7275

14/05/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ va f8txn ,u czo9tx6 dg[h pw,h c]t 2N o26 xj k .sh wfh 8.800 d;j kgIa d8k ຂປລ. ໃນປີ 2026 ນີ້ ແຂວງ ອັດຕະປື ມີແຜນການຈະປູກເບ້ຍໄມ້ ແລະ ຟື້ນຟູປ່າໃຫ້ໄດ້ 8.830 ເຮັກຕາ ໃນນີ້, ຟື້ນຟູໃນສາມປະເພດປ່າ ແລະ ນອກສາມປະເພດປ່າໃຫ້ໄດ້ 8.200 ເຮັກຕາ ແລະ ສົ່ງເສີມການປູກປ່າ 630 ເຮັກຕາ, ຄຸ້ມຄອງຈັດສັນປ່າໄມ້ ບ້ານໃຫ້ໄດ້3ບ້ານ, ຂຶ້ນທະບຽນສວນ ປູກໃຫ້ໄດ້ 1.000 ເຮັກຕາ ແລະ ຜະ ລິດເບ້ຍໄມ້ໃຫ້ໄດ້ 250.400 ເບ້ຍ. ເພື່ອຊຸກຍູ້ສົ່ງເສີມການຈັດຕັ້ງ ປະຕິບັດກ່ຽວກັບການປູກໄມ້ ແລະ ຟື້ນຟູປ່າໄມ້ ໃຫ້ບັນລຸຕາມຕົວເລກ ແຜນການປະຈໍາປີ 2026 ແລະ ເພື່ອເຮັດໃຫ້ການກະກຽມການປູກ ໄມ້ ແລະ ຟື້ນຟູປ່າໄມ້ ໃນວັນປູກ ຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2026 ທີ່ຈະມາເຖິງນີ້ ໃຫ້ເປັນຂະບວນ ຟົດຟື້ນ ແລະ ປະສົບຜົນສໍາເລັດ, ຕິດພັນກັບການປູກຈິດສໍານຶກໃຫ້ ພະນັກງານ-ລັດຖະກອນ, ກຳລັງ ປະກອບອາວຸດ, ເຍົາວະຊົນ, ອະນຸ ຊົນຮຸ່ນຫລັງ ແລະ ປະຊາຊົນບັນດາ ເຜົ່າເຫັນໄດ້ຄວາມໝາຍຄວາມສໍາ ຄັນຂອງປ່າໄມ້ຕໍ່ການດຳລົງຊີວິດ ແລະ ພົວພັນເຖິງການປ່ຽນແປງດິນ ຟ້າອາກາດໃນປັດຈຸບັນ, ເມື່ອບໍ່ດົນ ມານີ້, ປະທານຄະນະກຳມະການ ປົກຄອງແຂວງອັດຕະປື ໄດ້ອອກ ແຈ້ງການເລກທີ 408/ປຄປຂ, ລົງ ວັນທີ 29 ເມສາ 2026, ໂດຍເນື້ອ ໃນສໍາຄັນຂອງແຈ້ງການໄດ້ລະບຸໄວ້ ວ່າ: ມອບໃຫ້ບັນດາພະແນກການ, ອົງການທຽບເທົ່າພະແນກການ ອ້ອມຂ້າງແຂວງ, ກອງບັນຊາການ ປກຊ-ປກສ ແຂວງ ແລະ ບັນດາ ເມືອງ 5 ຕົວເມືອງຈັດຕັ້ງປະຕິບັດ ຄື: ກະກຽມດ້ານສະຖານທີ່, ເນື້ອ ທີ່, ເບ້ຍໄມ້ ແລະ ຊະນິດພັນໄມ້ ເພື່ອ ຈັດຕັ້ງປະຕິບັດສ້າງຂະບວນການ ປູກໄມ້ ເນື່ອງໃນໂອກາດວັນປູກຕົ້ນ ໄມ້ແຫ່ງຊາດ 1 ມິຖຸນາ 2026, ໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການກ່ຽວກັບການປູກໄມ້ ແລະ ຟື້ນຟູປ່າໄມ້ ຜ່ານທາງວິທະຍຸ ແລະ ສື່ຕ່າງໆ, ການຕິດຕັ້ງປ້າຍ ຄໍາຂວັນ, ການປູກຈິດສໍານຶກຕາມ ຕາແສງ ກໍຄື ຊຸມຊົນບ້ານ, ໂຮງ ຮຽນຕ່າງໆ ແລະ ຕາມເສັ້ນທາງ ພາຍໃນເທສະບານຂອງແຂວງ ແລະ ເມືອງ, ການກຳນົດສະຖານທີ່, ເນື້ອທີ່ປູກຕ້ອງໃຫ້ສຳເລັດກ່ອນ ວັນທີ 25 ພຶດສະພາ 2026, ການ ຂຸດຂຸມ ແລະ ການໃສ່ຝຸ່ນລົງຂຸມ ຕ້ອງໃຫ້ສໍາເລັດກ່ອນວັນທີ 30 ພຶດສະພາ 2026, ຈັດຕັ້ງພິທີປູກ ຕົ້ນໄມ້ຢ່າງເປັນທາງການໃນວັນ ປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026 ຕາມແຕ່ລະສະຖານທີ່ ຂອງແຕ່ລະເມືອງທີ່ໄດ້ກຳນົດໄວ້, ຂປລ. ໃນໂອກາດລະນຶກວັນ ປະຫວັດສາດກອງພັນທີ 2 ຜ່າວົງ ປິດລ້ອມຂອງສັດຕູ ຄົບຮອບ 67 ປີ (18/5/1959-18/5/2026) ໜັງສືພິມປະເທດລາວ ຂໍນຳສະເໜີ ມູນເຊື້ອວັນສຳຄັນດັ່ງກ່າວ ເພື່ອ ເປັນການຢັ້ງຢືນເຖິງຜົນງານ ແລະ ນໍ້າໃຈອັນພິລະອາດຫານຂອງນັກ ຮົບປະຕິວັດລາວ ກໍຄື ກອງທັບປະ ຊາຊົນລາວ ໃນການຕໍ່ສູ້ປົດປ່ອຍ ປະເທດຊາດ ຊຶ່ງພາຍຫລັງທີ່ພວກ ຈັກກະພັດອາເມລິກາ ແລະ ລູກມືໄດ້ ຮັບຄວາມປະລາໄຊຢ່າງຕໍ່ເນື່ອງໃນ ການດຳເນີນກົນອຸບາຍຫລອກເສືອ ອອກຈາກຖ້ຳ ແລະ ກົນອຸບາຍຫັນ s;o7n o,6 og-N v;a ozj k;q 'xy f]h v,0v'dv'ra omu 2 ;y ]t-q o 7q [Iv[ 67 xu (ເນື່ອງໃນໂອກາດວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ຄົບຮອບ 67 ປີ ວັນທີ 18/5/1959-18/5/2026)ື່ັ່ົິ້ັີິົົີັີ ປ່ຽນໂດຍສັນຕິພວກເຂົາໄດ້ຕັດສິນ ໃຈໂຄ່ນລົ້ມລັດຖະບານປະສົມຈີກ ສັນຍາວຽງຈັນ ໃຊ້ຄວາມຮຸນແຮງ ຝືນປະຕິວັດດ້ວຍກຳລັງອາວຸດ ເພື່ອຫວັງດັບສູນກຳລັງປະຕິວັດ ພວກເຂົາໄດ້ອອກຄຳສັ່ງໃຫ້ລູກມື ໃນທຸກເຂດແຂວງອອກແຮງປາບ ປາມກຳລັງຮັກຊາດ ຢ່າງໂຫດ ຮ້າຍປ່າເຖ່ືອນ, ພ້ອມດຽວກັນນີ້ກໍ ດຳເນີນການປິດລ້ອມນາບຂູ່ ແລະ ຈັບກຸມຄຸມຂັງຜູ້ນຳຂອງແນວລາວ ຮັກຊາດ. ໂດຍປະຕິບັດຕາມສັນຍາວຽງ ຈັນ ປີ 1957 ວ່າດ້ວຍການລວມ ປະສົມກຳລັງທະຫານຂອງສອງ ຝ່າຍລະຫວ່າງຝ່າຍແນວລາວຮັກ ຊາດ ແລະ ລັດຖະບານແຫ່ງລາຊະ ອະນາຈັກ ກຳລັງປະກອບອາວຸດ ຂອງຝ່າຍປະເທດລາວ ຈຳນວນ 1.500 ຄົນ ໄດ້ຮັບການຈັດຕັ້ງ ມອບໝາຍໃຫ້ເຂ້ົາຮ່ວມກັບກອງທັບ ຂອງລາຊະອານາຈັກ ໂດຍກອງພັນ ທີ 1 ຕັ້ງຢູ່ເມືອງຊຽງເງິນ ແຂວງ ຫລວງພະບາງ ແລະ ກອງພັນທີ 2 ຕັ້ງຢູ່ທົ່ງໄຫຫີນ ແຂວງຊຽງ ຂວາງ. ກອງກຳລັງທັງສອງກອງ ພັນແມ່ນກຳລັງທີ່ຈົງຮັກພັກດີຕໍ່ພັກ ແລະ ປະຊາຊົນ ມີມູນເຊື້ອຮັກຊາດ ທີ່ສູງສ່ົງ ມີນ້ຳໃຈປະຕິວັດສຸດກົກ ສຸດປາຍ ມີລະບຽບວິໄນທີ່ເຄັ່ງຄັດ ເຂັ້ມງວດເປັນກຳລັງທີ່ເຄີຍສ້າງຜົນ ງານອັນດີເດັ່ນໃນການຕໍ່ສູ້ອັນພິລະ ອາດຫານຕ້ານພວກລ່າເມືອງຂຶ້ນ ຝຣັ່ງ ແລະ ຈັກກະພັດອາເມລິກາ ຜູ້ຮຸກ. ນັບແຕ່ມື້ທີ່ກອງພັນທີ 2 ໄດ້ ເຄື່ອນທັບເຂົ້າມາຕັ້ງຢູ່ໃຈກາງທົ່ງ ໄຫຫີນຈັກກະພັດອາເມລິກາ ແລະ ພວກຫຸ່ນວຽງຈັນທີ່ເປັນລູກມືກໍໄດ້ ດຳເນີນກົນອຸບາຍເພື່ອຫວັງທັບມ້າງ ແລະ ດັບມອດກຳລັງຂອງກອງພັນ ທີ 2 ຊຶ່ງໃນເບື້ອງຕົ້ນພວກເຂົາໄດ້ ນຳໃຊ້ເລ່ລ່ຽມກົນອຸບາຍດ້ວຍວິທີ ໂຄສະນາຊວນເຊື່ອຕົວະຍົວະຊື້ຈ້າງ ຈອບອອຍດ້ວຍເງິນຄຳນາງສາວ ແລະ ແບບດຳລົງຊີວິດທີ່ຟຸມເຟືອຍ ຍົວະເຍົ້າໃຫ້ກອງພັນທີ 2 ຍອມມອບ ອາວຸດ ແລະ ຮັບເອົາການປະດັບ ຊັ້ນເພ່ືອຫວັງກືນເອົາກຳລັງຂອງ ກອງພັນທີ 2 ເຂົ້າເປັນກຳລັງຂອງ ກອງທັບລາຊະອານາຈັກ. ແຕ່ຄະນະພັກ ແລະ ຄະນະບັນ ຊາຂອງກອງພັນທີ 2 ກໍໄດ້ເດັດ ດ່ຽວນຳພາ ແລະ ອ້າຍນ້ອງພະນັກ ງານນັກຮົບດ້ວຍຄວາມທຸນທ່ຽງ ໝັ້ນໜຽວສາມາດຮັກສາ ແລະ ສະແດງໃຫ້ເຫັນໄດ້ທາດແທ້ຂອງ ນັກຮົບປະຕິວັດ ຕໍ່ມາພວກເຂົາ ໄດ້ຫັນມານຳໃຊ້ວິທີການນາບຂູ່ ການບີບບັງຄັບໂດຍທາງອ້ອມເປັນ ຕົ້ນການຈຳກັດເຂົ້າປາອາຫານ ເຄື່ອງໃຊ້ສອຍ ແລະ ອື່ນໆ ການ ກະທຳຂອງພວກເຂົາ ເຖິງວ່າ ໄດ້ສ້າງຄວາມຫຍຸ້ງຍາກຫລາຍ ປະການ ໂດຍສະເພາະແມ່ນດ້ານ ຊີວິດການເປັນຢູ່ຂອງພະນັກງານ ນັກຮົບ ແລະ ຄອບຄົວ ແຕ່ພວກເຂົາ ກໍບໍ່ສາມາດເອົາຊະນະມານະຈິດ ປະຕິວັດຂອງນັກຮົບປະຕິວັດໄດ້ ກົງ ກັນຂ້າມທົ່ວກອງພັນຍິ່ງມີຈິດໃຈ ບຸກບືນນ້ຳໃຈຄຽດແຄ້ນສັດຕູນັບ ມື້ນັບສູງ. ຄະນະພັກຄະນະບັນຊາ ໄດ້ອອກແຮງປຸກລະດົມຂະບວນ ການ ເພີ່ມພູນຜະລິດຜົນປະຢັດມັດ ທະຍັດບັນດາກົມກອງໄດ້ເປັນ ເຈົ້າການເຮັດວຽກງານໂຄສະນາ ຂົນຂວາຍເປີດກວ້າງການພົວພັນ ລະຫວ່າງທະຫານກັບປະຊາຊົນ ຢູ່ໃນເຂດອ້ອມແອ້ມທີ່ຕັ້ງຂອງ ກອງພັນ, ສະນັ້ນ ພຽງແຕ່ໄລຍະ ສ້ັນໆພະນັກງານນັກຮົບກອງພັນ ທີ 2 ກໍໄດ້ຮັບຄວາມເຊື່ອຖືຮັກແພງ ແລະ ເຊື່ອໝັ້ນຈາກປະຊາຊົນຢ່າງ ກວ້າງຂວາງຈາກນັ້ນ ປະຊາຊົນທີ່ ຢູ່ບໍລິເວນນັ້ນກໍໄດ້ໃຫ້ຄວາມຊ່ວຍ ເຫລືອເບິ່ງແຍງຊີວິດການເປັນຢູ່ ຂອງພະນັກງານນັກຮົບກອງພັນທີ 2 ຄືກັບລູກຫລານຄີງຂອງຕົນເອງ. ເມື່ອເຮັດແນວໃດນັກຮົບປະຕິວັດ ກອງພັນທີ 2 ກໍບໍ່ຍອມຈຳນົນ ກົງ ກັນຂ້າມຊ້ຳພັດມີຄວາມທຸນທ່ຽງບໍ່ ຢ້ານກົວຕໍ່ການກະທຳ ແລະ ສະຖາ ນະການໃດໆ ພວກເຂົາກໍໄດ້ບືນ ເລິກເຂ້ົາໂດຍໃຊ້ກຳລັງທະຫານ ລາຊະອະນາຈັກ ຈຳນວນ 3 ກອງ ພັນ ໂດຍມີກອງກຳລັງປືນໃຫຍ່ລົດ ຫຸ້ມເກາະ ແລະ ເຮືອບິນທຳການ ປິດລ້ອມກອງພັນທີ 2 ໃຊ້ຖ້ອຍຄຳ ນາບຂູ່ເພື່ອບັງຄັບໃຫ້ກອງພັນທີ 2 ມອບຕົວ. ມອບໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງສົມທົບກັນ ກັບຫ້ອງການກະສິກຳ ແລະ ສິ່ງ ແວດລ້ອມເມືອງ 5 ເມືອງ ເປັນ ໃຈກາງປະສານງານກັບຂະແໜງ ການ ແລະ ຜູ້ປະກອບການທຸລະກິດ ຕ່າງໆ ເພື່ອສັງລວມຂໍ້ມູນຈໍານວນ ເບ້ຍໄມ້ ເພື່ອສະໜອງໃຫ້ແກ່ການ ປູກໄມ້ໃນປີ 2026 ໃຫ້ພຽງພໍ, ເກັບກຳຂໍ້ມູນການຜະລິດເບ້ຍໄມ້, ສະຖານທີ່, ເນື້ອທີ່ຈະປູກໄມ້ ໂດຍ ແຍກໃຫ້ລະອຽດຂອງພາກລັດ, ປະຊາຊົນ, ເອກະຊົນ ກໍຄື ບັນດາ ບໍລິສັດທີ່ລົງທຶນໃນການຜະລິດເບ້ຍ ໄມ້ ແລະ ປູກດ້ວຍທຶນຂອງຕົນເອງ. ນອກຈາກຂະບວນການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດແລ້ວ ກໍໃຫ້ສືບຕໍ່ຈັດຕັ້ງປະຕິບັດການປູກ ໄມ້ໃນວັນອື່ນໆທີ່ເຫັນວ່າມີຄວາມ ພ້ອມຂອງແຕ່ລະພາກສ່ວນໃຫ້ທ່ວງ ທັນກັບລະດູການຈົນກວ່າສໍາເລັດ ຕາມແຜນການປູກຕົ້ນໄມ້ປະຈຳປີ ມີ ຈຳນວນ 630 ເຮັກຕາ, ທີ່ໄດ້ກຳນົດ ໄວ້ຊ້າສຸດບໍ່ໃຫ້ກາຍທ້າຍເດືອນ ສິງຫາ 2026, ພ້ອມທັງຄົ້ນຄວ້າຜົນ ງານຂອງບຸກຄົນ, ຄອບຄົວ, ລວມ ໝູ່ ແລະ ການຈັດຕັ້ງທີ່ໄດ້ປະກອບ ສ່ວນເຫື່ອແຮງ ແລະ ທຶນຮອນເຂົ້າ ໃນການຄຸ້ມຄອງ ແລະ ບົວລະບັດ ຮັກສາປ່າປູກ ແລະ ຟື້ນຟູປ່າ ເພື່ອ ນໍາສະເໜີຂັ້ນເທິງພິຈາລະນາຍ້ອງ ຍໍດ້ວຍກຽດຕິຄຸນ, ວັດຖຸພັນ ແລະ ອື່ນໆຕາມຄວາມເໝາະສົມ, ມອບ ໃຫ້ປະທານຄະນະກຳມະການປົກ ຄອງເມືອງ 5 ຕົວເມືອງ ແລະ ຫ້ອງ ການກະສິກຳ ແລະ ສິ່ງແວດລ້ອມ ເມືອງ ນໍາພາສ້າງຂະບວນການ ຕ່າງໆຢ່າງຕໍ່ເນື່ອງໃນການປູກເສີມ ຫລື ເຮັດການຟື້ນຟູແບບທຳມະຊາດ ໃນສາມປະເພດປ່າ ແລະ ນອກ ສາມປະເພດປ່າທີ່ເຫັນວ່າມີຄວາມ ເໝາະສົມໃນຂອບເຂດເມືອງຂອງ ຕົນ ເພື່ອແນໃສ່ເພີ່ມອັດຕາການປົກ ຫຸ້ມປ່າໄມ້ໃຫ້ໄດ້ຕາມຄາດໝາຍ. ພ້ອມນີ້, ກໍໃຫ້ຂະແໜງການ ອ້ອມຂ້າງແຂວງ, ຜູ້ປະກອບການ ທຸລະກິດ ແລະ ປະຊາຊົນທົ່ວແຂວງ, ສືບຕໍ່ເອົາໃຈໃສ່ການບົວລະບັດ ຮັກສາຕົ້ນໄມ້ໃຫ້ມີການເຕີບໂຕ, ເຮັດໃຫ້ອັດຕາການຕາຍມີໜ້ອຍ ທີ່ສຸດ. ສໍາລັບຕົ້ນໄມ້ທີ່ປູກໃນປີຜ່ານ ມາກໍໃຫ້ສືບຕໍ່ບົວລະບັດຮັກສາໃຫ້ ຈະເລີນເຕີບໂຕ ແລະ ງອກງາມເຊັ່ນ ດຽວກັນ, ໃນກໍລະນີເຫັນຕົ້ນໄມ້ທີ່ ປູກແລ້ວຕາຍກໍໃຫ້ປູກທົດແທນຄືນ ຕາມຫລັກວິຊາການທີ່ໄດ້ກຳນົດ ໄວ້, ໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງປະສານສົມທົບ ກັບພະແນກສຶກສາທິການ ແລະ ກິລາແຂວງຊຸກຍູ້ລະດົມບັນດາໂຮງ ຮຽນເປັນຕົ້ນໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ໂຮງຮຽນມັດທະ ຍົມຕອນຕົ້ນ-ຕອນປາຍ, ໂຮງຮຽນ ວິຊາຊີບທາງພາກລັດ ແລະ ເອກະ ຊົນ, ບັນດາອົງການຈັດຕັ້ງພັກ-ລັດ, ການຈັດຕັ້ງສັງຄົມອື່ນໆອ້ອມຂ້າງ ແຂວງສ້າງຂະບວນການກິດຈະກຳ ຕ່າງໆ ແລະ ຄົນສີຂຽວ ກ່ຽວກັບ ການປູກຕົ້ນໄມ້ແນໃສ່ປູກຈິດສໍານຶກ ໃຫ້ເຍົາວະຊົນ, ອະນຸຊົນຮຸ່ນຫລັງ ເຫັນໄດ້ຄວາມໝາຍຄວາມສຳຄັນ ຂອງປ່າໄມ້, ການປູກໄມ້ຟື້ນຟູປ່າ ເພື່ອອະນາຄົດ, ຄືນສີຂຽວ ແລະ ປົກປັກຮັກສາສິ່ງແວດລ້ອມດ້ວຍ ການຖາມ-ຕອບ ຫລື ວິທີການອື່ນໆ ຕາມຄວາມເໝາະສົມຕົວຈິງ, ມອບ ໃຫ້ພະແນກກະສິກຳ ແລະ ສິ່ງ ແວດລ້ອມແຂວງເປັນໃຈກາງໃນ ການຕິດຕາມ, ກວດກາ, ຊຸກຍູ້ການ ຜັນຂະຫຍາຍ ແລະ ການຈັດຕັ້ງ ປະຕິບັດ, ສັງລວມລາຍງານຄວາມ ຄືບໜ້າຂອງການຈັດຕັ້ງປະຕິບັດ ໃຫ້ຂັ້ນເທິງຊາບໃນແຕ່ລະໄລຍະ. ໂດຍ: ພອນປະເສີດ

RkJQdWJsaXNoZXIy MTc3MTYxMQ==