03/06/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ rtoa d'kooerk75h ,7v'pq d]tfa [7;k,I6h fh kodko[= ]y sko]a f16j xtgmfvq flt8ik]u gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ພະນັກງານນຳພາຄຸ້ມ ຄອງຈາກຂະແໜງການໂຄສະນາ ອົບຮົມ, ການຕ່າງປະເທດ, ການ ເງິນ, ສຶກສາທິການ ແລະ ກິລາ, ສາ ທາ, ກະສິກຳ, ທະນາຄານ, ຄະນະ ກຳມະການສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ, ຊາວໜຸ່ມ ແລະ ປ້ອງ ກັນຄວາມສະຫງົບຂອງ ສປປ ລາວ ໄດ້ເຂົ້າຮ່ວມໂຄງການຝຶກອົບຮົມວ່າ ດ້ວຍພາວະຄວາມເປັນຜູ້ນຳສຳລັບ ການບໍລິຫານລັດແບບມີຄວາມຮັບ ຜິດຊອບຢູ່ປະເທດອົດສະຕຣາລີ ຊຶ່ງຈັດຂຶ້ນລະຫວ່າງວັນທີ 18-31 ພຶດສະພາ 2026 ຜ່ານມາ. ຈຸດ ປະສົງຂອງໂຄງການຝຶກອົບຮົມ ເພື່ອໃຫ້ພະນັກງານນຳພາຄຸ້ມຄອງ ຂອງລາວ ແລະ ຫວຽດນາມ ໄດ້ ຖອດຖອນບົດຮຽນ ແລະ ເກັບກ່ຽວ ປະສົບການຕົວຈິງ ຜ່ານການປະສົມ ປະສານລະຫວ່າງຄວາມຮູ້ດ້ານ ວິຊາການ, ປະສົບການຕົວຈິງ ໃນຂະແໜງການຂອງລັດ ແລະ ກິດຈະກຳການຮຽນຮູ້ຕົວຈິງຢູ່ ເມືອງບຣິສເບີນ (Brisbane), ໂກໂຄສ (Gold Coast), ແຄນ ເບີຣາ (Canberra) ແລະ ຊິດນີ (Sydney). ທ່ານ ເດເຣັກ ຄາສັນ (Prof. Derek Carson) ຄະນະບໍດີຄະ ນະສັງຄົມ ແລະ ການອອກແບບຢູ່ ມະຫາວິທະຍາໄລບອນ (Bond University) ປະເທດອົດສະຕຣາ ລີ ໄດ້ກ່າວວ່າ: ການເຂົ້າຮ່ວມຂອງ ບັນດາການນຳຈາກພາກພື້ນແມ່ນ້ຳ ຂອງໃນໂຄງການນີ້ ແມ່ນສະແດງ ໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ ຂີດຄວາມສາມາດຂອງອົງກອນ, ທັງເປັນການສົ່ງເສີມການບໍລິຫານ ລັດທີ່ມີຈັນຍາບັນ ແລະ ເປີດກວ້າງ ໃຫ້ທຸກພາກສ່ວນມີສ່ວນຮ່ວມໃນ ພາກພື້ນ. ການຝຶກອົບຮົມໃນຄັ້ງນີ້, ຈັດຕັ້ງ ປະຕິບັດໂດຍມະຫາວິທະຍາໄລ ບອນໃນນາມກະຊວງການຕ່າງປະ ເທດ ແລະ ການຄ້າ ອົດສະຕຣາລີ (DFAT) ພາຍໃຕ້ໂຄງການຄູ່ ຮ່ວມມືແມ່ນ້ຳຂອງ-ອົດສະຕຣາລີ (MAP). ໂຄງການນີ້ ໄດ້ເປີດໂອ ກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນ ປະສົບການ, ຮຽນຮູ້ເຊິ່ງກັນ ແລະ ກັນ ແລະ ນຳເອົາບົດຮຽນເຫລົ່າ ນັ້ນໄປປະຍຸກໃຊ້ເຂົ້າໃນວຽກງານ ການເປັນຜູ້ນຳຢູ່ໃນຂະແໜງການ ຂອງຕົນຜ່ານການຈັດຕັ້ງປະຕິບັດ ໂຄງການທີ່ຕິດພັນກັບວຽກງານຕົວ ຈິງ. ຕະຫລອດໄລຍະການອົບຮົມ, ຜູ້ ເຂົ້າຮ່ວມໄດ້ສຶກສາຮຽນຮູ້ກ່ຽວກັບ ຂັ້ນຕອນການວາງແຜນ ແລະ ການ ປະຕິຮູບພາກລັດ, ລວມທັງວິທີການ ຮັບມືກັບສິ່ງທ້າທາຍຕ່າງໆໃນໄລ ຍະທີ່ມີການຫັນປ່ຽນໃນລະດັບ ອົງກອນ. ພ້ອມນີ້, ຍັງມີການຈັດ ກິດຈະກຳສົນທະນາແລກປ່ຽນ, ຮັບຟັງການບັນຍາຍຈາກຊ່ຽວຊານ ແລະ ການທັດສະນະສຶກສາ ເພື່ອສົມ ທຽບທິດສະດີກັບພຶດຕິກຳຕົວຈິງ ຂອງຂະແໜງການລັດ ຢູ່ປະເທດ ອົດສະຕຣາລີ. ນອກຈາກນີ້, ໃນ ໂຄງການຍັງຈະມີການແລກປ່ຽນ ບົດຮຽນທັງແບບທາງໄກ ແລະ ແບບເຊິ່ງໜ້າຢູ່ ສປປ ລາວ ແລະ ຫວຽດນາມ ຕື່ມອີກ. ຫົວຂໍ້ຫລັກທີ່ນຳມາແລກປ່ຽນ ໃນຄັ້ງນີ້ປະກອບມີ: ວິທີການນຳ ພາແບບໃໝ່, ການບໍລິຫານການ ປ່ຽນແປງແລະການບໍລິຫານຄວາມ ສ່ຽງໃນຂະແໜງການຂອງລັດ. ນອກນັ້ນ, ຍັງໄດ້ສຶກສາກ່ຽວກັບ ການເປັນຜູ້ນຳທີ່ມີຈັນຍາບັນ ແລະ ເປີດກວ້າງ ແລະ ຍຸດທະສາດການ ສ້າງຄວາມເຂັ້ມແຂງໃຫ້ແກ່ຂີດ ຄວາມສາມາດຂອງໜ່ວຍງານໃນ ໄລຍະທີ່ມີການປະຕິຮູບອົງກອນ. ໂຄງການຄູ່ຮ່ວມມືແມ່ນ້ຳຂອງອົດສະຕຣາລີ (MAP) ສ້າງຕັ້ງຂຶ້ນ ໃນເດືອນພະຈິກ 2020 ເພື່ອແນໃສ່ ສ້າງຄວາມເຂັ້ມແຂງໃຫ້ກັບຄວາມ ສາມາດໃນການປັບຕົວຂອງພາກພື້ນ ແມ່ນ້ຳຂອງ, ລວມທັງສະໜັບສະໜູນ ການເຕີບໂຕແບບຍືນຍົງ ແລະ ມີ ສ່ວນຮ່ວມຈາກທຸກພາກສ່ວນ. ໃນກອງປະຊຸມສຸດຍອດສະໄໝ ພິເສດ ອາຊຽນ-ອົດສະຕຣາລີ ໃນ ເດືອນມີນາ 2024, ລັດຖະມົນຕີ ກະຊວງການຕ່າງປະເທດອົດສະ ຕຣາລີ ໄດ້ປະກາດສືບຕໍ່ຈັດຕັ້ງປະຕິ ບັດໂຄງການຄູ່ຮ່ວມມືແມ່ນ້ຳຂອງອົດສະຕາລີ ໃນໄລຍະທີສອງ, ມີມູນ ຄ່າ 222,5 ລ້ານໂດລາອົດສະຕຣາ ລີ, ໄລຍະການຈັດຕັ້ງປະຕິບັດແຕ່ປີ 2024-2029. ຍົກລະດັບການເປັນຄູ່ຮ່ວມມື...ົັັູ່່ື ພັກ ຍາມໃດກໍຖືວຽກປັບປຸງ...ັໍືັຸ ລັດຖະມົນຕີກະຊວງປ້ອງກັນ...ັົີ້ັ ຂປລ. ວັນທີ 1 ມິຖຸນາ 2026 ນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງກັນ ປະເທດ ແລະ ສະຫາຍ ເຊຣເກ ຊົດສະເກີ ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມ ແຫ່ງ ສະ ຫະພັນຣັດເຊຍ ປະຈຳລາວ ພ້ອມ ດ້ວຍຄະນະໄດ້ລົງເຄື່ອນໄຫວຕິດ ຕາມ ແລະ ຊົມການຈໍາລອງຫັດ ແອບຊ້ອມຮົບຕີພິເສດແບບກາງ ແຈ້ງ ໂດຍສະເພາະແມ່ນການສູ້ຮົບ ໃນເຂດຕົວເມືອງ, ການໂຢດພົນ ທາງອາກາດ, ການນໍາໃຊ້ອາວຸດປະ ຈໍາກາຍຂອງທະຫານຮາບ, ການ ປ້ອງກັນຜູ້ນຳຂັ້ນສູງ, ການນໍາໃຊ້ ໂດຣນ ແລະ ເຂົ້າໃນການສູ້ຮົບ ຊຶ່ງ ນາຍ ແລະ ພົນທະຫານທັງສອງ ຝ່າຍໄດ້ສະແດງຈໍາລອງຮູບແບບ ການຝຶກເຂົ້າຕີ, ປະສານສົມທົບ ເຊິ່ງກັນ ແລະ ກັນ, ນໍາໃຊ້ອາວຸດ, ບັນຫາ, ສ້າງຄວາມເສຍຫາຍຢ່າງ ໃຫຍ່ຫລວງໃຫ້ແກ່ຄວາມປອດໄພ, ຄວາມໝັ້ນຄົງ ແລະ ເສດຖະກິດ ຂອງບັນດາປະເທດແມ່ນໍ້າຂອງ ແລະ ຍັງຖືເປັນໄພຂົ່ມຂູ່ໃຫ້ແກ່ການ ດໍາລົງຊີວິດຂອງປະຊາຊົນ. ທ່ານ ໄມທອງ ທໍາມະວົງສາ ໄດ້ຍົກໃຫ້ເຫັນເຖິງຜົນກະທົບຈາກ ບັນຫາອາຊະຍາກໍາຂ້າມຊາດ ທີ່ ນັບມື້ເພີ່ມທະວີຄວາມຮຸນແຮງຂຶ້ນ ແລະ ປະກົດຕົວໃນຫລາຍຮູບແບບ ວິທີການ ຊຶ່ງມັນໄດ້ຮຽກຮ້ອງໃຫ້ ບັນດາປະເທດຮ່ວມມືກັນ ໂດຍສະ ເພາະພາຍໃຕ້ 4 ຂົງເຂດສໍາຄັນຄື: ການສ້າງລະບຽບກົດໝາຍ ແລະ ການແລກປ່ຽນຂໍ້ມູນຂ່າວສານລະ ສະມາຊິກພັກຄັ້ງທີ VI ຂອງອົງ ຄະນະພັກຄະນະໂຄສະນາອົບຮົມ ສູນກາງພັກ ເມື່ອບໍ່ດົນມານີ້, ໃນ ຫົວຂໍ້: “ການນຳພາຂອງພັກ ໃນ ການປັບປຸງກົງຈັກການຈັດຕັ້ງ” ໂດຍໄດ້ໃຫ້ຮູ້ວ່າ: ພັກ ມີຄວາມ ຮັບຜິດຊອບຕໍ່ການກໍ່ສ້າງ, ການ ບຳລຸງພະນັກງານ, ການບັນຈຸສັບ ຊ້ອນ ແລະ ນຳໃຊ້ພະນັກງານໃນ ຕຳແໜ່ງງານທີ່ສຳຄັນຂອງອົງການ ພັກ-ລັດ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ຖືກຕ້ອງເໝາະສົມ. ພັກ ຍາມໃດກໍຖືວຽກງານປັບປຸງກົງຈັກ ການຈັດຕັ້ງ, ເປັນວຽກງານໜຶ່ງທີ່ ສຳຄັນໃນການນຳພາ-ຊີ້ນຳ ເພື່ອ ຂັບເຄື່ອນການພັດທະນາ, ຕາມ ແນວທາງ, ນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະໃຫ້ມີປະສິດທິຜົນ ສູງ, ສອດຄ່ອງກັບການຂະຫຍາຍ ຕົວຂອງເສດຖະກິດຂອງປະເທດ ແຕ່ຕ້ອງເອົາໃຈໃສ່ວຽກງານສຶກສາ ອົບຮົມການເມືອງ-ແນວຄິດ ໃຫ້ ພະນັກງານ, ສະມາຊິກພັກ, ມີ ຄວາມຮັບຮູ້ເຂົ້າໃຈ, ມີຄວາມເປັນ ເອກະພາບສູງ, ມີຄວາມອຸ່ນອຽນ, ທຸ່ນທ່ຽງ, ບໍ່ທໍ້ຖອຍຄອນແຄນ. ຫວ່າງປະເທດ; ການພັດທະນາ ຂີດຄວາມສາມາດດ້ານວິຊາການ ແລະ ຊັບພະຍາກອນມະນຸດ; ການ ຍົກສູງຄວາມຮັບຮູ້ຂອງປະຊາຊົນ ແລະ ທັກສະດ້ານດີຈິຕອນ; ການ ເພີ່ມທະວີການຮ່ວມມືລະຫວ່າງ ພາກສ່ວນຕ່າງໆຢ່າງຮອບດ້ານ. ພ້ອມນີ້, ທ່ານໄດ້ເນັ້ນໜັກຕື່ມວ່າ ການຕ້ານອາຊະຍາກໍາຂ້າມຊາດ ແມ່ນໜ້າທີ່ຮ່ວມກັນທີ່ຈໍາເປັນ ເພື່ອ ຮັກສາຄວາມໝັ້ນຄົງ, ສະຖຽນລະ ພາບ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງພາກພື້ນ. ໃນໂອກາດນີ້, ຜູ້ເຂົ້າຮ່ວມໄດ້ ແລກປ່ຽນຄໍາຄິດຄໍາເຫັນກັນໃນ ດ້ານວິຊາການ ແລະ ເຫັນດີເປັນ ເອກະພາບກັນວ່າການຕົວະຕົ້ມ ແລະ ການຫລອກຫລວງຜ່ານທາງ ອອນລາຍນັ້ນ ນັບມື້ນັບມີຄວາມ ຮຸນແຮງ, ແຜ່ລາມອອກສູ່ວົງກວ້າງ ແລະ ມີການຜັນແປໄປຕາມການພັດ ທະນາຂອງຍຸກສະໄໝ ກໍຄື ການ ພັດທະນາຢ່າງກ້າວກະໂດດຂອງ ເຕັກໂນໂລຊີ ໂດຍສະເພາະການນໍາ ໃຊ້ປັນຍາປະດິດ (AI) ເຮັດໃຫ້ ການຕິດຕາມແກ້ໄຂບັນຫາມີຄວາມ ຫຍຸ້ງຍາກ ແລະ ສັບສົນຂຶ້ນ. ການ ແກ້ໄຂບັນຫາດັ່ງກ່າວ ຕ້ອງອາໄສ ການຮ່ວມມື ແລະ ເປັນເອກະພາບ ກັນຂອງທຸກພາກສ່ວນທັງພາກ ລັດຖະບານ, ພາກທຸລະກິດ ແລະ ພາກປະຊາຊົນຂອງທຸກປະເທດ ເພື່ອ ຮ່ວມກັນສະກັດກັ້ນ, ຮັບມື, ແກ້ໄຂ ແລະ ປ້ອງກັນ ເພື່ອຫລຸດຜ່ອນຜົນ ກະທົບຕໍ່ຄວາມໝັ້ນຄົງ, ລະບົບ ເສດຖະກິດ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ. ຕະຫລອດໄລຍະຜ່ານມາ, ຄະ ນະໂຄສະນາອົບຮົມສູນກາງພັກ ກໍ ໄດ້ເອົາໃຈໃສ່ຄົ້ນຄວ້າປັບປຸງພາລະ ບົດບາດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕົນໃຫ້ສອດ ຄ່ອງກັບໜ້າທີ່ການເມືອງໃນແຕ່ລະ ໄລຍະ. ໃນປີ 2022 ກົມການເມືອງ ສູນກາງພັກ ໄດ້ອອກມະຕິຕົກລົງ ວ່າດ້ວຍການປັບປຸງກົງຈັກການ ຈັດຕັ້ງຂອງຄະນະໂຄສະນາອົບຮົມ ສູນກາງພັກ ໂດຍເຫັນດີສັບຊ້ອນ ຫ້ອງການສະພາທິດສະດີສູນກາງ ພັກ ຈາກຫ້ອງວ່າການສູນກາງພັກ ຕາມຂໍ້ຕົກລົງເລກທີ 413/ຫສພ, ໜັງສືພິມປະຊາຊົນຈາກກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຕາມດຳລັດເລກທີ 176/ ນຍ, ມາຂຶ້ນກັບຄະນະໂຄສະນາ ອົບຮົມສູນກາງພັກ ແລະ ໂຮມກົມ ສັງລວມເຂົ້າກັບຫ້ອງການ ຄອສພ, ໂຮມວາລະສານໂຄສະນາເຂົ້າກັບ ກົມໂຄສະນາ. ມາຮອດປີ 2025 ຄະນະບໍລິຫານງານພັກ ໄດ້ອອກ ມະຕິ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ. ໃນ ນັ້ນ, ໄດ້ໂອນເອົາວຽກຖະແຫລ່ງ ຂ່າວ-ວຽກສື່ມວນຊົນ ແລະ ຍົກ ຍ້າຍບຸກຄະລາກອນ, ພ້ອມທັງອາ ຄານຫ້ອງການ, ພາຫະນະວັດຖຸ ອຸປະກອນຮັບໃຊ້ວຽກງານ, ທີ່ດິນ ແລະ ອຸປະກອນອື່ນໆຈາກກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະ ນາອົບຮົມສູນກາງພັກ. ຂ່າວ: ກິດຕາ; ພາບ: ເກເສະໜາ ຍຸດທະວິທີພາຫະນະທີ່ທັນສະໄໝ ເຂົ້າໃນການສູ້ຮົບສາມາດບັນລຸ ໝາກຜົນຕາມແຜນການ ແລະ ຄາດ ໝາຍທີ່ວາງໄວ້. ຈາກນັ້ນ, ສະຫາຍລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມຄະ ນະກໍໄດ້ເຂົ້າຮ່ວມຮັບຟັງການລາຍ ງານຕີລາຄາຜົນການຝຶກອົບຮົມຫັດແອບໃນຄັ້ງນີ້ ຊຶ່ງສະຫາຍ ພັນເອກ ອີວານ ຕາຣາເຢັບ ຜູ້ຊ່ວຍ ຜູ້ບັນຊາການທະຫານເຂດຕາເວັນ ອອກກອງທັບສະຫະພັນຣັດເຊຍ ໄດ້ລາຍງານໃນຈໍພາບທີ່ບັນທຶກ ບາດກ້າວ, ຈໍາລອງເຂົ້າຕີ ໂດຍ ຍົກໃຫ້ເຫັນຂີດຄວາມສາມາດຂອງ ນາຍ ແລະ ພົນທະຫານຝ່າຍລາວ ທີ່ໄດ້ຮັບການຝຶກ ແລະ ຖ່າຍຖອດ ບົດຮຽນໃນການຝຶກອົບຮົມ ແລະ ເຫັນວ່າ: ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ ມີຄວາມຮັບ ຮູ້ທີ່ວ່ອງໄວ, ມີຄວາມເຂົ້າໃຈ ແລະ ຄວາມສາມາດໃນການສູ້ຮົບເພີ່ມ ຂຶ້ນ ເພາະມີຄວາມເອົາໃຈໃສ່ໃນຄົ້ນ ຄວ້າຮໍ່າຮຽນ ໂດຍສະເພາະບັນດາ ບາດກ້າວ, ການນໍາໃຊ້ອາວຸດ, ຍານ ພາຫະນະຕ່າງໆລວມເຖິງການນໍາ ໃຊ້ທາດລະເບີດ, ລະເບີດມິນ ແລະ ວິທີການຕິດຕັ້ງນໍາໃຊ້ຄົບຖ້ວນ; ຮູ້ ນໍາໃຊ້ຍຸດທະວິທີໃນການສູ້ຮົບໃນ ພູມມີປະເທດຕ່າງໆ ໂດຍສະເພາະ ໃນເມືອງ, ຕຶກອາຄານ ຊຶ່ງເປັນ ການຍົກລະດັບຄວາມສາມາດຂອງ ນາຍ ແລະ ພົນທະຫານ ກອງທັບ ປະຊາຊົນລາວ ໃຫ້ມີຄວາມຊໍານິ ຊຳນານ, ມີໄຫວພິກ, ມີຄວາມ ຄ່ອງແຄ້ວວ່ອງໄວສາມາດເຂົ້າທຳ ລາຍ ແລະ ດັບສູນເປົ້າໝາຍຢ່າງ ແມ່ນຢໍາ. ໂອກາດນີ້, ສະຫາຍລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍ ຄະນະຍັງໄດ້ຮ່ວມຊົມການຈັດວ່າງ ສະແດງອາວຸດຍຸດທະພັນທີ່ຝ່າຍ ກອງທັບສະຫະພັນຣັດເຊຍ ນໍາມາ ຈັດວາງສະແດງ ແລະ ນໍາໃຊ້ເຂົ້າໃນ ການຝຶກອົບຮົມ-ຫັດແອບຊ້ອມຮົບຕີ ພິເສດ “ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣສ 2026” ໃນ ຄັ້ງນີ້ອີກດ້ວຍ. ຂ່າວ: ພຸດທະພອນ ລັດດານາວ
RkJQdWJsaXNoZXIy MTc3MTYxMQ==