18/05/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d dv'[a o-kdko37'dko]q fw2[+ g8j o{o; d5j ,[= ]y la fmk']q fw29u o g]dmu 15 9a fdy f9tde1h P,1k,rtoa d'ko ຂປລ. ກອງບັນຊາການໂຄງການ ເສີມການຂົນສົ່ງທາງລົດໄຟບໍ່ ເຕ່ນ-ນະຄອນຫລວງວຽງຈັນ(ນວ) ກຸ່ມບໍລິສັດທາງລົດໄຟຈີນ ເລກທີ 15 ຈັດກິດຈະກໍາຢ້ຽມຢາມພະນັກງານ ເພື່ອຮັບປະກັນສຸຂະພາບແລະ ຄວາມ ປອດໄພຂອງພະນັກງານ ລາວ-ຈີນ ໃນໄລຍະລະດູຮ້ອນຢູ່ພາກເໜືອຂອງ ລາວ ພາຍໃຕ້ກິດຈະກຳ “ເອົາໃຈ ໃສ່ຄວາມປອດໄພໃນການກໍ່ສ້າງ ລະດູຮ້ອນມອບຄວາມຫ່ວງໄຍໃຫ້ ພະນັກງານລາວ-ຈີນ” ເພື່ອນຳ ຄວາມຫ່ວງໄຍຈາກອົງກອນໄປສູ່ ພະນັກງານ ແລະ ເພີ່ມຄວາມອົບອຸ່ນ ໃຫ້ແກ່ມິດຕະພາບ ລາວ-ຈີນ. ໂອກາດນີ້, ທາງໂຄງການໄດ້ ຈັດຊື້ຢາ, ຢາດົມ, ນໍ້າມັນຫອມ, ຖົ່ວຂຽວ, ນ້ຳຕານ ແລະ ເຄື່ອງດື່ມ ແກ້ຮ້ອນອື່ນໆ ໄປແຈກຢາຍໃຫ້ ແກ່ພະນັກງານໜ້າງານ. ພ້ອມທັງ ອະທິບາຍ ແລະ ຄວາມຮູ້ກ່ຽວກັບ ການປ້ອງກັນລົມຮ້ອນໃຫ້ແກ່ພະ ນັກງານທ້ອງຖິ່ນ ແລະ ເນັ້ນໃຫ້ ພັກຜ່ອນຄວບຄູ່ກັບການ ເ ຮັດ ວຽກ, ພ້ອມທັງຮັກສາຄວາມປອດ ໄພໃນການກໍ່ສ້າງ. ຜູ້ຮັບຜິດຊອບໂຄງການໄດ້ກ່າວ ວ່າ: ພະນັກງານແມ່ນກຳລັງສຳຄັນ ໃນການກໍ່ສ້າງໂຄງການ. ສະນັ້ນ, ໂຄງການຈຶ່ງໃຫ້ຄວາມສຳຄັນຕໍ່ສຸ ຂະພາບ ແລະ ຄວາມປອດໄພຂອງ ພະນັກງານລາວ-ຈີນເປັນອັນດັບໜຶ່ງ ແລະ ຈະປັບປຸງການຈັດຕາຕະລາງ ການກໍ່ສ້າງໃນໄລຍະອາກາດຮ້ອນ, ພ້ອມດຳເນີນມາດຕະການປ້ອງກັນ ລົມຮ້ອນ ເພື່ອສ້າງສະພາບແວດ ລ້ອມການເຮັດວຽກທີ່ປອດໄພ ແລະ ສະດວກສະບາຍໃຫ້ແກ່ພະນັກງານ ທັງສອງປະເທດ. ກິດຈະກຳໃນ ຄັ້ງນີ້, ບໍ່ພຽງແຕ່ຊ່ວຍບັນເທົາ ຄວາມອິດເມື່ອຍຈາກອາກາດຮ້ອນ ຂອງພະນັກງານໜ້າງານເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ພະນັກງານລາວ-ຈີນ ໃກ້ຊິດກັນຫລາຍຂຶ້ນ ແລະ ເພີ່ມພູນ ມິດຕະພາບຂອງພະນັກງານທັງສອງ ປະເທດ, ທັງເປັນການສົ່ງເສີມການ ກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ ໄດ້ຮັບການພັດທະນາຍິ່ງຂຶ້ນ. ຂປລ.ໂຄງການມື້ລະຖົງເປັນ ໂຄງການໜຶ່ງປະກອບສ່ວນເຮັດ ໃຫ້ຊາວໜຸ່ມມີຄວາມຮັກຄວາມ ສະອາດ, ຮັກສິ່ງແວດລ້ອມ. ດັ່ງ ຊາວໜຸ່ມແຂວງສາລະວັນ ໄດ້ຮ່ວມ ແຮງຮ່ວມໃຈເລີ່ມຕົ້ນກິດຈະກຳ ເກັບຂີ້ເຫຍື້ອ ເພື່ອໃຫ້ສັງຄົມໜ້າ ຢູ່ ໂດຍບໍ່ຫວັງສິ່ງຕອບແທນ ຊຶ່ງ ບໍ່ພຽງແຕ່ເປັນການເກັບຂີ້ເຫຍື້ອ ເທົ່ານັ້ນ, ຍັງເປັນປູກຈິດສຳນຶກ ໃຫ້ໄວໜຸ່ມ, ຊາວໜຸ່ມຫັນມາໃສ່ ໃຈໃນການຮັກສາສິ່ງແວດລ້ອມ ຊ່ວຍກັນດ້ວຍການລົງມືເຮັດຕົວຈິງ ແລະ ການສົ່ງຕໍ່ຄວາມຮັບຜິດຊອບ ຂປລ.ປັດຈຸບັນນີ້, ໄດ້ກ້າວສູ່ ລະດູຝົນແລ້ວ ຊຶ່ງເປັນໄລຍະທີ່ສັດ ນ້ຳຂະຫຍາຍພັນ ໂດຍສະເພາະ ແມ່ນປາໄດ້ຂຶ້ນມາວາງໄຂ່ຢູ່ໃນ ແມ່ນ້ຳສາຍຕ່າງໆ, ຫ້ວຍຮ່ອງ, ໜອງ, ບຶງອື່ນໆ. ດັ່ງນັ້ນ, ຢູ່ໃນ ໄລຍະດັ່ງກ່າວ ພວກເຮົາຕ້ອງເປັນ ເຈົ້າການໃນການປົກປັກຮັກສາ ໂດຍຫ້າມນຳໃຊ້ວັດຖຸໃນການຫາ ປາແບບດັບສູນເຊັ່ນວ່າ: ທາດລະ ເບີດ, ໄຟຟ້າຊ໊ອດ, ທາດເບື່ອອື່ນໆ. 0= sh h k, ແນວໃດກໍດີ ມື້ນີ້, ຄໍລຳ “ຊີວິດ ແລະ ກົດໝາຍ” ໜັງສືພິມປະເທດລາວ ຂໍມາສະເໜີກົດໝາຍວ່າດ້ວຍສັດນ້ຳ ແລະ ການປະມົງ (ສະບັບປັບປຸງ) ປີ 2023 ໃນພາກທີ VII ຂໍ້ຫ້າມ ມາສະເໜີໃຫ້ພວກເຮົາໄດ້ຮັບຮູ້ໄປ ພ້ອມໆກັນ. ຢູ່ໃນພາກທີ VII ຂໍ້ຫ້າມ. ໃນ ນັ້ນ, ມາດຕາ 81 (ປັບປຸງ) ຂໍ້ ຫ້າມທົ່ວໄປ; ຫ້າມບຸກຄົນ, ນິຕິບຸກ ຄົນ ແລະ ການຈັດຕັ້ງມີພຶດຕິກໍາໃດ ໜຶ່ງດັ່ງນີ້: 1. ນໍາໃຊ້ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງໄຟຟ້າ, ຄື້ນ, ເຄື່ອງ ແສງ, ສຽງເພື່ອຫາ ຫລື ຈັບສັດນໍ້າ ແບບດັບສູນ. 2. ນໍາໃຊ້ເຄື່ອງມືຫາສັດນໍ້າທີ່ມີ ຄວາມສ່ຽງເຮັດໃຫ້ສັດນໍ້າສູນພັນ ເຊັ່ນ: ອວນ, ລີ, ມອງຕາຖີ່, ໂຕ່ງ, ລອບຂະໜາດໃຫຍ່ ແລະ ອື່ນໆ. 3. ຫາສັດນໍ້າຈາກແຫລ່ງນໍ້າ ທໍາມະຊາດດ້ວຍການຕັນຫ້ວຍ, ໂສກ, ບຸ່ງ, ຄອງນໍ້າ, ຂຸດໜອງ ຫລື ດູດໜອງທໍາມະຊາດທີ່ມີນໍ້າ ຕະຫລອດປີ. 4. ຮັບເອົາ, ຊື້-ຂາຍ, ຄອບຄອງ ຫລື ຂົນສົ່ງສັດນ້ຳບັນຊີ I ໂດຍບໍ່ໄດ້ ຮັບອະນຸຍາດ. 5. ສ້າງສິ່ງກີດຂວາງທາງເດີນ ຂອງສັດນໍ້າ ໂດຍບໍ່ໄດ້ຮັບອະນຸຍາດ. 6. ລ້ຽງ ຫລື ປ່ອຍສັດນໍ້າຕ່າງ ຖິ່ນທີ່ມີຄວາມສ່ຽງທໍາລາຍສັດນ້ຳ ພື້ນເມືອງ ແລະ ລະບົບນິເວດ. 7. ປູກພືດນ້ຳທີ່ຈະເປັນການທໍາ ລາຍລະບົບນິເວດ ຫລື ແຫລ່ງລ້ຽງ ສັດນໍ້າ ໂດຍບໍ່ໄດ້ຮັບອະນຸຍາດ. 8. ບຸກລຸກວັງສະຫງວນ ຫລື ເຂດອະນຸລັກພັນສັດນໍ້າ, ເຂດປາອໍ, ແຫລ່ງສັດນໍ້າວາງໄຂ່, ເຂດຈະເລີນ ເຕີບໂຕຂອງລູກສັດນໍ້າໄວອ່ອນ. 9. ຫາສັດນໍ້າໃນລະດູວາງໄຂ່. 10. ບໍລິໂພກ, ຊື້-ຂາຍສັດນໍ້າທີ່ ຕາຍໂດຍບໍ່ຮູ້ສາເຫດ, ເປັນພະຍາດ ຫລື ປົນເປື້ອນສານເຄມີຕົກຄ້າງ. 11. ມີພຶດຕິກໍາອື່ນ ທີ່ເປັນການ ລະເມີດກົດໝາຍ. ມາດຕາ 82 (ໃໝ່) ຂໍ້ຫ້າມສໍາ ລັບຜູ້ດໍາເນີນທຸລະກິດ; ຫ້າມຜູ້ດໍາ ເນີນທຸລະກິດກ່ຽວກັບສັດນ້ຳ ແລະ ການປະມົງມີພຶດຕິກໍາໃດໜຶ່ງດັ່ງນີ້: 1. ດໍາເນີນທຸລະກິດບໍ່ຖືກຕ້ອງ ຕາມກົດໝາຍ ແລະ ຕາມການອະ ນຸຍາດ. 2. ໂອນ ຫລື ມອບໃບອະນຸຍາດ ດໍາເນີນທຸລະກິດໃຫ້ຜູ້ອື່ນນໍາໃຊ້. 3. ຊື້-ຂາຍ, ຫາ, ນໍາເຂົ້າ, ສົ່ງ ອອກ, ສົ່ງຜ່ານ ຫລື ເຄື່ອນຍ້າຍ ສັດນໍ້າ, ຊາກ, ຊິ້ນສ່ວນ ແລະ ຜະ ລິດຕະພັນສັດນ້ຳ, ຜະລິດຕະພັນ ສິນຄ້າກ່ຽວກັບການປະມົງ ໂດຍບໍ່ ໄດ້ຮັບອະນຸຍາດ. 4. ປອມແປງເອກະສານ ຫລື ນໍາໃຊ້ເອກະສານປອມ. 5. ນາບຂູ່, ໃຊ້ຄວາມຮຸນແຮງ ແລະ ວາຈາທີ່ບໍ່ເໝາະສົມຕໍ່ພະນັກ ງານ-ລັດຖະກອນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ. 6. ປະຕິເສດຄວາມຮັບຜິດຊອບ, ຫລົບຫລີກ, ບິດເບືອນ ຫລື ຊຸກເຊື່ອງ ຂອງກາງ. 7. ໃຫ້ສິນບົນແກ່ພະນັກງານ-ລັດ ຖະກອນແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ. 8. ມີພຶດຕິກໍາອື່ນທີ່ເປັນການ ລະເມີດກົດໝາຍ. ມາດຕາ 83 (ປັບປຸງ) ຂໍ້ຫ້າມ ສໍາລັບພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ສັດນໍ້າ ແລະ ການ ປະມົງຫ້າມສໍາລັບພະນັກງານ-ລັດ ຖະກອນ ແລະ ເຈົ້າໜ້າທີ່ສັດນໍ້າ ແລະ ການປະມົງມີພຶດຕິກໍາໃດໜຶ່ງ ດັ່ງນີ້: 1. ສວຍໃຊ້ສິດ, ໜ້າທີ່, ຕໍາ ແໜ່ງ, ບັງຄັບ, ນາບຂູ່ ເພື່ອຫາຜົນ ປະໂຫຍດແກ່ຕົນ, ຄອບຄົວ, ຍາດ ພີ່ນ້ອງ ແລະ ພັກພວກຂອງຕົນ; 2. ເປີດເຜີຍຄວາມລັບຂອງລັດ ຫລື ທາງລັດຖະການ. 