7276

gsfdko{dkora fmtok a xtgmf]k; ( 15/05/2026 va f8txn 9a fla [xtfkcsj '-kf fh ko7;k,xvfwrmk's];' w-lq ,[6 o me]kply o7h k\q fvkp5 c]t ly o7h koeg0Q k[= j 4n d8h v' ຂປລ. ແຫລ່ງຂ່າວຈາກແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ພະແນກອຸດ ສາຫະກໍາ ແລະ ການຄ້າ ແຂວງ ໄຊສົມບູນ ຮ່ວມກັບພາກສ່ວນທີ່ ກ່ຽວຂ້ອງ ທໍາລາຍສິນຄ້າອຸປະ ໂພກ-ບໍລິໂພກ ທີ່ໝົດອາຍຸ ແລະ ສິນ ຄ້ານໍາເຂົ້າບໍ່ຖືກຕ້ອງຕາມລະບຽບ ການ ໃນວັນທີ 13 ພຶດສະພາ 2026 ທີ່ເດີ່ນພະແນກອຸດສາຫະກຳ ແລະ ການຄ້າແຂວງ ໂດຍມີ ທ່ານ ພາ ທໍ່ ຕົງເຢີທໍ່ ຫົວໜ້າພະແນກອຸດ ສາຫະກຳ ແລະ ການຄ້າ ແຂວງ ໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ທອງຂັນ ແພງຄໍາມີ ຫົວໜ້າຂະແໜງການ ຄ້າພາຍໃນ ແລະ ຕ່າງປະເທດ, ພະແນກອຸດສາຫະກຳ ແລະ ການ ຄ້າ ແຂວງໄຊສົມບູນ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ເຈົ້າໜ້າທີ່ກວດ ກາການຄ້າແຂວງ ໄດ້ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ໃນ ການລົງກວດກາສິນຄ້າອຸປະໂພກບໍລິໂພກ ທີ່ໝົດອາຍຸ, ສິນຄ້ານໍາ ເຂົ້າບໍ່ຖືກຕ້ອງຕາມລະບຽບການ, ສິນຄ້າລອກຮຽນແບບ, ສິນຄ້າ ນອກລະບົບ ແລະ ອື່ນໆ ຢ່າງເປັນ ປົກກະຕິ. ຜ່ານການກວດກາຕົວ ຈິງ ຊຶ່ງເລີ່ມແຕ່ເດືອນມີນາ-ວັນທີ 5 ພຶດສະພາ 2026 ສາມາດກວດ ກາຮ້ານຂາຍເຄື່ອງຍົກ-ຂາຍຍ່ອຍ, ກວດກາໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດ ຂອງຊາວຈີນ, ຫວຽດນາມ ແລະ ຄົນລາວ ໄດ້ທັງໝົດ 97 ຮ້ານ, ພົບ ເຫັນສິນຄ້າໝົດອາຍຸ, ສິນຄ້າເສື່ອມ ຄຸນນະພາບ ແລະ ສິນຄ້າອື່ນໆ ໄດ້ທັງໝົດ 49 ລາຍການ ໂດຍ ສະເພາະ ສິນຄ້າປະເພດສະບຽງ ອາຫານ, ເຂົ້າໜົມ, ໝີ່ສໍາເລັດຮູບ, ເຄື່ອງສໍາອາງ, ເຄື່ອງປຸງແຕ່ງ ອາຫານ ແລະ ເຄື່ອງດື່ມປະເພດ ຕ່າງໆທີ່ໝົດອາຍຸ ຫລື ບໍ່ມີເອກະ ສານການນໍາເຂົ້າຖືກຕ້ອງຕາມ ລະບຽບກົດໝາຍ ລວມມູນຄ່າ ຂອງສິນຄ້າທັງໝົດ 100 ລ້ານ ກວ່າກີບ. ພ້ອມນີ້, ຍັງໄດ້ສ້າງບົດ ບັນທຶກສຶກສາອົບຮົມ, ກ່າວເຕືອນ ແລະ ປັບໃໝຜູ້ທີ່ລະເມີດຕໍ່ລະບຽບ ແລະ ກົດໝາຍ ໄດ້ 100 ລ້ານ ກວ່າກີບ. ນອກຈາກນີ້, ເຈົ້າໜ້າທີ່ ກວດກາການຄ້າ ຍັງໄດ້ແນະນໍາ ລະບຽບການ, ວິທີການຊື້-ຂາຍ ສິນຄ້າ, ວິທີການກວດກາສິນຄ້າ ໝົດອາຍຸ, ສິນຄ້າບໍ່ຕິດສະຫລາກ ເປັນພາສາລາວ, ສິນຄ້າລອກຮຽນ ແບບ, ສິນຄ້ານອກລະບົບ, ສິນຄ້າ ຕ້ອງຫ້າມ ແລະ ສິນຄ້າອື່ນໆ ໃຫ້ກັບ ບັນດາຜູ້ປະກອບການຕື່ມອີກ. ໃນໂອກາດນີ້, ທ່ານ ພາທໍ່ ຕົງ ເຢີທໍ່ ໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ ໃນການຕິດຕາມ, ກວດກາສິນຄ້າ ທີ່ໝົດອາຍຸ ແລະ ສິນຄ້ານໍາເຂົ້າບໍ່ ຖືກຕ້ອງ ເພື່ອເປັນການປົກປ້ອງ ສິດ ແລະ ຜົນປະໂຫຍດຂອງຜູ້ ບໍລິໂພກ-ຜູ້ຊົມໃຊ້ ເພື່ອຮັບປະກັນ ຄວາມປອດໄພດ້ານສຸຂະພາບ ໃຫ້ ແກ່ສັງຄົມ. ການທຳລາຍສິນຄ້າ ດັ່ງກ່າວ ເປັນມາດຕະການໜຶ່ງໃນ ການປາບປາມການຈໍາໜ່າຍສິນຄ້າ ທີ່ບໍ່ໄດ້ມາດຕະຖານ, ປ້ອງກັນການ ລັກລອບນໍາເຂົ້າສິນຄ້າຜິດກົດໝາຍ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ ບໍລິໂພກ ພ້ອມທັງໄດ້ຮຽກຮ້ອງໃຫ້ ບັນດາຜູ້ປະກອບການຂາຍເຄື່ອງ ຕ່າງໆ ຈົ່ງພ້ອມກັນປະຕິບັດຕາມ ລະບຽບກົດໝາຍຢ່າງເຄັ່ງຄັດ ໂດຍ ສະເພາະ ການນໍາເຂົ້າ ແລະ ຈໍາໜ່າຍ ສິນຄ້າທີ່ມີຄຸນນະພາບ, ມີແຫລ່ງທີ່ ມາຊັດເຈນ ແລະ ບໍ່ໝົດອາຍຸ ເພື່ອ ຄວາມປອດໄພຂອງປະຊາຊົນ ກໍຄື ຜູ້ບໍລິໂພກ. ຂ່າວ-ພາບ: ພຸດທະສອນ ເວດສະວົງ ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພະແນກໂຍທາ ທິການ ແລະ ຂົນສົ່ງ ແຂວງອັດຕະປື ຈັດສັບປະດາແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງປະຈໍາປີ2026 ໃນຕອນເຊົ້າວັນທີ 14 ພຶດສະພາ 2026 ທີ່ສວນສາທາລະນະຂອງ ແຂວງ ໂດຍມີ ທ່ານ ສຸລິວົງ ອະໄພ ວົງ ຮອງປະທານຄະນະກໍາມະການ ປົກຄອງແຂວງອັດຕະປື, ປະທານ ຄະນະກຳມະການ ດ້ານຄວາມປອດ ໄພທາງຫລວງຂັ້ນແຂວງ, ມີບັນດາ ຄະນະນໍາຂອງແຂວງ, ຄະນະກຳ ມະການດ້ານຄວາມປອດໄພທາງ ຫລວງຂັ້ນແຂວງ, ພະນັກງານ, ທະຫານ, ຕຳຫລວດແລະ ນັກຮຽນນັກສຶກສາເຂົ້າຮ່ວມ. ທ່ານ ສຸລິວົງ ອະໄພວົງ ໄດ້ກ່າວ ວ່າ: ການຈັດງານສັບປະດາແຫ່ງ ຊາດ ດ້ານຄວາມປອດໄພທາງ ຫລວງ ປະຈໍາປີ 2026 ຄັ້ງນີ້ ເປັນ ການຢັ້ງຢືນເຖິງຄວາມເປັນຫ່ວງ ເປັນໄຍ, ຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຂອງລັດຖະບານ ກໍຄືບັນດາແຂວງ ຕໍ່ວຽກງານຄວາມ ປອດໄພທາງຫລວງ ແລະ ທັງເປັນ ການຈັດຕັ້ງປະຕິບັດກົດໝາຍວ່າ ດ້ວຍການຈະລາຈອນທາງບົກ, ຍຸດທະສາດແຫ່ງຊາດດ້ານຄວາມ ປອດໄພທາງຫລວງ ແລະ ມະຕິ ຂອງອົງການສະຫະປະຊາຊາດ ກ່ຽວກັບການປັບປຸງຄວາມປອດໄພ ທາງຫລວງໃນທົ່ວໂລກ ປີ 2006, ແນໃສ່ເພື່ອໂຄສະນາ, ສ້າງສະຕິ ແລະ ປູກຈິດສຳນຶກໃຫ້ປະຊາຊົນ ທຸກຊັ້ນຄົນທົ່ວສັງຄົມ ໃຫ້ເຫັນໄດ້ ໄພອັນຕະລາຍຂອງການລະເມີດກົດ ຈະລາຈອນ ເປັນຕົ້ນ ການຂັບຂີ່ລົດ ໄວ, ການດື່ມສິ່ງມຶນເມົາແລ້ວຂັບ ຊຶ່ງເປັນສາເຫດສ່ວນໃຫຍ່ໃນການ ເກີດອຸບັດເຫດ, ເຫັນໄດ້ຜົນກະທົບ ແລະ ຜົນສະທ້ອນຂອງການເກີດ ອຸບັດເຫດຕໍ່ການດໍາລົງຊີວິດຂອງ ສັງຄົມ, ຕໍ່ເສດຖະກິດ ແລະ ການ ພັດທະນາຂອງຊາດ. g-dv' dP,7;k,rh v,9a f,tstdedy ]k oa dIPo,a fmtpq ,lb dlkmq j ;xtgmf ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມ ຄະນະຮັບຜິດຊອບລະດັບຊາດ ຄັ້ງ ທີ 1 ເພື່ອກະກຽມຈັດມະຫະກຳ ກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຊຶ່ງແຂວງເຊກອງ ຈະ ເປັນເຈົ້າພາບໃນປີ 2027 ຈັດຂຶ້ນ ໃນວັນທີ 13 ພຶດສະພາ 2026 ທີ່ ແຂວງເຊກອງ ໂດຍມີ ທ່ານ ນາງ ສີ ສະຫງ່າ ແກ້ວດວງດີ ຮອງປະທານ ຄະນະກຳມະການປົກຄອງແຂວງ ເຊກອງ, ທ່ານ ກິ່ງມະໂນ ພົມມະ ຫາໄຊ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ ພ້ອມດ້ວຍ ຂະແໜງການກ່ຽວຂ້ອງ, ແຂກຖືກ ເຊີນຈາກແຂວງຈຳປາສັກ, ສາລະ ວັນ ແລະ ຄະນະກຳມະການລະດັບ ຊາດ ເຂົ້າຮ່ວມ. ທ່ານ ຄຳໄພ ສິມມາວັດ ຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ ລາຍງານວ່າ: ພາຍຫລັງລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ໄດ້ ມອບທຸງມະຫະກຳກິລານັກຮຽນ ໃຫ້ແຂວງເຊກອງ ສືບຕໍ່ເປັນເຈົ້າ ພາບຈັດຕັ້ງປະຕິບັດ ຄັ້ງທີ 8 ໃນ ປີ 2027. ຈາກນັ້ນກໍໄດ້ຂໍທິດຊີ້ນຳ ຈາກການນຳແຂວງ ແລະ ປະສານ ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອພ້ອມກັນວາງແຜນກະກຽມ ຄວາມພ້ອມຮອບດ້ານ, ປັດຈຸບັນ ໄດ້ສຳເລັດອອກຂໍ້ຕົກລົງ ຂອງເຈົ້າ ແຂວງ ສະບັບເລກທີ 366/ຊກ, ລົງວັນທີ 23 ຕຸລາ 2024 ວ່າດ້ວຍ ຮັບຮອງເອົາໄຟຟ້າພະລັງງານລົມ ຫລື ກັງຫັນລົມ ເປັນສັນຍາລັກໂລ ໂກ້, ປາຫວ່າຄຳ ເປັນສັນຍາລັກ ສັດນຳໂຊກ, ອອກຂໍ້ຕົກລົງ ເລກທີ 31/ຊກ, ລົງວັນທີ 12 ມີນາ 2025 ວ່າດ້ວຍຮັບຮອງເອົາ 13 ປະເພດ ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ພິທີມອບຮັບ ແລະ ເປີດນຳໃຊ້ຂົວຂ້າມນ້ຳ ເນີນ ບ້ານພຽງຫົ່ງ ກຸ່ມບໍເຍຍ ເມືອງ ໜອງແຮດ ແຂວງຊຽງຂວາງ ຢ່າງ ເປັນທາງການຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ທີ່ບ້ານພຽງ ຫົ່ງ ໂດຍມີທ່ານ ບົວເງິນ ຫຸມໄຊ ຍະພົມ ປະທານຄະນະກຳມະການ ປົກຄອງແຂວງຊຽງຂວາງ ພ້ອມ ດ້ວຍຄະນະຈາກແຂວງ, ເມືອງ, ບ້ານ, ພະນັກງານບໍລິສັດໄຟຟ້ານ້ຳ ຕົກ ນ້ຳເນີນ 1 ຈຳກັດຜູ້ດຽວ ແລະ ພະນັກງານບໍລິສັດຊີ 47 (C47) ເຂົ້າຮ່ວມ. ທ່ານ ເພັດສະໝອນ ຫລວງ ອາໄພ ຜູ້ຈັດການໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳຕົກ ນ້ຳເນີນ 1 ຈຳກັດ ເມືອງໜອງແຮດ ໄດ້ລາຍ ງານການລິເລີ່ມລົງມືຟື້ນຟູກໍ່ສ້າງ ຂົວເບເລ່ຂ້າມນ້ຳເນີນ ບ້ານພຽງ ຫົ່ງ ໂດຍໄດ້ຮັບການຕົກລົງເຫັນດີ ຈາກການນຳແຂວງຊຽງຂວາງ ເພື່ອກໍ່ສ້າງຂົວດັ່ງກ່າວ ເນື່ອງຈາກ ຂົວອັນເກົ່າໄດ້ຮັບຜົນກະທົບຈາກ ພາຍຸວິພາໃນປີຜ່ານມາ ເຮັດໃຫ້ຂົວ ຖືກນ້ຳຊຸໄຫລ ແລະ ເປ່ເພເສຍຫາຍ 100%. ດັ່ງນັ້ນ, ທາງບໍລິສັດໄດ້ ເລີ່ມລົງມືກໍ່ສ້າງມາແຕ່ເດືອນພະຈິກ 2025 ມາເຖິງເດືອນເມສາ 2026 ການກໍ່ສ້າງແມ່ນສຳເລັດ100% ຊຶ່ງຂົວດັ່ງກ່າວມີມູນຄ່າການກໍ່ສ້າງ 19,73 ຕື້ກວ່າກີບ ໃນນີ້, ບໍລິສັດ ຮັບຜິດຊອບ 50% ຂອງມູນຄ່າ ທັງໝົດ ແລະ ທຶນຂອງລັດຖະບານ 50%. ຂົວດັ່ງກ່າວມີຄວາມຍາວ gxu fdkooe.-h 0q ;oEgou o[h korP'sq j ' 1j k'gxa omk'dko ໃນຊຸມປີຜ່ານມາ ເຖິງວ່າຈະ ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍປະການ ສປປ ລາວ ໄດ້ພັດທະນາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າ ນັບມື້ໄດ້ຮັບການປັບ ປຸງປົວແປງດີຂຶ້ນ, ການນໍາໃຊ້ ຍານພາຫະນະທາງບົກ ແລະ ທາງ ຫລວງ ກໍເພີ່ມຂຶ້ນແບບກ້າວກະ ໂດດ. ຄຽງຄູ່ກັນນັ້ນ, ຈຳນວນອຸບັດ ເຫດ ກໍມີທ່າອ່ຽງເພີ່ມຂຶ້ນ ຊຶ່ງເຮັດ ໃຫ້ມີຄົນຖືກບາດເຈັບ, ເສຍອົງຄະ, ເສຍຊີວິດຈໍານວນເພີ່ມຂຶ້ນ ລວມ ທັງຊັບສິນຂອງປະຊາຊົນ ກໍຄືຂອງ ລັດ ເສຍຫາຍຫລາຍຮ້ອຍຕື້ກີບ ໃນແຕ່ລະປີ, ທັງໄດ້ກາຍເປັນໜຶ່ງ ໃນປະກົດການຫຍໍ້ທໍ້ໃຫຍ່ຂອງ ສັງຄົມ, ເປັນເຫດສ້າງຄວາມສູນ ເສຍໃຫຍ່ຫລວງທີ່ກົດໜ່ວງການ ພັດທະນາ, ດ້ວຍຄວາມເປັນຫ່ວງ ເປັນໄຍ ແລະ ຫາງສຽງຈົ່ມວ່າ ເນືອງນັນຂອງສັງຄົມ, ເປັນສິ່ງ ທ້າທາຍໃຫຍ່ ຂອງການບໍລິຫານຄຸ້ມຄອງສັງຄົມຂອງລັດຖະບານ. ໂອກາດນີ້, ທ່ານ ສຸລິວົງ ອະໄພ ວົງ ຍັງໄດ້ຮຽກຮ້ອງມາຍັງທົ່ວສັງ ຄົມ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈ ປະຕິບັດກົດຈະລາຈອນຢ່າງເຂັ້ມ ງວດ ແລະ ຊ່ວຍໂຄສະນາປູກ ຈິດສໍານຶກໃຫ້ລູກຫລານບັນດາ ນັກຮຽນນັກສຶກສາ, ປະຊາຊົນບັນ ດາເຜົ່າ ກ່ຽວກັບຄວາມປອດໄພ ທາງຫລວງໃຫ້ທົ່ວສັງຄົມຮັບຮູ້ ເພື່ອ ຈຳກັດ ຫລຸດຜ່ອນອຸບັດເຫດທາງ ຫລວງ, ເພື່ອປົກປ້ອງຊີວິດຊັບສິນ ຂອງປະຊາຊົນຂອງຊາດ ກໍຄືການ ປົກປ້ອງສຸຂະພາບ ແລະ ສະຫວັດດີ ການສັງຄົມ. ໂອກາດດັ່ງກ່າວ, ຄະນະຈັດງານ ຍັງໄດ້ຈັດກິດຈະກໍາຂະບວນການ ຍ່າງເພື່ອສຸຂະພາບ ໄປຕາມເສັ້ນ ທາງສໍາຄັນພາຍໃນເທສະບານ ແຂວງຢ່າງເປັນຂະບວນການຟົດ ຟື້ນ. ຂ່າວ: ວັດທະນາ 109 ແມັດ, ກວ້າງ 4 ແມັດ ສູງຈາກ ໜ້ານ້ຳເຖິງພື້ນຂົວ 12 ແມັດ ຮັບນ້ຳ ໜັກໄດ້ 50 ໂຕນ ໂດຍການຮັບເໝົາ ກໍ່ສ້າງຂອງ ບໍລິສັດ C47 ຂອງ ສສ ຫວຽດນາມ. ໂອກາດນີ້, ທ່ານ ບົວເງິນ ຫຸມ ໄຊຍະພົມ ກໍໄດ້ກ່າວສະແດງຄວາມ ຂອບໃຈ ມາຍັງບໍລິສັດທີ່ມີຄວາມ ເດັດດ່ຽວ ໃຫ້ການຊ່ວຍເຫລືອ ເຫັນ ໄດ້ຄວາມຈຳເປັນຂອງແຂວງ ກໍຄື ປະຊາຊົນເມືອງໜອງແຮດ ໂດຍ ສະເພາະ ກຸ່ມບໍເຍຍ, ກຸ່ມບໍກໍ ແລະ ເມືອງກວັນແຂວງ ຫົວພັນ ທີ່ ໄດ້ນຳໃຊ້ຂົວດັ່ງກ່າວ ຊຶ່ງຂົວນີ້ ແມ່ນມີຄວາມຈຳເປັນທີ່ສຸດໃນ ການຄົມມະນາຄົມ ຂອງປະຊາຊົນ ໃນຂົງເຂດນີ້ ທັງຮັບປະກັນການ ສັນຈອນບໍ່ໃຫ້ຖືກຕັດຂາດ ແກ້ໄຂ ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຂໍມອບຂົວດັ່ງກ່າວ ໃຫ້ເມືອງ ໜອງແຮດ ແລະ ພໍ່ແມ່ປະຊາຊົນ ເປັນຜູ້ປົກປັກຮັກສາຊົມໃຊ້ຂົວດັ່ງ ກ່າວ ໃຫ້ເກີດຜົນປະໂຫຍດສູງສຸດ, ມອບໃຫ້ບໍລິສັດ ແລະ ພະແນກການ ທີ່ກ່ຽວຂ້ອງ ຈົ່ງຮີບຮ້ອນຈໍລະຈອນ ເອກະສານໃຫ້ວ່ອງໄວ ເພື່ອຊຳລະ ໃຫ້ທັນເວລາ. ຂ່າວ: ບຸນມີ ແສງທຸມມີ ກິລາ ບັນຈຸເຂົ້າໃນການແຂ່ງຂັນ, ຊີງຫລຽນລາງວັນ 456 ຫລຽນ ໃນນັ້ນ, ມີ 135 ຫລຽນຄຳ, 135 ຫລຽນເງິນ, 186 ຫລຽນທອງ, 135 ລາຍການແຂ່ງຂັນ ໂດຍ ແຂວງໜຶ່ງ ສາມາດສົ່ງຄະນະຄູຝຶກ ແລະ ນັກກິລາໄດ້ສູງສຸດ 394 ທ່ານ; ສຳເລັດຈັດກອງປະຊຸມ ຮ່ວມກັບກົມ ກິລາມວນຊົນ, ພາລະ ແລະ ສິລະປະ ສຶກສາ ຄັ້ງທີ 