7280

sq ;|h k 78r 8h voIa [m6 f2u ]y [xy o xt9e]k; 21/05/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ອັດຕະປື...ັ ດື . *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ເມື່ອບໍ່ດົນມານີ້, ກົມປິ່ນ ປົວ ແລະ ຟື້ນຟູໜ້າທີ່ການ ກະຊວງ ສາທາລະນະສຸກ ຈັດກອງປະຊຸມ ຮັບຮອງຮ່າງປັບປຸງນະໂຍບາຍ ວ່າດ້ວຍ ການຮັບຮອງຄຸນນະພາບ ຂອງການບໍລິການສຸຂະພາບ (5 ດີ 1 ພໍໃຈ) ຂອງສະຖານທີ່ບໍລິການ ສຸຂະພາບ ໃນ ສປປ ລາວ ຢູ່ເມືອງ ວັງວຽງ ແຂວງວຽງຈັນ ໂດຍການ ສະໜັບສະໜູນທາງດ້ານເຕັກນິກວິຊາການ ແລະ ທຶນຮອນ ຈາກໂຄງ ການສຸຂະພາບ ແລະ ໂພຊະນາການ Lao-Dev 035 (LuxDev). ທ່ານ ດຣ ບຸນເສີດ ແກ້ວປະສິດ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ ໄດ້ກ່າວວ່າ: ການປັບປຸງ ແລະ ຍົກລະດັບມາດຕະຖານການ ສະໜອງບໍລິການຂອງບັນດາໂຮງ ໝໍ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄຸນນະພາບທຽບເທົ່າກັບພາກ ພື້ນ ແມ່ນວຽກງານບຸລິມະສິດຮີບ ດ່ວນຂອງກະຊວງສາທາລະນະສຸກ ຊຶ່ງຖືເປັນວຽກງານໃຈກາງຂອງ ຍຸດທະສາດການປະຕິຮູບສາທາ ລະນະສຸກ ໄລຍະທີ III ແລະ IV. ນະໂຍບາຍ “5 ດີ 1 ພໍໃຈ” ໄດ້ຖືກ ຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2016 ແລະ ກາຍເປັນບ່ອນອີງສຳຄັນໃນ ຂປລ. ໃນວັນທີ 18 ພຶດສະພາ 2026 ນີ້, ທ່ານ ບຸນເຫລືອ ພັນ ດານຸວົງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ທ່ານ ນາງ ອີລີສະ ເບດ ຕັນ ເຕ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຟິລິບປິນ ປະຈໍາ ສປປ ລາວ ຄົນໃໝ່. ໃນໂອກາດດັ່ງກ່າວ, ທ່ານ ບຸນເຫລືອ ພັນດານຸວົງ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ ທ່ານເອກອັກຄະລັດຖະທູດ ທີ່ໄດ້ ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າ ທີ່ວຽກງານການທູດ ຢູ່ ສປປ ລາວ, ເຊື່ອໝັ້ນວ່າດ້ວຍບົດຮຽນ ແລະ ປະ ສົບການອັນອຸດົມສົມບູນຂອງ ທ່ານ ເອກອັກຄະລັດຖະທູດ ຈະສືບຕໍ່ຊຸກຍູ້ ສາຍພົວພັນມິດຕະພາບ ແລະ ການ ພົວພັນ ລະຫວ່າງ 2 ປະເທດ ລາວຟິລິບປິນ ໃຫ້ໄດ້ຮັບການເສີມຂະ ຫຍາຍ ແລະ ມີບາດກ້າວໃໝ່, ຊົມ ເຊີຍຕໍ່ຜົນສໍາເລັດໃນການເປັນເຈົ້າ ພາບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ຂອງຟິລິບປິນ. ພ້ອມນັ້ນ, ທ່ານ ບຸນເຫລືອ ພັນດານຸວົງ ຍັງໄດ້ ແຈ້ງໃຫ້ຊາບພາລະບົດບາດ ຂອງ ຄະນະພົວພັນຕ່າງປະເທດສູນກາງ ພັກ ແລະ ການພົວພັນດ້ານພັກ ຂອງລາວ ກັບພັກການເມືອງຕ່າງ ປະເທດໃນໂລກ ໃນປັດຈຸບັນ. ທ່ານເອກອັກຄະລັດຖະທູດ ໄດ້ ສະແດງຄວາມຂອບໃຈ ເປັນຢ່າງ ສູງ ທີ່ໄດ້ມີໂອກາດເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ທີ່ໄດ້ຮັບ ການເລືອກຕັ້ງເປັນກໍາມະການສູນ ກາງພັກ ໃນກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ ທີ່ຜ່ານມາ, ພ້ອມທັງຢືນຢັນ ແລະ ໃຫ້ຄໍາໝັ້ນສັນຍາຈະເຮັດສຸດ ຄວາມສາມາດຂອງຕົນ ໃນການ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ລະຫວ່າງ ຟິລິບປິນ-ລາວ ໃຫ້ ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມື ລາວ-ຟິລິບປິນ ໃນດ້ານຕ່າງໆ ໂດຍສະເພາະການຮ່ວມມືດ້ານເສດ ຖະກິດ, ການຄ້າ, ການລົງທຶນ, ການສ້າງຊັບພະຍາກອນມະນຸດ, ການທ່ອງທ່ຽວ ແລະ ອື່ນໆ ພ້ອມ ທັງຍິນດີປະສານສົມທົບຢ່າງແໜ້ນ ແຟ້ນ ເພື່ອຮ່ວມກັນຊຸກຍູ້ເສີມຂະ ຫຍາຍສາຍພົວພັນດັ່ງກ່າວໃຫ້ງອກ ງາມຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງ ຊາດ ລາວ-ຟິລິບປິນ, ປະກອບສ່ວນ ເຂົ້າໃນພາລະກິດສັນຕິພາບ, ມິດຕະ ພາບແລະການຮ່ວມມືເພື່ອການພັດ ທະນາໃນພາກພື້ນ ແລະ ໃນໂລກ. Ia [Iv'Ij k'xa [x5 'ot3p[kpdkoIa [Iv' 75 ootrk[0v'dko[= ]y dkol5 0trk[ ແລະຟື້ນຟູປ່າໄມ້ໃຫ້ບັນລຸຕາມແຜນ ການທີ່ກຳນົດໄວ້ ແລະ ເພື່ອສ້າງ ຂະບວນການໃຫ້ຟົດຟື້ນ. ທ່ານ ກົງໃຈ ສີດາວົງ ຫົວໜ້າ ພະແນກກະສິກຳແລະສິ່ງແວດລ້ອມ ແຂວງອັດຕະປື ໄດ້ໃຫ້ສຳພາດໃນ ວັນທີ 19 ພຶດສະພາ 2026 ນີ້ວ່າ: ເພື່ອຊຸກຍູ້ສົ່ງເສີມການຈັດຕັ້ງປະຕິ ບັດກ່ຽວກັບການປູກໄມ້ ແລະ ຟື້ນຟູ ປ່າໄມ້ ໃຫ້ບັນລຸຕາມຕົວເລກ ແຜນ ການປະຈໍາປີ 2026 ແລະ ເພື່ອເຮັດ ໃຫ້ການກະກຽມການປູກໄມ້ ແລະ ຟື້ນຟູປ່າໄມ້ ໃນວັນປູກຕົ້ນໄມ້ແຫ່ງ ຊາດ ວັນທີ 1 ມິຖຸນາ 2026 ທີ່ຈະ ມາເຖິງນີ້ ໃຫ້ເປັນຂະບວນຟົດຟື້ນ ແລະ ປະສົບຜົນສໍາເລັດ, ຕິດພັນກັບ ການປູກຈິດສໍານຶກໃຫ້ພະນັກງານລັດຖະກອນ, ກຳລັງປະກອບອາວຸດ, ເຍົາວະຊົນ, ອະນຸຊົນຮຸ່ນຫລັງ ແລະ ປະຊາຊົນບັນດາເຜົ່າ ເຫັນໄດ້ຄວາມ ໝາຍຄວາມສໍາຄັນຂອງປ່າໄມ້ ຕໍ່ ການດຳລົງຊີວິດ ແລະ ພົວພັນເຖິງ ການປ່ຽນແປງດິນຟ້າອາກາດ, ປັດຈຸບັນພະແນກກະສິກໍາ ແລະ ສິ່ງ ແວດລ້ອມແຂວງອັດຕະປື ໄດ້ກະ ກຽມເບ້ຍໄມ້ຫລາຍກວ່າ 4 ລ້ານ ເບ້ຍ ເພື່ອແຈກຢາຍໃຫ້ແກ່ທຸກພາກ ສ່ວນ, ພ້ອມທັງໄດ້ກຳນົດ 3 ກິດຈະ ກຳຫລັກ ເພື່ອປຸກລະດົມທົ່ວປວງ ຊົນໃຫ້ມີສ່ວນຮ່ວມຢ່າງເປັນຂະ ບວນການຟົດຟື້ນ ໂດຍສະເພາະ ກິດຈະກຳປູກຕົ້ນໄມ້ຮ່ວມກັນໃນ ທົ່ວແຂວງ ສຳລັບປີ 2026 ນີ້, ທົ່ວ ແຂວງອັດຕະປື ມີແຜນສູ້ຊົນປູກໄມ້ ໃຫ້ໄດ້ 630 ເຮັກຕາ ແລະ ຟື້ນຟູປ່າ ໃຫ້ໄດ້ 8.200 ເຮັກຕາ, ປັດຈຸບັນ ສາມາດກຽມເບ້ຍໄມ້ໄດ້ທັງໝົດ 4.231.416 ເບ້ຍ ລວມມີ: ໄມ້ອຸດ ສາຫະກຳ, ໄມ້ກິນໝາກ, ກາເຟ, ແມັກຄາດີເມຍແລະ ອື່ນໆ, ສະເພາະ ກິດຈະກຳປູກຕົ້ນໄມ້ໃນວັນທີ 1 ມິຖຸນາ 2026 ທາງແຂວງໄດ້ກຳ ນົດເອົາບໍລິເວນແຄມທ່ານໍ້າເຊກອງ ບ້ານເຊກອງ ເມືອງສາມັກຄີໄຊ ເປັນຈຸດຈັດພິທີທາງການ ໂດຍຈະ ມີການປູກໄມ້ຢາງ ຈຳນວນ 313 ຕົ້ນ. ນອກຈາກນີ້, ຍັງໄດ້ມອບໝາຍ ໃຫ້ 5 ຕົວເມືອງ ນຳເອົາເບ້ຍໄມ້ໄປ ປູກໃຫ້ເປັນຂະບວນການຢູ່ຕາມ ແຕ່ລະທ້ອງຖິ່ນຂອງຕົນ. ສຳລັບກິດຈະກຳການສ້າງຂະ ບວນການອອກແຮງງານເກັບຂີ້ ເຫຍື້ອໃນຈຸດສຳຄັນຕ່າງໆຂອງເທ ສະບານ ເພື່ອສະເຫລີມສະຫລອງ ວັນສິ່ງແວດລ້ອມໂລກ ແລະ ວັນ ສິ່ງແວດລ້ອມແຫ່ງຊາດພາຍໃຕ້ຄຳ ຂວັນ: “ຮ່ວມກັນຫລຸດຜ່ອນການ ນຳໃຊ້ປາລາສະຕິກ ເພື່ອສິ່ງແວດ ລ້ອມທີ່ສະອາດ ແລະ ສົດໃສ” ແລະ “ຮ່ວມກັນຢຸດທຳລາຍປ່າໄມ້, ຈູດ ປ່າແບບຊະຊາຍ ເພື່ອຟື້ນຟູດິນ, ຕ້ານໄພແຫ້ງແລ້ງ ແລະ ນໍ້າຖ້ວມ”. ທາງພະແນກກະສິກໍາ ແລະ ສິ່ງ ແວດລ້ອມແຂວງ ໄດ້ສົມທົບກັບ ອຳນາດການປົກຄອງທຸກຂັ້ນ ປຸກ ລະດົມພະນັກງານ, ທະຫານ, ຕຳ ຫລວດ ແລະ ປະຊາຊົນ ຮ່ວມກັນ ອອກແຮງງານລວມ ໃນວັນທີ 31 ພຶດສະພາທີ່ຈະມາເຖິງ ເພື່ອອະນາ ໄມ ແລະ ເກັບຂີ້ເຫຍື້ອ ຕາມສຳນັກ ງານ, ຫ້ອງການ, ສະຖານທີ່ສາທາ ລະນະ ແລະ ບ້ານຊ່ອງຕ່າງໆ ໂດຍ ສະເພາະໃນເທສະບານເມືອງສາ ມັກຄີໄຊ ເພື່ອສ້າງຄວາມສະອາດ ຈົບງາມໃຫ້ແກ່ຕົວເມືອງ. ສ່ວນກິດຈະກຳຖາມ-ຕອບ ຄວາມຮູ້ດ້ານສິ່ງແວດລ້ອມ ເພື່ອ ຮັບຂອງຂວັນລາງວັນ, ຂອງຂວັນ ທີ່ລະນຶກ ເນື່ອງໃນວັນປູກຕົ້ນໄມ້ ແລະ ວັນສິ່ງແວດລ້ອມ. ກິດຈະກຳ ນີ້ແມ່ນແນໃສ່ໂຄສະນາເຜີຍແຜ່ ລະບຽບກົດໝາຍ, ປູກຈິດສຳນຶກ ໃຫ້ແກ່ນັກຮຽນ, ນັກສຶກສາ ແລະ ປະຊາຊົນທົ່ວໄປ ໃຫ້ເຂົ້າໃຈເລິກ ເຊິ່ງເຖິງຄວາມສຳຄັນຂອງປ່າໄມ້ ແລະ ສິ່ງແວດລ້ອມ, ຮູ້ຈັກວິທີປົກ ປັກຮັກສາຊັບພະຍາກອນທຳມະ ຊາດແບບມີສ່ວນຮ່ວມ. ໂອກາດນີ້, ທ່ານ ກົງໃຈ ສີດາ ວົງ ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ ປະຊາຊົນ ແລະ ທຸກພາກສ່ວນ ໃນສັງຄົມທົ່ວແຂວງອັດຕະປື ໃຫ້ ຮ່ວມມືກັນ ເນື່ອງຈາກການປູກຕົ້ນ ໄມ້ ແລະ ຮັກສາສິ່ງແວດລ້ອມ ບໍ່ ແມ່ນໜ້າທີ່ຂອງພະແນກກະສິກຳ ແລະ ສິ່ງແວດລ້ອມ ແຕ່ພຽງຜູ້ດຽວ ແຕ່ເປັນການລົງທຶນໄລຍະຍາວ ຂອງໝົດທຸກຄົນ ເພື່ອຊ່ວຍຫລຸດ ຜ່ອນພາວະໂລກຮ້ອນແລະປ້ອງກັນ ໄພພິບັດ, ສິ່ງສຳຄັນແມ່ນຕ້ອງ ເນັ້ນ ຄຸນນະພາບ ບໍ່ແມ່ນພຽງແຕ່ຈຳ ນວນ, ປູກແລ້ວຕ້ອງບົວລະບັດຮັກ ສາໃຫ້ຢູ່ລອດເຕີບໃຫຍ່ ແລະ ຂໍໃຫ້ ທຸກຄົນຫັນປ່ຽນພຶດຕິກຳ ມາສູ່ການ ພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ. ຂ່າວ: ຫັດສະດີ ກິລາ ໄດ້ພັດທະນາທັກສະໃນການ ເປັນຜູ້ນຳ ແລະ ຮຽນຮູ້ເຊິ່ງ ແລະ ກັນ. ເມື່ອຜູ້ຊາຍ ແລະ ແມ່ຍິງ ໄດ້ ຮັບການສະໜັບສະໜູນຢ່າງເທົ່າ ທຽມກັນ ເພື່ອບັນລຸເປົ້າໝາຍດ້ານ ວິຊາສະເພາະຂອງເຂົາເຈົ້າ, ທຸກ ຄົນຈະໄດ້ຮັບຜົນປະໂຫຍດຜ່ານ ການເຮັດວຽກເປັນທີມທີ່ດີຂຶ້ນ, ມີ ໝາກຜົນເພີ່ມຂຶ້ນ ແລະ ມີສະພາບ ແວດລ້ອມການເຮັດວຽກໃນທາງ ບວກຫລາຍຂຶ້ນ. ທ່ານ ຕຸລາວັນ ໜໍ່ເມືອງເສດ ກໍໄດ້ກ່າວວ່າ: ໂຄງການສົ່ງເສີມແມ່ ຍິງໃນການເປັນຜູ້ນຳ ຈະເປັນເສັ້ນ ທາງໃຫ້ແກ່ແມ່ຍິງໃນການເຕີບ ໃຫຍ່ເປັນຜູ້ນຳ ປະກອບສ່ວນເຂົ້າ ໃນສະຖາບັນທີ່ມີຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ແລະ ການມີ ສ່ວນຮ່ວມຫລາຍຂຶ້ນພາຍໃນ ສສກ. ສະຫະພັນແມ່ຍິງ ຍາມໃດກໍໄດ້ເປັນ ກໍາລັງແຮງ ແລະ ເປັນກະບອກ ສຽງ ໃນການປະກອບສ່ວນເຂົ້າໃນ ວຽກງານການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມ ຈະເລີນກ້າວໜ້າ; ສະມາຊິກແມ່ຍິງ ຫລາຍສະຫາຍໄດ້ມີບົດບາດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງທີ່ສໍາຄັນ ໃນຫລາຍຂົງເຂດ ວຽກງານວິຊາສະເພາະ, ເປັນກໍາ ລັງແຮງໃນການປູກຝັງແນວຄິດຄ່ານິຍົມ, ການຮຽນຮູ້, ການພັດທະ ນາຕົນເອງ, ການສົ່ງເສີມຄວາມ ຄິດສ້າງສັນ, ການຖ່າຍທອດຄວາມ ຮູ້ໃຫ້ແກ່ຊັບພະຍາກອນມະນຸດຂອງ ຊາດ; ການສົ່ງເສີມ ແລະ ຮັກສາມູນ ເຊື້ອທາງດ້ານວັດທະນະທໍາ-ຮີດ ຄອງປະເພນີອັນດີງາມຂອງຊາດ ໃຫ້ຄົງຢູ່ຄູ່ຊາດຕະຫລອດມາ. ໂຄງການສົ່ງເສີມແມ່ຍິງໃນ ການເປັນຜູ້ນຳ ຈະໄດ້ຖືກຈັດຕັ້ງປະ ຕິບັດ ເພື່ອສົ່ງເສີມສ້າງຄວາມເຂັ້ມ ແຂງແມ່ຍິງໃນຂົງເຂດການສຶກສາ, ວິທະຍາສາດ ແລະ ກິລາ ລະຫວ່າງ ເດືອນເມສາ 2026 ຫາ ເດືອນ ມັງກອນ 2028 ເປັນຕົ້ນໄປ. 2026 ຢູ່ເມືອງວັງວຽງ, ແຂວງ ວຽງຈັນ ໂດຍການສະໜັບສະໜູນ ທຶນແລະວິຊາການຈາກລັດຖະບານ ການາດາ. ທ່ານ ຄຳພັດ ອ່ອນລາສີ ຮອງ ຫົວໜ້າກົມຄຸ້ມຄອງແຮງງານ, ກະ ຊວງ ຮສສ ໄດ້ມີຄຳເຫັນໂດຍເນັ້ນ ເຖິງຄວາມມຸ່ງໝັ້ນ ແລະ ຄວາມຮັບ ຜິດຊອບຂອງລັດຖະບານ ສປປ ລາວ ໃນການເຊື່ອມໂຍງກັບພາກ ພື້ນ ແລະ ສາກົນ ເພື່ອແກ້ໄຂ ແລະ ລຶບລ້າງບັນຫາແຮງງານເດັກໃຫ້ ໝົດໄປຈາກສັງຄົມລາວຢ່າງຍືນ ຍົງ, ພ້ອມທັງສ້າງໂອກາດໃນການ ເຂົ້າເຖິງການສຶກສາ ແລະ ປັບປຸງ ການປະສານງານໃຫ້ມີປະສິດທິ ຜົນກວ່າເກົ່າ. ໃນກອງປະຊຸມ ນໍາສະເໜີ ແລະ ປຶກສາຫາລືຮ່ວມກັນໃນຫລາຍປະ ເດັນສໍາຄັນ ເປັນຕົ້ນ ການນໍາສະເໜີ ບົດທົບທວນການຈັດຕັ້ງປະຕິບັດ ແຜນງານແຫ່ງຊາດ ໃນໄລຍະຜ່ານ ມາ (2014-2020) ແລະ ຂໍ້ສັງ ເກດຂອງຄະນະກໍາມະການຜູ້ຊ່ຽວ ຊານ ກ່ຽວກັບການນໍາໃຊ້ສົນທິສັນ ຍາ ແລະ ຂໍ້ແນະນໍາ (CEACR) ຂອງອົງການ ILO. ພ້ອມນີ້, ຄະນະ ກໍາມາທິການແຫ່ງຊາດເພື່ອຄວາມ ກ້າວໜ້າຂອງແມ່ຍິງ, ແມ່ແລະ ເດັກ (ຄກມດ) ໄດ້ນໍາສະເໜີຮ່າງແຜນ ດໍາເນີນງານແຫ່ງຊາດ (NPA) ສໍາລັບການປ້ອງກັນ ແລະ ລຶບລ້າງ ການຄ້າມະນຸດຮູບແບບຮ້າຍແຮງ ທີ່ສຸດແກ່ເດັກ 5 ປີ ເທື່ອທີ I I I (2026-2030). ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ “ຮ່າງຍຸດທະສາດແຫ່ງຊາດເພື່ອ ປ້ອງກັນ ແລະ ລຶບລ້າງການນໍາໃຊ້ ແຮງງານເດັກ” ໂດຍເນັ້ນໃສ່ເນື້ອ ໃນບົດວິໄຈໃນແຕ່ລະຂົງເຂດ ເພື່ອ ຮັບປະກັນໃຫ້ຍຸດທະສາດສະບັບ ນີ້ມີຄວາມສົມບູນ, ສອດຄ່ອງກັບ ກົດໝາຍພາຍໃນ, ສົນທິສັນຍາ ສາກົນ (ສະບັບເລກທີ 138 ແລະ 182) ແລະ ສະພາບຄວາມເປັນຈິງ ທີ່ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ ເກີດຜົນເປັນຈິງໄດ້ໃນໄລຍະຍາວ. ກອງປະຊຸມຄັ້ງນີ້, ຖືເປັນຂີດ ໝາຍສໍາຄັນໃນການຮ່ວມມືລະ ຫວ່າງ ພາກລັດຖະບານ, ອົງການ ສາກົນ ແລະ ຜູ້ສະໜັບສະໜູນທຶນ ເພື່ອຮ່ວມກັນສ້າງແຜນຍຸດທະສາດ ທີ່ມີຄວາມຮັດກຸມ, ແນໃສ່ປົກປ້ອງ ເດັກນ້ອຍລາວໃຫ້ພົ້ນຈາກການ ຂູດຮີດແຮງງານ, ພ້ອມທັງສ້າງ ອະນາຄົດທີ່ດີ ແລະ ພັດທະນາຊັບ ພະຍາກອນມະນຸດຂອງຊາດ ໃຫ້ມີ ຄວາມເຂັ້ມແຂງໃນອະນາຄົດ. ຂໍ້ມູນ-ພາບ: ຂ່າວສານ ຮສສ ອາສາສະໝັກຂັ້ນບ້ານ 741 ຄົນ ເປັນຜູ້ຊ່ວຍທີມງານແພດໝໍ ໃນ ການຄົ້ນຫາກຸ່ມເດັກເປົ້າໝາຍ. ສຳ ລັບການບໍລິການຢອດວັກຊິນກັນ ພະຍາດໂປລີໂອ ແມ່ນກຳນົດ ຢູ່ໃນ 11ເມືອງທົ່ວແຂວງໃນກຸ່ມເດັກເປົ້າ ໝາຍ ອາຍຸແຕ່ 0 ມື້ ຫາ 59 ເດືອນ ຊຶ່ງມີເປົ້າໝາຍທັງໝົດ 45.834 ຄົນ, ຜ່ານການປະຕິບັດຕົວຈິງຮອບ ທີ 1 ເລີ່ມແຕ່ວັນທີ 2 ມີນາ 2026 ປະຕິບັດໄດ້ 46.126 ຄົນ, ເທົ່າກັບ 101% ແລະ ຮອບທີ 2 ເລີ່ມແຕ່ ວັນທີ 27 ເມສາ ຫາ 10 ພຶດສະພາ 2026 ປະຕິບັດໄດ້ 47.158 ຄົນ, ເທົ່າກັບ 103%ແລະ ການບໍລິການ ສັກວັກຊິນກັນພະຍາດໝາກແດງ ໃຫຍ່-ໝາກແດງນ້ອຍຢູ່ໃນ3 