gsfdko{dkora fmtok a xtgmf]k; ( 03/06/2026 s]kpmh v'4y j o9a fdy f9tdelts]v' ;a ox6 d8Q ow,h csj '-kf c]t ;a ogfa doh vplkdq o ຂປລ. ແຫລ່ງຂ່າວຈາກແຂວງ່່ ຈຳປາສັກ ໃຫ້ຮູ້ວ່າ:ັູ້້່ ສູນວັດທະນະ ທໍາເດັກ (ສວດ) ພະແນກວັດທະ ນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງຈໍາປາສັກ ຈັດກິດຈະກຳ ສະເຫລີມສະຫລອງວັນເດັກນ້ອຍ ສາກົນຄົບຮອບ101ປີໃນວັນທີ31 ພຶດສະພາ 2026 ທີ່ນະຄອນປາກເຊ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງ ຈຳປາສັກ, ທ່ານ ສຸກສະຫວັນ ວິໄລວົງ ປະທານຄະນະກໍາມະ ການປົກຄອງແຂວງ, ທ່ານ ນາງ ເຕດາວັນ ແກ້ວພິລາວັນ ຫົວໜ້າ ພະແນກ ວທ ແຂວງ ພ້ອມດ້ວຍ ນ້ອງນ້ອຍນັກຮຽນ ແລະ ນ້ອງໆ ສູນວັດທະນະທຳເດັກ ເຂົ້າຮ່ວມ. ການຈັດກິດຈະກຳຄັ້ງນີ້, ກໍ ເພື່ອໃຫ້ທຸກຄົນໃນສັງຄົມເຫັນໄດ້ ຄວາມສໍາຄັນຂອງເດັກນ້ອຍ ທີ່ ເປັນອະນາຄົດຂອງຊາດ ທັງເປັນ ການປຸກລະດົມທຸກພາກສ່ວນ ທັງ ພາກລັດ ແລະ ເອກະຊົນ, ອົງການ ຈັດຕັ້ງມະຫາຊົນ, ອົງການຈັດຕັ້ງ ສາກົນ ແລະ ນິຕິບຸກຄົນ ຮ່ວມກັນ ປະກອບສ່ວນດ້ານວັດຖຸ ແລະ ທຶນຮອນ ໃນການປົກປ້ອງສິດທິ ຂອງເດັກ, ພັດທະນາເດັກນ້ອຍ ເນື່ອງຈາກເດັກນ້ອຍໃນວັນນີ້ ຈະ ກາຍເປັນຜູ້ໃຫຍ່ໃນອະນາຄົດ, ສ້າງ ໃຫ້ເດັກນ້ອຍມີຄວາມຮູ້-ຄວາມ ສາມາດ ເພື່ອປະກອບສ່ວນເຂົ້າໃນ ການພັດທະນາປະເທດຊາດ ໃຫ້ມີ ຄວາມຈະເລີນຮຸ່ງເຮືືອງ. ຂະນະທີ່ແຫລ່ງຂ່າວຈາກແຂວງີ່່່ ອັດຕະປືໃຫ້ຮູ້ວ່າ:ັືູ້້່ ແຂວງອັດຕະປື ຈັດກິດຈະກຳສະເຫລີມສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ໃນວັນທີ 1 ມິຖຸນາ 2026 ທີ່ທ່າຜາມໄຊ ລໍານໍ້າເຊກອງ ໂດຍ ມີທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງອັດຕະປື ພ້ອມດ້ວຍ ພະແນກການອ້ອມຂ້າງແຂວງ, ພະນັກງານ-ລັດ ຖະກອນ, ນັກ ທຸລະກິດ ຜູ້ປະກອບການ, ນັກຮຽນ ຮູ້ບັນຍາຊົນ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ. ທ່ານ ກົງໃຈ ສີດາວົງ ຫົວໜ້າພະ ແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ ໄດ້ກ່າວວ່າ: ການຈັດ ກິດຈະກຳສະເຫລີມສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ, ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ປະຈຳປີ 2026 ຄັ້ງນີ້ ໂດຍແມ່ນ ປະຕິບັດຕາມຄຳຂວັນ “ຊົມເຊີຍ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີ ຖຸນາ 2026 ຄົບຮອບ 46 ປີ ຢ່າງ ສຸດໃຈ, ຮ່ວມແຮງຮ່ວມໃຈຊ່ວຍ ກັນປູກຕົ້ນໄມ້ ໃຫ້ໄດ້ຢ່າງໜ້ອຍ ໜຶ່ງຕົ້ນຕໍ່ຄົນຕໍ່ປີ, ຈົ່ງຊ່ວຍກັນປູກ ຕົ້ນໄມ້ ໃຫ້ກາຍເປັນປ່າ ເພື່ອເປັນ ສິນຄ້າ ແລະ ປະກອບສ່ວນໃນການ ຮັກສາສິ່ງແວດລ້ອມ, ຫລຸດຜ່ອນມົນ ລະຜິດທາງອາກາດ”. ທົ່ວແຂວງ ອັດຕະປື ໄດ້ກຳນົດເນື້ອທີ່ຈະປູກ ທັງໝົດ 9,73 ເຮັກຕາ, ເທົ່າກັບ 7.068 ເບ້ຍ ຊຶ່ງໄດ້ເລີ່ມຈັດຕັ້ງ ປະຕິບັດ ມາແຕ່ວັນທີ 29 ພຶດສະພາ ເປັນຕົ້ນມາ. ສໍາລັບພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຮ່ວມ ກັບຫ້ອງການກະສິກຳ ແລະ ສິ່ງ ແວດລ້ອມ ເມືອງສາມັກຄີໄຊ ໄດ້ ກຳນົດເອົາທ່າຜາມໄຊ ແຄມນໍ້າ ເຊກອງ ປູກຕົ້ນໄມ້ປະເພດໄມ້ຍາງ ຕາມແຜນລຽບທັງສອງຝັ່ງເຊກອງ ແລະ ຝັ່ງບ້ານເຊກະໝານ 313 ຕົ້ນ, ສະເພາະໃນມື້ນີ້ ແມ່ນຈະປູກ ໃນຈໍານວນ 46 ຕົ້ນ ຊຶ່ງພໍດີກັບ ວັນຄົບຮອບ 46 ປີ ວັນປູກຕົ້ນໄມ້ ແຫ່ງຊາດ. ນອກຈາກການປູກໃນ ພິທີດັ່ງກ່າວນີ້ແລ້ວ, ຍັງຈະໄດ້ສືບ ຕໍ່ປະສານສົມທົບກັບອຳນາດການ ປົກຄອງແຕ່ລະຂັ້ນ ກໍຄື ຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມ 5 ເມືອງ, ຜູ້ປະກອບການ ແລະ ບັນ ດາໂຄງການລົງທຶນຂອງພາກເອ ກະຊົນສືບຕໍ່ຈັດຕັ້ງປະຕິບັດການ ປູກ ແລະ ຟື້ນຟູປ່າ ຕາມແຜນທີ່ໄດ້ ກຳນົດໄວ້ໃນປີ 2026 ໃຫ້ສໍາເລັດ ຕາມແຜນການ. ພ້ອມນີ້, ແຫລ່ງຂ່າວຈາກແຂວງ້ີ້່່ ສະຫວັນນະເຂດ ໃຫ້ຮູ້ວ່າ:ັູ້້່ ຫ້ອງ ການກະສິກໍາ ແລະ ສິ່ງແວດລ້ອມ ເມືອງໄຊພູທອງ ຮ່ວມກັບອົງການ ປົກຄອງເມືອງໄຊພູທອງ ແຂວງ ສະຫວັນນະເຂດ ຈັດກິດຈະກຳປູກ ຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ໃນວັນທີ 1 ມິຖຸນາ 2026 ທີ່ເດີນ ວັດພະທາດໂຜ່ນ ໂດຍມີພະອາຈານ ທອງດໍາ ຈັນທະວົງ ຄະນະ ອພສ ແຂວງ, ຄະນະ ອພສ ເມືອງໄຊພູ ທອງ, ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງ ສະຫວັນນະເຂດ, ທ່ານ ນາງ ດາວ ວອນ ໄຊສູລຽນ ປະທານຄະນະ ກໍາມະການປົກຄອງແຂວງ ພ້ອມ ດ້ວຍພະແນກການ, ນັກທຸລະກິດ, ຜູ້ປະກອບການ ແລະ ຕາງໜ້າຈາກ 11 ບ້ານໃນເຂດຕາແສງໂພນທາດ ເຂົ້າຮ່ວມ ຢ່າງເປັນຂະບວນຟົດຟື້ນ. ທ່ານ ພົມມາ ສົງວິໄລ ປະທານ ຄະນະກໍາມະການປົກຄອງ ເມືອງ ໄຊພູທອງ ໄດ້ກ່າວວ່າ: ເມືອງໄຊພູ ທອງ ໄດ້ສໍາຫລວດ ແລະ ກໍານົດ ແລວປູກຕາມແບບແຜນຜັງ ພັດ ທະນາແຫລ່ງທ່ອງທ່ຽວພະທາດ ໂຜ່ນຈໍານວນ 2 ຈຸດ ໂດຍປູກຕົ້ນ ດອກຈານໃຫຍ່ 29 ຕົ້ນ, ຈຸດທີໜຶ່ງ ຢູ່ຕໍ່ໜ້າສາລາກາງຫາປະຕູຂົງເຂົ້າ ວັດພະທາດໂຜ່ນ ຊຶ່ງໄດ້ປູກລຽບ ສອງຂ້າງທາງ 12 ຕົ້ນ ແລະ ຈຸດທີ ສອງປູກລຽບຕາມແລວທາງເບື້ອງ ຕາເວັນອອກ 17 ຕົ້ນ. ຕົ້ນໄມ້ທີ່ ນໍາມາປູກໃນຄັ້ງນີ້ ໄດ້ຮັບການສະ ໜັບສະໜູນຈາກການນໍາແຂວງ, ພະແນກການອ້ອມຂ້າງແຂວງ, ຈາກການນໍາເມືອງ 13 ເມືອງ 1 ນະຄອນ, ນັກທຸລະກິດຜູ້ປະກອບ ການໃຫ້ການປະກອບສ່ວນ. ທັງນີ້ ກໍເພື່ອແນໃສ່ປູກຈິດສໍານຶກໃຫ້ແກ່ ສັງຄົມ ກໍຄືອະນຸຊົນ, ເຍົາວະຊົນ, ຊາວໜຸ່ມ ຕະຫລອດຮອດປະຊາຊົນ ລາວບັນດາເຜົ່າ ເຫັນໄດ້ເຖິງຄວາມ ສໍາຄັນຂອງປ່າໄມ້, ທັງເປັນການ ປຸກລະດົມທົ່ວປວງຊົນ ເຂົ້າຮ່ວມ ຂະບວນການຄຸ້ມຄອງ, ປົກປັກ ຮັກສາປ່າໄມ້ໃຫ້ມີຄວາມອຸດົມ ສົມບູນ, ໃຫ້ກາຍເປັນທ່າແຮງ ໃນ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ. ແຫລ່ງຂ່າວຈາກແຂວງຫລວງ່່ ພະບາງ ໃຫ້ຮູ້ວ່າ:ູ້້່ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຫລວງພະ ບາງ ຮ່ວມກັບໂຮງງານນ້ຳດື່ມແຮ່ ທາດ ມິນິໂຣ ຈັດກິດຈະກຳສະເຫລີມ ສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ, ວັນສິ່ງແວດລ້ອມໂລກ ແລະ ວັນ ສິ່ງແວດລ້ອມແຫ່ງຊາດ ໃນວັນທີ 1 ມິຖຸນາ 2026 ທີ່ປ່າປ້ອງກັນພູພຶງ ບ້ານດອນກາງ ນະຄອນຫລວງພະ ບາງ ໂດຍມີ ທ່ານ ບຸນເຫລືອ ສິນໄຊ ວໍຣະວົງ ປະທານຄະນະກຳມະການ ປົກຄອງແຂວງຫລວງພະບາງ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງ ສາກົນ, ພະນັກງານ-ລັດຖະກອນ, ເຍົາວະຊົນ-ຊາວໜຸ່ມ ແລະ ປະຊາ ຊົນເຂົ້າຮ່ວມ. ທ່ານ ບຸນເຫລືອ ສິນໄຊວໍຣະວົງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນ ມາ ຂອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ຜົນການຈັດຕັ້ງປະຕິບັດການ ປູກໄມ້ໃນໄລຍະຜ່ານມາ, ຊຶ່ງພັກ ແລະ ລັດຖະບານ ໄດ້ກຳນົດເອົາ ວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ ແຫ່ງຊາດ ນັບແຕ່ 1980 ຊຶ່ງກົງ ກັບວັນເດັກນ້ອຍສາກົນ ເພື່ອປູກຈິດ ສໍານຶກໃຫ້ອະນຸຊົນ ແລະ ເຍົາວະຊົນ ກໍຄື ທົ່ວສັງຄົມ ເຫັນໄດ້ເຖິງຄວາມ ສໍາຄັນຂອງປ່າໄມ້, ເປັນການປຸກ ລະດົມທົ່ວປວງຊົນ ເຂົ້າຮ່ວມການ ຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ເຮັດໃຫ້ປ່າໄມ້ມີ ຄວາມອຸດົມສົມບູນ ກາຍເປັນທ່າ ແຮງການພັດທະນາ ເສດຖະກິດສັງຄົມ ແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ. ໃນພິທີ, ວິຊາການ ຍັງໄດ້ມີການແນະນຳວິທີປູກຕົ້ນໄມ້ ເພື່ອເຮັດໃຫ້ການປູກຕົ້ນໄມ້ຖືກຕ້ອງ ຕາມເຕັກນິກວິຊາການ. ແຫລ່ງຂ່າວຈາກແຂວງຫົວພັນ ່່ົັ ໃຫ້ຮູ້ວ່າ:ູ້້່ ແຂວງຫົວພັນ ຈັດກິດຈະ ກຳ ເພື່ອສະເຫລີມສະຫລອງວັນປູກ ຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍ ສາກົນ, ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນວັນທີ 2 ມິຖຸນາ 