1 ຊຶ່ງໄດ້ກຳນົດໜ້າ ວຽກຈະຕ້ອງປະຕິບັດ 5 ຈຸດສຸມ, ຄັ້ງທີ 2 ໄດ້ກຳນົດໂຄງປະກອບບຸກ ຄະລາກອນ, ຄະນະຮັບຜິດຊອບ ລະດັບຊາດ ແລະ ງົບປະມານນຳ ໃຊ້ຢ່າງລະອຽດ; ວຽກງານການ ກໍ່ສ້າງພື້ນຖານໂຄງລ່າງ ລວມ 26 ກິດຈະກຳ, ກຳນົດຈຸດການແຂ່ງ ຂັນກິລາແຕ່ລະປະເພດ, ກຳນົດ ເປົ້າໝາຍ, ສູນພັກເຊົານັກກິລາ ຈາກບັນດາແຂວງ ທີ່ຈະເຂົ້າຮ່ວມ ມີ 17 ສູນ; ກະກຽມສະຖານທີ່ຮອງ ຮັບການນຳ, ແຂກ ແລະ ມວນຊົນ ທົ່ວໄປ. ສຳລັບມະຫະກຳກິລານັກຮຽນ ມັດທະຍົມທົ່ວປະເທດ ຄັ້ງທີ 8 ທີ່ ແຂວງເຊກອງ ຈະເປັນເຈົ້າພາບ ໃນປີ 2027 ຈະມີ 13 ປະເພດ ກິລາແຂ່ງຂັນຄື: ກິລາແລ່ນ-ລານ 38 ລາຍການ, ກິລາບານເຕະ 2 ລາຍການ, ບານສົ່ງໃນຮົ່ມ ແລະ ຫາດຊາຍ 4 ລາຍການ, ບານບ້ວງ 4 ລາຍການ, ເປຕັງ 9 ລາຍການ, ກະຕໍ້ 6 ລາຍການ, ໜ້າເກັກ 12 ລາຍການ, ໝາກເສິກ 9 ລາຍການ, ປິ່ງປ່ອງ 7 ລາຍການ, ດອກ ປີກໄກ່ 6 ລາຍການ, ໝາກແລ້ 12 ລາຍການ, ເທັກຄວັນໂດ 21 ລາຍການ ແລະ ກິລາດຶງເຊືອກ 5 ລາຍການ. ໂອກາດນີ້, ທ່ານ ນາງ ສີສະ ຫງ່າ ແກ້ວດວງດີ ໄດ້ມີທິດຊີ້ນຳ ຫລາຍບັນຫາ ໂດຍເນັ້ນໃຫ້ສືບຕໍ່ ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ ຍັງຄົງຄ້າງໃຫ້ສຳເລັດທັນການ, ປະສານສົມທົບກັນຢ່າງກົມກຽວແຕ່ ສູນກາງ ກໍຄື ກະຊວງສຶກສາທິການ ແລະ ກິລາ ເພື່ອຂໍທິດຊີ້ນໍາໃນການ ກະກຽມແຜນວຽກຕ່າງໆໃນດ້ານ ກິລາ, ປະສານສົມທົບແໜ້ນກັບ ເຈົ້າໜ້າທີ່ ໃນການວາງແຜນປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນຄວາມປອດໄພ ນັບແຕ່ມື້ເລີ່ມແຂ່ງຂັນ ຈົນຮອດ ມື້ສໍາເລັດ. ພ້ອມນີ້, ກໍເອົາໃຈໃສ່ ສະຫລຸບລາຍງານ, ປຶກສາຫາລື, ຖອດຖອນບົດຮຽນໃນແຕ່ລະອະນຸ ກຳມະການ ເປັນໄລຍະ ເພື່ອເຮັດ ໃຫ້ການກະກຽມຈັດງານມະຫະກຳ ກິລານັກຮຽນທົ່ວປະເທດ ຄັ້ງທີ 8 ໄດ້ຮັບຜົນສຳເລັດດ້ວຍດີ. ຂ່າວ: ອັດສະວິນ

RkJQdWJsaXNoZXIy MTc3MTYxMQ==