7274

@ 0j k; c]t gsfdko j 13/05/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຮອງປະທານປະເທດ... ຂປລ. ພິທີພົບປະສອງຝ່າຍ ລະ ຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນ ໃນວັນທີ 12 ພຶດສະພາ 2026 ຢູ່ນະຄອນຫລວງ ວຽງຈັນ, ຄະນະຜູ້ແທນຝ່າຍລາວ ນຳໂດຍ ສະຫາຍ ນາງ ສວນສະ ຫວັນ ວິຍະເກດ ກຳມະການສູນ ກາງພັກ, ລັດຖະມົນຕີກະຊວງວັດ ທະນະທຳ ແລະ ການທ່ອງທ່ຽວ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ນາງ ເລິມ ທິ ເຟືອງ ແທງ ກໍາມະ ການສູນກາງພັກ, ລັດຖະມົນຕີ ກະ ຊວງວັດທະນະທໍາ, ກິລາແລະທ່ອງ ທ່ຽວ, ມີຄະນະຜູ້ແທນສອງຝ່າຍ ເຂົ້າຮ່ວມ. ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ການພົບປະ ສອງຝ່າຍ ໃນຄັ້ງນີ້, ສອງຝ່າຍ ໄດ້ ພ້ອມກັນທົບທວນຄືນການຈັດຕັ້ງ ປະຕິບັດແຜນຮ່ວມມືສອງຝ່າຍໃນ ໄລຍະຜ່ານມາ, ພ້ອມທັງແລກປ່ຽນ ຄໍາຄິດຄໍາເຫັນ ແລະ ປຶກສາຫາລື ເພື່ອສືບຕໍ່ລົງນາມແຜນການຮ່ວມມື ສອງຝ່າຍສະບັບໃໝ່ສະເພາະສອງ ກະຊວງ ແນໃສ່ປະກອບສ່ວນ ເຂົ້າໃນການເສີມສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ່ນສ່ວນຍຸດທະສາດ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດ ນາມ, ຫວຽດນາມ-ລາວ ໃຫ້ນັບມື້ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບ ໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນສະວິດ ທີ່ໄດ້ໃຫ້ ການຊ່ວຍເຫລືອແກ່ ສປປ ລາວ ຕະຫລອດມາ. ທ່ານເອກອັກຄະລັດຖະທູດ ເປໂດ ສະວາເລັນ ກໍໄດ້ສະແດງ ຄວາມຂອບໃຈ ຕໍ່ການຕ້ອນຮັບອັນ ອົບອຸ່ນໃນຄັ້ງນີ້ແລະສະແດງຄວາມ ຂອບໃຈ ຕໍ່ລັດຖະບານ ສປປ ລາວ ກໍຄື ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືຕະຫລອດໄລຍະ ການປະຕິບັດໜ້າທີ່ການທູດຂອງ ຕົນ ຈົນໄດ້ຮັບຜົນສໍາເລັດເປັນຢ່າງ ດີ, ພ້ອມທັງໄດ້ຢືນຢັນວ່າ ສະມາ ພັນທະລັດ ສະວິດ ຈະສືບຕໍ່ໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ເພື່ອປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມ ຂອງ ສປປ ລາວ. ຂ່າວ: ສົມຫວັງ ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີ ລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ຟີລິບປິນ ທີ່ ໄດ້ຮັບການເສີມຂະຫຍາຍຢ່າງ ຕໍ່ເນື່ອງ. ພິເສດສອງຝ່າຍ ໄດ້ ຕີລາຄາສູງຕໍ່ຜົນສຳເລັດການຈັດ ກິດຈະກຳຕ່າງໆ ເພື່ອສະເຫລີມສະ ຫລອງຄົບຮອບ 70 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດ ລະ ຫວ່າງສອງປະເທດ ໃນປີ 2025 ຜ່ານມາ ລວມທັງການຈັດກອງປະ ຊຸມຄະນະກໍາມາທິການຮ່ວມ ວ່າ ດ້ວຍການຮ່ວມມືສອງຝ່າຍ ລາວຟີລິບປິນ ຄັ້ງທີ 3 (JCBC -3) ທີ່ ມະນີລາ ປະເທດຟີລິບປິນ ໃນເດືອນ ສິງຫາ 2025 ຊຶ່ງເປັນກົນໄກການ ຮ່ວມມືທີ່ສໍາຄັນ ເພື່ອທົບທວນຄືນ ການຮ່ວມມືສອງຝ່າຍ ໃນໄລຍະ ຜ່ານມາ ແລະ ຊຸກຍູ້ການຮ່ວມມືໃນ ຂະແໜງການຕ່າງໆລະຫວ່າງສອງ ປະເທດ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນ ຄໍາຄິດເຫັນ ເພື່ອຊຸກຍູ້ສົ່ງເສີມການ ຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃນ ຕໍ່ໜ້າເຊັ່ນ: ການຮ່ວມມືດ້ານເສດ ຖະກິດ, ການຄ້າ, ການລົງທຶນ, ການ ຮ່ວມມືດ້ານພະລັງງານ, ການພັດ ທະນາຊັບພະຍາກອນມະນຸດ ແລະ ດ້ານອື່ນໆ ທີ່ສອງຝ່າຍມີທ່າແຮງ. ໃນໂອກາດນີ້, ທ່ານນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ການ ລົງທຶນຂອງຟີລິບປິນ ໂດຍສະເພາະ ໃນຂະແໜງພະລັງງານສະອາດ ຢູ່ ສປປ ລາວ ຊຶ່ງມີທ່າຂະຫຍາຍຕົວ ແລະ ສະເໜີໃຫ້ຊຸກຍູ້ນັກລົງທຶນ ຈາກຟີລິບປິນ ເຂົ້າໄປສຶກສາເບິ່ງ ໂອກາດໃນການລົງທຶນ ຢູ່ ສປປ ລາວ ໃນຂະແໜງການຕ່າງໆໃຫ້ ຫລາຍຂຶ້ນ ແລະ ໄດ້ສະແດງຄວາມ ຂອບໃຈຕໍ່ລັດຖະບານຟີລິບປິນທີ່ໄດ້ ໃຫ້ການສະໜັບສະໜູນ ແລະ ຊ່ວຍ ເຫລືອແກ່ ສປປ ລາວ ຕະຫລອດ ໄລຍະຜ່ານມາ ໂດຍສະເພາະແມ່ນ ດ້ານການພັດທະນາຊັບພະຍາກອນ ມະນຸດ ກໍຄື ການເປັນປະທານອາ ຊຽນ ຂອງ ສປປ ລາວ ໃນປີ 2024 ກອງປະຊຸມໃຫຍ່ຜູ້ແທນແນວລາວ ສ້າງຊາດ ທົ່ວປະເທດ ຄັ້ງທີ XII, ຄະນະກຳມະການ ສູນກາງແນວ ລາວສ້າງຊາດ ຄົນລາວທີ່ດຳລົງຊີ ວິດຢູ່ຕ່າງປະເທດ ນຳໂດຍ ທ່ານ ຈູມຄຳ ຫລວງວັນ ກຳມະການ ສູນກາງແນວລາວສ້າງຊາດ ປະ ທານສຳພັນຄົນລາວຢູ່ປະເທດຝຣັ່ງ ແລະ ໄດ້ລາຍງານສະພາບການ ເຄື່ອນໄຫວ ຂອງວຽກງານສຳພັນ ຄົນລາວຢູ່ຕ່າງປະເທດໂດຍຫຍໍ້ ໃຫ້ ທ່ານປະທານສູນກາງແນວລາວ ສ້າງຊາດ ໄດ້ຮັບຊາບ. ໂອກາດນີ້, ທ່ານປະທານສູນ ກາງແນວລາວສ້າງຊາດ ໄດ້ສະ ແດງຄວາມຊົມເຊີຍ ແລະ ຕີລາ ຄາສູງຕໍ່ຜົນງານການເຄື່ອນໄຫວ ວຽກງານແນວລາວສ້າງຊາດ ໂດຍ ໄດ້ເນັ້ນໃຫ້ທຸກທ່ານ ຈົ່ງຍົກສູງ ຄວາມຮັບຜິດຊອບການເມືອງ, ເສີມຂະຫຍາຍຄວາມສາມັກຄີເປັນ ປຶກແຜ່ນ, ຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ແລະ ຈັດຕັ້ງ ປະຕິບັດໃຫ້ໄດ້ຮັບໝາກຜົນ ເພື່ອ ກາຍເປັນກໍາລັງແຮງໃນການເຕົ້າ ໂຮມຄວາມສາມັກຄີ ຕາມພາລະ ບົດບາດຂອງແນວລາວສ້າງຊາດ ໃຫ້ໄດ້ຮັບຜົນສຳເລັດຕາມຄໍາຂວັນ ກອງປະຊຸມໃຫຍ່ວາງໄວ້. ພ້ອມກັນ ນີ້, ທ່ານປະທານສູນກາງແນວ ລາວສ້າງຊາດ ຍັງໄດ້ເນັ້ນໃຫ້ບັນ ດາທ່ານຄະນະກຳມະການສູນກາງ ແນວລາວສ້າງຊາດ ທີ່ເປັນຕົວແທນ ຄົນລາວຢູ່ຕ່າງປະເທດ ສືບຕໍ່ເຮັດ ໜ້າທີ່ປຸກລະດົມຂົນຂວາຍພີ່ນ້ອງ ຄົນລາວ ທີ່ດຳລົງຊີວິດຢູ່ຕ່າງປະ ເທດ ປະຕິບັດນະໂຍບາຍການຕ່າງ ປະເທດຂອງພັກ ຊຶ່ງຖືວ່າຄົນລາວຢູ່ ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ ແຍກອອກບໍ່ໄດ້ຂອງວົງຄະນະຍາດ ແຫ່ງຊາດລາວ, ເຕົ້າໂຮມກຳລັງ ແຮງທັງໝົດ ໃນການປະກອບສ່ວນ ເຂົ້າໃນການສ້າງສາພັດທະນາບ້ານ ເກີດເມືອງນອນຂອງຕົນໃຫ້ຫລາຍ ຂຶ້ນກວ່າເກົ່າ. ພ້ອມກັນນີ້, ທ່ານປະທານສູນ ກາງແນວລາວສ້າງຊາດ ໄດ້ມອບ ໃບຍ້ອງຍໍສັນລະເສີນ ໃຫ້ແກ່ກຳ ມະ ການ ສູນກາງແນວລາວສ້າງຊາດ ຢູ່ຕ່າງປະເທດ ສະໄໝທີ XI ຈຳ ນວນ 10 ທ່ານທີ່ມີຜົນງານໃນການ ເຄື່ອນໄຫວປະກອບສ່ວນເຂົ້າໃນ ວຽກງານຂອງແນວລາວສ້າງຊາດ ໃນຕະຫລອດໄລຍະ 5 ປີຜ່ານມາ ຕື່ມອີກ. ຂ່າວ-ພາບ: ດວງມະນີ ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສປປ ເກົາຫລີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ແລະ ຊົມເຊີຍ ເນື່ອງ ໃນໂອກາດໄດ້ຮັບການແຕ່ງຕັ້ງໃຫ້ ດໍາລົງຕໍາແໜ່ງ ເປັນຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ. ໃນໂອກາດນີ້, ສະຫາຍ ເອກອັກ ຄະລັດຖະທູດ ລີ ຢົງ ຊົນ ໄດ້ສະ ແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ ສະຫາຍ ທອງສະຫວັນ ພົມວິຫານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາ ແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ຊຶ່ງໄດ້ຖືກ ຮັບຮອງເອົາໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີXໃນເດືອນມີນາ 2026 ຜ່ານ ມາ, ພ້ອມທັງໄດ້ສະແດງຄວາມ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ-ຊີ້ ນໍາຂອງ ສະຫາຍ ທອງສະຫວັນ ພົມວິຫານ ກະຊວງການຕ່າງປະ ເທດ ຈະສືບຕໍ່ໄດ້ຮັບຜົນສໍາເລັດອັນ ໃໝ່ ຍິ່ງໃຫຍ່ກວ່າເກົ່າ ໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ເປັນມູນ ເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ສປປ ລາວ-ສປປ ເກົາຫລີ ທີ່ສ້າງພື້ນ ຖານໂດຍ ປະທານ ໄກສອນ ພົມວິ ຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງ ປະຊາຊົນລາວ ແລະ ສະຫາຍ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາ ຊົນ ສປປ ເກົາຫລີ ຊຶ່ງໄດ້ຮັບການ ສືບທອດມາເຖິງປັດຈຸບັນ. ພາຍໃຕ້ ຄວາມເອົາໃຈໃສ່ເປັນພິເສດຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່, ປະທານ ຄະນະກໍາມະການກິດຈະການແຫ່ງ ຜ່ານມາ ພ້ອມທັງໄດ້ຢືນຢັນໃຫ້ ການສະໜັບສະໜູນ ຟີລິບປິນ ໃນ ການເປັນປະທານອາຊຽນ ໃນປີ 2026 ນີ້ ເພື່ອຮັບປະກັນຜົນສໍາ ເລັດອັນຈົບງາມ. ໃນຕອນທ້າຍ, ທ່ານ ສອນໄຊ ສີພັນດອນ ໄດ້ເຊື້ອເຊີນ ທ່ານ ປະທາ ນາທິບໍດີ ເຟີດີນານ ມາກອສ ຈູເນຍ ເດີນທາງມາຢ້ຽມຢາມ ສປປ ລາວ ໃນເວລາທີ່ມີຄວາມສະດວກ ເພື່ອ ເສີມຂະຫຍາຍ ແລະ ຮັດແໜ້ນການ ພົວພັນຮ່ວມມືສອງຝ່າຍໃຫ້ແຕກ ດອກອອກຜົນຍິ່ງໆຂຶ້ນ ຊຶ່ງທ່ານ ເຟີດີນານ ມາກອສ ຈູເນຍ ກໍໄດ້ ສະແດງຄວາມຍິນດີຈະເດີນທາງ ມາຢ້ຽມຢາມ ສປປ ລາວ ຕາມຄຳ ເຊີນໃນເວລາທີ່ສະດວກສອງຝ່າຍ. ຂະນະດຽວກັນ, ທ່ານປະທານາ ທິບໍດີ ເຟີດີນານ ມາກອສ ຈູເນຍ ກໍ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍ ລາວ ທີ່ໄດ້ໃຫ້ການຊ່ວຍເຫລືອ ພົນລະເມືອງຂອງຟີລິບປິນ ຢູ່ ສປປ ລາວ ແລະ ຕີລາຄາສູງຕໍ່ການເຂົ້າ ຮ່ວມກອງປະຊຸມສຸດຍອດໃນຄັ້ງ ນີ້ ຂອງຄະນະຜູ້ແທນ ສປປ ລາວ. ພ້ອມນີ້, ສອງຝ່າຍ ໄດ້ມອບໝາຍ ໃຫ້ ສອງກະຊວງການຕ່າງປະເທດ ເຮັດວຽກຮ່ວມກັນ ເພື່ອກະກຽມໃຫ້ ແກ່ການແລກປ່ຽນການຢ້ຽມຢາມ ຂອງການນຳຂັ້ນສູງລະຫວ່າງ ສອງປະເທດໃນປີ 2026 ນີ້. ລັດ, ຜູ້ບັນຊາການສູງສຸດກໍາລັງ ປະກອບອາວຸດ ແຫ່ງ ສປປ ເກົາຫລີ ສອງຝ່າຍ ໄດ້ສະແດງຄວາມເຊື່ອ ໝັ້ນວ່າ ສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ ລະຫວ່າງ ສປປ ລາວສປປ ເກົາຫລີ ຈະໄດ້ຮັບການເສີມ ຂະຫຍາຍຢ່າງບໍ່ຢຸດຢັ້ງ. ພິເສດ, ໃນ ເດືອນຕຸລາ 2025 ຜ່ານມາ, ໄດ້ມີ ການພົບປະລະຫວ່າງ ຜູ້ນໍາສູງ ສຸດຂອງສອງປະເທດ ທີ່ນະຄອນ ຫລວງພຽງຢາງ ຊຶ່ງໄດ້ກາຍເປັນ ຂີດໝາຍທີ່ສໍາຄັນທາງປະຫວັດ ສາດ ສໍາລັບ ສປປ ລາວ ແລະ ສປປ ເກົາຫລີ ແລະ ໄດ້ກາຍເປັນພື້ນຖານ ອັນໜັກແໜ້ນໃນການສືບຕໍ່ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ສປປ ລາວ ແລະ ສປປ ເກົາຫລີ ໃຫ້ນັບມື້ນັບ ແໜ້ນເເຟ້ນຍິ່ງໆຂຶ້ນ. ໃນໂອກາດດຽວກັນນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ທອງສະ ຫວັນ ພົມວິຫານ ກໍໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ຄໍາ ອວຍພອນອັນຈົບງາມ ພ້ອມທັງໄດ້ ຕີລາຄາສູງຕໍ່ ສະຫາຍ ເອກອັກຄະ ລັດຖະທູດ ແຫ່ງ ສປປ ເກົາຫລີ ປະ ຈໍາ ສປປ ລາວ ທີ່ໄດ້ປະກອບສ່ວນ ແລະ ເຄື່ອນໄຫວຢ່າງຫ້າວຫັນ ໃນ ການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະ ຫວ່າງ ສປປ ລາວ ແລະ ສປປ ເກົາ ຫລີ ຕະຫລອດໄລຍະຜ່ານມາ ແລະ ໄດ້ຖືໂອກາດນີ້ ຝາກຄວາມຢື້ຢາມ ຖາມຂ່າວອັນອົບອຸ່ນເຖິງ ສະຫາຍ ນາງ ຊວຍ ເຊີນ ຮີ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ ອີກດ້ວຍ. ນັບແໜ້ນແຟ້ນ ແລະ ເກີດດອກອອກ ຜົນຍິ່ງໆຂຶ້ນ. ພ້ອມທັງຕີລາຄາສູງ ຕໍ່ໝາກຜົນ ຂອງການຮ່ວມມືຢ່າງ ຮອບດ້ານ ແລະ ສະໜິດແໜ້ນລະ ຫວ່າງ ສອງພັກ-ສອງລັດ ໃນໄລ ຍະຜ່ານມາ ໂດຍສະເພາະໃນຂົງ ເຂດວຽກງານຖະແຫລງຂ່າວ, ວັດ ທະນະທຳ ແລະ ການທ່ອງທ່ຽວ ໃນເມື່ອກ່ອນ ກໍຄື ວຽກງານວັດທະ ນະທຳ ແລະ ການທ່ອງທ່ຽວໃນ ປັດຈຸບັນ ຖືໄດ້ວ່າສອງກະຊວງ ໄດ້ ມີການສົມທົບກັນຢ່າງໃກ້ຊິດ ແລະ ຕໍ່ເນື່ອງ ເຮັດໃຫ້ການປະຕິບັດໜ້າທີ່ ການເມືອງທີ່ຂັ້ນເທິງມອບໝາຍໃຫ້ ໄດ້ຮັບຜົນສໍາເລັດເປັນກ້າວໆມາ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນຜົນງານ ທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດ ການຮ່ວມມືສອງຝ່າຍດ້ານວັດທະ ນະທໍາ ແລະ ການທ່ອງທ່ຽວ ຂອງ ສອງກະຊວງ ໃນໄລຍະ 5 ປີຜ່ານ ມາ (2021-2025). ໂອກາດນີ້, ສະຫາຍ ນາງ ສວນ ສະຫວັນ ວິຍະເກດ ຍັງໄດ້ສະແດງ ຄວາມເຊື່ອໝັ້ນວ່າ ບົນຈິດໃຈສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ແລະ ຫຸ່ນສ່ວນຍຸດທະ ສາດ ຂອງສອງຊາດເຮົາ, ໝາກຜົນ ຂອງການພົບປະກັນຄັ້ງນີ້ ຈະເປັນ ບ່ອນອີງໃຫ້ແກ່ ສອງຝ່າຍ ກໍຄື ສອງ ກະຊວງ ເພື່ອຊຸກຍູ້ການຮ່ວມມືສອງ ຝ່າຍດ້ານວັດທະນະທໍາ ແລະ ການ ທ່ອງທ່ຽວ ໃຫ້ນັບມື້ນັບເຂົ້າສູ່ລວງ ເລິກ, ແທດເໝາະກັບຕົວຈິງ ແລະ ມີ ປະສິດທິຜົນຍິ່ງຂຶ້ນ ແນໃສ່ປະກອບ ສ່ວນຢ່າງແຂງແຮງເຂົ້າໃນການ ລຶບລ້າງຄວາມທຸກຍາກ ກໍຄືການ ພັດທະນາເສດຖະກິດ-ສັງຄົມ ຂອງ ສອງປະເທດໃຫ້ດີຂຶ້ນເລື້ອຍໆ. ພ້ອມນີ້, ສະຫາຍ ນາງ ເລິມ ທິ ເຟືອງ ແທງ ກໍໄດ້ຕີລາຄາສູງຕໍ່ການ ຮ່ວມມືອັນມີປະສິດທິຜົນລະຫວ່າງ ກະຊວງ ວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ກະ ຊວງ ວັດທະນະທໍາ ແລະ ການທ່ອງ ທ່ຽວລາວ ໃນຫລາຍປີຜ່ານມາ ຊຶ່ງສອງຝ່າຍ ໄດ້ປະສານສົມທົບ ຈັດຕັ້ງຫລາຍກິດຈະກໍາດ້ານວັດທະ ນະທໍາ ແລະ ສິລະປະ ຢ່າງຄຶກຄື້ນ ເຊັ່ນ:ສັບປະດາວັດທະນະທໍາຫວຽດ ນາມ ຢູ່ ລາວ, ສັບປະດາວັດທະນະ ທໍາ ລາວ ຢູ່ ຫວຽດນາມ, ງານມະ ໂຫລານ ແລກປ່ຽນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ເຂດຊາຍ ແດນ ຫວຽດນາມ-ລາວ, ຄ້າຍສ້າງ ສັນປະຕິມາກໍາຫວຽດນາມ-ລາວ, ການເຂົ້າຮ່ວມບັນດາງານມະໂຫ ລານວັດທະນະທໍາ-ສິລະປະສາກົນ ຢູ່ຫວຽດນາມ. ບັນດາກິດຈະກໍາ ດ້ານວັດທະນະທໍາ ແລະ ສິລະປະ ດັ່ງກ່າວ, ໄດ້ປະກອບສ່ວນຢ່າງຕັ້ງ ໜ້າ ໃນການເສີມຂະຫຍາຍ ສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ຍາດ ລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໃນໂອກາດດຽວກັນນີ້, ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດ ທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ຍັງໄດ້ຮ່ວມລົງ ນາມແຜນການຮ່ວມມືດ້ານວັດ ທະນະທໍາ ແລະ ການທ່ອງທ່ຽວ (2026-2030) ຕື່ມອີກ. ຂ່າວ-ພາບ: ທະນູທອງ ລາວ-ຟີລິບປິນ...ີິິ ຮອງນາຍົກລັດຖະມົນຕີ...ົັົີ ສອງກະຊວງວັດທະນະທຳ...ັ ມຽນມາ11ຄົນ, ຍິງ2ຄົນແລະ ໃນ ວັນທີ 5 ພຶດສະພາ 2026, ຈັບໄດ້ 24 ຄົນ ເປັນຄົນຈີນ 17 ຄົນ, ຍິງ 1 ຄົນ; ມຽນມາ 7 ຄົນ, ຍິງ 4 ຄົນ. ສຳລັບຢູ່ເມືອງຕົ້ນເຜິ້ງ ໃນວັນທີ 11 ພຶດສະພາ 2026 ເຈົ້າໜ້າທີ່ໄດ້ ສືບຕໍ່ຂະຫຍາຍຜົນ ແລະ ເຂົ້າບຸກ ມ້າງ ສາມາດກັກຕົວຜູ້ທີ່ມີສ່ວນ ກ່ຽວຂ້ອງໄດ້ເປັນຈຳນວນ 159 ຄົນ ປະກອບມີ: ຄົນລາວ 106 ຄົນ, ຍິງ 43 ຄົນ; ມຽນມາ 34 ຄົນ, ຍິງ 11 ຄົນ; ຈີນ 9 ຄົນ; ຟີລິບປິນ 5 ຄົນ, ຍິງ 4 ຄົນ; ມາເລເຊຍ 4 ຄົນ ແລະ ອິນໂດເນເຊຍ 1 ຄົນ. ປັດຈຸບັນ, ເຈົ້າໜ້າທີ່ກຳລັງສືບ ສວນ-ສອບສວນ ເພື່ອຊອກຫາຜູ້ ຮ່ວມຂະບວນການແລະ ດຳເນີນຄະ ດີຕາມຂັ້ນຕອນການດໍາເນີນຄະດີ ຕາມລະບຽບກົດໝາຍ. ການລົງກວາດລ້າງຄັ້ງນີ້ສະ ແດງໃຫ້ເຫັນວ່າ ກຸ່ມມິດສາຊີບຍັງ ຄົງມີການເຄື່ອນໄຫວຢ່າງຕໍ່ເນື່ອງ ໃນຮູບແບບການສ້າງເຄືອຂ່າຍສາ ກົນ, ປະຊາຊົນຄວນມີສະຕິລະວັງ ຕົວຕໍ່ການຊັກຊວນເຮັດວຽກທີ່ໄດ້ ເງິນງ່າຍ, ການໂທມາຫລອກລວງ ຈາກເບີໂທແປກໜ້າ ຫລື ການໃຫ້ ຂໍ້ມູນສ່ວນຕົວທາງອອນລາຍ. ເຈົ້າໜ້າທີ່...ົ້້ີ່ ຫາລືການຄຸ້ມຄອງ...