4tcs]'dkoIj ;, ]ts;j k' lxx ]k; c]t lx 9u o ;j kfh ;p dkolh k'76j Ij ;,-k8kde ]k;{9u o muj g0A ,c0'|P;c|h o.om5 dltrk[dko0v'p5 d.\j ແລະ ຫລຸດຜ່ອນຄວາມທຸກຍາກ, ກະ ສິກໍາທັນສະໄໝ ເປັນຕົ້ນ. ເພື່ອຍົກສູງ ລະດັບຄຸນນະພາບຂອງການຄ້າ ແລະ ການລົງທຶນກະສິກໍາ ສອງຝ່າຍຈະນໍາ ໃຊ້ເງື່ອນໄຂອັນຕັ້ງໜ້າຂອງ ສັນຍາ ຄູ່ຮ່ວມມືເສດຖະກິດຮອບດ້ານລະດັບ ພາກພື້ນ (RCEP), ເຂດການຄ້າເສລີ ອາຊຽນ-ຈີນ 3.0, ເສັ້ນທາງລົດໄຟ ລາວ-ຈີນ ໃຫ້ດີ. ຝ່າຍລາວ ສະແດງ ຄວາມຊົມເຊີຍຝ່າຍຈີນ ທີ່ໄດ້ປະສົບ ຜົນສຳເລັດໃນການຈັດເວທີປຶກສາ ຫາລືລະດັບສູງກ່ຽວກັບການລົບລ້າງ ຄວາມທຸກຍາກ ແລະ ການພັດທະນາ ປີ 2026, ຝ່າຍຈີນ ຍິນດີຕ້ອນຮັບຝ່າຍ ລາວ ເຂົ້າຮ່ວມສະຫະພັນຄູ່ຮ່ວມມືລົບ ລ້າງຄວາມທຸກຍາກ ແລະ ການພັດທະ ນາທົ່ວໂລກ. 17. ເພີ່ມທະວີການຮ່ວມມືຕົວຈິງ ໃນຂົງເຂດທໍລະນີສາດ ແລະ ຊັບພະຍາ ກອນ, ຈັດຕັ້ງປະຕິບັດໂຄງການສ້າງ ແຜນທີ່ທໍລະນີເຄມີ ຂອງ ສປປ ລາວ ຢ່າງມີປະສິດທິພາບ, ຮ່ວມກັນສ້າງເວ ທີຂໍ້ມູນວິທະຍາສາດທໍລະນີ ອາຊຽນຈີນ ແລະ ເຄືອຂ່າຍສັງເກດການທໍລະນີ ເຄມີ ຂອງ ສປປ ລາວ; ລົງເລິກການ ຮ່ວມມືທາງດ້ານການພັດທະນາຊັບພະ ຍາກອນທີ່ດິນ ແລະ ນໍ້າ ຕາມທິດສີ ຂຽວແລະ ຍືນຍົງ; ດໍາເນີນການຮ່ວມມື ໃນການແບ່ງປັນຂໍ້ມູນ ໂດຍອີງໃສ່ ການບໍລິການລະບົບຄລາວ (Cloud) ຂອງດາວທຽມຊັບພະຍາກອນທໍາມະ ຊາດ; ລົງເລິກການຮ່ວມມືທາງດ້ານ ການພັດທະນາຊັບພະຍາກອນທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ໂດຍ ນໍາໃຊ້ດາວທຽມສືບຢັ່ງທາງໄກຂອງ ສປ ຈີນ ທີ່ມີຄວາມລະອຽດສູງ. 12. ຍົກສູງພາລະບົດບາດຂອງ ສູນການຮ່ວມມືໝູນໃຊ້ປັນຍາປະດິດ ລະຫວ່າງ ອາຊຽນ-ຈີນ, ວິທະຍາໄລ ດີຈິຕອນ ອາຊຽນ-ຈີນ, ສູນຮ່ວມມືນະ ວັດຕະກຳປັນຍາປະດິດ ອາຊຽນ-ຈີນ ແລະ ສູນນະວັດຕະກຳອຸດສາຫະກຳ ປັນຍາປະດິດ ອາຊຽນ-ຈີນ, ລົງເລິກ ການຮ່ວມມືທີ່ເປັນຮູບປະທໍາທາງ ດ້ານເຕັກນິກດີຈິຕອນ, ປັນຍາປະດິດ, ການຄ້າເອເລັກໂຕຣນິກ ແລະ ອື່ນໆ ລະຫວ່າງ ລາວ-ຈີນ, ຮ່ວມກັນຝຶກອົບ ຮົມບຸກຄະລາກອນ, ຈັດການສໍາມະນາ ທາງດ້ານເຕັກນິກ ແລະ ການເຊື່ອມ ໂຍງອຸດສາຫະກໍາຢ່າງເປັນປົກກະຕິ, ຊຸກຍູ້ໃຫ້ການຮ່ວມມືປະສົບຜົນສຳເລັດ ເປັນຈິງ. ສະໜັບສະໜູນວິສາຫະກິດ ສອງປະເທດ ລົງເລິກການຮ່ວມມືອຸດ ສາຫະກຳເຕັກນິກພະລັງງານ; ຕັ້ງໜ້າ ຊຸກຍູ້ການຮ່ວມມືໃນຂົງເຂດສື່ສານ ແລະ ໂທລະຄົມມະນາຄົມ ເຊັ່ນ: ຊຸກຍູ້ ການກໍ່ສ້າງພື້ນຖານໂຄງລ່າງດີຈິຕອນ ແບບທັນສະໄໝຄື: ສູນຂໍ້ມູນແຫ່ງຊາດ, ລະບົບຄລາວ (Cloud) ແລະ ເຄືອ ຂ່າຍໂທລະຄົມມະນາຄົມທີ່ທັນສະໄໝ, ພ້ອມນີ້ ຝ່າຍຈີນ ຍິນດີສະໜັບສະໜູນ ແລະ ແລກປ່ຽນບົດຮຽນໃນການສ້າງ ລະບົບລັດຖະບານເອເລັກໂຕຣນິກ ເພື່ອ ຍົກສູງປະສິດທິພາບການຄຸ້ມຄອງລັດ ທີ່ໂປ່ງໃສ ແລະ ຍົກລະດັບການບໍລິ ການປະຊາຊົນໃຫ້ທັນສະໄໝ. ເພີ່ມທະ ວີການຮ່ວມມືໃນຂົງເຂດເຕັກໂນໂລຊີ ຂໍ້ມູນຂ່າວສານ (ICT), ເຕັກນິກດີຈິ ຕອນ, ປັນຍາປະດິດ, ຄວາມປອດໄພ ທາງດ້ານໄຊເບີ ແລະ ອື່ນໆ. ຝ່າຍຈີນ ຍິນດີສືບຕໍ່ສະໜັບສະໜູນຝ່າຍລາວ ເຂົ້າຮ່ວມໂຄງການຝຶກອົບຮົມທາງ ດ້ານໂທລະຄົມມະນາຄົມ ຕໍ່ບັນດາປະ ເທດອາຊຽນ ແລະ ແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ. ສອງຝ່າຍ ຍິນດີເພີ່ມທະວີ ການປະສານງານ ແລະ ການຮ່ວມມື ໃນເວທີສາກົນ ເຊັ່ນ: ສະຫະພັນໂທລະ ຄົມມະນາຄົມສາກົນ, ກອງປະຊຸມໂທ ລະຄົມມະນາຄົມບໍ່ມີສາຍຂອງໂລກ. 13. ສືບຕໍ່ເສີມຂະຫຍາຍບົດບາດ ຂອງ ຄະນະກໍາມະການຮ່ວມມືເສດຖະ ກິດ-ການຄ້າ ແລະ ເຕັກນິກ ລາວ-ຈີນ, ຊຸກຍູ້ການຈັດກອງປະຊຸມ JC ຂອງ ຄະນະກໍາມະການດັ່ງກ່າວ, ຊຸກຍູ້ການ ເພິ່ມທະວີການຮ່ວມມືຕ່ອງໂສ້ການ ຜະລິດ ແລະ ການສະໜອງ, ຮ່ວມກັນ ສ້າງຕ່ອງໂສ້ການຜະລິດ ແລະ ຕ່ອງ ໂສ້ອຸດສາຫະກຳ ທີ່ປອດໄພໝັ້ນຄົງ ແລະ ເປັນທີ່ເຊື່ອໝັ້ນ, ຊຸກຍູ້ສາຍພົວພັນ ເສດຖະກິດການຄ້າ ລາວ-ຈີນ ໃຫ້ມີ ການພັດທະນາຢ່າງເຂັ້ມແຂງ ແລະ ຍືນ ຍົງ. ຕັ້ງໜ້າຊຸກຍູ້ການພັດທະນາການ ຄ້າການລົງທຶນເປັນອັນດຽວກັນ, ຊຸກຍູ້ ການຮ່ວມມືເຂດການຮ່ວມມືເສດຖະ xtdkfgxu foe.