11/06/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດດາີ ltstdvo-k;l;o.9dkg2 7kfzq ozt]y fxu oU ,u co;3oh ,s]5 f]q ' gonj v'9kddko]t[kf0v'rtpkf.ol;odkg2 ຂປລ. ດັ່ງທີ່ເຮົາຮູ້ກັນດີແລ້ວ ວ່າ, ເມືອງປາກຊ່ອງ ແຂວງຈໍາ ປາສັກ ເປັນເມືອງທີ່ຂຶ້ນຊື່ລື່ນາມ ເລື່ອງການປູກກາເຟ ຈົນໄດ້ຮັບ ການຂະໜານນາມວ່າ: “ເມືອງ ຫລວງແຫ່ງກາເຟຂອງປະເທດ ລາວ” ຍ້ອນມີສະພາບອາກາດທີ່ ເຢັນສະບາຍ ຕະຫລອດປີ ແລະ ມີ ດິນພູເຂົາໄຟທີ່ອຸດົມສົມບູນ ເໝາະ ສົມແກ່ການປູກກາເຟອາຣາບິກາ ແລະ ໂຣບັດສະຕາ ແລະ ເປັນແຫລ່ງ ປູກກາເຟທີ່ມີຄຸນນະພາບດີ ເນື່ອງ ຈາກວ່າ ເມືອງປາກຊ່ອງ ຕັ້ງຢູ່ໃນ ພື້ນທີ່ສູງ ແລະ ມີດິນທີ່ອຸດົມສົມບູນ ຈຶ່ງມີຄວາມເໝາະສົມແກ່ການປູກ ກາເຟ. ສະນັ້ນ, ຈຶ່ງເຮັດໃຫ້ປະຊາ ຊົນເຂດດັ່ງກ່າວຫັນມາປູກກາເຟ ເປັນອາຊີບຫລັກຫລາຍຂຶ້ນເພື່ອ ສ້າງລາຍຮັບເຂົ້າສູ່ຄອບຄົວ. ປັດ ຈຸບັນສະຫະກອນຊາວສວນໃຈກາ ເຟ ເມືອງປາກຊ່ອງ ມີສະມາຊິກ ທັງໝົດ 450 ຄອບຄົວ ກວມເອົາ 21 ໝູ່ບ້ານທົ່ວເມືອງປາກຊ່ອງ ແລະ ມີເນື້ອທີ່ປູກກາເຟຫລາຍກວ່າ 10.000 ເຮັກຕາ, ອັນສ່ົ່ງຜົນໃຫ້ ການຜະລິດກາເຟຂອງສະຫະກອນ ຊາວສວນໃຈກາເຟ ສາມາດສົ່ງ ອອກກາເຟດິບໄປຍັງຕ່າງປະເທດ ຄຽງຄູ່ກັບການຂົ້ວກາເຟ ເພື່ອ ຈຳໜ່າຍພາຍໃນປະເທດໃນຈຳ ນວນໜຶ່ງ. ທ່ານນາງ ບອນຄຳ ສຸບັນດິດ ຄະນະຮັບຜິດຊອບສະຫະກອນຊາວ ສວນໃຈກາເຟ ເມືອງປາກຊ່ອງ ແຂວງຈຳປາສັກ ໃຫ້ສຳພາດໃນ ໂອກາດເຂົ້າຮ່ວມງານວາງສະ ແດງສິນຄ້າ ສະຫະກອນກຸ່ມ ແລະ ຜູ້ ປະກອບການ ສະເຫລີມສະຫລອງ ວັນສະຫະກອນ (11 ພຶດສະພາ 1978) ຄົບຮອບ 48 ປີ ຢູ່ສູນການ ຄ້າລາວ-ໄອເຕັກ ເມື່ອບໍ່ດົນມານີ້ ວ່າ: ສະຫະກອນຊາວສາວໃຈກາເຟ ເລີ່ມຕົ້ນສ້າງຕັ້ງສະຫະກອນ ແຕ່ປີ 1999 ໃນເບື້ອງຕົ້ນ ມີ 3 ບ້ານ 15 ຄອບຄົວ ປະກອບມີ ບ້ານພູໂອຍ, ບ້ານພູໝາກກໍ່ ແລະ ບ້ານໜອງ ຫລວງ ຊຶ່ງມາຮອດປັດຈຸບັນ, ມີຢູ່ 21 ບ້ານ, 450 ຄອບຄົວ. ສຳລັບ ຕະຫລາດສົ່ງອອກຫລັກຢູ່ຕ່າງປະ ເທດຂອງສະຫະກອນປະກອບມີ dq ,8es];f9t]k9vo gzu pczj dq f9t]k9vo 16j 3I'IPog8a doy ddko-j k' ]k;{g1p]t,a o ຂປລ. ອາທິດຜ່ານມານີ້, ກົມ ຕໍາຫລວດຈະລາຈອນ ໄດ້ລົງໂຄ ສະນາເຜີຍແຜ່ກົດຈະລາຈອນ ຢູ່ ໂຮງຮຽນເຕັກນິກການຊ່າງ ລາວ- ເຢຍລະມັນ ນະຄອນຫລວງວຽງ ຈັນ ນໍາໂດຍ ທ່ານ ພັທ ສົມພອນ ກຸນນຸວົງຮອງຫົວໜ້າກົມຕໍາຫລວດ ຈະລາຈອນ, ມີ ທ່ານ ນາງ ແສງ ມະນີ ພິລາວັນ ຮັກສາການຫົວ ໜ້າພະແນກກິດຈະກຳນັກສຶກສາ, ມີຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ. ທ່ານ ພັຕ ຈັນທະວີ ເພັດລາສີ ວິຊາການພະແນກໂຄສະນາ ໄດ້ຍົກ ໃຫ້ເຫັນສາເຫດທີ່ພາໃຫ້ເກີດອຸບັດ ເຫດ, ການລ່ວງລະເມີດກົດຈະລາ ຈອນ, ສະຖິຕິການເກີດອຸບັດເຫດ ທົ່ວປະເທດ, ການຈອດລົດສະຊາຍ ຕາມແຄມທາງ ແລະ ຈໍານວນຕົວ ເລກຜູ້ເສຍຊີວິດຈາກການເກີດອຸ ຂໍ້ມູນ-ພາບ: ກົມຕໍາຫລວດຈະລາຈອນໍູ້ົໍ ບັດເຫດ. ພາຍຫລັງຮັບຟັງການ ເຜີຍແຜ່ຜູ້ເຂົ້າຮ່ວມໄດ້ແລກປ່ຽນ ທັດສະນະໃນການໃຊ້ລົດໃຊ້ຖະໜົນ ເພື່ອຫາວິທີຊ່ວຍກັນຫລຸດຜ່ອນ ການເກີດອຸບັດເຫດຕາມທ້ອງຖະ ໜົນແບບກົງໄປກົງມາ ແລະ ໄດ້ຈັດ ກິດຈະກຳຖາມ-ຕອບ ເພື່ອຮັບເອົາ ໝວກກັນກະທົບ ຢ່າງເປັນຂະບວນ ຟົດຟື້ນ. ການລົງເຜີຍແຜ່ໃນຄັ້ງນີ້, ແນ ໃສ່ເພີ່ມຄວາມຮັບຮູ້ກ່ຽວກັບກົດ ລະບຽບຕ່າງໆ ໃນການສັນຈອນ ໃຫ້ບັນດານັກຮຽນ-ນັກສຶກສາ ໄດ້ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ແລະ ນຳໄປຈັດຕັ້ງປະຕິບັດຢ່າງ ເຄັ່ງຄັດ ເພື່ອຫລີກລ່ຽງການເກີດ ອຸບັດເຫດ ຕາມທ້ອງຖະໜົນທີ່ອາດ ຈະກໍ່ໃຫ້ເກີດການສູນເສຍ ທັງຊີວິດ ແລະ ຊັບສິນ. ປະເທດຍີ່ປຸ່ນ, ຈີນ, ໄຕ້ຫວັນ ແລະ ກຳປູເຈຍ ໃນແຕ່ລະປີສາມາດສົ່ງ ອອກກາເຟໄດ້ໃນປະລິມານຫລາຍ ສົມ ຄວນ, ແຕ່ໃນປີ 2026 ນີ້ລາຄາ ກາເຟໃນຕະຫລາດບໍ່ດີເທົ່າກັບປີ ຜ່ານມາ ຂະນະທີ່ຜົນຜະລິດກໍມີ ແນວໂນ້ມຫລຸດລົງເນື່ອງຈາກການ ລະບາດຂອງພະຍາດໃນສວນກາ ເຟ, ບຸກຄະລາກອນວິຊາການຂອງ ສະຫະກອນສ່ວນໃຫຍ່ເປັນຄົນລາວ ທີ່ໄດ້ຜ່ານການຝຶກອົບຮົມມາແລ້ວ, ແນວໃດກໍຕາມ, ໃນໄລຍະຜ່ານມາ ການດຳເນີນງານຍັງປະສົບຄວາມ ຫຍຸ້ງຍາກຫລາຍໂດຍສະເພາະຜົນ ກະທົບຈາກໄພທຳມະຊາດ ແລະ ພະ ຍາດລະບາດໃນສວນກາເຟເຊັ່ນ: ດ້ວງເຈາະລຳຕົ້ນ, ພະຍາດໃບກູດ, ໃບງໍ ແລະ ພະຍາດອື່ນໆ ທີ່ສົ່ງຜົນ ກະທົບຕໍ່ຜົນຜະລິດ ແລະ ຄຸນນະ ພາບຂອງກາເຟ. ໃນໂອກາດນີ້, ຂ້າພະເຈົ້າຂໍ ຕາງໜ້າສະຫະກອນຊາວສວນໃຈ ກາເຟຮຽກຮ້ອງໄປຍັງພາກສ່ວນ ກ່ຽວຂ້ອງຊ່ວຍສະໜັບສະໜູນໃນ ການຊອກຫາຕະຫລາດຮອງຮັບ ທີ່ມີຄວາມໝັ້ນຄົງ ພ້ອມທັງສົ່ງ ເສີມການກຳນົດລາຄາຊື້-ຂາຍໃຫ້ ມີຄວາມເໝາະສົມ ແລະ ເປັນທຳ ຕໍ່ທຸກຝ່າຍເພື່ອໃຫ້ຊາວສວນກາເຟ ແລະ ຄູ່ຄ້າໄດ້ຮັບຜົນປະໂຫຍດ ຮ່ວມກັນອັນຈະນຳໄປສູ່ການພັດ ທະນາສະຫະກອນໃຫ້ມີຄວາມຍືນ ຍົງໃນໄລຍະຍາວ. ນອກຈາກນັ້ນ, ຍັງໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ ກ່ຽວຂ້ອງເຂົ້າມາຊ່ວຍເຫລືອໃນ ການຄົ້ນຄວ້າ ແລະ ກຳຈັດພະຍາດ ລະບາດໃນສວນກາເຟ ໂດຍສະ ເພາະດ້ວງເຈາະລຳຕົ້ນ ເພື່ອຫລຸດ ຜົນກະທົບຕໍ່ຜົນຜະລິດ ແລະ ຍົກລະ ດັບຄຸນນະພາບກາເຟຂອງລາວໃຫ້ ສາມາດແຂ່ງຂັນໄດ້ໃນຕະຫລາດ ສາກົນ. ທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ໄດ້ໃຫ້ຮູ້ວ່າ: ເພື່ອເປັນ ການເຕົ້າໂຮມກຳລັງການຜະລິດ ຂອງພໍ່ແມ່ປະຊາຊົນ ລັດຖະບານ ແຫ່ງ ສປປ ລາວ ໄດ້ມີແນວຄິດ ລິເລີ່ມສ້າງຕັ້ງສະຫະກອນແຕ່ປີ 1970 ຊຶ່ງເລີ່ມຈາກໃນເຂດປົດ ປ່ອຍ ເພື່ອເປັນການປະກອບສ່ວນ ເຂົ້າໃນການຕໍ່ສູ້ປົດປ່ອຍຊາດ ແລະ ຮັບປະກັນທາງດ້ານສະບຽງອາ ຫານ, ທຸກການຜະລິດ ເພື່ອແນວ ໜ້າຈິ່ງໄດ້ເກີດມີສະຫະກອນລວມ ໝູ່ ຫລືສະຫະກອນນາລວມເລີ່ມຕົ້ນ ແມ່ນຢູ່ແຂວງຫົວພັນ, ນັບແຕ່ປີ 1975 ມາຮອດປີ 1979 ສະຫະ ກອນ ໄດ້ສ້າງຕັ້ງຂຶ້ນ ຈໍານວນ 2.452 ສະຫະກອນ ຊຶ່ງໄລຍະ ດັ່ງກ່າວແມ່ນຄຸ້ມຄອງໂດຍສໍານັກ ງານນາຍົກລັດຖະມົນຕີ, ມາຮອດ ປີ 1983 ໄດ້ເກີດມີຄະນະກຳມະ ການຂັ້ນສູນກາງ ເພື່ອພັດທະນາ ສະຫະກອນ ແລະ ໃນປີ 1986 ໄດ້ ມີການຫັນປ່ຽນເສດຖະກິດໃໝ່ຈາກ ເກື້ອກູນ ກ້າວເປັນສູ່ເສດຖະກິດ ຕະຫລາດແບບສັງຄົມນິຍົມ ແລະ ມີ ສະຫະກອນ 3.980 ສະຫະກອນ ຊຶ່ງແມ່ນກະຊວງກະສິກຳປ່າໄມ້ ແລະ ສະຫະກອນ ເປັນຜູ້ຄຸ້ມຄອງ, ໃນໄລຍະປັບໂຕຕາມທິດກົນໄກໃໝ່ ຈາກການວາງແຜນເສດຖະກິດ ລວມສູນ ໄປສູ່ເສດຖະກິດຕະຫລາດ ໃນຊຸມປີ 1991-2009 ເຮັດໃຫ້ ສະຫະກອນທີ່ມີຄ່ອຍໆສະຫລາຍ ຕົວລົງ ຈົນມາຮອດຕົ້ນປີ 2010 ລັດຖະບານ ແຫ່ງ ສປປ ລາວ ຈຶ່ງ ໄດ້ຫວນຄືນນໍາໃຊ້ຫລັກການສະ ຫະກອນ ສ້າງວິສາຫະກິດລວມ ໝູ່ເພື່ອເປັນທາງເລືອກຊ່ວຍຜູ້ທຸກ ຍາກໃຫ້ມີທີ່ຢືນໃນສັງຄົມ ຈົນຮອດ ປັດຈຸບັນ. ມາຮອດປັດຈຸບັນ, ທຸກພາກ ສ່ວນໄດ້ໃຫ້ຄວາມຮ່ວມມືພັດທະນາ ມາຢ່າງບໍ່ຢຸດຢັ້ງ ແລະ ຕໍ່ເນື່ອງກຸ່ມ ແລະ ສະຫະກອນ ເພີ່ມຂຶ້ນຢ່າງໄວ້ ມີຈໍານວນກຸ່ມການຜະລິດ 3.705 ກຸ່ມ ແລະ ສະຫະກອນ 114 ສະຫະ ກອນ. ໃນນັ້ນ, ມີ 6 ປະເພດສະຫະ ກອນ ເຊັ່ນ: ສະຫະກອນກະສິກຳ ແລະ ປ່າໄມ້ ມີ 58 ສະຫະກອນ; ສະຫະກອນສິນເຊື່ອ ແລະ ການເງິນ ຝາກປະຢັດ ມີ 32 ສະຫະກອນ; ສະຫະກອນການຄ້າ ມີ 7 ສະຫະ ກອນ; ສະຫະກອນການຫັດຖະກຳ ແລະ ປຸງແຕ່ງ ມີ 4 ສະຫະກອນ; ສະຫະກອນບໍລິການ ມີ 13 ສະຫະ ກອນ ແລະ ສະຫະກອນອື່ນໆ. ພ້ອມ ນີ້, ຍັງຈະສູ້ຊົນສ້າງຕັ້ງກຸ່ມການຜະ ລິດ ໃຫ້ໄດ້ 1.500-2.000 ກຸ່ມ, ຊຸກຍູ້, ປັບປຸງກຸ່ມການຜະລິດທີ່ມີ ແລ້ວ ໃຫ້ມີຄວາມເຂັ້ມແຂງກາຍ ເປັນສະກອນ, ສູ້ຊົນສ້າງຕັ້ງສະຫະ ກອນກະສິກຳ ໃຫ້ໄດ້ຕື່ມ 100 ສະ ຫະກອນ. ຄຽງຄູ່ກັນນັ້ນ, ຕ້ອງໄດ້ ເອົາໃຈໃສ່ຊຸກຍູ້ສົ່ງເສີມສະມາຄົມ ແລະ ເຄືອຂ່າຍການຜະລິດ ໃຫ້ມີ ການເຄື່ອນໄຫວຢ່າງແຂງແຮງ, ໄປ ຄ່ຽງຄູ່ກັບການຄົ້ນຄວ້າ ແລະ ການ ຖ່າຍຖອດເຕັກນິກ, ເຕັກໂນໂລຊີ ກ່ຽວກັບການນໍາໃຊ້ວິທະຍາສາດ, ເຕັກໂນໂລຊີ ຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເຂົ້າໃນການປູກ, ການລ້ຽງ.
RkJQdWJsaXNoZXIy MTc3MTYxMQ==