7282

25/05/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ dko]q '3mf ຂປລ. ໂທດແມ່ນມາດຕະການ ບັງຄັບຂອງລັດ ທີ່ກຳນົດໄວ້ໃນ ກົດໝາຍອາຍາ, ນຳໃຊ້ເພື່ອຈຳກັດ ສິດ, ຕັດສິດ ແລະ ຜົນປະໂຫຍດ ຂອງຜູ້ກະທຳຜິດ ຊຶ່ງໃນມາດຕາ 43 ຂອງປະມວນກົດໝາຍອາຍາໄດ້ ກຳນົດວ່າ: ການລົງໂທດບໍ່ພຽງແຕ່ ຈະມີຈຸດປະສົງລົງໂທດຜູ້ກະທຳຜິດ ເທົ່ານັ້ນ ແຕ່ຫາກຍັງມີຈຸດປະສົງ ເພື່ອດັດສ້າງ ແລະ ສຶກສາອົບຮົມ ຜູ້ຖືກລົງໂທດໃຫ້ມີຈິດໃຈບໍລິສຸດຕໍ່ ການອອກແຮງງານ, ໃຫ້ປະຕິບັດ ກົດໝາຍຢ່າງຖືກຕ້ອງ ແລະ ເຄັ່ງ ຄັດ, ໃຫ້ເຄົາລົບລະບຽບການດຳລົງ ຊີວິດຂອງສັງຄົມພ້ອມທັງເປັນການ ປ້ອງກັນບໍ່ໃຫ້ການກະທຳຜິດເທື່ອ ໃໝ່ເກີດຂຶ້ນສຳລັບຜູ້ຖືກຕັດສິນ ລົງໂທດ ແລະ ບຸກຄົນອື່ນອີກດ້ວຍ. ການລົງໂທດບໍ່ມີຈຸດປະສົງຈະ ກໍ່ຄວາມທຸກທໍລະມານແກ່ຮ່າງກາຍ ຫລື ຢຽບຢ່ຳກຽດສັກສີຂອງມະນຸດ. ໃນມາດຕາ 44 ຂອງປະມວນ ກົດໝາຍອາຍາ ໄດ້ກຳນົດປະເພດ ຂອງໂທດປະກອບດ້ວຍ: ໂທດຕົ້ນຕໍ, 7totz6 h cmovq 'dkod;fdk dt-;'xh v'da oxtgmf ll s;Pfok, 1h P,1k, c]t gIa f;Pd16 j [= ]y la f lt8k 3m]t7q , 9eda f ໂທດເພີ່ມ ແລະ ໂທດທາງເລືອກ. ໂທດຕົ້ນຕໍ ມີດັ່ງນີ້: ໂທດຕຳນິ ວິຈານ; ໂທດປັບໃໝ; ໂທດດັດສ້າງ ໂດຍບໍ່ຕັດອິດສະລະພາບ; ໂທດເນ ລະເທດ; ໂທດຕັດອິດສະລະພາບທີ່ມີ ກຳນົດ; ໂທດຕັດອິດສະລະພາບຕະ ຫລອດຊີວິດ; ໂທດປະຫານຊີວິດ. ໂທດເພີ່ມມີດັ່ງນີ້: ໂທດປັບໃໝ ໃນກໍລະນີທີ່ບໍ່ເປັນໂທດຕົ້ນຕໍ; ໂທດ ຮິບຊັບ; ໂທດຮິບວັດຖຸສິ່ງຂອງ; ໂທດປົດສິດເລືອກຕັ້ງ ແລະ ສະໝັກ ຮັບເລືອກຕັ້ງ; ໂທດຈຳກັດທີ່ຢູ່; ໂທດເນລະເທດ ໃນກໍລະນີທີ່ບໍ່ເປັນ ໂທດຕົ້ນຕໍ; ໂທດຟື້ນຟູຄືນ; ໂທດ ຖອນໃບອະນຸຍາດ; ໂທດຫ້າມດຳ ລົງຕຳແໜ່ງ ຫລື ປະກອບອາຊີບ ໃດໜຶ່ງ ຫລື ຖອນຫລຽນ ຫລື ປົດ ນາມມະຍົດ. ສຳລັບການກະທຳຜິດຖານ ໂທ ສານຸໂທດ ສານສາມາດລົງໂທດໜຶ່ງ ຫລື ສອງໂທດເພີ່ມແທນ ໂທດຕົ້ນຕໍ. ໂທດທາງເລືອກມີດັ່ງນີ້: ໂທດອອກ ແຮງງານເພື່ອສາທາລະນະ; ໂທດ ຈຳກັດບໍລິເວນ. ສານ ອາດນຳໃຊ້ ໂທດທາງເລືອກແທນໂທດຕົ້ນຕໍ ຫລື ໂທດເພີ່ມ ຫລື ນຳໃຊ້ແທນທັງສອງ ໂທດນັ້ນກໍໄດ້. ມາດຕາ 45 ໂທດຕຳນິວິຈານ ແມ່ນການຕຳນິວິຈານຜູ້ກະທຳຜິດ ໃນທີ່ປະຊຸມສານ. ໃນກໍລະນີຈຳເປັນ ກໍອາດຈະເອົາຄຳຕັດສິນຂອງສານ ລົງໃນໜ້າໜັງສືພິມ ຫລື ນຳໃຊ້ ວິທີການອື່ນກໍໄດ້. ມາດຕາ 46 ໂທດປັບໃໝ ແມ່ນ ໂທດທາງດ້ານການເງິນ ຊຶ່ງແມ່ນ ສານເປັນຜູ້ວາງຕາມກໍລະນີ ແລະ ຂອບເຂດທີ່ກົດໝາຍກຳນົດໄວ້. ສຳລັບຈຳນວນເງິນທີ່ຈະປັບໃໝນັ້ນ ສານຕ້ອງອີງໃສ່ລະດັບຄວາມເປັນ ອັນຕະລາຍຂອງການກະທຳຜິດ, ສະພາບທາງດ້ານຊັບສິນຂອງຜູ້ ກະທຳຜິດ, ຄ່າຄອງຊີບໃນແຕ່ລະ ໄລຍະ. ເງິນທີ່ໄດ້ຈາກການປັບໃໝ ຕ້ອງມອບເຂົ້າງົບປະມານແຫ່ງ ລັດ. ຄ່າປັບໃໝສາມາດຈ່າຍເທື່ອ ດຽວ ຫລື ຈ່າຍເປັນງວດພາຍໃນ ກຳນົດເວ ລາຕາມຄຳຕັດສິນຂອງ ສານ. ໃນກໍລະນີທີ່ຜູ້ກະທຳຜິດຫາກ ບໍ່ສາມາດເສຍຄ່າປັບໃໝໄດ້ໃນ ເວລານັ້ນ ສານສາມາດປ່ຽນໂທດ ປັບໃໝມາເປັນໂທດອອກແຮງງານ ເພື່ອສາທາລະນະ ຫລື ໂທດດັດ ສ້າງໂດຍບໍ່ຕັດອິດສະລະພາບ. ໃນ ກໍລະນີທີ່ຜູ້ກະທຳຜິດຫາກບໍ່ສາມາດ ເສຍຄ່າປັບໃໝຕາມຄຳຕັດສິນຂອງ ສານ ພາຍຫລັງໄດ້ປະຕິບັດໂທດ ຂປລ. ວັນທີ 21 ພຶດສະພາ 2026 ນີ້, ຄະນະຜູ້ແທນອົງການ ກວດກາ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ນຳໂດຍ ທ່ານ ພົນ ຈັດຕະວາ ຫງວຽນ ວັນ ຊ່ຽນ ຮອງ ຫົວໜ້າອົງການກວດກາ ກະຊວງ ປ້ອງກັນປະເທດ ຫວຽດນາມ ພ້ອມ ດ້ວຍຄະນະໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກຢູ່ ບໍລິສັດ ສະຕາ ໂທ ລະຄົມ (Unitel). ໂດຍໃຫ້ການ ຕ້ອນຮັບໂດຍ ທ່ານ ເຈິ່ນ ຈຸງ ຮຶງ (ຜູ້ອຳນວຍການໃຫຍ່ ບໍລິສັດ ສະ ຕາ ໂທລະຄົມ) ພ້ອມດ້ວຍຄະນະ ນຳ ຊຶ່ງມີທ່ານ ພົນຈັດຕະວາ ແພງ ສີ ເສັງວິໄຊ ຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການບໍລິສັດ ສະຕາ ໂທລະຄົມ ເຂົ້າຮ່ວມ ໃນພິທີ, ທ່ານ ເຈິ່ນ ຈຸງ ຮຶງ ໄດ້ ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຮູ້ສຶກເປັນກຽດຢ່າງຍິ່ງທີ່ ໄດ້ຕ້ອນຮັບ ທ່ານ ພົນຈັດຕະວາ ຫງວຽນ ວັນ ຊ່ຽນ ແລະ ທ່ານ ພົນຈັດຕະວາ ແພງສີ ເສັງວິໄຊ ພ້ອມດ້ວຍຄະນະຜູ້ແທນ ທີ່ໄດ້ ເຂົ້າມາຢ້ຽມຢາມ ແລະ ເຮັດວຽກ ຢູ່ທີ່ ບໍລິສັດ ສະຕາໂທລະຄົມ. ພ້ອມ ທັງລາຍງານໃຫ້ຮູ້ວ່າ: ປະເທດ ລາວເປັນປະເທດທີ່ມີປະຊາກອນ ໜ້ອຍ, ລະບົບພື້ນຖານໂຄງລ່າງໂທ ລະຄົມ ແລະ ລະບົບພື້ນຖານໂຄງ ລ່າງໄຟຟ້າຍັງມີຫລາຍເຂດພື້ນທີ່ ຫຍຸ້ງຍາກສັນຍານໂທລະຄົມ ແລະ ໄຟຟ້າຍັງບໍ່ທັນໄປເຖິງ, ປະຊາກອນ ອາໄສຢູ່ແບບກະແຈກກະຈາຍ, ເນື້ອ ທີ່ກວ້າງຂວາງ, ເຮັດໃຫ້ການລົງທຶນ ຂະຫຍາຍພື້ນຖານໂຄງລ່າງໂທລະ ຄົມພົບພໍ້ຄວາມຫຍຸ້ງຍາກ ບາງເຂດ ພື້ນທີ່ປະຊາກອນອາໄສຢູ່ຈໍານວນ ໜ້ອຍແຕ່ Unitel ກໍຍັງໄດ້ພັດທະນາ ພື້ນຖານໂຄງລ່າງລົງສູ່ຈຸດດັ່ງກ່າວ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຮັບ ໃຊ້ຊ່ວຍເຫລືອສັງຄົມ, ຢູ່ທ້ອງ ຕະຫລາດຂອງລາວ Unitel ຕ້ອງ ພົບກັບການແຂ່ງຂັນຈາກຄູ່ແຂ່ງ ການທີ່ຈະພັດທະນາການເຕີບໂຕ ແມ່ນມີຄວາມຫຍຸ້ງຍາກຫລາຍ. ເຖິງແມ່ນວ່າພົບພໍ້ຄວາມຫຍຸ້ງຍາກ, ແຕ່ Unitel ແມ່ນມີຄວາມໂຊກດີ ກວ່າ ຍ້ອນໄດ້ກຳເນີດມາຈາກສອງ ກອງທັບ ລາວ ແລະ ຫວຽດນາມ ທີ່ມີຄວາມສາມັກຄີຮັກແພງກັນ ຄື ດັ່ງອ້າຍນ້ອງ ແລະ ມີຄວາມຜູກ ພັນສະໜິດແໜ້ນ, ດ້ວຍຄວາມ ສາມັກຄີພາຍໃນບໍລິສັດ, ຄວາມ ເປັນເອກະພາບພາຍໃນຄະນະນໍາ ບໍລິສັດ ໄດ້ຊີ້ນໍາບັນຊາບໍລິສັດດໍາ ເນີນທຸລະກິດປະສົບຜົນເລັດ, Unitel ໄດ້ຮັບການຕີລາຄາສູງຈາກພັກ ແລະ ລັດຖະບານຂອງສອງປະເທດ ລາວ ແລະ ຫວຽດນາມ, ເປັນ ຫົວໜ່ວຍວິສາຫະກິດຕົວແບບຂອງ ການຮ່ວມມືຂອງສອງປະເທດ ລາວ ແລະ ຫວຽດນາມ. ນອກຈາກການໃຫ້ບໍລິການ ທາງດ້ານໂທລະຄົມທີ່ເປັນພື້ນຖານ, Uni tel ມີເປົ້າໝາຍຂະຫຍາຍ ການດຳເນີນທຸລະກິດເພີ່ມອີກໃນ 5 ຂົງເຂດໃໝ່ ເຊັ່ນ: ການກໍ່ສ້າງ ແລະ ດຳເນີນທຸລະກິດແພລດຟອມ ດີຈິຕອນ, ແພລດຟອມດີຈິຕອນ ໃຫ້ລັດຖະບານ, ວິສາຫະກິດ ແລະ ປະຊາຊົນ , ດຳ ເ ນີນທຸລະກິດ ບໍລິການທະນາຄານດີຈິຕອນ, ດຳເນີນທຸລະກິດບໍລິການໂລຈິສ ຕິກ ແລະ ການຄ້າເອເລັກໂຕຣນິກ (E-commerce), ດຳເນີນທຸລະ ກິດກະສິກໍາອັດສະລິຍະ, ດຳເນີນ ທຸລະກິດກໍ່ສ້າງສາງນ້ຳມັນເຊື້ອໄຟ ແລະ ການຈັດຈຳໜ່າຍ. ໂອກາດນີ້, ທ່ານ ພົນຈັດຕະວາ ຫງວຽນ ວັນຊ່ຽນ ໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບຢ່າງ ອົບອຸ່ນ ຂອງຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ພ້ອມດ້ວຍ ຄະນະ. ພ້ອມທັງສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ແລະ ໝາກຜົນແຫ່ງການນໍາພາ-ຊີ້ນຳ ຂອງຄະນະອຳນວຍການບໍລິສັດ ສະຕາໂທລະຄົມ ຕະຫລອດໄລຍະທີ່ ຜ່ານມາ ແລະ ເນັ້ນໃຫ້ສືບຕໍ່ນໍາພາຊີ້ນຳດຳເນີນທຸລະກິດ ໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ, ມີຄວາມ ໂປ່ງໃສ, ສ້າງຄວາມເຊື່ອໝັ້ນໃຫ້ ພັກ-ລັດ ແລະ ໄດ້ຮັບຄວາມນິຍົມ ຈາກສັງຄົມຕະຫລອດໄປ ຕັດອິດສະລະພາບສຳເລັດແລ້ວ ສານ ສາມາດປ່ຽນໂທດປັບໃໝນັ້ນ ມາເປັນໂທດອອກແຮງງານ ເພື່ອ ສາທາລະນະ ຫລື ໂທດດັດສ້າງ ໂດຍບໍ່ຕັດອິດສະລະພາບ. ຫ້າມ ເອົາໂທດປັບໃໝມາເປັນໂທດຕັດ ອິດສະລະພາບ ແລະ ຫ້າມເອົາໂທດ ຕັດອິດສະລະພາບມາເປັນໂທດປັບ ໃໝ ໃນກໍລະນີການກະທຳຜິດທີ່ ກົດໝາຍກຳນົດໂທດຕັດອິດສະລະ ພາບເກີນກວ່າສາມປີຂຶ້ນໄປ. ສຳລັບການກະທຳຜິດກ່ຽວກັບ ເສດຖະກິດ ແລະ ການເງິນ ທີ່ກົດ ໝາຍກຳນົດໂທດຕັດອິດສະລະພາບ ຕ່ຳກວ່າສາມປີລົງມາ ຍົກເວັ້ນການ ກະທຳຜິດທີ່ບໍ່ເຂັດຫລາບ ຫລື ເປັນ ອາຈິນນັ້ນ ສາມາດລົງໂທດປັບໃໝ ເປັນໂທດຕົ້ນຕໍ ແຕ່ຖ້າວ່າຜູ້ກະທຳ ຜິດຫາກບໍ່ສາມາດປະຕິບັດໂທດປັບ ໃໝໄດ້ ສານກໍຈະຕັດສິນລົງໂທດ ຕັດອິດສະລະພາບແທນໂດຍຄິດ ໄລ່ໂທດຕັດອິດສະລະພາບ ໜຶ່ງວັນ ເທົ່າກັບຄ່າແຮງງານຕ່ຳສຸດຕໍ່ວັນ ຂອງຜູ້ອອກແຮງງານ. ມາດຕາ 47 ໂທດດັດສ້າງໂດຍ ບໍ່ຕັດອິດສະລະພາບ ແມ່ນໂທດທີ່ ລົງໃສ່ຜູ້ກະທຳຜິດດ້ວຍການປະໃຫ້ ຜູ້ກ່ຽວສືບຕໍ່ອອກແຮງງານຢູ່ບ່ອນ ເຮັດວຽກເດີມ ຫລື ຢູ່ບ່ອນອື່ນ ໂດຍ ຫັກເອົາແຕ່ຫ້າ ຫາ ຊາວສ່ວນຮ້ອຍ ຂອງຄ່າແຮງງານທັງໝົດຂອງຜູ້ ກະທຳຜິດ ເຂົ້າເປັນລາຍຮັບຂອງ ລັດຕາມຄຳຕັດສິນຂອງສານ. ໂທດ ດັດສ້າງ ໂດຍບໍ່ຕັດອິດສະລະພາບ ທີ່ຈະລົງໃສ່ຜູ້ກະທຳຜິດນັ້ນ ບໍ່ໃຫ້ ເກີນໜຶ່ງປີ. ມາດຕາ 48 ກຳນົດວ່າໂທດເນ ລະເທດແມ່ນໂທດທີ່ສານວາງໃສ່ຜູ້ ກະທຳຜິດທີ່ເປັນຄົນຕ່າງປະເທດໃຫ້ ອອກຈາກດິນແດນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນ ເວລາ ສິບປີຂຶ້ນໄປ. ສານອາດນຳ ໃຊ້ໂທດເນລະເທດເປັນໂທດຕົ້ນຕໍ ຫລື ໂທດເພີ່ມຕາມແຕ່ລະກໍລະນີ. ໂທດເນລະເທດນີ້ ຈະວາງໃສ່ການ ກະທຳຜິດຖານໂທສານຸໂທດ ທີ່ສ້າງ ຄວາມເສຍຫາຍຢ່າງຫລວງຫລາຍ ແລະ ການກະທຳຜິດຖານຄະຣຸ ໂທດ. ມາດຕາ 49 ໂທດຕັດອິດສະລະ ພາບທີ່ມີກຳນົດແມ່ນໂທດຕັດອິດ ສະລະພາບທີ່ມີກຳນົດເວລາແຕ່ສາມ ເດືອນ ຫາ ຊາວປີ ຊຶ່ງຜູ້ຖືກຕັດສິນ ຕ້ອງປະຕິບັດໃນຄ້າຍຄຸມຂັງ. ມາດຕາ 50 ໂທດຕັດອິດສະລະ ພາບຕະຫລອດຊີວິດ ແມ່ນໂທດ ຕັດອິດສະລະພາບໂດຍບໍ່ມີກຳນົດ ເວລາ, ນຳໃຊ້ຕໍ່ບຸກຄົນທີ່ກະທຳຜິດ ຮ້າຍແຮງເປັນພິເສດ ແຕ່ບໍ່ເຖິງຂັ້ນ ລົງໂທດປະຫານຊີວິດ. ຫ້າມລົງ ໂທດຕັດອິດສະລະພາບຕະຫລອດ ຊີວິດໃສ່ຜູ້ກະທຳຜິດທີ່ມີອາຍຸຕ່ຳ ກວ່າສິບແປດປີ ແລະ ຜູ້ຍິງທີ່ຖືພາ ໃນເວລາກະທຳຜິດໂດຍໃຫ້ລົງໂທດ ຕັດອິດສະລະພາບທີ່ມີກຳນົດຊາວປີ. ມາດຕາ 51 ໂທດປະຫານ ຊີວິດແມ່ນມາດຕະການພິເສດຂອງ ການລົງໂທດ ທີ່ລົງໃສ່ຜູ້ກະທຳຜິດ ໃນສະຖານໜັກເປັນພິເສດ ຊຶ່ງໄດ້ ກຳນົດໄວ້ໃນປະມວນກົດໝາຍອາ ຍາສະບັບນີ້ ແລະ ກົດໝາຍສະບັບ ອື່ນທີ່ກຳນົດການກະທຳຜິດທາງ ອາຍາ ແລະ ໂທດ. ການປະຫານຊີ ວິດໃຫ້ປະຕິບັດດ້ວຍການຍິງເປົ້າ. ຫ້າມລົງໂທດປະຫານຊີວິດ ໃສ່ຜູ້ ກະທຳຜິດທີ່ມີອາຍຸຕ່ຳກວ່າ ສິບແປດ ປີ, ຜູ້ຍິງທີ່ຖືພາ, ແມ່ທີ່ລ້ຽງລູກນ້ອຍ ອາຍຸແຕ່ສາມປີລົງມາ, ຜູ້ທີ່ມີອາຍຸ ແຕ່ຫົກສິບປີຂຶ້ນໄປ ແລະ ຜູ້ພິການ ທາງສະໝອງໃນເວລາກະທຳຜິດ ຫລື ໃນເວລາຕັດສິນ ຫລື ໃນເວລາ ປະຕິບັດໂທດໂດຍໃຫ້ລົງໂທດຕັດ ອິດສະລະພາບຕະຫລອດຊີວິດ. ມາດຕາ 52 ໂທດຮິບຊັບ ແມ່ນ ການເອົາຊັບທັງໝົດ ຫລື ສ່ວນ ໃດໜຶ່ງທີ່ເປັນກຳມະສິດຂອງຜູ້ ກະທຳຜິດທີ່ບໍ່ໄດ້ນຳໃຊ້ເຂົ້າໃນການ ກະທຳຜິດ ຫລື ບໍ່ໄດ້ມາຈາກການ ກະທຳຜິດມາເປັນຂອງລັດ ໂດຍບໍ່ມີ ການໃຊ້ແທນ ຊຶ່ງຈະລົງໃສ່ໄດ້ແຕ່ ການກະທຳຜິດທີ່ເປັນອັນຕະລາຍ ຮ້າຍແຮງຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍອາຍາ. ໃນກໍລະນີການ ຮິບຊັບທັງໝົດ ກໍຕ້ອງຍົກເວັ້ນຊັບ ທີ່ຈຳເປັນສຳລັບການດຳລົງຊີວິດ ຂອງຜູ້ກະທຳຜິດ ແລະ ຄອບຄົວ ຂອງຜູ້ກ່ຽວເຊັ່ນ: ເຮືອນຢູ່ປະຈຳ ຂອງຜູ້ຖືກຕັດສິນ ແລະ ຄອບຄົວ, ສັດລ້ຽງສຳລັບບຸກຄົນທີ່ຖືເອົາການ ປູກຝັງ ຫລື ການລ້ຽງສັດເປັນ ອາຊີບ, ວັດຖຸສິ່ງຂອງທີ່ໃຊ້ເປັນ ປະຈຳຂອງຜູ້ຖືກຕັດສິນ ແລະ ຂອງ ບຸກຄົນ ຊຶ່ງຢູ່ພາຍໃຕ້ການດູແລ ລ້ຽງດູຂອງຜູ້ຖືກຕັດສິນ. ໃນກໍລະນີທີ່ໄດ້ຕົກລົງຮິບຊັບ ສ່ວນໃດໜຶ່ງ ສານຕ້ອງກຳນົດຊັບ ທີ່ຈະຖືກຮິບນັ້ນໃຫ້ຈະແຈ້ງ. ຊັບທີ່ ເປັນກຳມະສິດຂອງລັດ ຈະບໍ່ຖືກ ຮິບ ຊຶ່ງຕ້ອງສົ່ງຄືນໃຫ້ແກ່ອົງການ ຈັດຕັ້ງທີ່ກ່ຽວຂ້ອງ. ມາດຕາ 53 ໂທດຮິບວັດຖຸສິ່ງ ຂອງແມ່ນການເອົາວັດຖຸສິ່ງຂອງທີ່ ໃຊ້ໃນການກະທຳຜິດ ຫລື ສຳລັບໃຊ້ ໃນການກະທຳຜິດ ຫລື ໄດ້ມາຈາກ ການກະທຳຜິດ ໂດຍເຈດຕະນາມາ ເປັນຂອງລັດ. ການຮິບວັດຖຸສິ່ງ ຂອງທີ່ພົວພັນກັບການກະທຳຜິດ ນັ້ນ ສາມາດປະຕິບັດໄດ້ຕໍ່ການກະ ທຳຜິດສະຖານໂທສານຸໂທດ ແລະ ຄະຣຸໂທດ. ວັດຖຸສິ່ງຂອງບຸກຄົນ ອື່ນ ທີ່ຮັບໃຊ້ການກະທຳຜິດນັ້ນ ຈະຖືກຮິບເປັນຂອງລັດໄດ້ກໍຕໍ່ເມື່ອ ເຈົ້າຂອງຜູ້ທີ່ໃຫ້ຢືມຫາກບໍ່ມີຄວາມ ບໍລິສຸດໃຈ ຫລື ເມື່ອເຫັນວ່າການຮິບ ວັດຖຸສິ່ງຂອງນັ້ນ ມີຄວາມຈຳເປັນ ເພື່ອປົກປັກຮັກສາສັງຄົມ. ວັດຖຸ ສິ່ງຂອງທີ່ເປັນກຳມະສິດຂອງລັດ ນັ້ນຈະບໍ່ຖືກຮິບ ຊຶ່ງຕ້ອງສົ່ງຄືນໃຫ້ ແກ່ອົງການຈັດຕັ້ງທີ່ກ່ຽວຂ້ອງ.

RkJQdWJsaXNoZXIy MTc3MTYxMQ==