gsfdko{dkora fmtok a xtgmf]k; ( 27/05/2026 -P'0;k' 9a flq j 'rtoa d'ko ]q 'd= j lh k'Ikd4kodkog,n v' ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ພິທີຈັດສົ່ງ ພະນັກງານນຳພາ-ຄຸ້ມຄອງຂັ້ນ ແຂວງ ແລະ ເມືອງ ລົງກໍ່ສ້າງຮາກ ຖານການເມືອງ ສົກປີ 20262027 ໃນວັນທີ 25 ພຶດສະພາ 2026 ທີ່ຫ້ອງວ່າການແຂວງ ໂດຍ ການເປັນປະທານຂອງ ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງ ພັກ, ເລຂາພັກແຂວງ, ປະທານສະ ພາປະຊາຊົນແຂວງ, ມີຄະນະປະຈຳ ພັກແຂວງ, ກຳມະການພັກແຂວງ, ພະແນກການ, ສອງກອງບັນຊາ ການ ແລະ ພະນັກງານທີ່ຈະລົງ ກໍ່ສ້າງຮາກຖານການເມືອງຂອງ ແຂວງ ແລະ ເມືອງເຂົ້າຮ່ວມ. ການລົງກໍ່ສ້າງຮາກຖານການ ເມືອງໃນສົກປີ 2026-2027 ຂັ້ນ ແຂວງລົງຕາມມະຕິ ມີ 17 ຄົນ ໂດຍແບ່ງລົງຢູ່ 3 ເມືອງຄື: ເມືອງ ແປກ, ເມືອງຜາໄຊ ແລະ ເມືອງ ໝອກ ລວມມີ 5 ຈຸດ, ມີ 13 ບ້ານ, ສ່ວນອີກ 4 ເມືອງ ແມ່ນເມືອງສົ່ງ ພະນັກງານເມືອງລົງຕາມມະຕິຂອງ ເມືອງ. ໂອກາດນີ້, ທ່ານ ພູວົງ ອູຸ່ນ ຄຳແສນ ໄດ້ມີຄຳເຫັນຊີ້ນຳ ໂດຍ ເນັ້ນໃຫ້ບັນດາພະນັກງານນຳພາຄຸ້ມຄອງຂັ້ນແຂວງ ແລະ ເມືອງ ທີ່ ລົງກໍ່ສ້າງຮາກຖານການເມືອງ ໃນ ຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບ ໜ້າທີ່ການເມືອງ ແລະ ລະບຽບວິໄນ ຢ່າງເຂັ້ມງວດ, ປະຕິບັດຫລັກການ g,n v'vkfltrvo dP,rh v,m5 dfh ko Iv'Ia [[A olv[gla '9q [-A oxt4q , ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ຫ້ອງ ການສຶກສາທິການ ແລະ ກິລາເມືອງ ອາດສະພອນ ແຂວງສະຫວັນນະ ເຂດ ຈັດກອງປະຊຸມລາຍງານການ ກະກຽມຄວາມພ້ອມຂອງບັນດາ ໜ້າວຽກຕ່າງໆ ໃນບັ້ນສອບເສັງ ຈົບຊັ້ນປະຖົມສຶກສາ ປ5 ປະຈຳ ສົກຮຽນ 2025-2026 ໃນວັນທີ 25 ພຶດສະພາ 2026 ໂດຍມີ ທ່ານ ກອງແລ ອ່ອນຈັນທະລືໄຊ ປະທານ ຄະນະກຳມະການປົກຄອງເມືອງ, ທ່ານ ຖາວອນ ໄຊຍະເຄື່ອງ ຫົວໜ້າ ຫ້ອງການສຶກສາທິການ ແລະ ກິລາ ເມືອງອາດສະພອນ ພ້ອມດ້ວຍ ຫ້ອງການ, ໜ່ວຍງານ, ຄະນະ ຮັບຜິດຊອບການສອບເສັງ ແລະ ຄະນະອຳນວຍການໂຮງຮຽນປະ ຖົມພາຍໃນເມືອງເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ສຸວັນທອນ ຈັນທະວົງ ຮອງຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານການກະກຽມຄວາມ ພ້ອມດ້ານຕ່າງໆ ຊຶ່ງເຫັນວ່າໃນ ປັດຈຸບັນ ທົ່ວເມືອງອາດສະພອນ ມີຄວາມພ້ອມແລ້ວ 100% ທີ່ຈະ ຈັດການສອບເສັງຂຶ້ນໃນລະຫວ່າງ ວັນທີ 27-28 ພຶດສະພາ 2026 ທີ່ຈະມາເຖິງນີ້ ເປັນເອກະພາບ ກັນທົ່ວເມືອງ. ສໍາລັບຕົວເລກສະ ຖິຕິໃນສົກຮຽນນີ້ ມີນັກຮຽນທີ່ມີ dko-j ;pgs]n vxt-k-q o8y f16 j .o4Emu j g,n v']h v'c9h ' rq [7;k,sp5 h 'pkdmk'g0Q k]tvy f]tvh P; c]t ,u /q o8q d8= j gon j v' ຂປລ. ແຫລ່ງຂ່າວຈາກແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ປັດຈຸບັນການ ຈັດຕັ້ງພັກ-ລັດ ຂັ້ນແຂວງ, ຂັ້ນ ເມືອງ-ຕາແສງ ແລະ ໜ່ວຍງານກູ້ ໄພຂອງລາວ ແລະ ໄທ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງຍັງສືບຕໍ່ເລັ່ງ ໃຫ້ການຊ່ວຍເຫລືອປະຊາຊົນ 7 ຄົນ ທີ່ຕິດຢູ່ໃນຖ້ຳ ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ, ແຕ່ການປະຕິບັດວຽກງານຕົວຈິງ ແມ່ນພົບອຸປະສັກຫລາຍຢ່າງເນື່ອງ ຈາກເປັນຖໍ້າທຳມະຊາດ, ທາງເຂົ້າ ລະອິດລະອ້ຽວ, ມີຫີນໜາມໜໍ່ ແລະ ມີຝົນຕົກຕໍ່ເນື່ອງ ເຮັດໃຫ້ລະດັບນໍ້າ ໃນຖໍ້າເພີ່ມສູງຂຶ້ນ ແລະ ເຮັດວຽກ ແຂ່ງກັບເວລາ. ເຖິງຢ່າງໃດກໍຕາມ, ການຈັດຕັ້ງຂອງແຂວງ, ເມືອງ, ກຳລັງ ປກຊ-ປກສ ແລະ ທີມກູ້ໄພ ໄດ້ເອົາໃຈໃສ່ພະຍາຍາມຢ່າງສຸດ ຄວາມສາມາດ ເພື່ອຊ່ວຍເຫລືອ ປະຊາຊົນຈຳນວນດັ່ງກ່າວ. ເຫດການດັ່ງກ່າວ, ໄດ້ເກີດຂຶ້ນ ແຕ່ວັນທີ 20 ພຶດສະພາ 2026 ຊຶ່ງ ປະຊາຊົນ ຈໍານວນ 7 ຄົນ ຢູ່ບ້ານ ພັນໄຊ ເມືອງລ້ອງແຈ້ງ ແຂວງໄຊ ສົມບູນ ໄດ້ໄປຊອກຢູ່ຫາກິນຕາມ ວິຖີຊີວິດຂອງຊົນນະບົດ ໂດຍທັງ 7 ຄົນ ໄດ້ເຂົ້າໄປຊອກຫາກິນໃນຖໍ້າ ຊຶ່ງເປັນຖໍ້າທີ່ເລິກ ແລະ ແຄບ ພ້ອມ ທັງມີຝົນຕົກລົງມາຢ່າງຕໍ່ເນື່ອງ ເຮັດ ໃຫ້ບໍລິເວນປາກຖໍ້າ ແລະ ຮູຖໍ້າ ມີນໍ້າ ອັ່ງຂຶ້ນສູງ ຈຶ່ງເຮັດໃຫ້ທັງ 7 ຄົນ ບໍ່ ສາມາດອອກມາຈາກຖໍ້າໄດ້. ພາຍຫລັງທາງການແຂວງໄຊ ສົມບູນ ໄດ້ຮັບການລາຍງານຈາກ ອຳນາດການປົກຄອງທ້ອງຖິ່ນກໍໄດ້ ຮີບຮ້ອນຫາລືໃຫ້ການຊ່ວຍເຫລືອ ໂດຍໄດ້ສະເໜີຫາລັດຖະບານຂໍທີມ ກູ້ໄພມາຊ່ວຍເຫລືອ. ຈາກນັ້ນ ຄະນະກໍາມະການປົກ ຄອງ ແຂວງໄຊສົມບູນ ແລະ ຄະນະ ກໍາມະການຄຸ້ມຄອງໄພພິບັດຂັ້ນ ແຂວງໄດ້ລົງຊີ້ນໍາໂດຍກົງຢູ່ພາກສະ ໜາມ ທີ່ເມືອງລ້ອງແຈ້ງ ໂດຍສົມ ທົບກັບຄະນະນໍາຂອງເມືອງ ປຸກລະ ດົມທຸກພາກສ່ວນເຂົ້າຊ່ວຍເຫລືອ ໃນທັນທີ ໃນນັ້ນ, ໄດ້ນໍາໃຊ້ຈັກສູບ ນໍ້າລະບາຍນໍ້າອອກຈາກຖໍ້າ ໂດຍ ໄດ້ຮັບການຊ່ວຍເຫລືອຈາກການ ຈັດຕັ້ງສັງຄົມຫລາຍພາກສ່ວນ. ມາຮອດວັນທີ 25 ພຶດສະພາ 2026, ທີມກູ້ໄພທັງພາຍໃນ ແລະ ຕ່າງປະເທດ ໄດ້ສືບຕໍ່ຊ່ວຍເຫລືອ ຕາມແຜນ ແລະ ປະຕິບັດແຜນການ ດູດນໍ້າອອກ, ແຕ່ການຊ່ວຍເຫລືອ ຍັງບໍ່ທັນມີຄວາມຄືບໜ້າ ແລະ ຍັງ ບໍ່ພົບປະຊາຊົນຈຳນວນດັ່ງກ່າວ ເນື່ອງຈາກການຊ່ວຍເຫລືອພົບບັນ ຫາຫລາຍຢ່າງເປັນຕົ້ນແມ່ນເສັ້ນ ທາງເຂົ້າໄປຫາຈຸດເປົ້າໝາຍ. ແຫລ່ງຂ່າວຍັງໃຫ້ຮູ້ຕື່ມວ່າ: ເຫດການດັ່ງກ່າວນີ້, ບໍ່ໄດ້ເກີດຈາກ ສິ່ງຈູງໃຈຈາກພາກທຸລະກິດ, ແຕ່ ເກີດຈາກການເຄີຍທໍາມາຫາກິນ ຕາມທໍາມະຊາດແບບດັ້ງເດີມຂອງ ປະຊາຊົນມາແຕ່ດົນນານແລ້ວ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກການ ຈັດຕັ້ງ-ສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ຈົ່ງຮັບຮູ້ ແລະ ເຂົ້າໃຈ ເຖິງຕົ້ນເຫດທີ່ເກີດຂຶ້ນ. 4 ຮ່ວມຢ່າງຈິງຈັງຄື: ການຮ່ວມ ຢູ່, ຮ່ວມກິນ, ຮ່ວມປຶກສາຫາລື ແລະ ຮ່ວມເຮັດວຽກສ້າງຂະບວນການ ນຳປະຊາຊົນ, ພ້ອມທັງສຸມໃສ່ແກ້ ບັນຫາຕົວຈິງ ທີ່ໄດ້ກຳນົດໃນມະຕິ ດ້ວຍຄວາມຮັບຜິດຊອບສູງ, ສ້າງ ຄວາມສາມັກຄີເປັນເອກະພາບ, ຮັບປະກັນຄວາມສະຫງົບ, ຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດວຽກ ງານກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ລົງ ສູ່ຮາກຖານຢ່າງເລິກເຊິ່ງເຖິງຖອງ, ປັບປຸງລະບົບການເມືອງຢູ່ຂັ້ນຮາກ ຖານໃຫ້ເຂັ້ມແຂງ, ໜັກແໜ້ນ, ເພີ່ມ ທະວີບົດບາດນຳພາອົງຄະນະພັກ, ສະກັດກັ້ນໜໍ່ແໜງຄວາມບໍ່ສະຫງົບ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນເຊັ່ນ: ການຄ້າຂາຍເຖື່ອນ ແລະ ເສບຢາເສບຕິດ, ການລັກລອບ ຂຸດຄົ້ນແຮ່ທຳມະຊາດ ແລະ ການ ຈັບຈອງທີ່ດິນ. ພ້ອມນີ້, ຊຸກຍູ້ການ ຜະລິດຂອງປະຊາຊົນໃຫ້ແຂງແຮງ ຫັນໄປສູ່ການຜະລິດເປັນສິນຄ້າ, ສຶກສາອົບຮົມການເມືອງແນວຄິດ ຂອງປະຊາຊົນ, ສ້າງຄວາມເຂັ້ມ ແຂງອົງການປົກຄອງແຕ່ລະຂັ້ນມີ ຄວາມເຂັ້ມແຂງ ເຮັດໃຫ້ພື້ນຖານ ເສດຖະກິດ-ສັງຄົມ ຊີວິດການເປັນຢູ່ ຂອງປະຊາຊົນ ມີການຫັນປ່ຽນຢ່າງ ຕັ້ງໜ້າ ມີຄຸນນະພາບດີຂຶ້ນເລື້ອຍໆ. ໂອກາດດຽວກັນ, ຫ້ອງວ່າການ ແຂວງຊຽງຂວາງ ຍັງໄດ້ມອບພາ ຫະນະ (ລົດເມຂຽວ) ໃຫ້ເມືອງ ຜາໄຊ, ເມືອງແປກ ແລະ ເມືອງ ໝອກ ພ້ອມອຸປະກອນຮັບໃຊ້ໃຫ້ແກ່ ພະນັກງານລົງກໍ່ສ້າງຮາກຖານ ທັງ 3 ທີມ ຊຶ່ງລວມມີ: ຄອມພີວເຕີໂນດ ບຸກ 3 ເຄື່ອງ, ເຄື່ອງພິມເອກະສານ 3 ເຄື່ອງ, ເຈ້ຍ, ບິກ ແລະ ອື່ນໆ ລວມມູນຄ່າ 40 ລ້ານກວ່າກີບ. ຂ່າວ: ບຸນມີ ແສງທຸມມີ g,n v'8Q ogzY 'xtdkflh k'8A ' 5 8kcl' 1j k'gxa omk'dko ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ພິທີປະກາດສ້າງ ຕັ້ງ 5 ຕາແສງຢູ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຈັດຂຶ້ນໃນວັນທີ 22 ພຶດສະພາ 2026 ໂດຍມີທ່ານ ພົ.ວ ສຸກພະຈັນ ສີລາເພັດ ປະທານຄະນະ ກຳມະການປົກຄອງແຂວງບໍ່ແກ້ວ, ທ່ານ ອຸ່ນຄຳ ທຳມະເລີດ ເລຂາພັກ ເມືອງຕົ້ນເຜິ້ງ ພ້ອມດ້ວຍຫ້ອງການ ອ້ອມຂ້າງເມືອງ, ນາຍບ້ານທັງ 38 ບ້ານເຂົ້າຮ່ວມ. ໃນພິທີ, ທ່ານ ປະສິດ ທິບພະວັນ ປະທານກວດກາພັກ-ລັດເມືອງ ໄດ້ ລາຍງານການກະກຽມສ້າງຕັ້ງ ຕາແສງ ຊຶ່ງເມືອງຕົ້ນເຜິ້ງປະກອບ ມີ 38 ບ້ານ ແລະ 4 ບ້ານໃຫຍ່ ມີ 10 ຊົນເຜົ່າ, ມີປະຊາກອນ 35.893 ຄົນ, ຍິງ 17.855 ຄົນ, ມີ 6.654 ຄົວເຮືອນ ໂດຍ ປະຕິບັດຕາມແຈ້ງການ ຂອງຫ້ອງ ວ່າການສູນກາງພັກ ເລກທີ 04/ ຫສພ, ແຈ້ງການ ຂອງກະຊວງ ພາຍໃນ ເລກທີ 08/ພນ, ແຈ້ງການ ຂອງຫ້ອງວ່າການແຂວງບໍ່ແກ້ວ ກ່ຽວກັບການກຳນົດຈຳນວນຕາ ແສງຢູ່ບັນດາເມືອງ, ຄະນະປະຈຳ ພັກເມືອງໄດ້ຈັດກອງປະຊຸມຄົ້ນ ຄວ້າກຳນົດຈຳນວນຕາແສງ, ຊື່ ເອີ້ນຕາແສງ ໄດ້ກຳນົດຕາແສງຢູ່ ເມືອງຕົ້ນເຜິ້ງ 5 ຕາແສງຄື: ຕາ ແສງຕົ້ນເຜິ້ງ ມີ 8 