ເມືອງ ຄື: ເມືອງໂພນໂຮງ, ເມືອງກາສີ, ເມືອງວຽງຄຳ, ໃຫ້ກຸ່ມເປົ້າໝາຍ ເດັກອາຍຸ 9-59 ເດືອນ ຊຶ່ງມີເປົ້າ ໝາຍທັງໝົດ 10.463 ຄົນ, ສາ ມາດປະຕິບັດໄດ້ 10.384 ຄົນ, ເທົ່າກັບ 99%. ທ່ານ ດຣ. ນາງ ວັນເພັງ ພັນທະ ນາໄລ ຫົວໜ້າພະແນກສາທາລະ ນະສຸກແຂວງວຽງຈັນ ໃຫ້ສຳພາດ ໃນວັນທີ 20 ພຶດສະພາ 2026 ນີ້ ວ່າ: ຜົນສຳເລັດດັ່ງກ່າວຍ້ອນການ ນໍາທຸກຂັ້ນໄດ້ເອົາໃຈໃສ່ໃນການນໍາ ພາ-ຊີ້ນຳ ແລະ ເຫັນໄດ້ຄວາມສຳ ຄັນຂອງວຽກງານຂະບວນການ ວັນ ໃຫ້ວັກຊິນກັນພະຍາດດັ່ງກ່າວ; ທຸກຂະແໜງການອ້ອມຂ້າງແຂວງ, ເມືອງ, ຂັ້ນບ້ານ ໄດ້ມີສ່ວມຮ່ວມ ເປັນເຈົ້າການໃນການປຸກລະດົມ ໃຫ້ຄວາມຮູ້ແກ່ຊຸມຊົນຂອງຕົນເອງ ຢ່າງເປັນຂະບວນ; ບັນດາເມືອງ ແມ່ນມີຄວາມກຽມພ້ອມທາງດ້ານ ບຸກຄະລາກອນ, ອຸປະກອນຮັບໃຊ້ ຕ່າງໆ ແລະ ມີຂໍ້ມູນບັນຊີລາຍຊື່ກຸ່ມ ເປົ້າໝາຍຢູ່ໃນແຕ່ລະບ້ານຢ່າງລະ ອຽດ; ທີມງານແພດໝໍທຸກຂັ້ນໄດ້ ເອົາໃຈໃສ່ໃນການລົງເຄື່ອນໄຫວ ໃຫ້ການບໍລິການຢ່າງທົ່ວເຖິງ; ອໍາ ນາດການປົກຄອງທ້ອງຖິ່ນແມ່ນ ໃຫ້ການຮ່ວມມືເປັນຢ່າງດີ ໂດຍສະ ເພາະອາສາສະໝັກຂັ້ນບ້ານໄດ້ ປະກອບສ່ວນໃນການນໍາພາທີມ ງານແພດໝໍລົງຄົ້ນຫາກຸ່ມເດັກ ເປົ້າໝາຍທີ່ພາດໂອກາດຢູ່ໃນແຕ່ ລະຫລັງຄາເຮືອນຂອງແຕ່ລະບ້ານ. ສຳລັບແຜນການໃນຕໍ່ໜ້າຈະ ໄດ້ປະສານສົມທົບກັບອົງການຈັດ ຕັ້ງມະຫາຊົນຕ່າງໆ ເປັນຕົ້ນ ສະຫະ ພັນແມ່ຍິງ, ແນວລາວສ້າງຊາດ, ໂຄ ສະນາອົບຮົມ ຂັ້ນແຂວງ, ຂັ້ນເມືອງ ແລະ ອຳນາດການປົກຄອງທ້ອງ ຖິ່ນຂັ້ນບ້ານ ເພື່ອຂໍການຮ່ວມມື ໃນ ການສະໜັບສະໜູນທາງດ້ານຂໍ້ມູນ ຂ່າວສານ, ຄວາມຮູ້ກ່ຽວກັບວຽກ ງານການໃຫ້ວັກຊິນກັນພະຍາດ ຮອບປົກກະຕິ. ສືບຕໍ່ໃຫ້ການບໍລິ ການສັກຢາກັນພະຍາດຮອບປົກກະ ຕິ ຊຶ່ງສາມາດປ້ອງກັນໄດ້ 10 ພະ ຍາດ. ໃຫ້ການບໍລິການສັກຢາກັນ ພະຍາດ ຢູ່ໃນຈຸດຄົງທີ່ ຂອງໂຮງໝໍ ແຂວງ, ໂຮງໝໍເມືອງ, ສຸກສາລາ ທຸກໆແຫ່ງອາທິດລະ1ຄັ້ງ.