gsfdko{dkora fmtok a xtgmf]k; ( 25/05/2026 xtmkovq 'dkoxq d7v'c0;'7e,j ;o 8y f8k, dkora fmtokrN o4ko37']j k' 16 j g,n v'mj kc0d ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ໃນວັນທີ 21 ພຶດສະພາ 2026, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການ ປົກຄອງແຂວງຄໍາມ່ວນ ພ້ອມດ້ວຍ ບັນດາພາກສ່ວນຂະແໜງການຂັ້ນ ແຂວງ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງ ຢູ່ເມືອງທ່າແຂກ ໂດຍມີ ທ່ານ ຄໍາ ໜັ້ນ ສໍປະເສີດ ເລຂາຄະນະບໍລິຫານ ງານພັກເມືອງ, ຄະນະກຳມະການ ປົກຄອງເມືອງ ແລະ ຂະແໜງການ ທີ່ກ່ຽວຂ້ອງ ເຂົ້າຮ່ວມຕິດຕາມ. ໃນການເຄື່ອນໄຫວຄັ້ງນີ້, ຄະນະ ດັ່ງກ່າວ ໄດ້ລົງເບິ່ງຈຸດທີ່ມີການ ເຊາະເຈື່ອນຂອງຕາຝັ່ງແມ່ນໍ້າຂອງ ເຂດບ້ານເກົ້າລ້ຽວ; ການກໍ່ສ້າງ ທາງຮ່ອມ-ທາງຊອຍ ໃນເຂດຕາ g9Q k|h kmu j c0;'9exkla d xj vpla fxj kmu j 1b fwfh 7n ol6 j xj kme,t-kf ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 22 ພຶດສະພາ 2026, ຄະນະ ສະເພາະກິດແກ້ໄຂຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ຮ່ວມກັບພະແນກ ການທີ່ກ່ຽວຂ້ອງ ໄດ້ນຳເອົາ “ລິ່ນ ຈຳນວນ 4 ໂຕ ທີ່ຢຶດມາໄດ້ຈາກ ຂະບວນການຄ້າສັດປ່າເຖື່ອນ ໄປ ປ່ອຍຄືນສູ່ປ່າທຳມະຊາດຢູ່ເຂດ ປ່າປ້ອງກັນເຊປຽນ-ເຊນ້ຳນ້ອຍ (ເຂດເຊກະຕຳ ເມືອງປາກຊ່ອງ), ພາຍຫລັງການກວດກາສຸຂະພາບ ເຫັນວ່າສັດທັງໝົດມີຄວາມແຂງ ແຮງ ແລະ ພ້ອມທີ່ຈະດຳລົງຊີວິດ ໃນປ່າໄດ້ຢ່າງປອດໄພ. ການກັກຢຶດສັດດັ່ງກ່າວມີຂຶ້ນໃນ ວັນທີ 16 ພຶດສະພາ 2026 ທີ່ຜ່ານ ມາ, ເມື່ອເຈົ້າໜ້າທີ່ວິຊາສະເພາະ ປະຈຳປ້ອມກວດກາ 44 ເມືອງ ຊະນະສົມບູນ ໄດ້ທຳການກວດຄົ້ນ ລົດເມໂດຍສານ ສາຍອັດຕະປື- ນະຄອນຫລວງວຽງຈັນ ທີ່ມາຈາກ ນະຄອນປາກເຊ. ຜ່ານການກວດ ກາໄດ້ພົບເຫັນສິນຄ້າເກືອດຫ້າມຊຸກ ເຊື່ອງໄວ້ຢູ່ຊັ້ນລຸ່ມ (ບ່ອນເກັບເຄື່ອງ ໃຕ້ທ້ອງລົດເມ) ຢ່າງຜິດກົດໝາຍ ຊຶ່ງປະກອບມີ: ໂຕລິ່ນ 9 ໂຕ ໃນນີ້, ລອດຊີວິດ 4 ໂຕ, ຕາຍ 3 ໂຕ, ສ່ວນ ອີກ 2 ໂຕບໍ່ແຂງແຮງ ແລະ ໄດ້ຕາຍ ໃນເວລາຕໍ່ມາ, ນ້ຳໜັກລວມ 43 ກິໂລ ແລະ ມີຊິ້ນສ່ວນໂຕເໝັ້ນ 2 ແກັດໂຟມ, ນ້ຳໜັກລວມ 36 ກິໂລ. ສຳລັບຊິ້ນສ່ວນສັດປ່າທີ່ບໍ່ມີ ຊີວິດແລ້ວ ຊຶ່ງລວມມີ ໂຕລິ່ນຕາຍ 3 ໂຕ ແລະ ຊິ້ນສ່ວນໂຕເໝັ້ນ 2 ແກັດໂຟມ (36 ກິໂລ), ເຈົ້າໜ້າທີ່ ໄດ້ນຳໄປທຳລາຍຖິ້ມດ້ວຍການ ຈຸດໄຟເຜົາ ຢູ່ທີ່ບໍລິເວນຫລັກ 10 ເມືອງບາຈຽງຈະເລີນສຸກ ແຂວງ ຈຳປາສັກ ເພື່ອປ້ອງກັນການນຳ ໄປເພື່ອຜົນປະໂຫຍດທາງການຄ້າ ແລະ ຄວບຄຸມດ້ານສຸຂະອະນາໄມ. ໂຕລິ່ນ ແລະ ໂຕເໝັ້ນ ແມ່ນ ສັດປ່າຫວງຫ້າມທີ່ໃກ້ຈະສູນພັນ ແລະ ມີຄວາມສຳຄັນຕໍ່ລະບົບນິ ເວດຢ່າງຍິ່ງ. ການເຂັ້ມງວດການ ກວດກາຂອງເຈົ້າໜ້າທີ່ແຂວງຈຳ ປາສັກໃນຄັ້ງນີ້ ສະແດງໃຫ້ເຫັນ ເຖິງຄວາມເດັດຂາດ ໃນການຕ້ານ ການຄ້າສັດປ່າ ແລະ ການອະນຸລັກ ທຳມະຊາດໃຫ້ຍືນຍົງ. za o0tspkpdkooe.-h ]t[q [75 h ,7v' 0= ,6 o0j k;lkodkog'orkd]a f 16 j c0;'g-dv' ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ກົມເຕັກໂນໂລຊີ ຂໍ້ມູນຂ່າວສານການເງິນ, ກະຊວງ ການເງິນ ຮ່ວມກັບພະແນກການ ເງິນ ແຂວງເຊກອງ ຜັນຂະຫຍາຍ ການນຳໃຊ້ລະບົບຄຸ້ມຄອງຂໍ້ມູນ ຂ່າວສານການເງິນພາກລັດ ຫລື ລິຟມິສ (LIFMIS) ແລະ ວຽກງານ ຫັນການຄຸ້ມຄອງການເງິນພາກລັດ ເປັນທັນສະໄໝ ໂດຍມີ ທ່ານ ສຸກັນ ວໍລະປັນໄຊ ຮອງຫົວໜ້າພະແນກ ການເງິນແຂວງເຊກອງ, ມີຕາງໜ້າ ຈາກກົມເຕັກໂນໂລຊີຂໍ້ມູນຂ່າວສານ ກະຊວງການເງິນ, ຫົວໜ້າ-ຮອງ ຫົວໜ້າ ແລະ ພະນັກງານວິຊາການການເງິນ ພະແນກການອ້ອມຂ້າງ ແຂວງ, ອົງການທຽບເທົ່າ ແລະ ເມືອງເຂົ້າຮ່ວມ. ທ່ານສຸກັນວໍລະປັນໄຊກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມສຳຄັນ ຫລາຍ ເພາະເປັນການຜັນຂະຫຍາຍ ບົດຮຽນທີ່ໄດ້ຝຶກອົບຮົມຜ່ານມາ g,n v'sh ;p-kp xtdkflh k'8A ' 5 8kcl' grn j vspa [dko[= ]y dko]a f.sh .dh -y fxt-k-q o ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ເມືອງຫ້ວຍ ຊາຍ ແຂວງບໍ່ແກ້ວ ປະກາດສ້າງ ຕັ້ງ 5 ຕາແສງພ້ອມກັນຢ່າງເປັນ ທາງການ ໃນວັນທີ 21 ພຶດສະພາ 2026 ຈຸດປະສົງ ເພື່ອລວມສູນ ວຽກງານຈາກຂະແໜງການຕ່າງໆ ໃນເມືອງລົງສູ່ທ້ອງຖິ່ນ ໃຫ້ປະຊາ ຊົນເຂົ້າເຖິງການບໍລິການຂອງພັກລັດ ໄດ້ຢ່າງສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທຳ. ພິທີໄດ້ຈັດຂຶ້ນທີ່ຕາແສງປຸ່ງນາ ໜູນ, ໂດຍການເປັນປະທານ ຂອງ ທ່ານ ພົນຈັດຕະວາ ສຸກພະຈັນ ສີລາ ເພັດ ປະທານຄະນະກຳມະການ ປົກຄອງ ແຂວງບໍ່ແກ້ວ, ທ່ານ ຈອມແພງ ວິໄລສານ ເລຂາພັກ ເມືອງຫ້ວຍຊາຍ, ມີບັນດາການນຳ ຂອງແຂວງ, ເມືອງ, 5 ຕາແສງ, ອົງການປົກຄອງບ້ານກວ່າ 70 ບ້ານ ແລະ ປະຊາຊົນເຂົ້າຮ່ວມ. ທ່ານ ນາງ ດາວ ໄຊເສດຖາ ຫົວ ໜ້າຄະນະຈັດຕັ້ງແຂວງໄດ້ຜ່ານ ຂໍ້ຕົກລົງຂອງປະທານຄະນະກໍາ ມະການປົກຄອງແຂວງ ວ່າດ້ວຍ ການອະນຸມັດສ້າງຕັ້ງຕາແສງ, ມີ ຕາແສງ ຫ້ວຍຊາຍ, ຕາແສງນ້ຳ ປຸກ, ຕາແສງນ້ຳຍຸງ, ຕາແສງປຸ່ງ ນາໜູນ ແລະ ຕາແສງທ່າຟ້າຂອງ ເມືອງຫ້ວຍຊາຍ ແລະ ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການ ປົກຄອງເມືອງ ວ່າດ້ວຍການແຕ່ງ ຕັ້ງປະທານ, ຮອງປະທານຄະນະ ກໍາມະການປົກຄອງຕາແສງ ແລະ ມະຕິຕົກລົງຂອງຄະນະປະຈໍາ ພັກເມືອງ ວ່າດ້ວຍການສ້າງຕັ້ງ ອົງຄະນະພັກຕາແສງ, ໂດຍມີ ທ່ານ ແສງຫວາດ ມະໂນຂຸນ ເປັນປະທານ ຕາແສງຫ້ວຍຊາຍ, ທ່ານ ສີວອນ ກິ່ງທະວັນ ເປັນປະທານຕາແສງ ປຸ່ງນາໜູນ, ທ່ານ ສຸວັດ ເພັງພະຈັນ ເປັນປະທານຕາແສງນ້ຳຍຸງ, ທ່ານ ແສງເພັດ ດວງປະເສີດ ເປັນປະທານ ຕາແສງນ້ຳປຸກ ແລະ ທ່ານ ແກ້ວສີ ພອນ ສິລິປັນຍາ ເປັນປະທານຕາ ແສງທ່າຟ້າ. ສໍາລັບ 5 ຕາແສງ ທີ່ຈະໄດ້ຮັບ ການປະກາດສ້າງຕັ້ງຂຶ້ນຢ່າງເປັນ ທາງການ ມີລາຍລະອຽດ ແລະ ຈຸດພິເສດດັ່ງນີ້: ຕາແສງປຸງນາ ໜູນ ຕັ້ງຢູ່ຫ່າງຈາກເທສະບານ ເມືອງ 31 ກິໂລແມັດ, ມີ 18 ບ້ານ ຂຶ້ນກັບ. ປັດຈຸບັນມີພົນລະເມືອງ ທັງໝົດ 18.711 ຄົນ, ຍິງ 9.056 ແສງສີໂຄດ ສະເພາະກໍຄືພາຍໃນ ເທສະບານເມືອງທ່າແຂກ ຊຶ່ງ ປະກອບມີ: ທາງຮ່ອມບ້ານຈອມ ແຈ້ງ-ທ່າແຂກໃຕ້, ບ້ານປາກດົງບ້ານໜອງບົວຄຳ, ເສັ້ນທາງຮ່ອມ ເຂດບ້ານສຸກສະຫວັນ ແລະ ບັນດາ ເສັ້ນທາງຮ່ອມ-ທາງຊອຍອື່ນໆ ທີ່ ຈະສືບຕໍ່ຂະຫຍາຍການກໍ່ສ້າງໃນ ອະນາຄົດຢູ່ບັນດາບ້ານໃນເທສະ ບານເມືອງ, ພ້ອມດຽວກັນ ຍັງໄດ້ ຕິດຕາມ ແລະ ຊຸກຍູ້ວຽກງານ ຂອງ ອົງການປົກຄອງຂັ້ນຕາແສງ ຈໍາ ນວນໜຶ່ງ ຄື: ຕາແສງ ສີໂຄດ ແລະ ຕາແສງນາມ່ວງ. ພ້ອມນີ້, ຄະນະດັ່ງກ່າວ ຍັງໄດ້ ເຄື່ອນໄຫວກວດກາ ໂຄງການການ ກໍ່ສ້າງກັນເຈື່ອນແຄມຝັ່ງແມ່ນໍ້າ ຂອງ ເຂດທ່າເຮືອຂ້າມໄປສູ່ບ້ານ ດອນໂດນ ຊຶ່ງເປັນໂຄງການຂອງ ລັດຖະບານ, ມີຄວາມຍາວ 3 ກິໂລແມັດ, ຮັບເໝົາໂດຍບໍລິສັດ PSL ກໍ່ສ້າງຈໍາກັດຄົບວົງຈອນ, ໄດ້ເລີ່ມດຳເນີນການກໍ່ສ້າງມາ ແຕ່ເດືອນເມສາ 2026 ປັດຈຸບັນ ປະຕິບັດໄດ້ 40% ແລະ ຄາດວ່າ ຈະສໍາເລັດໃນທ້າຍປີ 2027 ແລະ ລົງກວດກາສະພາບການເປ່ເພຂອງ ອາຄານຫ້ອງຮຽນ ຢູ່ໂຮງຮຽນມັດ ທະຍົມ ມ ປາຍທ່າແຂກ ເພື່ອກະ ກຽມດໍາເນີນການບູລະນະ ແລະ ສ້ອມແປງຄືນໃໝ່ ໃຫ້ມີຄວາມ ແໜ້ນໜາ ແລະ ປອດໄພ ສາມາດ ຮັບໃຊ້ການຮຽນ-ການສອນໄດ້ດີ ກວ່າເກົ່າ. ຂ່າວ : ມະນີວັນ ກ່ຽວກັບການນຳໃຊ້ລະບົບຄຸ້ມຄອງ ຂໍ້ມູນຂ່າວການເງິນພາກລັດ ແລະ ວຽກງານຫັນການເງິນພາກລັດ ເປັນທັນສະໄໝ ເພື່ອເຮັດໃຫ້ວິຊາ ການທີ່ເຮັດວຽກການເງິນ ໃນ ແຕ່ລະຂະແໜງການຂັ້ນແຂວງ, ເມືອງ ມີຄວາມຮັບຮູ້, ເຂົ້າໃຈລະ ອຽດຈະແຈ້ງ ແລະ ເລິກເຊິ່ງ ກ່ຽວ ກັບຮູບແບບ, ວິທີການ, ຂັ້ນຕອນ ຕ່າງໆ ໃນການນຳໃຊ້ລະບົບດັ່ງ ກ່າວ, ສາມາດນຳໄປຈັດຕັ້ງປະຕິບັດ ເຂົ້າໃນວຽກງານຕົວຈິງ ຢູ່ພາຍໃນ ກົມກອງຂອງຕົນໄດ້ຢ່າງມີປະສິດ ທິພາບ, ທັງເປັນການປັບປຸງ, ພັດ ທະນາ ແລະ ຍົກລະດັບວຽກງານ ການນຳໃຊ້ງົບປະມານແຫ່ງລັດ ໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ, ໂປ່ງໃສ ສາມາດກວດ ສອບໄດ້ ແລະ ຖືກຕ້ອງຕາມແນວ ທາງຂອງພັກວາງອອກ. ທັງນີ້ ກໍ ເພື່ອແນໃສ່ຫັນການຄຸ້ມຄອງການ ເງິນແຫ່ງລັດ ເປັນທັນສະໄໝ ໂດຍ ສະເພາະ ການນໍາໃຊ້ລະບົບຄຸ້ມຄອງ ຂໍ້ມູນຂ່າວສານການເງິນພາກລັດ ສປປ ລາວ (LIFMIS), ການ ຄຸ້ມຄອງໃບເກັບເງິນແບບເອເລັກ ໂຕຣນິກ E-Tax Invoice, ການ ເກັບຄ່າທຳນຽມ-ຄ່າບໍລິການ FinPass ຢູ່ດ່ານພາສີສາກົນ ແລະ ທຳນຽມ-ຄ່າບໍລິການ ຢູ່ຫົວໜ່ວຍ ງົບປະມານອ້ອມຂ້າງແຂວງ DFiling ເຊິ່ງຜ່ານມາ, ຄະນະຄູຝຶກ ຂັ້ນກະຊວງ ແລະ ຂັ້ນແຂວງ ໄດ້ຜັນ ຂະຫຍາຍຕິດຕາມວຽກງານການ ນໍາໃຊ້ລະບົບຂໍ້ມູນຂ່າວສານການ ເງິນພາກລັດ ລະບົບ (LIFMIS) ໃຫ້ບັນດາຂະແໜງການອ້ອມຂ້າງ ແຂວງ ໄປແລ້ວ 25 ຂະແໜງການ ແລະ ໄດ້ນໍາພາການໃຊ້ລະບົບ LIFMIS ໃນການເອົາຕົວເລກເຂົ້າແຜນ ປີ, ງວດ1 ແລະ ງວດ 2 ຂອງພາກ 60, 61, 62, 63. ຈາກນັ້ນ, ກໍໄດ້ເຜີຍແຜ່ເອກະ ສານທີ່ກ່ຽວຂ້ອງຈຳນວນໜຶ່ງ ຈາກບັນດາກົມ ຂອງກະຊວງການ ເງິນ ແລະ ມີຄຳເຫັນແນະນຳຕື່ມ ກ່ຽວກັບການນຳໃຊ້ລະບົບຄຸ້ມຄອງ ຂໍ້ມູນຂ່າວສານການເງິນພາກລັດ ແລະ ວຽກງານຫັນການຄຸ້ມຄອງ ການເງິນພາກລັດເປັນທັນສະໄໝ, ຍົກໃຫ້ເຫັນຂໍ້ສະດວກໃນການນຳໃຊ້ ລະບົບທີ່ທັນສະໄໝ ເປັນຕົ້ນ: ການ ສະເໜີ, ຢັ້ງຢືນຂໍ້ມູນເອກະສານ, ການຈັດສັນແຜນງວດເປັນຮ່ວງ ລະອຽດ ທີ່ຈະຂໍອະນຸມັດ ແລະ ສັງ ລວມຫາໜ່ວຍງານງົບປະມານ ອະນຸມັດ, ສັງລວມເອກະສານ ທີ່ຈະ ອະນຸມັດ, ການສ້າງໃບຖອນເງິນງົບ ປະມານໃນລະບົບ, ຮູບແບບການ ຊຳລະເງິນໃນແຕ່ລະພາກ, ແນະນຳ ວິທີລົງລາຍເຊັນເອເລັກໂຕຣນິກ, ການເຮັດບົດສະຫລຸບລາຍງານຜົນ ການຈັດຕັ້ງປະຕິບັດລາຍຈ່າຍງົບ ປະມານໃຫ້ມີຄວາມສະດວກດີຂຶ້ນ. ຂ່າວ: ພຸດທະສອນ ຄົນ, 3.335 ຫລັງຄາເຮືອນ; ຕາ ແສງທ່າຟ້າ ຫ່າງຈາກເທສະບານ ເມືອງ 72 ກິໂລແມັດ, ມີ 10 ບ້ານ ຂຶ້ນກັບ, ມີພົນລະເມືອງ 7.257 ຄົນ; ຕາແສງນໍ້າຍຸງ ຫ່າງຈາກເທສະ ບານເມືອງ 4 ກິໂລແມັດ, ມີ 13 ບ້ານຂຶ້ນກັບ, ພົນລະເມືອງທັງໝົດ 14.036 ຄົນ, ຍິງ 6.399 ຄົນ, 2.470 ຫລັງຄາເຮືອນ; ຕາແສງ ຫ້ວຍຊາຍ (ເຂດໃຈກາງເມືອງ) ເປັນສູນກາງທາງດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ, ມີ 18 ບ້ານ, ມີພົນລະເມືອງ 23.910 ຄົນ ແລະ ຕາແສງນໍ້າປຸກ (ເຂດຊານ ເມືອງ) ຕັ້ງຢູ່ຫ່າງຈາກເທສະບານ ເມືອງ 26 ກິໂລແມັດ. ໂອກາດດັ່ງກ່າວ, ທ່ານ ພົນ ຈັດຕະວາ ສຸກພະຈັນ ສີລາເພັດ ໄດ້ ເນັ້ນໜັກໃຫ້ຄະນະກຳມະການຕາ ແສງຊຸດໃໝ່ ເພື່ອນຳໄປຈັດຕັ້ງປະ ຕິບັດ ໂດຍສະເພາະ ການແບ່ງວຽກ ພັກ-ລັດໃຫ້ລະອຽດ, ເພີ່ມທະວີ ຄວາມເຂັ້ມແຂງຂອງວຽກງານ ປກຊ-ປກສ ໃນທ້ອງຖິ່ນ, ເປັນ ເຈົ້າການເຜີຍແຜ່ກົດໝາຍ, ຮັບຟັງ ແລະ ລາຍງານສະພາບການໃຫ້ ຂັ້ນເມືອງຊາບຢ່າງເປັນປົກກະຕິ, ປັບປຸງກົນໄກການບໍລິການລັດຢູ່ ຂັ້ນຕາແສງໃຫ້ມີຄວາມຍຸຕິທຳ ແລະ ວ່ອງໄວ, ເລັ່ງພັດທະນາສິ່ງອຳ ນວຍຄວາມສະດວກ ເພື່ອຊ່ວຍໃຫ້ ປະຊາຊົນຫລຸດພົ້ນອອກຈາກຄວາມ ທຸກຍາກເທື່ອລະກ້າວ. ຂ່າວ: ສາຍສະໝອນ ແກ້ວວິສິດ h y
RkJQdWJsaXNoZXIy MTc3MTYxMQ==