7267

gsfdko{dkora fmtok a xtgmf]k; ( 05/05/2026 rkp5 \kdgsa [ra fg0Q kg,n v'sh ;p-kp gIa f.sh ;a f c]t gIn voxt-k-q ogxj grs]kps]a ' va f8txn wfh Ia [dko-j ;pgs]n v co;ra odkg275 ootrk[l6 ' ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ເມືອງໂຂງ ແຂວງຈຳປາສັກປາຖະກະຖາຫວນ ຄືນມູນເຊື້ອແຫ່ງການຕໍ່ສູ້ຂອງ ຊົນຊັ້ນກຳມະກອນໂລກ ຄົບຮອບ 140 ປີ (1 ພຶດສະພາ 1886-1 ພຶດສະພາ 2026) ໃນວັນທີ 30 ເມສາ 2026 ຊຶ່ງເປັນຂີດໝາຍແຫ່ງ ໄຊຊະນະໃນການທວງເອົາສິດທິ ແລະ ສະຫວັດດີການພື້ນຖານໃຫ້ແກ່ ຜູ້ອອກແຮງງານທົ່ວໂລກ. ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາຄະນະບໍລິຫານງານພັກ ເມືອງ ປະທານຄະນະກຳມະການ ປົກຄອງເມືອງໂຂງ ໄດ້ຍົກໃຫ້ເຫັນ ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ບໍລິສັດ ໂລລິນນາ ການລົງທຶນອຸດສາຫະກຳສາກົນ ຈຳກັດ ແລະ ມູນນິທິຍ່າຫລານ ສົ່ງເສີມ-ພັດທະນາກາເຟລາວ ແລະ ຊ່ວຍເຫລືອສັງຄົມ ໄດ້ນຳເອົາແນວ ພັນກາເຟ ຄຸນນະພາບສູງ ສາຍພັນ ອາລາບີກ໋າ ຈຳນວນ 1 ລ້ານເມັດ ຫລື ເທົ່າກັບ 600 ກິໂລກຣາມ ລວມ ມູນຄ່າ 2 ແສນໂດລາສະຫະລັດ, ພ້ອມດ້ວຍການສະໜັບສະໜູນດ້ານ ວິຊາການ ໃນການປັບປຸງພັນກາເຟ ມອບໃຫ້ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງອັດຕະປື ເພື່ອ ນຳໄປພັດທະນາອຸດສາຫະກຳກາເຟ ຢູ່ທ້ອງຖິ່ນ ແລະ ເພີ່ມລາຍຮັບທາງ ດ້ານກະສິກຳ ໃຫ້ປະຊາຊົນ ໃນກຸ່ມ ເປົ້າໝາຍ. ພິທີມອບ-ຮັບຈັດຂຶ້ນເມື່ອບໍ່ ດົນມານີ້ ທີ່ສູນເຕັກນິກກະສິກຳ ບ້ານຮົມ, ຕາງໜ້າມອບໂດຍທ່ານ g,n v'30' s;o7n o,6 og-N v ;a ode,tdvolkdq o 7q [Iv[ 104 xu xtdkflh k'8A '8kcl'okd;k' g,n v'w-pt[6 ]u ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີປະກາດ ສ້າງຕັ້ງຕາແສງນາກວາງ ເມືອງ ໄຊຍະບູລີ ແຂວງໄຊຍະບູລີ ຈັດຂຶ້ນ ເມື່ອບໍ່ດົນມານີ້ ໂດຍມີ ທ່ານ ສີສອນ ພັນ ບຸນສີ ຮອງເລຂາຄະນະບໍລິຫານ ງານພັກແຂວງ, ທ່ານ ຄໍາຫລ້າ ຜີວ ວັນນາ ຫົວໜ້າຄະນະສະມາຊິກ ສະພາປະຊາຊົນແຂວງ ປະຈໍາເຂດ ເລືອກຕັ້ງເມືອງໄຊຍະບູລີ, ທ່ານ ຈັນເພັງ ອູ່ທອງຄໍາ ປະທານຄະນະ ກຳມະການປົກຄອງເມືອງ ພ້ອມ ດ້ວຍການຈັດຕັ້ງບ້ານ ແລະ ພໍ່ແມ່ ປະຊາຊົນ 7 ບ້ານເຂົ້າຮ່ວມ. ທ່ານ ຈັນເພັງ ອູ່ທອງຄໍາ ໄດ້ ກ່າວວ່າ: ເຂດທີ່ຈະສ້າງຕາແສງ ນາກວາງ ຕັ້ງຢູ່ທິດຕາເວັນຕົກ ຂອງເມືອງໄຊຍະບູລີ ຫ່າງ​ອອກ​ ຈາກ​ເທສະ​ບານ​ເມືອງໄຊຍະບູລີ ປະ​ມານ 16 ກິ​ໂລ​ແມັດ, ທິດເໜືອ ຕິດກັບຂອບເຂດຊາຍແດນຕາແສງ ນາຕາກ-ນາມອນ, ທິດໃຕ້ ຕິດກັບ​ ຂອບເຂດຕາແສງນາລວມ-ນໍ້າ ຕວນ ແລະ ຊາຍແດນເມືອງພຽງ, ທາງທິດຕາເວັນອອກ ຕິດກັບ​ ຕາ ແສງໄຊຍະມຸງຄຸນເທສະບານເມືອງ ໄຊຍະບູລີ, ທາງທິດຕາເວັນຕົກຕິດ ກັບ​ ຂອບເຂດຊາຍແດນ ເມືອງໄຊ ສະຖານ. ສະພາບພື້ນທີ່​ໂດຍລວມ ເປັນເຂດພູພ​ ຽງ ແລະ ພູດ​ ອຍ ມີເນື້ອ ທີ່ກວ້າງຂວາງ ລຽບຕາມແຄມນໍ້າ ຮຸ່ງ, ນໍ້າຄານ ແລະ ສາຍນ້ຳອື່ນໆ ເຊື່ອມໂຍງກັບປ່າ​ສະ​ຫງວນ​, ປ່າ ປ້ອງກັນ ແລະ ​ເປັນ​ທີ່​ຢູ່​ຂອງ​ສັດ​ ປ່າ​ນາ​ໆພັນ; ມີດິນປູກຝັງທີ່ງອກ ງາມ-ອຸດົມສົມບູນ, ມີຄວາມສວຍ ສົດງົດງາມທາງດ້ານທໍາມະຊາດ, ມີສາຍນໍ້າຫລາຍ​ສາຍໄຫລຜ່ານ ເໝາະສົມໃນການພັດທະນາເຂດ ດັ່ງກ່າວ ເປັນ​ພື້ນ​ທີ່​ປູກ​ພືດ​ເປັນ​ສິນ​ ຄ້າ ອຸດ​ສາ​ຫະ​ກຳ ແລະ ສົ່ງ​ອອກ, ມີສະຖານທີ່ທາງດ້ານທໍາມະຊາດ ແລະ ວັດທະນະທໍາ ເຊັ່ນ: ແຫລ່ງ​ ທ່ອງ​ທ່ຽວ​ທຳມະຊາດຜາທຶງ​ ແລະ ມີເສັ້ນທາງຫລວງລະຫວ່າງເມືອງຕໍ່ ເມືອງ ​ຍາວ 31 ກິໂ​ ລແ​ ມັດ ຊຶ່ງເ​ປັນ​ ເສັ້ນທ​ າງເ​ຊື່ອມຕໍ່​ ລ​ ະຫ​ ວ່າງເ​ມືອງໄ​ ຊ​ ຍະບູ​ ​ລີ ແລະ ເມືອງໄຊສະຖານ ຕາ ແສງ ​ນາກວາງ ມີເນື້ອທີ່ 24.257 ກິໂລຕາແມັດ ປະກອບມີ 7 ບ້ານຄື: ບ້ານນາກວາງ, ບ້ານຫ້ວຍສະແງມ, ບ້ານຫ້ວຍພວນ, ບ້ານຫ້ວຍເພາະ, ບ້ານຫ້ວຍເລີຍ, ບ້ານນາຄານ ແລະ ບ້ານຄອນປຽດ. ຕາ​ແສງນ​ າກວາງ ມີ 7 ບ້ານ, ມີ 78 ໜ່ວຍ, ມີ 950 ຄອບ​ຄົວ, ມີພົນລະເມືອງ 5.360 