gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 03/06/2026 xtgmf]k; dt-;'dko8j k'xtgmf 9a fdy f9tde lts]v';a ogfa doh vplkdq o c]t ;a olq omy la opk;j kfh ;ply fmy gfa d ນາຍົກລັດຖະມົນຕີ ຕ້ອນຮັບ...ົັົີ້ັ ສສຍລ ດຳເນີນກອງປະຊຸມ...ີຸ ສະຫລອງວັນເດັກສາກົນ...ັັົ ປະທານປະເທດ ຕ້ອນຮັບ...້ັ ເປີດການເຊື່ອມຕໍ່ຕາຂ່າຍ...ີື່ໍ່່ ກະສິກຳສະອາດ, ການທ່ອງທ່ຽວ, ແຮ່ທາດຕ່າງໆທີ່ຕິດພັນກັບການປຸງ ແຕ່ງ. ນອກນັ້ນ, ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ລວມທັງນະໂຍບາຍສົ່ງເສີມການ ລົງທຶນ, ການພັດທະນາພື້ນຖານ ໂຄງລ່າງເຮັດໃຫ້ ສປປ ລາວ ສາ ມາດເຊື່ອມໂຍງ-ເຊື່ອມຈອດພາກ ພື້ນ ແລະ ສາກົນ ໄດ້ຄ່ອງຕົວຫລາຍ ຂຶ້ນໃນແຕ່ລະໄລຍະ. ອັນສຳຄັນໄດ້ ຕີລາຄາສູງຕໍ່ການພົວພັນຮ່ວມມື ຂອງສອງປະເທດ ໂດຍສະເພາະນັບ ແຕ່ການຢ້ຽມຢາມ ສ ເກົາຫລີ ຢ່າງ ເປັນທາງການຂອງທ່ານປະທານ ປະເທດ ແຫ່ງ ສປປ ລາວ ໃນທ້າຍ ເດືອນທັນວາ 2025 ຜ່ານມາ ສາຍ ພົວພັນການທູດລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໄດ້ຮັບການ ຍົກລະດັບຂຶ້ນເປັນຄູ່ຮ່ວມມືຮອບ ດ້ານ, ເຮັດໃຫ້ການຮ່ວມມືໃນດ້ານ ຕ່າງໆຖືກຍົກສູງຂຶ້ນສູ່ລະດັບໃໝ່. ໃນໂອກາດດຽວກັນ, ທ່ານ ຈອງ ຢອງ ຊູ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານນາຍົກລັດຖະມົນຕີ ໃນຄັ້ງນີ້ ໂດຍສະເພາະ, ແມ່ນໄດ້ໃຫ້ການສະ ໜັບສະໜູນ ແລະ ອຳນວຍຄວາມ ສະດວກໃນດ້ານຕ່າງໆຕະຫລອດ ໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເຮັດໃຫ້ມີຜົນສຳເລັດ ຢ່າງຕໍ່ເນື່ອງເປັນກ້າວໆມາ, ພ້ອມ ກັນນັ້ນ ກໍໄດ້ສະເໜີແຜນການຮ່ວມ ມືກັນໃນຕໍ່ໜ້າເປັນຕົ້ນຂົງເຂດ ວຽກງານແຮງງານ ເພື່ອເຮັດໃຫ້ ແຮງງານລາວມີວຽກເຮັດງານທຳ, ມີລາຍຮັບ ແລະ ຍົກລະດັບສີມືໃຫ້ ດີຂຶ້ນ, ລວມທັງຂະແໜງແຮ່ທາດ, ຂປລ. ເມື່ອບໍ່ດົນມານີ້, ຄະນະ ກໍາມະການເພື່ອຄວາມກ້າວໜ້າ ຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງ ການຕ່າງປະເທດ ຮ່ວມກັບ 3 ອົງ ການຈັດຕັ້ງມະຫາຊົນ (ຄະນະກໍາ ມະບານ, ແມ່ຍິງ ແລະ ຊາວໜຸ່ມ) ແລະ ພາກສ່ວນກ່ຽວຂ້ອງໄດ້ຮ່ວມ ຈັດກິດຈະກໍາສະເຫລີມສະຫລອງ ວັນເດັກສາກົນ (1 ມິຖຸນາ) ແລະ ວັນສົນທິສັນຍາວ່າດ້ວຍສິດທິ ເດັກ (20 ພະຈິກ ) ຄົບຮອບ 101 ປີ ຢູ່ໂຮງຮຽນມັດທະຍົມສົມ ບູນບ້ານຜາຕັ້ງ ເມືອງວັງວຽງ ແຂວງວຽງຈັນ ເພື່ອສ້າງຄວາມ ສໍາພັນອັນດີລະຫວ່າງຄູ-ອາຈານ ແລະ ຫລານນ້ອຍ ໂດຍການເປັນ ປະທານຂອງທ່ານ ວັນດີ ບຸດສະດີ ຫົວໜ້າກົມຈັດຕັ້ງກະຊວງການ ຕ່າງປະເທດ, ມີຄະນະກົມ, ຄະນະ ພະແນກ, ພະນັກງານ-ລັດຖະກອນ, ຄູ, ອາຈານ, ຕາງໜ້າ 3 ອົງການ ຈັດຕັ້ງມະຫາຊົນຈາກສອງພາກ ສ່ວນ ແລະ ນັກຮຽນມັດທະຍົມສົມ ບູນ ບ້ານຜາຕັ້ງ ເຂົ້າຮ່ວມ. ກິດຈະກຳໃນຄັ້ງນີ້, ເປັນການ ໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ຕາມແນວທາງນະໂຍບາຍຂອງ ພັກ-ລັດ ຜ່ານສື່ສັງຄົມຕ່າງໆ ກໍຄື ການສ້າງຂະບວນການ ໃຫ້ມີຫລາຍ ຮູບຫລາຍສີ ເພື່ອປູກຈິດສຳນຶກ ໃຫ້ຫລານນ້ອຍຮຸ່ນໃໝ່ ຮູ້ຮັກສາ ສິ່ງແວດລ້ອມ, ໃຫ້ທຸກຄົນໃນສັງ ຄົມຕ່າງໆ ໂດຍສະເພາະແມ່ນອະນຸ ຊົນ, ເຍົາວະຊົນໄດ້ເຫັນເຖິງຄວາມ ສຳຄັນ ແລະ ເອົາໃຈໃສ່ປົກປ້ອງ, ເບິ່ງແຍງຮັກສາເດັກນ້ອຍ ຊຶ່ງເປັນ ໜໍ່ແໜງ ແລະ ເປັນອະນາຄົດຂອງ ຊາດ. ນອກຈາກນີ້, ກໍຍັງໄດ້ເຜີຍແຜ່ ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕໍ່ວັນເດັກນ້ອຍ ສາກົນ ຊຶ່ງເປັນວັນທີ່ມີຄວາມສຳຄັນ ໃນການສົ່ງເສີມ ແລະ ປົກປ້ອງ ສິດທິເດັກ, ສົ່ງເສີມດ້ານສຸຂະພາບ, ໂພຊະນາການ, ການສຶກສາ ແລະ ຄວາມສະເໝີພາບເດັກຍິງ-ເດັກ ຊາຍ, ສົ່ງເສີມການນຳໃຊ້ເຕັກ ໂນໂລຊີແບບສ້າງສັນ ແລະ ລຶບ ລ້າງຄວາມຮຸນແຮງຕໍ່ເດັກ, ຄຽງ ຄູ່ກັບການສົ່ງເສີມການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ເພື່ອ ຮັກສາສິ່ງແວດລ້ອມ ແລະ ຫລຸດ ຜ່ອນບັນຫາການປ່ຽນແປງດິນຟ້າ ອາກາດ. ພິທີດັ່ງກ່າວ, ບັນດາທ່ານທີ່ ເຂົ້າຮ່ວມຍັງໄດ້ມອບເຄື່ອງນຸ່ງ ຈຳນວນ 3 ແກັດ, ປຶ້ມແບບຮຽນ ຊັ້ນປະຖົມ ປ1 -ປ5 ຈໍານວນ 265 ຫົວ, ໂຖຕອງນ້ຳດື່ມຈຳນວນ 8 ໜ່ວຍ, ທັງພ້ອມກັບປູກຕົ້ນໄມ້, ຊົມ ກິດຈະກຳ, ຫລິ້ນເກມ ແລະ ຕອບຄໍາ ຖາມຄວາມຮູ້ຮອບຕົວຂອງນັກຮຽນ ແລະ ມອບຂອງຂວັນ ເພື່ອເປັນກໍາ ລັງໃຈໃຫ້ນ້ອໆນັກຮຽນໃນຄັ້ງນີ້. ຂປລ. ເມື່ອບໍ່ດົນມານີ້, ໄດ້ ຈັດພິທີເປີດການເຊື່ອມຕໍ່ຕາຂ່າຍ ໄຟຟ້າ ແລະ ສົ່ງໄຟຟ້າໂຄງການ ພະລັງງານໄຟຟ້າແສງຕາເວັນກໍາ ລັງຕິດຕັ້ງ 80 ເມກາວັດ ຢູ່ບ້ານນາ ບົງ ເມືອງປາກງື່ມ ນະຄອນຫລວງ ວຽງຈັນ ຂອງບໍລິສັດ ວາຍອີໄອຈີ ສາກົນ ພະລັງງານໃໝ່ (ລາວ) ຈຳກັດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ມີລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ປະ ທານກຳມະທິການເສດຖະກິດ-ການ ເງິນ ສະພາແຫ່ງຊາດ, ປະທານ ຄະນະກຳມະການປົກຄອງນະຄອນ ຫລວງວຽງຈັນ ພ້ອມດ້ວຍຜູ້ຕາງ ໜ້າສະຖານທູດຈີນ ປະຈໍາລາວ, ຜູ້ຕາງໜ້າບໍລິສັດ ພະລັງງານຢຸນ ໜານ ແລະ ບໍລິສັດ ວາຍອີໄອຈີ ສາກົນ ພະລັງງານໃໝ່ (ລາວ) ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານຫວັງຈື່ສຽງ ປະທານສະຫະພັນກຳມະບານກຸ່ມ ບໍລິສັດ ພະລັງງານຢຸນໜານ ໄດ້ໃຫ້ ຮູ້ວ່າ: ການເຊື່ອມຕໍ່ເຂົ້າລະບົບໄຟຟ້າ ແບບເຕັມກໍາລັງຂອງໂຄງການ ໄຟຟ້າພະລັງງານແສງຕາເວັນນາ ບົງ ເປັນໂຄງການພະລັງງານສະ ອາດຕົວແບບຂອງກຸ່ມບໍລິສັດພະ ລັງງານຢຸນໜານ ທີ່ຈັດຕັ້ງປະຕິບັດ ແລະ ເປີດນໍາໃຊ້ຢູ່ຕ່າງປະເທດ, ທັງເປັນການສືບຕໍ່ສ້າງແບບຢ່າງ ແລະ ຜົນງານອັນດີເດັ່ນໃນຂົງເຂດ ການພັດທະນາພະລັງງານຂອງ ສປປ ລາວ ຊຶ່ງເປັນສະຖານີຜະລິດ ໄຟຟ້າດ້ວຍພະລັງງານແສງຕາເວັນ ແບບລວມສູນຂະໜາດໃຫຍ່ແຫ່ງ ທີ 2 ທີ່ສາມາດເຊື່ອມຕໍ່ເຂົ້າລະບົບ ໄຟຟ້າແຫ່ງຊາດລາວ, ພ້ອມທັງ ສ້າງສະຖິຕິໃໝ່ດ້ານກໍາລັງການຕິດ ຕັ້ງ ແລະ ຄວາມຈຸຂອງລະບົບກັກ ເກັບພະລັງງານໄຟຟ້າແສງຕາເວັນ ດຽວທີ່ໃຫຍ່ທີ່ສຸດໃນລາວດ້ວຍເຕັກ ນິກວິຊາສະເພາະທີ່ຊ່ຽວຊານ ແລະ ຄວາມຮັບຜິດຊອບສູງ, ກໍ່ສ້າງ ຕາມຫລັກວິທະຍາສາດ, ຄວບຄຸມ ຄຸນນະພາບ ແລະ ຄວາມປອດໄພໃນ ທຸກຂັ້ນຕອນ ຈຶ່ງເຮັດໃຫ້ໂຄງການ ສາມາດດໍາເນີນໄປໄດ້ດີ. ປັດຈຸບັນ, ໂຄງການມີຄວາມພ້ອມເປີດດໍາເນີນ ງານດ້ານການຄ້າ ກໍຄື ການຮ່ວມມື ດ້ານພະລັງງານ ລາວ-ຈີນ ແລະ ສົ່ງເສີມການພັດທະນາເສດຖະກິດ ໃນເຂດພາກພື້ນອີກດ້ວຍ. ໃນໂອກາດດຽວກັນ, ທ່ານ ບຸນທັນ ພັນໂດລັກ ຮອງຜູ້ອຳນວຍ ການໃຫຍ່ລັດວິສາຫະກິດໄຟຟ້າ ລາວ ໄດ້ກ່າວວ່າ: ໂຄງການພະລັງ ງານໄຟຟ້າແສງຕາເວັນ ກໍາລັງ ຕິດຕັ້ງ 80 ເມັກກາວັດ ທີ່ບ້ານນາ ບົງ ເມືອງປາກງື່ມ ນະຄອນຫລວງ ວຽງຈັນ ເປັນໂຄງການໜຶ່ງທີ່ນອນ ໃນແຜນພັດທະນາເລັ່ງດ່ວນຂອງ ຄະນະພັກ, ປະທານຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງລາວ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມ ການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ຜູ້ ຊີ້ນຳວຽກງານອົງການຈັດຕັ້ງມະ ຫາຊົນ, ມີຄະນະພັກ, ຄະນະນຳ, ສະມາຊິກພັກ ພາຍໃນສູນກາງສະ ຫະພັນແມ່ຍິງລາວ ເຂົ້າຮ່ວມ. ກອງປະຊຸມໄດ້ສະຫລຸບຜົນການ ນໍາພາ-ຊີ້ນໍາໃນໄລຍະຜ່ານມາ, ຄົ້ນ ຄວ້າ ແລະ ຮັບຮອງຮ່າງລາຍງານ ການເມືອງ ພ້ອມແຜນພັດທະນາ 5 ປີ (2026-2030) ເພື່ອສືບ ຕໍ່ນໍາພາວຽກງານຂອງ ສສຍລ ຊຶ່ງສະໄໝຜ່ານມາ ສສຍລ ໄດ້ນໍາ ພາປະຕິບັດ 10 ແຜນງານ, 65 ໂຄງການ ແລະ 3 ແຜນດໍາເນີນງານ ແຫ່ງຊາດ ດ້ານຄວາມສະເໝີພາບ ຍິງ-ຊາຍ, ແມ່ ແລະ ເດັກ, ພ້ອມ ທັງສົ່ງເສີມການພັດທະນາແມ່ຍິງ ແລະ ການສ້າງພະນັກງານເພດຍິງ ໃຫ້ເຂັ້ມແຂງ. ພ້ອມນີ້, ກອງປະຊຸມຍັງໄດ້ໃຊ້ ສິດປະຊາທິປະໄຕເລືອກຕັ້ງຄະນະ ບໍລິຫານງານພັກສະໄໝທີ V ຈໍາ ນວນ 11 ສະຫາຍ ຈາກຜູ້ສະໝັກ 14 ສະຫາຍ. ຜົນການເລືອກຕັ້ງ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ ຮັບເລືອກເປັນເລຂາຄະນະບໍລິຫານ ງານພັກ ສະໄໝທີV, ສະຫາຍ ນາງ ທຳມາ ເພັດວິໄຊ ເປັນຮອງເລຂາ ແລະ ສະຫາຍ ນາງ ຜາສຸກ ວົງວິຈິດ ເປັນປະທານກວດກາພັກ. ໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນ ສໍາເລັດຂອງ ສສຍລ ແລະ ເນັ້ນ ໃຫ້ສືບຕໍ່ເສີມສ້າງວຽກງານການ ເມືອງ-ແນວຄິດ, ພັດທະນາພະນັກ ງານແມ່ຍິງ, ຂັບເຄື່ອນຂໍ້ແຂ່ງຂັນ “3 ດີ”, ສ້າງໂອກາດອາຊີບ ແລະ ລາຍໄດ້ໃຫ້ແມ່ຍິງ ໂດຍສະເພາະໃນ ເຂດຫ່າງໄກ, ພ້ອມທັງຍົກສູງປະສິດ ທິພາບອົງການ ແລະ ຂະຫຍາຍ ການຮ່ວມມືສາກົນ ໃຫ້ມີຜົນສໍາເລັດ ຫລາຍຂຶ້ນ. ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ ແລະ ກິລາ, ທັງເປັນປະທານຄະນະ ກຳມາທິການແຫ່ງຊາດ ເພື່ອຄວາມ ຫຍໍ້ໃຫ້ກັນຊາບກ່ຽວກັບການພັດ ທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ແຂວງເຈີ້ຈ່ຽງ ຊຶ່ງຝ່າຍລາວໄດ້ສະແດງຄວາມຊົມ ເຊີຍຕໍ່ບັນດາໝາກຜົນທີ່ແຂວງ ຍາດມາໄດ້ ໂດຍສະເພາະແມ່ນການ ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນ ແລະ ຄາດໝາຍຂອງກອງປະຊຸມ ໃຫຍ່ອົງຄະນະພັກ ຄັ້ງທີ XV ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ; ສອງຝ່າຍໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ ແລະ ການພົວພັນຄູ່ ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການ ເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ໄດ້ນໍາເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດ ຢ່າງແທ້ຈິງ ໂດຍສະເພາະການພົວ ພັນຮ່ວມມືລະຫວ່າງ ສປປ ລາວ ແລະ ແຂວງເຈີ້ຈ່ຽງ ຊຶ່ງພາຍຫລັງ ມີການສ້າງຕັ້ງສະພາການຄ້າ ແຂວງເຈີ້ຈ່ຽງ ຢູ່ ສປປ ລາວ ໃນ ປີ 2013 ເປັນຕົ້ນມາ, ການພົວພັນ ທາງດ້ານການຄ້າ ແລະ ການລົງທຶນ ນັບມື້ນັບເພີ່ມຂຶ້ນ. ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີຈະສືບຕໍ່ຊຸກຍູ້ ການຮ່ວມມືລະຫວ່າງບັນດາຂະ ແໜງການ ເພື່ອຂຸດຄົ້ນບັນດາທ່າ ແຮງບົ່ມຊ້ອນ ໂດຍນໍາໃຊ້ເສັ້ນທາງ ລົດໄຟ ລາວ-ຈີນ ເພື່ອຊຸກຍູ້ການໄປ ມາຫາສູ່ກັນ ແລະ ການເຊື່ອມໂຍງເຊື່ອມຈອດກັນໃນຫລາຍຮູບແບບ ແລະ ຫລາຍຊ່ອງທາງກວ່າເກົ່າ ຊຶ່ງຝ່າຍລາວ ໄດ້ສະເໜີໃຫ້ຝ່າຍ ຈີນ ຊຸກຍູ້ພາກທຸລະກິດຂອງແຂວງ ເຈີ້ຈ່ຽງ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ຫລາຍຂຶ້ນ ໂດຍສະເພາະໃນ ຂະແໜງການທ່ອງທ່ຽວ, ອຸດສາຫະ ກໍາປຸງແຕ່ງສິນຄ້າກະສິກໍາ ແລະ ຂະ ແໜງການອື່ນໆທີ່ສອງຝ່າຍມີທ່າ ແຮງ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນສະຫາຍ ຫວັງ ຮ້າວ ກໍາມະການສູນກາງພັກ, ເລຂາພັກ ແຂວງເຈີ້ຈ່ຽງ, ປະທານຄະນະປະ ຈໍາສະພາຜູ້ແທນປະຊາຊົນແຂວງ ເຈີ້ຈ່ຽງ ໄປຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ. ໃນໂອກາດນີ້, ສະຫາຍເລຂາ ທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ພັກ-ລັດຖະບານ ແລະ ປະຊາຊົນ ລາວ ສະແດງຄວາມຂອບໃຈຕໍ່ພັກລັດຖະບານ ແລະ ປະຊາຊົນຈີນອ້າຍ ນ້ອງ ໂດຍສະເພາະການນໍາຂອງ ແຂວງເຈີ້ຈ່ຽງ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອອັນມີຜົນປະໂຫຍດ ຫລາຍດ້ານ ຊຶ່ງໄດ້ປະກອບສ່ວນ ສໍາຄັນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຢູ່ ສປປ ລາວ ໃນ ຕະຫລອດໄລຍະຜ່ານມາ. ໃນຂະນະດຽວກັນ, ສະຫາຍ ຫວັງຮ້າວກໍໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາ ສູງຕໍ່ການເດີນທາງຢ້ຽມຢາມ ສປ ຈີນ ຄັ້ງນີ້ ຊຶ່ງຈະເປັນຂີດໝາຍອັນ ສໍາຄັນໃນການຮັດແໜ້ນ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ການພົວພັນຄູ່ຮ່ວມ ຍຸດທະສາດຮອບດ້ານໝັ້ນຄົງຍາວ ນານ ຕາມທິດ 4 ດີ ແລະ ການເປັນ ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆ ຂຶ້ນ. ພ້ອມກັນນີ້, ສະຫາຍ ຫວັງ ຮ້າວ ກໍໄດ້ສະແດງຄວາມຍິນດີຈະ ຊຸກຍູ້ການພົວພັນຮ່ວມມືທາງດ້ານ ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ ລະຫວ່າງແຂວງເຈີ້ຈ່ຽງ ແລະ ສປປ ລາວ ໃນຕໍ່ໜ້າພ້ອມທັງໃຫ້ຄໍາ ໝັ້ນສັນຍາຈະເດີນທາງຢ້ຽມຢາມ ສປປ ລາວ ຕາມການເຊື້ອເຊີນຂອງ ສະຫາຍເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສປປ ລາວ ໃນເວລາ ທີ່ເໝາະສົມ. ໃນວັນດຽວກັນ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ໄປທັດສະນະຢ້ຽມຢາມ ບໍລິສັດ ຫາງໂຈ ຢຸນເຊີນຊູ້ ເຕັກໂນ ໂລຊີ ຈໍາກັດ ແລະ ກຸ່ມບໍລິສັດ ອາລີ ບາບາ ອີກດ້ວຍ. ບໍລິສັດ ຫາງໂຈ ຢຸນເຊີນຊູ້ ເຕັກໂນໂລຊີ ແມ່ນບໍລິສັດ ຜູ້ປະກອບການວິສາຫະກິດເຕັກໂນ ໂລຊີສູງລະດັບຊາດ ທີ່ສຸມໃສ່ການ ສ້າງສັນນະວັດຕະກໍາດ້ານເຕັກໂນ ໂລຊີປັນຍາປະດິດທີ່ມີຮ່າງກາຍ (Embodied AI) ແລະ ນໍາໃຊ້ອຸດ ສາຫະກໍາ ໂດຍເນັ້ນໃສ່ການຄົ້ນຄວ້າ ແລະ ການພັດທະນາ, ການຜະລິດ, ການຈໍາໜ່າຍ ແລະ ການບໍລິການ ຫຸ່ນຍົນ 4 ຂາ, ຫຸ່ນຍົນຮູບຮ່າງຄົນ (Humanoid Robot) ແລະ ຊິ້ນ ສ່ວນອາໄຫລ່ຕ່າງໆ. ສໍາລັບກຸ່ມ ບໍລິສັດ ອາລີບາບາ ປະກອບມີກຸ່ມ ທຸລະກິດຫລັກ ຄື: ກຸ່ມອັດສະລິຍະ ດ້ານຄລາວ (Cloud Intelligence Group), ກຸ່ມການຄ້າເອເລັກໂຕຣ ນິກ (E-Commerce) ພາຍໃນ ປະເທດຈີນ, ກຸ່ມທຸລະກິດດີຈິຕອນ ສາກົນ, ພາກສ່ວນທຸລະກິດດ້ານ ເຕັກໂລໂນຊີ ແລະ ທຸລະກິດນະວັດ ຕະກໍາອື່ນໆ. ເຕັກໂນໂລຊີ, ການພັດທະນາພື້ນ ຖານໂຄງລ່າງພື້ນຖານ, ການຕອບ ໂຕ້ ແລະ ຮັບມືກັບສະພາບການ ປ່ຽນແປງດິນຟ້າອາກາດ. ນອກນັ້ນ, ຍັງໄດ້ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນ ໃນວຽກງານການລົງທຶນ, ການຄຸ້ມຄອງ-ບໍລິຫານວຽກງານທີ່ ສຳຄັນ ແລະ ອື່ນໆ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ. ລັດວິສາຫະກິດໄຟຟ້າລາວ ຈຳນວນ 12 ຈຸດ ກໍາລັງຕິດຕັ້ງ 650 ເມັກ ກາວັດ, ໃນໄລຍະປີ 2025-2027 ທີ່ໄດ້ຮັບຮອງຈາກລັດຖະບານ. ໂຄງການນີ້ ຈະຊ່ວຍການສະໜອງ ໄຟຟ້າໃຫ້ເຂດພາກກາງ ໂດຍສະ ເພາະນະຄອນຫລວງວຽງຈັນ ໃຫ້ ຮັບປະກັນມີສະຖຽນລະພາບ ແລະ ຫລຸດຜ່ອນການນໍາເຂົ້າພະລັງງານ ຈາກຕ່າງປະເທດ. ຜົນສໍາເລັດໃນ ຄັ້ງນີ້ບໍ່ພຽງແຕ່ແມ່ນການຍົກລະດັບ ຂີດຄວາມສາມາດ ແລະ ເພີ່ມຄວາມ ສະຖຽນລະພາບໃຫ້ແກ່ລະບົບຂອງ ລັດວິສາຫະກິດໄຟຟ້າລາວ ເທົ່ານັ້ນ ແຕ່ຍັງເປັນບາດກ້າວໃໝ່ໃນການ ພັດທະນາພະລັງງານໄຟຟ້າສະອາດ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ການເຕີບໂຕດ້ານພະລັງງານ ຂອງ ສປປ ລາວ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ. ກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ), ທ່ານ ນາງ ອາລີ ວົງໜໍ່ບຸນທໍາປະທານຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ຮອງປະທານ ຄຊກມດ ຜູ້ປະຈຳການ, ພ້ອມດ້ວຍຮອງລັດ ຖະມົນຕີ, ຜູ້ຕາງໜ້າສະຖານທູດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດ ທະນາ, ຄູ-ອາຈານ ແລະ ຫລານ ນ້ອຍນັກຮຽນເຂົ້າຮ່ວມ. ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຊົມ ສານອວຍພອນເດັກລາວບັນດາ ເຜົ່າຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ 1 ມິຖຸນາ ປີ 2026. ຫລັງຈາກນັ້ນ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ມີຄໍາເຫັນໂດຍໄດ້ ຍົກໃຫ້ເຫັນເຖິງປະຫວັດຄວາມເປັນ ມາຂອງວັນເດັກສາກົນ ທີ່ເລີ່ມຕົ້ນ ມາຈາກການຮັບຮອງຖະແຫລງ ການເຊີແນວ ວ່າດ້ວຍສິດທິເດັກ ໃນປີ 1924 ແລະ ການກຳນົດເອົາ ວັນທີ 1 ມິຖຸນາ ເປັນວັນເດັກ ສາກົນຢ່າງເປັນທາງການນັບແຕ່ ປີ 1925. ສໍາລັບຢູ່ ສປປ ລາວ, ວັນສໍາຄັນນີ້ໄດ້ຮັບການຈັດຕັ້ງສະ ເຫລີມສະຫລອງມາຕັ້ງແຕ່ສະໄໝ ຕໍ່ສູ້ກູ້ຊາດ ແລະ ເດັກລາວບັນດາ ເຜົ່າໄດ້ຮັບການເອົາໃຈໃສ່ ໂດຍ ລັດຖະບານໄດ້ສຸມໃສ່ໃນການສົ່ງ ເສີມການມີຊີວິດລອດ, ໄດ້ຮັບການ ປົກປ້ອງ, ພັດທະນາ ແລະ ໃຫ້ເດັກ ມີສ່ວນຮ່ວມໃນການປະກອບຄຳຄິດ ເຫັນຢ່າງຕໍ່ເນື່ອງມາເຖິງປັດຈຸບັນ, ການສະເຫລີມສະຫລອງວັນເດັກ ສາກົນໃນແຕ່ລະປີແມ່ນຕິດພັນກັບ ວັນປູກຕົ້ນໄມ້ແຫ່ງຊາດເພື່ອເປັນ ສັນຍະລັກແຫ່ງ “ການປູກຝັງຊັບ ພະຍາກອນມະນຸດ ແລະ ການປູກ ຝັງທຳມະຊາດ” ໄປພ້ອມໆກັນ ໂດຍປຽບທຽບເດັກນ້ອຍເປັນດັ່ງໜໍ່ ແໜງຂອງຊາດທີ່ຕ້ອງການການ ເບິ່ງແຍງບົວລະບັດຮັກສາ ແລະ ພັດທະນາໃຫ້ເຕີບໃຫຍ່ຢ່າງມີຄຸນ ນະພາບເຊັ່ນດຽວກັນກັບຕົ້ນໄມ້ທີ່ ຕ້ອງການການດູແລ ເພື່ອເປັນຮົ່ມ ເງົາໃນອະນາຄົດ, ທັງນີ້ກໍເພື່ອປູກ ຈິດສຳນຶກໃຫ້ຮັກສິ່ງແວດລ້ອມແຕ່ ຫົວທີ ແລະ ສ້າງຂະບວນການຮ່ວມ ແຮງຮ່ວມໃຈຂອງທຸກພາກສ່ວນໃນ ສັງຄົມ ເພື່ອນຳພາປະເທດຊາດໄປສູ່ ການພັດທະນາແບບຍືນຍົງ. ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ຍັງກ່າວອີກວ່າ: ເດັກກໍປຽບເໝືອນ ເມັດພັນພືດ ຫລື ທຶນມະນຸດທີ່ກ້າ ຫວ່ານ ແລະ ປູກຝັງລົງໄປ, ພືດ ເຫລົ່ານັ້ນຈະເຕີບໃຫຍ່ແມ່ນຕ້ອງ ການດິນດີ, ຝຸ່ນດີ, ປຸຍດີ ໄດ້ຮັບ ການບົວລະບັດເອົາໃຈໃສ່ເບິ່ງແຍງ ເພື່ອໃຫ້ເຕີບໃຫຍ່ຂະຫຍາຍໂຕເປັນ ຊັບພະຍາກອນທີ່ສົມບູນ, ມີຄຸນນະ ພາບເຊັ່ນດຽວກັນກັບເດັກ ກໍຕ້ອງ ການຄວາມຮັກ, ຄວາມອົບອຸ່ນ, ການດູແລເບິ່ງແຍງລ້ຽງດູໃຫ້ມີສຸ ຂະພາບ, ມີໂພຊະນາການ, ມີການ ສຶກສາ ແລະ ການປົກປ້ອງຮອບ ດ້ານ ເພື່ອເປັນຊັບພະຍາກອນມະນຸດ ທີ່ມີຄຸນນະພາບ, ເປັນຜູ້ສືບທອດ ແລະ ເປັນກໍາລັງຫລັກໃນການພັດ ທະນາ ແລະ ຕັດສິນຊາຕາກຳຂອງ ປະເທດຊາດໃນອະນາຄົດ. ໃນວາລະການສະເຫລີມສະ ຫລອງຄັ້ງນີ້ , ທ່ານປ ະທານ ຄຊກມດ ຍັງໄດ້ໃຫ້ກຽດຮ່ວມກັບ ການນຳແຕ່ລະພາກສ່ວນຢອດຢາ ວິຕາມິນ A ໃຫ້ເດັກນ້ອຍ ແລະ ຢ້ຽມຊົມການວາງສະແດງຜົນງານ ກ່ຽວກັບການສົ່ງເສີມສິດທິເດັກ ຂອງແຕ່ລະພາກສ່ວນ. ພ້ອມນີ້, ບັນດາແຂກ ແລະ ຫລານນ້ອຍນັກ ຮຽນທີ່ເຂົ້າຮ່ວມງານກໍໄດ້ພ້ອມ ກັບຮັບຊົມການນຳສະເໜີຜົນການ ຄົ້ນຄວ້າຂອງເດັກກ່ຽວກັບການ ຮັບມື ແລະ ການປັບຕົວຕໍ່ການປ່ຽນ ແປງດິນຟ້າອາກາດ, ການນຳໃຊ້ ເຕັກໂນໂລຊີດີຈິຕອນທີ່ປອດໄພ ແລະ ການມີສ່ວນຮ່ວມໃນການສ້າງ ນະໂຍບາຍ; ໄດ້ຮັບຊົມວິດີໂອສັ້ນ, ການສະແດງສິລະປະຈາກຕົວແທນ ເດັກ, ການມອບຂອງຂວັນ ແລະ ກິດຈະກຳປິ່ນອ້ອມ ຊຶ່ງໄດ້ກາຍເປັນ ເວທີສຳລັບຫລານນ້ອຍນັກຮຽນໄດ້ ສະແດງຄວາມສາມາດຂອງຕົນ, ພ້ອມທັງສ້າງບັນຍາກາດເບີກບານ ມ່ວນຊື່ນຮ່ວມກັນ. ຂ່າວ: ສົມຫວັງ; ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==