12/06/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ຂໍ້ມູນ: ອົງການພັດທະນາການທ່ອງທ່ຽວໍ້ ມູນົ ງັ ດ່ ອ່ ຽ 4Ecd[ lt4komuj mj v'mj P;me,t-kfmuj 8y fra oda [ ;y 4u -u ;y f c]t 7;k,g-nj v4n 0v'xt-k-q omh v'4yj o oa dIh v'9kd lDgdq ks]u -j ;pgs]n vgfa doh vp muj fh vp3vdkfmk'dkolb dlk.o]k; ຂປລ. ຖ້ຳແກບ ຕັ້ງຢູ່ເຂດ ບ້ານ ໜອງບົວ, ເມືອງປາກຊັນ, ແຂວງ ບໍລິຄຳໄຊ ຫ່າງຈາກຕົວເມືອງປາກ ຊັນ ໄປປະມານ 24 ກິໂລແມັດ. ລົງມາຕາມສາຍທາງເລກທີ 13 ໃຕ້ ປະມານ 4 ກິໂລແມັດ, ແລ້ວລ້ຽວ ຊ້າຍເຂົ້າຕາມເສັ້ນທາງ ເມື່ອໄປ ເຖິງ ບ້ານໜອງບົວ ກໍຈະແນມເຫັນ ສະຖານທີ່ທ່ອງທ່ຽວແຫ່ງນີ້ ເປັນພູ ທີ່ມີປ່າໄມ້ຕຶບໜາ ຢູ່ທາງເບື້ອງຊ້າຍ ມື ຊຶ່ງເປັນສະຖານທີ່ທີ່ມີຄວາມສົມ ບູນຂອງທຳມະຊາດ, ປະກອບດ້ວຍ ປ່າໄມ້ທີ່ຕຶບໜາ ແລະ ພືດພັນຫລາຍ ຊະນິດ ແລະ ສຳຄັນໄປກວ່ານັ້ນ ດິນແດນແຫ່ງນີ້ ຍັງມີສິ່ງທີ່ລຶກລັບ ແລະ ໜ້າມະຫັດສະຈັນ ທີ່ຍັງຫາ ຄຳຕອບບໍ່ທັນໄດ້. ຖ້ຳແຫ່ງນີ້ຍັງມີຕຳນານເລົ່າ ຂານກັນມາວ່າ: ໃນມື້ວັນສິນຈະມີຂີ້ ແກບໄຫລອອກມາ ຈາກປາກຖ້ຳ ຢ່າງໜ້າມະຫັດສະຈັນ. ຕາມການ ບອກເລົ່າປາກຕໍ່ປາກ ຂອງປະຊາ ຊົນບ້ານໜອງບົວ ໄດ້ໃຫ້ຂໍ້ມູນວ່າ: ດົນນານມາແລ້ວ ໄດ້ມີໝູ່ບ້ານແຫ່ງ ໜຶ່ງ ທີ່ໄດ້ອາໄສຢູ່ບໍລິເວນນີ້, ແຕ່ ມັນພັດບໍ່ແມ່ນບ້ານຂອງຄົນ ມັນ ແມ່ນບ້ານຂອງ “ບັງບົດ” ຫລື “ຜີ ບັງບົດ” (ຄົນເຮົາບໍ່ສາມາດເບິ່ງ ເຫັນ) ແລະ ທຸກວັນສິນ ປະຊາຊົນ ບັງບົດໄດ້ພາກັນເຮັດກິດຈະກຳ ຕ່າງໆເຊັ່ນ: ຕຳເຂົ້າ, ຟັດເຂົ້າ ແລະ ອື່ນໆ. ຫລັງຈາກທີ່ສຳເລັດການ ຂປລ. ເນື່ອງໃນໂອກາດໃກ້ ຈະຄົບຮອບ11 ປີການກໍ່ຕັ້ງວົງ SEVENTEEN ບອຍແບນ ຈາກ ສ ເກົາຫລີ ແລະ ເພື່ອເປັນການ ສະເຫລີມສະຫລອງໂອກາດອັນ ສຳຄັນນີ້, ວົງດັ່ງກ່າວໄດ້ບໍລິຈາກ ເງິນເພື່ອຊ່ວຍເຫລືອນັກຮຽນທີ່ ຂາດແຄນທຶນການສຶກສາຢູ່ໃນ ສປປ ລາວ. ຄະນະກຳມະການ ແຫ່ງຊາດເກົາຫລີ ສຳລັບອົງການ ອຸຍແນັສໂກ (The Korean National Commission for UNESCO) ໄດ້ປະກາດວ່າ: ວົງ SEVENTEEN ໄດ້ບໍລິຈາກ ເງິນໃຫ້ແກ່ໂຄງການ Br idge Programme ເພື່ອຊ່ວຍເຫລືອ ນັກຮຽນລາວທີ່ຈົບຊັ້ນປະຖົມສຶກ ສາ ໃຫ້ສາມາດສຶກສາຕໍ່ໃນລະດັບ ມັດທະຍົມໄດ້. ເຖິງແມ່ນວ່າການ ສຶກສາໃນລະດັບມັດທະຍົມຈະບໍ່ ເສຍຄ່າຮຽນ, ແຕ່ກໍຍັງມີນັກຮຽນ ຈຳນວນຫລາຍທີ່ບໍ່ສາມາດສຶກສາ ຕໍ່ໄດ້ ເນື່ອງຈາກຄ່າໃຊ້ຈ່າຍອື່ນໆ ທີ່ກ່ຽວຂ້ອງກັບການຮຽນ ຊຶ່ງ ພວກເຂົາບໍ່ສາມາດຮັບພາລະໄດ້, ເຖິງແມ່ນວ່າຈະບໍ່ມີການເປີດເຜີຍ ຈຳນວນເງິນບໍລິຈາກກໍ່ຕາມ, ແຕ່ ໃນຖະແຫລງການໄດ້ລະບຸວ່າ: ພວກເຮົາຮູ້ສຶກຊາບຊຶ້ງເປັນຢ່າງ ຍິ່ງຕໍ່ການສະໜັບສະໜູນຢ່າງຕໍ່ ເນື່ອງຂອງ ວົງ SEVENTEEN ນັບຕັ້ງແຕ່ປີ 2022 ເປັນຕົ້ນມາ ການບໍລິຈາກໃນຄັ້ງນີ້ຈະຊ່ວຍ ສົ່ງເສີມໃຫ້ນັກຮຽນຜູ້ດ້ອຍໂອ ກາດໃນລາວ ສາມາດເຂົ້າເຖິງການ ສຶກສາລະດັບມັດທະຍົມ ແລະ ສ້າງອະນາຄົດທີ່ດີຂຶ້ນໄດ້”.ວົງ SEVENTEEN ແມ່ນວົງບອຍ ແບຣນ ສະຕາຍຮິດຮ໋ອບ ທີ່ມີສະ ມາຊິກທັງໝົດ 13 ຄົນຄື: ເອັດຄູບ, ຈອງຮັນ, ໂຮຊິ, ຈຸນ, ວອນອູ, ອູຈິ, ມິນກະຢູ, ຄີເອດ, ຊຶງກວານ, ເວີ ນອນ ແລະ ຄີໂນ່ ພາຍໃຕ້ສັງກັດ ເພສດີດອິຮເຕີເທນເມັ້ນ ໂດຍ ວົງ SEVENTEEN ເປີດໂຕຢ່າງເປັນ ທາງການໃນວັນທີ 26 ພຶດສະພາ ປີ 2015 ແລະ ໄດ້ຮັບຄວາມນິ ຍົມຢ່າງກວ້າງຂວາງ ຈົນເຮັດໃຫ້ ເພງ ທີ່ນໍາສະເໜີອອກມາ ແຕ່ລະ ເພງເປັນທີ່ນິຍົມ ທັງພາຍໃນ ແລະ ຕ່າງປະເທດ ແລະ ປັດຈຸບັນ ວົງ SEVENTEEN ກໍໄດ້ຮັບຄວາມ ນິຍົມຢ່າງຕໍ່ເນື່ອງຈົນສາມາດຄອງ ໃຈແຟນເພງທົ່ວໂລກ. ເຮັດກິດຈະກຳແລ້ວ, ພວກເຂົາກໍ ໄດ້ນຳເອົາສິ່ງເສດເຫລືອຕ່າງໆ ເຊັ່ນ: ຂີ້ແກບ ແລະ ອື່ນໆ ຖິ້ມໄວ້ ປາກຖ້ຳ ແລະ ຕາມການບອກເລົ່າ ລັກສະນະແກບ ທີ່ໄຫລອອກມາ ຈາກປາກຖ້ຳນັ້ນ ແມ່ນມີລັກສະ ນະແກບ ປະສົມກັບຂີ້ເທົ່າໄຟ ໄຫລ ອອກມາປະມານ 1 ຄຸໃຫຍ່ ຄ້າຍໆ ກັບວ່າມີສິ່ງໃດສິ່ງໜຶ່ງ ທີ່ຈົງໃຈຍູ້ ແກບອອກມາຈາກປາກຖ້ຳ ຄ້າຍຄື ເອົາໜ່ວຍໄຂ່ຍູ້ອອກມາ ຊຶ່ງປາກ ຖ້ຳນັ້ນ ກວ້າງປະມານຫລົມໂຕ ຄົນຜູ້ໜຶ່ງ. ນອກຈາກແກບທີ່ມີຢູ່ ປາກຖ້ຳແລ້ວ ກໍຍັງມີແກບໄຫລ ອອກມາຕາມຮູສາຍນ້ຳ ທີ່ບຸ້ນ ອອກມາຫາທົ່ງນາ ບ້ານນາດີ ຢູ່ ບໍລິເວນໃກ້ໆກັບຖ້ຳແຫ່ງນີ້, ຮູນ້ຳ ດັ່ງກ່າວໃຫຍ່ປະມານ ເທົ່າກັບປາກ ຟຸ້ຍ. ຜູ້ບອກເລົ່າຍັງບອກໃຫ້ຮູ້ອີກ ວ່າ ເມື່ອບໍ່ດົນມານີ້ ມີພະອາຈານ ອົງໜຶ່ງຊື່ວ່າ: ພະອາຈານ ມີ ມາບຳ ເພັນພາວະນາຈຳສິນ ຢູ່ຖ້ຳແຫ່ງ ນີ້, ປະຊາຊົນເຊື່ອວ່າ ອາຈານຜູ້ນີ້ ແມ່ນເປັນຜູ້ທີ່ມີວິຊາອາຄົມ, ການ ໄປມາແມ່ນແບບລຶກລັບ, ເພິ່ນຈະ ຮູ້ທຸກການເຄື່ອນໄຫວຂອງປະຊາ ຊົນເຊັ່ນ: ຖ້າວ່າປະຊາຊົນຈະເຂົ້າ ໄປຫາ ຫລື ຈະນຳເອົາສິ່ງຂອງ ຕ່າງໆມາຖວາຍເພິ່ນກໍຈະຮູ້ລ່ວງ ໜ້າ ແລະ ກໍຈະກະກຽມທຸກສິ່ງໄວ້ ຖ້າ. ດັ່ງນັ້ນປະຊາຊົນເຂດນີ້ຈຶ່ງເຊື່ອ ຖືວ່າ: “ຖ້ຳແກບ” ເປັນສະຖານທີ່ທີ່ ສັກສິດຂອງເຂົາເຈົ້າເອງ (ແຕ່ປັດ ຈຸບັນບໍ່ມີໃຜຮູ້ວ່າ ພະອາຈານ ມີ ໄດ້ ຍ້າຍໄປຢູ່ໃສແລ້ວ ແລະ ບໍ່ຮູ້ອີກວ່າ ມໍລະນະພາບແລ້ວ ຫລື ຍັງ). ຕໍ່ມາ ໃນໄລຍະໜຶ່ງ ໄດ້ມີພໍ່ເຖົ້າຄົນໜຶ່ງ ຊື່ ວ່າ: ພໍ່ເຖົ້າ ບຸນທັນ ຫລື ພໍ່ເຖົ້າ ແອ (ປັດຈຸບັນເສຍຊີວິດແລ້ວ) ເພິ່ນ ໄດ້ອາໄສຢູ່ ບ້ານໜອງບົວ ມາເປັນ ເວລາດົນນານແລ້ວ. ມື້ໜຶ່ງ ເພິ່ນ ໄດ້ລອງລອດເຂົ້າໄປເບິ່ງໃນຖ້ຳ, ທຳອິດແມ່ນຈະມີບວກນ້ຳ ແລະ ຍ່າງເຂົ້າໄປແລ້ວຈະມີຮ້ານຫີນ 1 ຊັ້ນ ແລະ ມີພະຢູ່ເທິງຈຳນວນໜຶ່ງ, ຫລັງຮ້ານພະ ຈະມີຮູ ແລະ ເຂົ້າ ໄປຮູນັ້ນ ຈະມີລົມພັດອອກມາ, ແຕ່ ເພິ່ນ ກໍບໍ່ກ້າເຂົ້າໄປຕໍ່ ກໍເລີຍກັບຄືນ ອອກມາ, ຫລັງຈາກນັ້ນ ກໍບໍ່ມີໃຜ ກ້າເຂົ້າໄປ ໃນຖ້ຳແກບນີ້ອີກ. ປັດຈຸບັນ, ຖ້ຳແກບ ໄດ້ຖືກດິນ ເຈື່ອນລົງມາທັບປາກຖ້ຳໄວ້ ເຫລືອ ພຽງຮູນ້ອຍໆ, ຄົນເຮົາບໍ່ສາມາດ ລອດເຂົ້າໄປໄດ້ ແລະ ແກບທີ່ເຄີຍ ໄຫລອອກມາຈາກປາກຖ້ຳນັ້ນ ກໍບໍ່ ມີໃຫ້ເຫັນອີກ, ເຫລືອໄວ້ແຕ່ຮ່ອງ ຮອຍອັນລຶກລັບ ເພື່ອໃຫ້ຄົນລຸ້ນ ຫລັງໄດ້ຊອກຮູ້ ແລະ ສຶກສາຕໍ່ໄປ. ຖ້ຳແກບພູກູດ ແຕ່ກ່ອນເຄີຍເປັນ ບ່ອນສັກສິດ ແລະ ນັບຖືຂອງປະ ຊາຊົນ. ມາຮອດປັດຈຸບັນໄດ້ກາຍ ເປັນແຫລ່ງທ່ອງທ່ຽວທາງທຳມະ ຊາດອັນສວຍສົດງົດງາມ ແລະ ຢູ່ ບໍລິເວນນີ້ ຍັງມີຖ້ຳນ້ອຍ ອີກຫລາຍ ແຫ່ງ ເຊັ່ນ: ຖ້ຳເຈຍ, ຖ້ຳຝາມື; ເປັນ ບ່ອນພັກຜ່ອນຢ່ອນອາລົມ, ມີອາ ກາດເຢັນສະບາຍປົກຄຸມໄປດ້ວຍ ປ່າໄມ້ທີ່ຕຶບໜາ ແລະ ມີສັດສາວາ ສິ່ງນາໆຊະນິດ ເຊັ່ນ: ນົກແອ່ນ, ເຈຍ ແລະ ພືດປ່າ ຈຳນວນໜຶ່ງ ທີ່ປະຊາ ຊົນໄດ້ນຳໄປປຸງແຕ່ງເປັນອາຫານ ເພື່ອລ້ຽງຊີບເປັນເວລາດົນນາມາ ແລ້ວ ເປັນຕົ້ນ: ໜໍ່ໄມ້, ຜັກຕ່າງໆ ແລະ ສຳຄັນມີໜໍ່ໄມ້ຊະນິດໜຶ່ງ ທີ່ ປະຊາຊົນ ບ້ານໜອງບົວ ບອກວ່າ ຫາມາເປັນອາຫານປະຈຳ ນັ້ນກໍ່ຄື: “ໜໍ່ຫລອຍ” ຊຶ່ງເປັນໜໍ່ນ້ອຍໆ ສາມາດເອົາມາເຮັດອາຫານຫລາຍ ຢ່າງໄດ້ເຊັ່ນ: ເຮັດຂົ້ວໃສ່ຊີ້ນຕ່າງໆ, ເຮັດແກງ ແລະ ອື່ນໆ. ນອກຈາກນີ້, ຖ້າຫາກວ່າໄດ້ຍ່າງມຸ່ງໜ້າຂຶ້ນເທິງ ຈອມພູກູດ ທ່ານກໍຈະຮູ້ສຶກໄດ້ເຖິງ ຄວາມອຸດົມສົມບູນຂອງພູໜ່ວຍ ນີ້ ຫາສິ່ງໃດປຽບປານບໍ່ໄດ້ ແລະ ຢູ່ເທິງຈອມພູນັ້ນ ເຮົາກໍຈະສາມາດ ແນມເຫັນທິວທັດທຳມະຊາດ ຂົງ ເຂດ ບໍລິເວນອ້ອມຮອບໜ່ວຍພູ ແລະ ຍັງສາມາດແນມເຫັນເຂດ ເທສະບານ ເມືອງປາກຊັນ ຢູ່ສຸດ ສາຍຕາອີກດ້ວຍ.
RkJQdWJsaXNoZXIy MTc3MTYxMQ==