7275

@ 0j k; c]t gsfdko j 14/05/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຄອສພ... ຂປລ. ງານສະແດງສິລະປະ ຫວຽດນາມ ເພື່ອເປີດສັບປະດາວັດ ທະນະທຳ ແລະ ທ່ອງທ່ຽວ ຫວຽດ ນາມ ຢູ່ ສປປ ລາວ ຈັດຂຶ້ນໃນວັນ ທີ 12 ພຶດສະພາ 2026 ຢູ່ນະຄອນ ຫລວງວຽງຈັນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ ແຫ່ງ ສປປ ລາວ, ທ່ານ ນາງ ເລິມ ທິ ເຟືອງ ແທງ ລັດຖະ ມົນຕີກະຊວງວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ ແຫ່ງ ສສ ຫວຽດນາມ, ມີຮອງລັດຖະມົນຕີ, ທູຕານຸທູດ ປະຈໍາ ລາວ ພ້ອມດ້ວຍ ມວນຊົນແລະແຂກຖືກເຊີນເຂົ້າຮ່ວມ. ກິດຈະກຳສະແດງໃນຄັ້ງນີ້, ມີ ຫລາຍລາຍການສະແດງ ທີ່ເປັນ ເອກະລັກຂອງຫວຽດນາມ ໂດຍ ສະເພາະການສະແດງລະຄອນຕຸກ ກະຕານ້ຳທີ່ມີຊື່ສຽງຂອງຫວຽດ ນາມ ບົ່ງບອກເຖິງວັດທະນະທໍາ, ຮູບແບບວິຖີການດຳລົງຊີວິດແບບ ດັ້ງເດີມທີ່ລຽບງ່າຍຂອງຊາວນາ ຜູ້ອອກແຮງງານ ທີ່ມີຄວາມເບີກ ບານມ່ວນຊື່ນໃນການດຳລົງຊີ ວິດຂອງຊາວນາຢູ່ຊົນນະບົດ ຕິດ ພັນກັບທຳມະຊາດທີ່ອຸດົມສົມບູນ ຈົນກາຍມາເປັນສິລະປະການສະ ແດງ ທີ່ເປັນເອກະລັກສະເພາະຂອງ ສພຊ... ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ສະບັບເລກທີ 02/ຄລສພ, ລົງ ວັນທີ 30 ມັງກອນ 2026; ເຜີຍແຜ່ ໂຄງການການເມືອງ ສະບັບທີ 3 ຂອງພັກ; ເຜີຍແຜ່ບົດລາຍງານການ ເມືອງຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີX; ເຜີຍແຜ່ກົດລະບຽບພັກສະ ໄໝທີ XII. ຈາກນັ້ນ, ກອງປະຊຸມ ໄດ້ຮັບຟັງການຜ່ານມະຕິຕົກລົງໃຫ້ ພະນັກງານການນຳຂັ້ນສູງແລະຂັ້ນ ກົມ ຮັບອຸດໜູນບຳນານ; ມະຕິຮັບ ຮອງກົງຈັກຂອງສະພາແຫ່ງຊາດ ຊຶ່ງປະກອບມີ20ກົມ, 57ພະແນກ; ມະຕິແຕ່ງຕັ້ງ, ຍົກຍ້າຍ ພະນັກງານ ຂັ້ນກົມ ພ້ອມທັງຈັດພິທີມອບ-ຮັບ ມະຕິຕົກລົງໃຫ້ພະນັກງານຮັບອຸດ ໜູນບຳນານ ແລະ ມະຕິແຕ່ງຕັ້ງ, ຍົກຍ້າຍພະນັກງານຂັ້ນກົມ. ໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜູ້ທີ່ ໄດ້ຮັບນະໂຍບາຍອອກພັກການຮັບອຸດໜູນບຳນານໃນຄັ້ງນີ້ ຈໍາ ນວນ 30 ທ່ານ ທີ່ລ້ວນແຕ່ມີຜົນ ງານຫລາຍດ້ານ ແລະ ອຸທິດສະຕິ ປັນຍາ, ຄວາມຮູ້-ຄວາມສາມາດ, ມີຄວາມເປັນແບບຢ່າງ, ມີນໍ້າໃຈ ເສຍສະລະ ແລະ ຄວາມຮັບຜິດຊອບ ສູງຕໍ່ໜ້າທີ່ການເມືອງ, ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານ ຂອງສະພາແຫ່ງຊາດ ກໍຄື ການ ເຮັດຫລ້ອນໜ້າທີ່ອັນມີກຽດຂອງ ຕົນ ໃນຕະຫລອດໄລຍະຜ່ານມາ. ສໍາລັບຫົວໜ້າກົມ, ຮອງຫົວໜ້າກົມ ທີ່ມີການສັບປ່ຽນຢູ່ພາຍໃນສະພາ ແຫ່ງຊາດນັ້ນ ກໍຈະເປັນໂອກາດໄດ້ ທົດສອບພຶດຕິກໍາຕົວຈິງຢ່າງຮອບ ດ້ານ ໃຫ້ມີຄວາມຊໍານານໃນຫລາຍ ວຽກງານ, ເປັນການສ້າງຖັນແຖວ ພະນັກງານໃຫ້ສົມຄູ່ກັບໜ້າທີ່ການ ເມືອງທີ່ໄດ້ຮັບມອບໝາຍ ເພື່ອ ເຮັດໃຫ້ການຈັດຕັ້ງມີສະຖຽນລະ ພາບ, ມີການເຄື່ອນໄຫວຢ່າງຕັ້ງ ໜ້າ ແລະ ມີປະສິດທິພາບສູງຂຶ້ນ ກວ່າເກົ່າ. ປັດຈຸບັນ, ບັນຫາທີ່ຮີບ ດ່ວນແມ່ນແຕ່ລະກໍາມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ ຈະຕ້ອງເອົາໃຈໃສ່ປັບປຸງກົນໄກ ການເຮັດວຽກ ກໍຄືປັບປຸງການຈັດ ຕັ້ງ ແລະ ການເຄື່ອນໄຫວຂອງຕົນ ໃຫ້ມີຄວາມຄ່ອງຕົວ, ແທດເໝາະ ກັບໜ້າທີ່ການເມືອງທີ່ຖືກມອບ ໝາຍ ດ້ວຍການປັບປຸງບຸກຄະລາ ກອນໃຫ້ໄປຕາມວິຊາການທີ່ຮຽນ ມາ ເພື່ອຍົກສູງປະສິດທິຜົນຂອງ ວຽກງານ; ຈະໄດ້ອອກນິຕິກຳວ່າ ດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງຄະນະປະຈໍາສະພາແຫ່ງ ຊາດ, ລະບຽບການດໍາເນີນກອງ ປະຊຸມສະພາແຫ່ງຊາດ, ກອງປະ ຊຸມຄະນະປະທານສະພາແຫ່ງຊາດ, ກອງປະຊຸມຄະນະປະຈໍາສະພາ ແຫ່ງຊາດ ແລະ ອື່ນໆ. ພ້ອມກັນ ນັ້ນ, ໃຫ້ເອົາໃຈໃສ່ຈັດຕັ້ງຜັນຂະ ຫຍາຍທິດທາງແຜນການ 5 ປີ (2026-2030) ຂອງສະພາ ແຫ່ງຊາດ ຊຸດທີ X ທີ່ໄດ້ກໍານົດເອົາ 9 ທິດທາງລວມ, 7 ແຜນວຽກ, 5 ແຜນງານ ແລະ 25 ໂຄງການ ແລະ ສູ້ຊົນສ້າງ ແລະ ປັບປຸງກົດໝາຍ ໃຫ້ໄດ້ທັງໝົດ 91 ສະບັບ (ສ້າງ ໃໝ່ 19 ສະບັບ ແລະ ປັບປຸງ 72 ສະບັບ) ທີ່ກອງປະຊຸມຄັ້ງປະຖົມ ມະລືກໄດ້ຮັບຮອງເອົາ. ຂ່າວ: ກົງທະນູຄຳ ພິພັດເສລີ ສະໄໝທີ V ໂດຍໄດ້ຍົກໃຫ້ເຫັນຜົນ ສໍາເລັດການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ V ຂອງ ອົງຄະນະພັກ ໄລຍະ 5 ປີຜ່ານ ມາ, ລວມທັງດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນ ໄດ້. ໄລຍະ 5 ປີຜ່ານມາ ຄອສພ ໄດ້ ສຸມໃສ່ປັບປຸງ-ກໍ່ສ້າງທັງ 4 ດ້ານ ໄປພ້ອມໆກັນ ເພື່ອຍົກສູງບົດບາດ ແລະ ຄວາມສາມາດໃນການນຳພາ ທີ່ເຂັ້ມແຂງ ຂອງພັກໄລຍະໃໝ່ເຂັ້ມ ແຂງຂຶ້ນ. ນອກຈາກນີ້, ຍັງໄດ້ປະ ຕິບັດລະບອບດໍາເນີນຊີວິດຂອງ ໜ່ວຍພັກເປັນປົກກະຕິ, ປັບປຸງ ເນື້ອໃນ ແລະ ຮູບການດຳເນີນຊີວິດ ການເມືອງ ໃຫ້ຄວາມສອດຄ່ອງ ສະພາບເງື່ອນໄຂຕົວຈິງ ໂດຍສຸມ ໃສ່ການກວດກາ, ຕີລາຄາຄຸນທາດ ການເມືອງ, ຄຸນສົມບັດສິນທຳປະຕິ ວັດ, ປັບປຸງແຜນການນຳພາ, ວີທີ ການເຮັດວຽກຂອງຕົນ ໃຫ້ແທດ ເໝາະຕົວຈິງຫລາຍຂຶ້ນ. ຈາກນັ້ນ, ສະຫາຍ ຄຳກອງ ທຳມະເທວາ ຫົວໜ້າກົມອົບຮົມ ກໍໄດ້ຜ່ານຮ່າງ ແຜນພັດທະນາວຽກງານໂຄສະນາ ອົບຮົມ ແລະ ສະຫາຍ ວັນສີ ກົວ ມົວ ຮອງຫົວໜ້າ ຄອສພ ກໍໄດ້ຜ່ານ ຮ່າງບົດສຳຫລວດການນຳພາ ຂອງຄະນະພັກສະໄໝທີ V. ໃນໂອກາດດັ່ງກ່າວ, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ເນັ້ນໃຫ້ຜູ້ ເຂົ້າຮ່ວມ ຈົ່ງສຸມສະຕິປັນຍາ ປະ ກອບຄຳຄິດຄຳເຫັນ ໃສ່ບັນດາຮ່າງ ບົດລາຍງານດັ່ງກ່າວ ໂດຍສະເພາະ ສະເໜີໃຫ້ຜູ້ເຂົ້າຮ່ວມເບິ່ງຄືນກ່ຽວ ກັບຜົນສຳເລັດ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ ຖອດຖອນໄດ້ ແລະ ທິດທາງແຜນ ການຕໍ່ໜ້າ ລວມທັງວຽກຈຸດສຸດ ວ່າຄົບຖ້ວນສົມບູນແລ້ວບໍ່, ຍັງມີ ບັນຫາໃດຄວາມເພີ່ມຕື່ມ. ທັງນີ້, ກໍ ເພື່ອແນໃສ່ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ຖືກຕ້ອງ ແລະ ສອດຄ່ອງ ກັບສະພາບຕົວຈິງຂອງວຽກງານ ເພື່ອຈະນຳໄປພິຈາລະນາ ແລະ ຮັບ ຮອງໃນກອງປະຊຸມໃຫຍ່ຜູ້ແທນສະ ມາຊິກພັກຄັ້ງທີ VI ຂອງອົງຄະນະ ພັກ ຄອສພ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້. ໃນກອງປະຊຸມ, ສະຫາຍ ວັນສີ ກົວມົວ ໄດ້ຜ່ານມາດຖານ, ເງື່ອນ ໄຂຜູ້ສະໝັກເລືອກຕັ້ງເຂົ້າໃຈຄະນະ ບໍລິຫານງານພັກ, ຄະນະປະຈໍາພັກ, ເລຂາ, ຮອງເລຂາຄະນະພັກ, ປະ ທານ ແລະ ຮອງປະທານກວດກາ. ຈາກນັ້ນ, ກໍໄດ້ດຳເນີນການປ່ອນ ບັດຄັດເລືອກເອົາບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງ ເປັນຄະນະ ບໍລິຫານງານພັກ ສະໄໝທີ VI ຂອງ ອົງຄະນະພັກ ຄອສພ ຮອບທີ 2. ຂ່າວ: ກິດຕາ; ພາບ: ເກດສະໜາ ສະແດງສິລະປະ...ິ ຫວຽດນາມ. ໂອກາດນີ້, ທ່ານ ນາງ ສວນ ສະຫວັນວິຍະເກດ ໄດ້ມີຄຳເຫັນວ່າ: ການເປີດສັບປະດາວັດທະນະທຳ ແລະ ທ່ອງທ່ຽວ ຫວຽດນາມ ຢູ່ ສປປ ລາວ ຄັ້ງນີ້, ຖືເປັນການເປີດ ສັງກາດໃໝ່ ແຫ່ງການຮ່ວມມືດ້ານ ວັດທະນະທຳ ແລະ ການທ່ອງທ່ຽວ ສົກປີ 2026-2030 ສະແດງໃຫ້ ເຫັນເຖິງຄວາມໃກ້ຊິດຕິດແທດ ແລະ ສະໜິດສະໜົມແບບພິເສດ ດັ່ງທີ່ອະດີດສະຫາຍເລຂາທິການ ໃຫຍ່, ປະທານປະເທດ ໄກສອນ ພົມວິຫານ ໄດ້ກ່າວໄວ້ວ່າ: ໃນປະ ຫວັດສາດຂອງການພົວພັນສາກົນ ສາຍພົວພັນມິດຕະພາບທີ່ເປັນມູນ ເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງ ລາວ-ຫວຽດນາມ ໄດ້ເປັນ ແວ່ນແຍງແບບຢ່າງອັນພົ້ນເດັ່ນ ທີ່ ບໍ່ເຄີຍມີມາກ່ອນ ໂດຍໄດ້ເອົາຜົນ ປະໂຫຍດມາສູ່ປະຊາຊົນສອງປະ ເທດ ທັງໃນຂະບວນການຕໍ່ສູ້ເພື່ອ ເອກະລາດ, ເສລີພາບ ແລະ ຄວາມ ຮຸ່ງເຮືອງ ສີວິໄລໃນໄລຍະສ້າງສາ ແລະ ພັດທະນາປະເທດຊາດ. ການ ສະແດງສິລະປະໃນຄັ້ງນີ້, ສະແດງ ໃຫ້ເຫັນການຮ່ວມມືອັນແໜ້ນແຟ້ນ ຂອງສອງພັກ, ສອງລັດ ທີ່ມີມາ ແຕ່ຍາວນານ ກໍຄື ສອງກະຊວງ ວັດທະນະທຳ ແລະ ທ່ອງທ່ຽວ ທີ່ ມີການຊຸກຍູ້ສົ່ງເສີມການຈັດຕັ້ງ ປະຕິບັດແຜນຮ່ວມມືສອງຝ່າຍ ດ້ວຍຄວາມເອົາໃຈໃສ່ໄປມາຫາສູ່ ກັນ ຢ່າງເປັນປົກກະຕິຕໍ່ເນື່ອງ ດ້ວຍ ການຜັດປ່ຽນກັນແລກປ່ຽນກິດຈະ ກໍາດ້ານວັດທະນະທຳໃນແຕ່ລະປີ. ທ່ານນາງ ເລິມທິ ເຟືອງແທງກໍ ໄດ້ມີຄໍາເຫັນວ່າ: ສັບປະດາວັດທະ ນະທໍາຫວຽດນາມ ໄດ້ຈັດຂຶ້ນຢູ່ ສປປ ລາວ ໃນຄັ້ງນີ້ ມີຄວາມໝາຍ ສຳຄັນ, ເປັນກິດຈະກຳເລີ່ມຕົ້ນໃນ ການຈັດຕັ້ງຜັນຂະຫຍາຍແຜນການ ຮ່ວມມືດ້ານວັດທະນະທໍາ ແລະ ການທ່ອງທ່ຽວ ສົກປີ 20262030 ຊຶ່ງການສະແດງຕຸກກະຕາ ໂດຍສະເພາະແມ່ນການສະແດງ ຕຸກກະຕານ້ຳ ເປັນສິລະປະອັນເປັນ ເອກະລັກ, ມີຄວາມໂດດເດັ່ນຂອງ ວັດທະນະທໍາຫວຽດນາມ ທີ່ໄດ້ຮັບ ການສືບສານ ແລະ ຫລໍ່ຫລອມຜ່ານ ຫລາຍພັນປີແຫ່ງປະຫວັດສາດ, ພ້ອມທັງສະທ້ອນໃຫ້ເຫັນຢ່າງຊັດ ເຈນເຖິງພາບພົດຂອງປະເທດ ແລະ ຊາວຫວຽດນາມ ທີ່ມີຄວາມເປັນ ມິດ, ມີຄວາມກະຕືລືລົ້ນ ແລະ ເຕັມ ໄປດ້ວຍຄວາມປາຖະໜາໃນການ ພັດທະນາ. ຜ່ານພາສາຂອງສິລະ ປະ, ລາຍການສະແດງໄດ້ປະກອບ ສ່ວນໃນການເຜີຍແຜ່ຄວາມພາກ ພູມໃຈແຫ່ງຊາດ, ພ້ອມທັງເຊີດຊູ ຄຸນຄ່າວັດທະນະທຳປະເພນີອັນດີ ງາມຂອງຫວຽດນາມ. ໂອກາດນີ້, ທ່ານ ນາງ ເລິມ ທິ ເຟືອງ ແທງ ຍັງໄດ້ສະແດງຄວາມ ເຊື່ອໝັ້ນວ່າ: ສັບປະດາວັດທະນະ ທໍາຫວຽດນາມ ທີ່ ສປປ ລາວ ໃນ ປີ 2026 ແມ່ນເຫດການທີ່ມີຄວາມ ໝາຍພິເສດຢ່າງຍິ່ງ, ເປັນຫລັກ ໝາຍໃໝ່ໃນການເສີມສ້າງສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດ ລະຫວ່າງສອງພັກ, ສອງລັດ; ເພີ່ມພູນຄວາມຜູກພັນ, ຄວາມເຊື່ອໝັ້ນອັນພິເສດ, ຄວາມ ຈິງໃຈ ແລະ ຄວາມເປັນສະຫາຍ, ເປັນອ້າຍນ້ອງ ຫວຽດນາມ-ລາວ, ລາວ-ຫວຽດນາມ. ຂ່າວ-ພາບ: ທະນູທອງ ຫາລືສືບຕໍ່...ືືໍ່ ໄດ້ຮັບໝາກຜົນຢ່າງສູງສຸດ. ໃນວັນທີ 12 ພຶດສະພາ 2026 ຢູ່ກະຊວງສຶກສາທິການ ແລະ ກິ ລາ, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບຂອງທ່ານ ຄຣິດຕຽນ ເອໂດ (Mr. Cristian Aedo) ຫົວໜ້າຝ່າຍການສຶກສາ ຂົງເຂດ ອາຊີຕາເວັນອອກ ແລະ ປາຊີຟິກ ຈາກທະນາຄານໂລກ ໂດຍທັງ ສອງຝ່າຍໄດ້ຮ່ວມກັນຕີລາຄາຜົນ ສຳເລັດ ຂອງໂຄງການກອງທຶນ ຮ່ວມມືສາກົນເພື່ອການສຶກສາໄລ ຍະສາມ ຫລື GPEIII: LEAP ຊຶ່ງ ມີມູນຄ່າການຊ່ວຍເຫລືອຫລາຍ ກວ່າ 46,9 ລ້ານໂດລາສະຫະລັດ, ຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານ ມາ ລວມມີການປັບປຸງພື້ນຖານ ໂຄງລ່າງດ້ວຍການປຸກສ້າງຫ້ອງ ຮຽນກຸ່ມພັດທະນາເດັກໃນຊຸມຊົນ ໄດ້ເຖິງ 172 ແຫ່ງ ໃນ 10 ແຂວງ ເປົ້າໝາຍ, ການຍົກລະດັບທັກສະ ການສອນໃຫ້ແກ່ຄູຝຶກ ແລະ ຄູສອນ ຊັ້ນປະຖົມ-ອະນຸບານ ໃນຫລາຍ ຮ້ອຍໂຮງຮຽນ, ລວມທັງການສົ່ງ ເສີມອາຫານທ່ຽງໃນໂຮງຮຽນ ເພື່ອສ້າງຄວາມພ້ອມດ້ານໂພຊະ ນາການໃຫ້ແກ່ນັກຮຽນ. ໂອກາດດັ່ງກ່າວ, ທ່ານ ທອງ ສະລິດ ມັງໜ່ໍເມກ ໄດ້ສະແດງ ຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການສະໜັບສະໜູນຢ່າງຕໍ່ເນື່ອງ ຈາກທະນາຄານໂລກ ຊຶ່ງເປັນປັດ ໄຈສຳຄັນໃນການຊຸກຍູ້ການປະຕິ ຮູບການສຶກສາຢູ່ ສປປ ລາວ ໃຫ້ ມີຄຸນນະພາບດີຂຶ້ນ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໃຫ້ຂະແໜງການ ທີ່ກ່ຽວຂ້ອງ ເອົາໃຈໃສ່ແກ້ໄຂສິ່ງ ທ້າທາຍໃນດ້ານການປະສານງານ ແລະ ການບໍລິຫານງົບປະມານ ເພື່ອ ໃຫ້ການຈັດຕັ້ງປະຕິບັດໂຄງການ ບັນລຸຕາມຄາດໝາຍທີ່ວາງໄວ້. ພ້ອມກັນນີ້, ທ່ານ ຄຣິດຕຽນ ເອໂດ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມມຸ່ງໝັ້ນຂອງລັດຖະບານ ລາວ ແລະ ຢືນຢັນວ່າ ທະນາຄານ ໂລກ ພ້ອມທີ່ຈະເປັນຄູ່ຮ່ວມມືທາງ ດ້ານວິຊາການ ແລະ ງົບປະມານ ເພື່ອຮ່ວມກັນສ້າງພື້ນຖານການ ສຶກສາທີ່ເຂັ້ມແຂງໃຫ້ແກ່ເດັກນ້ອຍ ແລະ ເຍົາວະຊົນລາວໃນອະນາຄົດ. ໃນໂອກາດນີ້, ກະຊວງ ສສກ ຍັງໄດ້ສະເໜີໃຫ້ທະນາຄານໂລກ ພິຈາລະນາສືບຕໍ່ໃຫ້ການສະໜັບ ສະໜູນໃນແຜນງານບຸລິມະສິດໃໝ່ ເປັນຕົ້ນ ການປັບປຸງລະບົບການ ສຶກສາສາຍສາມັນສຶກສາ ຈາກ (5+4+3) ມາເປັນ (6+3+3); ການປັບປຸງຫລັກສູດຊັ້ນປະຖົມ ສຶກສາໃຫ້ມີຄວາມທັນສະໄໝ ແລະ ສອດຄ່ອງກັບສະພາບການໃໝ່; ການສ້າງຄວາມເຂັ້ມແຂງໃຫ້ແກ່ ກຸ່ມໂຮງຮຽນໃນ 40 ເມືອງສາມ ສ້າງ ເພື່ອຍົກສູງຄຸນນະພາບການ ຮຽນ-ການສອນ; ການສະໜອງ ອຸປະກອນໄອທີ (IT) ແລະ ເຄື່ອງ ມືຮັບໃຊ້ທີ່ຈຳເປັນໃຫ້ແກ່ຂັ້ນທ້ອງ ຖິ່ນ ເພື່ອຫັນເປັນທັນສະໄໝໃນການ ບໍລິຫານການສຶກສາ. ຂ່າວ-ພາບ: ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ສະຫາຍ ອາດສະພັງທອງ ສີພັນດອນ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນອັນອົບອຸ່ນ, ພ້ອມທັງລາຍງານຈຸດປະສົງໃນ ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ຄັ້ງນີ້ ເພື່ອແນໃສ່ເພີ່ມທະວີສາຍ ພົວພັນມິດຕະພາບທີ່ມີມູນເຊື້ອ, ຄວາມສາມັກຄີແບບພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄື ອົງຄະນະ ພັກນະຄອນຫລວງວຽງຈັນ ແລະ ອົງຄະນະພັກຂອງນະຄອນຫລວງ ຮ່າໂນ້ຍ, ແຂວງແຄ່ງຮວາ ແລະ ນະຄອນໂຮ່ຈີ່ມິງ ແນໃສ່ຊຸກຍູ້ ແລະ ເປີດກວ້າງສາຍພົວພັນຮ່ວມມື ແບບຮອບດ້ານ ລະຫວ່າງນະຄອນ ຫລວງວຽງຈັນ ແລະ ບັນດານະ ຄອນ, ແຂວງຂອງສສຫວຽດນາມ ໃນໄລຍະໃໝ່ ໃຫ້ກ້າວເຂົ້າສູ່ລວງ ເລິກ ແລະ ເປັນຮູບປະທຳຕົວຈິງ. ໃນວັນດຽວກັນ, ສະຫາຍ ອາດ ສະພັງທອງ ສີພັນດອນ ພ້ອມຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຟ໋າມ ຢາ ຕຸກ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຢູ່ສໍານັກງານນາຍົກລັດຖະມົນຕີ ສສ ຫວຽດນາມ ແລະ ເຂົ້າວາງ ພວງມາລາ ຢູ່ສຸສານປະທານ ໂຮ່ ປະທານສະພາປະຊາຊົນ ນວ...ົ ຈີ່ມິງ ເພື່ອສະແດງຄວາມເຄົາລົບ ແລະ ຮູ້ບຸນຄຸນຕໍ່ບັນດານັກຮົບປະ ຕິວັດ ທີ່ເສຍສະລະເລືອດເນື້ອໃນ ພາລະກິດຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ຄຸນງາມຄວາມດີຂອງປະທານ ໂຮ່ຈີ່ມິງ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະ ຊາຊົນຫວຽດນາມ. ຂ່າວ: ໜັງສືພິມວຽງຈັນໃໝ່ ສະຫາຍ ອາດສະພັງທອງ ສີພັນດອນ (ຊ້າຍ) ທ່ານ ນາງ ສວນສະຫວັນ ວິຍະເກດ

RkJQdWJsaXNoZXIy MTc3MTYxMQ==