gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 04/06/2026 xtgmf]k; lt4kom6 fd6 [k lts]v';a ogdu f z6 h oexts;a flkfcsj 'dkoxt8y ;a fd6 [k ນາຍົກລັດຖະມົນຕີ ຕ້ອນຮັບ...ົັົີ້ັ ຄະນະຜູ້ແທນພັກ ປປ ລາວ...ູ້ັ ເລຂາທິການໃຫຍ່...ິ່ ຈໍາປາສັກ ປະກາດແຕ່ງຕັ້ງ...ໍັ່ັ້ ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ພິທີປະກາດ ແຕ່ງຕັ້ງຄະນະກຳມະການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 2 ມິຖຸນາ 2026 ໂດຍການເຂົ້າຮ່ວມຂອງສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະ ການກົມການເມືອງສູນກາງພັກ ຮອງປະທານຄະນະກຳມະການ ປກຊ-ປກສ ສູນກາງ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ມີ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກ ແຂວງ ປະທານສະພາປະຊາຊົນ ແຂວງຈໍາປາສັກ, ສະຫາຍ ພັນເອກ ບົວພັນ ດວງຈໍາປາສັກ ຮອງຫົວໜ້າ ຫ້ອງການ ປກຊ-ປກສ ສູນກາງ ພ້ອມດ້ວຍການນໍາຈາກກໍາລັງ ປກຊ-ປກສ, ພະແນກການອ້ອມ ຂ້າງແຂວງ, ເມືອງ-ນະຄອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນ ຕຳຫລວດ ເຂົ້າຮ່ວມ. ສະຫາຍ ອາລຸນໄຊ ສູນນະລາດ ໄດ້ລາຍງານກ່ຽວກັບການຈັດຕັ້ງ ປະຕິບັດວຽກງານ ປກຊ-ປກສ ຢູ່ ແຂວງຈຳປາສັກ ໃນໄລຍະ 5 ເດືອນ ຜ່ານມາ ໂດຍຍົກໃຫ້ເຫັນສະພາບ ລວມໃນການນໍາພາ-ຊີ້ນໍາ, ຜົນ ງານທີ່ພົ້ນເດັ່ນ ຊຶ່ງສາມາດມ້າງ ຄະດີຢາເສບຕິດໄດ້ 224 ຄະດີ ມີ 425 ຄົນ, ຍິງ 30 ຄົນ, ຢຶດຢາ ບ້າໄດ້ 52.935 ເມັດ, ເຮໂລອິນ ຫລາຍກວ່າ 6 ກິໂລກຣາມ, ຄໍລາ ເຈນຫລາຍກວ່າ 1 ກິໂລກຣາມ. ພ້ອມນີ້, ໄດ້ຫັນເອົາກໍາລັງລົງກໍ່ສ້າງ ຮາກຖານການເມືອງ 752 ສະຫາຍ ເພື່ອລົງປັບປຸງລະບົບການເມືອງ ຢູ່ຂັ້ນຮາກຖານໃຫ້ໜັກແໜ້ນເຂັ້ມ ແຂງ, ປັບປຸງກໍາລັງກອງຫລອນ, ປກສ ບ້ານຢູ່ຂັ້ນຕາແສງ ແລະ ຂັ້ນ ບ້ານ. ພ້ອມນີ້, ຍັງໄດ້ຜ່ານແຜນຈຸດ ສຸມໃນຕໍ່ໜ້າຕື່ມອີກ. ສະຫາຍ ພັນເອກ ບົວພັນ ດວງ ຈໍາປາສັກ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງ ພັກ ເລກທີ 100/ຄລສພ, ລົງວັນທີ 18 ພຶດສະພາ 2026 ວ່າດ້ວຍການ ແຕ່ງຕັ້ງປະທານ, ຮອງປະທານ, ຜູ້ ປະຈຳການ ແລະ ກຳມະການຄະ ນະກຳມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແຂວງຈໍາປາສັກ ໂດຍແຕ່ງຕັ້ງສະຫາຍ ອາລຸນໄຊ ສູນນະລາດ ເປັນປະທານ, ສະຫາຍ ສຸກສະຫວັນ ວິໄລວົງ ເປັນຮອງ ປະທານ, ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ເປັນຮອງປະທານ ທັງເປັນຜູ້ປະຈຳການ, ສະຫາຍ ພົນຈັດຕະວາ ບຸນອ່ຽງ ພັນວົງສາ ເປັນຮອງປະທານ, ສະຫາຍ ສຸພາບ ທຳມະຮັກສາ, ສະຫາຍ ສຸກກະເສີມ ສີຫານຸວົງ, ສະຫາຍ ພົນຈັດຕະວາ ຄໍາກົດ ອິນສີນາ, ສະຫາຍ ພັນເອກ ຂປລ. ສະຖານເອກອັກຄະລັດ ຖະທູດກູບາ ຈັດພິທີສະເຫລີມສະ ຫລອງວັນເກີດ ຄົບຮອບ 95 ປີ ຂອງຜູ້ນໍາປະຫວັດສາດ ແຫ່ງ ການ ປະຕິວັດກູບາ ທ່ານ ພົນເອກ ຣາອູນ ກັດສະໂຕຣ ຣຸດ ແລະ ວັນເກີດ ຄົບຮອບ 100 ປີ ຂອງຜູ້ນໍາປະ ຫວັດສາດ ແລະ ຜູ້ບັນຊາການ ສູງສຸດທ່ານ ຟີແດນ ກັດສະໂຕຣ ຣຸດ ໃນວັນທີ 3 ມິຖຸນາ 2026 ໂດຍມີທ່ານ ນາງ ເອນນາ ແອັດ ສະແຕ ວຽນ ວານເດັດສ໌ ເອກອັກ ຄະລັດຖະທູດກູບາ ປະຈຳລາວ, ທ່ານ ຈະເລີນ ເຍຍປາວເຮີ ປະທານ ສະມາຄົມມິດຕະພາບ ລາວ-ກູບາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ນາງ ເອນນາ ແອັດສະແຕ ວຽນ ວານເດັດສ໌ ໄດ້ກ່າວວ່າ: ທ່ານ ພົນເອກ ຣາອູນ ກັດສະໂຕຣ ຣຸດ ແລະ ທ່ານ ຟີແດນ ກັດສະໂຕຣ ຣຸດ ເປັນສອງອ້າຍນ້ອງທີ່ໄດ້ຮ່ວມກັນ ຕໍ່ສູ້ ແລະ ຢືນຄຽງບ່າຄຽງໄຫລ່ກັນ ຢ່າງໃກ້ຊິດ; ທັງສອງທີ່ໄດ້ສ້າງຜົນ ງານອັນໃຫຍ່ຫລວງໃນພາລະກິດ ການປະຕິວັດກູບາ. ປະຫວັດສາດ ຂອງກູບາ ຈະບໍ່ສາມາດປະກົດຂຶ້ນ ໄດ້ຫາກປາສະຈາກພວກເພິ່ນ, ເພາະພວກເພິ່ນຄືຮາກຖານ, ຄື ເສົາຄ້ຳ ແລະ ຄືສາຍເລືອດ ແຫ່ງ ຂະບວນການຕໍ່ສູ້. ຜູ້ນຳ ຟີແດນ ແລະ ພົນເອກ ຣາອູນ ເປັນຫລາຍ ກວ່າອ້າຍນ້ອງຮ່ວມສາຍເລືອດ ພວກເພິ່ນເປັນມິດສະຫາຍຮ່ວມ ອຸດົມການ, ຮ່ວມຮົບທີ່ຕັດແຍກ ອອກຈາກກັນບໍ່ໄດ້ໃນຂະບວນການ ປະຕິວັດນັບແຕ່ເຫດການບຸກໂຈມຕີ ຄ້າຍທະຫານ ມອນກາດາ, ການ ເດີນເຮືອກຣານມາ, ບັ້ນຮົບເຊຍຣາ ມາເອສຕຣາ ແລະ ໃນທຸກໆສະໜາມ ຮົບພວກເພິ່ນລ້ວນແຕ່ຄຽງຂ້າງ ກັນສະເໝີທ່ານ ຟີແດນ ຄືນັກ ຍຸດທະສາດການເມືອງ ແລະ ທ່ານ ຣາອູນ ຄືນັກຈັດຕັ້ງບັນຊາການ ທະຫານ, ທ່ານ ຟີແດນ ຄືສຽງ ຮຽກຮ້ອງທີ່ສ້າງແຮງບັນດານໃຈ, ສ່ວນທ່ານ ຣາອູນ ຄືກຳລັງແຮງ ທີ່ຮັບປະກັນໄຊຊະນະ. ສອງບູລຸດ ແຕ່ມີອຸດົມການໜຶ່ງດຽວນັ້ນກໍຄື ອິດສະລະພາບຂອງກູບາ ຄວາມ ສາມັກຄີກົມກຽວຂອງພວກເພິ່ນ ຄື ພະລັງແຮງສຳຄັນທີ່ເຮັດໃຫ້ການ ປະຕິວັດມີຄວາມເຂັ້ມແຂງ. ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ໄດ້ຕາງໜ້າໃຫ້ສະມາ ຄົມມິດຕະພາບ ລາວ-ກູບາ, ປະ ຊາຊົນລາວບັນດາ ເຜົ່າສົ່ງຄຳ ອວຍພອນອັນປະເສີດໄປຍັງທ່ານ ພົນເອກ ຣາອູນ ກັດສະໂຕຣ ຣຸດ ຈົ່ງມີສຸຂະພາບແຂງແຮງ, ອາຍຸ ໝັ້ນຢືນຍາວສືບຕໍ່ຊີ້ນຳ-ນຳພາ ປະຊາຊົນປົກປັກຮັກສາ, ເສີມຂະ ຫຍາຍໝາກຜົນຂອງການປະຕິວັດ ກູບາ ແລະ ນໍາພາສ້າງສາພັດທະນາ ປະເທດຊາດຢ່າງຕໍ່ເນື່ອງ. ພ້ອມນີ້, ຍັງໄດ້ສະແດງຄວາມຍິນດີ ແລະ ພາກພູມໃຈທີ່ສາຍພົວພັນຮ່ວມມື ລາວ-ກູບາ ໄດ້ຮັບການເສີມຂະ ຫຍາຍຢ່າງຕໍ່ເນື່ອງ ແລະ ໄດ້ຮັບ ການພັດທະນາຢ່າງບໍ່ຢຸດຢັ້ງ. ຂ່າວ-ພາບ: ກິດຕາ ແລະ ຫລັກການພົວພັນສາກົນ ໃນ ສະພາບການຂອງໂລກຫລາຍຂົ້ວ ອຳນາດ ແລະ ຄວາມຫລາກຫລາຍ ໃນສະຕະວັດທີ 21” ໃນລະຫວ່າງ ວັນທີ 27-30 ພຶດສະພາ 2026 ທີ່ແຂວງເບຣັດສທ໌ ປະເທດເບລາ ຣຸດຊີ. ກອງປະຊຸມດັ່ງກ່າວ, ແມ່ນ ຂໍ້ລິເລີ່ມຂອງພັັກເບລາຢາຣຸດສ໌ ທີ່ໄດ້ຈັດຂຶ້ນເປັນຄັ້ງທໍາອິດໃນປີ 2025 ເພື່ອເປັນເວທີປຶກສາຫາລື, ແລກປ່ຽນທັດສະນະ ແລະ ຖອດ ຖອນບົດຮຽນລະຫວ່າງພັກການ ເມືອງ, ຜູ້ນຳທາງການເມືອງ, ນັກ ຄົ້ນຄວ້າ, ນັກວິຊາການ, ກຳລັງ ຮັກຊາດ ແລະ ກ້າວໜ້າຂອງບັນດາ ພັກການເມືອງໃນໂລກ ກ່ຽວກັບ ການປົກປ້ອງອະທິປະໄຕແຫ່ງລັດ, ຕ້ານການແຊກແຊງກິດຈະການ ພາຍໃນຂອງບັນດາລັດເອກະລາດ ເຊັ່ນ: ການເລືອກຕັ້ງ, ການຕ້ານ ລັດທິລ່າເມືອງຂຶ້ນແບບໃໝ່, ການ ປົກປ້ອງຜົນປະໂຫຍດແຫ່ງຊາດ, ບັນຫາຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ ໃນໂລກທີ່ມີຫລາຍຂົ້ວ ອຳນາດ ຊຶ່ງມີຄະນະຜູ້ແທນຈາກ 17 ພັກການເມືອງ, ຫລາຍກວ່າ ຖະກິດ-ສັງຄົມໃຫ້ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ ໂດຍສະເພາະໃນ ຂົງເຂດວຽກງານການພັດທະນາ ຊັບພະຍາກອນມະນຸດ, ພື້ນຖານ ໂຄງລ່າງ, ສາທາລະນະສຸກ, ກະສິ ກໍາ-ປ່າໄມ້, ການສົ່ງຊ່ຽວຊານ ແລະ ອາສາສະໝັກຍີ່ປຸ່ນ ມາປະຕິບັດ ໜ້າທີ່ຢູ່ ສປປ ລາວ. ພິເສດແມ່ນ ການຊ່ວຍເຫລືອເກັບກູ້ລະເບີດບໍ່ທັນ ແຕກທີ່ຕົກຄ້າງ (UXO) ຢູ່ ສປປ ລາວ. ລັດຖະບານລາວ ຈະຮ່ວມກັບ ລັດຖະບານຍີ່ປຸ່ນ ສືບຕໍ່ຊຸກຍູ້ສົ່ງເສີມ ການໄປ-ມາຫາສູ່ເຊິ່ງກັນ ແລະ ກັນ ຂອງປະຊາຊົນສອງຊາດ ເພື່ອຜັນ ຂະຫຍາຍສົນທິສັນຍາທາງອາກາດ ສອງຝ່າຍທີ່ໄດ້ລົງນາມຮ່ວມກັນໃນ ປີ 2015 ໃຫ້ເປັນຮູບປະທໍາຫລາຍ ຂຶ້ນ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ຝາກຄວາມຢື້ ຢາມຖາມຂ່າວ ແລະ ເຊື້ອເຊີນທ່ານ ນາຍົກລັດຖະມົນຕີຍີ່ປຸ່ນ ເດີນທາງ ມາຢ້ຽມຢາມ ສປປ ລາວ ໃນເວລາ ທີ່ເໝາະສົມ. ໃນໂອກາດດຽວກັນນີ້, ທ່ານ ໂຄອິຊຶມິ ຊຶໂຕະມຸ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນຂອງທ່ານນາຍົກລັດຖະມົນ ຕີ ໃນຄັ້ງນີ້ ພ້ອມທັງແຈ້ງໃຫ້ຊາບ ກ່ຽວກັບການກະກຽມຄວາມພ້ອມ ກອງປະຊຸມສາກົນ ວ່າດ້ວຍອະນາ ຄົດຂອງອາຊີ ຄັ້ງທີ 31, ຄວາມຄືບ ໜ້າການປັບປຸງ-ກໍ່ສ້າງສະໜາມ ກິລາເຈົ້າອານຸວົງ ແລະ ການປັບປຸງ ສະໜາມບິນສາກົນວັດໄຕ ເພື່ອ ປະກອບສ່ວນພັດທະນາພື້ນຖານ ໂຄງລ່າງຂອງ ສປປ ລາວ ໃຫ້ນັບ ມື້ດີຂຶ້ນ ໂດຍສະເພາະການເຊື່ອມ ໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ. ນອກນັ້ນ, ຍັງໄດ້ສົນທະນາ ແລກປ່ຽນຄໍາຄິດເຫັນກ່ຽວກັບສະ ພາບການພັດທະນາເສດຖະກິດສັງຄົມ ໂດຍສະເພາະບັນດາທ່າແຮງ ທາງດ້ານລະບົບນິເວດວິທະຍາ ຂອງສະຫາຍ ສີ ຈິ້ນຜິງ”. ແນວ ຄິດນີ້ໄດ້ຖືກບັນຈຸເຂົ້າໃນບົດລາຍ ງານ ແລະ ກົດລະບຽບຂອງພັກ ກອມມູນິດຈີນ ໃນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIX ຊຶ່ງ ໄດ້ປ່ຽນແປງແຂວງເຈີ້ຈ່ຽງ ຢ່າງ ເລິກເຊິ່ງ ກໍຄື ປະກອບສ່ວນການ ພັດທະນາຕໍ່ປະເທດຈີນ ແລະ ຕໍ່ ໂລກ. ຜົນຈາກການພັດທະນາໂຄງ ການດັ່ງກ່າວເຮັດໃຫ້ແຂວງເຈີ້ຈ່ຽງ ໄດ້ຮັບລາງວັນ Champion On Earth ດ້ານສິ່ງແວດລ້ອມໃນປີ 2018 ຈາກອົງການສິ່ງແວດລ້ອມ ຂອງ ສປຊ. ນອກຈາກນີ້, ນະຄອນ ຫູໂຈ ຍັງເປັນເມືອງທໍາອິດຂອງ ສປ ຈີນ ທີ່ໄດ້ຮັບລາງວັນທີ່ຢູ່ອາໄສແຫ່ງ ສປຊ ແລະ ໝູ່ບ້ານຢຸນຊຸນ ຍັງໄດ້ຮັບ ການຍ້ອງຍໍເປັນບ້ານທ່ອງທ່ຽວດີ ເດັ່ນຈາກອົງການທ່ອງທ່ຽວໂລກ. ຫລັງຈາກນັ້ນ, ສະຫາຍທອງລຸນ ສີສຸລິດ ແລະ ຄະນະໄດ້ໄປຢ້ຽມຢາມ ສູນວາງສະແດງຜະລິດຕະພັນໄມ້ໄຜ່ ທີ່ທົດແທນປລາສຕິກຂອງເມືອງ ອານຈີ ຊຶ່ງເປັນສະຖານທີ່ສໍາຄັນໃນ ການສົ່ງເສີມແນວຄິດການພັດທະ ນາແບບສີຂຽວ ແລະ ກາກບອນ ຕໍ່າ. ສູນແຫ່ງນີ້ໄດ້ຖືກສ້າງຂຶ້ນເພື່ອ ຕອບສະໜອງຕໍ່ຂໍ້ລິເລີ່ມ “ການນໍາ ໃຊ້ໄມ້ໄຜ່ແທນປລາສຕິກ” ຂອງ ອົງການສະຫະປະຊາຊາດ ແລະ ລັດຖະບານຈີນ ໂດຍມີຈຸດປະສົງ ເພື່ອສະແດງໃຫ້ເຫັນເຖິງທ່າແຮງ ອັນມະຫາສານຂອງອຸດສາຫະກໍາ ໄມ້ໄຜ່ໃນການແກ້ໄຂບັນຫາສິ່ງ ແວດລ້ອມ ແລະ ການຫລຸດຜ່ອນມົນ ລະພິດຈາກປລາສຕິກ. ໃນຕອນບ່າຍ, ສະຫາຍເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ ໄປຢ້ຽມຢາມໝູ່ບ້ານໂຮມສະເຕ “ສຽວຢິນ-ປ້ານຣືຊຸນ” ຊຶ່ງເປັນ ໝູ່ບ້ານຕົວແບບໃນການຫັນເອົາ ເຮືອນປະຊາຊົນມາເປັນສະຖານທີ່ ທ່ອງທ່ຽວ ແລະ ພັກຜ່ອນຄົບວົງ ຈອນ. ໝູ່ບ້ານດັ່ງກ່າວ ຕັ້ງຢູ່ໃນເຂດ ພັກຜ່ອນທ່ອງທ່ຽວລະດັບຊາດຫລິງ ເຟິງ ເມືອງອານຈີ ມີເນື້ອທີ່ທັງໝົດ 161 ເຮັກຕາ ຊຶ່ງໄດ້ພັດທະນາໂດຍ ອີງໃສ່ອົງປະກອບດ້ານເສດຖະກິດ ການພັກຜ່ອນ ເຊັ່ນ: “ການກິນ, ການພັກເຊົາ, ການທ່ອງທ່ຽວ, ການ ຊື້ເຄື່ອງ, ຄວາມບັນເທີງ ແລະ ການ ດູແລສຸຂະພາບ”. ນັບແຕ່ເປີດບໍລິ ການເປັນຕົ້ນມາໝູ່ບ້ານໂຮມສະເຕ “ສຽວຢິນ-ປ້ານຣືຊຸນ” ໄດ້ຕ້ອນຮັບ ນັກທ່ອງທ່ຽວສະເລ່ຍ 300.000 ເທື່ອຄົນຕໍ່ປີ, ສ້າງວຽກເຮັດງານ ທໍາໃຫ້ແກ່ຊາວບ້ານໃນພື້ນທີ່, ສ້າງ ຍອດຂາຍຜະລິດຕະພັນກະສິກໍາໄດ້ ຫລາຍກວ່າ 1 ລ້ານຢວນ. ພ້ອມນີ້, ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ກໍໄດ້ໄປຢ້ຽມຊົມ ເຂດທັດສະນີຍະພາບທະເລສາບ ຊີຫູ ທີ່ໄດ້ຮັບການພັດທະນາ ແລະ ຄຸ້ມຄອງທີ່ກົມກຽວລະຫວ່າງທໍາ ມະຊາດ ແລະ ການພັດທະນາ. ທະ ເລສາບດັ່ງກ່າວ ຕັ້ງຢູ່ນະຄອນຫາງ ໂຈ ແຂວງເຈີ້ຈ່ຽງ ມີເນື້ອທີ່ທັງໝົດ ເຖິງ 59,04 ກິໂລຕາແມັດ. ໃນນັ້ນ, ມີແຂດປົກປັກຮັກສາອ້ອມຂ້າງ ຈໍາ ນວນ 35,64 ກິໂລຕາແມັດ, ມີ ສະຖານທີ່ທ່ອງທ່ຽວເຖິງ 122 ແຫ່ງ ປະກອບດ້ວຍສະຖານທີ່ທີ່ມີ ເອກະລັກສະເພາະ, ບ່ອນທ່ອງທ່ຽວ ລະດັບຕ່າງໆ, ຈຸດປົກປັກຮັກສາ ມໍລະດົກວັດທະນະທໍາ ແລະ ພິພິ ທະພັນຕ່າງໆທີ່ກະແຈກກະຈາຍ ຢູ່ທົ່ວເຂດດັ່ງກ່າວ. ໃນປີ 1985 ເຂດທັດສະນີຍະພາບທະເລສາບ ຊີຫູ ໄດ້ຖືກຄັດເລືອກໃຫ້ເປັນໜຶ່ງ ໃນ 10 ສະຖານທີ່ທ່ອງທ່ຽວທີ່ມີ ຊື່ສຽງທີ່ສຸດຂອງປະເທດຈີນ, ໃນ ປີ 2007 ໄດ້ຖືກຈັດອັນດັບໃຫ້ເປັນ “ສະຖານທີ່ທ່ອງທ່ຽວລະດັບ 5A ຂອງຊາດ” ແລະ ໃນປີ 2011 ກໍ ໄດ້ຖືກບັນຈຸເຂົ້າໃຈ “ບັນຊີລາຍຊື່ ມໍລະດົກໂລກ” ຢ່າງເປັນທາງການ. ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ ແລະ ສິ່ງທ້າທາຍຕ່າງໆໃນປັດຈຸບັນ ກໍຄື ອະນາຄົດ. ຂ່າວ: ຫສນຍ, ພາບ: ຂັນໄຊ ສິດປະເສີດ ນວນມະນີວົງ ແລະ ສະຫາຍ ພັນໂທ ຄໍາພູວົງ ແກ້ວວົງ ກົດ ເປັນກໍາມະການ. ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ເນັ້ນໃຫ້ຄະ ນະພັກ-ຄະນະກໍາມະການ ປກຊປກສ ແຂວງ ທີ່ຖືກແຕ່ງຕັ້ງໃໝ່ ແລະ ຄະນະພັກ-ຄະນະບັນຊາ 2 ກໍາລັງສຸມໃສ່ນໍາພາ-ຊີ້ນໍາວຽກ ງານ ປກຊ-ປກສ ຢ່າງແຂງແຮງ ເພື່ອຮັບປະກັນໃຫ້ແຂວງມີຄວາມ ສະຫງົບທາງດ້ານການເມືອງ, ມີ ຄວາມເປັນລະບຽບຮຽບຮ້ອຍທາງ ສັງຄົມ, ເອົາໃຈໃສ່ປັບປຸງຄະນະ ກໍາມະການ ປກຊ-ປກສ ແຕ່ລະຂັ້ນ ເປັນຕົ້ນຂັ້ນເມືອງ-ນະຄອນ, ສ່ວນ ຕາແສງໃຫ້ມີພຽງແຕ່ໜ່ວຍງານ ປກຊ-ປກສ ຕາແສງ ເພື່ອເຮັດໃຫ້ ການຈັດຕັ້ງປະຕິບັດໃຫ້ມີຜົນສໍາ ເລັດ. ພ້ອມນີ້, ໃຫ້ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ແນວຄິດໃຫ້ແກ່ ສະມາຊິກພັກ-ພະນັກງານ, ການນໍາ ຫລັກແຫລ່ງໃຫ້ໜັກແໜ້ນເຂັ້ມແຂງ, ມີທັດສະນະຫລັກໝັ້ນ, ຄຸນທາດ ການເມືອງໜັກແໜ້ນ, ຈໍາແນກມິດສັດຕູ ໃຫ້ໄດ້ຢ່າງຈະແຈ້ງ, ມີຄວາມ ເຂັ້ມງວດໃນການຈັດຕັ້ງປະຕິບັດ ໜ້າທີ່ການເມືອງ, ຕ້ອງເດັດຂາດ ໂດຍກົງຮອບດ້ານ, ຈັດຕັ້ງນໍາພາ ແນວທາງປ້ອງກັນຊາດ ທົ່ວປວງ ຊົນຮອບດ້ານຂອງພັກ, ສ້າງໃຫ້ກໍາ ລັງມີລະບຽບວິໄນ, ໝັ່ນຝຶກຊ້ອມຝຶກແອບຮໍ່າຮຽນຢ່າງສະໝໍ່າສະເໝີ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກໍາ ລັງ, ສືບຕໍ່ເອົາໃຈໃສ່ປະກອບສ່ວນ ເຂົ້າໃນການເຄື່ອນໄຫວວຽກງານ ກໍ່ສ້າງຮາກຖານການເມືອງໃຫ້ໜັກ ແໜ້ນເຂັ້ມແຂງຂຶ້ນໄປເລື້ອຍໆ. ຂ່າວ-ພາບ: ທູນທອງໃຈ 40 ທ່ານ ເຂົ້າຮ່ວມ ໂດຍມາຈາກ ທະວີບເອີຣົບ, ອາຊີ, ອາຟຣິກາ ແລະ ອາເມຣິກາລາຕິນ. ໃນກອງປະຊຸມ , ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈມາຍັງ ພັກເບລາຢາຣຸດສ໌ ຕໍ່ການເຊື້ອເຊີນ ແລະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແກ່ຄະນະຜູ້ແທນພັກປະຊາຊົນປະ ຕິວັດລາວ ແລະ ຕີລາຄາສູງຕໍ່ພັກ ເບລາຢາຣຸດສ໌ ໃນການຈັດກອງ ປະຊຸມທີ່ມີຄວາມໝາຍ, ຄວາມສຳ ຄັນໃນຄັ້ງນີ້, ພ້ອມທັງຍົກໃຫ້ເຫັນ ເຖິງຄວາມສຳຄັນຂອງອະທິປະໄຕ ແຫ່ງລັດ, ສັນຕິພາບ ແລະ ຄວາມ ໝັ້ນຄົງ, ຍົກສູງການພົວພັນຮ່ວມມື ລະຫວ່າງບັນດາພັກການເມືອງ ກໍຄື ບັນດາປະເທດໃນໂລກ ທີ່ໃຫ້ ການສະໜັບສະໜູນການຫັນເປັນ ໂລກຫລາຍຂົ້ວທີ່ນັບມື້ຈະແຈ້ງຂຶ້ນ ບົນພື້ນຖານແຫ່ງການເຄົາລົບອະ ທິປະໄຕແຫ່ງລັດ, ກົດບັດຂອງສະ ຫະປະຊາຊາດ ແລະ ກົດໝາຍ ສາກົນ ເພື່ອຮ່ວມກັນແກ້ໄຂບັນດາ ສິ່ງທ້າທາຍຕ່າງໆທີ່ສົ່ງຜົນກະທົບ ຢ່າງໃຫຍ່ຫລວງຕໍ່ການພັດທະນາ ຂອງບັນດາປະເທດ. ພ້ອມດຽວກັນ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ ຢ້ຳຄືນທັດສະນະ ແລະ ນະໂຍບາຍ ການຕ່າງປະເທດ ອັນສະເໝີຕົ້ນ ສະເໝີປາຍຂອງພັກປະຊາຊົນປະຕິ ວັດລາວໃນການເປີດກວ້າງການ ພົວພັນຮ່ວມມືກັບບັນດາພັກການ ເມືອງແບບຫລາຍທິດ, ຫລາຍຝ່າຍ ໃນພາກພື້ນ ແລະ ໂລກ.
RkJQdWJsaXNoZXIy MTc3MTYxMQ==