@ 0j k; c]t gsfdko j 06/05/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ສປປ ລາວ... ຂປລ. ເມື່ອບໍ່ດົນມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການ ຄ້າ ພ້ອມດ້ວຍຄະນະ ໄດ້ເດີນທາງ ໄປພົບປະ, ປຶກສາຫາລື ແລະ ເຮັດ ວຽກຮ່ວມກັບ ທ່ານ ອັກຄະນັດ ພ້ອມພັນ ລັດຖະມົນຕີວ່າການກະ ຊວງພະລັງງານ ແຫ່ງ ລາຊະອາ ນາຈັກໄທ ພ້ອມດ້ວຍຄະນະ. ການພົບປະຄັ້ງນີ້, ເປັນຂີດໝາຍ ສຳຄັນ ເນື່ອງຈາກເປັນການພົບ ແລະ ເຮັດວຽກຮ່ວມກັນ ຄັ້ງທໍາອິດ ຂອງສອງລັດຖະມົນຕີ ທັງສອງ ຝ່າຍໄດ້ແລກປ່ຽນທັດສະນະ ໃນ ສ ອິນໂດເນເຊຍ ໃຫ້ເຕີບໃຫຍ່ຂະ ຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ໃນວັນທີ 4 ພຶດສະພາ 2026, ທີ່ ກະຊວງການຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ, ສອງຝ່າຍໄດ້ພົບປະ ແລະ ທົບທວນຄືນການພົວພັນ ຮ່ວມມື ລະຫວ່າງສອງປະເທດ ໃນ ໄລຍະຜ່ານມາ ພ້ອມທັງໄດ້ປຶກສາ ຫາລື ແລະ ແລກປ່ຽນຄໍາຄິດເຫັນ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືໃນ ຕໍ່ໜ້າ; ສອງຝ່າຍໄດ້ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນໃກ້ຊິດ ລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ທີ່ໄດ້ ຮັບການພັດທະນາຢ່າງຕໍ່ເນື່ອງ ໃນ ຕະຫລອດໄລຍະ 69 ປີ ຜ່ານມາ ເຫັນໄດ້ຈາກການແລກປ່ຽນການ ຢ້ຽມຢາມຂອງການນໍາຂັ້ນສູງ ກໍຄື ການໄປມາຫາສູ່ກັນ ລະຫວ່າງປະ ຊາຊົນສອງປະເທດ ຢ່າງເປັນປົກ ກະຕິ. ພິເສດ, ໃນປີ 2027 ທີ່ຈະ ມາເຖິງນີ້ ສອງຝ່າຍຈະຮ່ວມກັນ ສະເຫລີມສະຫລອງ ເນື່ອງໃນໂອ ກາດ ຄົບຮອບ 70 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດ ລະ ຫວ່າງ ສອງປະເທດ ລາວ-ອິນໂດ ເນເຊຍ ໃນວັນທີ 30 ສິງຫາ 1957 ຊຶ່ງຈະມີການຈັດບັນດາກິດຈະກໍາ ຕ່າງໆ ທັງຢູ່ນະຄອນຫລວງວຽງ ຈັນ ແລະ ນະຄອນຫລວງຈາກາກ ຕາ. ພ້ອມກັນນັ້ນ, ສອງຝ່າຍໄດ້ສະ ແດງຄວາມຊົມເຊີຍທີ່ເຫັນວ່າ ການ ພົວພັນຮ່ວມມືດ້ານການເມືອງ, ດ້ານວຽກງານປ້ອງກັນຊາດ, ດ້ານ ເສດຖະກິດ, ການພັດທະນາຊັບພະ ຍາກອນມະນຸດ, ການທ່ອງທ່ຽວ ແລະ ດ້ານອື່ນໆ ສືບຕໍ່ໄດ້ຮັບການ ເສີມຂະຫຍາຍເປັນກ້າວໆ ແລະ ເຫັນດີຈະສືບຕໍ່ຊຸກຍູ້ການຮ່ວມມື ດ້ານການຄ້າ ແລະ ການລົງທຶນ ລະ ຫວ່າງສອງປະເທດ ໃຫ້ຫລາຍຂຶ້ນ ໂດຍສະເພາະໃນຂະແໜງການບຸລິ ມະສິດທີ່ສອງຝ່າຍມີທ່າແຮງ. ນອກ ຈາກນັ້ນ, ສອງຝ່າຍຍັງໄດ້ແລກ ປ່ຽນຄໍາຄິດຄໍາເຫັນຕໍ່ກັບສະພາບ ການພາກພື້ນ ແລະ ສາກົນ ທີ່ສອງ ຝ່າຍມີຄວາມສົນໃຈຮ່ວມກັນ ແລະ ໄດ້ປຶກສາຫາລືກ່ຽວກັບການຍົກ ລະດັບສາຍພົວພັນລະຫວ່າງສອງ ປະເທດໃນອະນາຄົດ. ໃນຂະນະ ດຽວກັນ, ທ່ານຮອງນາຍົກລັດຖະ ມົນຕີທອງສະຫວັນພົມວິຫານກໍໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນຂອງລັດຖະບານ ແລະ ປະຊາຊົນອິນໂດເນເຊຍ, ພ້ອມ ທັງຕາງໜ້າໃຫ້ພັກ ແລະ ລັດຖະ ບານ ແຫ່ງ ສປປ ລາວ ສະແດງ ຄວາມຊົມເຊີຍຢ່າງຈິງໃຈຕໍ່ ທ່ານ ສຸກິໂອໂນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ ດໍາລົງຕໍາແໜ່ງເປັນ ເລຂາທິການ ໃຫຍ່ພັກ Gerindra ໃນເດືອນ ສິງຫາ 2025 ຜ່ານມາ ແລະ ສະ ແດງຄວາມຂອບໃຈຕໍ່ການສະໜັບ ສະໜູນຊ່ວຍເຫລືອຂອງລັດຖະ ບານ ແລະ ປະຊາຊົນອິນໂດເນເຊຍ ຕໍ່ລັດຖະບານ ແລະ ປະຊາຊົນລາວ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນໃນໄລຍະການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນປີ 2024 ຜ່ານມາ. ພ້ອມນີ້, ຍັງໄດ້ ເຊື້ອເຊີນ ທ່ານ ສຸກິໂອໂນ ລັດຖະ ມົນຕີຕ່າງປະເທດ ແຫ່ງ ສ ອິນໂດ ເນເຊຍ ຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການ ແລະ ເປັນປະທານ ຮ່ວມກອງປະຊຸມຄະນະກຳມາທິ ການຮ່ວມ ວ່າດ້ວຍການຮ່ວມມື ສອງຝ່າຍ (JCBC) ຄັ້ງທີ 6 ລະ ຫວ່າງ ລາວ-ອິນໂດເນເຊຍ ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2027, ທັງເປັນການຢ້ຽມຢາມ ເພື່ອສະ ເຫລີມສະຫລອງ ຄົບຮອບ 70 ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດໃນປີດັ່ງ ກ່າວອີກດ້ວຍ. ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ທອງ ສະຫວັນ ພົມວິຫານ ຍັງໄດ້ພົບປະ ຫາລື ກັບ ທ່ານ ເບີນາດີໂນ ໂມນິງ ກາ ເວກາ ຮອງປະທານສະພາອຸດ ສາຫະກຳ ແລະ ການຄ້າ ແຫ່ງ ສ ອິນໂດເນເຊຍ ເພື່ອຊຸກຍູ້ສົ່ງເສີມ ການພົວພັນຮ່ວມມືທາງດ້ານການ ຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ໃຫ້ ຂະຫຍາຍຕົວ ແລະ ຍັງໄດ້ຮັບການ ເຂົ້າຢ້ຽມຂໍ່ານັບ ຈາກ ທ່ານ ປຣາ ຕິໂຕ ສຸຮາຣຽວ ວ່າທີ່ປະທານຄະ ນະສະມາຄົມມິດຕະພາບ ອິນໂດເນ ເຊຍ-ລາວ ເພື່ອຊຸກຍູ້ສົ່ງເສີມການ ຮ່ວມມືລະຫວ່າງ ສອງສະມາຄົມ ມິດຕະພາບລາວ-ອິນໂດເນເຊຍ ແລະ ອິນໂດເນເຊຍ-ລາວ ໃຫ້ນັບ ມື້ຂະຫຍາຍຕົວຍິ່ງໆຂຶ້ນກວ່າເກົ່າ ຄຽງຄູ່ກັບການຮ່ວມມືໃນພາກ ລັດຖະບານ ທີ່ີມີຜົນສຳເລັດ ແລະ ແຕກດອກອອກຜົນໃນປັດຈຸບັນ. ນອກຈາກນີ້, ຄະນະຍັງໄດ້ຢ້ຽມ ຢາມສຳນັກງານໃຫຍ່ ບໍລິສັດ PT Pupuk Indonesia ເພື່ອຊຸກຍູ້ ການລົງທຶນຂອງບໍລິສັດດັ່ງກ່າວ ຢູ່ ສປປ ລາວ ແລະ ຢ້ຽມຢາມ ສະຖານທີ່ທາງດ້ານວັດທະນະທຳ ຂອງອິນໂດເນເຊຍ. ການຢ້ຽມຢາມຄັ້ງນີ້ ໄດ້ປະສົບ ຜົນສຳເລັດຢ່າງຈົບງາມ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກຝ່າຍອິນໂດເນເຊຍ ຊຶ່ງສ່ອງ ແສງໃຫ້ເຫັນເຖິງສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີ ງາມລະຫວ່າງສອງປະເທດ ທີ່ນັບ ມື້ນັບເຕີບໃຫຍ່ຂະຫຍາຍຕົວ ຕະ ຫລອດໄລຍະເວລາເກືອບ 70 ປີ ຜ່ານມາ. ສະຫາຍຄະນະນໍາ ຄຕພ, ຜູ້ຕາງໜ້າ ຈາກກະຊວງການຕ່າງປະເທດ ແລະ ພະນັກງານ ຄຕພ ເຂົ້າຮ່ວມ. ໃນພິທີ, ຕາງໜ້າກົມຈັດຕັ້ງພະນັກງານ ໄດ້ຜ່ານມະຕິຕົກລົງ ຂອງ ຄະນະເລຂາທິການສູນກາງ ພັກ ສະບັບເລກທີ 51/ຄລສພ, ລົງ ວັນທີ 31 ມີນາ 2026 ວ່າດ້ວຍ ການແຕ່ງຕັ້ງ ສະຫາຍ ບຸນຍະເດດ ໄຊຍະວົງ ຫົວໜ້າຫ້ອງການ ຄະນະ ພົວພັນຕ່າງປະເທດສູນກາງພັກ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າກົມ ຄົ້ນຄວ້າ ແລະ ພົວພັນຫລາຍຝ່າຍ; ມະຕິຕົກລົງ ສະບັບເລກທີ 52/ ຄລສພ, ລົງວັນທີ 31 ມີນາ 2026 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ສິງຫານະຄອນ ສີຫາລາດ ເປັນ ຫົວໜ້າຫ້ອງການ ຄະນະພົວພັນ ຕ່າງປະເທດສູນກາງພັກ; ມະຕິ ຕົກລົງ ສະບັບເລກທີ 53/ຄລສພ, ລົງວັນທີ 31 ມີນາ 2026 ວ່າ ດ້ວຍການແຕ່ງຕັ້ງ ສະຫາຍ ວົງຄຳ ແສນສະທິດ ເປັນຫົວໜ້າກົມເອີຣົບອາເມລິກາ. ໃນພິທີ, ຍັງໄດ້ຜ່ານ ຂໍ້ຕົກລົງຂອງຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ສະບັບ ເລກທີ 848/ຄຕພ.