7267

05/05/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a ໂດຍ: ນັກຂ່າວເມືອງຊຽງ ຄໍ້ ໂດຍ: ທະນູສິນ ອິດທິພົນ ຂປລ. ອາທິດຜ່ານມາ, ຢູ່ທີ່ສະ ໂມສອນເມືອງຊຽງຄໍ້ ແຂວງຫົວ ພັນ ໄດ້ຈັດພິທີປະກາດນຳໃຊ້ກາ ໝາຍສິນຄ້າ “ໜຶ່ງເມືອງ ໜຶ່ງ ຜະລິດຕະພັນ” ຫລື ໂອດັອບ (ODOP) ໃຫ້ແກ່ຜະລິດຕະພັນ ຈາກກຸ່ມແປຮູບຜະລິດຕະພັນກະສິກຳ ບ້ານຮັບ ຢ່າງເປັນທາງການ ໂດຍມີ ທ່ານ ອຳພອນ ພີມແກ້ວວົງຄຳ ຮອງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ພູທອງ ພັນທະ ວົງ ຮອງປະທານຄະນະກຳມະການ ປົກຄອງເມືອງຊຽງຄໍ້ (ຜູ້ຊີ້ນຳ ຂົງເຂດເສດຖະກິດ), ມີບັນດາຄະນະ ຮັບຜິດຊອບ, ຫົວໜ້າ-ຮອງຫົວໜ້າ ພະແນກການຂັ້ນແຂວງ, ຫ້ອງການ ຂັ້ນເມືອງ, ພະນັກງານລັດຖະກອນ ພາຍໃນເມືອງເຂົ້າຮ່ວມ. ໃນພິທີ, ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການອະນຸຍາດນຳໃຊ້ກາໝາຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ໂອດັອບ (ODOP) ໃຫ້ແກ່ກຸ່ມແປຮູບຜະລິດ ຕະພັນກະສິກຳບ້ານຮັບ ເມືອງຊຽງຄໍ້ ເຊິ່ງປະກອບມີ 3 ຜະລິດຕະພັນຫລັກ ຄື: ກ້ວຍຈືນອົບກອບ, ກ້ວຍອົບນ້ຳ ເຜີ້ງ ແລະ ຖົ່ວດິນອົບກອບ. ການໄດ້ ຮັບຮອງກາໝາຍ ໂອດັອບ ໃນຄັ້ງ ນີ້ ຖືເປັນບາດກ້າວທີ່ສຳຄັນໃນການ ຢັ້ງຢືນເຖິງຄຸນນະພາບ, ມາດຕະຖານ ແລະ ເອກະລັກຂອງສິນຄ້າທ້ອງຖິ່ນ ທີ່ເກີດຈາກພູມປັນຍາ ແລະ ການ ນຳໃຊ້ວັດຖຸດິບພາຍໃນບ້ານໃຫ້ເກີດ ປະໂຫຍດສູງສຸດ. ການມອບກາໝາຍ ໂອດັອບ (ODOP) ບໍ່ພຽງແຕ່ແມ່ນການ ຢັ້ງຢືນດ້ານມາດຕະຖານເທົ່ານັ້ນ, ແຕ່ຍັງເປັນການສ້າງໂອກາດໃຫ້ແກ່ ຜູ້ຜະລິດໃນການເຂົ້າເຖິງຕະຫລາດ d5j ,[= ]y la fmk']q fw2 g]dmu 15 9eda f Ia [xtda o]q fw2ry glf4q j ;]Po ]k;{9u o ,u 7;k,xvfwr g,n v'-P'7= ,v[dk\kply o7h k3vfa v[ .sh cdj zt]y f8tra odh ;p9u n o c]t 4q j ;fy ovq [dv[ [h koIa [ r5 fmtlkltoy dt-q o Ij ;,3,mtok[5 opq dpvf-= 2h k s= me,tltrk c0;'s];'rt[k' ຂປລ. ພິທີຍົກຍອດຊໍ່ຟ້າ ຫໍ ທໍາມະສະພາ ອົງການພຸດທະສາສະ ໜາສໍາພັນລາວ ແຂວງຫລວງພະ ບາງ ຈັດຂຶ້ນໃນວັນທີ 3 ພຶດສະພາ 2026 ໂດຍມີອະດີດການນຳພັກລັດ ຂອງແຂວງ, ນະຄອນຫລວງ ພະບາງ, ຄອບຄົວເຈົ້າສັດທາ ແລະ ພຸດທະສາສະນິກະຊົນທັງພາຍໃນ ແລະ ຕ່າງແຂວງເຂົ້າຮ່ວມ. ທີ່ກວ້າງຂວາງຂຶ້ນ ທັງພາຍໃນ ແລະ ຕ່າງປະເທດ, ທັງເປັນການຊຸກຍູ້ ເສດຖະກິດຄອບຄົວຂອງປະຊາຊົນ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ. ແມ່ນຄວາມມານະອົດທົນຂອງກຸ່ມ ແປຮູບ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ຮ່ວມກັນຊຸກຍູ້ຈົນສາມາດຍົກລະດັບ ສິນຄ້າດັ່ງກ່າວໃຫ້ກາຍເປັນສິນຄ້າທີ່ ມີຊື່ສຽງຂອງເມືອງຊຽງຄໍ້. ການມອບໃບຢັ້ງຢືນການນຳໃຊ້ ກາໝາຍ ODOP ໃຫ້ແກ່ຕົວແທນ ກຸ່ມແປຮູບຜະລິດຕະພັນກະສິກຳ ບ້ານຮັບ ເພື່ອເປັນການເລີ່ມຕົ້ນການ ເຄື່ອນໄຫວດ້ານການຄ້າພາຍໃຕ້ ເຄື່ອງໝາຍມາດຕະຖານແຫ່ງຊາດ, ອັນເປັນການປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງເມືອງ ໃຫ້ ມີບາດກ້າວຂະຫຍາຍຕົວໃໝ່ທີ່ດີຂຶ້ນ ແລະ ເປັນການສ້າງຄວາມເຊື່ອໃຈ ໃຫ້ຜູ້ບໍລິໂພກ. ຂປລ. ໃນປັດຈຸບັນ, ເປັນລະດູ ການເກັບກ່ຽວຖົ່ວລຽນໃນອາຊີ ຕາເວັນອອກສ່ຽງໃຕ້, ຂະບວນ ລົດໄຟຂົນສົ່ງຄວາມເຢັນ ແມ່ນ້ຳ ຂອງ ທີ່ເຕັມໄປດ້ວຍຖົ່ວລຽນສົດ, ໄດ້ອາໄສຊ່ອງທາງສາກົນທາງ ລົດໄຟ ລາວ-ຈີນ ຂົນສົ່ງໝາກ ໄມ້ສົດທີ່ມີຄຸນນະພາບຈາກ ສປປ ລາວ ແລະ ອາຊີຕາເວັນອອກສ່ຽງ ໃຕ້ ເຂົ້າສູ່ ສປ ຈີນ ຢ່າງຕໍ່ເນື່ອງ, ກາຍເປັນຂົວຕໍ່ແຫ່ງຄວາມຫວານ ຊື່ນ ທີ່ຊ່ວຍຮັດແໜ້ນການຮ່ວມມື ດ້ານເສດຖະກິດ-ການຄ້າ ແລະ ເຊື່ອມໂຍງຊີວິດການເປັນຢູ່ຂອງປະ ຊາຊົນສອງຊາດ ລາວ-ຈີນ. ທາງລົດໄຟ ລາວ-ຈີນ ຊ່ວງ ແຕ່ວຽງຈັນ ຫາ ບໍ່ເຕັນ ແມ່ນເສັ້ນ ເລືອດໃຫຍ່ທີ່ສຳຄັນຂອງການ ຂົນສົ່ງຂ້າມແດນ, ເພື່ອຮັບປະກັນ ໃຫ້ຂະບວນລົດໄຟພິເສດຂົນສົ່ງ ຄວາມເຢັນຖົ່ວລຽນ ມີຄວາມ ປອດໄພ ແລະ ມີປະສິດທິພາບສູງ, ທີມງານໂຄງການສ້ອມແປງຈຸດ ນ້ອຍ ໄລຍະບໍ່ເຕັນ-ວຽງຈັນ ຂອງ CRCC ກຸ່ມບໍລິສັດທາງລົດໄຟ ເລກທີ 15 ຈໍາກັດ ສປ ຈີນ ໄດ້ສຸມ ໃສ່ຊຸກຍູ້ການກໍ່ສ້າງໂຄງການຟື້ນຟູ ຄວາມເສຍຫາຍຈາກໄພນ້ຳຖ້ວມ ປະຈຳປີ 2026. ຈຸດການກໍ່ສ້າງ ສ່ວນໃຫຍ່ແມ່ນຕັ້ງຢູ່ໃນເຂດພູດອຍ ທີ່ຫ່າງໄກສອກຫລີກ, ບໍ່ມີສັນຍານ ອິນເຕີເນັດ, ລະບົບນ້ຳ ແລະ ໄຟຟ້າ ບໍ່ພຽງພໍ. ເຖິງຢ່າງໃດກໍຕາມ, ທີມ ງານກໍ່ສ້າງກໍບໍ່ຫວັ່ນໄຫວຕໍ່ຄວາມ ຫຍຸ້ງຍາກ ໄດ້ສຸມໃສ່ການດຳເນີນ ງານເສີມຄວາມແຂງແຮງຂອງຕາ ຝັ່ງລຽບຕາມເສັ້ນທາງ, ສ້ອມແປງ ລະບົບລະບາຍນ້ຳ ແລະ ວຽກງານ ແກ້ໄຂຈຸດທີ່ມີຄວາມສ່ຽງຕ່າງໆ ເພື່ອລົບລ້າງຄວາມສ່ຽງດ້ານຄວາມ ປອດໄພຢ່າງຊັດເຈນ ແລະ ສ້າງຮົ້ວ ປ້ອງກັນຄວາມປອດໄພໃຫ້ແກ່ການ ເດີນລົດໄຟ. ການປະຕິບັດງານ ແລະ ການ ບຳລຸງຮັກສາທີ່ເຂັ້ມງວດທັງເວັນ ແລະ ຄືນ, ເຮັດໃຫ້ຂະບວນລົດໄຟ ຂົນສົ່ງຄວາມເຢັນຂ້າມແດນ ສາ ມາດແລ່ນໄດ້ຢ່າງສະດວກ ແລະ ໝັ້ນຄົງ , ຊ່ວຍຫລຸດຜ່ອນໄລ ຍະເວລາການຂົນສົ່ງຜະລິດຜົນ ກະສິກຳສົດຂ້າມແດນໄດ້ຢ່າງ ຫລວງຫລາຍ. ສິ່ງນີ້ບໍ່ພຽງແຕ່ ຊ່ວຍໃຫ້ຊາວກະສິກອນລາວ ມີຊ່ອງ ທາງການຈຳໜ່າຍທີ່ກວ້າງຂວາງ ແລະ ມີລາຍໄດ້ເພີ່ມຂຶ້ນເທົ່ານັ້ນ, ແຕ່ ຍັງເຮັດໃຫ້ປະຊາຊົນຈີນໄດ້ຊີມຖົ່ວ ລຽນທີ່ສົດໃໝ່ຢ່າງວ່ອງໄວ ຊຶ່ງເປັນ ການບັນລຸຜົນປະໂຫຍດຮ່ວມກັນ ຂອງທັງສອງປະເທດ. ຕະຫລອດໄລຍະຜ່ານມາ, ກຸ່ມ ບໍລິສັດທາງລົດໄຟ ເລກທີ 15 ຈໍາ ກັດ ສປ ຈີນ ໄດ້ຍຶດໝັ້ນໃນຄວາມ ຮັບຜິດຊອບ ໂດຍຖືເອົາເປົ້າໝາຍ “ຄວາມສ່ຽງເປັນສູນ ຂໍ້ຜິດພາດ ເປັນສູນ” ເພື່ອດຳເນີນວຽກງານ ບຳລຸງຮັກສາເສັ້ນທາງ ແລະ ແກ້ໄຂ ຈຸດບົກຜ່ອງຂອງທາງລົດໄຟ ລາວຈີນ, ພ້ອມທັງຮັບປະກັນໃຫ້ຊ່ອງ ທາງການຂົນສົ່ງຂ້າມແດນມີຄວາມ ສະດວກສະບາຍ. ໃນຕໍ່ໜ້າ, ທີມ ງານໂຄງການຈະສືບຕໍ່ປະຕິບັດໜ້າ ທີ່ຢູ່ສະໜາມຕົວຈິງ, ປົກປັກຮັກສາ ຊ່ອງທາງຄຳທາງລົດໄຟ ລາວ-ຈີນ. h ທ່ານ ສົມພອນ ສີອຸດົມພັນ ປະທານແນວລາວສ້າງຊາດ ແຂວງຫລວງພະບາງ ໄດ້ກ່າວ ວ່າ: ການກໍ່ສ້າງຫໍທໍາມະສະພາ ອົງການພຸດທະສາສະໜາສໍາພັນ ລາວ ແຂວງຫລວງພະບາງ ເປັນ ໂຄງການທີ່ໃຫຍ່ ແລະ ຕ້ອງການ ງົບປະມານເຂົ້າໃນການກໍ່ສ້າງຢ່າງ ມະຫາສານ ຕາມແຜນຄາດຄະເນ ມູນຄ່າປະມານ 13 ຕື້ກີບ ແຕ່ບໍ່ມີ ແຫລ່ງທຶນທີ່ແນ່ນອນ, ສ່ວນໃຫຍ່ ໄດ້ມາຈາກການລະດົມທຶນ ແລະ ການປະກອບສ່ວນຈາກສັງຄົມຈຶ່ງ ບໍ່ສາມາດກໍານົດເວລາໃນການ ດໍາເນີນໂຄງການກໍ່ສ້າງໄດ້ຢ່າງ ແນ່ນອນ ແລະ ຕໍ່ເນື່ອງ, ໂຄງການ ກໍ່ສ້າງຫໍທໍາມະສະພາແຫ່ງນີ້ ເພື່ອ ເປັນບ່ອນເຮັດວຽກຂອງຄະນະສົງ ອົງການພຸດທະສາສະໜາສໍາພັນ ລາວ ແຂວງຫລວງພະບາງ ເນື່ອງ ຈາກປັດຈຸບັນການເຮັດວຽກຂອງ ຄະນະສົງ ແມ່ນເຮັດຢູ່ຕາມວັດວາ ອາຮາມບໍ່ມີຄວາມສອດຄ່ອງກັບ ການພັດທະນາໄລຍະໃໝ່, ຈຶ່ງມີ ຄວາມຈຳເປັນຕ້ອງກໍ່ສ້າງຂຶ້ນ ເພື່ອ ຮັບໃຊ້ວຽກງານຂອງຄະນະສົງ ສະເພາະ. ຜ່ານການຈັດຕັ້ງປະຕິບັດມາ ຮອດປັດຈຸບັນ ໄດ້ຮັບການນໍາພາຊີ້ນໍາຢ່າງໃກ້ຊິດຕິດແທດຈາກພະ ອາຈານໃຫຍ່ ອ່ອນແກ້ວ ກິຕິດ ພັດໂທ ປະທານອົງການພຸດທະ ສາສະໜາສຳພັນລາວ ແຂວງ ຫລວງພະບາງ ແລະ ທ່ານ ສົມ ສະຫວາດ ເລັ່ງສະຫວັດ ປະທານ ການກໍ່ສ້າງ ຝ່າຍຄາລະວາດ ບວກ ກັບຄວາມເອົາໃຈໃສ່ຂອງຄະນະ ບໍລິຫານງານປະຈຳການ ອົງການ ພຸດທະສາສະໜາສໍາພັນລາວ ແຂວງ ຫລວງພະບາງ ແລະ ອົງການຈັດຕັ້ງ ພັກ-ລັດຂອງແຂວງ, ຕະຫລອດ ຮອດການປະກອບສ່ວນທຶນຮອນ ຈາກອອກຕົນຍາດໂຍມຜູ້ໃຈບຸນ ຈຶ່ງເຮັດໃຫ້ໂຄງການກໍ່ສ້າງ ໄດ້ຮັບ ຜົນສຳເລັດເປັນກ້າວໆ. ສໍາລັບທິດທາງແຜນການໃນ ຕໍ່ໜ້າ ເພື່ອເຮັດໃຫ້ໂຄງການໄດ້ ດໍາເນີນວຽກເປັນປົກກະຕິ ຄະນະ ຮັບຜິດຊອບໂຄງການກໍ່ສ້າງ ຂໍ ເຊີນຊວນຜູ້ທີ່ມີຈິດໃຈສັດທາທັງ ພາຍໃນ ແລະ ຕ່າງປະເທດ ສາ ມາດຮ່ວມອະນຸໂມທະນາບຸນ ໄດ້ ຕາມກຳລັງສັດທາ ເພື່ອເຮັດໃຫ້ ໂຄງການກໍ່ສ້າງດັ່ງກ່າວ ສຳເລັດ ຕາມແຜນການ. j

RkJQdWJsaXNoZXIy MTc3MTYxMQ==