ບ້ານຂຶ້ນກັບ; ຕາ ແສງສີເມືອງງາມ ມີ 8 ບ້ານຂຶ້ນກັບ; ຕາແສງນ້ຳເກິ່ງ ມີ 4 ບ້ານຂຶ້ນກັບ; ຕາແສງເມືອງມອມ ມີ 10 ບ້ານ ຂຶ້ນກັບ ແລະ ຕາແສງນາຄຳ ມີ 8 ບ້ານຂຶ້ນກັບ ແລະ ໄດ້ນຳເອົາຜົນ ການຄົ້ນຄວ້າລາຍງານຂັ້ນແຂວງ, ຂັ້ນສູນກາງ, ນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງ ເລກທີ 147/ນຍ, ລົງວັນທີ 17 ພະຈິກ 2025 ວ່າ ດ້ວຍການຮັບຮອງເອົາຈຳນວນຕາ ແສງ. ເພື່ອປະຕິບັດຕາມຄຳແນະນຳ ກ່ຽວກັບການສ້າງຕັ້ງຕາແສງ ຂອງ ຄະນະຈັດຕັ້ງສູນກາງພັກ, ສະນັ້ນ ຄະນະປະຈຳພັກເມືອງກໍໄດ້ກະກຽມ ຄວາມພ້ອມດ້ານຕ່າງໆເປັນຕົ້ນ ໄດ້ ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບສ້າງຕັ້ງຕາແສງ ຂັ້ນເມືອງ, ຂຽນບົດວິພາກການ ສ້າງຕາແສງ, ຂຽນແຜນພັດທະນາ ເສດຖະກິດ-ສັງຄົມຂອງຕາແສງ, ຂຽນຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕາແສງ, ຄົ້ນຄວ້າສະຖານທີ່ຕັ້ງສຳນັກງານ ຕາແສງ ແລະ ບຸກຄະລາກອນທີ່ຈະ ປະກອບເຂົ້າໃນແຕ່ລະຕາແສງ. ໂອກາດນີ້, ທ່ານ ພົວ ສຸກພະຈັນ ສີລາເພັດ ໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ມາຍັງຄະນະພັກ ຂັ້ນເມືຶອງ ຊຶ່ງເຫັນໄດ້ວ່າມີຜົນສໍາ ເລັດໃນຫລາຍດ້ານເປັນຕົ້ນ ການ ຈັດຕັ້ງປະຕິບັດຕາມຄຳແນະນຳ ຂອງສູນກາງພັກ ກ່ຽວກັບການ ສ້າງຕັ້ງຕາແສງ ແລະ ຮຽກຮ້ອງ ໃຫ້ຄະນະພັກ, ອົງການປົກຄອງ ທຸກຂັ້ນ ຕ້ອງໄດ້ພ້ອມກັນຍົກສູງ ຄວາມຮັບຜິດຊອບຂອງຕົນ ໃຫ້ ສູງຂຶ້ນກວ່າເກົ່າ ພາຍຫລັງສໍາ ເລັດພິທີປະກາດສ້າງຕັ້ງຕາແສງ ແລ້ວ ມອບໃຫ້ຄະນະພັກ, ຄະນະ ກຳມະການປົກຄອງແຂວງ, ເມືອງ ແລະ ທຸກຂະແໜງການສຸ່ມໃສ່ ເຜີຍແຜ່, ເຊື່ອມຊຶມ ແລະ ນິຕິກຳ ທີ່ຕິດພັນກັບຂະແໜງການຂອງຕົນ ຢູ່ຂັ້ນຕາແສງ, ພ້ອມກັນເອົາໃຈໃສ່ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດ, ສິດ-ໜ້າທີ່ ຂອງຕາແສງ ຊຶ່ງໄດ້ກໍານົດໃນຂໍ້ ກໍານົດ ຂອງຄະນະເລຂາທິການ ສູນກາງພັກ, ສືບຕໍ່ຫັນພະນັກງານ ນຳພາ ແລະ ວິຊາການລົງສູ່ຕາແສງ ໂດຍຕິດພັນກັບການຍູ້ຂະບວນການ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນຮອບ ດ້ານ, ເອົາໃຈໃສ່ວຽກງານສຶກສາ ອົບຮົມການເມືອງ-ແນວຄິດໃຫ້ແກ່ ຖັນແຖວສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ ໃຫ້ ເລິກເຊິ່ງ, ເຖິງຖອງກວ່າເກົ່າ, ເອົາໃຈໃສ່ປັບປຸງລະບົບການເມືອງ ຢູ່ຮາກຖານໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ເພື່ອສາມາດ ນຳພາ-ຄຸ້ມຄອງ ແລະ ບໍລິຫານລັດ ຢູ່ຕາແສງ, ສຸມໃສ່ການພັດທະນາ ເສດຖະກິດ-ສັງຄົມ, ພັດທະນາ ພື້ນຖານໂຄງລ່າງ ເພື່ອອໍານວຍ ຄວາມສະດວກໃຫ້ປະຊາຊົນ ເຂົ້າ ຫາການບໍລິການ ຂອງຕາແສງ ໃຫ້ ມີຄວາມສະດວກ, ວ່ອງໄວ ແລະ ຖືກທິດ. ຂ່າວ-ພາບ: ສ ປັນຍາທອງ ໜ້າໃນທະບຽນສອບເສັງທັງໝົດ 1.050 ຄົນ, ຍິງ 518 ຄົນ, ໂດຍໄດ້ ແບ່ງອອກເປັນ 45 ຫ້ອງສອບເສັງ ແລະ ມີຄະນະປະທານສູນສອບເສັງ 23 ທ່ານ ພ້ອມດ້ວຍກຳມະການ ຍາມຫ້ອງເສັງ 90 ທ່ານ. ທົ່ວເມືອງໄດ້ກຳນົດເອົາ 7 ສູນ ສອບເສັງຄື ສູນສອບເສັງໂຮງຮຽນ ປະຖົມນາກຸດຈານ 2, ສູນສອບເສັງ ປະຖົມຫີນສິ່ວ, ສູນສອບເສັງປະຖົມ ກາງໃຫຍ່, ສູນສອບເສັງປະຖົມ ນາແຄ, ສູນສອບເສັງປະຖົມແກ້ງ ແມວ, ສູນສອບເສັງປະຖົມນາປອດ ແລະ ສູນເສັງປະຖົມນາເລົ່າ. ສ່ວນ ວິຊາທີ່ຈະນໍາມາສອບເສັງມີ 4 ວິຊາ ຫລັກ ຄື: ພາກຫັດແຕ່ງ, ພາກ ຂຽນທວາຍ, ວິຊາຄະນິດສາດ ແລະ ວິຊາວິທະຍາສາດສິ່ງແວດລ້ອມ. ໃນໂອກາດນີ້, ທ່ານ ກອງແລ ອ່ອນຈັນທະລືໄຊ ປະທານຄະນະ ກຳມະການປົກຄອງເມືອງ ທັງເປັນ ປະທານຄະນະກຳມະການສອບເສັງ ຂັ້ນເມືອງ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະກຳມະການ ສອບເສັງທຸກພາກສ່ວນ ຈົ່ງຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ, ປະຕິບັດງານດ້ວຍຈັນຍາບັນ, ມີ ຄວາມໂປ່ງໃສ ແລະ ຍຸຕິທຳ ພ້ອມ ທັງສະກັດກັ້ນທຸກປະກົດການຫຍໍ້ທໍ້ ໃນຂະແໜງການສຶກສາ. ພ້ອມທັງ ໄດ້ຮຽກຮ້ອງໃຫ້ຜູ້ບໍລິຫານການ ສຶກສາ, ຄູອາຈານ, ຄະນະພັດທະນາ ການສຶກສາຂັ້ນບ້ານ, ຜູ້ປົກຄອງ ນັບ ທັງທຸກພາກສ່ວນໃນສັງຄົມ ຈົ່ງເຫັນ ໄດ້ຄວາມສຳຄັນ ແລະ ຖືເອົາບັ້ນ ສອບເສັງຄັ້ງນີ້ເປັນບຸນປາງໃຫຍ່ ເພື່ອຮັບປະກັນໃຫ້ການດຳເນີນງານ ປະສົບຜົນສຳເລັດ 100% ຕາມ ຄາດໝາຍ.
RkJQdWJsaXNoZXIy MTc3MTYxMQ==