-h lkpfj ;o 1528 grnj vltda fdA o dko7h k0kpla fxj k c]t rn fxj kzy fdq f\kp 12/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ໂດຍ:ເຂົ້າຈານນໍ້າົ້ າໍ້ າ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ກິດການຄ້າພັດທະນາຢ່າງມີຄຸນນະ ພາບສູງ, ຈັດຕັ້ງປະຕິບັດໂຄງການເຂດ ພັດທະນາກວມລວມໄຊເສດຖາ ແລະ ບັນດາໂຄງການທີ່ເປັນຈຸດສຸມໃຫ້ດີ, ເສດຖະກິດດີຈິຕອນ, ການພັດທະນາສີ ຂຽວ, ອຸດສາຫະກຳບໍ່ແຮ່ສີຂຽວ ແລະ ຂົງເຂດອື່ນໆ, ສ້າງສະພາບແວດລ້ອມ ການລົງທຶນທີ່ດີ, ຮັບປະກັນສິດຜົນ ປະໂຫຍດທີ່ຊອບທໍາຂອງວິສາຫະກິດ ສອງຝ່າຍ, ຊຸກຍູ້ການປະສານສົມທົບ ທາງດ້ານນະໂຍບາຍ, ການຈັດວາງ ແຜນການ, ການກໍ່ສ້າງ ແລະ ການດຶງ ດູດການລົງທຶນຂອງເຂດສອງຝ່າຍໃນ ເຂດຮ່ວມມືເສດຖະກິດ ບໍ່ເຕ່ນ-ບໍ່ຫານ ລະຫວ່າງລາວ-ຈີນ,ດໍາເນີນການຮ່ວມ ມືທາງດ້ານອຸດສາຫະກໍາຂ້າມຊາດ, ເພີ່ມບໍລິມາດ ແລະ ລະດັບການຄ້າຢ່າງ ບໍ່ຢຸດຢັ້ງ; ເພີ່ມທະວີການປະສານສົມ ທົບ ແລະ ການສົນທະນາ ລະຫວ່າງ ສະຖາບັນການເງິນ ແລະ ທະນາຄານ ຂອງສອງປະເທດ, ຊຸກຍູ້ການຮ່ວມມື ທາງດ້ານຂົງເຂດການທະນາຄານ ເຊັ່ນ: ນະໂຍບາຍການເງິນ, ການຄຸ້ມ ຄອງທະນາຄານ, ການຄຸ້ມຄອງການ ຊໍາລະ, ນະວັດຕະກຳ ແລະ ການຍົກສູງ ຄວາມສາມາດທາງດ້ານວຽກງານທະ ນາຄານ ເປັນຕົ້ນ. ເສີມຂະຫຍາຍການ ຮ່ວມມື ແລະ ການລົງທຶນ ໃນຂະແໜງ ການໃໝ່ ເຊັ່ນ: ຊຸກຍູ້ການພັດທະນາເວ ທີການຄ້າເອເລັກໂຕຣນິກ (Crossborder E-commerce) ຕາມກົນ ໄກຕະຫລາດ, ເພື່ອອໍານວຍຄວາມສະ ດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນ ຄ້າ ໂດຍສະເພາະແມ່ນຜະລິດຕະພັນ ກະສິກໍາ ແລະ ສິນຄ້າຂອງຈຸນລະວິສາ ຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ(MSME). ສືບຕໍ່ຊຸກຍູ້ການ ຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍການ ພັດທະນາຂອງໂລກ. ລົງເລິກການ ຮ່ວມມືດ້ານພື້ນຖານໂຄງລ່າງ, ການ ຫລຸດຜ່ອນຄວາມທຸກຍາກ, ການປິ່ນ ປົວພະຍາດ, ການສຶກສາ ແລະ ຂົງເຂດ ອື່ນໆ, ຕັ້ງໜ້າຄົ້ນຄວ້າໂຄງການຊ່ວຍ ເຫລືອ “ນ້ອຍແຕ່ງາມ” ໃນຂົງເຂດຊີ ວິດການເປັນຢູ່ຂອງປະຊາຊົນ, ເພີ່ມ ທະວີການຮ່ວມມືພັດທະນາຊັບພະຍາ ກອນມະນຸດ. 14. ເສີມຂະຫຍາຍບົດບາດປະ ສານງານ ຂອງຄະນະກໍາມະການຮ່ວມ ມືວິທະຍາສາດແລະ ເຕັກນິກລາວ-ຈີນ ໃຫ້ດີກວ່າເກົ່າ. ຕັ້ງໜ້າເປີດກວ້າງການ ຮ່ວມມືທາງດ້ານວັດທະນະທຳເຕັກ ນິກ, ຮ່ວມກັນຄົ້ນຄວ້າກໍ່ສ້າງເວທີເຕັກ ນິກ; ເພີ່ມທະວີການແລກປ່ຽນ ແລະ ແບ່ງປັນບົດຮຽນທາງດ້ານການປະ ດິດສ້າງ; ປົກປັກຮັກສາ ແລະ ນໍາໃຊ້ລິ ຂະສິດທາງປັນຍາ; ເສີມຂະຫຍາຍບົດ ບາດຂອງເວທີ “ສູນເຄື່ອນຍ້າຍເຕັກ ນິກ ອາຊຽນ-ຈີນ”, ເພີ່ມທະວີການ ຮ່ວມມື ແລະ ການແລກປ່ຽນບົດຮຽນ ຫລຸດຜ່ອນຄວາມທຸກຍາກດ້ວຍເຕັກ ນິກ, ຮ່ວມກັນຊຸກຍູ້ການຫັນປ່ຽນ ແລະ ການສາທິດໝູນໃຊ້ໝາກຜົນທາງດ້ານ ວິທະຍາສາດເຕັກໂນໂລຊີ. 15. ສ້າງການພົວພັນຄູ່ຮ່ວມມື “ດ່ານພາສີລະບົບສະຕິປັນຍາ”, ເພີ່ມ ທະວີການເຊື່ອມໂຍງການຄ້າສາກົນ ແບບ “ປະຕູດຽວ” ແລະ ການຮ່ວມມື ໃນຂົງເຂດດ່ານຊາຍແດນ, ສະໜອງ ແຜນການຄຸ້ມຄອງ ແລະ ປະສານງານ ໃຫ້ແກ່ “ການກວດກາປະຕູດຽວ, ຄັ້ງ ດຽວ” ຂອງການຂົນສົ່ງຜູ້ໂດຍສານຢູ່ ດ່ານສາກົນ ເສັ້ນທາງລົດໄຟລາວຈີນ, ຍົກສູງຄວາມສາມາດຄຸ້ມຄອງ ຕິດຕາມ ແລະ ບໍລິການຂອງດ່ານພາສີ. ລົງເລິກການຮ່ວມມືພາຍໃຕ້ຂອບກົນ ໄກການຮ່ວມມືດ້ານຄວາມປອດໄພ ຂອງອາຫານໃນດ່ານພາສີ “ໜຶ່ງແລວ ໜຶ່ງເສັ້ນທາງ” ເພື່ອຂະຫຍາຍຂະໜາດ ການຄ້າຜະລິດຕະພັນກະສິກຳທີ່ເປັນ ອາຫານບົນພື້ນຖານການຮັບປະກັນ ຄວາມປອດໄພ; ເພີ່ມທະວີການຮ່ວມມື ໃນການກວດກາ-ກັກກັນພືດ ແລະ ສັດ, ຊຸກຍູ້ການຮ່ວມມື ແລະ ການແລກ ປ່ຽນໃນການຮ່ວມກັນປ້ອງກັນ ແລະ ຄຸ້ມຄອງພະຍາດພືດ ແລະ ສັດຂ້າມ ຊາດ, ຊຸກຍູ້ຂະບວນການການອະນຸ ຍາດການກວດກາກັກກັນພືດ ແລະ ສັດ ສໍາລັບຜະລິດຕະພັນກະສິກຳທີ່ເປັນອາ ຫານທີ່ມີຄຸນນະພາບສູງ. ສືບຕໍ່ເພີ່ມທະ ວີການຮ່ວມມືບັງຄັບໃຊ້ກົດໝາຍຕ້ານ ການລັກລອບໜີພາສີ, ດໍາເນີນການ ຮ່ວມມືຊ່ວຍເຫລືອການກວດກາຄະດີ ກ່ຽວກັບການສໍ້ໂກງທາງການຄ້າ ແລະ ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານກ່ຽວ ກັບການລັກລອບໜີພາສີທຸກປະເທດ ເຊັ່ນ: ຢາເສບຕິດ, ອາວຸດປືນ ແລະ ລູກ ກະສູນ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນ ພັນ ແລະ ຜະລິດຕະພັນທີ່ກ່ຽວຂ້ອງ. ເສີມຂະຫຍາຍບົດບາດກົນໄກການ ຮ່ວມມືວຽກງານພາສີ ແລະ ການກວດ ກາ-ກັກກັນຂອງຊາຍແດນ ລາວ-ຈີນ ຕາມເສັ້ນທາງຄຸນໝິງ-ຈີນ-ລາວ-ໄທ, ເສີມຂະຫຍາຍບົດບາດກົນໄກ ກອງປະ ຊຸມຜູ້ປະສານງານວຽກງານພາສີແມ່ ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ການພົບປະ ເຮັດວຽກ ລະຫວ່າງ ພາສີຊາຍແດນ ລາວ-ຈີນ, ການພົບປະເຮັດວຽກກ່ຽວ ກັບການກວດກາ-ກັກກັນ ລະຫວ່າງ ລາວ-ຈີນ ແລະ ກົນໄກອື່ນໆ, ຍົກລະ ດັບການແຈ້ງເຂົ້າ-ອອກດ່ານໃຫ້ມີ ຄວາມສະດວກ. 16. ສືບຕໍ່ເສີມຂະຫຍາຍບົດບາດ ກົນໄກ ຂອງຄະນະກໍາມະການຮ່ວມວ່າ ດ້ວຍການຮ່ວມມືກະສິກໍາ ລາວ-ຈີນ, ເພີ່ມທະວີການແລກປ່ຽນ ແລະ ການ ສ້າງສາເຕັກນິກກັບຄວາມສາມາດ ໃນຂົງເຂດການປັບປຸງພັນເຂົ້າ, ການ ປ້ອງກັນແລະຄວບຄຸມພະຍາດລະບາດ ສັດແລະພືດ, ການພັດທະນາຊົນນະບົດ ຂປລ. ເມື່ອມໍ່ໆມານີ້, ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດ ກອງປະຊຸມປະກາດຮັບຮອງ ແລະ ເປີດນຳໃຊ້ຊ່ອງທາງການສື່ສານ ພິເສດທາງລັດຖະການຢ່າງເປັນ ທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດ ຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານຫົວໜ້າກົມ ປ່າໄມ້, ຮອງກົມກວດກາຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດ ລ້ອມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ແມ່ນເພື່ອ ເປັນການຍົກສູງປະສິດທິພາບໃນ ການບັງຄັບໃຊ້ກົດໝາຍ ແລະ ປົກ ປັກຮັກສາຊັບພະຍາກອນທຳມະ ຊາດຂອງຊາດ ໂດຍໄດ້ເປີດນຳໃຊ້ ຊ່ອງທາງເພື່ອຮັບແຈ້ງເຫດ ຊຶ່ງ ປະກອບມີ: ໝາຍເລກໂທລະສັບ ສາຍດ່ວນ 1528, ອີເມວທາງການ (c i tes.ma. l aos@gma i l . com) ແລະ ເວັບໄຊ (https:// dof.mis-mae.gov.la). ຊ່ອງທາງເຫລົ່ານີ້ ຈະເປັນສູນ ກາງຮັບແຈ້ງເຫດ ແລະ ລາຍງານ ການກະທຳຜິດທາງອາຍາ ທີ່ກ່ຽວ ຂ້ອງກັບການລັກລອບຄ້າຂາຍ ສັດປ່າ, ພືດປ່າ ແລະ ບັນຫາໄຊເຕັດ (CITES). ການສ້າງຕັ້ງສູນກາງ ບັນຊາການຮັບແຈ້ງເຫດນີ້ ຈະ ເປັນການອຳນວຍຄວາມສະດວກ ໃຫ້ແກ່ປະຊາຊົນ ແລະ ທຸກພາກ ສ່ວນໃນການແຈ້ງເບາະແສການ ກະທຳຜິດ ໂດຍລັດຖະບານມີກົນ ໄກຮັບປະກັນການຮັກສາຄວາມ ລັບຂັ້ນສູງສຸດຂອງຜູ້ແຈ້ງເບາະ ແສ ເພື່ອຄວາມປອດໄພ. ຄະນະ ຮັບຜິດຊອບສາຍດ່ວນ 1528 ຈະ ເປີດຮັບການແຈ້ງເຫດຕະຫລອດ 24 ຊົ່ວໂມງ ດ້ວຍຄວາມວ່ອງໄວ ແລະ ເປັນມືອາຊີບ. ທຸກໆເບາະແສທີ່ໄດ້ຮັບ ຈະຖືກ ບັນທຶກຢ່າງເປັນລະບົບ, ວິເຄາະ ຄວາມໜ້າເຊື່ອຖື ແລະ ສົ່ງຕໍ່ໃຫ້ ໜ່ວຍງານປະຕິບັດການລົງສະ ກັດກັ້ນ ແລະ ປາບປາມຢ່າງເດັດ ຂາດ. ນອກຈາກນີ້, ຍັງຈະມີການ ປະສານສົມທົບກຳລັງຢ່າງແໜ້ນ ແຟ້ນລະຫວ່າງກົມປ່າໄມ້, ກົມກວດ ກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເຈົ້າໜ້າທີ່ຕຳຫລວດ ສິ່ງແວດລ້ອມ ແລະ ເຈົ້າໜ້າທີ່ພາສີ ເພື່ອສ້າງເປັນຕາໜ່າງຍຸຕິທຳ ທີ່ ສາມາດຕີຖອຍ ແລະ ທຳລາຍເຄືອ ຂ່າຍອາຊະຍາກຳຂ້າມຊາດໃຫ້ໝົດ ສິ້ນໄປຈາກ ສປປ ລາວ. ການເປີດຕົວຊ່ອງທາງໃໝ່ນີ້ ຖືເປັນບາດກ້າວສຳຄັນທີ່ເປີດໂອ ກາດໃຫ້ມວນຊົນ ໄດ້ມີສ່ວນຮ່ວມ ໂດຍກົງໃນການປົກປັກຮັກສາຊັບ ພະຍາກອນທຳມະຊາດອັນລ້ຳຄ່າ ຂອງຊາດຢ່າງແທ້ຈິງ.
RkJQdWJsaXNoZXIy MTc3MTYxMQ==