21/05/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d 7;k,gxa o,k c]t gvdt]a d;a fmtotme0v'-q ogzqj kr6 oh vp sq ;ra o gxu f;k'ltcf'ly o7h kg7nj v'xj k0v'fq ' c]t 8ts]kflu 0P; xt9exu 2026 ຂປລ. ເມື່ອມໍ່ໆມານີ້, ທີ່ສວນ ແກ້ວຫລັກເມືອງ ເມືອງຊໍາເໜືອ ແຂວງຫົວພັນ ໄດ້ເປີດງານວາງ ສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫລາດສີຂຽວ ຄັ້ງທີ 1 ປະ ຈໍາປີ 2026 ໂດຍມີທ່ານ ພອນສຸກ ອິນທະວົງ ປະທານຄະນະກຳມະ ການປົກຄອງແຂວງຫົວພັນ, ມີ ບັນດາການນຳແຂວງ, ການນຳ ເມືອງ, ພະແນກການ, ກົມກອງ, ອົງການຈັດຕັ້ງສາກົນ, ກຸ່ມການຜະ ລິດກະສິກຳ, ຫົວໜ່ວຍທຸລະກິດ, ມວນຊົນພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ. ທ່ານ ຄຳແກ້ວ ອຸ່ນອານົງນຸດ ປະທານສະພາການຄ້າ ແລະ ອຸດສາ ຫະກຳແຂວງຫົວພັນກ່າວວ່າ: ການ ຈັດງານຄັ້ງນີ້, ເພື່ອສົ່ງເສີມການນໍາ ໃຊ້ເຄື່ອງປ່າຂອງດົງແບບຍືນຍົງ, ສ້າງໂອກາດໃຫ້ກຸ່ມຜູ້ຜະລິດ ແລະ ຊຸມຊົນໄດ້ນໍາສະເໜີ ແລະ ຈຳໜ່າຍ ສິນຄ້າ, ສົ່ງເສີມການລົງທຶນ ແລະ ການຕະຫລາດສິນຄ້າເຄື່ອງປ່າ ຂອງດົງ ແລະ ສິນຄ້າຜະລິດຕະພັນ ຂປລ. ຊົນເຜົ່າພູນ້ອຍ ແມ່ນ ຊົນເຜົ່າໜຶ່ງທີ່ໄດ້ຕັ້ງຖິ່ນຖານພູມ ລຳເນົາ ແລະ ດຳລົງຊິວິດຢູ່ປະເທດ ລາວມາໄດ້ຫລາຍຮ້ອຍປີ ໂດຍອີງ ໃສ່ບັນດາເອກະສານ ແລະ ຕາມ ການບອກເລົ່າຂອງບັນດາເຈົ້າກົກ ເຈົ້າເຫລົ່າໃຫ້ຮູ້ວ່າ: ຊົນເຜົ່າຜູ້ນ້ອຍມີ ປະຫວັດຄວາມເປັນມາຈາກປະເທດ ມຽນມາ ແລະ ໄດ້ເຄື່ອນຍ້າຍເຂົ້າມາ ລາວຢູ່ເຂດວຽງພູຄາ ໃນຕົ້ນສະຕະ ວັດທີXVI ຮອດສະຕະວັດທີXVIIIXIX ເປັນໄລຍະສົງຄາມສັກດີນາ ຈີນກັບພະມ້າ, ເຂົາເຈົ້າໄດ້ເຄື່ອນ ຍ້າຍໄປຢູ່ດິນແດນແຂວງຜົ້ງສາລີ ໃນປັດຈຸບັນດ້ວຍຫລາຍເສັ້ນທາງ ແລະ ຫລາຍໄລຍະທີ່ແຕກຕ່າງກັນ. -u ;y f{;a fmtotme u y a ( ຄັດຈາກປຶ້ມບັນດາເຜ່ົາໃນ ສປປ ລາວ )ັຶ້ັ່ົ ສຳລັບຊື່ຂອງຊົນເຜົ່ານີ້ມີຫລາຍຊື່ ເອີ້ນດ້ວຍກັນເຊັ່ນ: ຜູ່ນ້ອຍ, ປູນ້ອຍ, ພູນ້ອຍ, ໄທຜົ້ງສາລີ, ສີງສີລີ, ປີຊູ ແລະ ອື່ນໆ. ຊົນເຜົ່າພູນ້ອຍປະກອບ ດ້ວຍຫລາຍແຊງເຊັ່ນ: ພູຍອດ, ຕາປາດ, ບ້ານຕັ້ງ, ຈາຫໍ, ລາວ ແຊງໄຟ, ລາວປານ, ຜົ້ງກູ້ ແລະ ຜົ້ງເສດ ຊຶ່ງແຕ່ລະແຊງນັ້ນຈະມີ ພາສາ ແລະ ຮີດຄອງປະເພນີທີ່ ຄ້າຍຄືກັນ ແລະ ແຕກຕ່າງກັນ ບາງເລັກນ້ອຍໄປຕາມແຕ່ລະທ້ອງ ຖິ່ນ. ໃນເມື່ອກ່ອນສ່ວນຫລາຍ ເຂົາເຈົ້າປະກອບອາຊີບໃນການ ເຮັດກະສິກຳ, ປູກຝັງ-ລ້ຽງສັດ, ສ່ວນການປູກຝັງ-ລ້ຽງສັດ ແມ່ນ ແບບພື້ນ ເ ມືອງທີ່ສືບທອດກັນ ມາແຕ່ປູ່, ຍ່າ ແລະ ຕິດພັນກັບທຳ ມະຊາດ, ແຕ່ເຂົາເຈົ້າເປັນຄົນດຸ ໝັ່ນຂະຫຍັນພຽນ ໂດຍສະເພາະ ແມ່ນແມ່ຍິງມີມູນເຊື້ອໃນການ ຫຍິບປັກຖັກແສ່ວ, ຕໍ່າແຜ່ນແພ ເພື່ອເຮັດເຄ່ືອງນຸ່ງຫົ່ມ ແລະ ຄ້າ ຂາຍ. ແນວໃດກໍດີ, ປັດຈຸບັນຊົນ ເຜົ່າ ພູນ້ອຍ ມີວິຖີຊີວິດການດຳລົງຊີວິດ ປ່ຽນແປງໄປຈາກເດີມ, ມີ ການ ປະກອບອາຊີບທີ່ຫລາກຫລາຍ ໄປຕາມສະພາບຕົວຈິງຂອງແຕ່ລະ ທ້ອງຖິ່ນທີ່ເຂົາເຈົ້າອາໄສຢູ່. ຊົນເຜົ່າພູນ້ອຍ ເຂົາເຈົ້າດຳລົງ ຊີວິດ ແລະ ຕັ້ງບ້ານເຮືອນຢູ່ຕາມ ເປີ້ນພູ ຫລື ຕີນພູ ແລະ ໃກ້ກັບຫ້ວຍ ນ້ຳລຳທານ, ປຸກເຮືອນຮ້ານຕ່ຳ ມີເຊຍ, ຝັງເສົາເຮືອນດ້ວຍໄມ້ທີ່ ແຂງແກ່ນ, ຝາແອ້ມດ້ວຍໄມ້ເຮ້ຍ ຫລື ໄມ້ແປ້ນ, ໃນ ເຮືອນມີການຈັດ ແບ່ງເປັນຫລາຍຫ້ອງຄື: ຫ້ອງນອນ ພໍ່ແມ່, ຫ້ອງລູກຊາຍທີ່ສ້າງຄອບຄົວ ແລ້ວ, ຫ້ອງລູກສາວທີ່ຍັງເປັນໂສດ, ໃກ້ຫ້ອງນອນຂອງພໍ່ແມ່ຈະມີຫ້ອງ ໜຶ່ງຕັ້ງຫິ້ງຜີ ທັງເປັນບ່ອນເຄົາລົບ ບູຊາຂອງສະມາຊິກໃນຄອບຄົວ, ມີ 2 ປະຕູຄື: ປະຕູດ້ານໜ້າໃຊ້ເຂົ້າອອກຕາມປົກກະຕິ ແລະ ອີກປະຕູ ໜຶ່ງເປັນປະຕູສຳຮອງຢູ່ດ້ານຫລັງ ໄວ້ເຮັດພິທີຮຽກຂວັນ, ການບູຊາ ນົບໄຫວ້ຕ່າງໆ ຫລື ໃຊ້ໃນເວລາ ນຳເອົາສົບຄົນຕາຍລົງເຮືອນໄປ ຝັງ ມາເຖິງປັດຈຸບັນລັກສະນະຂອງ ເຮືອນໄດ້ມີການປ່ຽນແປງໄປຕາມ ຍຸກສະໄໝແຫ່ງການພັດທະນາ. ຊົນເຜົ່າພູນ້ອຍມີຮີດຄອງປະເພນີ ຄວາມເຊື່ອຖື ແລະ ວັດທະນະທຳທີ່ ເປັນເອກະລັກສະເພາະຂອງຕົນເອງ ມາແຕ່ບູຮານນະການ, ມີການນັບຖື ສາສະໜາພຸດຄຽງຄູ່ກັບການເຊື່ອຖື ຜີເຊັ່ນ: ຜີພໍ່ແມ່, ຜີບັນພະບູລຸດ, ຜີ ແມ່ນ້ຳລຳທານ ແລະ ອື່ນໆ ຊຶ່ງໃນ ແຕ່ລະເຮືອນຈະມີຫິ້ງຜີ ຊຶ່ງເປັນ ບ່ອນສັກກະລະບູຊາຂອງຄອບຄົວ. ພ້ອມນັ້ນ, ໃນຮອບວຽນປີໜຶ່ງແມ່ນ ໄດ້ປະຕິບັດຕາມປະຕິທິນຂອງລາວ ນັບແຕ່ເດືອນ 1-12 ຈະມີການຈັດ ງານບຸນຕາມແຕ່ລະເດືອນ ພິເສດ ພາຍຫລັງເກັບກ່ຽວຜົນລະປູກແລ້ວ ເຂົາເຈົ້າກໍຈະຈັດງານບຸນຂຶ້ນໃນ ເດືອນນັ້ນ. ນອກຈາກນັ້ນ, ຊົນເຜົ່າ ພູນ້ອຍຍັງມີເຄ່ືອງນຸ່ງຫົ່ມ ແລະ ການເອ້ຢ້ອງປະຈຳເຜົ່າຂອງຕົນ ທັງຜູ້ຊາຍ-ແມ່ຍິງ ໂດຍເຄື່ອງນຸ່ງ ຫົ່ມສ່ວນຫລາຍຈະເປັນສີດຳ ຊຶ່ງ ປະດັບເອ້ດ້ວຍສີສັນລວດລາຍ ຕ່າງໆທີ່ສວຍສົດງົດງາມຈາກສີໄມ້ ລາຍມືອັນຄ່ອງແຄ້ວ ແລະ ປານີດ ຂອງແມ່ຍິງຊົນເຜົ່ານີ້ເອງ ຊຶ່ງຈະ ເຫັນໃນວັນບຸນ ຫລື ພິທີກຳທາງສາ ສະໜາຕ່າງໆ. ປັດຈຸບັນຊົນເຜົ່າພູນ້ອຍ ສ່ວນ ຫລາຍຕັ້ງພູມລຳເນົາຢູ່ແຂວງຜົ້ງ ສາລີ, ຫລວງນ້ຳທາ ແລະ ແຈກ ຢາຍຢູ່ແຂວງອຸດົມໄຊ, ບໍ່ແກ້ວ ແລະ ຫລວງພະບາງ, ມີພາສາປາກເວົ້າ ຈັດຢູ່ໃນໝວດພາສາຈີນ-ຕີເບດ, ສາຂາຕີເບດ-ມຽນມາ ເຂົາເຈົ້າບໍ່ມີ ຕົວໜັງສືຂຽນ. ໂດຍ: ໄອແກ້ວ້ ຕ່າງໆທີ່ເປັນສິນຄ້າໂອດັອບ ທັງເພີ່ມ ໂອກາດໃນການພັດທະນາສິນຄ້າ ໃຫ້ມີມາດຕະຖານ ແລະ ສາມາດ ແຂ່ງຂັນໃນລະດັບສາກົນໄດ້ ພ້ອມ ທັງສົ່ງເສີມ ແລະ ອະນຸລັກປົກປັກ ຮັກສາຊັບພະຍາກອນທຳມະຊາດ ແລະ ປ່າໄມ້ໄວ້ໃຫ້ຍືນຍົງ ຊຶ່ງພາຍ ໃນງານປະກອບມີ5ກິດຈະກໍາ ເຊັ່ນ: ການຈັດສໍາມະນາ ແລະ ສົນທະນາ ກ່ຽວກັບການພັດທະນາຍົກລະດັບ ສິນຄ້າເຄື່ອງປ່າຂອງດົງ, ການສາ ທິດການແປຮູບສິນຄ້າ ແລະ ການ ນໍາໃຊ້ຜະລິດຕະພັນ, ການເຊື່ອມ ຕໍ່ການຄ້າລະຫວ່າງຜູ້ຜະລິດ ແລະ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະຮັບຜິດຊອບທີ່ໄດ້ທຸ່ມ ເທເຫື່ອແຮງ ແລະ ຄວາມສາມາດ ໃນການກະກຽມງານສໍາຄັນນີ້ຂຶ້ນ ມາໄດ້ຢ່າງສົມບູນ ແລະ ງົດງາມ. ພ້ອມທັງສະແດງຄວາມຂອບໃຈຕໍ່ ຜູ້ໃຫ້ທຶນສະໜັບສະໜູນຮ່ວມຈາກ ກະຊວງພັດທະນາເສດຖະກິດ ແລະ ການຮ່ວມມືເຢຍລະມັນ (BMZ) ແລະ ສະຫະພາບເອີຣົບ (EU) ໂດຍຜ່ານໂຄງການປົກປັກຮັກສາ ແລະ ນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນໃນ ສປປ ລາວ (ProFEB). ພ້ອມທັງໄດ້ຍົກໃຫ້ ເຫັນຄວາມອຸດົມສົມບູນທາງດ້ານ ຊັບພະຍາກອນທໍາມະຊາດ ໂດຍ ສະເພາະ “ເຄື່ອງປ່າຂອງດົງ” ຢູ່ ແຂວງຫົວພັນ ທີ່ມີຄວາມຫລາກ ຫລາຍ ໃນນັ້ນ, ມີບຸລິມະສິດເຊັ່ນ: ເຫັດ, ໃບໄຜ່ຊ້າງ, ໜໍ່ໄມ້, ໄມ້ປ່ອງ, ນ້ຳເຜິ້ງ, ຫັດຖະກຳຈັກສານ, ຢາ ສະໝຸນໄພ, ອາຫານພື້ນເມືອງ ແລະ ສິນຄ້າຫັດຖະກໍາຕ່າງໆ ຊຶ່ງເປັນ ຊັບພະຍາກອນທຳມະຊາດ ເປັນ ແຫລ່ງລາຍຮັບສໍາຄັນ ແລະ ເປັນ ຮາກຖານຊີວິດຂອງພີ່ນ້ອງປະຊາ ຊົນໃນແຕ່ທ້ອງຖິ່ນໃນແຕ່ລະບ້ານ, ແຕ່ລະເມືອງຂອງແຂວງຫົວພັນ ໄດ້ ນໍາໃຊ້ເປັນອາຫານການກິນ, ຢາ ປິ່ນປົວພະຍາດ ແລະ ທັງຍັງເປັນ ການສ້າງລາຍຮັບໃຫ້ແກ່ຄອບຄົວ. ການຈັດງານໃນຄັ້ງນີ້ ມີຄວາມສໍາ ຄັນຫລາຍ ເພື່ອເປັນການສົ່ງເສີມ ແລະ ເຜີຍແຜ່ສິນຄ້າເຄື່ອງປ່າຂອງ ດົງຢ່າງກວ້າງຂວາງ ສ້າງໂອກາດ ການຕະຫລາດໃຫ້ແກ່ຜູ້ຜະລິດ ແລະ ກຸ່ມອາຊີບ ຊຸກຍູ້ການຜະລິດແບບ ຍືນຍົງທີ່ສອດຄ່ອງກັບແນວຄິດ “ຕະຫລາດສີຂຽວ ພັດທະນາເສດ ຖະກິດຖານຮາກໃຫ້ເຂັ້ມແຂງ ຊຶ່ງ ການນໍາແຂວງຫົວພັນ ຍາມໃດ ກໍໄດ້ໃຫ້ຄວາມສໍາຄັນຢ່າງສູງຕໍ່ ການບໍລິຫານຈັດການ, ອະນຸລັກ ຊັບພະຍາກອນປ່າໄມ້, ລະບົບນິ ເວດນາໆພັນ ໂດຍເຫັນວ່າການນໍາ ໃຊ້ຢ່າງບໍ່ມີແຜນ ຫລື ການເກັບຜົນ ຜະລິດສິນຄ້າທີ່ເກີນກຳນົດຈະສ້າງ ຜົນກະທົບທາງລົບຕໍ່ລະບົບນິເວດ ແລະ ຄວາມຍືນຍົງໃນອະນາຄົດ. ດັ່ງນັ້ນ, ແຂວງໄດ້ວາງແນວທາງ ຊີ້ນໍາທີ່ຊັດເຈນເຊັ່ນ: ການຈັດການ ປ່າໄມ້ແບບມີສ່ວນຮ່ວມ, ການສ້າງ ກົງໄກການອະນຸລັກ ແລະ ຟື້ນຟູ ຊັບພະຍາກອນ, ການສົ່ງເສີມການ ແປຮູບ ແລະ ເພີ່ມມູນຄ່າສິນຄ້າ, ການສ້າງຕະຫລາດ ແລະ ຊ່ອງ ທາງການຂາຍທີ່ຍືນຍົງ. ພ້ອມກັນນີ້ “ຕະຫລາດສີຂຽວ” ກໍແມ່ນທິດ ທາງສໍາຄັນທີ່ຊ່ວຍຮັກສາສິ່ງແວດ ລ້ອມຫລຸດຜ່ອນການໃຊ້ສານເຄມີ ແລະ ຊຸກຍູ້ການຜະລິດທີ່ປອດໄພຕໍ່ຜູ້ ບໍລິໂພກ. ນອກຈາກນີ້, ຍັງໄດ້ຮຽກ ຮ້ອງໃຫ້ອົງການຈັດຕັ້ງສາກົນ ຈົ່ງ ສືບຕໍ່ໃຫ້ການສະໜັບສະໜູນແຂວງ ຫົວພັນໄປເລື້ອຍໆ ເພື່ອເປັນຄູ່ຮ່ວມ ພັດທະນາ ແລະ ຄູ່ຮ່ວມຍຸດທະສາດ ຮ່ວມກັນຢ່າງໝັ້ນຄົງ ແລະ ໃຫ້ ພະແນກການທີ່ກ່ຽວຂ້ອງ, ຄະນະ ຮັບຜິດຊອບຈົ່ງເກັບກຳຜົນງານ ແລະ ກິດຈະກຳຕ່າງໆໃນງານຄັ້ງນີ້ ເພື່ອນໍາໄປຈັດຕັ້ງປະຕິບັດໃນແຕ່ລະ ເມືອງຂອງແຂວງຫົວພັນ ໃຫ້ຖື ເອົາງານນີ້ ເປັນຈຸດເລີ່ມຕົ້ນໄປສູ່ ກິດຈະກຳແບບນີ້ສູ່ທ້ອງຖິ່ນ. ແນວໃດກໍດີ, ງານວາງສະແດງ ສິນຄ້າເຄື່ອງປ່າຂອງດົງ ແລະ ຕະ ຫລາດສີຂຽວ ຄັ້ງນີ້ເປັນເທື່ອທໍາ ອິດຂອງແຂວງຫົວພັນ ເພື່ອເປັນ ການເປີດໂອກາດໃຫ້ສິນຄ້າເຄື່ອງ ປ່າຂອງດົງ ແລະ ສິນຄ້າໂອດັອບ ທີ່ເປັນທ່າແຮງຂອງແຂວງຫົວພັນ ຈະໄດ້ຮັບຮູ້ເປັນວົງກວ້າງ ແລະ ການຍອມຮັບຫລາຍຂຶ້ນໃນການ ເຊື່ອມໂຍງລະຫວ່າງຜູ້ຜະລິດ-ຜູ້ ຄ້າ-ນັກລົງທຶນ ເພື່ອນໍາໄປສູ່ການ ຂະຫຍາຍຕະຫລາດໃນອະນາຄົດ ເຮັດໃຫ້ປະຊາຊົນ, ຜູ້ຜະລິດໄດ້ຮັບ ຄວາມຮູ້ ແລະ ໄດ້ປະສົບການໃໝ່ ໃນການພັດທະນາຜະລິດຕະພັນໃຫ້ ມີມູນຄ່າເພີ່ມ ເພື່ອສົ່ງເສີມພາບລັກ ອັນດີງາມຂອງແຂວງຫົວພັນ ໃຫ້ ເປັນແຫລ່ງຜະລິດເຄື່ອງປ່າຂອງ ດົງ ແລະ ສິນຄ້າທີ່ເປັນທ່າແຮງຂອງ ແຂວງທີ່ມີຄຸນນະພາບ ແລະ ຄວາມ ຍືນຍົງ. ຜູ້ຊື້, ການສະແດງສິລະປະ-ວັນນະ ຄະດີ ແລະ ການສ້າງຄວາມບັນເທີງ ໃນຍາມຄໍ່າຄືນ, ກິດຈະກຳສົ່ງເສີມ ກິລາ ເຊື່ອມໂຍງກັບການທ່ອງທ່ຽວ ແລະ ອາຫານພື້ນເມືອງ. ງານຄັ້ງນີ້ ມີຮ້ານວາງສະແດງສິນຄ້າທັງໝົດ 70 ກວ່າຮ້ານ ລວມມີທັງບ້ານ ເປົ້າໝາຍຂອງໂຄງການ ແລະ ກຸ່ມ ຜະລິດທົ່ວໄປທີ່ໄດ້ຕົບແຕ່ງຮ້ານ ດ້ວຍຜະລິດຕະພັນໄມ້ໄຜ່ ຊຶ່ງຈະຈັດ ເປັນເວລາ 5 ວັນ ຈົນຮອດວັນທີ 22 ພຶດສະພາ 2026. ງານວາງສະແດງສິນຄ້າເຄື່ອງ ປ່າຂອງດົງ ແລະ ຕະຫລາດສີຂຽວ ແຂວງຫົວພັນ ຄັ້ງນີ້, ນອກຈາກ ການວາງສະແດງ ແລະ ນຳສະເໜີ ສິນຄ້າແລ້ວ ຈຸດເດັ່ນທີ່ສຳຄັນຄື ງານສຳມະນາ ແລະ ສົນທະນາ ກ່ຽວກັບການພັດທະນາ, ຍົກລະ ດັບສິນຄ້າເຄື່ອງປ່າຂອງດົງ ໂດຍ ກຳນົດມີຫລາຍຫົວຂໍ້ເ ປັນຕົ້ນ ການໃຫ້ຄວາມຮູ້ກ່ຽວກັບສິນຄ້າ ເຄື່ອງປ່າຂອງດົງ, ການຍົກລະ ດັບຄຸນນະພາບສິນຄ້າໃຫ້ໄດ້ມາດ ຕະຖານໃຫ້ແກ່ຜູ້ບໍລິໂພກຈາກຜູ້ ຊ່ຽວຊານທີ່ໄດ້ຊະນະເລີດຈາກ ການແຂ່ງຂັນນະວັດຕະກໍາຕ່ອງ ໂສ້ມູນຄ່າເພີ່ມຈາກໂຄງການໂປຣ ເຝີບເຊັ່ນ: ເຫັດກໍ່ແດງ, ການລ້ຽງ ເຜິ້ງໃສ່ສວນກາເຟ, ການນໍາໃຊ້ຊັບ ພະຍາກອນທຳມະຊາດແບບຍືນຍົງ ຈາກບໍລິສັດຢູ່ແຂວງຫົວພັນ; ຫົວຂໍ້ ເສດຖະກິດເອກະລາດເປັນເຈົ້າຕົນ ເອງ; ນະວັດຕະກຳປັນຍາປະດິດ (AI) ຍຸກໃໝ່ ຈາກພາກທຸລະກິດຜູ້ ທີ່ມີປະສົບການຈາກນະຄອນຫລວງ ວຽງຈັນ; ນະໂຍບາຍ ແລະ ຍຸດທະ ຍາດການສົ່ງເສີມການສ້າງມູນ ຄ່າເພີ່ມເຄື່ອງປ່າຂອງດົງ, ການ ມີສ່ວນຮ່ວມຂອງສະມາຄົມໄມ້ ປ່ອງ, ກຸ່ມຜະລິດຕໍ່ກັບນະໂຍບາຍ ແລະ ການບໍລິການຈາກພາກລັດ, ສະມາຄົມ ແລະ ຫົວຂໍ້ຜະລິດຕະພັນ ການບໍລິການຂອງທະນາຄານ ເພື່ອ ເຂົ້າເຖິງສິນເຊື່ອໃນການຂະຫຍາຍ ຕະຫລາດຖານລູກຄ້າໃຫ້ກຸ່ມຜະລິດ ແລະ ຫົວໜ່ວຍທຸລະກິດຂະໜາດ ນ້ອຍ ແລະ ກາງ ໄດ້ເຂົ້າເຖິງບໍລິການ ສິນເຊື່ອທະນາຄານຢ່າງທົ່ວເຖິງ. ພ້ອມນີ້, ທ່ານພອນສຸກອິນທະວົງ
RkJQdWJsaXNoZXIy MTc3MTYxMQ==