15/05/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສະຫວັນັ 4E9a ' vu d|bj 'lt4komuj mj v'mj P;pvfoy pq ,0v'oa dmj v'mj P; 37'dkolqj 'glu ,dkox6 dg0Q kc[[pn opq '[= ]y la fg[p]k; gzu pzq oleg]a fdkogda [dj P;g0Q kokc-' rh v,dh k;wxl6j dkogIa fdtly dec[[2N o26 .o]k; ຂປລ. ເມືອງວັງວຽງ ແຂວງ ວຽງຈັນ ເປັນເມືອງທ່ອງທ່ຽວທີ່ມີ ຊື່ສຽງ, ໂດດເດັ່ນດ້ວຍພູມສັນຖານ ພູຫີນປູນ, ແມ່ນ້ຳ ແລະ ຖ້ຳທຳມະ ຊາດທີ່ສວຍງາມຈົນໄດ້ຮັບສາຍາ ນາມວ່າ: “ກຸ້ຍຫລິນເມືອງລາວ”. ຂປລ. ໂຄງການສົ່ງເສີມການ ປູກເຂົ້າແບບຍືນຍົງ ບໍລິສັດເບຍ ລາວ ຈຳກັດ ສືບຕໍ່ສ້າງຜົນສຳເລັດ ໃນການດຳເນີນການປູກເຂົ້ານາ ແຊງປີ 2025–2026, ສາມາດ ເກັບກ່ຽວຜົນຜະລິດເຂົ້າໄດ້ຫລາຍ ກວ່າ 1.500 ໂຕນ, ພ້ອມສືບຕໍ່ນຳ ໃຊ້ເຕັກນິກການປູກເຂົ້າແບບປຽກ ສະຫລັບແຫ້ງ (AWD) ຊຶ່ງເປັນ ອົງປະກອບສໍາຄັນໃນການຂັບ ເຄື່ອນກະສິກໍາແບບຟື້ນຟູຂອງບໍລິ ສັດເບຍລາວ. ໂດຍການເຮັດວຽກຮ່ວມກັບ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະ ກິດທີ່ຂຶ້ນກັບສະຖາບັນຄົ້ນຄວ້າ ກະສິກໍາ, ສິ່ງແວດລ້ອມ ແລະ ພັດ ທະນາຊົນນະບົດ, ເນັ້ນການຄວບ ຄຸມຄຸນນະພາບການປູກໃຫ້ ໄດ້ມາດ ຕະຖານກະສິກຳທີ່ດີ(AWD), ກະສິກໍາອິນຊີ (Organic) ແລະ ສືບຕໍ່ຂະຫຍາຍການນໍາໃຊ້ເຕັກນິກ ການປູກເຂົ້າແບບປຽກສະຫລັບ ແຫ້ງ (AWD), ໂດຍເຕັກນິກ ດັ່ງກ່າວຖືເປັນນະວັດຕະກຳຫລັກ ໃນແນວທາງກະສິກຳແບບຟື້ນຟູ ພາຍໃຕ້ແນວຄິດປະສົມປະສານ ລະຫວ່າງການເຮັດນາປູກເຂົ້າ ມາດຕະຖານກະສິກຳທີ່ດີບວກກັບ ການນໍາໃຊ້ເຕັກນິກການປູກເຂົ້າ ແບບປຽກສະຫລັບແຫ້ງ (AWD) ຊຶ່ງແຕກຕ່າງຈາກວິທີການປູກເຂົ້າ ແບບດັ້ງເດີມທີ່ຕ້ອງຂັງນ້ຳໃນນາ ຢ່າງຕໍ່ເນື່ອງ, ໂດຍເຕັກນິກນີ້ຈະ ປ່ອຍໃຫ້ນາແຫ້ງເປັນໄລຍະເພື່ອ ເພີ່ມປະສິດທິພາບໃນການຈັດການ ຊັບພະຍາກອນນ້ຳ ແລະ ຫລຸດຜ່ອນ ຜົນກະທົບຕໍ່ສິ່ງແວດລ້ອມ. ທ່ານ ຄຳແສນ ສົມພານດີ ຮອງ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງປາກງື່ມ ໃຫ້ ສໍາພາດວ່າ: ການນຳໃຊ້ເຕັກນິກ AWD ຖືເປັນແນວທາງທີ່ສຳຄັນ ເມືອງວັງວຽງ ມີມູນເຊື້ອປະຫວັດ ສາດວັດທະນະທຳອັນເກົ່າແກ່ທີ່ ໜ້າສົນໃຈ, ພູມີປະເທດສ່ວນໃຫຍ່ ເຕັມໄປດ້ວຍປ່າໄມ້ ແລະ ພູຂຽວ ອຸ່ນທຸ່ມ, ມີແຫລ່ງນ້ຳທຳມະຊາດ ຫລາຍສາຍ, ມີນ້ຳຕົກຕາດຫລາຍ ແຫ່ງ, ພິເສດແມ່ນນ້ຳຊອງໄຫລ ຜ່ານຕະຫລອດປີ ແລະ ຫລໍ່ລ້ຽງ ຊີວິດຊາວເມືອງວັງວຽງ ມາແຕ່ ດຶກດຳບັນ, ການດຳລົງຊີວິດຂອງ ປະຊາຊົນຍັງຮັກສາໄດ້ວິຖີຊີວິດ ແລະ ຮີດຄອງປະເພນີ, ວັດທະນະ ທຳອັນດີງາມ ແລະ ໄດ້ກາຍເປັນ ສິ່ງທີ່ສ້າງຄວາມສົນໃຈແກ່ນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດຢາກໄປສຳຜັດ ແລະ ສຶກ ສາປະຫວັດສາດອັນຂຶ້ນຊືື່ລືນາມ ດັ່ງກ່າວ. ຖ້ຳຈັງ ເປັນໜຶ່ງໃນສະຖານທີ່ ທ່ອງທ່ຽວທາງທຳມະຊາດ ແລະ ປະຫວັດສາດທີ່ໂດດເດັ່ນທີ່ສຸດຂອງ ເມືອງວັງວຽງ ຕັ້ງຢູ່ຝັ່ງຕາເວັນຕົກ ຂອງແມ່ນຳ້ຊອງ. ຖ້ຳແຫ່ງນີ້ໄດ້ ຮັບການພັດທະນາໃຫ້ເປັນແຫລ່ງ ທ່ອງທ່ຽວແບບອະນຸລັກ ແລະ ຍັງ ເປັນຈຸດໝາຍປາຍທາງຍອດນິຍົມ ຂອງນັກທ່ອງທ່ຽວ, ດ້ວຍຄວາມ ໂດດເດັ່ນ ແລະ ລັກສະນະພິເສດ ຂອງຖ້ຳເຮັດໃຫ້ນັກທ່ອງທ່ຽວຢາກ ຂຶ້ນໄປສຳຜັດບັນຍາກາດອັນສວຍ ສົດງົດງາມ, ມີຈຸດຊົມທິວທັດມູນ ສູງ 360 ອົງສາ ເມື່ອເຮົາຍ່າງຂຶ້ນ ຂັ້ນໄດຄອນກຣີດ150 ກວ່າຂັ້ນໄປ ຮອດປາກຖ້ຳຈະມີຈຸດຊົມທິວທັດທີ່ ສາມາດແນນເຫັນທັດສະນີຍະພາບ ຕົວເມືອງວັງວຽງ, ທົ່ງນາ, ພູຜາ ປ່າໄມ້ ແລະ ແມ່ນ້ຳຊອງໄດ້ຢ່າງ ກວ້າງຂວາງ. ນອກນັ້ນ, ພາຍໃນຖ້ຳ ມີກະແສລົມເຢັນພັດຜ່ານຕະຫລອດ ເວລາເຮັດໃຫ້ມີອາກາດເຢັນສະບາຍ ຄືກັບຫ້ອງແອທຳມະຊາດ ເຖິງວ່າ ສະພາບອາກາດພາຍນອກຈະຮ້ອນ ອົບເອົ້າກໍຕາມ, ພ້ອມນັ້ນພາຍໃນຖ້ຳ ຍັງມີສິ່ງອຳນວຍຄວາມສະດວກ ຫລາຍດ້ານເປັນຕົ້ນ ມີການຈັດສັນ ເສັ້ນທາງຍ່າງຄອນກຣີດ ແລະ ຕິດ ໄຟແສງສີຢ່າງເປັນລະບຽບຕາມ ແຕ່ລະຈຸດເຮັດໃຫ້ສາມາດຍ່າງຊົມ ຄວາມງົດງາມໄດ້ຢ່າງປອດໄພ ແລະ ເຫັນລາຍລະອຽດຂອງຫີນ ໄດ້ຊັດເຈນອັນໄດ້ສ້າງຄວາມປະທັບ ໃຈໃຫ້ກັບແຂກຄົນທີ່ເຂົ້າໄປຢ້ຽມ ຊົມໂດຍສະເພາະແມ່ນເວລາແນບ ເຫັນແສງໄຟກະທົບໃສ່ກັບຫີນງອກ ຫີນຍ້ອມທີ່ເຫລື້ອລະຫຍິບລະຫຍັບ ເໝືອນເພັດພອຍທີ່ໜ້າອັດສະຈັນ. ສຳລັບຢູ່ບໍລິເວນຕີນພູທາງເຂົ້າຖ້ຳ ມີຮູນ້ຳທຳມະຊາດທີ່ໄຫລອອກມາ ຈາກພາຍໃນຖ້ຳກາຍເປັນສະນ້ຳ ຂະໜາດນ້ອຍທີ່ມີນ້ຳໃສສະອາດສີ ຟ້າອົມຂຽວ ຊຶ່ງນັກທ່ອງທ່ຽວສາ ມາດລົງຫລິ້ນໄດ້. ເຖິງແນວໃດກໍຕາມ, ຖ້ຳຈັງຍັງ ມີປະຫວັດຄວາມເປັນມາຄື: ຄຳວ່າ “ຈັງ” ໝາຍເຖິງຄວາມເຢັນຈົນ ແຂງ ຫລື ຂາແຂງຍ່າງບໍ່ອອກ. ໃນ ອະດີດຊາວບ້ານທີ່ໄດ້ລົງໄປອາບນ້ຳ ຢູ່ປາກຖ້ຳຈະຮູ້ສຶກເຢັນຫລາຍຈົນຂາ ຊາ ແລະ ແຂງ. ນອກຈາກນັ້ນ. ຖ້ຳ ແຫ່ງນີ້ ໃນຕົ້ນສະຕະວັດທີ 19 ຍັງ ໃຊ້ເປັນບ່ອນຫລົບຊ້ອນຫລີ້ໄພຂອງ ຊາວບ້ານຈາກການຮຸກຮານຂອງ ພວກຫໍ້. ຕໍ່ມາໃນປາງສົງຄາມຊາວ ບ້ານກໍໄດ້ຍົກຍ້າຍມາຕັ້ງຖິ່ນຖານ ແລະ ຫລົບໄພຢູ່ທີ່ນີ້ ເພາະເປັນຈຸດສູງ ທີ່ສາມາດເບິ່ງເຫັນການເຄື່ອນໄຫວ ໄດ້ທົ່ວເມືອງວັງວຽງ. ໃນການພັດທະນາກະສິກຳແບບ ຍືນຍົງຂອງ ສປປ ລາວ ເນື່ອງຈາກ ສາມາດປະຢັດນ້ຳ, ຫລຸດຜ່ອນຜົນ ກະທົບຕໍ່ສິ່ງແວດລ້ອມ ແລະ ຊ່ວຍ ໃຫ້ຊາວນາມີຜົນຜະລິດທີ່ດີຂຶ້ນ. ພ້ອມກັນນີ້ ການຮ່ວມມືລະຫວ່າງ ບໍລິສັດເບຍລາວ ແລະ ຊຸມຊົນ ຊາວນາຍັງເປັນກົນໄກສຳຄັນໃນ ການຖ່າຍທອດຄວາມຮູ້, ພັດທະນາ ມາດຕະຖານການຜະລິດ ແລະ ສ້າງ ຕະຫລາດຮອງຮັບຜົນຜະລິດໃຫ້ແກ່ ຊາວນາຢ່າງຍືນຍົງ. ທ່ານ ສິດທິໄຊ ເກດຕະວົງ ຄະນະອໍານວຍການ ແລະ ຊີ້ນໍາ ວຽກກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດເບຍ ລາວ ຈໍາກັດ ໃຫ້ສໍາພາດວ່າ: ຜົນ ສຳເລັດສຳຄັນຂອງໂຄງການໃນ ລະດູນາແຊງ 2025–2026 ຄື ການສາມາດເກັບກ່ຽວເຂົ້າໄດ້ ຫລາຍກວ່າ 1.500 ໂຕນ ພ້ອມກັບ ການຂະຫຍາຍເນື້ອທີ່ການຜະລິດ ແລະ ຈຳນວນຄອບຄົວຊາວນາ ເຂົ້າຮ່ວມໂຄງການຢ່າງຕໍ່ເນື່ອງ. ສຳລັບເຕັກນິກ AWD ແມ່ນຖືກ ຍົກໃຫ້ເປັນ “ຫົວໃຈຫລັກ” ຂອງ ໂຄງການ ເນື່ອງຈາກສາມາດຊ່ວຍ ປະຢັດນ້ຳໄດ້ເຖິງ 30 ສ່ວນຮ້ອຍ ແລະ ຫລຸດຜ່ອນການປ່ອຍອາຍພິດ ເຮືອນແກ້ວໄດ້ເຖິງ 