7296

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 12/06/2026 xtgmf]k; ປະທານປະເທດ ຢ້ຽມຢາມ... ປ້ ລາວ-ຍີ່ປຸ່ນ...ີຸ່່ ເລຂາທິການໃຫຍ່ ເນັ້ນໃຫ້...ິ່ັ້້ ປະທານສະພາແຫ່ງຊາດ...່ de,kmy dkodko8j k'xtgmf c]dxj Po [q fIPoda [lt,k-y d]a f4tltrkg1p]t,a o ຄະນະລິເລີ່ມສະມາຄົມທຸລະກິດ ຖົ່ວລຽນລາວ ໄດ້ຜັດປ່ຽນກັນ ລາຍງານປະຫວັດຄວາມເປັນມາ ແລະ ສະພາບລວມກ່ຽວກັບການ ເຮັດສວນຖົ່ວລຽນຢູ່ບ້ານຫລັກ 28 ໂດຍຍົກໃຫ້ເຫັນສະພາບລວມ ໃນການປູກຖົ່ວລຽນເປັນສິນຄ້າ ຂອງສວນຖົ່ວລຽນໂຊກໄຊ ບ້ານ ຫລັກ 28, ຍົກໃຫ້ເຫັນເຖິງການ ຂະຫຍາຍຕົວຂອງພືດເສດຖະກິດ ກໍຄື ໝາກຖົ່ວລຽນທີ່ມີທ່າແຮງໃນ ການສົ່ງອອກ. ສວນຖົ່ວລຽນໂຊກ ໄຊ ເປັນຕົວແບບທີ່ດີໃນການປູກຖົ່ວ ລຽນທີ່ໄດ້ມາດຕະຖານ, ສາມາດ ປະກອບສ່ວນໃນການພັດທະນາ ເສດຖະກິດ ເພື່ອຕອບສະໜອງ ຄວາມຕ້ອງການຂອງຕະຫລາດ ສາກົນ, ມີເນື້ອທີ່ 13 ເຮັກຕາ, ມີຕົ້ນ ຂປລ. ເມື່ອບໍ່ດົນມານີ້, ທ່ານ ໂພສີ ເຕັມເມລາດ ຮອງປະທານກຳ ມາທິການການຕ່າງປະເທດ ພ້ອມ ດ້ວຍຄະນະໄດ້ພົບປະເຮັດວຽກຮ່ວມ ກັບສະມາຊິກລັດຖະສະພາເຢຍ ລະມັນ ນໍາໂດຍທ່ານ ໂທມັດສ໌ ຣັກເຄນ ກໍາມາທິການການຕ່າງ ປະເທດ ແລະ ກໍາມາທິການເພື່ອ ການຮ່ວມມື ແລະ ພັດທະນາເສດຖະ ກິດພ້ອມດ້ວຍຄະນະ ເພື່ອແລກປ່ຽນ ບົດຮຽນລະຫວ່າງສອງອົງການ ນິຕິບັນຍັດໃນຂົງເຂດວຽກງານການ ພົວພັນຮ່ວມມືຂອງສອງປະເທດ ດ້ານເສດຖະກິດ-ການເງິນ, ວັດທະ ນະທຳ-ສັງຄົມ ແລະ ການຊຸກຍູ້ ສົ່ງເສີມດ້ານຕ່າງໆລວມເຖິງໂຄງ ການຊ່ວຍເຫລືອຈາກຕ່າງປະເທດ. ໂອກາດດັ່ງກ່າວ, ທ່ານ ໂພສີ ເຕັມເມລາດ ໄດ້ສະແດງຄວາມຍິນ ດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາ ຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກທາງການຢູ່ ສປປ ລາວ ຂອງທ່ານ ໂທມັດສ໌ ຣັກເຄນ ພ້ອມດ້ວຍຄະນະ ໃນຄັ້ງນີ້ ຊຶ່ງເປັນ ການເສີມຂະຫຍາຍສາຍພົວພັນ ຮ່ວມມືທີ່ດີລະຫວ່າງ ລາວ-ເຢຍລະ ມັນ ໂດຍສະເພາະລະຫວ່າງສະພາ ແຫ່ງຊາດຂອງສອງປະເທດໃຫ້ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ຍິ່ງໆຂຶ້ນ. ພ້ອມດຽວກັນ, ສອງ ຝ່າຍກໍໄດ້ແລກປ່ຽນບົດຮຽນ ແລະ ປະສົບການໃນການປະຕິບັດໜ້າທີ່ ແລະ ພາລະບົດບາດການເປັນອົງ ການນິຕິບັນຍັດເປັນຕົ້ນຂັ້ນຕອນ ການສ້າງ ແລະ ປັບປຸງກົດໝາຍ, ການສ້າງ ແລະ ຮັບຮອງແຜນງົບ ປະມານແຫ່ງລັດ. ນອກຈາກນັ້ນ, ຝ່າຍເຢຍລະມັນ ໃຫ້ຄວາມສົນໃຈ ຕໍ່ບັນດານິຕິກຳຕ່າງໆທີ່ຕິດພັນກັບ ນະໂຍບາຍເພື່ອການກ້າວໄປສູ່ການ ປະເທດຍີ່ປຸ່ນ ໃນໂອກາດນໍາພາ ຄະນະຜູ້ແທນລາວເຂົ້າຮ່ວມກອງ ປະຊຸມສາກົນ ວ່າດ້ວຍອະນາຄົດ ຂອງອາຊີ ຄັ້ງທີ 31 ພາຍໃຕ້ຫົວຂໍ້: ການເຮັດວຽກຮ່ວມກັນ ເພື່ອຄວາມ ເຂັ້ມແຂງທົນທານ ແລະ ຈະເລີນຮຸ່ງ ເຮືອງຍິ່ງຂຶ້ນຂອງອາຊີ (Working together for more resilient and prosperous Asia) ຊຶ່ງ ຈັດຂຶ້ນໃນລະຫວ່າງວັນທີ 10-11 ມິຖຸນາ 2026 ທີ່ນະຄອນຫລວງ ໂຕກຽວ, ປະເທດຍີ່ປຸ່ນ. ໃນໂອກາດດັ່ງກ່າວ, ທ່ານນາຍົກ ລັດຖະມົນຕີ ທະກະອິຈິ ຊະນາເອະ ໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນ ແລະ ສະແດງຄວາມ ຊົມເຊີຍຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາ ແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກສະໄໝໜຶ່ງໃນເດືອນ ມີນາ 2026 ຜ່ານມາ, ພ້ອມທັງ ໄດ້ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນລາວທີ່ ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແກ່ ການຢ້ຽມຢາມທາງການຢູ່ ສປປ ລາວ ຂອງສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໃນເດືອນ ລວມໝູ່ຂອງປະຊາຊົນໃຫ້ກາຍ ເປັນຖານເສດຖະກິດອັນໝັ້ນຄົງ ແລະ ໜັກແໜ້ນ; ພັດທະນາຊັບພະ ຍາກອນມະນຸດໃຫ້ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການ ແລະ ສາມາດຕອບສະໜອງແກ່ການ ສ້າງສາພັດທະນາພາຍໃນ; ສຶກສາ ອົບຮົມໃຫ້ປະຊາຊົນຮັກສາມູນເຊື້ອ ຄວາມສາມັກຄີປອງດອງ, ນໍ້າໃຈ ຮັກຊາດ ແລະ ເສຍສະລະເພື່ອຜົນ ປະໂຫຍດສ່ວນລວມ; ສ້າງສະຕິ ເຄົາລົບກົດໝາຍ, ການປະຕິບັດ ພັນທະຂອງປະຊາຊົນ; ເພີ່ມທະວີ ການຝຶກອົບຮົມສີມືແຮງງານໃຫ້ມີ ຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ, ນໍາ ພາ-ຊີ້ນໍາແກ້ໄຂບັນຫາກຫຍຸ້ງຍາກ ຫລ້າຫລັງ ເພື່ອນໍາເອົາຜົນປະໂຫຍດ ມາໃຫ້ປະຊາຊົນ, ສາມາດພັດທະນາ ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າຊາວແຂວງຈໍາປາສັກ ໃຫ້ນັບມື້ດີຂຶ້ນ; ຮັກສາໄດ້ຄວາມ ສາມັກຄີພາຍໃນຄະນະພັກ-ຄະນະ ກໍາມະການປົກຄອງແຂວງໃຫ້ເປັນ ປຶກແຜ່ນແໜ້ນໜາ, ນໍາພາ-ຊີ້ນໍາ ວຽກງານ ປກຊ-ປກສ ໃຫ້ແຂງ ແຮງກວ່າເກົ່າ ເພື່ອຮັບປະກັນໃຫ້ ແຂວງມີຄວາມສະຫງົບທາງດ້ານ ການເມືອງ, ມີຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ; ເອົາໃຈ ໃສ່ປັບປຸງກົງຈັກການຈັດຕັ້ງຂັ້ນ ຕາແສງໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງທາງດ້ານການເມືອງ, ແນວ ຄິດ, ການຈັດຕັ້ງແລະ ແບບແຜນວິທີ ເຮັດວຽກ; ປຸກລະດົມຂົນຂວາຍໃຫ້ ທົ່ວປວງຊົນມີສະຕິຕື່ນຕົວ, ປະກອບ ສ່ວນໃນການແຂ່ງຂັນຂະບວນການ ຮັກຊາດ ແລະ ພັດທະນາ, ມີສະຕິ ລະວັງຕົວຕໍ່ກົນອຸບາຍມ້າງເພທໍາ ລາຍຂອງສັດຕູ, ຕ້ານ ແລະ ສະ ກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນ ສັງຄົມ ເປັນຕົ້ນບັນຫາຢາເສບຕິດ, ບັນຫາອຸບັດເຫດຕາມທ້ອງຖະໜົນ, ການຕົວະຍົວະຫລອກລວງໃນສື່ ສັງຄົມອອນລາຍ, ສະແກມເມີ ແລະ ອື່ນໆໃຫ້ຫລຸດໜ້ອຍຖອຍລົງ. ນອກນັ້ນ, ສະຫາຍເລຂາທິການ ໃຫຍ່ ຍັງເນັ້ນໃຫ້ເອົາໃຈໃສ່ເປີດ ກວ້າງການພົວພັນຮ່ວມມືກັບພາຍ ນອກ ເພື່ອດຶງດູດການລົງທຶນຈາກ ຕ່າງປະເທດ ມາປະກອບສ່ວນໃນ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ເຕີບໃຫຍ່ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ. ຂ່າວ-ພາບ: ທູນທອງໃຈ ຖົ່ວລຽນປະມານ 2.000 ຕົ້ນ. ໃນ ນັ້ນ, ພັນໝອນທອງ 1.950 ຕົ້ນ, ພັນມູຊັນຄີງ 10 ຕົ້ນ, ພັນພວງມະນີ 20 ຕົ້ນ ແລະ ພັນນົກກະຈິບ 10 ຕົ້ນ, ຜົນຜະລິດສະເລ່ຍ 100-140 ໂຕນ/ ປີ. ປັດຈຸບັນ, ໄດ້ເຂົ້າເປັນສະມາຊິກ ສະມາຄົມທຸລະກິດຖົ່ວລຽນລາວ ແລະ ມີສັນຍາຊື້-ຂາຍ ກັບ ບໍລິສັດ ສົ່ງອອກໄປ ສປ ຈີນ ຢ່າງເປັນ ຮູບປະທຳ, ສ່ວນລາຄາໝາກຖົ່ວ ລຽນແມ່ນຂາຍຕາມເກຣດ ເອ-ດີ. ທົ່ວແຂວງຈໍາປາສັກ ມີເນື້ອທີ່ປູກ ຖົ່ວລຽນເກືອບ 4.000 ເຮັກຕາ, ຄາດຄະເນຜົນຜະລິດປະມານ 16. 730 ໂຕນ/ປີ; ກຸ່ມບໍລິສັດສົ່ງອອກມີ 6 ບໍລິສັດທີ່ຜ່ານການກວດກາຈາກ ພາສີຈີນ ເພື່ອກະກຽມສົ່ງອອກ, ມີ ຜົນຜະລິດຄຸນນະພາບສູງປະມານ 3.980 ໂຕນ. ຕອນທ້າຍ, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍສວນຖົ່ວລຽນໂຊກໄຊ ທີ່ ປູກຖົ່ວລຽນຄຸນນະພາບສາມາດ ສົ່ງອອກໄປຕ່າງປະເທດ ໂດຍສະ ເພາະແມ່ນ ສປ ຈີນ ຊຶ່ງເປັນໃບໜ້າ ໃບຕາໃຫ້ແກ່ປະເທດຊາດ, ຍ້ອນ ແນວນັ້ນ, ຕ້ອງຮັກສາມູນເຊື້ອ ແລະ ສືບຕໍ່ຜະລິດໝາກຖົ່ວລຽນທີ່ມີ ຄຸນນະພາບສູງ, ສະອາດ, ປອດສານ ພິດ-ສານເຄມີ, ໄດ້ມາດຕະຖານ ຂອງການສົ່ງອອກ ໂດຍສະເພາະ ສົ່ງໄປ ສປ ຈີນ ແລະ ຈໍາໜ່າຍ ພາຍໃນ. ຈາກນັ້ນ, ຕ້ອງປະກອບ ສ່ວນໃນການສ້າງວຽກເຮັດງານ ທໍາໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນ, ເອົາໃຈໃສ່ຂະຫຍາຍພັນຖົ່ວລຽນ ໃຫ້ເປັນພັນເອກະລັກສະເພາະຂອງ ສວນ. ພ້ອມນີ້, ທ່ານຍັງເນັ້ນໜັກໃຫ້ ກະຊວງ, ພະແນກການທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ ຕ້ອງເອົາໃຈ ໃສ່ໃຫ້ການສະໜັບສະໜູນ, ຊຸກຍູ້ ສົ່ງເສີມທາງດ້ານເຕັກນິກວິຊາການ ໃນການບົວລະບັດຮັກສາ ເພື່ອໃຫ້ ສວນຖົ່ວລຽນໂຊກໄຊ ເຕີບໃຫຍ່ ຂະຫຍາຍຕົວຂຶ້ນໄປເລື້ອຍໆ. ຂ່າວ-ພາບ: ທູນທອງໃຈ ຄຸນນະພາບ, ປະຊາຊົນມີວຽກເຮັດ ງານທໍາ, ມີລາຍຮັບ ແລະ ມີຊີວິດ ການເປັນຢູ່ທີ່ໝັ້ນຄົງດີຂຶ້ນ; ປັບປຸງ ໂຮງໝໍເມືອງ, ໂຮງໝໍນ້ອຍ ໃຫ້ ພໍ່ແມ່ປະຊາຊົນສາມາດເຂົ້າເຖິງ ການປິ່ນປົວຢ່າງກວ້າງຂວາງ, ສະ ດວກ ແລະ ມີປະສິດທິພາບ; ເພີ່ມ ຄວາມສາມາດໃນການເຝົ້າລະວັງ ຕິດຕາມ, ຊອກຄົ້ນຫາ, ໂຕ້ຕອບ ກໍລະນີພະຍາດລະບາດໃຫ້ໄດ້ໄວ; ເອົາໃຈໃສ່ການສ້າງ ແລະ ສ້ອມ ແປງໂຮງຮຽນ. ໃນໂອກາດດຽວກັນ, ປະທານ ສະພາແຫ່ງຊາດ ກໍໄດ້ມອບເຄື່ອງ ອຸໂພກ-ບໍລິໂພກ ແລະ ອຸປະກອນ ທີ່ຈຳເປັນໃຫ້ແກ່ປະຊາຊົນຜູ້ທີ່ໄດ້ ຮັບຜົນກະທົບຈາກໄພພິບັດທາງ ທຳມະຊາດພາຍຸໝາກເຫັບທີ່ພັດ ຖະຫລົ່ມໃນໄລຍະຜ່ານມາ ເພື່ອ ຊ່ວຍເຫລືອຟື້ນຟູຊີວິດການເປັນຢູ່ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍ ໄວ, ທັງປຸກລະດົມຈິດໃຈໃຫ້ປະຊາ ຊົນມີຄວາມອຸ່ນໃຈ ແລະ ມີສະຕິເຂັ້ມ ແຂງໃນການສ້າງສາຄອບຄົວຄືນ ໃໝ່. ພ້ອມນີ້, ທ່ານຍັງໄດ້ສະແດງ ຄວາມເຫັນໃຈ ແລະ ຢ້ຽມຢາມຖາມ ຂ່າວຄວາມທຸກສຸກ ຂອງປະຊາຊົນ ແຕ່ລະຄອບຄົວ, ທັງຍ້ອງຍໍຊົມເຊີຍ ຄວາມສາມັກຄີຮັກແພງຂອງອຳ ນາດການປົກຄອງ ແລະ ປະຊາຊົນ ພາຍໃນບ້ານທີ່ໄດ້ຊ່ວຍເຫລືອເບິ່ງ ແຍງກັນໃນຍາມເກີດເຫດສຸກເສີນ. ຂ່າວ: ກິດຕາ ພະຈິກ 2025 ຜ່ານມາ ຊຶ່ງ ສປປ ລາວ ແມ່ນປະເທດທໍາອິດທີ່ພະອົງ ສະເດັດຢ້ຽມຢາມທາງການ ແລະ ຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດ ຂອງການຈັດງານບຸນລາວ ປະ ຈໍາປີ 2026 ຢູ່ນະຄອນຫລວງ ໂຕກຽວ, ປະເທດຍີ່ປຸ່ນ ໃນທ້າຍ ເດືອນພຶດສະພາ 2026 ຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະ ເທດຍີ່ປຸ່ນ ແລະ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ທີ່ໄດ້ ປະສົບຜົນສໍາເລັດເປັນຢ່າງດີ. ທ່ າ ນ ນ າ ຍົ ກ ລັ ດ ຖ ະ ມົ ນ ຕີ ສອນໄຊ ສີພັນດອນ ໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ຕໍ່ທ່ານ ນາງ ທະກະອິຈິ ຊະນາເອະ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງ ຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ ອີກຄັ້ງ ໃນເດືອນ ກຸມພາ 2026 ຜ່ານມາ, ພ້ອມ ທັງໄດ້ຕີລາຄາສູງຕໍ່ຜົນສໍາເລັດ ຂອງກອງປະຊຸມສຸດຍອດ AZEC Plus ກ່ຽວກັບຄວາມເຂັ້ມແຂງ ດ້ານພະລັງງານໃນເດືອນເມສາ 2026 ຜ່ານມາ ແລະ ສະໜັບສະໜູນ ຂອບການຮ່ວມມື POWERR Asia (Partnership On Wide Energy and Resources) ທີ່ ຍີ່ປຸ່ນໄດ້ສະເໜີໃນກອງປະຊຸມສຸດ ຍອດ AZEC Plus ດັ່ງກ່າວ. ພ້ອມ ນັ້ນ, ຍັງໄດ້ຢືນຢັນທັດສະນະອັນ ສະເໝີຕົ້ນສະເໝີປາຍຕໍ່ການຮ່ວມມື ໃນຂອບສອງຝ່າຍ ລາວ-ຍີ່ປຸ່ນ ທີ່ ມີມູນເຊື້ອມາແຕ່ດົນນານ ແລະ ຂອບການຮ່ວມມືຫລາຍຝ່າຍ ກໍຄື ຂອບການຮ່ວມມື ອາຊຽນ-ຍີ່ປຸ່ນ ອີກດ້ວຍໃນຖານະທີ່ຍີ່ປຸ່ນ ເປັນ ຄູ່ຮ່ວມມືທີ່ສໍາຄັນຂອງອາຊຽນ ແລະ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວສະແດງຄວາມ ຂອບໃຈມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕໍ່ການສະໜັບສະ ໜູນ ແລະ ຊ່ວຍເຫລືອທີ່ມີປະສິດ ທິພາບໃຫ້ແກ່ ສປປ ລາວ ຕະຫລອດ ໄລຍະຜ່ານມາອັນໄດ້ປະກອບສ່ວນ ສໍາຄັນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງ ສປປ ລາວ, ເປັນຕົ້ນການພັດທະນາຊັບພະຍາ ກອນມະນຸດ, ພື້ນຖານໂຄງລ່າງ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ການສົ່ງຊ່ຽວຊານ ແລະ ອາສາ ສະໝັກຂອງອົງການ JICA ມາ ປະຕິບັດໜ້າທີ່ຢູ່ບັນດາຂະແໜງ ການຂອງລາວ ທັງໃນສູນກາງ ແລະ ທ້ອງຖິ່ນ. ພິເສດແມ່ນການ ຊ່ວຍເຫລືອໃນໂຄງການມະນຸດສະ ທໍາເກັບກູ້ລະເບີດບໍ່ທັນແຕກທີ່ຕົກ ຄ້າງ (UXO) ຢູ່ ສປປ ລາວ. ພ້ອມ ນັ້ນ, ຍັງໄດ້ສະເໜີທ່ານນາຍົກລັດ ຖະມົນຕີ ທະກະອິຈິ ຊະນາເອະ ພິຈາ ລະນາມອບໝາຍໃຫ້ການນໍາຂັ້ນສູງ ຂອງຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມທົບ ທວນສົນທິສັນຍາວ່າດ້ວຍການເກືອ ດຫ້າມລະເບີດລູກຫວ່ານຮອບວຽນ ທີ 3 (3RC CCM) ພາຍໃຕ້ການ ເປັນປະທານຂອງ ສປປ ລາວ ໃນ ເດືອນກັນຍາ 2026 ທີ່ຈະມາເຖິງ ນີ້ ທີ່ນະຄອນຫລວງວຽງຈັນ ແລະ ເຊື້ອເຊີນຄູ່ຮ່ວມຕໍາແໜ່ງຝ່າຍຍີ່ປຸ່ນ ຢ້ຽມຢາມ ສປປ ລາວ ໃນເວລາທີ່ ສອງຝ່າຍມີຄວາມສະດວກ. ສອງຝ່າຍຍັງໄດ້ເຫັນດີເປັນ ເອກະພາບໃນການສືບຕໍ່ເພີ່ມທະວີ ຮັດແໜ້ນການພົວພັນ ແລະ ການ ຮ່ວມມື ລາວ-ຍີ່ປຸ່ນ ໃນຖານະຄູ່ ຮ່ວມຍຸດທະສາດຮອບດ້ານໃຫ້ໄດ້ ຮັບການພັດທະນາ ແລະ ແໜ້ນ ແຟ້ນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ໂດຍ ສະເພາະການສົ່ງເສີມການຮ່ວມມື ດ້ານເສດຖະກິດ ກໍຄື ການຄ້າ ແລະ ການລົງທຶນໃນຂະແໜງການທີ່ສອງ ຝ່າຍມີທ່າແຮງໃນການຮ່ວມມືເປັນ ຕົ້ນກະສິກໍາ ແລະ ອຸດສາຫະກໍາ ປຸງແຕ່ງທີ່ທັນສະໄໝ, ພະລັງງານ ສະອາດ, ພະລັງງານທາງເລືອກ, ຂະແໜງບໍ່ແຮ່, ການທ່ອງທ່ຽວ, ເຕັກໂນໂລຊີ ແລະ ອື່ນໆ; ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວ ກັບສະພາບການໃນພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ ຮ່ວມກັນອີກດ້ວຍ. ໃນໂອກາດຢ້ຽມຢາມປະເທດ ຍີ່ປຸ່ນ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ສອນໄຊສີພັນດອນຍັງໄດ້ພົບປະກັບ ສະມາຄົມມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ, ພົບປະກັບອົງການສະ ພາແລກປ່ຽນມິດຕະພາບສາກົນ (ອົງການ FEC), ພາກທຸລະກິດ ຂອງຍີ່ປຸ່ນ ຈໍານວນໜຶ່ງ, ຕາມລໍາ ດັບ ແລະ ເຂົ້າຮ່ວມກອງປະຊຸມພົບ ປະແລກປ່ຽນລະຫວ່າງພາກທຸລະ ກິດຂອງລາວ ແລະ ຍີ່ປຸ່ນ ອີກດ້ວຍ. ຫລຸດພົ້ນຈາກສະຖານະປະເທດ ດ້ອຍພັດທະນາຂອງ ສປປ ລາວ ແລະ ຍັງໄດ້ສະແດງຄວາມເປັນ ຫ່ວງຕໍ່ກັບບັນຫາທີ່ຕິດພັນກັບການ ຂຸດຄົ້ນບໍ່ແຮ່, ບັນຫາອາຊະຍາກຳ ທາງໂທລະຄົມ (ສະແກມເມີ), ອາຊະຍາກໍາທາງໄຊເບີ ຈາກຕ່າງ ປະເທດທີ່ອາດຈະສົ່ງຜົນກະທົບ ຕໍ່ສະພາບເສດຖະກິດຂອງລາວ, ບັນຫາປະລະການຮຽນ ແລະ ການ ແຕ່ງງານກ່ອນໄວອັນຄວນ. ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ ທົບທວນ ແລະ ສັງເກດຕີລາຄາຄືນ ໝາກຜົນຂອງການຈັດຕັ້ງປະຕິບັດ ບັນດາໂຄງການຊ່ວຍເຫລືອຈາກ ເຢຍລະມັນ ໃນໄລຍະຜ່ານມາ ໂດຍ ສະເພາະແມ່ນການສົ່ງເສີມອາຫານ ທ່ຽງຂອງເດັກໃນໂຮງຮຽນ ແລະ ອື່ນໆ ຊຶ່ງເຫັນໄດ້ຜົນສຳເລັດອັນ ພົ້ນເດັ່ນ, ດ້ານດີທີ່ຄວນສືບຕໍ່ເສີມ ຂະຫຍາຍ ແລະ ບັນຫາຄົງຄ້າງທີ່ ຈຳເປັນຈະຕ້ອງໄດ້ຮັບການປັບປຸງ. ໃນຕອນທ້າຍຂອງການພົບປະ, ຄະນະຜູ້ແທນຂອງສອງປະເທດ ໄດ້ ສະເໜີໃຫ້ມີການສືບຕໍ່ການຮ່ວມມື ແລະ ແລກປ່ຽນບົດຮຽນກັນຢ່າງ ປົກກະຕິຕໍ່ເນື່ອງ ເພື່ອຮັດແໜ້ນ ຄວາມສາມັກຄີເຊິ່ງກັນ ແລະ ກັນ. ຂ່າວ: ສພຊ

RkJQdWJsaXNoZXIy MTc3MTYxMQ==