27/05/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d *ການສຶກສາແມ່ນໝາກຫົວໃຈ ຫລັກຂອງການພັດທະນາປະເທດ ຊາດ ເພາະມັນເປັນພື້ນຖານໃນ [= ]y la fg[p]k; m5h ,g'os]kpd;j k 1,4 8N du [ g0Q k.odkora fmtok-a [rtpkdvo,to5 fzj ko37'dko g[p]k; lko/a o.sh oh v' “ ” y ຫວັນນະເຂດ ແລະ ມະຫາວິທະ ຍາໄລຈຳປາສັກ, ວິທະຍາໄລຄູ ປາກເຊ, ວິທະຍາໄລຄູສະຫວັນນະ ເຂດ, ສະຖາບັນວິຈິດສິນແຫ່ງຊາດ ແລະ ວິທະຍາໄລເຕັກນິກ ລາວເຢຍລະມັນ. ນັກສຶກສາທີ່ຜ່ານການຄັດເລືອກ ແລະ ສາມາດຮັກສາຜົນການຮຽນ ຕາມເງື່ອນໄຂຈະໄດ້ຮັບທຶນສະໜັບ ສະໜູນຈາກໂຄງການ “ເບຍລາວ ສານຝັນໃຫ້ນ້ອງ” ທີ່ກວມເອົາຄ່າ ທຳນຽມການຮຽນ, ອຸປະກອນ ການສຶກສາ ແລະ ຄ່າຄອງຊີບຈົນ ຈົບສົກການສຶກສາ. ນອກຈາກການ ຊ່ວຍເຫລືອດ້ານທຶນຮອນແລ້ວ, ນັກສຶກສາຍັງຈະໄດ້ຮັບໂອກາດໃນ ການຝຶກງານຕາມສາຂາວິຊາທີ່ ກ່ຽວຂ້ອງ ແລະ ໂອກາດໄດ້ຮັບການ ຈ້າງງານທີ່ດີໃນອະນາຄົດ. ສຳລັບຂັ້ນຕອນການຄັດເລືອກ, ໂຄງການໄດ້ເປີດໂອກາດໃຫ້ຜູ້ທີ່ ສົນໃຈສາມາດສະໝັກໄດ້ດ້ວຍຕົນ ເອງ, ໂດຍບໍ່ໄດ້ຈຳແນກເພດ, ເຊື້ອ ຊາດ, ສາດສະໜາ ແລະ ພູມລຳເນົາ ຊຶ່ງຈະມີການຄັດເລືອກເອກະສານ ແລະ ການສຳພາດຢ່າງເປັນລະບົບ ແລະ ສະເໝີພາບຕາມເງື່ອນໄຂຂອງ ບໍລິສັດ. ຕະຫລອດໄລຍະ 15 ປີ ທີ່ຜ່ານ ມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ ໃຫ້ຄວາມສຳຄັນສູງສຸດຕໍ່ກັບວຽກ ງານການສຶກສາ ແລະ ການພັດ ທະນາຊັບພະຍາກອນມະນຸດຄຽງ ຄູ່ກັບວຽກງານເຄື່ອນໄຫວທາງ ສັງຄົມ. ບໍລິສັດມີຄວາມຫວັງຢ່າງ ຍິ່ງວ່ານັກສຶກສາທີ່ໄດ້ຮັບທຶນການ ສຶກສາດັ່ງກ່າວ ຈະກາຍເປັນບຸກຄະ ລາກອນທີ່ມີຄຸນນະພາບ ແລະ ເປັນ ກຳລັງສຳຄັນໃນການພັດທະນາ ປະເທດຊາດໃຫ້ຈະເລີນຮຸ່ງເຮືອງ. ເພາະພວກເຮົາເຊື່ອວ່າ “ການສຶກ ສາທີ່ດີຄືເສົາຄ້ຳທີ່ແຂງແກ່ນໃຫ້ແກ່ ການພັດທະນາໃນອະນາຄົດ”. ທ່ານ ເຮັນຣິກ ແອນເດີເຊິນ ຜູ້ ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ ກ່າວວ່າ: “ຜ່ານໂຄງການ “ເບຍລາວ ສານຝັນໃຫ້ນ້ອງ”, ພວກເຮົາມີຄວາມພາກພູມໃຈທີ່ ໄດ້ສືບຕໍ່ຄວາມມຸ່ງໝັ້ນໃນການປະ ກອບສ່ວນຊ່ວຍເຫລືອສັງຄົມລາວ ຊຶ່ງຖືເປັນສ່ວນໜຶ່ງໃນຄວາມຮັບ ຜິດຊອບຂອງບໍລິສັດ. ພວກເຮົາ ມີຄວາມເຊື່ອວ່າການສຶກສາແມ່ນ ຮາກຖານທີ່ແຂງແກ່ນທີ່ສຸດໃນການ ສ້າງໂອກາດ, ການເສີມສ້າງທ່າ ແຮງໃຫ້ແກ່ເຍົາວະຊົນ ແລະ ການ ວາງຮາກຖານເພື່ອອະນາຄົດທີ່ສົດ ໃສຂອງ ສປປ ລາວ. ໂຄງການນີ້ ໄດ້ຖືກອອກແບບມາເປັນພິເສດ ເພື່ອ ສະໜັບສະໜູນນັກສຶກສາທີ່ມີຜົນ ການຮຽນດີເດັ່ນແຕ່ຂາດເຂີນດ້ານ ທຶນຮອນ ເພື່ອໃຫ້ພວກເຂົາສາມາດ ເຂົ້າເຖິງການຮຽນຮູ້ຢ່າງຕໍ່ເນື່ອງ ແລະ ກ້າວຕາມຄວາມຝັນຂອງຕົນ ເອງໄດ້ຢ່າງໝັ້ນໃຈ. ຜ່ານການຈັດຕັ້ງປະຕິບັດໂຄງ ການໃນຂອບເຂດທົ່ວປະເທດ, ພວກ ເຮົາມີຄວາມພາກພູມໃຈທີ່ໄດ້ໃຫ້ ການຊ່ວຍເຫລືອນັກສຶກສາທີ່ຄວບ ຄຸມທັງ 3 ພາກ ຄື: ພາກເໜືອ, ພາກ ກາງ ແລະ ພາກໃຕ້ ເພື່ອຮັບປະກັນ ວ່າຊາວໜຸ່ມຈາກທົ່ວປະເທດຈະ ສາມາດເຂົ້າເຖິງໂອກາດທາງການ ສຶກສາ ແລະ ມີອະນາຄົດທີ່ດີຂຶ້ນ. ພວກເຮົາຫວັງວ່າການສະໜັບສະ ໜູນໃນຄັ້ງນີ້ ຈະເປັນການເປີດປະຕູ ສູ່ໂອກາດທີ່ດີ ແລະ ສ້າງການປ່ຽນ ແປງໃນທາງບວກໃຫ້ແກ່ຊີວິດຂອງ ເຂົາເຈົ້າ. ໃນໂອກາດນີ້, ຂ້າພະເຈົ້າຂໍສະ ແດງຄວາມຍິນດີຢ່າງຈິງໃຈມາ ຍັງນັກສຶກສາທຸກຄົນທີ່ໄດ້ຮັບທຶນ ການສຶກສາໃນຄັ້ງນີ້. ຍ້ອນຄວາມ ມຸ່ງໝັ້ນ, ຄວາມພະຍາຍາມ ແລະ ຄວາມອົດທົນຂອງທຸກຄົນ ຈຶ່ງເຮັດ ໃຫ້ສາມາດກ້າວເຖິງບາດກ້າວທີ່ ສຳຄັນນີ້ໄດ້. ບໍ່ວ່າໃນອະນາຄົດ ເຂົາເຈົ້າຈະເລືອກເສັ້ນທາງອາຊີບ ໃດກໍຕາມ, ຂ້າພະເຈົ້າຂໍເປັນກຳ ລັງໃຈໃຫ້ນັກສຶກສາທຸກຄົນຈົ່ງເຊື່ອ ໝັ້ນໃນຕົນເອງ, ໝັ່ນຊອກຮູ້ຮ່ຳ ຮຽນ ແລະ ບໍ່ຢຸດທີ່ຈະກ້າວໄປ ຕາມຄວາມຝັນ. ຂ້າພະເຈົ້າເຊື່ອ ວ່ານັກສຶກສາເຫລົ່ານີ້ລ້ວນແຕ່ມີ ທ່າແຮງອັນສຳຄັນ ແລະ ຈະເຕີບ ໃຫຍ່ກາຍເປັນບຸກຄະລາກອນທີ່ມີ ຄຸນນະພາບ, ສາມາດສ້າງປະໂຫຍດ ໃຫ້ແກ່ຊຸມຊົນ ແລະ ຮ່ວມເປັນສ່ວນ ໜຶ່ງໃນການພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງໃນອະນາຄົດ.” ທ່ານ ສິດທິໄຊ ເກດຕະວົງ ຄະ ນະອຳນວຍການບໍລິສັດເບຍລາວ ກ່າວວ່າ: ເມ່ືອບໍລິສັດມີການເຕີບ ໃຫຍ່ຂະຫຍາຍຕົວ, ມີກຳໄລ ແລະ ເຮັດແນວໃດເພ່ືອໃຫ້ກຳໄລຄືນ ແກ່ສັງຄົມ ແລະ ມີຄວາມຍືນຍົງ. ຕະຫລອດ 15 ປີ ທີ່ພວກເຮົາໄດ້ ປະຕິບັດມາ ກໍຄື “ໂຄງການເບຍ ລາວສານຝັນໃຫ້ນ້ອງ” ເປັນອີກ ໂຄງການໜຶ່ງທີ່ສຳຄັນ ເພື່ອເປັນຂົວ ຕໍ່ໃຫ້ນ້ອງໆນັກສຶກສາມີໂອກາດໄດ້ ຮັບເອົາຄວາມຮູ້ອັນໃໝ່ໆ, ໄດ້ຮ່ຳ ຮຽນເອົາສິ່ງໃໝ່ໆ ແລະ ໄລຍະ 15 ປີມານີ້ ທາງໂຄງການໄດ້ມອບທຶນ ການສຶກສາໃນທົ່ວປະເທດ ຈຳນວນ 3.874 ຄົນ, ນັກສຶກສາທີ່ໄດ້ຮັບທຶນ ຈາກບໍລິສັດເບຍລາວ ແລ້ວແຕ່ແມ່ນ ຄົນເກັ່ງ, ມີສີມື, ມີຄວາມຮູ້ຄວາມ ສາມາດ ແລະ ມີຄຸນນະພາບອອກໄປ ຮັບໃຊ້ສັງຄົມ, ອັນນີ້ຢາກໃຫ້ສັງຄົມ ເຫັນວ່າບໍລິສັດເບຍລາວໄດ້ທຸ້ມເທ ແລະ ໄດ້ລົງທຶນຈຳນວນຫລາຍໃນ ຂະແໜງການສຶກສາ. ອີກອັນໜຶ່ງກໍ ເປັນການຊ່ວຍເຫລືອສະໜັບສະໜູນ ທິດທາງນະໂຍບາຍຂອງພັກ-ລັດໃນ ການສ້າງຊັບພະຍາກອນມະນຸດ ໃຫ້ມີສະຕິປັນຍາ, ທັກສະ, ຄວາມ ຮູ້ຄວາມສາມາດ ເພື່ອຊ່ວຍຂັບ ເຄື່ອນເສດຖະກິດ, ຄິດຄົ້ນນະວັດ ຕະກຳໃໝ່ໆ ແລະ ແກ້ໄຂບັນຫາ ຂອງສັງຄົມຢ່າງຍືນຍົງ. ດັ່ງນັ້ນ ບໍລິສັດ ເບຍລາວ ຈຳກັດ ຈຶ່ງຍັງ ຄົງຍຶດໝັ້ນໃນການເປັນສ່ວນໜຶ່ງ ຂອງການພັດທະນາຊັບພະຍາກອນ ມະນຸດ ເພື່ອຮ່ວມສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການຂັບ ເຄື່ອນເສດຖະກິດ-ສັງຄົມລາວ ໃຫ້ ເຕີບໂຕຢ່າງໝັ້ນຄົງ. ໜຶ່ງໃນໂຄງການບູລິມະສິດທີ່ ສະທ້ອນເຖິງຄວາມມຸ່ງໝັ້ນດັ່ງກ່າວ ຄື ໂຄງການ “ເບຍລາວ ສານຝັນໃຫ້ ນ້ອງ” ຊຶ່ງໄດ້ລິເລີ່ມຈັດຕັ້ງປະຕິບັດ ມາຕັ້ງແຕ່ປີ 2010. ໃນປີນີ້, ຖືເປັນ ປີທີ 15 ທີ່ໂຄງການໄດ້ເປັນກຳລັງ ສຳຄັນໃນການສົ່ງເສີມການສຶກສາ ແລະ ພັດທະນາຊັບພະຍາກອນ ມະນຸດຂອງ ສປປ ລາວ ໃຫ້ມີຄວາມ ຮູ້ຄວາມສາມາດ, ທັກສະທີ່ເຂັ້ມ ໄດ້ປະກອບສ່ວນງົບປະມານເຂົ້າ ໃນວຽກງານການສຶກສາມາແລ້ວ ຫລາຍກວ່າ 13 ຕື້ກີບ ຊຶ່ງສາມາດ ສ້າງໂອກາດໃຫ້ແກ່ນັກສຶກສາໄປ ແລ້ວ3.874ຄົນ.ສຳລັບປີ2026ນີ້, ບໍລິສັດໄດ້ສືບຕໍ່ມອບທຶນການສຶກສາ ລວມມູນຄ່າກວ່າ 1,4 ຕື້ກີບ ໃຫ້ແກ່ ນັກສຶກສາຈຳນວນ 150 ຄົນ ທີ່ມີ ຜົນການຮຽນດີເດັ່ນແຕ່ຂາດເຂີນ ທຶນຮອນໃນ 4 ມະຫາວິທະຍາໄລ ແລະ 4 ສະຖາບັນການສຶກສາຫລັກ ທົ່ວປະເທດ ເຊັ່ນ: ມະຫາວິທະຍາໄລ ແຫ່ງຊາດ, ມະຫາວິທະຍາໄລ ສຸພານຸວົງ, ມະຫາວິທະຍາໄລສະ ການສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ. ພ້ອມນີ້, ທ່ານ ນາງເບ ແພງສຸພີ ຮອງຜູ້ອຳນວຍການວິທະຍາໄລ ເຕັກນິກ-ລາວເຢຍລະມັນ ໃຫ້ຮູ້ວ່າ: “ໂຄງການ ເບຍລາວ ສານຝັນໃຫ້ ນ້ອງປີທີ 15” ກໍເປັນອີກໂຄງການ ໜຶ່ງທີ່ສຳຄັນໃນການສົ່ງເສີມໃຫ້ນັກ ສຶກສາໃນຂົງເຂດຕ່າງໆໄດ້ເຂົ້າເຖິງ ທຶນການສຶກສາ ໂດຍສະເພາະແມ່ນ ນັກສຶກສາທີ່ມີຄວາມດຸໝັ່ນ, ຮຽນ ເກັ່ງ, ມີຄວາມຮູ້ຄວາມສາມາດແຕ່ ຍັງຂາດເຂີນທຶນການສຶກສາ. ການ ທີ່ນ້ອງໆໄດ້ຮັບທຶນຄັ້ງນີ້ ເພື່ອເປັນ ການສານຝັນໃຫ້ເຂົາເຈົ້າໃນການ ເຮັດກິດຈະກຳ ຫລື ການຮຽນໃຫ້ ໄປເຖິງຝັນ. ສຳລັບໃນຂົງເຂດອາຊີ ວະສຶກສາພວກເຮົາແລ້ວແມ່ນໄດ້ ຮັບທຶນການສຶກສາປີນີ້ເປັນປີທີ 3 ເຊິ່ງນັກສຶກສາໄດ້ຮັບທຶນໃນປີນີ້ມີ ຈຳນວນ 9 ຄົນ ແລະ ແຕ່ລະຄົນ ລ້ວນເປັນນັກສຶກສາທີ່ມີຄວາມຮູ້ ຄວາມສາມາດ ແລະ ຈະກາຍເປັນ ຊ່າງທີ່ດີໄດ້ໃນອະນາຄົດ. ທຶນການ ສຶກສາກໍເປັນມາດຖານອັນໜຶ່ງທີ່ ເຮັດໃຫ້ນ້ອງໆໄດ້ມີຄວາມບຸກບືນ ຫລາຍຂຶ້ນກວ່ານັກສຶກສາທົ່ວໄປ ເພື່ອຮັກສາທຶນນັ້ນໄວ້ແຕ່ປີທຳອິດ ຈົນຮອດປີສຸດທ້າຍ ແລະ ຫວັງວ່າ ທຶນການສຶກສານີ້ຈະຊ່ວຍຕໍ່ຍອດ ໃຫ້ນ້ອງໆປະສົບຜົນສຳເລັດໄປ ຕາມຝັນ. ທ້າວ ຄຳເສົາ ສີພະເກດ ນັກສຶກ ສາຈາກສະຖາບັນວິຈິດສິນແຫ່ງ ຊາດໃຫ້ຮູ້ວ່າ: ສຳລັບທຶນການສຶກ ສານີ້ບໍ່ພຽງແຕ່ເປັນໂອກາດໃນ ດ້ານການສຶກສາເທົ່ານັ້ນ, ແຕ່ຍັງ ເປັນແຮງພັກດັນໜຶ່ງທີ່ເຮັດໃຫ້ຢາກ ພັດທະນາຕົນເອງໃນດ້ານທັກສະ ແລະ ສີມືຕ່າງໆ ເພື່ອຫວັງວ່າໃນ ອະນາຄົດຈະເປັນສ່ວນໜຶ່ງຂອງ ອົງການເບຍລາວ. ສຳລັບນ້ອງເອງ ທີ່ໄດ້ທຶນການສຶກສາມາຈາກ “ໂຄງ ການເບຍລາວສານຝັນໃຫ້ນ້ອງ” ໃນຄັ້ງນີ້ ແມ່ນໄດ້ເອົາໄປໝູນໃຊ້ໃນ ການຂຽນບົດນິພົນ ແລະ ສາມາດ ແບ່ງເບົາຄ່າໃຊ້ຈ່າຍໄດ້ຫລາຍພໍສົມ ຄວນ. ແນວໃດກໍດີ, ສຳລັບນ້ອງໆ ທ່ານໃດຢາກໄດ້ຮັບທຶນສຶກສາຈາກ ໂຄງການນີ້ ຕ້ອງມີຄວາມຫວັງ, ດຸໝັ່ນຄົ້ນຄວ້າຮ່ຳຮຽນ ແລະ ຕ້ອງ ບຸກບືນໃຫ້ໄດ້ມາ. ແຂງ ແລະ ຍືນຍົງ. ນັບຕັ້ງແຕ່ລິເລີ່ມໂຄງການເປັນ ຕົ້ນມາ, ບໍລິສັດ ເບຍລາວ ຈຳກັດ
RkJQdWJsaXNoZXIy MTc3MTYxMQ==