7280

08 xtgmf]k; 37ltok c]t [= ]y = dy ko 21/05/2026 ຢູມັນນີ (Umoney) ສ້າງປະກົດການໃໝ່ທີ່ສັ່ນສະເທືອນວົງການການເງິນດີຈິຕອນໃນລາວ ດ້ວຍ ການເປີດຕົວບໍລິການ “ໂອນເງິນຟຣີຄ່າທໍານຽມ ທຸກທະນາຄານ” ເພື່ອສົ່ງເສີມການນຳໃຊ້ລະ ບົບຊຳລະເງິນແບບດີຈິຕອນໃຫ້ກວ້າງຂວາງຂຶ້ນ. ບໍລິການນີ້ ອະນຸຍາດໃຫ້ຜູ້ໃຊ້ງານສາມາດໂອນ ເງິນຈາກກະເປົາ Umoney ໄປຫາບັນຊີທະນາຄານຕ່າງໆ ຜ່ານເຄືອຂ່າຍ LAPnet ດ້ວຍການ ປ້ອນເລກບັນຊີ ແລະ ສະແກນ QR Code ໂດຍບໍຕ້ອງເສຍຄ່າທຳນຽມໃດໆ. ສຳລັບເງື່ອນໄຂ ການຮັບສິດພິເສດ: ລູກຄ້າທີ່ບໍມີການເຄື່ອນໄຫວທຸລະກຳໂອນເງິນ ລະຫວ່າງ ທະນາຄານ (ຈາກ Umoney ໄປທະນາຄານ) ພາຍໃນໄລຍະ 90 ວັນທີ່ຜ່ານມາ, ເມື່ອເຮັດການໂອນເງິນຄັ້ງທຳອິດຜ່ານ LAPnetມູນຄ່າຂັ້ນຕໍາ່ 10.000ກີບຂຶ້ນໄປຈະໄດ້ຮັບ“ບັດສ່ວນຫລຸດຕື່ມເງິນ/ດາຕ້າ”ມູນຄ່າ10.000ກີບ ທັນທີຊຶ່ງບັດສ່ວນຫລຸດດັ່ງກ່າວສາມາດໃຊ້ໄດ້ 1 ຄັ້ງແລະ ມີອາຍຸການໃຊ້ງານ7 ວັນນັບຈາກມື້ທີ່ໄດ້ຮັບ. ນອກຈາກນັ້ນ, Umoney ຍັງໄດ້ນຳໃຊ້ນະໂຍບາຍເກມລຸ້ນໂຊກ ເພື່ອສ້າງຄວາມຜູກພັນກັບລູກຄ້າ. ເມື່ອລູກຄ້າເຮັດທຸລະກຳໂອນເງິນລະຫວ່າງທະນາຄານຜ່ານ LAPnet (ເລກບັນຊີ ຫລື ສະແກນQR)ຫລືໂອນເງິນລະຫວ່າງກະເປົາUmoneyຫາກະເປົາUmoneyມູນຄ່າຂັ້ນຕໍາ່ 10.000ກີບ ຂຶ້ນໄປ, ຈະໄດ້ຮັບສິດຫລິ້ນເກມ “ຂູດລຸ້ນໂຊກ” ເພື່ອຮັບລາງວັນຕ່າງໆເຊັ່ນ: ເງິນສົດ Umoney, ບັດສ່ວນຫລຸດດາຕ້າ ແລະ ບັດສ່ວນຫລຸດເຕີມມູນຄ່າໂທ.ການເປີດຕົວບໍລິການໃນຄັ້ງນີ້ ບໍພຽງແຕ່ເປັນ ການສະແດງເຖິງຄວາມກ້າວໜ້າທາງດ້ານເຕັກໂນໂລຊີຂອງ Umoney ເທົ່ານັ້ນ, ແຕ່ຍັງເປັນການ ຄືນກຳໄລໃຫ້ແກ່ລູກຄ້າ ແລະ ຊຸກຍູ້ໃຫ້ການຫັນເປັນສັງຄົມໄຮ້ເງິນສົດໃນ ສປປ ລາວ ມີຄວາມເຂັ້ມ ແຂງແລະທົ່ວເຖິງຫລາຍຂຶ້ນ. ລູກຄ້າທີ່ສົນໃຈສາມາດສອບຖາມຂໍມູນເພີ່ມເຕີມໄດ້ທີ່ສູນບໍລິການລູກຄ້າ ຫລື ສາຍດ່ວນ 168 ໄດ້ທຸກວັນຕະຫລອດ 24 ຊົ່ວ ໂມງ. ສາມາດດາວໂຫລດແອັບ Umoney ໄດ້ທັງ Android ແລະ IOS #Umoney #YourTransferBuddy #ໂອນເງິນຟຣີທຸກທະນາຄານ ຢູມັນນີ ຍົກລະດັບການບໍລິການຂ້າມຂີດຈຳກັດ ເປີດຕົວແຄມເປ “ໂອນເງິນຟຣີຄ່າທໍານຽມທຸກທະນາ ຄານ”ພ້ອມມອບສິດພິເສດແລະ ກິດຈະກຳລຸ້ນໂຊກ. ເປີດຕົວບໍລິການ ໂອນເງິນຟຣີ ທຸກທະນາຄານ

RkJQdWJsaXNoZXIy MTc3MTYxMQ==