7267

05/05/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຫສພ ເຜີຍແຜ່ມະຕິກອງປະຊຸມ...ີ່ິຸ ສຊປລ... ແລກປ່ຽນບົດຮຽນ...່ົ ຜູ້ແທນສະພາແຫ່ງຊາດລາວ...ູ້່ ຮອງປະທານສະພາແຫ່ງຊາດ...່ ບ້ານນ້ຳທວຍ, ບ້ານພູກະທະ, ບ້ານ ນ້ຳປຸ່ງ ແລະ ບ້ານຜາລະແວກ ໂດຍ ມີອຳນາດການປົກຄອງເມືອງ-ບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ. ພາຍຫລັງເຜີຍແຜ່ຜົນສຳເລັດ ຂອງສອງກອງປະຊຸມດັ່ງກ່າວ, ຄະນະຍັງໄດ້ເປີດໂອກາດໃຫ້ຜູ້ມີສິດ ເລືອກຕັ້ງມີຄຳຄິດຄຳເຫັນ ແລະ ຄຳ ສະເໜີເປັນຕົ້ນບັນຫາເສັ້ນທາງຂໍໃຫ້ ທຽວໄດ້ສອງລະດູ ຊຶ່ງໄລຍະລະດູ ຝົນແມ່ນມີຄວາມລຳບາກຫລາຍ, ປະຊາຊົນທຸກຍາກຂາດເຂີນ ເນື່ອງ ຈາກທຳການຜະລິດບໍ່ໄດ້, ຂໍການ ກໍ່ສ້າງນ້ຳລິນເພື່ອໃຫ້ມີນ້ຳຊົມໃຊ້, ຂໍພະນັກງານວິຊາການຂະແໜງ ກະສິກຳລົງປະຈຳຢູ່ບ້ານ ເພື່ອຖ່າຍ ທອດຄວາມຮູ້ ແລະ ນຳພາປະຊາ ຊົນທຳການຜະລິດຕົວຈິງ, ຂໍໃຫ້ ບັນດາທ່ານສະມາຊິກສະພາແຫ່ງ ຊາດ (ສສຊ) ແລະ ສສຂ ລົງມາ ຢ້ຽມຢາມພໍ່ແມ່ປະຊາຊົນຢູ່ເລື້ອຍໆ ເພື່ອຈະໄດ້ເຫັນເຖິງຊີວິດການເປັນ ຢູ່ຂອງປະຊາຊົນ ແລະ ບັນຫາອື່ນໆ. ຈາກນັ້ນ, ທ່ານຮອງປະທານ ສະພາແຫ່ງຊາດ ກໍໄດ້ມີຄຳເຫັນ ໂອ້ລົມ ໂດຍຮຽກຮ້ອງໃຫ້ບັນດາ ສສຊ ແລະ ສສຂ ທີ່ເປັນຕົວແທນ ຂອງແຂວງຂອງເມືອງທີ່ເປັນກຳ ລັງສຳຄັນປະຈຳຢູ່ທ້ອງຖິ່ນຈົ່ງ ເອົາໃຈໃສ່ໃນການເປັນຕົວເເຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ, ຊ່ວຍເປັນຫູເປັນຕາໃຫ້ປະຊາຊົນ ຫາກຍັງມີບັນຫາໃດທີ່ຍັງຄົງຄ້າງ ຂໍໃຫ້ສືບແກ້ໄຂໃຫ້ທັນເວລາ; ບັນ ດາສະມາຊິກພັກ-ພະນັກງານຈົ່ງ ກຳແໜ້ນແນວທາງຂອງພັກ-ນະ ໂຍບາຍຂອງລັດ, ເອົາໃຈໃສ່ສຶກ ສາອົບຮົມການເມືອງແນວຄິດ ຂອງປະຊາຊົນໃຫ້ເຊື່ອໝັ້ນຕໍ່ການ ນຳພາຂອງພັກ ຕໍ່ແຜນພັດທະນາ ເສດຖະກິດ-ສັງຄົມ ຊຶ່ງຈະນຳພາ ຜົນປະໂຫຍດສູງສຸດມາສູ່ປະຊາ ຊົນລາວບັນດາເຜົ່າ; ຮຽກຮ້ອງ ໃຫ້ພໍ່ແມ່ປະຊາຊົນເຕົ້າໂຮມຄວາມ ສາມັກຄີ, ຮັກສາຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນບັນຫາຢາ ເສບຕິດ, ປາກົດການຫຍໍ້ທໍ້ ແລະ ພ້ອມກັນສ້າງເສດຖະກິດຄອບຄົວ ໃຫ້ສາມາດກຸ່ມຕົນເອງເພິ່ງຕົນເອງ ໄດ້ເທື່ອລະກ້າວ. ຂ່າວ: ສພຊ ທ່ານ ທອງລີ ສີສຸລິດ ເລຂາ ຄະນະບໍລິຫານງານ ສຊປລ ໄດ້ປະ ກອບຄຳເຫັນຕໍ່ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດທົ່ວປະ ເທດ ຄັ້ງທີ XII ເມື່ອບໍ່ດົນມານີ້ ພາຍໃຕ້ຫົວຂໍ້ “ການຈັດຕັ້ງປະຕິບັດ ຄັ້ງທີXII ຂອງພັກ ຊຶ່ງເປັນເຫດການ ການເມືອງທີ່ມີຄວາມໝາຍສໍາຄັນ ອີກບັ້ນໜຶ່ງທີ່ບັນທຶກໄວ້ໃນໜ້າປະ ຫວັດສາດຂອງພັກ ແລະ ຂອງ ຊາດລາວ, ເປັນການຢັ້ງຢືນເຖິງ ຄວາມສາມັກຄີເປັນເອກະພາບສູງ ແລະ ຄວາມຮັບຜິດຊອບຂອງທົ່ວ ພັກ ຊຶ່ງພັກເຮົາໄດ້ຕົກລົງບັນຫາ ສຳຄັນ ແລະ ເປັນພື້ນຖານຂອງ ພັກ, ຂອງການປະຕິວັດໃນໄລຍະ ໃໝ່ ກໍຄື ເສັ້ນທາງເດີນຂອງປະ ເທດຊາດ ໃນຊຸມປີຕໍ່ໜ້າເປັນຕົ້ນ ກຳນົດແນວທາງ, ນະໂຍບາຍ ແລະ ແຜນປະຕິບັດງານຂອງພັກ ແລະ ປະເທດຊາດໃນ 5 ປີ ຕໍ່ໜ້າ, ຍຸດ ທະສາດພັດທະນາ 10 ປີ, ກໍານົດ ວິໄສທັດຮອດປີ 2055 ເພື່ອສືບ ຕໍ່ຍູ້ແຮງການຜັນຂະຫຍາຍແນວ ທາງການປ່ຽນແປງໃໝ່ ຂອງພັກສູ່ ລວງເລິກຕໍ່ໆໄປ, ສ້າງບັນດາປັດໄຈ ການບູລະນະລະບອບປະຊາທິປະໄຕ ປະຊາຊົນລາວກ້າວຂຶ້ນສູ່ສັງຄົມ ນິຍົມສະເພາະໂຄງການການເມືອງ ສະບັບທີ 3 ຂອງພັກ, ຮ່າງລາຍງານ ການເມືອງ, ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ ທີ X (2026-2030) ແມ່ນຮັບ ປະກັນສະຖຽນລະພາບດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບ, ມີຄວາມສາມັກຄີ ເປັນປຶກແຜ່ນໃນທົ່ວປວງຊົນ, ເອກະ ລາດ, ອໍານາດອະທິປະໄຕໄດ້ຮັບ ການປົກປັກຮັກສາໄວ້ໄດ້ຢ່າງໝັ້ນ ຄົງ, ປະເທດຊາດຫລຸດພົ້ນອອກ ນໍາໂດຍທ່ານ ມີໄຊ ພົມເຂ ສະມາຊິກ ສະພາແຫ່ງຊາດ ປະຈຳເຂດເລືອກ ຕັ້ງທີ 7 ແຂວງໄຊຍະບູລີ, ຮອງ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມຄະນະ ກໍາມາທິການການເມືອງຂອງສະ ມັດຊາລັດຖະສະພາປະເທດທີ່ໃຊ້ ພາສາຝຣັ່ງ ຫລື APF (ເອພີ ເອັບ) ແລະ ສໍາມະນາລັດຖະສະພາ ກ່ຽວກັບ “ບົດບາດສໍາຄັນ, ການ ຄຸ້ມຄອງ ແລະ ການນໍາໃຊ້ ດີຈິ ຕອນ ແລະ ປັນຍາປະດິດ (AI) ໃນ ລັດຖະສະພາ” ທີ່ເມືອງຊຽມຣຽບ, ລາຊະອານາຈັກກໍາປູເຈຍ, ມີຄະນະ ຜູ້ແທນຈາກບັນດາສະມາຊິກ APF 15 ປະເທດ ແລະ ເຂດແຄວ້ນ ເຊັ່ນ: ແບນຊິກ, ກາເມີຣູນ, ກາຕານ ໂລ, ກົດດີວົວ, ຝຣັ່ງ, ສປປ ລາວ, ລຸກຊໍາບວກ, ມາຣົກ, ໂມຣິຕານີ, ນູແວນ ກາເລໂດນີ, ເກເບັກ, ກົງ ໂກ, ຣູມານີ, ເຊເນການ, ສະວິດ ແລະ ອົງການຟຣັງໂກໂຟນີສາກົນ (OIF) ແລະ ສູນລັດຖະສະພາ ອາຊີ (PCAsia). ນອກນັ້ນ, ຍັງມີປະທານຄະນະກຳມາທິການ ການເມືອງ, ເລຂາທິການໃຫຍ່ ຂອງ APF, ບັນດາສະມາຊິກ ລັດຖະສະພາ ແລະ ເຈົ້າໜ້າທີ່ ກ່ຽວຂ້ອງຂອງປະເທດເຈົ້າພາບ ເຂົ້າຮ່ວມ. ກອງປະຊຸມຄະນະກໍາມາທິ ການການເມືອງຂອງ APF ໄດ້ ພິຈາລະນາ ແລະ ຮັບຮອງເອົາວາ ລະກອງປະຊຸມ; ປັບປຸງ ແລະ ຮັບ ຮອງເອົາບົດບັນທຶກວ່າດ້ວຍການ ຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ ຈາກ ສປ ຈີນ, ສສ ຫວຽດ ນາມ, ລາຊະອານາຈັກໄທ, ລາຊະ ອານາກໍາປູເຈຍ ແລະ ມຽນມາ, ພ້ອມດ້ວຍຜູ້ຕາງໜ້າກະຊວງ, ອົງ ການກ່ຽວຂ້ອງ, ອົງການຈັດຕັ້ງ ສາກົນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ເພື່ອແລກ ປ່ຽນບົດຮຽນກ່ຽວກັບຍຸດທະສາດ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກໃນລະດັບພາກພື້ນ ຂອບການຮ່ວມມືແມ່ນໍ້າຂອງແມ່ນໍ້າລ້ານຊ້າງ ຂອງແຕ່ລະປະ ເທດ ຄື: ສປປ ລາວ, ສປ ຈີນ, ສສ ຫວຽດນາມ, ມຽນມາ, ໄທ ແລະ ກຳປູເຈຍ, ທັງເປັນການຜັນ ຂະຫຍາຍກອບວຽກຮ່ວມມືບັນດາ ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າ ເນື້ອໃນ 4 ຮ່ວມ ລະຫວ່າງແນວ ລາວສ້າງຊາດ, ສະຫະພັນນັກຮົບ ເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ຂອງພັກ” ໂດຍໄດ້ຍົກໃຫ້ເຫັນວ່າ: ສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວໄດ້ເອົາໃຈໃສ່ໃນການຈັດຕັ້ງ ປະຕິບັດເນື້ອໃນ 4 ຮ່ວມ ມີຜົນສໍາ ເລັດຫລາຍດ້ານ ໂດຍສະເພາະ ແມ່ນການຄົ້ນຄວ້າຫົວຂໍ້ການສ້າງ ຂະບວນການຮັກຊາດ ແລະ ພັດທະ ນາໃຫ້ກາຍເປັນຜົນງານຕົວຈິງ ແລະ ຮ່ວມກັນສ້າງການຫັນປ່ຽນ ແກ້ໄຂຄວາມຫຍຸ້ງຍາກ ເພື່ອສ້າງ ລາຍຮັບຮ່ວມກັນແນໃສ່ເຮັດໃຫ້ ອົງການຈັດຕັ້ງມະຫາຊົນຂັ້ນຮາກ ຖານມີຄວາມເຂັ້ມແຂງ ແລະ ກຸ້ມ ຕົນເອງໄດ້ໃນລະດັບໃດໜຶ່ງ. ຜົນ ສຳເລັດທີ່ພົ້ນເດັ່ນແມ່ນພວກເຮົາ ສາມາດຫັນເອົາພະລັງແຮງຂອງ ແຕ່ລະອົງການມາເປັນພະລັງສັງ ລວມໃນການປັບປຸງ ແລະ ກໍ່ສ້າງ ຮາກຖານການເມືອງ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ໃນສັງຄົມ. ຈາກ ການເຄື່ອນໄຫວຕົວຈິງເຫັນໄດ້ວ່າ ເມື່ອໃດທີ່ອົງການພາຄີມີຄວາມ ເປັນເອກະພາບ ແລະ ຮ່ວມກັນ ເຄື່ອນໄຫວເມື່ອນັ້ນຄວາມເຊື່ອໝັ້ນ ຂອງມະຫາຊົນຕໍ່ກັບແນວທາງຂອງ ພັກ ກໍຍິ່ງໄດ້ຮັບການເພີ່ມທະວີ, ສ້າງໃຫ້ເກີດມີຄວາມສະຫງົບ ແລະ ຄວາມສາມັກຄີທີ່ແໜ້ນແກ່ນຈາກ ຕົວເມືອງສູ່ຊົນນະບົດ. ບົນພື້ນຖານຄວາມສາມັກຄີດັ່ງ ກ່າວ, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຍຶດໝັ້ນໃນການ ຜັນຂະຫຍາຍ ມະຕິ 04/ກມສພ ວ່າ ດ້ວຍການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ (ສອຈ) ໃຫ້ກາຍເປັນຂະບວນການບຸກຂອງ ຊາວໜຸ່ມ ຊຶ່ງໄດ້ຫັນປ່ຽນຈາກ ການໂຄສະນາມາເປັນການສ້າງ ກິດຈະກຳທີ່ສ້າງລາຍຮັບຕົວຈິງ ໂດຍການຮ່ວມມືກັບຫລາຍພາກ ສ່ວນບໍ່ວ່າຈະເປັນທາງພາກລັດ, ເອກະຊົນທັງພາຍໃນ ແລະ ຕ່າງປະ ເທດ ເພື່ອສ້າງວຽກເຮັດງານທຳ ໃຫ້ຊາວໜຸ່ມຢູ່ພາຍໃນປະເທດ, ເພື່ອ ແກ້ໄຂບັນຫາແຮງງານເຄື່ອນຍ້າຍ, ການແຕ່ງດອງກ່ອນໄວອັນຄວນ, ສຸຂະພາບຈະເລີນພັນ, ການສ້າງອາ ຊີບ, ເປັນການປະກອບສ່ວນເຮັດ ໃຫ້ຊາວໜຸ່ມກາຍເປັນກຳລັງແຮງ ໃນການຜະລິດໃໝ່ທີ່ທັນສະໄໝ, ມີ ລະບຽບວິໄນ ແລະ ມີຈິດໃຈຮັກຊາດ ເພື່ອເປັນເສົາຄ້ຳທີ່ເຂັ້ມແຂງໃຫ້ແກ່ ເສດຖະກິດແຫ່ງຊາດໃນໄລຍະໃໝ່. ໂອກາດນີ້, ທ່ານ ທອງລີ ສີສຸລິດ ຍັງໄດ້ສະເໜີບາງທິດທາງຈຸດສຸມ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີ ແລະ ຍົກສູງບົດ ບາດຂອງອົງການພາຄີໃນຕໍ່ໜ້າ ໃຫ້ມີຄວາມເຂັ້ມແຂງຄື: ເພີ່ມທະ ວີການສຶກສາອົບຮົມການເມືອງ ແນວຄິດຕິດພັນກັບການປຸກລະດົມ, ການພັດທະນາຕ້ອງໄປຄຽງຄູ່ ກັບການສ້າງຈິດສຳນຶກ, ຕິດພັບ ກັບ 4 ເນື້ອໃນ 4 ຄາດໝາຍ, ຂະບວນການຮັກຊາດພັດທະນາ ແລະ ຫັນລົງສູ່ຮາກຖານ ໂດຍການ ໂຄສະນາປຸກລະດົມເຂົ້າຮ່ວມທຸກ ຂະບວນການປົກປັກຮັກສາ ແລະ ສ້າງພັດທະນາປະເທດຊາດ; ຕ້ອງ ຫັນການສະໜອງແຮງງານໃຫ້ ກາຍເປັນຍຸດທະສາດການສ້າງ ຄົນ, ສ້າງໂອກາດໃຫ້ແກ່ຊາວໜຸ່ມ ພວກເຮົາບໍ່ພຽງແຕ່ຊອກຫາຄົນ ປ້ອນເຂົ້າໂຮງງານ, ແຕ່ຕ້ອງເນັ້ນ ການພັດທະນາສີມືແຮງງານທີ່ມີ ວິໄນ, ມີຈິດສໍານຶກທີ່ດີ ແລະ ຍົກ ລະດັບຂີດຄວາມສາມາດໃຫ້ທັນ ຍຸກໃໝ່ ເຮັດໃຫ້ເຂົາເຈົ້າສາມາດ ເຂົ້າເຖິງຕຳແໜ່ງງານທີ່ມີຢູ່ຈິງ ໃນຕະຫລາດແຮງງານ ໂດຍຜ່ານ ການຮ່ວມມືຢ່າງໃກ້ຊິດກັບບັນດາ ບໍລິສັດທີ່ມີການຮ່ວມມືກັບສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ; ຍູ້ແຮງການຫັນເປັນດີຈິຕອນ ເພື່ອ ເຊື່ອມຈອດຂໍ້ມູນຊາວໜຸ່ມກັບຕະ ຫລາດແຮງງານ ແລະ ການນໍາ ໃຊ້ເຕັກໂນໂລຊີເຂົ້າໃນວຽກງານ ສື່ມວນຊົນໃຫ້ທັນກັບຍຸກສະໄໝ; ປະສານສົມທົບກັບອົງການພາຄີ ເພື່ອສ້າງເປັນໂຄງການຈຸດສຸມເປັນ ຕົ້ນໂຄງການສ້າງເສດຖະກິດຄອບ ຄົວໃຫ້ເຂັ້ມແຂງ, ການຮັກສາສິ່ງ ແວດລ້ອມສີຂຽວ, ສົ່ງເສີມວັດທະ ນະທຳອັນດີງາມຂອງຊາດ, ການ ແກ້ໄຂປະກົດການຫຍໍ້ທໍ້ໃນກຸ່ມໄວ ໜຸ່ມ, ການສ້າງອາຊີບໝັ້ນຄົງ ແລະ ອື່ນໆໃຫ້ກາຍເປັນສັນຍະລັກແຫ່ງ ຄວາມສາມັກຄີ ແລະ ເປັນສິ່ງຢັ້ງ ຢືນຜົນສໍາເລັດທີ່ຈັບຕ້ອງໄດ້ຂອງ “4 ຮ່ວມ”. ຂ່າວ: ກິດຕາ ລ້ານຊ້າງ ໃຫ້ມີການແລກປ່ຽນ ບົດຮຽນໃນວຽກງານຕ່າງໆ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນ ຕໍ່ໜ້າ. ບັນດາຜູ້ແທນທີ່ເຂົ້າຮ່ວມກອງ ປະຊຸມໄດ້ຮັບຟັງ, ແລກປ່ຽນບົດ ຮຽນການສ້າງຍຸດທະສາດການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງແຕ່ລະປະເທດ ເພື່ອຈະນຳເອົາບັນດາບົດຮຽນ, ພຶດຕິກຳທີ່ດີປະກອບເຂົ້າໃນຍຸດ ທະສາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງ ສປປ ລາວ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາເເບບຍືນ ຍົງ, ຄົ້ນຄວ້າພິຈາລະນາ ແລະ ປະ ກອບຄໍາເຫັນ ເພື່ອເປັນທິດເຍືອງ ທາງໃນຕໍ່ໜ້າໃຫ້ວຽກພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກຂອງບັນດາປະເທດສະມາຊິກ ໄດ້ຫລຸດພົ້ນອອກຈາກຄວາມທຸກ ຍາກໄປພ້ອມໆກັນໃຫ້ບັນລຸຕາມ ເປົ້າໝາຍທີ່ວາງໄວ້. ຂໍ້ມູນ-ພາບ: ຂ່າວສານກະສິກຳ ຈາກສະຖານະພາບປະເທດດ້ອຍ ພັດທະນາ, ສູ້ຊົນໃຫ້ອັດຕາຄວາມ ທຸກຍາກຫລຸດລົງຍັງເຫລືອໜຶ່ງຕົວ ເລກ, ຍົກລະດັບການແກ້ໄຂບັນຫາ ຄວາມທຸກຍາກຂອງປະຊາຊົນ ເປັນວາລະແຫ່ງຊາດ, ສູ້ຊົນໃຫ້ອັດ ຕາການເຕີບໂຕຂອງລວມຍອດ ຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນສະເລ່ຍ 6% ຕໍ່ປີຂຶ້ນໄປ. ການເຜີຍແຜ່, ເຊື່ອມຊຶມເອກະ ສານກອງປະຊຸມໃຫຍ່ໃນຄັ້ງນີ້, ແມ່ນການສືບຕໍ່ບຸກທະລຸທາງດ້ານ ຈິນຕະນາການ, ຍົກສູງຫລັກໝັ້ນ ການເມືອງໃຫ້ມີຄວາມເດັດດ່ຽວ ໜຽວແໜ້ນ, ບໍ່ຫວັ່ນໄຫວຄອນ ແຄນຕໍ່ສະພາບການຕ່າງໆ, ຮັກສາ ຄວາມສາມັກຄີເປັນເອກະພາບພາຍ ໃນພັກ ແລະ ພາຍໃນສັງຄົມໃຫ້ ໜັກແໜ້ນ, ທັງເປັນການສືບຕໍ່ບຸກ ທະລຸດ້ານຈິນຕະນາການ, ຍົກສູງ ຫລັກໝັ້ນການເມືອງ, ຄວາມເດັດ ດ່ຽວໜຽວແໜ້ນ, ທັງເປັນການ ຕ້ານ ແລະ ແກ້ໄຂທັດສະນະຜິດ ເຂວຕ່າງໆ, ຮັກສາຄວາມສາມັກຄີ ພາຍໃນພັກ ໃຫ້ບັນດາສະຫາຍນັບ ແຕ່ຄະນະບໍລິຫານງານພັກ, ຄະ ນະປະຈຳພັກ, ຄະນະໜ່ວຍພັກ, ຕະ ຫລອດຮອດສະມາຊິກພັກຢູ່ຫ້ອງ ວ່າການສູນກາງພັກ ທຸກສະຫາຍ ໄດ້ກຳແໜ້ນແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຢ່າງທົ່ວເຖິງ ແລະ ໜັກ ແໜ້ນຕື່ມ. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມຍັງ ໄດ້ເຊື່ອມຊຶມຜັນຂະຫຍາຍກ່ຽວກັບ ວຽກງານວິສາຫະກິດຕ່າງໆ ແລະ ການປະຕິຮູບລັດວິສາຫະກິດ ແລະ ເນື້ອໃນໃໝ່ກົດລະບຽບພັກ ສະບັບ ປັບປຸງການຈັດຕັ້ງປະຕິບັດກົດລະ ບຽບພັກສະໄໝທີ 12 ຕື່ມອີກ. ພາບ: ຂັນໄຊ ພິຈາລະນາຕົກລົງບົດລາຍງານ ຂອງກອງປະຊຸມກໍາມາທິການການ ເມືອງທີ່ຈັດຂຶ້ນໃນເດືອນກໍລະກົດ 2025 ທີ່ນະຄອນປາຣີ, ປະເທດ ຝຣັ່ງ; ທົບທວນຄືນ ແລະ ຮັບຮອງ ເອົາບົດລາຍງານກ່ຽວກັບສະຖາ ນະການທາງດ້ານການເມືອງໃນ ບັນດາປະເທດທີ່ໃຊ້ພາສາຝຣັ່ງ; ພິ ຈາລະນາ ແລະ ຮັບຮອງເອົາແຜນ ປະຕິບັດງານ 2025-2030 ເພື່ອ ສົ່ງເສີມການຍົກເລີກໂທດປະຫານ ຊີວິດໃນຂົງເຂດບັນດາປະເທດທີ່ໃຊ້ ພາສາຝຣັ່ງ; ຮັບຟັງການລາຍງານ ກ່ຽວກັບສະພາບການທາງດ້ານ ການເມືອງຂອງບັນດາຄະນະ APF ຂອງບັນດາປະເທດທີ່ເປັນສະມາ ຊິກ. ໃນວາລະນີ້, ຄະນະຜູ້ແທນ ສະພາແຫ່ງຊາດລາວ ໃນນາມສະ ມາຊິກສົມບູນຂອງ APF ໄດ້ລາຍ ງານສະພາບການພົ້ນເດັ່ນທາງດ້ານ ການເມືອງເປັນຕົ້ນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ທີ່ຈັດຂຶ້ນໃນ ເດືອນກຸມພາຜ່ານມາ ແລະ ຜົນສໍາ ເລັດຂອງກອງປະຊຸມຄັ້ງປະຖົມ ມະລືກຂອງສະພາແຫ່ງຊາດ ຊຸດ ທີ X. ພ້ອມນັ້ນ, ບັນດາຜູ້ແທນ ກອງປະຊຸມ ຍັງໄດ້ແລກປ່ຽນ ແລະ ປຶກສາຫາລືກ່ຽວກັບທັດສະນະ ຂອງ APF ສຳລັບກອງປະຊຸມ ສຸດຍອດຟຣັງໂກໂຟນີສາກົນ ຄັ້ງ ທີ 20 (Le XXe Sommet de la Francophonie): ບົດບາດ ຂອງ APF ໃນສະຖຽນລະພາບ ໃນພາກພື້ນ ແລະ ທົ່ວໂລກ ແລະ ຄຳແນະນຳດ້ານນິຕິບັນຍັດເພື່ອ ນຳໃຊ້ສັນຕິພາບເປັນກົນໄກສຳລັບ ການພັດທະນາແບບຍືນຍົງ, ຮັບ ຟັງບົດລາຍງານກ່ຽວກັບການດໍາ ເນີນວິທີການການໄກ່ເກ່ຍຂໍ້ຂັດແຍ້ງ ທາງການເມືອງໃນປະເທດກົງໂກ ແລະ ຣະວັນດາ; ຮັບຟັງ ແລະ ແລກ ປ່ຽນຄໍາຄິດຄໍາເຫັນໃນການດໍາເນີນ ງານຂອງຄະນະກຳມາທິການສືບ ສວນອາຊະຍາກຳທາງການເງິນ ຂອງສະພາສູງຝຣັ່ງ ກ່ຽວກັບການ ຕ້ານອາຊະຍາກຳທາງການເງິນ, ອາຊະຍາກຳທີ່ມີການຈັດຕັ້ງ ແລະ ການຫລີກລ່ຽງມາດຕະການການ ລົງໂທດສາກົນ; ຄົ້ນຄວ້າພິຈາລະນາ ຮ່າງບົດລາຍງານກ່ຽວກັບຄວາມ ປອງດອງແຫ່ງຊາດ ແລະ ຄວາມ ຍຸຕິທຳໃນສະໄໝຂ້າມຜ່ານ; ຮັບ ຮອງເອົາບົດລາຍງານສະບັບສຸດ ທ້າຍກ່ຽວກັບການຕ້ານຂ່າວປອມ ແລະ ການກະທໍາໃນຮູບແບບທາງ ເລືອກໃນການສະໜອງທຶນໃຫ້ສື່ ມວນຊົນ; ຮັບຮອງເອົາຮ່າງມະຕິ ກ່ຽວກັບການເພີ່ມທະວີບົດບາດ ຂອງສື່ສາທາລະນະ ໃນການຮັບມື ກັບຂ່າວປອມແລະການປັບປຸງໂຄງ ສ້າງຂອງສື່ຕ່າງໆ; ປັບປຸງ ແລະ ຮັບຮອງເອົາຮ່າງມະຕິກ່ຽວກັບ ການສະໝັກເຂົ້າເປັນສະມາຊິກ APF ເພື່ອດໍາລົງຕໍາແໜ່ງຜູ້ສັງເກດ ການໃນອົງການສະຫະປະຊາຊາດ; ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ບັນດາເຫດການພົ້ນເດັ່ນທີ່ເກີດຂຶ້ນ ພາຍໃນພາກພື້ນ ແລະ ທົ່ວໂລກ ໂດຍສະເພາະໃນຂົງເຂດປະເທດ ທີ່ໃຊ້ພາສາຝຣັ່ງ. ກອງປະຊຸມໄດ້ ຕົກລົງມອບໃຫ້ປະເທດເບແນັງ ເປັນ ເຈົ້າພາບຈັດກອງປະຊຸມຄັ້ງຕໍ່ໄປໃນ ປີ 2027 ທີ່ເມືອງໂກໂຕນູ. ຂ່າວ: ສພຊ

RkJQdWJsaXNoZXIy MTc3MTYxMQ==