@ 0j k; c]t gsfdko j 21/05/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ທຳລາຍລະເບີດ...ີ ຝຶກອົບຮົມຂຽນແຜນ...ຶົົ ສປປ ລາວ... ສະຖານທູດ...ູ ກ່ອນໜ້ານີ້ລະເບີດດັ່ງກ່າວ, ໄດ້ ຖືກພົບເຫັນຢູ່ໃນສວນມັນຕົ້ນຂອງ ທ່ານ ຫັດ ຊຶ່ງເປັນເຈົ້າຂອງທີ່ດິນ ແລະ ເປັນປະຊາຊົນຂອງ ບ້ານ ວົງລະຄອນ. ພາຍຫລັງການລົງ ສຳຫລວດເພື່ອພິສູດປະເພດລະເບີດ ແລະ ວາງແຜນການທຳລາຍ, ທີມ ງານ ຄກລ ປະຈໍາແຂວງອັດຕະປື ກໍໄດ້ປະສານສົມທົບກັບອົງການ ປົກຄອງທ້ອງຖິ່ນ ແລະ ແຈ້ງໃຫ້ ປະຊາຊົນຮັບຊາບຕໍ່ແຜນການ ທຳລາຍ. ຜ່ານການປະເມີນທາງດ້ານ ວິຊາການ ແລະ ການຮັບປະກັນ ຄວາມປອດໄພໃຫ້ແກ່ຊຸມຊົນ, ທີມ ງານພາກສະໜາມໄດ້ເຄື່ອນຍ້າຍລະ ເບີດອອກຈາກຈຸດທີ່ພົບເຫັນ ເພື່ອ ນຳໄປທຳລາຍໃນຈຸດທີ່ມີຄວາມ ປອດໄພ ແລະ ຫ່າງອອກຈາກຊຸມ ຊົນປະມານ 1.500 ແມັດ ຊຶ່ງ ການທຳລາຍຄັ້ງນີ້ແມ່ນໄດ້ນຳໃຊ້ ເຕັກນິກການທຳລາຍແບບແຮງຕໍ່າ ແລະ ສຳເລັດລຸລ່ວງໄປດ້ວຍດີຕາມ ເຕັກນິກວິຊາການ. ຂໍ້ມູນ-ພາບ: ຂ່າວສານ ຮສສ ວັນເກີດ ປະທານ ໂຮ່ຈີ່ມິງ ຄົບຮອບ 136 ປີ (19/5/1890-19/5/ 2026) ໃນວັນທີ 19 ພຶດສະພາ 2026 ໂດຍມີ ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມປະຈຳລາວ, ມີສິລະປິນ ແຫ່ງຊາດລາວ, ຜູ້ຕາງໜ້າບັນດາ ອົງການສື່ມວນຊົນລາວ, ຄູ-ອາ ຈານ, ນັກສຶກສາຫວຽດນາມ, ຜູ້ ຕາງໜ້າຊາວຫວຽດນາມ ແລະ ວິສາຫະກິດຫວຽດນາມ ປະຈຳ ລາວ ເຂົ້າຮ່ວມ. ໃນພິທີ ໄດ້ຮັບຊົມການສາຍຮູບ ເງົາສາລະຄະດີກ່ຽວກັບ ປະທານ ໂຮ່ຈີ່ມິງ ເປັນຕົ້ນ ຊີວິດ ແລະ ພາລະ ກິດການເຄື່ອນໄຫວປະຕິວັດ ຂອງ ປະທານ ໂຮ່ຈີ່ມິງ ໃນໄລຍະຜ່ານມາ ແລະ ວາງສະແດງຮູບພາບການ ເຄື່ອນໄຫວວຽກງານດ້ານຕ່າງໆ ຂອງປະທານ ໂຮ່ຈີ່ມິງ, ອ່ານບົດ ກອນ ແລະ ເລົ່າເລື່ອງ ກ່ຽວກັບ ປະທານ ໂຮ່ຈີ່ມິງ (ສະແດງໂດຍ ນ້ອງນັກຮຽນຈາກໂຮງຮຽນສອງ ພາສາ ລາວ-ຫວຽດນາມ ຫງວຽນ ຢູ), ພ້ອມທັງເປີດການສ້າງຕັ້ງຕູ້ ປຶ້ມ ຢູ່ສໍານັກງານອົງການຕົວແທນ ຫວຽດນາມ ປະຈໍາ ລາວ ແລະ ມອບປື້ມກ່ຽວກັບ ປະທານ ໂຮ່ຈີ່ມິງ ໃຫ້ແກ່ຕູ້ປຶ້ມຂອງບັນດາອົງການ ຕົວແທນ ແລະ ຊາວຫວຽດນາມ ຢູ່ລາວ. ໂອກາດນີ້, ທ່ານ ຫງວຽນ ມິງ ເຕີມ ໄດ້ຍົກໃຫ້ເຫັນປະຫວັດແຫ່ງ ການເຄື່ອນໄຫວປະຕິວັດແລະ ແນວ ຄວາມຄິດ, ແບບແຜນວິທີການ ເຮັດວຽກ ຂອງປະທານ ໂຮ່ຈີ່ມິງ ຊຶ່ງປະທານ ໂຮ່ຈີ່ມິງ ບໍ່ພຽງແຕ່ ເປັນຜູ້ນຳພາຕໍ່ສູ້ກູ້ຊາດ ແລະ ການ ປົດປ່ອຍປະເທດຊາດ ເທົ່ານັ້ນ, ແຕ່ ຍັງເປັນຜູ້ທີ່ວາງພື້ນຖານອຸດົມການ ຂອງການກໍ່ສ້າງ, ປົກປ້ອງ ແລະ ພັດທະນາຫວຽດນາມ ໃນຍຸກໃໝ່. ໃນໂອກາດດຽວກັນ, ທ່ານ ດວງມີໄຊ ລີໄກຍາ ສິລະປິນແຫ່ງ ຊາດລາວ ໄດ້ຂຶ້ນແບ່ງປັນຄວາມ ຮູ້ສຶກ ແລະ ຄວາມຮັກແພງຂອງ ປະຊາຊົນລາວ ທີ່ມີຕໍ່ຊີວິດ ແລະ ຄຸນສົມບັດສິນທໍາປະຕິວັດຂອງ ປະທານ ໂຮ່ຈີ່ມິງ ຕື່ມອີກ. ຂ່າວ: ທະນູທອງ; ພາບ: ເກດສະໜາ ພາຍໃຕ້ຄໍາຂວັນ: “ເພີ່ມທະວີ ການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງ: ການຫັນນະໂຍບາຍໃຫ້ເປັນ ຮູບປະທໍາ” ແລະ ເພື່ອເປັນການສະ ເຫລີມສະຫລອງສາຍພົວພັນການ ທູດ ສປປ ລາວ ແລະ ສປ ຈີນ ຄົບ ຮອບ65ປີ, ທ່ານສົມບູນສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງ ການຕ່າງປະເທດ ໃນນາມປະທານ ສະພາບໍລິຫານງານ ສະຖາບັນແມ່ ນໍ້າຂອງ ໄດ້ນໍາພາຄະນະຜູ້ແທນ ຈາກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຜູ້ອຳ ນວຍການໃຫຍ່ ແລະ ກອງເລຂາ ປະສານງານ ສະຖາບັນແມ່ນໍ້າຂອງ ທີ່ມີສໍານັກງານຕັ້ງຢູ່ຂອນແກ່ນ, ປະເທດໄທ ຮ່ວມເດີນທາງໄປຢ້ຽມ ຢາມ ແລະ ພົບປະເຮັດວຽກກັບຄູ່ ຮ່ວມຕໍາແໜ່ງຂອງ ສປ ຈີນ ໃນ ລະຫວ່າງວັນທີ 11-15 ພຶດສະພາ 2026 ທີ່ນະຄອນຫລວງປັກກິ່ງ ແລະ ນະຄອນຄຸນໝິງ ສປ ຈີນ. ຈຸດປະສົງຂອງການຢ້ຽມຢາມ ຄັ້ງນີ້, ເພື່ອເພີ່ມທະວີການຮ່ວມມື ລະຫວ່າງສະມາຊິກສະພາບໍລິຫານ ງານສະຖາບັນແມ່ນໍ້າຂອງ ໂດຍສະ ເພາະສປປລາວແລະສປຈີນລວມ ທັງພາກສ່ວນກ່ຽວຂ້ອງຕ່າງໆ ທີ່ສໍາຄັນ ຂອງ ສປ ຈີນ ເພື່ອຮ່ວມ ກັນສືບຕໍ່ຊຸກຍູ້ຜັນຂະຫຍາຍການ ຈັດຕັ້ງປະຕິບັດບັນດາແຜນວຽກ ແລະ ໂຄງການຕ່າງໆທີ່ນອນຢູ່ໃນ ແຜນຍຸດທະສາດ 5 ປີ ຂອງ ສະຖາ ບັນແມ່ນໍ້າຂອງ ສະບັບໃໝ່ (ປີ 2026-2030) ຢ່າງມີປະສິດທິຜົນ ແລະ ເປັນຮູບປະທໍາເທື່ອລະກ້າວ. ການເຄື່ອນໄຫວຄັ້ງນີ້, ທ່ານ ສົມບູນ ສີຫານາດ ໃນນາມປະທານ ສະພາບໍລິຫານງານ ສະຖາບັນແມ່ ນໍ້າຂອງ ພ້ອມຄະນະ ໄດ້ເຂົ້າຢ້ຽມ ຂໍ່ານັບ ທ່ານ Xu Hao ຮອງເຈົ້າ ແຂວງຢຸນນານ ໃນນາມສະມາຊິກ ສະພາບໍລິຫານງານ ສະຖາບັນແມ່ ນໍ້າຂອງ ຂອງ ສປ ຈີນ; ທັງສອງ ຝ່າຍໄດ້ຮ່ວມກັນທົບທວນຄືນໝາກ ຜົນຂອງການຮ່ວມມື ພາຍໃຕ້ແຜນ ວຽກບຸລິມະສິດ ຂອງສະຖາບັນແມ່ ນໍ້າຂອງ ແລະ ລົງເລິກປຶກສາຫາລື ກ່ຽວກັບທິດທາງການຈັດຕັ້ງຜັນ ຂະຫຍາຍແຜນຍຸດທະສາດ 5 ປີ ຂອງ ສະຖາບັນແມ່ນໍ້າຂອງ ໃຫ້ປະ ກົດຜົນເປັນຈິງ ໂດຍສະເພາະການ ເພີ່ມທະວີການຮ່ວມມືໃນຂົງເຂດ ການເຊື່ອມຈອດ, ການຄ້າ-ການ ລົງທຶນ, ການທ່ອງທ່ຽວ, ການພັດ ທະນາຊັບພະຍາກອນມະນຸດ, ການ ປົກປັກຮັກສາສິ່ງແວດລ້ອມ, ການ ຜະລິດຢາພື້ນເມືອງ, ການພັດທະນາ ຊົນນະບົດ ແລະ ຫລຸດຜ່ອນຄວາມ ທຸກຍາກ ເພື່ອນໍາເອົາຜົນປະໂຫຍດ ມາສູ່ປະຊາຊົນ ໃນອະນຸພາກພື້ນ ແມ່ນໍ້າຂອງໃນອະນາຄົດ. ນອກຈາກນີ້, ຍັງໄດ້ພົບປະກັບ ກົມອາຊີ, ກະຊວງການຕ່າງປະ ເທດ ສປ ຈີນ ໃນນາມສະມາຊິກ ຄະນະປະຈໍາ ສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ເພື່ອປຶກສາ ຫາລື ກ່ຽວກັບນະໂຍບາຍການຮັດ ແໜ້ນການຮ່ວມມື ລະຫວ່າງບັນດາ ປະເທດສະມາຊິກດ້ວຍກັນ, ການ ເພີ່ມທະວີການຮ່ວມມື ແລະ ສະໜັບ ສະໜູນເຊິ່ງກັນ ແລະ ກັນ ຂອງບັນ ດາຄູ່ຮ່ວມພັດທະນາຕ່າງໆ ໂດຍ ສອດຄ່ອງກັບບັນດາກົນໄກການ ຮ່ວມມືທີ່ມີຢູ່ແລ້ວໃນອະນຸພາກ ພື້ນເຊັ່ນ: ຂອບການຮ່ວມມືແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ, ຂອບການ ຮ່ວມມືອາຊຽນ-ຈີນ ແລະ ຂອບ ການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງ. ພ້ອມກັນນັ້ນ, ຄະນະດັ່ງກ່າວ, ຍັງ ໄດ້ສືບຕໍ່ພົບປະປຶກສາຫາລືກ່ຽວກັບ ບັນດາແຜນວຽກ ແລະ ໂຄງການ ທີ່ຈັດຕັ້ງປະຕິບັດຮ່ວມກັນໃນປັດຈຸ ບັນ ແລະ ອະນາຄົດ ຮ່ວມກັບບັນດາ ອົງການຈັດຕັ້ງສາກົນທີ່ສໍາຄັນ ຂອງ ສປ ຈີນ ທີ່ມີສໍານັກງານໃຫຍ່ ຕັ້ງຢູ່ ນະຄອນຫລວງປັກກິ່ງ ເຊັ່ນ: ທະນາຄານເພື່ອການລົງທຶນພື້ນ ຖານໂຄງລ່າງອາຊີ ແລະ ອົງການ ຮ່ວມມືເພື່ອການພັດທະນາສາກົນ ແຫ່ງຊາດຈີນ. ພ້ອມນີ້, ຄະນະດັ່ງ ກ່າວໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ສະຖານທີ່ສໍາຄັນອື່ນໆຂອງແຂວງ ຢຸນນານເຊັ່ນ:ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ (ຊຶ່ງມີສະຖາບັນພັດທະນາວິທະ ຍາສາດ ແລະ ເຕັກໂນໂລຊີ ແຂວງ ຢຸນນານ ເປັນໜ່ວຍງານປະສານ ງານຂອງຝ່າຍຈີນ ກ່ຽວກັບການ ຮ່ວມມືຮອບດ້ານກັບສະຖາບັນແມ່ ນໍ້າຂອງ), ມະຫາວິທະຍາໄລປ່າໄມ້ ພາກຕາເວັນຕົກສ່ຽງໃຕ້ ແລະ ບໍລິ ສັດຕາຂ່າຍໄຟຟ້າພາກໃຕ້ຈີນ ແມ່ ນ້ຳຂອງ-ລ້ານຊ້າງ ສາກົນ ຈຳກັດ. ການເຄື່ອນໄຫວຢ້ຽມຢາມ ສປ ຈີນ ໃນຄັ້ງນີ້, ໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນ ແລະ ດໍາເນີນໄປບົນພື້ນ ຖານໄມຕີຈິດມິດຕະພາບ ແລະ ສາ ມາດບັນລຸຕາມຈຸດປະສົງເປົ້າໝາຍ ທີ່ວາງໄວ້ ໃນໄລຍະການເປັນປະ ທານໝູນວຽນ ຂອງ ສປປ ລາວ ໃນ ສະພາບໍລິຫານງານສະຖາບັນແມ່ນໍ້າ ຂອງປະຈໍາປີ 2025-2027 ໃຫ້ໄດ້ ຮັບຜົນສໍາເລັດຢ່າງເປັນຮູບປະທໍາ. ສືບຕໍ່ຍູ້ແຮງ...ືໍູ່້ (ODA) ຈຳເປັນຕ້ອງດຳເນີນໄປ ຢ່າງມີປະສິດທິຜົນ, ໂປ່ງໃສ ແລະ ສອດຄ່ອງກັບນະໂຍບາຍປະຢັດມັດ ທະຍັດ ຕ້ານການຟູມເຟືອຍ. ດັ່ງ ນັ້ນ, ຫ້ອງການສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຈຶ່ງໄດ້ຮ່ວມ ມືກັບພາກສ່ວນກ່ຽວຂ້ອງ ໂດຍໄດ້ ເຊີນວິທະຍາກອນຊ່ຽວຊານຈາກ ກະຊວງການເງິນ ມາຖ່າຍທອດ ຄວາມຮູ້ ໃນຫົວຂໍ້ “ການຂຽນແຜນ ສະເໜີໂຄງການທີ່ນຳໃຊ້ງົບປະ ມານຂອງລັດ” ເພື່ອເສີມສ້າງຄວາມ ຮູ້, ຄວາມເຂົ້າໃຈ ແລະ ຍົກລະດັບ ຂີດຄວາມສາມາດໃຫ້ແກ່ພະນັກ ງານ-ລັດຖະກອນ ໃນການສ້າງ ແລະ ບໍລິຫານແຜນງານ-ໂຄງການ ຢ່າງຖືກຕ້ອງຕາມຫລັກການ ຊຶ່ງ ສຳມະນາກອນໄດ້ຮຽນຮູ້ທັງພາກ ທິດສະດີ ແລະ ພາກປະຕິບັດຕົວຈິງ ໂດຍເນັ້ນການຝຶກຂຽນແຜນສະເໜີ ໂຄງການຕົວຈິງ. ຊຸດອົບຮົມໃນຄັ້ງນີ້, ໄດ້ເຜີຍແຜ່, ເຊື່ອມຊຶມນິຕິກຳ, ກົດໝາຍ ແລະ ຂໍ້ຕົກລົງທີ່ສຳຄັນກ່ຽວກັບການປະ ຢັດ ແລະ ຕ້ານການຟູມເຟືອຍ, ສ້າງ ຄວາມເຂົ້າໃຈດ້ານການສ້າງ ແລະ ປະເມີນແຜນງົບປະມານແຫ່ງລັດ, ລະບຽບການປະກອບເອກະສານ ລາຍຈ່າຍ ແລະ ການຖອນງົບປະ ມານຜ່ານລະບົບຄັງເງິນໃຫ້ມີ ຄວາມຖືກຕ້ອງ, ວ່ອງໄວ ແລະ ໂປ່ງ ໃສ. ນອກຈາກນັ້ນ, ການຝຶກອົບຮົມ ຍັງໄດ້ເນັ້ນໃສ່ການຍົກລະດັບທັກ ສະໃນການສ້າງແລະຄຸ້ມຄອງແຜນ ພັດທະນາເສດຖະກິດ-ສັງຄົມ, ການຮ່າງ ແລະ ຂຽນບົດສະເໜີ ໂຄງການ (Project Proposal) ໃຫ້ຖືກຕ້ອງຕາມຫລັກການ ແລະ ເງື່ອນໄຂການປະເມີນຂອງລັດ. ພ້ອມນີ້, ຍັງເປັນເວທີໃຫ້ພະນັກງານ ຮຸ່ນສືບທອດໄດ້ແລກປ່ຽນບົດຮຽນ, ປຶກສາຫາລື ແລະ ແກ້ໄຂອຸປະສັກ ໃນການປະສານວຽກງານແຜນ ການ-ການເງິນ ຮ່ວມກັບວິທະຍາ ກອນຊ່ຽວຊານໂດຍກົງ. ທັງນີ້, ກໍ ເພື່ອເຮັດໃຫ້ສຳມະນາກອນສາມາດ ນຳເອົາຄວາມຮູ້ ແລະ ທັກສະທີ່ໄດ້ ຮຽນຮູ້ ໄປຜັນຂະຫຍາຍ ແລະ ປັບ ໃຊ້ໃນການຂຽນແຜນສະເໜີໂຄງ ການຂອງຂະແໜງການຕົນ ໃຫ້ມີ ຄຸນນະພາບ, ຜ່ານການປະເມີນແລະ ໄດ້ຮັບການອະນຸມັດງົບປະມານ ຢ່າງມີປະສິດທິຜົນ. ຂໍ້ມູນ-ພາບ: ສື່ມວນຊົນໜຸ່ມລາວ ນະວັດຕະກໍາ ໃຫ້ມີການຂະຫຍາຍ ຕົວແບບກ້າວກະໂດດ;ສົົ່ງເສີມແລະ ນໍາໃຊ້ໂທລະຄົມມະນາຄົມ, ເຕັກໂນ ໂລຊີການສື່ສານຂໍ້ມູນຂ່າວສານ (ໄອຊີທີ), ປັນຍາປະດິດ ແລະ ດີຈິ ຕອນທີ່ທັນສະໄໝ, ມີຄວາມປອດ ໄພສູງ ເຂົ້າໃນທຸກຂະແໜງການ ເສດຖະກິດ-ສັງຄົມ ແຕ່ສູນກາງລົງ ຮອດທ້ອງຖິ່ນ ເພື່ອຂັບເຄື່ອນການ ພັດທະນາເສດຖະກິດ-ສັງຄົມ ເຂົ້າ ສູ່ຍຸກອຸດສາຫະກໍາ 4.0, ຫັນເປັນ ລັດຖະບານດີຈິຕອນ ແລະ ສ້າງເສດ ຖະກິດ-ສັງຄົມດີຈິຕອນ; ສືບຕໍ່ຜັນ ຂະຫຍາຍ 8 ຍຸດທະສາດ ແລະ 14 ແຜນງານ ທີ່ໄດ້ກໍານົດໃນແຜນພັດ ທະນາເສດຖະກິດດີຈິຕອນ ຍຸດທະ ສາດ ພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດໄລຍະ ປີ 2026-2040 ໃຫ້ປະກົດຜົນ ເປັນຈິງ. ຂໍ້ມູນດັ່ງກ່າວ ໄດ້ຮັບການລາຍ ງານໃນໂອກາດທີ່ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມີຄໍາ ເຫັນໃນໂອກາດວັນໂທລະຄົມມະນາ ຄົມ ແລະ ຂໍ້ມູນຂ່າວສານສາກົນ ຄົບ ຮອບ161ປີ(17/5/1865-17/5/ 2026). ພ້ອມນີ້, ທ່ານຍັງໄດ້ຮຽກ ຮ້ອງມາຍັງທຸກພາກສ່ວນ, ທັງພາກ ລັດ, ພາກເອກະຊົນ, ຜູ້ປະກອບ ການ, ຜູ້ໃຊ້ບໍລິການ ແລະ ປະຊາຊົນ ທຸກຖ້ວນໜ້າ ຈົ່ງຮ່ວມກັນສົ່ງເສີມ ການນຳໃຊ້ເຕັກໂນໂລຊີດີຈິຕອນ ດ້ວຍຄວາມຮັບຜິດຊອບ, ຍົກສູງ ສະຕິຕໍ່ການຫລອກລວງທາງອອນ ລາຍ ແລະ ສະໜັບສະໜູນການພັດ ທະນາທັກສະດີຈິຕອນ. ພ້ອມນັ້ນ, ຂໍໃຫ້ຮ່ວມກັນຊຸກຍູ້ນະວັດຕະກຳດີ ຈິຕອນ, ສ້າງແພລດຟອມດີຈິຕອນ ທີ່ຮອງຮັບທຸກຄົນ ແລະ ປະກອບ ສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງ. ໂອກາດນີ້, ທ່ານ ສັນຕິສຸກ ສິມ ມາລາວົງ ຍັງໄດ້ໃຫ້ຄຳໝັ້ນສັນ ຍາວ່າ: ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈະສືບຕໍ່ຮ່ວມມືກັບ ສະ ຫະພາບໂທລະຄົມມະນາຄົມສາ ກົນ,ອົງການສາກົນແລະພາກສ່ວນ ຕ່າງໆພາຍໃນປະເທດ ເພື່ອຊຸກຍູ້ ການຫັນເປັນດີຈິຕອນ ທີ່ຮອງຮັບ ສຳລັບທຸກຄົນ ແລະ ປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ເປົ້າໝາຍ ການພັດທະນາທີ່ຍືນຍົງ. ນັກສຶກສາລາວ...