ືຸ້ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງ ຊົນລາວທັງຊາດ ໄດ້ຊີ້ນຳຂະແໜງ ການສາທາລະນະສຸກ ກ່ຽວກັບ ວຽກງານການແພດ-ການຢາພື້ນ ເມືອງລາວ ຢ່າງມີວິທະຍາສາດ ແລະ ທັນສະໄໝ ໃຫ້ຢາພື້ນເມືອງ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການ ພັດທະນາສາທາລະນະສຸກ ແລະ ໃຫ້ເປັນເສດຖະກິດ. ອັນຮີບດ່ວນ ທີ່ສຸດແມ່ນຕ້ອງຢຸດເຊົາຂຸດຄົ້ນຢາ ພື້ນເມືອງແບບລ້າງຜານ ຊຶ່ງພັກ ແລະ ລັດຖະບານ ຍາມໃດກໍຮັບຮູ້ ບົດບາດຂອງຢາພື້ນເມືອງ ແລະ ຊຸກຍູ້ສົ່ງເສີມໃຫ້ມີການສົມທົບຢາ ພື້ນເມືອງ ກັບຢາຫລວງສະໜອງ ບໍລິການສຸຂະພາບແກ່ປະຊາຊົນ ໂດຍສະເພາະຢູ່ເຂດຊົນນະບົດຫ່າງ ປະທານ ສນຊ... ໄກສອກຫລີກ ອົງການອະນາໄມ ໂລກ ກໍມີນະໂຍບາຍຊຸກຍູ້ສົ່ງເສີມ ການນຳໃຊ້ຢາພື້ນເມືອງຢ່າງສົມ ເຫດສົມຜົນ ເພື່ອບັນລຸສຸຂະພາບ ທຸກທົ່ວໜ້າ ແລະ ເປົ້າໝາຍ SDGs ບໍ່ປະໃຜຢູ່ຂ້າງຫລັງ, ລາວໃນນາມ ສະມາຊິກອາຊຽນ ໄດ້ລົງສັດຕະຍາ ບັນຮ່ວມເຫັນດີສ້າງຕະຫລາດເສລີ ຢາພື້ນເມືອງໃນປະເທດອາຊຽນ. ຢາພື້ນເມືອງຢູ່ລາວມີຢ່າງອຸດົມ ສົມບູນຢູ່ທຸກຫົນທຸກແຫ່ງ, ແຕ່ເຖິງ ຢ່າງໃດກໍຕາມ ຍັງມີສິ່ງທ້າທາຍ ຫລາຍຢ່າງເປັນຕົ້ນແມ່ນ ພືດ, ຕົ້ນ ໄມ້, ສັດ, ແຮ່ທາດ ທີ່ເປັນຢາຈໍາ ນວນໜຶ່ງມີຄວາມສ່ຽງຕໍ່ການດັບ ສູນ ຍ້ອນການຂຸດຄົ້ນຊະຊາຍ ແລະ ຂຸດຄົ້ນບໍ່ເປັນລະບົບ, ໃນບັນຊີເຄື່ອງ ປ່າຂອງດົງສ່ວນຫລາຍ ກໍຍັງແມ່ນ ຢາພື້ນເມືອງ.ນອກຈາກນີ້, ການປະ ສານງານລະຫວ່າງ ຂະແໜງການ ກ່ຽວຂ້ອງ ຍັງບໍ່ທັນໄດ້ດີເທົ່າທີ່ ຄວນ, ການອຳນວຍຄວາມສະດວກ ໃນການຜະລິດ ແລະ ສົ່ງອອກຢາ ພື້ນເມືອງ ຍັງຂາດຄວາມຄ່ອງຕົວ, ການກໍານົດມາດຕະຖານຢາພື້ນ ເມືອງ ຍັງສູງເກີນເງື່ອນໄຂຄວາມ ສາມາດຂອງການພັດທະນາເສດ ຖະກິດ-ສັງຄົມຂອງບ້ານເຮົາ, ການເຕົ້າໂຮມໝໍຢາ-ພູມປັນຍາ ແລະ ສູດຕໍາລາຢາພື້ນເມືອງຍັງບໍ່ ທັນດີ, ຄວາມເຂົ້າໃຈຂອງພະນັກ ງານສ່ວນຫລາຍ, ອົງການຈັດຕັ້ງ ສັງຄົມ, ນັກທຸລະກິດ ແລະ ປະຊາ ຊົນຈຳນວນໜຶ່ງ ຕໍ່ວຽກງານການ ແພດ-ການຢາພື້ນເມືອງຍັງຈຳກັດ ແລະ ອື່ນໆ, ທັງໝົດນັ້ນລ້ວນແຕ່ ເປັນບັນຫາທ້າທາຍໃນສະເພາະໜ້າ ແລະ ຍາວນານ ພວກເຮົາຕ້ອງໄດ້ ພ້ອມກັນຊອກວິທີການ ແລະ ມາດ ຕະການແກ້ໄຂທີ່ເໝາະສົມຢ່າງ ທັນການ. ຂ່າວ: ວຽງຈັນໃໝ່

RkJQdWJsaXNoZXIy MTc3MTYxMQ==