ຄົນ, ຍິງ 2.597 ຄົນ. ປະ​ກອບ​ມີ 7 ເຜົ່າ: ເຜົ່າລາວ 806 ຄົນ, ຍິງ 391 ຄົນ, ກວມ 15,03%, ເຜົ່າມົ້ງ 1.372 ຄົນ, ຍິງ 653 ຄົນ, ກວມ 25,59%, ເຜົ່າກຶມມຸ 5 ຄົນ, ຍິງ 2 ຄົນ, ກວມເອົາ 0,09%, ເຜົ່າໄປ່ຣ 3.161 ຄົນ, ຍິງ 1.543 ຄົນ ກວມ ເອົາ 58,97%, ເຜົ່າໄທດໍາ 3 ຄົນ, ຍິງ 0 ຄົນ ກວມ 0,05%, ເຜົ່າຍວນ 3 ຄົນ, ຍິງ 1 ຄົນ ກວມ 0,05%, ເຜົ່າລື້ 8 ຄົນ, ຍິງ 5 ຄົນ ກວມ 0,15%. ອັດຕາຄວາມໜາແໜ້ນ 0,22 ຄົນຕໍ່ກິໂລຕາແມັດ. ການປະກາດສ້າງຕາແສງຄັ້ງ ນີ້, ກໍເພື່ອເປີດກວ້າງໃຫ້ປະຊາຊົນ ໄດ້ເຂົ້າເຖິງການບໍລິການຂອງພາກ ລັດທີ່ໄດ້ລວມສູນບັນດາໜ້າວຽກ ຈາກຂະແໜງການຕ່າງໆ ຢູ່ພາຍໃນ ເມືອງ ລົງສູ່ຕາແສງ ແລະ ທັງເປັນ ການຍົກສູງທາງດ້ານການເຮັດ ວຽກໃຫ້ໄດ້ຮັບຄຸນນະພາບ ມີຄວາມ ເຊື່ອໝັ້ນ, ສະດວກ, ວ່ອງໄວ, ໂປ່ງ ໃສ, ຍຸຕິທຳ, ຮັບປະກັນໃຫ້ຂອບເຂດ ພື້ນທີ່ດັ່ງກ່າວ ໄດ້ຮັບການພັດທະນາ ພື້ນຖານໂຄງລ່າງ, ການຄ້າ, ການ ບໍລິການ ແລະ ວຽກງານກະສິກຳ ເພື່ອຮອງຮັບການຂະຫຍາຍຕົວ ຂອງພົນລະ ເມືອງຂອງເມືອງ ໄຊຍະບູລີ ໃນອະນາຄົດ ແລະ ມີ ຂອບເຂດພື້ນທີ່ ທີ່ແນ່ນອນ, ມີເນື້ອ ທີ່ ທີ່ເໝາະສົມ, ມີພົນລະເມືອງ, ເຂດແດນ, ມີໂຮງຮຽນ, ສຸກສາລາ, ມີສະຖານທີ່ເໝາະສົມ, ອຸປະກອນ ຮັບໃຊ້ຈໍານວນໜຶ່ງ ເພື່ອຮັບໃຊ້ໃຫ້ ແກ່ບໍລິຫານລັດ, ການບໍລິການ ປະຊາຊົນ, ມີໂຄງປະກອບການຈັດ ຕັ້ງບຸກຄະລາກອນ ແລະ ມີນິຕິກຳທີ່ ເປັນບ່ອນອີງໃນການສ້າງຕັ້ງໂຄງ ປະກອບການຈັດຕັ້ງຂອງຕາແສງ. ຂ່າວ-ພາບ: ລັດດາວອນ ແກ້ວໄພທູນ ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ເວລາປະມານ 16:00 ໂມງ ຂອງວັນທີ 3 ພຶດສະພາ 2026 ໄດ້ເກີດເຫດການ ທາງທຳມະຊາດທີ່ຮຸນແຮງ ໂດຍ ມີຝົນຕົກໜັກ, ລົມພັດແຮງ ແລະ ເຖິງຕົ້ນກຳເນີດຂອງວັນທີ 1 ພຶດ ສະພາ ທີ່ເລີ່ມຕົ້ນຈາກການລຸກ ຮືຂຶ້ນຂອງກຳມະກອນຢູ່ເມືອງຊິ ຄາໂກ, ສະຫະລັດອາເມລິກາ ໃນ ປີ 1886. ໃນເວລານັ້ນ, ຜູ້ອອກ ແຮງງານຕ້ອງເຮັດວຽກໜັກຢ່າງ ບໍ່ເປັນທຳເຖິງ 14-15 ຊົ່ວໂມງຕໍ່ມື້ ພາຍໃຕ້ສະພາບແວດລ້ອມທີ່ສ່ຽງ ອັນຕະລາຍ; ຈຸດພິກຜັນສຳຄັນແມ່ນ ການສ້າງຄຳຂວັນ “8-8-8” ຊຶ່ງ ກາຍເປັນມາດຕະຖານສາກົນຈົນ ເຖິງປັດຈຸບັນຄື: 8 ຊົ່ວໂມງເຮັດ ວຽກ, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮ່ຳຮຽນ. ເນື້ອໃນການ ປາຖະກະຖາຍັງໄດ້ເນັ້ນເຖິງຄວາມ ສຳຄັນຂອງອົງການແຮງງານ ສາກົນ (ILO) ແລະ ສະຫະພັນ ກຳມະບານໂລກ (WFTU) ທີ່ໄດ້ ເຄື່ອນໄຫວມາຢ່າງຍາວນານ. ໃນ ປີ 2026 ນີ້, ອົງການແຮງງານ ສາກົນສາມາດສ້າງ ແລະ ຮັບຮອງ ສົນທິສັນຍາກ່ຽວກັບແຮງງານ ໄດ້ເຖິງ 190 ສະບັບ ແລະ ມີຂໍ້ ແນະນຳໃນການປະຕິບັດອີກ 206 ສະບັບ ເພື່ອຮັບປະກັນວ່າຜູ້ອອກ ແຮງງານທົ່ວໂລກຈະໄດ້ຮັບການ ປົກປ້ອງ. ໃນຍຸກປັດຈຸບັນ, ວັນກຳ ມະກອນສາກົນບໍ່ແມ່ນພຽງແຕ່ເປັນ ການລະນຶກເຖິງອະດີດ, ແຕ່ແມ່ນ ການຢືນຢັນເຖິງຄວາມມຸ່ງໝັ້ນໃນ ການສົ່ງເສີມຄວາມປອດໄພ ແລະ ສຸຂະພາບ ຖືເປັນບຸລິມະສິດສູງສຸດ ໃນບ່ອນເຮັດວຽກ. ການເຂົ້າເຖິງ ສະຫວັດດີການ ບໍ່ວ່າຈະເປັນດ້ານ ການສຶກສາ, ສາທາລະນະສຸກ ແລະ ການປະກັນສັງຄົມ. ການຕ້ານການ ຈຳແນກ ສ້າງຄວາມສະເໝີພາບໃນ ດ້ານອາຊີບ ໂດຍບໍ່ແບ່ງແຍກເພດ, ໄວ ຫລື ເຊື້ອຊາດ. ທ່ານ ຈັນທະນົງສິນ ຈັນທະ ພິມ ໄດ້ຮຽກຮ້ອງໃຫ້ພະນັກງານ, ກຳມະກອນ ແລະ ຜູ້ອອກແຮງງານ ທຸກຊັ້ນຄົນ ຈົ່ງເພີ່ມທະວີຄວາມ ສາມັກຄີ, ໝັ່ນຝຶກຝົນຫລໍ່ຫລອມ ສີມືແຮງງານ ແລະ ຍົກສູງລະດັບ ຄວາມຮູ້ຄວາມສາມາດ ເພື່ອເປັນ ກຳລັງແຮງຫລັກໃນການພັດທະນາ ເສດຖະກິດ-ສັງຄົມ ໃຫ້ມີຄວາມ ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ. ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ຢານພຽງ ແລະ ຕາງໜ້າກ່າວຮັບ ໂດຍ ທ່ານ ກົງໃຈ ສີດາວົງ ຫົວ ໜ້າພະແນກກະສິກຳ ແລະ ສິ່ງແວດ ລ້ອມແຂວງອັດຕະປື ໂດຍມີພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ກົງໃຈ ສີດາວົງ ໄດ້ກ່າວ ສະແດງຄວາມຂອບໃຈຕໍ່ບໍລິສັດ ແລະ ມູນນິທິດັ່ງກ່າວທີ່ມີຄວາມເປັນ ຫ່ວງເປັນໃຍ ແລະ ໃຫ້ຄວາມສຳຄັນ ກັບປະຊາຊົນບັນດາເຜົ່າແຂວງ ອັດຕະປື ຊຶ່ງການຊ່ວຍເຫລືອແນວ ພັນກາເຟ ຂອງບໍລິສັດໃນຄັ້ງນີ້ ເປັນ ອີກບາດກ້າວໜຶ່ງທີ່ສຳຄັນ ຂອງ ການພັດທະນາວຽກງານກະສິກໍາ ພາຍໃນແຂວງ ໃຫ້ມີການຂະຫຍາຍ ຕົວ ໂດຍສະເພາະ ການປູກກາເຟ ທີ່ປັດຈຸບັນທາງຄະນະພັກ, ຄະ ນໍາຂອງແຂວງ ພວມສຸມໃສ່ຊຸກຍູ້ ສົ່ງເສີມໃຫ້ປະຊາຊົນ ມີການປູກ ຢ່າງຫລວງຫລາຍ ເພື່ອສ້າງລາຍ ຮັບທີ່ໝັ້ນຄົງ ແລະ ສັນຍາວ່າ ຈະ ນຳເອົາແນວພັນກາເຟ ທີ່ໄດ້ຮັບ ການຊ່ວຍເຫລືອໃນຄັ້ງນີ້ ນໍາໄປ ພັດທະນາ ໃຫ້ເກີດດອກອອກຜົນ ກ້າວສູ່ສ້າງລາຍຮັບແກ່ປະຊາຊົນ ກຸ່ມເປົ້າໝາຍ ໃຫ້ຫລຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ. ຂ່າວ: ທິດປະສົງ ມີພາຍຸໝາກເຫັບຕົກລົງມາຢ່າງ ກະທັນຫັນ ຢູ່ເຂດບ້ານປຸ່ງນາໝູນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ ຮັບຄວາມເສຍຫາຍເປັນວົງກວ້າງ. ຕໍ່ກັບເຫດການດັ່ງກ່າວ ໄດ້ສ້າງ ຄວາມເສຍຫາຍ ເປັນຕົ້ນ ວັດບ້ານ ປຸ່ງນາໝູນ ໄດ້ຮັບຜົນກະທົບຢ່າງ ໜັກໜ່ວງ ໂດຍສະເພາະ ສິ່ງປຸກສ້າງ ພາຍໃນວັດ ແລະ ປະຕູໂຂງໄດ້ຮັບ ຄວາມເສຍຫາຍຈາກແຮງລົມ ແລະ ໝາກເຫັບ. ພ້ອມນີ້, ເຮືອນຊານບ້ານ ຊ່ອງຂອງປະຊາຊົນຫລາຍຫລັງຖືກ ລົມພັດຫລັງຄາເປ່ເພ, ສັງກະສີຫລຸດ ອອກ ແລະ ມີຕົ້ນໄມ້ໃຫຍ່ຫັກທັບສິ່ງ ປຸກສ້າງ. ນອກຈາກນີ້, ຍັງມີຕົ້ນໄມ້ ທີ່ຫັກລົ້ມທັບເສັ້ນທາງຄົມມະນາຄົມ ບາງຈຸດ ເຮັດໃຫ້ການສັນຈອນໄປມາມີຄວາມຫຍຸ້ງຍາກ ແລະ ສ່ຽງ ອັນຕະລາຍ. ພາຍຫລັງເກີດເຫດ, ອຳນາດ ການປົກຄອງບ້ານໄດ້ຮີບຮ້ອນລົງ ກວດກາ ແລະ ສັງລວມລາຍຊື່ ຄອບຄົວທີ່ໄດ້ຮັບຜົນກະທົບ ເພື່ອ ລາຍງານຫາພາກສ່ວນທີ່ກ່ຽວ ຂ້ອງ. ໃນຂະນະດຽວກັນ, ປະຊາຊົນ ແລະ ພະສົງສາມະເນນ ກໍໄດ້ສາມັກ ຄີຮ່ວມແຮງຮ່ວມໃຈກັນປັດກວາດ, ຕັດຕົ້ນໄມ້ ແລະ ຊ່ວຍສ້ອມແປງ ຫລັງຄາເຮືອນໃຫ້ກັນໃນເບື້ອງຕົ້ນ. ຂ່າວ: ເງິນຫລົງ ຈິດພູວົງ

RkJQdWJsaXNoZXIy MTc3MTYxMQ==