7277

18/05/2026 xtgmf]k; 7 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ຫ້ອງ​ການ​ອຸດ ສາຫະກໍາ ແລະ ການຄ້າ ເມືອງ ໄຊເສດຖາ ແຂວງອັດຕະປື ຈັດຝຶກ ອົບຮົມຍົກລະດັບສີມືແຮງງານໃຫ້ ແກ່ກຸ່ມປັ້ນໝໍ້ຫລໍ່ໄຫ ເພື່ອສ້າງລາຍ ໄດ້ເສີມໃຫ້ແກ່ຊຸມຊົນໃນວັນທີ 15 ພຶດສະພາ 2026 ທີ່ບ້ານສະປວນ (ຄຸ້ມຫາດເຕ໋ຍ) ເມືອງໄຊເສດຖາ ທັງນີ້ກໍເພື່ອເປັນການຍົກລະດັບສີມື ແຮງງານຫັດຖະກຳດ້ວຍເຕັກນິກ ອັນໃໝ່ເຂົ້າໃນການປັ້ນໝໍ້ຫລໍ່ໄຫ ໃຫ້ແກ່ກຸ່ມປັ້ນໝໍ້ຫລໍ່ໄຫບ້ານສະ ປວນໃຫ້ມີທັກສະ, ລວດລາຍ, ຜະ ລິດຕະພັນອັນໃໝ່ ແລະ ຖ່າຍທອດ ໃຫ້ຄົນຮຸ່ນຫລັງທີ່ຍືນຍົງ. ທ່ານ ດວງຕາ ຫລວງກິ່ງ ຮອງ ຫົວ​ໜ້າຫ້ອງການອຸດສະຫະກຳ ແລະ ການຄ້າເມືອງໄຊເສດຖາ ໄດ້ ລາຍງານວ່າ: ເມື່ອກ່ອນບ້ານສະ ປວນ ເຄີຍເຮັດຫັດຖະກຳປັ້ນໝໍ້ຫລໍ່ ໄຫມາໄດ້ຫລາຍເຊັ່ນຄົນ ນອກຈາກ ເຮັດວຽກທໍາການຜະລິດເຂົ້ານາ ປີ, ປູກຝັງ ແລະ ລ້ຽງສັດ. ສໍາລັບ ຫັດຖະກຳປັ້ນໝໍ້ຫລໍ່ໄຫປະຊາຊົນ ໄດ້ຖືເອົາເປັນອາຊີບສໍາຮອງ, ເປັນ ວຽກງານໜຶ່ງທີ່ເຮັດດ້ວຍມື ຫລື ນໍາ ໃຊ້ອຸປະກອນທີ່ງ່າຍດາຍອາໄສທັກ ສະ, ພູມປັນຍາທີ່ສືບທອດກັນມາຮຸ່ນ ຕໍ່ຮຸ່ນ, ການຜະລິດເບື້ອງຕົ້ນແມ່ນ ເນັ້ນປະໂຫຍດໃຊ້ສ້ອຍເປັນຫລັກ ວັດຖຸດິບສ່ວນໃຫຍ່ນໍາເອົາດິນຈາກ ບໍ່ດິນຈາກຮົ້ວສວນຂອງປະຊາຊົນ ທີ່ເຫັນວ່າເໝາະສົມແກ່ການປັ້ນຫລໍ່ ໂດຍທົ່ວໄປແລ້ວເປັນຜະລິດຕະພັນ ໜຶ່ງທີ່ສະແດງໃຫ້ເຫັນເຖິງວັດທະນະ ທຳ ແລະ ສາສະໜາ ຊຶ່ງຊ່າງຫັດຖະ ກຳປັ້ນໝໍ້ຫລໍ່ໄຫສ່ວນຫລາຍແມ່ນ ເປັນເພດຍິງ ເລີ່ມແຕ່ອາຍຸ 35 ປີ ຂຶ້ນໄປ. ການຮັບຮູ້ວຽກປັ້ນໝໍ້ຫລໍ່ໄຫ ຂອງປະຊາຊົນພາຍໃນບ້ານແມ່ນ ຍ້ອນມີການຝຶກແອບຈາກຜູ້ເຖົ້າ, ຜູ້ ແກ່, ຜູ້ເຊຳນິຊຳນານມາກ່ອນມາ ສອນຜູ້ໜຸ່ມນ້ອຍ ແລະ ຜູ້ບໍ່ທັນເປັນ ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີມອບ-ຮັບ ໂຄງການປັບປຸງ-ຕໍ່ເຕີມອາຄານ ສິ່ງປຸກສ້າງຂອງສູນພັດທະນາສີມື ແຮງງານແຂວງອັດຕະປື ຈັດຂຶ້ນໃນ ວັນທີ12 ພຶດສະພາ 2026 ທີ່ສູນດັ່ງ ກ່າວ ໂດຍມີທ່ານ ບຸນມາ ສິດທິໂສມ ຫົວໜ້າສະ​ຖາບັນພັດທະນາສີມື ແຮງງານ ນະຄອນຫລວງວຽງຈັນ ຄະນະຮັບຜິດຊອບໂຄງການລະ ດັບສູນກາງ, ທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການ ສັງຄົມ ແຂວງອັດຕະປື,​ ພ້ອມ ດ້ວຍບັນດາຄະນະຮັບ​ຜິດຊອບຂັ້ນ ສູນກາງ ແລະ ແຂວງເຂົ້າຮ່ວມ. ໂຄງການປັບປຸງ-ຕໍ່ເຕີມອາຄານ ສິ່ງປຸກສ້າງຂອງ​ສູນພັດທະນາສີມື ແຮງງານແຂວງອັດຕະປື ຕັ້ງຢູ່ບ້ານ ພອກ ເມືອງໄຊເສດຖາ, ໂຄງການ ດັ່ງກ່າວ ໄດ້ຮັບທຶນກູ້ຢືມຈາກທະ ນາຄານໂລກພາຍໃຕ້ໂຄງການເສີມ ສ້າງທັກສະທີ່ເປັນບຸລິມະສິດສຳ​ ລັບການເຕີບໂຕຂອງ ສປປ ລາວ. ໂຄງການໄດ້ເລີ່ມກໍ່ສ້າງແຕ່ວັນທີ 1 ພະຈິກ 2025 ຫາ 30 ເມສາ 2026,​ ກໍ່ສ້າງໂດຍບໍ​ລິ​ສັດເຄທີ ທະວີຊັບ ຄົບວົງຈອນ ຈໍາກັດຜູ້ ດຽວ, ໃນນັ້ນ, ມີການປັບປຸງ-ຕໍ່ເຕີມ ອາຄານສິ່ງປຸກສ້າງ 7 ອາຄານ ແລະ ທາງຍ່າງ. ປັດຈຸບັນຜົນຂອງ ການກວດກາໜ້າວຽກຈາກຄະນະ ກຳມະການໄດ້ປະເມີນວ່າທຸກໜ້າ ວຽກການກໍ່ສ້າງແມ່ນສຳເລັດ 100% ຕາມແບບແຜນເຕັກນິກ ແລະ ມາດຕະຖານທີ່ກຳນົດໄວ້.​ ໂຄງການດັ່ງກ່າວ ແມ່ນມອບ ໃຫ້ແກ່ສູນພັດທະ​ນາສີມືແຮງງານ ແຂວງອັດຕະປື ເປັນຜູ້ຄຸ້ມຄອງ ແລະ ນຳໃຊ້ເຂົ້າໃນການຮຽນ-ການສອນ ເພື່ອສ້າງວິຊາຊີບໃຫ້ແກ່ແຮງງານ ໃນແຂວງທີ່ທັນສະໄໝ,​ ເພື່ອຍົກ ລະດັບທັກສະສີມືແຮງງານຂອງ ຊາວໜຸ່ມ ແລະ ປະຊາຊົນພາຍໃນ ແຂວງອັດຕະປື ຕອບສະໜອງ ຄວາມຕ້ອງການຂອງຕະຫລາດ ແຮງງານພາຍໃຕ້ໂຄງການເສີມ ສ້າງທັກສະບຸລິມະສິດ ແລະ ເພື່ອ ເປັນການປະກອບເຂົ້າໃນການພັດ ທະນາທາງດ້ານເສດຖະກິດຂອງ ສປປ ລາວ ໃຫ້ເຂັ້ມແຂງຂຶ້ນ. ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ສາເຫດປາຕາຍ ລອຍຟູຕາມສາຍນໍ້າແຈ້ງ ເມືອງ ວຽງຄໍາ ແລະ ເມືອງໂພນໂຮງ ແຂວງວຽງຈັນ ຕົ້ນຕໍເກີດຈາກ ໂຄງການຟາມໝູແມ່ພັນ ແລະ ໝູ ພັນຊີ້ນຈ່າງເວີຍຊິງ ປ່ອຍນໍ້າເປື້ອນ ຂີ້ໝູອອກຈາກອ່າງພັກນໍ້າສຸດທ້າຍ ໂດຍບໍ່ມີການບໍາບັດທີ່ຖືກວິທີ. ເມື່ອ ເກີດຝົນຕົກໜັກເຮັດໃຫ້ນໍ້າດັ່ງກ່າວ ໂຮມໃສ່ນໍ້າຂີ້ໝູເກົ່າລົ້ນອ່າງໄຫລລົງ “ຫ້ວຍນໍ້າເຕົ່າ” ປ່ອງໃສ່ສາຍນໍ້າ ແຈ້ງໂດຍກົງ. ວັນທີ 11 ພຶດສະພາ 2026 ທີ່ ຜ່ານມານີ້, ກົມກວດກາຊັບພະຍາ ກອນທໍາມະຊາດແລະສິ່ງແວດລ້ອມ (ກກຊສ) ພ້ອມດ້ວຍພະແນກກະສິ ກໍາ ແລະ ສິ່ງແວດລ້ອມ ແຂວງ ວຽງຈັນ, ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງໂພນໂຮງ ແລະ ນາຍບ້ານ ບ້ານນໍ້າແຈ້ງ-ບ້ານນາ ໂພໃຕ້ ລົງກວດກາສະພາບປາຕາຍ ຢູ່ສາຍນໍ້າແຈ້ງ ເຂດເມືອງວຽງຄໍາ ແລະ ເມືອງໂພນໂຮງ ຜ່ານການລົງ ຕິດຕາມພ້ອມທັງເກັບເອົາຕົວຢ່າງ ນ້ຳໄປວິເຄາະວິໄຈແລ້ວບວກກັບ ການສຳພາດປະຊາຊົນໃນເຂດໃກ້ ຄຽງສາມາດສະຫລຸບໄດ້ດັ່ງນີ້: ພາຍຫລັງທີ່ມີພາຍຸ ແລະ ຝົນ ຕົກໜັກໃນວັນທີ 7-8 ພຶດສະພາ 2026 ສັງເກດເຫັນວ່າ: ລຽບ ສາຍນໍ້າແຈ້ງນໍ້າເລີ່ມມີການປ່ຽນ ເປັນສີດໍາຂຸ່ນປົນຂີ້ຕະເລະ ແລະ ສົ່ງກິ່ນເໝັນ “ຮຸນແຮງ” ພົບເຫັນ ປາຕາຍລອຍຟູຕາມສາຍນໍ້າ ແລະ ປາກໍາລັງມອມນໍ້າເປັນຈໍານວນ ຫລວງຫລາຍ ຊຶ່ງໄຫລມາຈາກບ້ານ ນໍ້າແຈ້ງຜ່ານບ້ານນາໂພໃຕ້ (ຄຸ້ມ ນາຊາຍ) ເມືອງໂພນໂຮງ ແລະ ໄຫລລົງສູ່ນໍ້າພີນເມືອງວຽງຄໍາ. ຜ່ານເກັບຂໍ້ມູນເບື້ອງຕົ້ນແລ້ວ ທາງທີມງານຈາກສູນກາງ ແລະ lkgsfxk8kp16 j lkpoEc9h ' gdu f9kd2k,\6 xj vpoEgxN vo vvd9kdvj k'ra doEl5 fmh kp 3fp[+ ,u dko[e[a f ທ້ອງຖິ່ນ ກໍໄດ້ລົງເກັບຕົວຢ່າງນ້ຳ ກັບທີ 3 ຈຸດ ຄື: ຈຸດທີ 1 ບ້ານໜອງ ຄວາຍ-ນາເຄືອ, ຈຸດທີ 2 ປາກ ນໍ້າພີນ, ຈຸດທີ 3 ຂົວນໍ້າແຈ້ງ ເພື່ອ ກວດກາຄ່າຄຸນນະພາບນໍ້າດັ່ງນີ້: ໃນວັນທີ 8 ພຶດສະພາ 2026 ເຫັນ ວ່າ: ຄ່າຄວາມເປັນກົດ-ດ່າງ (pH) (ຈຸດທີ 2: 11.778 ແລະ ຈຸດທີ 3: 9.072) ແມ່ນມີຄວາມເປັນດ່າງ ສູງເກີນເກນມາດຕະຖານຂອງ ສິ່ງແວດລ້ອມແຫ່ງຊາດ ກໍານົດ ໄວ້; ຄ່າອົກຊີເຈນທີ່ລະລາຍໃນນໍ້າ (DO) ຕໍ່າສຸດ 3.13mg/L ຊຶ່ງ ຕໍ່າກວ່າເກນມາດຕະຖານຂອງ ສິ່ງແວດລ້ອມແຫ່ງຊາດ ກໍານົດ ໄວ້. ສໍາລັບຄ່າຊັກນໍາກະແສໄຟຟ້າ (EC), ອຸນຫະພູມນໍ້າ (Temp) ຢູ່ໃນເກນມາດຕະຖານຂອງສິ່ງ ແວດລ້ອມແຫ່ງຊາດ. ໃນວັນທີ 11 ພຶດສະພາ 2026 ເຫັນວ່າ: ຈຸດທີ 2-3 ນໍ້າຍັງມີຄ່າ ຄວາມເປັນດ່າງສູງ; ຄ່າ DO ຕໍ່າ ກວ່າເກນມາດຕະຖານເຊັ່ນກັນ, ສຳລັບຄ່າ EC ແລະ Temp ຍັງ ຢູ່ໃນເກນມາດຕະຖານ. ຈາກການ ວິເຄາະເຫັນວ່າປາຕາຍນັ້ນ ຍ້ອນ ຄຸນນະພາບນໍ້າມີການປ່ຽນແປງ ເຮັດໃຫ້ຄ່າອົກຊີເຈນທີ່ລະລາຍ ໃນນໍ້າ (DO) ມີຄ່າຕໍ່າສຸດ 3,13 mg/L ອາດເກີດຈາກສານອິນຊີ ວັດຖຸເຈືອປົນໃນແຫລ່ງນໍ້າມີປະລິ ມານຫລາຍເຮັດໃຫ້ຈຸລິນຊີນໍາໃຊ້ O2 ເພື່ອການຍ່ອຍສະຫລາຍອີນຊີ ວັດຖຸໃນນໍ້າສູງເປັນສາເຫດໃຫ້ຄ່າ O2 ຫລຸດລົງ, ເປັນສັນຍານວ່ານ້ໍາ ເລີ່ມເນົ່າມີກິ່ນເໝັນເຮັດໃຫ້ປາ ແລະ ສັດນໍ້າຂາດອົກຊີແຊນ ໃນທີ່ສຸດ ແລະ ໃນນໍ້າມີຄ່າຄວາມເປັນດ່າງສູງ ບໍ່ເໝາະແກ່ການດໍາລົງຊີວິດຂອງ ສັດນໍ້າ, ເມື່ອ pH > 9-11 ຂຶ້ນໄປ, ທາດອາໂມນີຍັກທີ່ຢູ່ໃນນໍ້າຈະປ່ຽນ ເປັນອາໂມນີຍັກເປັນພິດເກີດເປັນ (NH3) ຊຶ່ງສົ່ງຜົນຕໍ່ການຈະເລີນ ເຕີບໂຕຂອງປາ ແລະ ສັດນໍ້າ ເມື່ອ ມີການສະສົມເປັນເວລາດົນ ຈະເຮັດ ໃຫ້ປາບໍ່ສາມາດຢູ່ລອດໃນນໍ້າໄດ້. ພາຍຫລັງເຂົ້າສໍາຫລວດພື້ນ ທີ່ຕົວຈິງສາມາດບົ່ງຊີ້ແຫລ່ງກໍາ ເນີດ ແລະ ຮູ້ສາເຫດທີ່ໃກ້ຄຽງທີ່ສຸດ ຕົ້ນຕໍເກີດຈາກໂຄງການຟາມໝູແມ່ ພັນ ແລະ ໝູພັນຊີ້ນ ຈ່າງເວີຍຊິງ ປ່ອຍນໍ້າເປື້ອນຂີ້ໝູອອກຈາກອ່າງ ພັກນໍ້າສຸດທ້າຍ ໂດຍບໍ່ມີການບໍາ ບັດທີ່ຖືກວິທີ. ເມື່ອເກີດຝົນຕົກໜັກ ເຮັດໃຫ້ນໍ້າດັ່ງກ່າວ ໂຮມໃສ່ນໍ້າຂີ້ ໝູເກົ່າລົ້ນອ່າງໄຫລລົງ “ຫ້ວຍນໍ້າ ເຕົ່າ” ປ່ອງໃສ່ສາຍນໍ້າແຈ້ງ ໂດຍ ກົງ. ສະນັ້ນ, ເພື່ອສືບຕໍ່ແກ້ໄຂຜົນ ກະທົບທີ່ເກີດຂຶ້ນ, ກົມກວດກາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສົມທົບພາກສ່ວນ ກ່ຽວຂ້ອງດຳເນີນການດັ່ງນີ້: ພະ ແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງວຽງຈັນ ສົມທົບພາກສ່ວນ ກ່ຽວຂ້ອງ “ແຈ້ງໂຈະຊົ່ວຄາວ” ການດຳເນີນກິດຈະການໂຄງການ ຟາມໝູແມ່ພັນ ແລະ ໝູພັນຊີ້ນ ຈ່າງເວີຍຊິງ ເພື່ອກວດຄືນການ ຄຸ້ມຄອງສິ່ງແວດລ້ອມຮອບດ້ານ ໃຫ້ມີຄວາມຮັບປະກັນ; ກວດຄືນ ໂຄງການລົງທຶນ ແລະ ກິດຈະ ການຕ່າງໆ ທີ່ດຳເນີນກິດຈະການ ຢູ່ລຽບສາຍນໍ້າແຈ້ງ-ສາຍນໍ້າ ຕ່າງໆ, ປະເມີນຄວາມສ່ຽງດ້ານ ສິ່ງແວດລ້ອມ, ວາງແຜນແກ້ໄຂ ແລະ ຮັບມືຕໍ່ຜົນກະທົບແຕ່ຫົວທີ; ຕິດຕາມຄຸນນະພາບນໍ້າ-ເກັບຕົວ ຢ່າງເພີ່ມເຕີມ ເພື່ອເຮັດການວິໄຈ ເຊັ່ນ: ຄ່າ PO4-3-P, NO3-N, NH3-N, CODcr, TSS, SO4 ເປັນຕົ້ນ. ພ້ອມນີ້, ໄດ້ດຳເນີນການ ສືບສວນ-ສອບສວນຕໍ່ຜູ້ກະທຳຜິດ ທີ່ສ້າງຜົນເສຍຫາຍຕໍ່ສິ່ງແວດລ້ອມ ແລະ ສັງຄົມ ພ້ອມທັງຮັບຜິດຊອບ ແກ້ໄຂ ແລະ ຊົດເຊີຍຜົນກະທົບທີ່ ເກີດຂຶ້ນຕາມລະບຽບກົດໝາຍ. pq d]tfa [lu ,n sa f4tdedkoxA o\= s]+ ws .sh [h koltx;o h ຈົນກວ່າເຮັດໄດ້. ສຳລັບກຸ່ມປັ້ນໝໍ້ ຫລໍ່ໄຫບ້ານສະປວນໄດ້ສ້າງຕັ້ງຂຶ້ນ ໃນວັນທີ 19 ພະຈິກ 2021 ຊຶ່ງ ມີຄະນະກຸ່ມ 2 ສະຫາຍ ແລະ ມີ ສະມາຊິກພາຍໃນກຸ່ມ 8 ຄົນ, ຍິງ 8 ຄົນ. ການຝຶກອົບຮົມຄັ້ງນີ້, ຈະດໍາ ເນີນເປັນເວລາ 5​ ວັນຈຶ່ງສຳເລັດ ຊຶ່ງມີສໍາມະນາກອນເຂົ້າຮ່ວມ 20 ຄົນ, ຍິງ​16 ຄົນ ໂດຍຈະໄດ້ຮຽນຮູ້ ກ່ຽວກັບຂັ້ນຕອນຂອງການກະກຽມ ອຸປະກອນຕ່າງໆ​ທີ່ຈະນຳໃຊ້ເຂົ້າ ໃນວຽກຕົວຈິງ, ຈະໄດ້ຮຽນຮູ້ ກ່ຽວກັບການປັ້ນຄົກ, ປັ້ນໄຫ, ປັ້ນ ໂຖດອກໄມ້ ແລະ ການເຮັດເຕົາ ດັງໄຟ. ໂອກາດ ​ນີ້, ທ່ານ ພາສິດ ສີສະແຫວງສຸກ ຮອງປະທານອົງ ການປົກຄອງເມືອງ ໄດ້ມີຄໍາເຫັນ ວ່າ: ວຽກງານການຜະລິດເຄື່ອງ ຫັດຖະປັ້ນໝໍ້ຫລໍ່ໄຫເປັນວຽກງານ ໜຶ່ງທີ່ສ້າງວຽກເຮັດງານທໍາໃຫ້ ແກ່ປະຊາຊົນ​ຊຶ່ງຜ່ານມາຄະນະພັກ,​ ອົງກ​ ານປົກຄອງເ​ມືອງໄ​ ດ້ໃຫ້ຄວາມ ສໍາຄັນຕໍ່ວຽກງ​ ານນີ້ຈຶ່ງໄດ້ສະໜອງ ແຫລ່ງທຶນຈາກບ້ວງນະໂຍບາຍ ພັດທະນາທ້ອງຖິ່ນຂອງເມືອງ​ເພື່ອ ມາຈັດຕັ້ງປະຕິບັດພ້ອມທັງຍັງໄດ້ ຮຽກຮ້ອງໃຫ້ສຳມະນາກອນຈົ່ງ ຕັ້ງໃຈຍາດແຍ່ງເອົາວິຊາຄວາມ ຮູ້ ເພື່ອນຳມາພັດທະນາສີມືຂອງ ຕົນເອງໃຫ້ດີຂຶ້ນໄປເລື້ອຍໆ. ຂ່າວ: ພຸດປະສົງ ,v[{Ia [37'dkoxa [x5 '8g8u ,vk7ko ly j 'x5 dlh k'l6 ora fmtoklu ,n cI''koc0;'va f8txn +

RkJQdWJsaXNoZXIy MTc3MTYxMQ==