3. ທວງເອົາ, ຂໍເອົາ, ຮັບເອົາ ສິນບົນ. 4. ປະຕິບັດໜ້າທີ່ດ້ວຍຄວາມ ປະໝາດ, ເມີນເສີຍ, ຂາດຄວາມ ຮັບຜິດຊອບ. 5. ກົດໜ່ວງ, ຖ່ວງດຶງ, ປອມ ແປງເອກະສານ, ອອກເອກະສານ ຫລື ທໍາລາຍເອກະສານ ໂດຍບໍ່ ຖືກຕ້ອງ. 6. ຮຽກເອົາຄ່າທໍານຽມ, ຄ່າ ບໍລິການ ເເລະ ນໍາໃຊ້ລາຍຮັບວິຊາ ການໂດຍບໍ່ຖືກຕ້ອງ. 7. ມີພຶດຕິກໍາອື່ນທີ່ເປັນການ 37'dko,N ]t4q 'lh k'7;k,ltvkf8la '7q + , ໃຫ້ສັງຄົມທີ່ບໍ່ຄວນເບິ່ງຂ້າມຕໍ່ ບັນຫາການຖິ້ມຂີ້ເຫຍື້ອຊະຊາຍ. ນ້ອງແຈັກ ຫລື ສົດໃສວິໄລຄໍາ, ຢູ່ ບ້ານໂພນໄຜ່ ເມືອງສາລະວັນ ໃຫ້ ຮູ້ວ່າ: ຍ້ອນໄດ້ຮັບແຮງບັນດານ ໃຈຈາກ “ອ້າຍປັນ” ໂຄງການ ມື້ລະຖົງ One bag a Day, ຢູ່ ທີ່ນະຄອນປາກເຊ ຈຶ່ງໄດ້ມີແນວ ຄວາມຄິດຢາກລົງມືເຮັດຕົວຈິງ, ໄວໜຸ່ມແຂວງອື່ນສາມາດເຮັດໄດ້, ໃນນາມເຮົາເປັນໄວໜຸ່ມແຂວງ ສາລະວັນ ກໍສາມາດເຮັດໄດ້ເຊັ່ນ ກັນ ຊຶ່ງເລີ່ມຕົ້ນຈາກຕົວເຮົາເອງ ໂດຍບໍ່ຕ້ອງລໍຖ້າໃຜບອກ. ນ້ອງໄດ້ເລີ່ມລົງມືເກັບຂີ້ເຫຍື້ອ ມາແລ້ວ 4 ວັນ, ແຕ່ວັນທີ 10 ພຶດສະພາ 2026. ໂດຍກໍານົດເອົາ ຈຸດອະນຸສາວະລີ ອົງແກ້ວ ເປັນຈຸດ ເລີ່ມຕົ້ນ ເພື່ອເຮັດໃຫ້ສະຖານທີ່ດັ່ງ ກ່າວ ມີຄວາມສະອາດ, ສວຍງາມ; ໃນມື້ທໍາອິດມີພຽງ 2 ຄົນເທົ່ານັ້ນ ແລະ ຕໍ່ມາກໍເລີ່ມມີນ້ອງໆ, ໝູ່ຄູ່ ໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈິດ ອາສາ, ເກັບຂີ້ເຫຍື້ຶອໃນທຸກໆມື້ນັບ ແຕ່ເວລາ 16:30 ໂມງ - 17:30 ໂມງແລງ, ເພື່ອສ້າງສະຖານທີ່ດັ່ງ ກ່າວ ກາຍເປັນແບບຢ່າງທີ່ມີຄວາມ ສະອາດ, ສວຍງາມ. ໂຄງການ “ມື້ລະຖົງ” One Bag A Day ເປັນກິດຈະກໍາໜຶ່ງ ທີ່ໄດ້ຮັບຄວາມນິຍົມ, ໄວໜຸ່ມຫລາຍ ແຂວງໄດ້ລົງມືເຮັດຢ່າງຈິງຈັງ ແລະ ຢູ່ແຂວງສາລະວັນ ກໍເລີ່ມເປັນ ຮູບປະທຳແລ້ວ, ຍ້ອນນ້ອງໆໄວ ໜຸ່ມມີຈິດໃຈຮັກຄວາມສະອາດ, ຮັກ ສິ່ງແວດລ້ອມ ແລະ ໃຊ້ເວລາຫວ່າງ ເປັນປະໂຫຍດ ເພື່ອສັງຄົມ, ກ້າລົງມື ເຮັດໃນສິ່ງທີ່ດີໆ ແລະ ໜ້າຊົມເຊີຍ, ເປັນການປູກຈິດສຳນຶກໃຫ້ທຸກຄົນ ໃນສັງຄົມຫັນມາໃສ່ໃຈຕໍ່ການຮັກ ສາສິ່ງແວດລ້ອມ, ຮັກສາຄວາມ ສະອາດ ໂດຍເລີ່ມຕົ້ນຈາກສິ່ງເລັກໆ ນ້ອຍໆທີ່ເຮົາບໍ່ຄວນເບິ່ງຂ້າມ. ໂດຍ: ວິໄລວອນ ສິດທິໄຊ
RkJQdWJsaXNoZXIy MTc3MTYxMQ==