ຈພງ, ລົງວັນທີ 30 ເມສາ 2026 ວ່າດ້ວຍການ ແຕ່ງຕັ້ງ ສະຫາຍ ນາງ ສຸກສະຫວັນ ແກ້ວວິໄລວັນ ເປັນວ່າການຫົວໜ້າ ກົມຈັດຕັ້ງ-ພະນັກງານ. ພ້ອມກັນ ນີ້, ຍັງໄດ້ມີການມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຫ້ອງການ ຄຕພ ຜູ້ເກົ່າ ແລະ ຜູ້ໃໝ່. ໂອກາດນີ້, ສະຫາຍ ບຸນເຫລີອ ພັນດານຸວົງ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນ ດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຊຶ່ງໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກຂັ້ນເທິງ ກໍຄື ພະນັກ ງານພາຍໃນ ຄຕພ, ທັງນີ້ ກໍເພື່ອແນ ໃສ່ເຮັດໃຫ້ວຽກງານຂອງ ຄຕພ ມີ ຄວາມໜັກແໜ້ນເຂັ້ມແຂງ ສາມາດ ຜັນຂະຫຍາຍແນວທາງຂອງພັກລັດ ຕິດພັນກັບແຜນງານ-ໂຄງການ ຂອງ ຄຕພ ສະໄໝທີ III ໃຫ້ບັນລຸ ຜົນສໍາເລັດຕາມຄາດໝາຍທີ່ໄດ້ ວາງໄວ້, ບັນດາສະຫາຍທີ່ໄດ້ຮັບ ການແຕ່ງຕັ້ງ ຕ້ອງໄດ້ສືບຕໍ່ຍົກສູງ ຄວາມຮັບຜິດຊອບ ໃນການປະຕິ ບັດໜ້າທີ່ການເມືອງຂອງຕົນໃຫ້ ສູງກວ່າເກົ່າ, ເປັນແບບຢ່າງປະຕິ ບັດໜ້າທີ່ວຽກງານຮອບດ້ານ ແລະ ເປັນແກນກາງຮັກສາຄວາມສາມັກ ຄີພາຍໃນ. ອາຊີ ເພື່ອເນັ້ນໃສ່ການປະຕິບັດທີ່ດີ ໃນບັນດາສາທາລະນຸປະໂພກນໍ້າ ປະປາ ຂອງບັນດາແຂວງ ແລະ ກຳນົດວິທີແກ້ໄຂ ເພື່ອແກ້ໄຂສິ່ງ ທ້າທາຍທີ່ມີຢູ່ໃນການເສີມສ້າງ ການຄຸ້ມຄອງດ້ານການເງິນ ແລະ ຊັບສິນ, ພ້ອມທັງປຶກສາຫາລື ສຸມ ໃສ່ມາດຕະການປະຕິບັດຕົວຈິງ ເພື່ອປັບປຸງສະຖຽນລະພາບ ທາງ ດ້ານການເງິນ ຂອງບັນດາລັດ ວິສາຫະກິດນໍ້າປະປາ ຂອງແຂວງ ໃນ ສປປ ລາວ, ລວມທັງການນໍາ ໃຊ້ອັດຕາຄ່າບໍລິການ, ການປັບປຸງ ປະສິດທິພາບທາງດ້ານການເງິນ, ການຫລຸດຜ່ອນນໍ້າປະປາທີ່ບໍ່ແມ່ນ ລາຍຮັບ ແລະ ການນໍາໃຊ້ວິທີການ ຄິດໄລ່ຄ່າໃຊ້ຈ່າຍຕະຫລອດຊີວິດ ເພື່ອນໍາພາການລົງທຶນພື້ນຖານ ໂຄງລ່າງທີ່ຄຸ້ມຄ່າກັບເງິນ. ຂ່າວ-ພາບ: ທະນູທອງ ທົ່ວປະເທດ ຄັ້ງທີ XII ໃນທ້າຍອາ ທິດຜ່ານມາວ່າ: ແນວລາວສ້າງ ຊາດຖືເປັນໃຈກາງເຕົ້າ ໂຮມຄວາມ ສາມັກຄີທົ່ວປວງຊົນລາວທັງຊາດ, ເຮັດໜ້າທີ່ປະສານສົມທົບ, ປຸກ ລະດົມ, ຊຸກຍູ້ປະຊາຊົນລາວບັນດາ ເຜົ່າໃຫ້ມີສ່ວນຮ່ວມໃນໜ້າທີ່ວຽກ ງານຕ່າງໆ. ໃນຕະຫລອດໄລຍະ ຜ່ານມາຂ້າພະເຈົ້າກໍເຮັດໜ້າທີ່, ປະຕິບັດຕາມພາລະບົດບາດຂອງ ແນວລາວສ້າງຊາດແຂວງ ກໍຄື ຂອງສູນກາງ ໂດຍມີການເຄື່ອນ ໄຫວໂຄສະນາໃຫ້ປະຊາຊົນໄດ້ ຮັບຮູ້-ເຂົ້າໃຈ, ທັງມີສ່ວນຮ່ວມປະ ຕິບັດຕາມແນວທາງຂອງພັກ-ລັດ ກໍຄື ຂອງແນວລາວສ້າງຊາດ ເຂົ້າ ຮ່ວມເຕົ້າໂຮມຄວາມສາມັກຄີພາຍ ໃນເມືອງ, ແຂວງ, ບ້ານໃຫ້ມີຄວາມ ໜັກແໜ້ນກວ່າເກົ່າ. ທ່ານ ຄໍາໄລ ປັນຍາຄູນ ໄດ້ກ່າວ ອີກວ່າ: ເນື້ອໃນກອງປະຊຸມໃນຄັ້ງ ນີ້, ສຸດທີ່ມີຄວາມໝາຍ-ສໍາຄັນ ຫລາຍ, ຕົນເອງຈະນໍາເອົາເນື້ອໃນ ຈິດໃຈກອງປະຊຸມ ໄປເຜີຍແຜ່ຜັນ ຂະຫຍາຍ ໂດຍສະເພາະພາຍໃນ ແຂວງເຊກອງຂອງຂ້າພະເຈົ້າ ເພື່ອ ໃຫ້ປະຕິບັດຕາມແຜນພັດທະນາ ຂອງ ສູນກາງແນວລາວສ້າງຊາດ ທົ່ວແຂວງ ໃຫ້ປະສົບຜົນສໍາເລັດ ຕາມແນວທາງນະໂຍບາຍຂອງ ພັກ-ລັດ ກໍຄື ຂອງແນວລາວສ້າງ ຊາດໃຫ້ກວ້າງຂວາງ ແລະ ເລິກ ເຊິ່ງ. ພາບ: ອ່າຍຄໍາ ປະຊຸມໃນຄັ້ງນີ້, ຈັດຂຶ້ນເພື່ອ ທົບທວນຄືນແຜນວຽກງານທີ່ໄດ້ ກຳນົດໄວ້ໃນຂອບວຽກຂອງໂຄງ ການ, ກຳນົດບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງ ປະຕິບັດໂຄງການ ແລະ ຊອກຫາ ມາດຕະການແກ້ໄຂ, ການຄຸ້ມຄອງ ການເງິນ, ການຄ່ຽນເງິນຄືນ, ການຈັດຊື້-ຈັດຈ້າງ ລວມທັງມາດ ຕະການແກ້ໄຂທີ່ກ່ຽວຂ້ອງ ແລະ ການປະຕິບັດເງື່ອນໄຂຂອງສັນຍາ ເງິນກູ້. ໂຄງການສ້າງຄວາມເຂັ້ມແຂງ ດ້ານການປັບຕົວ ແລະ ຫລຸດຜ່ອນ ຄວາມທຸກຍາກໃນເຂດຊົນນະບົດ ໄດ້ເລີ່ມຈັດຕັ້ງປະຕິບັດໃນ ປີ 2025 ຈົນເຖິງ ປີ 2030, ກວມເອົາ 4 ແຂວງເປົ້າໝາຍ, 16 ເມືອງ, 920 ບ້ານ ຊຶ່ງຈຸດປະສົງ ແລະ ເປົ້າໝາຍ ຫລັກຂອງໂຄງການ ເພື່ອແກ້ໄຂ ຊີວິດການເປັນຢູ່ຂອງປະຊາຊົນໃນ ດ້ານສຸຂະພາບ ແລະ ໂພຊະນາການ ຜ່ານການໃຫ້ເງິນອຸດໜູນແບບ ເງື່ອນໄຂ ໃຫ້ແກ່ຄອບຄົວທີ່ທຸກ ຍາກ ຫລື ຫາກໍ່ພົ້ນທຸກ ຕາມການ ປະເມີນມາດຕະຖານຄວາມທຸກ ຍາກ ແລະ ການພັດທະນາ ດຳລັດ 348/ລບ. ເປົ້າໝາຍ ຜູ້ທີ່ຈະໄດ້ຜົນ ປະໂຫຍດຂອງໂຄງການ ແມ່ນແມ່ ຍິງຖືພາ ແລະ ເດັກນ້ອຍ ຕໍ່າກວ່າ 2 ປີ (ຫລື ເດັກນ້ອຍ ອາຍຸ 1.000 ວັນ) ເພື່ອໃຫ້ເຂົາເຈົ້າສາມາດນຳ ໃຊ້ເງິນອຸດໜູນແບບມີເງື່ອນໄຂ ໄປ ໃຊ້ຈ່າຍດ້ານສຸຂະພາບ, ໂພຊະນາ ການ ແລະ ແກ້ໄຂຄວາມທຸກຍາກ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ຈະນຳໃຊ້ໂທລະສັບສະມາດໂຟນ 1 ໜ່ວຍ/ທີມ ແລະ ແຕ່ລະທີມຕ້ອງ ປ້ອນລະຫັດຈາກຄະນະກຳມະການ ກຳນົດໄວ້ໃຫ້. ໃນທຸກຮອບແຂ່ງຂັນ ຈະໄດ້ຕອບຄຳຖາມ ທັງໝົດ 15 ຂໍ້, ແຕ່ລະຂໍ້ມີເວລາ 30 ວິນາທີ ໃນການອ່ານ ແລະ ຕອບຄຳຖາມ, ກໍລະນີຕອບບໍ່ທັນ ແມ່ນຖືວ່າຄະ ແນນຈະເປັນສູນ, ການໃຫ້ຄະແນນ ແມ່ນຂຶ້ນກັບຈຳນວນຂໍ້ທີ່ຕອບຖືກ ແລະ ຄວາມໄວຂອງການຕອບ. ນອກນັ້ນ, ຍັງມີຄຳຖາມ-ຕອບ ໃຫ້ ກັບອາສາສະໝັກ (ຫລິ້ນເກມ) ເພື່ອໃຫ້ບັນດານ້ອງນັກຮຽນທີ່ມາ ຮ່ວມ ສາມາດຂຶ້ນມາຕອບເອົາ ລາງວັນ. ສຳລັບລາງວັນການແຂ່ງຂັນ ຖາມ-ຕອບວິທະຍາສາດ, ແຂ່ງ ໂພສເຕີ ແລະ ກິລາ ປະກອບມີ: ລາງວັນ ທີ 1 ໄດ້ຮັັບທຶນການ ສຶກສາຈຳນວນ 700.000 ກີບ, ທີ 2 ຈຳນວນ 500.000 ກີບ, ທີ 3 ຈຳນວນ 400.000 ກີບ ແລະ ລາງວັນ ຊົມເຊີຍ 300.000 ກີບ. ຂ່າວ-ພາບ: ການຈະນາ ໂອກາດນີ້, ທ່ານ ນາງ ພູວັນ ແສນບຸດຕະລາດ ໄດ້ມີຄຳເຫັນກ່າວ ເປີດກອງປະຊຸມ ໂດຍໄດ້ເນັ້ນໜັກ ເຖິງຄວາມສຳຄັນຂອງອັດຕາຄ່າ ບໍລິການທີ່ຄວບຄຸມຄ່າໃຊ້ຈ່າຍ, ການຫລຸດຜ່ອນນໍ້າປະປາ ທີ່ບໍ່ແມ່ນ ລາຍຮັບ ແລະ ການຄຸ້ມຄອງສາທາ ລະນຸປະໂພກ ທີ່ເຂັ້ມແຂງກວ່າເກົ່າ ເພື່ອຮັບປະກັນການໃຫ້ບໍລິການທີ່ ຍືນຍົງ. ຢ່າງໃດກໍຕາມ, ຂະແໜງ ການສະໜອງນໍ້າປະປາ ຍັງພົບກັບ ບັນຫາສິ່ງທ້າທາຍທີ່ຍັງຄົງຄ້າງໃນ ດ້ານຄວາມຍືນຍົງທາງດ້ານການ ເງິນ, ນໍ້າປະປາ ທີ່ບໍ່ແມ່ນລາຍຮັບ ສູງ, ການບຳລຸງຮັກສາຊັບສິນ ແລະ ການວາງແຜນວົງຈອນຊີວິດ ກັບຊັບສິນທີ່ມີໜ້ອຍ, ຄວາມສາ ມາດຂອງແຂວງທີ່ຈຳກັດ ແລະ ຄວາມສ່ຽງທີ່ກ່ຽວຂ້ອງກັບການ ປ່ຽນແປງຂອງດິນຟ້າອາກາດແລະ ຜົນກະທົບທີ່ເພີ່ມຂຶ້ນ ຊຶ່ງເຮັດໃຫ້ ການໃຫ້ບໍລິການທີ່ມີຄວາມຍືນຍົງ ຫລຸດລົງ. ທ່ານ ນາງ ນິຕາ ໂພເຄຣວ ໄດ້ ກ່າວວ່າ: ການມີສ່ວນຮ່ວມຂອງ ADB ໃນຂະແໜງການນໍ້າປະປາ ໃນຕົວເມືອງ ຂອງ ສປປ ລາວ ມີມາ ດົນແລ້ວ ແລະ ມີການພັດທະນາມາ ເລື້ອຍໆ. ປະສົບການສະແດງໃຫ້ ເຫັນວ່າ ພື້ນຖານໂຄງລ່າງພຽງ ຢ່າງດຽວບໍ່ພຽງພໍ, ຄວາມຍືນຍົງ ທາງດ້ານການເງິນ, ຄວາມສາ ມາດໃນການກຸ້ມຕົນເອງຂອງບັນ ດາແຂວງ ແລະ ລະບົບທີ່ມີຄວາມ ຍືນຍົງແມ່ນສິ່ງຈໍາເປັນ ສໍາລັບການ ໃຫ້ບໍລິການນໍ້າປະປາໃນຕົວເມືອງ ໃນໄລຍະຍາວໃນ ສປປ ລາວ. ກອງປະຊຸມ ໄດ້ເນັ້ນໜັກໃສ່ ການປະຕິບັດຕົວຈິງ ເພື່ອແບ່ງປັນ ບົດຮຽນທີ່ໄດ້ຮຽນຮູ້ຈາກໂຄງ ການທີ່ຜ່ານມາ ແລະ ໂຄງການທີ່ ກຳລັງດຳເນີນຢູ່ ໂດຍສະເພາະແມ່ນ ໂຄງການ ທີ່ໄດ້ຮັບການສະໜັບ ສະໜູນ ຈາກທະນາຄານພັດທະນາ ສະພາວະທີ່ຕະຫລາດພະລັງງານ ໂລກມີຄວາມຜັນຜວນສູງ ຊຶ່ງ ຮຽກຮ້ອງໃຫ້ທັງສອງປະເທດ ຕ້ອງ ຮັດແໜ້ນການຮ່ວມມື ເພື່ອສ້າງ ຄວາມໝັ້ນຄົງ ແລະ ຮັບປະກັນສະ ຖຽນລະພາບທາງດ້ານພະລັງງານ ຊຶ່ງເປັນພື້ນຖານຂອງເສດຖະກິດ ຂອງສອງປະເທດ. ພ້ອມນີ້, ສອງ ຝ່າຍໄດ້ຕີລາຄາສູງຕໍ່ບົດບາດຂອງ ຂະແໜງພະລັງງານ ທີ່ປະກອບ ສ່ວນສຳຄັນຕໍ່ການຮ່ວມມືທາງ ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລາວ-ໄທ, ພ້ອມທັງ ເປັນເອກະພາບກ່ຽວກັບຄວາມມຸ່ງ ຫວັງ ທີ່ຈະເພີ່ມທະວີການຮ່ວມມື ໃນອະນະຄົດໃຫ້ຫລາຍຂຶ້ນ ບົນພື້ນ ຖານການຜັນຂະຫຍາຍທິດຮ່ວມມື ແບບ “ຄູ່ຮ່ວມຍຸດທະສາດເພື່ອ ການເຕີບໂຕ ແລະ ການພັດທະນາ ແບບຍືນຍົງ”. ໃນຕອນທ້າຍ ທ່ານ ມະໄລ ທອງ ກົມມະສິດ ໄດ້ເຊື້ອເຊີນ ທ່ານ ອັກຄະນັດ ພ້ອມພັນລະຍາ ແລະ ຄະນະ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອສືບຕໍ່ປຶກ ສາຫາລືລົງເລິກໃນລາຍລະອຽດ ແລະ ຍົກລະດັບການຮ່ວມມືທາງ ດ້ານພະລັງງານຂອງສອງປະເທດ ໃຫ້ກ້າວສູ່ມິຕິໃໝ່ ແລະ ນຳເອົາຜົນ ປະໂຫຍດມາສູ່ປະຊາຊົນທັງສອງ ຊາດ ໃຫ້ນັບມື້ນັບຫລາຍຂຶ້ນ. ຂໍ້ມູນ-ພາບ: ຂ່າວສານ ອຄ ປະກາດປັບປຸງ...ັຸ ເສີມສ້າງ...ີ້ ແນວລາວສ້າງຊາດ...້ ໂຮງຮຽນ... ລາວ-ໄທ... ຫາລືຊຸກຍູ້...ືຸູ້
RkJQdWJsaXNoZXIy MTc3MTYxMQ==