມເຂັ້ມແຂງ, ເປັນເຈົ້າການນຳພາປະຊາຊົນ ລຶບ ລ້າງຄວາມທຸກຍາກ, ມີແຜນການ ຊ່ວຍຄອບຄົວທີ່ຍັງທຸກຍາກ ເຮັດ ໃຫ້ທຸກຄອບຄົວພົ້ນທຸກ ແລະ ຍົກ ລະດັບຊີວິດການເປັນຢູ່ດີຂຶ້ນ ໃຫ້ ກາຍເປັນຄອບຄົວພັດທະນາ, ເປັນ ບ້ານພັດທະນາ, ນຳພາໃນການສ້າງ ຄອບຄົວຕົວແບບ ດ້ານການຜະລິດ (ການປູກ-ການລ້ຽງ) ການເຮັດ ອຸດສາຫະກຳປຸງແຕ່ງ ແລະ ສົ່ງເສີມ ອາຊີບ ທີ່ໝັ້ນຄົງຖາວອນ, ສືບຕໍ່ຫັນ ເອົາບັນດານິຕິກຳຕ່າງໆ ຂອງຂັ້ນ ເທິງວາງອອກ ກໍຄື ມະຕິກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກ, ມະຕິ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ອົງຄະນະພັກແຂວງ ແລະ ມະຕິ VIII ຂອງອົງຄະນະພັກເມືອງປາກທາ ຕິດພັນກັບມະຕິເລກທີ 4 ວ່າດ້ວຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ຫັນ ມາເປັນແຜນງານ, ໂຄງການອັນ ລະອຽດ ຂອງອົງການປົກຄອງຕາ ແສງ ໃຫ້ຕິດພັນກັບວຽກງານຕົວ ຈິງ ຢູ່ຮາກຖານບ້ານ ແລະ ຈັດຕັ້ງ ການຜະລິດແບບມີຈຸດສຸມຢ່າງຈະ ແຈ້ງໃນແຕ່ລະໄລຍະ. ຂ່າວ-ພາບ: ວັນະເດດ ມ7 ມີນັກຮຽນ 71 ນ້ອງ, ຍິງ 8 ນ້ອງ, ມີ 2 ສູນສອບເສັງຄື: ສູນ ມສ ຄຳເບໄຊ ແລະ ສູນ ມສ ນ້ຳງອນ, ມີ 5 ວິຊາສອບເສັງຄື: ວິຊາພາສາ ລາວ-ວັນນະຄະດີ, ຄະນິດສາດ, ກຸ່ມ ວິທະຍາສາດທຳມະຊາດ, ກຸ່ມວິທະ ຍາສາດສັງຄົມ ແລະ ພາສາອັງກິດ ຊຶ່ງຈະເລີ່ມສອບເສັງໃນວັນທີ 1719 ມິຖຸນາ 2026 ນີ້. ທົ່ວເມືອງມີໂຮງຮ ຽນທັງໝົ ດ 7 ແຫ່ງ, ມີສູນສອບເສັງທັງໝົ ດ 6 ສູນ, ໂດຍໄດ້ນຳໃຊ້ຄູ-ອາຈ ານ ເຂົ້າຮ່ວມ ເປັນຄະນະກຳມະການຍາມຫ້ອງ 16 ທ່ານ ຍິງ 8 ທ່ານ. ທ່ານ ຄຳສີ ແກ້ວຖາວອນ ຫົວ ໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຊານໄຊ ໄດ້ໃຫ້ສຳພາດ ໃນວັນທີ 10 ມິຖຸນາ 2026 ນີ້ວ່າ: ເພື່ອຮັບປະກັນໃຫ້ການສອບເສັງ ຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4) ແລະ ຕອນປາຍ (ມ7) ສົກຮຽນ 2025-2026 ດຳເນີນ ໄປຢ່າງມີຄຸນນະພາບ, ມີຄວາມ ເປັນເອກະພາບ ແລະ ຮັບປະກັນ ຄວາມໂປ່ງໃສ, ມາຮອດປັດຈຸບັນ, ທາງຫ້ອງການສຶກສາທິການ ແລະ ກິລາ ເມືອງຊານໄຊ ໄດ້ກະກຽມ ຄວາມພ້ອມໃນທຸກດ້ານ ເພື່ອຮອງ ຮັບການສອບເສັງ ໃຫ້ໄດ້ຮັບຜົນສຳ ເລັດ ໂດຍໄດ້ການກະກຽມຄວາມ ພ້ອມ ເປັນຕົ້ນ ດ້ານສະຖານທີ່, ຫ້ອງສອບເສັງ, ການແຕ່ງຕັ້ງຄະນະ ກຳມະການ ລວມເຖິງການຮ່າງ ແລະ ກວດກາຫົວຂໍ້ສອບເສັງ ທີ່ ມີການຄັດເລືອກຢ່າງເປັນລະບົບ ແລະ ປິດລັບ, ພ້ອມດຽວກັນນັ້ນ ການຮັກສາຄວາມເປັນລະບຽບ ຮຽບຮ້ອຍໃນການສອບເສັງ ໂດຍ ທາງຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ວາງມາດຕະການ ຢ່າງເຂັ້ມງວດ ໂດຍສະເພາະການ ຮັກສາຄວາມລັບຂອງຫົວຂໍ້ສອບ ເສັງ ຕັ້ງແຕ່ຂັ້ນຕອນການຂົນສົ່ງ ໄປຍັງສູນສອບເສັງ ໂດຍມີການ ປະສານງານກັບຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງ ເພື່ອ ຕິດຕາມກວດກາຢ່າງໃກ້ຊິດ. ນອກ ຈາກນີ້, ພາຍໃນຫ້ອງສອບເສັງ ແມ່ນມີກົດລະບຽບຫ້າມບໍ່ໃຫ້ນັກ ຮຽນນຳເອົາອຸປະກອນສື່ສານ, ໂທ ລະສັບມືຖື ຫລື ເອກະສານຕ່າງໆ ເຂົ້າຫ້ອງເສັງຢ່າງເດັດຂາດ, ຫາກ ກວດພົບເຫັນຈະຖືກປະຕິບັດວິໄນ ຕາມກົດລະບຽບການສອບເສັງ ເພື່ອໃຫ້ຜົນການສອບເສັງອອກມາ ມີຄຸນນະພາບ ແລະ ຍຸຕິທຳທີ່ສຸດ. ໂອກາດນີ້, ທ່ານ ຄຳສີ ແກ້ວ ຖາວອນ ຍັງໄດ້ຮຽກຮ້ອງໃຫ້ນັກ ຮຽນທີ່ເຂົ້າຮ່ວມການສອບເສັງ ໃຫ້ເອົາໃຈໃສ່ຄົ້ນຄວ້າບົດຮຽນ ຢ່າງມີວິທະຍາສາດ, ຮັກສາສຸຂະ ພາບຮ່າງກາຍ ແລະ ສຸຂະພາບຈິດ ໃຈໃຫ້ດີ, ບໍ່ຄວນກົດດັນຕົນເອງ ເກີນໄປ ແລະ ໃຫ້ມີຄວາມໝັ້ນໃຈ ໃນຄວາມຮູ້ທີ່ໄດ້ຮຽນມາ, ພ້ອມ ດຽວກັນນັ້ນ, ກໍໄດ້ຮຽກຮ້ອງມາ ຍັງຜູ້ປົກຄອງທຸກທ່ານ ໃຫ້ຊ່ວຍເປັນ ກຳລັງໃຈ, ຕິດຕາມເບິ່ງແຍງດ້ານ ໂພຊະນາການ, ອາຫານການກິນ ແລະ ອຳນວຍຄວາມສະດວກໃນ ການເດີນທາງໄປສູນສອບເສັງຂອງ ລູກຫລານໃຫ້ມີຄວາມປອດໄພ ເພື່ອ ໃຫ້ເຂົາເຈົ້າສາມາດເຮັດສຳເລັດ ໜ້າທີ່ການສຶກສາໃນຊັ້ນມັດທະຍົມ ໄດ້ຢ່າງສະຫງ່າງາມ ແລະ ໄດ້ຮັບ ຜົນສຳເລັດອັນຈົບງາມ. ຂ່າວ: ສຸກສະຫວ່າງ
RkJQdWJsaXNoZXIy MTc3MTYxMQ==