7290

04/06/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສາຍສາລະຄະດີເລື່ອງ...ີື່ ນຳສະເໜີບົດລາຍງານ...ີົ ຂປລ. ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ (CMG) ຈັດງານສາຍສາລະຄະ ດີເລື່ອງ “ຄວາມຜູກພັນດ້ານວັດ ທະນະທຳຂອງທ່ານ ສີຈິ້ນຜິງ” ໃນ ວັນທີ 2 ມິຖຸນາ 2026 ໂດຍມີທ່ານ ວັນສີ ກົວມົວ ຮອງຫົວໜ້າ ຄອສພ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີລາວ, ທ່ານ ຫວາງຊ້າງ ອຸປະທູດຊົ່ວຄາວ ສະຖານທູດຈີນປະຈຳລາວ, ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງຫົວ ໜ້າຄະນະໂຄສະນາອົບຮົມສູນກາງ ພັກ ໄດ້ອ່ານສານຊົມເຊີຍຂອງທ່ານ ທອງລຸນ ສິສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານ ປະເທດ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຊຶ່ງມີ ເນື້ອໃນວ່າ: ຂ້າພະເຈົ້າມີຄວາມ ປະທັບໃຈຢ່າງເລິກເຊິ່ງ ທີ່ໄດ້ຮັບ ຊົມສາລະຄະດີເລື່ອງ “ຄວາມຜູກ ພັນດ້ານວັດທະນະທຳຂອງທ່ານ ສີ ຈິ້ນຜິງ” ທີ່ຜະລິດໂດຍວິທະຍຸ ໂທລະພາບສູນກາງຈີນ ແລະ ໄດ້ ອອກອາກາດຜ່ານທາງໂທລະພາບ ແຫ່ງຊາດລາວ ເນື່ອງໃນໂອກາດ ທີ່ຂ້າພະເຈົ້າຈະເດີນທາງຢ້ຽມຢາມ ລັດຖະກິດຢູ່ ສປ ຈີນ. ຂ້າພະເຈົ້າຂໍ ສະແດງຄວາມຊົມເຊີຍຕໍ່ການອອກ ອາກາດດັ່ງກ່າວ ແລະ ສະແດງ ຄວາມເຄົາລົບນັບຖືຢ່າງສູງຖານ ສະຫາຍອ້າຍນ້ອງມາຍັງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ມານະໂອກາດນີ້ດ້ວຍ. ສາລະຄະດີເລື່ອງດັ່ງກ່າວນີ້, ເປັນການສະຫລຸບທາງດ້ານທິດສະ ດີ ແລະ ພຶດຕິກຳຕົວຈິງທີ່ສ່ອງ ແສງໃຫ້ເຫັນເຖິງວິໄສທັດອັນກວ້າງ ໄກ, ປັດຊະຍາການບໍລິຫານປະເທດ ທີ່ຕິດພັນກັບການອະນຸລັກມໍລະດົກ ທາງດ້ານວັດທະນະທຳ, ຈິດໃຈຮັກ ຫລວງວຽງຈັນ ໂດຍມີທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ແຊນນີ ແຄັມເບວ ຫົວໜ້າ ຫ້ອງການ ADB ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ ໃຫ້ຮູ້ວ່າ: ບົດລາຍງານເພື່ອສົ່ງເສີມ ການປະຕິຮູບພາກທຸລະກິດ ແລະ ການພັດທະນາວິສາຫະກິດຂະໜາດ ນ້ອຍ ແລະ ກາງ ໃນ ສປປ ລາວ (ProFIT) ສາມາດຊ່ວຍສົ່ງເສີມ ການສົນທະນາປຶກສາຫາລືລະ ຫວ່າງ ພາກລັດ ແລະ ພາກເອກະຊົນ ໃຫ້ເຂັ້ມແຂງຂຶ້ນ, ພ້ອມທັງການດໍາ ເນີນການທີ່ມີປະສິດທິພາບຍິ່ງຂຶ້ນ ເພື່ອຫລຸດຕົ້ນທຶນໃນການດໍາເນີນ ຊາດອັນດູດດື່ມ ແລະ ຄວາມຮັກອັນ ເລິກເຊິ່ງຂອງປະທານ ສີຈິ້ນຜິງ ທີ່ມີ ຕໍ່ວັດທະນະທຳພື້ນເມືອງທີ່ເກົ່າແກ່ ຂອງຈີນ, ທັງສະແດງໃຫ້ເຫັນອະ ລິຍະທຳຈີນ ທີ່ມີປະຫວັດສາດຍາວ ນານກວ່າ 5.000 ປີ ທີ່ເປັນຮາກ ເຫງົ້າ ແລະ ພະລັງແຮງທີ່ຍືນຍົງ ໃນການຂັບເຄື່ອນໃຫ້ ສປ ຈີນ ບັນ ລຸຄວາມໄຝ່ຝັນແຫ່ງການຟື້ນຟູ ຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ ຂອງປະຊາຊາດຈີນ ຊຶ່ງເປັນບົດ ຮຽນທີ່ດີເລີດໃຫ້ແກ່ ສປປ ລາວ ພວກຂ້າພະເຈົ້າໃນການປົກປັກຮັກ ສາ, ເສີມຂະຫຍາຍຄຸນຄ່າທາງດ້ານ ວັດທະນະທຳທີ່ເປັນເອກະລັກຂອງ ຊາດໄປຄຽງຄູ່ກັບການພັດທະນາ ເສດຖະກິດ-ສັງຄົມ ແລະ ຊຸກຍູ້ພາ ລະກິດແຫ່ງການສ້າງສັງຄົມນິຍົມ ຢູ່ ສປປ ລາວ. ໃນໂອກາດແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ ລາວຈີນ ຄົບຮອບ 65 ປີ ແລະ ປີມິດ ຕະພາບລາວ-ຈີນ 2026, ຂ້າພະ ເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ສາລະຄະດີດັ່ງກ່າວນີ້ ຈະເປັນຂົວ ຕໍ່ທາງດ້ານຈິດໃຈທີ່ຊ່ວຍຮັດແໜ້ນ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ເສີມສ້າງສາຍພົວພັນມິດຕະ ພາບທີ່ເປັນມູນເຊື້ອ, ການເປັນຄູ່ ຮ່ວມຍຸດທະສາດຮອບດ້ານໝັ້ນ ຄົງຍາວນານຕາມທິດ “4 ດີ” ແລະ ເພີ່ມພະລັງແຮງໃຫ້ແກ່ການ ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ມີມາດຖານສູງ, ຄຸນ ນະພາບສູງ ແລະ ລະດັບສູງກວ່າ ເກົ່າ. ຂໍອວຍພອນໃຫ້ມິດຕະພາບ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງ ຂະໜົງແກ່ນຕະຫລອດກາລະນານ ຈາກນັ້ນ, ທ່ານ ວັນສີ ກົວມົວ ກໍໄດ້ກ່າວອີກວ່າ: ການສາຍສາລະ ຄະດີໃນຄັ້ງນີ້, ຖືເປັນໂອກາດຈະ ເຮັດໃຫ້ປະຊາຊົນລາວ ໄດ້ຮັບຮູ້ ກ່ຽວກັບວັດທະນະທໍາ ກໍຄື ຜົນສໍາ ເລັດການສ້າງສາພັດທະນາປະເທດ ຈີນຫລາຍຂຶ້ນ ຊຶ່ງສາລະຄະດີ “ຄວາມຜູກພັນດ້ານວັດທະນະທຳ ຂອງທ່ານ ສີຈິ້ນຜິງ” ນອກຈາກ ຈະສ່ອງແສງໃຫ້ເຫັນເຖິງແນວຄິດ “ການນຳພາທີ່ໂດດເດັ່ນ” ຂອງ ເພິ່ນແລ້ວ, ຍັງສ່ອງແສງ “ແນວ ຄິດໃໝ່ຈາກຕຳລາບູຮານ”, ເຮັດໃຫ້ ພວກເຮົາຮັບຮູ້ກ່ຽວກັບສະຕິປັນຍາ ດ້ານການບໍລິຫານປະເທດ, ຄວາມ ຜູກພັນດ້ານວັດທະນະທຳຂອງ ຜູ້ນຳຈີນ ກໍຄື ໝາກຜົນອັນອຸດົມ ສົມບູນແຫ່ງຄວາມທັນສະໄໝແບບ ຈີນ ຢ່າງຈະແຈ້ງກວ່າເກົ່າ ແລະ ເຂົ້າໃຈແນວຄິດ ສີຈິ້ນຜິງ ກ່ຽວກັບ ສັງຄົມນິຍົມທີ່ມີສີສັນພິເສດຂອງ ຈີນໃນຍຸກໃໝ່ຢ່າງຮອບດ້ານກວ່າ ເກົ່າ ຊຶ່ງເປັນແນວຄິດທີ່ເນັ້ນໜັກ ເຖິງການປະສານສົມທົບລະຫວ່າງ ທິດສະດີກັບພຶດຕິກຳຕົວຈິງ, ຖືເອົາ ປະຊາຊົນເປັນໃຈກາງ, ຍຶດໝັ້ນ ເດີນຕາມເສັ້ນທາງການພັດທະນາ ທີ່ສອດຄ່ອງກັບຈຸດພິເສດຂອງ ປະເທດຈີນ, ຖືເປັນບົດຮຽນທີ່ສຳຄັນ ແລະ ລໍ້າຄ່າສໍາລັບປະເທດລາວ ພວກເຮົາໃນພາລະກິດປ່ຽນແປງ ໃໝ່ຮອບດ້ານມີຫລັກການ ແລະ ເປີດປະຕູສູ່ພາຍນອກ, ກ້າວເດີນ ຕາມເສັ້ນທາງສັງຄົມນິຍົມຢ່າງ ໜັກແໜ້ນ. ໂອກາດດຽວກັນ , ທ່ານ ຫວາງຊ້າງ ກໍໄດ້ກ່າວວ່າ: ປີນີ້, ເປັນປີທີ່ ຈີນ-ລາວ ສ້າງຕັ້ງສາຍ ພົວພັນທາງການທູດ ຄົບຮອບ 65 ປີ ແລະ “ປີມິດຕະພາບ ຈີນ-ລາວ”, ທັງເປັນປີທຳອິດທີ່ຈີນປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ XV ແລະ ລາວເລີ່ມປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X. ຈີນຍິນດີຮ່ວມກັບລາວ ຖືເອົາຄວາມຮັບຮູ້ທີ່ເປັນເອກະພາບ ກັນອັນສຳຄັນຂອງຜູ້ນຳສູງສຸດ ສອງພັກສອງລັດ ຈີນ-ລາວ ເປັນ ຫລັກການ, ຮ່ວມກັນຈັດຕັ້ງປະຕິບັດ ຂໍ້ລິເລີ່ມອະລິຍະທຳທົ່ວໂລກ, ສືບ ຕໍ່ລົງເລິກການແລກປ່ຽນໃນຂົງ ເຂດວັດທະນະທຳ ເຊັ່ນ: ສື່ມວນ ຊົນ, ວັດທະນະທຳ ແລະ ການທ່ອງ ທ່ຽວ, ສົ່ງເສີມການເຊື່ອມສານຈິດ ໃຈລະຫວ່າງປະຊາຊົນສອງຊາດ, ຊຸກຍູ້ໃຫ້ອະລິຍະທຳຈີນ ແລະ ອະ ລິຍະທຳລ້ານຊ້າງພັດທະນາແບບ ເຊື່ອມໂຍງເຂົ້າກັນໃຫ້ມີຄວາມສະ ຫງ່າລາສີຫລາຍຍິ່ງຂຶ້ນ ຂ່າວ: ກິດຕາ; ພາບ: ເກດສະໜາ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ນະຄອນຫລວງ... ຂປລ. ກອງປະຊຸມອົງການ ປົກຄອງນະຄອນຫລວງວຽງຈັນ (ນວ) ຄັ້ງທີ 2 ຈັດຂຶ້ນໃນວັນທີ 3 ມິຖຸນາ 2026 ທີ່ຫ້ອງວ່າການ ນະຄອນຫລວງວຽງຈັນ ໂດຍເປັນ ປະທານຂອງທ່ານສີລິລາດທອງສິນ ທອງເພັງ ຮອງເລຂາພັກ, ປະທານ ຄະນະກໍາມະການປົກຄອງນະຄອນ ຫລວງວຽງຈັນ, ມີສະມາຊິກອົງ ການປົກຄອງ, ປະທານຄະນະກໍາ ມະການປົກຄອງ 9 ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້,ທ່ານສີລິລາດທອງສິນ ທອງເພັງ ໄດ້ກ່າວວ່າ: ຈຸດປະສົງ ຂອງກອງປະຊຸມຄັ້ງນີ້, ເພື່ອສັງ ລວມ ແລະ ຕີລາຄາຄືນຜົນການ ຈັດຕັ້ງປະຕິບັດວຽກງານໃນເດືອນ ຜ່ານມາ, ຈະມີການປຶກສາຫາລື ພິຈາລະນາວຽກງານສຳຄັນ ເພື່ອ ມີຄວາມເປັນເອກະພາບຮ່ວມກັນ ໃນແຕ່ລະບັນຫາ, ພ້ອມທັງຈະໄດ້ມີ ການກຳນົດໜ້າວຽກສຳຄັນໃນ 1 ເດືອນຕໍ່ໜ້າ ເພື່ອຮັບປະກັນການ ຄຸ້ມຄອງບໍລິຫານ, ບໍລິການສັງຄົມ ຂອງ ນວ ໃຫ້ມີຄວາມຄ່ອງຕົວ, ສຳຄັນກໍແມ່ນເດືອນຕໍ່ໜ້ານີ້ ແລະ ຮຽກຮ້ອງໃຫ້ສະມາຊິກອົງການ ປົກຄອງໄດ້ປະກອບຄໍາເຫັນ ເພື່ອ ໃຫ້ວຽກງານໃນຕໍ່ໜ້າມີຄວາມ ໂລ່ງລ່ຽນ ແລະ ປະຕິບັດໄດ້ຕາມ ແຜນການທີ່ວາງໄວ້. ພ້ອມໜີ້, ຮຽກຮ້ອງມາຍັງບັນດາສະມາຊິກ ອົງການປົກຄອງ ແລະ ຜູ້ເຂົ້າຮ່ວມ ກອງປະຊຸມ ຈົ່ງພ້ອມກັນຍົກສູງ ຄວາມຮັບຜິດຊອບການເມືອງ; ເອົາໃຈໃສ່ປະກອບຄຳຄິດເຫັນໃສ່ ແຕ່ລະຫົວຂໍ້ແຕ່ລະເນື້ອໃນເອກະ ສານທີ່ຈະໄດ້ນຳມາຜ່ານກອງປະ ຊຸມຄັ້ງນີ້ຢ່າງກົງໄປກົງມາ ເພື່ອໃຫ້ ມີເນື້ອທີ່ອຸດົມສົມບູນ, ຮັບປະກັນ ຄວາມເປັນເອກະພາບໃນລະດັບສູງ, ຮັບປະກັນຄວາມສອດຄ່ອງດ້ານລະ ບຽບການ ແລະ ແທດເຖິງຕົວຈິງ ແຕ່ລະເນື້ອໃນທີ່ຕັ້ງຂຶ້ນ. ໃນກອງປະຊຸມຄັ້ງນີ້, ໄດ້ຮັບ ຟັງການລາຍງານຫລາຍບັນຫາ ສຳຄັນຂອງ ນວ ເປັນຕົ້ນກ່ຽວກັບ ການກະກຽມຄວາມພ້ອມຮັບມືກັບ ສະພາບນໍ້າຖ້ວມຂັງ ແລະ ນໍ້າຖ້ວມ ໃນລະດູຝົນທີ່ຈະມາເຖິງນີ້ຢູ່ ນວ; ຮັບຟັງການລາຍງານ ກ່ຽວກັບ ການເຝົ້າລະວັງການແຜ່ລະບາດ ຂອງພະຍາດໄຂ້ຍຸງໃນໄລຍະລະດູ ຝົນ; ຮັບຟັງການລາຍງານກ່ຽວກັບ ການຈັດຕັ້ງປະຕິບັດ MOU ວ່າ ດ້ວຍການສຶກສາຄວາມເປັນໄປໄດ້ ເພື່ອຮ່ວມມືໃນການພັດທະນາລະບົບ ໂປຣແກຣມ ເພື່ອຫັນວຽກງານຂອງ ອົງການປົກຄອງນະຄອນຫລວງ ເປັນທັນສະໄໝ ຄັ້ງວັນທີ 25 ທັນວາ 2024; ຮັບຟັງການລາຍງານກ່ຽວ ກັບຫົວໜ່ວຍລາຄາຊົດເຊີຍເນື້ອ ທີ່ດິນ, ຜົນລະປູກ ແລະ ສິ່ງປຸກສ້າງ ທີ່ຖືກຜົນກະທົບກັບເຫດການດິນ ຫຍຸບ, ດິນແຕກແຫງຢູ່ເຂດບ້ານ ທົ່ງມັ່ງ ຕາແສງຊ້າງມີໄຊ ເມືອງ ໄຊທານີ ນະຄອນຫລວງວຽງຈັນ ຂອງບໍລິສັດບໍ່ແຮ່ປຸຍກາລີ ລາວຈີນ ຈໍາກັດ ຮ່ວມກັບບໍລິສັດ ຫຍຸຍ ຢວນ ໂປຣຕາສອຸດົມສົມບູນ ຈໍາ ກັດຜູ້ດຽວ; ຮັບຟັງການລາຍງານ ກ່ຽວກັບການກໍານົດລາຄາຊົດເຊີຍ ໂຄງການພັດທະນາແຫລ່ງທ່ອງ ທ່ຽວໃນເຂດສະຫງວນຄອງນໍ້າ ວຽງຈັນ ຢູ່ເຂດບຶງທາດຫລວງ ຂອງບໍລິສັດພູຫລວງການລົງທຶນ ຈໍາກັດ; ຮັບຟັງການລາຍງານກ່ຽວ ກັບການຈັດຕັ້ງປະຕິບັດສັນຍາວ່າ ດ້ວຍການສໍາປະທານທີ່ດິນບ້ານ ຜາສຸກ ຫລັກ 32 ເມືອງໄຊທານີ ຂອງບໍລິສັດວຽງຈັນ ບໍລິຫານຂີ້ ເຫຍື້ອຈໍາກັດ; ຮັບຟັງການລາຍງານ ກ່ຽວກັບການສະເໜີສ້າງຕັ້ງບໍລິສັດ ຮ່ວມທຶນ ເພື່ອບໍລິການລົດເມລະ ຫວ່າງລັດວິສາຫະກິດລົດເມນະ ຄອນຫລວງ ກັບ ບໍລິສັດ ເພັດອາລຸນ ຂົນສົ່ງສິນຄ້າ-ໂດຍສານ ທັງພາຍ ໃນ ແລະ ຕ່າງປະເທດ ຈໍາກັດຜູ້ດຽວ ພ້ອມທັງຮັບຟັງການລາຍງານກ່ຽວ ກັບສະພາບພົ້ນເດັ່ນປະຈໍາເດືອນ ພຶດສະພາ ແລະ ແຜນວຽກຈຸດສຸມ ປະຈຳເດືອນມິຖຸນາ 2026 ຂອງ ອົງການປົກຄອງ ນວ ຈໍານວນໜຶ່ງ ຕື່ມອີກ. ຂ່າວ: ວຽງຈັນໃໝ່ ທຸລະກິດ, ເພີ່ມຄວາມເຊື່ອໝັ້ນ ແລະ ສົ່ງເສີມການພັດທະນາວິສາຫະກິດ. ບົດລາຍງານສະບັບນີ້, ອີງໃສ່ການ ສໍາຫລວດວິສາຫະກິດຈໍານວນ 1.386 ແຫ່ງໃນ 17 ແຂວງ ແລະ ນະຄອນຫລວງວຽງຈັນ. ພ້ອມນີ້, ບົດລາຍງານໄດ້ປະເມີນປະສົບການ ຂອງພາກທຸລະກິດຕໍ່ລະບຽບການ ແລະ ການໃຫ້ບໍລິການພາກລັດໃນ ຂັ້ນທ້ອງຖິ່ນ ລວມທັງປະເດັນສໍາຄັນ ເຊັ່ນ: ການເລີ່ມຕົ້ນທຸລະກິດ, ຄວາມ ໂປ່ງໃສ ແລະ ການເຂົ້າເຖິງຂໍ້ມູນ ຂ່າວສານ, ພາລະດ້ານລະບຽບການ, ຄ່າໃຊ້ຈ່າຍນອກລະບົບ, ຄວາມສອດ ຄ່ອງໃນການນໍາໃຊ້ນະໂຍບາຍ ແລະ ຄວາມເປັນມິດຕໍ່ທຸລະກິດຂອງການ ຄຸ້ມຄອງຂັ້ນແຂວງ. ທ່ານ ນາງ ແຊນນີ ແຄັມເບລ ໄດ້ກ່າວວ່າ: ບົດລາຍງານສະບັບນີ້ ໄດ້ນໍາສະເໜີແນວທາງທີ່ເປັນຮູບ ປະທໍາ ແລະ ອີງໃສ່ຫລັກຖານຂໍ້ມູນ ໃຫ້ແກ່ການປັບປຸງສະພາບແວດ ລ້ອມຂອງການດຳເນີນທຸລະກິດ ໃນ ສປປ ລາວ ເຮັດໃຫ້ຂັ້ນຕອນ ງ່າຍຂຶ້ນ, ການໃຫ້ບໍລິການທີ່ໂປ່ງ ໃສຫລາຍຂຶ້ນ ແລະ ການເຂົ້າເຖິງ ແຫລ່ງທຶນໄດ້ດີຂຶ້ນສາມາດຊ່ວຍ ໃຫ້ວິສາຫະກິດເຕີບໂຕ, ສ້າງວຽກ ເຮັດງານທຳ ແລະ ເພີ່ມໂອກາດໃຫ້ ຜູ້ປະກອບການລວມທັງຜູ້ປະກອບ ການແມ່ຍິງ. ຜົນການສຶກສາຊີ້ ໃຫ້ເຫັນວ່າມີຄວາມຄືບໜ້າໃນລະ ດັບໜຶ່ງດ້ານຄວາມໂປ່ງໃສ, ຄວາມ ສອດຄ່ອງໃນການນໍາໃຊ້ນະໂຍ ບາຍ, ແລະ ການຫລຸດຜ່ອນຄ່າໃຊ້ ຈ່າຍນອກລະບົບ. ແນວໃດກໍຕາມ, ວິສາຫະກິດຍັງຄົງຜະເຊີນກັບອຸປະ ສັກສໍາຄັນໃນການເລີ່ມຕົ້ນທຸລະ ກິດ, ການປະຕິບັດຕາມກົດລະບຽບ ແລະ ການເຂົ້າເຖິງແຫລ່ງທຶນ ໂດຍ ມີຄວາມແຕກຕ່າງກັນຢ່າງຫລວງ ຫລາຍໃນແຕ່ລະແຂວງ ຊຶ່ງຊີ້ໃຫ້ ເຫັນເຖິງການດຳເນີນການປະຕິຮູບ ໃນລະດັບຊາດ ຍັງບໍ່ສະເໝີພາບ ກັນ. SME ມີບົດບາດສໍາຄັນຕໍ່ ເສດຖະກິດຂອງ ສປປ ລາວ ຊຶ່ງ ກວມເອົາປະມານ 99% ຂອງວິສາ ຫະກິດທີ່ຈົດທະບຽນຢ່າງເປັນທາງ ການທັງໝົດ ແລະ ກວມເອົາປະ ມານ 94% ຂອງການຈ້າງງານໃນ ລະບົບ. ແນວໃດກໍຕາມ, ຫລາຍໆ ວິສາຫະກິດຍັງຄົງປະສົບກັບຕົ້ນ ທຶນການດໍາເນີນທຸລະກໍາທີ່ສູງ, ພາລະດ້ານການບໍລິຫານ ແລະ ການເຂົ້າເຖິງແຫລ່ງທຶນຢ່າງເປັນ ທາງການທີ່ຈຳກັດ ຊຶ່ງກີດຂວາງ ການລົງທຶນ, ການເພີ່ມຜະລິດຕະ ພາບ ແລະ ການສ້າງວຽກເຮັດງານ ທໍາ. ວິສາຫະກິດທີ່ນໍາໜ້າໂດຍແມ່ ຍິງມັກຜະເຊີນກັບອຸປະສັກເພີ່ມຕື່ມ ໃນການຈົດທະບຽນວິສາຫະກິດ, ການເຂົ້າເຖິງຂໍ້ມູນຂ່າວສານທາງ ການ ແລະ ການເຂົ້າເຖິງແຫລ່ງທຶນ ຊຶ່ງຕອກຢ້ຳເຖິງຄວາມສໍາຄັນຂອງ ການປະຕິຮູບຢ່າງທົ່ວເຖິງ. ບົດລາຍງານສະບັບນີ້, ຍັງໄດ້ ຮຽກຮ້ອງໃຫ້ມີການປັບປຸງຂັ້ນ ຕອນການຈົດທະບຽນທຸລະກິດ ແລະ ການຄຸ້ມຄອງສ່ວຍສາອາ ກອນໃຫ້ງ່າຍຂຶ້ນ ແລະ ນໍາໃຊ້ລະ ບົບດີຈິຕອນຫລາຍຂຶ້ນ, ພ້ອມທັງ ເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ ສະຖາບັນຂັ້ນແຂວງຜ່ານລະບົບ ການປົກຄອງບໍລິຫານແບບເອເລັກ ໂຕຣນິກ (e-governance) ແລະ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ກຕສ ຈັດພິທີສະຫລອງ...ັິີ ຂ່າວສານ ໂດຍການເປັນປະທານ ຂອງທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງລັດຖະ ມົນຕີ, ຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ, ອົງການອ້ອມຂ້າງ ກະຊວງ, ພະນັກງານ, ຜູ້ປົກຄອງ ແລະ ເດັກນ້ອຍທີ່ເປັນລູກຂອງພະ ນັກງານເຂົ້າຮ່ວມ. ໃ ນ ພິທີ , ທ່າ ນ ສັນ ຕິສຸກ ສິມມາລາວົງ ໄດ້ກ່າວວ່າ: ວັນ ເດັກສາກົນ ບໍ່ພຽງແຕ່ເປັນວັນແຫ່ງ ຄວາມມ່ວນຊື່ນຂອງເດັກນ້ອຍ ເພີ່ມການລົງທຶນໃຫ້ຫລາຍຍິ່ງຂຶ້ນ ໃນດ້ານສີມືແຮງງານ ແລະ ພື້ນຖານ ໂຄງລ່າງ ແລະ ບົດລາຍງານຍັງມີ ຈຸດປະສົງ ເພື່ອສະໜັບສະໜູນການ ສົນທະນາດ້ານນະໂຍບາຍ ແລະ ການປະຕິຮູບທີ່ຊ່ວຍສ້າງຄວາມ ເຂັ້ມແຂງໃຫ້ແກ່ການພັດທະນາ ພາກເອກະຊົນ ແລະ ສົ່ງເສີມການ ເຕີບໂຕທາງເສດຖະກິດຢ່າງທົ່ວ ເຖິງໃນ ສປປ ລາວ. ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ ເທົ່ານັ້ນ, ແຕ່ແມ່ນສິ່ງຢໍ້າເຕືອນໃຫ້ ຜູ້ໃຫຍ່, ຜູ້ປົກຄອງ ແລະ ສັງຄົມ ໄດ້ຕື່ນຕົວ ແລະ ເຫັນໄດ້ເຖິງໜ້າ ທີ່ຮັບຜິດຊອບໃນການປົກປ້ອງ, ລ້ຽງດູ ແລະ ພັດທະນາຊັບພະຍາ ກອນມະນຸດຂອງຊາດ. ຄະນະພັກ, ຄະນະນຳຂອງກະຊວງເຕັກໂນໂລ ຊີ ແລະ ການສື່ສານ ໄດ້ໃຫ້ຄວາມ ສຳຄັນເປັນຢ່າງຍິ່ງ ແລະ ຖືເອົາ ວຽກງານການພັດທະນາເດັກນ້ອຍເຍົາວະຊົນເປັນວຽກງານບຸລິມະສິດ ສະເໝີມາ ໂດຍໄດ້ນຳພາ-ຊີ້ນຳຈັດ ກິດຈະກຳສະເຫລີມສະຫລອງວັນ ເດັກສາກົນ ຢ່າງເປັນຂະບວນຟົດ ຟື້ນ ແລະ ຕໍ່ເນື່ອງກັນມາທຸກໆປີ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ ເພື່ອຢືນຢັນເຖິງຄວາມເອົາໃຈໃສ່ ຢ່າງບໍ່ຢຸດຢັ້ງທີ່ມີຕໍ່ອະນາຄົດຂອງ ຊາດ. ພ້ອມນີ້, ທ່ານໄດ້ກ່າວຕື່ມ ວ່າ: ໃນຍຸກປັດຈຸບັນ ຊຶ່ງເປັນຍຸກ ແຫ່ງເຕັກໂນໂລຊີ ແລະ ນະວັດຕະ ກຳດີຈິຕອນ, ກຕສ ໄດ້ເລັງເຫັນ ຄວາມສຳຄັນເປັນຢ່າງຍິ່ງໃນການ ສົ່ງເສີມໃຫ້ເດັກນ້ອຍລາວ ໄດ້ມີ ໂອກາດເຂົ້າເຖິງຄວາມຮູ້, ຂໍ້ມູນ ຂ່າວສານດີຈິຕອນ ແລະ ເຕັກໂນ ໂລຊີຢ່າງເທົ່າທຽມ. ພວກເຮົາຢາກ ເຫັນລູກຫລານບໍ່ພຽງແຕ່ນຳໃຊ້ເຕັກ ໂນໂລຊີເພື່ອຄວາມມ່ວນຊື່ນ, ແຕ່ ສາມາດນຳໃຊ້ໃຫ້ເກີດປະໂຫຍດ, ເປັນເຄື່ອງມືໃນການຮຽນຮູ້ ແລະ ພັດທະນາຕົນເອງຢ່າງປອດໄພ ແລະ ສ້າງສັນ. ພ້ອມກັນນັ້ນ, ການ ສ້າງສະພາບແວດລ້ອມທາງໄຊເບີ (Cybersecurity) ທີ່ປອດໄພ ສຳລັບເດັກ ກໍແມ່ນໜຶ່ງໃນພາລະ ກິດທີ່ ກຕສ ໃຫ້ຄວາມສຳຄັນຢ່າງ ສຸດກົກສຸດປາຍ ເພື່ອປົກປ້ອງລູກ ຫລານຈາກໄພຄຸກຄາມຕ່າງໆໃນ ໂລກອອນລາຍ. ທ່ານ ສັນຕິສຸກ ສິມມາລາວົງ ຍັງ ໄດ້ຍົກໃຫ້ເຫັນວ່າ: ການປູກຕົ້ນໄມ້ ກໍປຽບເໝືອນການບຳລຸງລ້ຽງເດັກ ນ້ອຍ, ຕົ້ນໄມ້ຕ້ອງການດິນດີ, ນໍ້າ ແລະ ການເບິ່ງແຍງ ເພື່ອຈະເຕີບ ໃຫຍ່ເປັນຮົ່ມເງົາໃຫ້ແກ່ໂລກ, ສ່ວນ ເດັກນ້ອຍກໍຕ້ອງການຄວາມຮັກ, ຄວາມອົບອຸ່ນ ແລະ ການສຶກສາ ທີ່ດີ ເພື່ອເຕີບໃຫຍ່ເປັນຄົນດີ ແລະ ເປັນກຳລັງສຳຄັນຂອງສັງຄົມ ເຊັ່ນ ດຽວກັນ. ຂໍ້ມູນ-ພາບ: ພະແນກ ປະຊາສຳພັນ ຂ່າວສານ, ກຕສ

RkJQdWJsaXNoZXIy MTc3MTYxMQ==