50 ສ່ວນຮ້ອຍ. ໃນອະນາຄົດທາງໂຄງການຈະສືບ ຕໍ່ຂະຫຍາຍແນວທາງການເຮັດກະ ສິກຳແບບຟື້ນຟູ ແລະ ສົ່ງເສີມການ ນຳໃຊ້ AWD ໃນພື້ນທີ່ການປູກ ເຂົ້າຫລາຍຂຶ້ນ ເພື່ອສ້າງຄວາມຍືນ ຍົງໃຫ້ແກ່ພາກກະສິກຳຂອງລາວ. ທາງດ້ານກຸ່ມຊາວນາທີ່ເຂົ້າ ຮ່ວມໂຄງການໄດ້ໃຫ້ຮູ້ວ່າ: ຫລັງ ຈາກນຳໃຊ້ເຕັກນິກAWDສາມາດ ຫລຸດການນຳໃຊ້ນ້ຳໄດ້ຫລາຍ ພ້ອມທັງຊ່ວຍໃຫ້ຕົ້ນທຶນການຜະ ລິດຫລຸດລົງ ແລະ ຜົນຜະລິດມີ ຄຸນນະພາບດີຂຶ້ນ. ນອກຈາກນີ້ ການເຂົ້າຮ່ວມໂຄງການຍັງຊ່ວຍ ໃຫ້ຄອບຄົວຊາວນາມີລາຍຮັບເພີ່ມ ຂຶ້ນມີຕະຫລາດຮັບຊື້ຜົນຜະລິດທີ່ ແນ່ນອນ ແລະ ມີຄຸນນະພາບຊີວິດ ທີ່ດີຂຶ້ນ. ຕະຫລອດໄລຍະເວລາ 6 ປີ ຜ່ານມາ ໂຄງການໄດ້ຂະຫຍາຍ ຕົວຢ່າງຕໍ່ເນື່ອງຈາກຈຸດເລີ່ມຕົ້ນ ທີ່ມີເນື້ອທີ່ຜະລິດເຂົ້າພຽງ 16 ເຮັກຕາ ແລະ ມີສະມາຊິກຊາວນາ ໃນໂຄງການພຽງ 14 ຄອບຄົວ ປັດຈຸບັນສາມາດຂະຫຍາຍເນື້ອທີ່ ຜະລິດເຂົ້າໄດ້ຫລາຍກວ່າ 600 ເຮັກຕາ ກວມເອົາເມືອງຫາດຊາຍ ຟອງ, ໄຊທານີ ແລະ ປາກງື່ມ, ໃນ ນັ້ນມີເນື້ອທີ່ຜະລິດເຂົ້າກະສິກໍາອິນຊີ (Organic) ຈໍານວນ 15 ເຮັກຕາ ແລະ ສາມາດເຕົ້າໂຮມຊາວນາ ເຂົ້າຮ່ວມໂຄງການໄດ້ຫລາຍກວ່າ 400 ຄອບຄົວ ເຮັດໃຫ້ຊາວນາທີ່ ເຂົ້າຮ່ວມໄດ້ຮັບຜົນປະໂຫຍດໂດຍ ກົງຈາກບໍລິສັດ, ມີການຝຶກອົບຮົມ ແລະ ແລກປ່ຽນບົດຮຽນໃນກຸ່ມເປັນ ປະຈຳ, ຄຸນນະພາບຂອງວັດຖຸດິບມີ ຄວາມສະຖຽນ, ລາຄາຕົ້ນທຶນການ ຜະລິດຫລຸດລົງ, ຊາວນາມີລາຍຮັບ ເພີ່ມຂຶ້ນ ແລະ ເຮັດໃຫ້ມີຄວາມໝັ້ນ ຄົງທາງດ້ານອາຊີບ, ກ້າວໄປເຖິງ ການສະໜອງວັດຖຸດິບທ້ອງຖິ່ນທີ່ມີ ມາດຕະຖານສູງຂຶ້ນ. ຄວາມສຳເລັດຂອງໂຄງການ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງ ໝັ້ນຂອງບໍລິສັດເບຍລາວ ໃນການ ສົ່ງເສີມກະສິກຳແບບຍືນຍົງ, ການ ນຳໃຊ້ວັດຖຸດິບພາຍໃນປະເທດ ແລະ ການສ້າງຜົນປະໂຫຍດຮ່ວມກັນ ລະຫວ່າງພາກທຸລະກິດ, ພາກລັດ ແລະ ຊຸມຊົນຊາວນາ ເພື່ອພັດທະນາ ພາກກະສິກຳຂອງ ສປປ ລາວ ໃຫ້ ເຂັ້ມແຂງ ແລະ ຍືນຍົງໃນອະນາຄົດ.
RkJQdWJsaXNoZXIy MTc3MTYxMQ==