ໃຫ້ການ ບໍລິການສັກຢາກັນພະຍາດຮອບ ປົກກະຕິຂອງແຕ່ລະເມືອງຂອງທຸກໆ ເດືອນ ຢູ່ໃນແຕ່ລະບ້ານ ເລີ່ມແຕ່ວັນ ທີ 03-15 ຂອງແຕ່ລະເດືອນ. ທ່ານ ດຣ. ນາງ ວັນເພັງ ພັນທະ ນາໄລ ໃຫ້ຮູ້ອີກວ່າ: ນອກຈາກການ ສັກຢາ ແລະ ຢອດຢາວັກຊິນແລ້ວ ຕໍ່ກັບສະພາບປັດຈຸບັນຈະກ້າວເຂົ້າ ສູ່ລະດູຝົນ ພະແນກສາທາລະນະ ສຸກແຂວງ ໄດ້ມີການສົມທົບກັບບັນ ດາພາກສ່ວນທີ່ກ່ຽວຂ້ອງ ໃນການ ກະກຽມຄວາມພ້ອມປ້ອງກັນເພື່ອບໍ່ ໃຫ້ເກີດພະຍາດລະບາດຢູ່ໃນໄລຍະ ລະດູຝົນ ໂດຍສະເພາະພະຍາດໄຂ້ ຍຸງລາຍ ຊຶ່ງໃນປັດຈຸບັນແມ່ນໄດ້ ຈັດທີມງານລົງໂຄສະນາສຸຂະສຶກ ສາໃຫ້ແກ່ພໍ່ແມ່ປະຊາຊົນເອົາໃຈ ໃສ່ໃນການປ້ອງກັນ ແລະ ທຳລາຍ ແຫລ່ງແຜ່ພັນຍຸງລາຍ ເພື່ອບໍ່ໃຫ້ ເກີດພະຍາດລະບາດດັ່ງກ່າວ. ຝຶກອົບຮົມສົ່ງເສີມ...ຶ ກົ ບົ ມົ່ ງີ ມ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຫາລືຮ່າງຍຸດທະສາດ...ື ຮ່າຸ ດ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ແຂວງວຽງຈັນນ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ການບໍລິການຢູ່ຕາມບ້ານຕ່າງໆ ໃນ ທົ່ວແຂວງ, ໂດຍແມ່ນພະນັກງານ ແພດໝໍທັງ 216 ຄົນ ໃນການລົງ ເຄື່ອນທີ່ຢູ່ຂັ້ນບ້ານ. ນອກນັ້ນຍັງມີ ການປັບປຸງສະຖານທີ່ບໍລິການ, ແຕ່ ເພື່ອໃຫ້ສອດຄ່ອງກັບສະພາບການ ປັດຈຸບັນ, ຈຶ່ງມີຄວາມຈຳເປັນຕ້ອງ ໄດ້ທົບທວນ ແລະ ປັບປຸງຄືນໃໝ່ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ, ມີ ຕົວຊີ້ບອກທີ່ຊັດເຈນ ເພື່ອໃຫ້ສາ ມາດຈັດຕັ້ງປະຕິບັດ ແລະ ກວດກາ ປະເມີນຜົນໄດ້ຢ່າງມີປະສິດທິພາບ ສູງສຸດ. ນອກຈາກການປຶກສາຫາລື ຮ່າງປັບປຸງນະໂຍບາຍ “5 ດີ 1 ພໍໃຈ” ແລ້ວ, ກອງປະຊຸມຍັງໄດ້ຄົ້ນ ຄວ້າເງື່ອນໄຂການຮັບຮອງ “ນາມ ມະຍົດຄຸນນະພາບໂຮງໝໍດອກຈໍາ ປາ” ຊຶ່ງຈະເປັນບ່ອນອີງສໍາຄັນ ໃຫ້ແກ່ໂຮງໝໍແຫ່ງຕ່າງໆ ໃນການ ແຂ່ງຂັນຍົກລະດັບການບໍລິການ ເພື່ອຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງສັງຄົມທີ່ນັບມື້ ເພີ່ມຂຶ້ນ ໂດຍສະເພາະໃນໄລຍະທີ່ ກະຊວງສາທາລະນະສຸກ ກໍາລັງ ຊຸກຍູ້ການຫັນໂຮງໝໍໄປສູ່ການກຸ້ມ ຕົນເອງດ້ານການເງິນ. ຂໍ້ມູນ-ພາບ: ສູນຂ່າວສານການ

RkJQdWJsaXNoZXIy MTc3MTYxMQ==