2026 ທີ່ສວນ ມິດຕະພາບຫົວພັນ-ກວາງນິງ, ໂດຍ ມີ ທ່ານ ພຸດພັນ ແກ້ວວົງໄຊ ເລ ຂາຄະນະບໍລິຫານງານພັກແຂວງ ຫົວພັນ ພ້ອມດ້ວຍພະແນກການ, ທະຫານ, ຕຳຫລວດ, ພະນັກງານລັດຖະກອນ, ລັດວິສາຫະກິດ, ທະນາຄານ, ຕາແສງເມືອງຊຳ, ນາຍບ້ານ, ປະຊາຊົນໃນເທສະ ບານ ແລະ ນ້ອງນ້ອຍເຍົາວະຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ການຫລອງວັນສໍາຄັນດັ່ງກ່າວ, ເພື່ອເປັນການປູກຈິດສໍານຶກ ໃຫ້ ປະຊາຄົມໂລກ ກໍຄື ພໍ່ແມ່ປະຊາຊົນ ລາວບັນດາເຜົ່າທົ່ວເມືອງຊຳເໜືອ ເຫັນໄດ້ຄວາມສໍາຄັນຂອງການ ປົກປັກຮັກສາປ່າໄມ້ ແລະ ການ ປົກປັກຮັກສາສິ່ງແວດລ້ອມ, ເພື່ອ ຮ່ວມກັນປ້ອງກັນ, ແກ້ໄຂ ແລະ ມີສ່ວນຮ່ວມໃນການຫລຸດຜ່ອນ ບັນຫາໂລກຮ້ອນ ອັນເນື່ອງມາຈາກ ການປ່ຽນແປງດິນຟ້າອາກາດ ທີ່ ເປັນໄພຂົ່ມຂູ່ຕໍ່ການດໍາລົງຊີວິດ ຂອງ ມວນມະນຸດ ແລະ ຊີວະນາໆ ພັນ. ພາຍໃນງານຍັງມີກິດຈະກຳ ຍ່າງມິນິມາລາທອນ, ເກັບຂີ້ເຫຍື້ອ ແລະ ປູກຕົ້ນໄມ້ປະດັບ ປະເພດ ດອກຄາຍປ່າ ແລະ ດອກບານຂາວ ຈຳນວນ 123 ຕົ້ນ ຢູ່ 4 ຈຸດຄື: ຈຸດ ໜ່ວຍແກ້ວຫລັກເມືຶອງ, ຈຸດວັດອົງຕື້ ສີບຸນເຮືອງ, ຈຸດຫ້ອງວ່າການເມືອງ ຊຳເໜືອ ແລະ ຈຸດປະຕູໂຂງທາງໄປ ສະໜາມບິນໜອງໜອງຄ້າງ. ທ່ານ ແສງຈັນ ພັນທະວົງຄຳ ຮອງປະທານຄະນະກຳມະການ ປົກຄອງເມືອງຊຳເໜືອ ໄດ້ຍົກ ໃຫ້ເຫັນເຖິງຄວາມສຳຄັນຂອງ ສິ່ງແວດລ້ອມ ໂດຍສະເພາະ ໃນ ໂອກາດໜຶ່ງທີ່ ສປປ ລາວ ໄດ້ຮ່ວມ ກັບປະຊາຄົມໃນທົ່ວໂລກ ໄດ້ພ້ອມ ກັນສະເຫລີມສະຫລອງ ວັນນໍ້າໂລກ ວັນທີ 22 ມີນາ, ວັນນໍ້າແຫ່ງຊາດ ວັນທີ 11 ຕຸລາ, ວັນດິນບໍລິເວນນໍ້າ ໂລກ ວັນທີ 2 ກຸມພາ ແລະ ວັນດິນ ຖ່ານຕົມໂລກ ວັນທີ 2 ມິຖຸນາ ພາຍ ໃຕ້ຄໍາຂວັນ:“ນໍ້າ ແລະ ບົດບາດຍິງຊາຍ”ແລະ “ດິນບໍລິເວນນ້ຳ ແລະ ພູມປັນຍາດັ່ງເດີມ: ຮ່ວມຍົກຍ້ອງ ມໍລະດົກ ທາງວັດທະນະທໍາ ແລະ ວິຖີຊີວິດຂອງຊຸມຊົນ”. ເຫດການ ດັ່ງກ່າວ ເປັນຂີດໝາຍ ແລະ ບາດ ກ້າວສໍາຄັນອັນໜຶ່ງ ເພື່ອປຸກລະດົມ ຈິດສໍານຶກ ໃຫ້ທົ່ວປວງຊົນໄດ້ຮັບຮູ້ ບົດບາດ ແລະ ຄວາມສໍາຄັນ ຂອງ ນໍ້າ ແລະ ຊັບພະຍາກອນນໍ້າ. ແຫລ່ງຂ່າວແຂວງເຊກອງ ໃຫ້່່້ ຮູ້ວ່າ:ູ້່ ເມືອງທ່າແຕງ ຈັດກິດຈະກຳ ສະເຫລີມສະຫລອງວັນປູກຕົ້ນໄມ້ ແຫ່ງຊາດ, ວັນເດັກນ້ອຍສາກົນ ຕິດ ພັນກັບຂະບວນການຢອດຢາກັນ ພະຍາດ, ວັນຢຸດຕິການໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ວັນສິ່ງແວດລ້ອມແຫ່ງຊາດ ແລະ ສິ່ງແວດລ້ອມໂລກ ໃນວັນທີ 1 ມິຖຸນາ 2026 ທີ່ສວນສາທາລະນະ ບັນດາເຜົ່າ ໂດຍມີທ່ານ ນາງ ແກ້ວ ອຸດອນ ດວງມະນີວົງ ຮອງເລຂາ ພັກເມືອງ, ຜູ້ຊີ້ນໍາວຽກງານການ ເມືອງ-ແນວຄິດ, ພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍບັນດາການນໍາເມືອງ, 4 ຕາແສງ, ຫ້ອງການ, ພະນັກງານ ລັດຖະກອນ ແລະ ຫລານນ້ອຍນັກ ຮຽນເຂົ້າຮ່ວມ. ທ່ານ ສຸວັນ ສ້ອຍທະວົງສາ ຮອງ ປະທານຄະນະກໍາມະການປົກຄອງ ເມືອງທ່າແຕງ ໄດ້ຜ່ານປະຫວັດ ຄວາມເປັນມາຂອງວັນປູກຕົ້ນໄມ້ ແຫ່ງຊາດ, ວັນເດັກນ້ອຍສາກົນ ຕິດພັນກັບຂະບວນການສໍາຄັນຂອງ ພັກ-ຂອງຊາດ, ຜ່ານສານຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນເດັກ ສາກົນ 1 ມິຖຸນາ 2026 ຊຶ່ງການ ສະເຫລີມສະຫລອງວັນສໍາຄັນດັ່ງ ກ່າວ ປຽບເໜືອນປາງບຸນໃຫຍ່ຂອງ ເດັກທົ່ວໂລກ ທີ່ພ້ອມກັນສະເຫລີມ ສະຫລອງໄປກັບປະຊາຊາດໃນ ທົ່ວໂລກ ແລະ ທົ່ວທຸກຫົນທຸກແຫ່ງ ກໍຄື ເດັກລາວບັນດາເຜົ່າ ເພື່ອສົ່ງ ເສີມສິດສ້າງຄວາມເຂັ້ມແຂງ, ຄວາມຜາສຸກ ແລະ ຄວາມເປັນຢູ່ ທີ່ດີສໍາລັບເດັກ, ເປັນວັນໂຄສະນາ ປູກຈິດສໍານຶກໃຫ້ຄອບຄົວ, ສັງຄົມ ໄດ້ຮັບຮູ້, ເຂົ້າໃຈຕໍ່ບັນຫາ ແລະ ຜົນກະທົົບທີ່ເກີດຂຶ້ນກັບເດັກ, ການ ສະໜັບສະໜູນສິດທິຂອງເດັກ, ທັງ ເປັນການຢ້ຳເຕືອນເຖິງຄວາມສໍາ ຄັນຂອງການລົງທຶນ ແລະ ສ້າງ ຄວາມເຂັ້ມແຂງໃຫ້ແກ່ເດັກທາງ ດ້ານການສຶກສາ, ສຸຂະພາບ ແລະ ການປົກປ້ອງເດັກໃຫ້ມີຄວາມປອດ ໄພຈາກຄວາມຮຸນແຮງ, ການທໍາ ສິ່ງລາມົກ-ອານາຈານຜ່ານສື່ສັງ ຄົມອອນລາຍ ແລະ ການກະທໍາ ອື່ນໆ ທີ່ສົ່ງຜົນກະທົບຕໍ່ເດັກໃນທາງ ກົງ ແລະ ທາງອ້ອມ ເພື່ອຮັບປະກັນ ໃຫ້ເດັກທຸກຄົນມີອະນາຄົດທີ່ສົດ ໃສ່ ແລະ ມີຊີວິດທີ່ມີຄຸນນະພາບ. ໃນກິດຈະກໍາດັ່ງກ່າວຍັງມີການ ສະແດງສິລະປະ-ວັນນະຄະດີ ແລະ ຕອບຄໍາຖາມ ພ້ອມທັງມອບໃບ ຍ້ອງຍໍໃຫ້ແກ່ຜູ້ອຸປະຖໍາຊ່ວຍເຫລືອ ໃນການສະເຫລີມສະຫລອງວັນ ເດັກນ້ອຍສາກົນ ພ້ອມທັງຢອດຢາ ແລະ ໃຫ້ຂອງຂວັນຫລານນ້ອຍ ນັກຮຽນ ແລະ ປູກຕົ້ນໄມ້ ທີ່ສວນ ສາທາລະນະບັນດາເຜົ່າ, ປູກຕາມ ສາຍທາງເທສະບານເມືອງທ່າແຕງ ຕື່ມອີກ. ສູນວັດທະນະທໍາເດັກ ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງຈໍາປາສັກ ຈັດກິດຈະກຳສະເຫລີມສະຫລອງວັນູັໍັັ່່ໍັັິີັ ເດັກນ້ອຍສາກົນັ້ົ 9y fvklkgda [0U gspN vgrn j vla '7q , g,n v'w- 0tspkp8q ;8= j gon j v' lh k'8q ;g,n v'.sh ltvkf c]t l;p'k, ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໜ່ວຍງານຈິດ ອາສາເກັບຂີ້ເຫຍື້ອ ເພື່ອສັງຄົມ ເມືອງໄຊ ແຂວງອຸດົມໄຊ ໄດ້ຮັບ ການສ້າງຕັ້ງຂຶ້ນ ໂດຍເລີ່ມຈາກ ການລວມຕົວຂອງບຸກຄົນທີ່ມີໃຈ ຮັກສິ່ງແວດລ້ອມພຽງແຕ່ 7 ຄົນ, ແຕ່ດ້ວຍຄວາມມຸ່ງໝັ້ນ, ການເຮັດ ຕົວຈິງ ແລະ ເພື່ອສ້າງຕົວເມືອງໃຫ້ ສະອາດ ແລະ ສວຍງາມ. ປັດຈຸບັນ ກຸ່ມໄດ້ຂະຫຍາຍຕົວ ແລະ ມີສະມາ ຊິກເພີ່ມຂຶ້ນຫລາຍກວ່າ 30 ຄົນ. ທ່ານ ສຸຂີ ສີວັນໄຊ ຫົວໜ້າກຸ່ມ ຈິດອາສາເກັບຂີ້ເຫຍື້ອ ເພື່ອສັງຄົມ ເມືອງໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນ ຊົນ ເມື່ອບໍ່ດົນມານີ້ວ່າ: ຈຸດປະສົງ ຂອງກຸ່ມ ແມ່ນເພື່ອສຸມໃສ່ການເກັບ ມ້ຽນສິ່ງເສດເຫລືອ ແລະ ຂີ້ເຫຍື້ອ ຕາມສະຖານທີ່ສາທາລະນະຕ່າງໆ ພາຍໃນເທສະບານເມືອງໄຊ ແຂວງ ອຸດົມໄຊ. ເພື່ອປ່ຽນໂສມໜ້າຂອງ ຕົວເມືອງ ໃຫ້ມີຄວາມເປັນລະບຽບ ຮຽບຮ້ອຍ, ສະອາດງາມຕາ ແລະ ສ້າງຄວາມປະທັບໃຈໃຫ້ແກ່ຜູ້ທີ່ພົບ ເຫັນ ກໍຄື ນັກທ່ອງທ່ຽວທີ່ເຂົ້າມາ ທ່ຽວແຂວງອຸດົມໄຊ. ໃນໂອກາດນີ້, ທ່ານ ສຸຂີ ສີວັນ ໄຊ ຍັງໄດ້ຮຽກຮ້ອງມາຍັງທຸກຊັ້ນ ຄົນໃນທົ່ວສັງຄົມ ໂດຍສະເພາະ ເຍົາວະຊົນ ແລະ ຊາວໜຸ່ມ ຊຶ່ງເປັນ ກຳລັງສຳຄັນຂອງຊາດ ພ້ອມກັນ ໃຫ້ຫັນມາໃສ່ໃຈ ແລະ ຮ່ວມກັນປົກ ປັກຮັກສາສິ່ງແວດລ້ອມໃຫ້ຫລາຍ ຂຶ້ນ. ໂດຍເລີ່ມຕົ້ນ ຈາກການບໍ່ຖິ້ມ ຂີ້ເຫຍື້ອຊະຊາຍ ແລະ ຊ່ວຍກັນ ເປັນຫູເປັນຕາໃນການຮັກສາຄວາມ ສະອາດ ຊຶ່ງການປະກອບສ່ວນຂອງ ທຸກຄົນ ຈະເປັນພະລັງອັນຍິ່ງໃຫຍ່ ໃນການສ້າງສິ່ງແວດລ້ອມໃຫ້ມີ ຄວາມຍືນຍົງ ແລະ ໜ້າຢູ່ຕະຫລອດ ໄປ. ສຳລັບແຜນການໃນຕໍ່ໜ້າ ທາງ ກຸ່ມມີເປົ້າໝາຍທີ່ຈະຂະຫຍາຍເຄືອ ຂ່າຍສະມາຊິກ ໃຫ້ກວ້າງຂວາງ ຕື່ມອີກ ແລະ ຈະລົງເຄື່ອນໄຫວ ເຮັດກິດຈະກຳ ໃຫ້ກວມເອົາ ບັນດາເມືອງອ້ອມຂ້າງພາຍໃນ ແຂວງ. ເພື່ອເຮັດໃຫ້ຂະບວນການ ຮັກສາສິ່ງແວດລ້ອມ ກາຍເປັນ ວັດທະນະທຳທີ່ດີງາມ ແລະ ແຜ່ ຫລາຍໄປສູ່ທຸກຊຸມຊົນ ແນໃສ່ເຮັດ ໃຫ້ແຂວງອຸດົມໄຊ ກາຍເປັນແຂວງ ທີ່ສະອາດ ແລະ ຂຽວງາມຢ່າງແທ້ ຈິງ. ສັງລວມແລ້ວ, ການເຄື່ອນໄຫວ ຂອງ ກຸ່ມຈິດອາສາເກັບຂີ້ເຫຍື້ອ ເພື່ອສັງຄົມ ພາຍໃຕ້ການນຳພາ ຂອງ ທ່ານ ສຸຂີ ສີວັນໄຊ ແມ່ນເປັນ ແບບຢ່າງທີ່ດີເດັ່ນ ໃນການສະແດງ ອອກເຖິງຄວາມຮັບຜິດຊອບຕໍ່ສ່ວນ ລວມ. ຈາກຈຸດເລີ່ມຕົ້ນພຽງ 7 ຄົນ ກ້າວມາເປັນກຸ່ມທີ່ມີສະມາຊິກ ຫລາຍກວ່າ 30 ກວ່າຄົນ ໃນປັດ ຈຸບັນ, ມັນໄດ້ສະທ້ອນໃຫ້ເຫັນວ່າ ພະລັງຂອງຄວາມສາມັກຄີ ແລະ ໃຈຮັກສິ່ງແວດລ້ອມ ສາມາດສ້າງ ການປ່ຽນແປງ ໃຫ້ແກ່ຕົວເມືອງໄຊ ໄດ້ຢ່າງແທ້ຈິງ. ດ້ວຍຄວາມມຸ່ງໝັ້ນ ທີ່ຈະຂະຫຍາຍເຄືອຂ່າຍໃຫ້ກວມ ເອົາທົ່ວແຂວງໃນຕໍ່ໜ້າ, ເຊື່ອໝັ້ນ ວ່າຖ້າທຸກຊັ້ນຄົນຮ່ວມແຮງຮ່ວມ ໃຈກັນ ບໍ່ຖິ້ມຂີ້ເຫຍື້ອຊະຊາຍ, ອຸດົມ ໄຊ ຈະກາຍເປັນແຂວງທີ່ສະອາດ, ສວຍງາມ ແລະ ເປັນໜ້າຢູ່ຢ່າງຍືນ ຍົງຕະຫລອດໄປ. ຂ່າວ: ແສງອາທິດ
RkJQdWJsaXNoZXIy MTc3MTYxMQ==