ັຶ ມາດຖ່າຍທອດສິລະປະ-ວັດທະ ນະທຳອັນງົດງາມຂອງລາວ ຜ່ານ ການຟ້ອນ ແລະ ຮ້ອງເພງ ທີ່ສະ ແດງໃຫ້ເຫັນເຖິງໄຊຊະນະ, ຄວາມ ອຸດົມຮັ່ງມີ, ຄວາມສາມັກຄີຂອງ ປະຊາຊົນຫວຽດນາມ, ພ້ອມທັງ ສ່ອງແສງໃຫ້ເຫັນເຖິງມິດຕະພາບ ອັນຍືນຍົງລະຫວ່າງສອງຊາດ ລາວ-ຫວຽດນາມ ໄດ້ຢ່າງເລິກ ເຊິ່ງ ຈົນສາມາດຄວ້າລາງວັນອັນ ດັບ 3 ມາໄດ້. ການຮ່ວມງານໃນຄັ້ງນີ້, ບໍ່ ພຽງແຕ່ເປັນການສະແດງຄວາມ ສາມາດເທົ່ານັ້ນ ແຕ່ເປັນຄວາມ ພາກພູມໃຈ ທີ່ນັກສຶກສາລາວ ໄດ້ມີ ສ່ວນຮ່ວມໃນເຫດການປະຫວັດ ສາດອັນສຳຄັນຂອງມະຫາວິທະ ຍາໄລ ແລະ ຂອງປະເທດຫວຽດ ນາມ ຊຶ່ງຜົນສຳເລັດດັ່ງກ່າວ ເປັນ ສິ່ງຢັ້ງຢືນເຖິງສັກກາຍະພາບຂອງ ນັກສຶກສາລາວ ໃນການກ້າຄິດ, ກ້າສະແດງອອກ ແລະ ພັດທະນາ ຕົນເອງໃນເວທີສາກົນ. ພ້ອມກັນ ນັ້ນ, ຍັງເປັນການປະກອບສ່ວນ ສຳຄັນໃນການຮັດແໜ້ນ, ເສີມສ້າງ ສາຍພົວພັນມິດຕະພາບ, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະ ຫວ່າງລາວ-ຫວຽດນາມ ໃຫ້ໝັ້ນ ຄົງຂະໜົງແກ່ນຊົ່ວກາລະນານ. ຂໍ້ມູນ-ພາບ: ຂ່າວສຶກສາ, ວິທະຍາ ສາດ ແລະ ກິລາ 2025-2026 ເນື່ອງໃນໂອກາດ ສະເຫລີມສະຫລອງວັນເກີດຂອງ ປະທານ ໂຮ່ຈີ່ມິງ ຄົບຮອບ 136 ປີ (19/05/1890- 19/05/2026) ແລະ ຄົບຮອບ 115 ປີ ແຫ່ງວັນທີ່ ທ່ານ ໂຮ່ຈີມິງ ອອກເດີນທາງ ຊອກຫາເສັ້ນທາງກູ້ຊາດ (05/ 06/1911-05/06/2026). ໃນປີນີ້ ຖືເປັນຄັ້ງທຳອິດທີ່ ຕົວແທນນັກສຶກສາລາວ ຈຳນວນ 37 ຄົນ ພາຍໃຕ້ການນໍາພາຂອງ ຄະນະນັກສຶກສາລາວ ສົກຮຽນ 2025-2026 ເຂົ້າຮ່ວມການສະ ແດງ ໂດຍທີມນັກສຶກສາລາວສາ
RkJQdWJsaXNoZXIy MTc3MTYxMQ==