03/06/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ແຫລ່ງຂ່າວ: ກົມສື່ມວນຊົນ ປສກ່ ງ່ າົ ມື່ ມົ ນ 8kfd;k'-u cs]j 'mj v'mj P;muj 3ffgfaj o c]t l;p'k, 0v'c0;'s];'rt[k' g,n v'-kow- gruj ,mt;u cdh w0v5 [a fgsf 8k,mh v'4t|q o ຂປລ. ເມື່ອເວົ້າເຖິງແຂວງຫລວງ ພະບາງແລ້ວ ຫລາຍຄົນຄົງຮັບຮູ້ ກັນດີ ຊຶ່ງເປັນເມືອງມໍລະດົກໂລກ, ມີສະຖານທີ່ທ່ອງທ່ຽວທາງທຳມະ ຊາດທີ່ພົ້ນເດັ່ນເປັນຈຳນວນຫລາຍ ແຫ່ງ. ພ້ອມກັນນີ້, ຍັງມີວັດທະນະ ທຳ-ຮີດຄອງປະເພນີ, ອາຫານການ ກິນ, ການດຳລົງຊີວິດທີ່ໜ້າສົນໃຈ, ມີແຫລ່ງທ່ອງທ່ຽວທາງປະຫວັດ ສາດທີ່ໂດດເດັ່ນ ສ້າງຄວາມປະທັບ ໃຈໃຫ້ແກ່ຜູ້ມາທ່ຽວຊົມຢ່າງຫລວງ ຫລາຍ, ມີແຫລ່ງທ່ອງທ່ຽວທຳມະ ຊາດຫລາຍແຫ່ງທີ່ພົ້ນເດັ່ນ ແລະ ງາມຕາ. ນອກຈາກນີ້, ກໍມີຄວາມ ພິເສດໃນແຕ່ລະແຫ່ງອີກດ້ວຍ. ນໍ້າ ຕົກຕາດກວາງຊີ ຫລື ຕາດກວາງ ຊີ ກໍເປັນບ່ອນທ່ອງທ່ຽວແຫ່ງໜຶ່ງ ຂອງແຂວງຫລວງພະບາງ ທີ່ໂດດ ເດັ່ນ, ສວຍງາມ ທີ່ທຳມະຊາດໄດ້ ສ້າງຂຶ້ນ. ຕາດກວາງຊີ ຕັ້ງຢູ່ເຂດບ້ານທ່າ ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2026, ກອງບັນຊາການປ້ອງກັນ ຄວາມສະຫງົບ ເມືອງຊານໄຊ ແຂວງອັດຕະປື ໄດ້ສຸມໃສ່ນໍາພາ-ຊີ້ ນໍາກໍາລັງວິຊາສະເພາະ ເຮັດໜ້າທີ່ ຢ່າງມີຄວາມຮັບຜິດຊອບສູງ ໃນ ການສະກັດກັ້ນ ແລະ ແກ້ໄຂປະກົດ ການຫຍໍ້ທໍ້ຕ່າງໆ ໂດຍສະເພາະແມ່ນ ການແກ້ໄຂບັນຫາອຸບັດເຫດຕາມ ທ້ອງຖະໜົນ, ໂດຍການລົງເຜີຍ ແຜ່ກົດໝາຍຈະລາຈອນ ທາງບົກ ແລະ ລະບຽບການສັນຈອນໃຫ້ແກ່ ຜູ້ໃຊ້ລົດ-ໃຊ້ຖະໜົນ ພາຍໃນເມືອງ ຢ່າງກວ້າງຂວາງ. ເມື່ອບໍ່ດົນມານີ້, ພັທ ພູມີ ແກ້ວ ບົວລະພາ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງຊານ ໄຊ ໃຫ້ຮູ້ວ່າ: ເຖິງວ່າເຈົ້າໜ້າທີ່ຈະ ລາຈອນໄດ້ຈັດຕັ້ງປະຕິບັດມາດຕະ ການຕ່າງໆຢ່າງແຂງແຮງແລ້ວກໍ ຕາມ, ແຕ່ສະຖິຕິການເກີດອຸບັດເຫດ ຢູ່ພາຍໃນ ເມືອງຊານໄຊ ກໍຍັງມີທ່າ ອ່ຽງເພີ່ມຂຶ້ນ ຊຶ່ງໃນໄລຍະ 6 ເດືອນ ຕົ້ນປີ 2026, ທົ່ວເມືອງເກີດອຸບັດ ເຫດ ທັງໝົດ 27 ເລື່ອງ, ຖ້າທຽບ ໃສ່ 6 ເດືອນທ້າຍປີ 2025 ມີອຸ ບັດເຫດເພີ່ມຂຶ້ນ 2 ເລື່ອງ, ມີຜູ້ໄດ້ ຮັບບາດເຈັບ ທັງໝົດ 36 ຄົນ ຍິງ 4 ຄົນ ແລະ ມີຄົນເສຍຊີວິດ 3 ຄົນ, ມີພາຫະນະເປ່ເພ ທັງໝົດ 41 ຄັນ. ທ່ານຫົວໜ້າກອງບັນຊາການ ປກສ ເມືອງຊານໄຊ ໃຫ້ຮູ້ຕື່ມວ່າ: ສາເຫດຫລັກທີ່ພາໃຫ້ເກີດອຸບັດເຫດ ແມ່ນເກີດຈາກຜູ້ຂັບຂີ່ດື່ມສິ່ງມຶນເມົາ ແລ້ວຂັບຂີ່, ການຂັບຂີ່ລົດໄວເກີນ ກໍານົດ ແລະ ພາຫະນະບໍ່ໄດ້ມາດຕະ ຖານເຕັກນິກ, ສ່ວນຈຸດສ່ຽງທີ່ເກີດອຸ ບັດເຫດເລື້ອຍໆແມ່ນຢູ່ເສັ້ນທາງ ເລກທີ 9001 ເລີ່ມແຕ່ຈຸດປະຕູໂຂງ ຫາ ຄ້ອຍຕາດຈໍ ບ້ານວັງໄຊ ແລະ ເສັ້ນທາງແຕ່ສາມແຍກລູກສອນໄຟ ໄປຫາເຂື່ອນເຊກະໝານ ຊຶ່ງກຸ່ມເປົ້າ ໝາຍທີ່ເກີດອຸບັດເຫດສ່ວນຫລາຍ ແມ່ນຢູ່ໃນເກນອາຍຸແຕ່17ປີ-45ປີ; ຜ່ານການຈັດຕັ້ງປະຕິບັດຕົວຈິງຄຽງ ຄູ່ກັບຂໍ້ສະດວກທີ່ມີຄະນະພັກຂັ້ນ ເທິງໃຫ້ທິດຊີ້ນໍາຢ່າງໃກ້ຊິດແລະມີນິ ຕິກໍາ ເປັນບ່ອນອີງແລ້ວ, ກໍຍັງມີຂໍ້ ຫຍຸ້ງຍາກ ເປັນຕົ້ນດ້ານງົບປະມານ, ອຸປະກອນແລະພາຫະນະຮັບໃຊ້ເຂົ້າ ໃນການເຄື່ອນໄຫວພາກສະໜາມ ແລະລົງໂຄສະນາແມ່ນຍັງຂາດເຂີນ. ສໍາລັບທິດທາງແຜນການໃນຕໍ່ ໜ້າ, ກອງບັນຊາການ ປກສ ເມືອງ ຊານໄຊ ຈະສືບຕໍ່ລົງເຄື່ອນໄຫວ ໂຄສະນາກົດໝາຍວ່າດ້ວຍຈະລາ ຈອນທາງບົກ ໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ຕາມໂຮງຮຽນຕ່າງໆ ໃຫ້ມີ ຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ພ້ອມທັງເພີ່ມທະວີການຕັ້ງຈຸດກວດ ກາ ແລະ ຈັດສັນພາຫະນະຕາມຈຸດ ສ່ຽງຕ່າງໆ ເປັນຕົ້ນແມ່ນທາງສາມ ແຍກ ແລະ ສີ່ແຍກ ເພື່ອຫລຸດຜ່ອນ ການເກີດອຸບັດເຫດ ໃຫ້ຫລຸດໜ້ອຍ ຖອຍລົງເທື່ອກ້າວ. ພັທ ພູມີ ແກ້ວບົວລະພາ ໄດ້ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ບັນດາເຜົ່າທຸກຊັ້ນຄົນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນ ເປັນເຈົ້າ ການໃນການປະຕິບັດກົດລະບຽບ ຈະລາຈອນຢ່າງເຄັ່ງຄັດ, ເຄົາລົບ ກົດລະບຽບໃນການໃຊ້ລົດໃຊ້ຖະ ໜົນຢ່າງຖືກຕ້ອງ ແລະ ຕ້ອງໃສ່ ໝວກກັນກະທົບທຸກຄັ້ງໃນເວລາ ຂັບຂີ່ ເພື່ອຄວາມປອໄພໃນຊີວິດ ແລະ ຊັບສິນຂອງຕົນເອງ ກໍຄື ຂອງ ຜູ້ອື່ນໃນສັງຄົມ. ປະເທດໃຫ້ຄວາມນິຍົມ ໂດຍສະ ເພາະໃນລະດູຝົນນ້ຳຈະຫລາຍ ເຮັດໃຫ້ນ້ຳຕົກດັ່ງກ່າວຕົກລົງມາ ຕາມແຕ່ລະຊັ້ນໆຜ່ານໂງ່ນຫີນຢ່າງ ສວຍສົດງົດງາມເປັນພິເສດ, ຖ້າ ທຽບໃສ່ລະດູແລ້ງຈະມີນ້ຳໜ້ອຍ. ເຖິງແນວໃດກໍດີ, ແຕ່ລະມື້ຈະມີນັກ ທ່ອງທ່ຽວໄປທ່ຽວຊົມ ເພື່ອໄປພັກ ຜ່ອນຢ່ອນອາລົມ, ຫລິ້ນນໍ້າ, ສຳພັດ ກັບມົນສະເໜ່ຄວາມງົດງາມຂອງ ທຳມະຊາດ ແລະ ເປັນຈຸດໝາຍປາຍ ທາງຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເມື່ອມາຮອດມາ ເຖິງແຂວງຫລວງພະບາງ ແລ້ວ ຕ້ອງມາທ່ຽວຊົມເບິ່ງຄວາມງົດ ງາມຢູ່ທີ່ນີ້. ພ້ອມນັ້ນ, ຍັງມີກິດຈະ ກຳຕ່າງໆໄວ້ຄອຍບໍລິການນັກທ່ອງ ທ່ຽວເປັນຕົ້ນການລົງຫລິ້ນແອ່ງ ນ້ຳທຳມະຊາດຫລາຍຈຸດ ພ້ອມທັງ ມີຫ້ອງປ່ຽນເສື້ອຜ້າໄວ້ບໍລິການ, ມີຂົວໄມ້ຂ້າມຜ່ານໜ້ານ້ຳຕົກຊັ້ນ ໃຫຍ່ ຊຶ່ງເປັນຈຸດຊົວທິວທັດ, ຈຸດ ເຊວຟີຍອດຮິດ, ມີເສັ້ນທາງຍ່າງ ອ້ອມຮອບ ເພື່ອຊົມທຳມະຊາດອັນ ຮົ່ມເຢັນ, ພ້ອມທັງໄດ້ຢ້ຽມຊົມສູນ ອະນຸລັກໝີ ທີ່ຕັ້ງຢູ່ບໍລິເວນທາງເຂົ້າ ຕາດຕື່ມອີກ. ຕາດກວາງຊີ ຍັງມີປະຫວັດ ຄວາມເປັນມາຕາມການເລົ່າຂານ ຂອງຜູ້ເຖົ້າວ່າ: ໃນເມື່ອກ່ອນໄດ້ມີ ພະລືສີອົງໜຶ່ງ ໄດ້ໃຊ້ໄມ້ເທົ້າຊີເຂົ້າ ໃນດິນເພື່ອໃຫ້ເກີດມີນ້ຳອອກມາ ໃຊ້. ສະນັ້ນ, ຈຶ່ງເກີດຫ້ວຍຊີແຫ່ງນີ້ ຂຶ້ນມາ ເມື່ອກະແສນ້ຳໄຫລອອກມາ ຕົກໃສ່ຜາຫີນສູງນີ້ ຈຶ່ງເກີດມີຕາດ ແລະ ໄດ້ມີຄົນເຫັນກວາງຄໍາໂຕໜຶ່ງ ອາໄສຢູ່ກ້ອງລືບຫີນຊັ້ນກາງຂອງ ນ້ຳຕົກ ຊຶ່ງລືບຫີນຊ້ັນດ່ັງກ່າວ ແມ່ນ ໄດ້ງອກຍືດຍາວອອກມາ ເຮັດໃຫ້ ນ້ຳທີ່ໂຕນຢູ່ໃນຊັ້ນລືບຫີນນີ້ມີສຽງ ດັງກ້ອງກັງວານໄປທົ່ວບໍລິເວນ. ແຕ່ ຕ່ໍມາຊ້ັນຫີນງອກນັ້ນ ກໍໄດ້ຫັກພັງ ລົງ, ເຖິງຢ່າງໃດກໍຕາມນ້ຳຕົກຕາດ ກວາງຊີ ແຫ່ງນີ້ ກໍຍັງມີຄວາມງາມ ຍັງເປັນທີ່ດຶງດູດໃຫ້ນັກທ່ອງທ່ຽວ ນິຍົມກັນເຂົ້າມາທ່ຽວຊົມຢ່າງບໍ່ ຂາດສາຍໃນແຕ່ລະມື. ຄຳວ່າ:ຕາດກວາງຊີ ແມ່ນໄດ້ມາ ຈາກ“ຕາດ”ແມ່ນນ້ຳຕົກ,“ກວາງ” ແມ່ນກວາງຄໍາ ແລະ “ຊີ” ແມ່ນພະ ລືສີໃຊ້ໄມ້ເທົ້າຊີດິນ ເພື່ອໃຫ້ເກີດ ນ້ຳໄຫລອອກມາດັ່ງທີ່ພວກເຮົາ ເຫັນຄວາມສວຍງາມໃນປັດຈຸບັນ ນີ້. ສາຍນ້ຳຊີທີ່ໄຫລລົງມາຫາຕາດ ນັ້ນ ແມ່ນໄຫລອອກມາຈາກຫ້ວຍ ຕີນພູທີ່ມີຄວາມໃສເຢັນສະອາດໄກ ຈາກຫົວຕາດປະມານ 4 ກິໂລແມັດ ມີນ້ຳຫລາຍສາຍ ແລະ ຫລາຍແງ່ ໄຫລໂຮມເຂົ້າກັນ ແລະ ມີຫລາຍວັງ ນ້ຳ ປະກອບໄປດ້ວຍທິວທັດທໍາມະ ຊາດທີ່ສວຍສົດງົດງາມທີ່ສຸດ, ຕາດ ກວາງຊີມີຄວາມສູງ 71 ແມັດ, ກວ້າງສຸດ 35 ແມັດ, ປະກອບດ້ວຍ 6 ຊັ້ນ ແລະ ສູງຈາກລະດັບໜ້ານ້ຳ ທະເລ ປະມານ 460-560 ແມັດ, ໃນໄລຍະທີ່ຜ່ານມາຕາດນີ້ເຄີຍຫັກ ແລະ ຍຸບຕົວລົງ 2 ຄັ້ງຄື: ກ່ອນນີ້ 70 ປີ ແລະ ຄັ້ງວັນທີ 4/12/2011. ສະເພາະລະດູຝົນຕາດກວາງຊີ ຈະມີ ນ້ຳໂຕນຫລາຍທີ່ສຸດ ແຕ່ລະດູແລ້ງ ຄືລະຫວ່າງເດືອນມັງກອນ ຫາ ເດືອນພຶດສາພາ ປະລິມານນ້ຳຂ້ອນ ຂ້າງໜ້ອຍ. ອຸທິຍານປ່າໄມ້ແຫ່ງ ນີ້ ລັດຖະບານໄດ້ປະກາດໃຫ້ເປັນ ແຫລ່ງທ່ອງທ່ຽວໃນປີ 1987 ເປັນ ຕົ້ນມາ ຊຶ່ງໃນເມື່ອກ່ອນມີຫລາຍ ບ້ານທີ່ຢູ່ອາໄສຢູ່ເທິງສາຍນ້ຳຊີແຫ່ງ ນີ້, ເນື່ອງຈາກວ່າລັດຖະບານເຫັນ ໄດ້ຄວາມຈໍາເປັນ ເພື່ອການອະນຸລັກ ຫ້ວຍນ້ຳແຫ່ງນີ້ ໃຫ້ມີຄວາມອຸດົມ ສົມບູນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ ຍ້າຍຖິ່ນຖານປະຊາຊົນລົງໄປຢູ່ເຂດ ໃຕ້ບ້ານ ໂດຍສະເພາະແມ່ນບ້ານ ທ່າແປ້ນ, ໂນນສະຫວາດ, ບ້ານ ນາອວນ ແລະ ບັນດາບ້ານຕ່າງໆ ຢູ່ໃກ້ຄຽງ. ແປ້ນ ແຂວງຫລວງພະບາງ ຫ່າງ ຈາກຕົວເມືອງໄປປະມານ 25 ກິໂລ ແມັດ ໂດຍໃຊ້ເວລາເດີນທາງຈາກ ຕົວເມືອງໄປຫາຕາດປະມານ 1 ຊົ່ວ ໂມງ ແລະ ມີເສັ້ນທາງເຂົ້າເຖິງສະ ດວກສະບາຍ. ຕາດແຫ່ງນີ້ເປັນນໍ້າ ຕົກຕາດຫີນປູນ ຊຶ່ງມີຄວາມສູງປະ ມານ 80 ແມັດ ຫລຸດລົງມາເປັນ ຊັ້ນໆອ້ອມຮອບໄປດ້ວຍຕົ້ນໄມ້ທີ່ອຸດົມ ສົມບູນຂຽວງາມອຸ່ນທຸ່ມບວກກັບນ້ຳ ທີ່ມີີສີຂຽວມໍລະກົດໄດ້ສ້າງຄວາມ ປະທັບໃຈ ໃຫ້ແກ່ນັກທ່ອງທ່ຽວ, ສ່ວນຢູ່ຕາມທາງຍ່າງເຂົ້າໄປເບື້ອງ ຂວາ ກ່ອນຈະຮອດນ້ຳຕົກຕາດທ່ານ ຈະພົບພໍ້ກັບວັງນ້ຳສີຂຽວງົດງາມ ຫລາຍວັງ ແລະ ມີບາງວັງທີ່ທ່ານ ສາມາດລົງຫລິ້ນໄດ້ ຊຶ່ງຈະສ້າງ ຄວາມສົດຊື່ນເຢັນສະບາຍ ແລະ ສຳ ຜັດໄດ້ເຖິງທຳມະຊາດອັນແທ້ຈິງ. ຕາດກວາງຊີ ເປັນນໍ້າຕົກຕາດ ທີ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==