05/05/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K 7;k,-q '9eg,nj vg;Q kg4y ' ]k; c]t 9u o ໂດຍ: ທູດ ມະໄລວຽງ ສາກົນນິຍົມູົິົ (ເນ່ືອງໃນໂອກາດວັນກຳມະກອນສາກົນຄົບຮອບ 140 ປີ 1 ພຶດສະພາ 1886-1 ພຶດສະພາ 2026)່ື ອັ ນົ ນົ ບີ ຶ ດຶ ດ rh v,da oglu ,0tspkp,6 og-N vva ofu 'k,0v'-q o-A ode,tdvo ຈາກທີ່ຂ້າພະເຈົ້າໄດ້ອ່ານ ແລະ ໄດ້ຮຽນຮູ້ຄວາມເປັນໜຶ່ງດຽວໃນ ວົງການທູດ ໂລກຂອງ ສປ ຈີນ, ຂ້າ ພະເຈົ້າຈຶ່ງບໍ່ແປກໃຈເມື່ອຮູ້ວ່າ ໃນ ວັນທີ 8 ມັງກອນ 1976 ເວລາ ທີ່ ທ່ານ ໂຈ່ ເອີນລາຍ ເສຍຊີວິດ, ທາງ ສໍານັກງານໃຫຍ່ອົງການສະຫະ ປະຊາຊາດ ທີ່ນິວຢອກ, ສະຫະລັດ ອາເມລິກາ, ສປຊ ໄດ້ລົດທຸງລົງ ເຄິ່ງເສົາ ເພື່ອສະແດງຄວາມໄວ້ ອາໄລໃຫ້ແກ່ ທ່ານ ໂຈ່ ເອີນລາຍ ຊຶ່ງເປັນເລື່ອງທີ່ເກີດຂຶ້ນຍາກຍິ່ງ ນັບແຕ່ສ້າງຕັ້ງ ສປຊ ແຕ່ປີ 1945 ເປັນຕົ້ນມາ. ສະນັ້ນ, ໃນເວລານັ້ນຈຶ່ງເກີດ ມີຫາງສຽງວ່າມີຫລາຍປະມຸກ ລັດຂອງຫລາຍປະເທດເສຍຊີວິດ ແຕ່ວ່າເປັນຫຍັງ ສປຊ ຄືບໍ່ເຄີຍ ລົດທຸງລົງເຄິ່ງເສົາ ເພື່ອໄວ້ອາ ໄລໃຫ້ແກ່ທ່ານໃດເລີຍ? ແຕ່ເມື່ອ ນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດຂອງຈີນ ທ່ານ ໂຈ່ ເອີນລາຍ ເສຍຊີວິດພັດມີການ ລົດທຸງລົງເຄິ່ງເສົາ. ເມື່ອເປັນແນວນັ້ນ, ທ່ານເລຂາ ທິການໃຫຍ່ ສປຊ ເຄີດ ວອລດ໌ ໄປ, ສ່ວນນັກການທູດທີ່ຢືນຊຸມນຸມ ຢູ່ກາງເດີນທຸກຄົນກໍມິດງຽບໄປພັກ ໜຶ່ງ ແລ້ວສຽງຕົບມືກໍດັງສະນັ່ນ ຫວັ່ນໄຫວຂຶ້ນໃນນາທີຕໍ່ມາ. (ໜັງ ສືພິມ Asia News Times 12/ 1/2006). ປະທານ ໄກສອນ ພົມວິຫານ ວິລະບູລຸດແຫ່ງຊາດລາວ, ອັດສະ ລິຍະບຸກຄົນຂອງການປະຕິວັດລາວ ແລະ ນັກຍຸດທະສາດ-ຍຸດທະວິທີ ການທູດລາວ ຜູ້ທີ່ຫາບຸກຄົນມາ ທຽບທ່ານໄດ້ຍາກແສນຍາກ ໄດ້ ເຮັດໃຫ້ໂລກເຫັນວ່າ ຈຸດຢືນ, ຫລັກ ໝັ້ນໜັກແໜ້ນ ແລະ ການຢຶດຕິດໃນ ອຸດົມການສັງຄົມນິຍົມ ໄດ້ສະແດງ ອອກໃນບົດບາດການທູດສຸດຍອດ ສູງສົ່ງຍິ່ງໃຫຍ່ຂອງທ່ານໃນປີ 1989 ໃນການເປັນສື່ກາງປະສານ ການຟື້ນຟູສາຍພົວພັນການທູດ ຂອງສອງຊາດອ້າຍນ້ອງ ສປ ຈີນ ແລະ ສສ ຫວຽດນາມ ໃຫ້ກັບຄືນ ມາເປັນປົກກະຕິໃນປີ 1991 ຫລັງ ຈາກຢຸດໄປເປັນເວລາ 12 ປີ. ຈາກການບັນທຶກຂອງເອກອັກ ຄະລັດຖະທູດ ສປ ຈີນ ຫລີ່ ເຈ້ຍ ຈົງ (Li Jiazhong) ປະຈໍາ ສສ ຫວຽດນາມປີ1995,ທ່ານໄດ້ຂຽນ ວ່າ ປະທານ ໄກສອນ ພົມວິຫານ ໄດ້ເປັນສື່ກາງເພື່ອຊ່ວຍເຊື່ອມຕໍ່ ເຮັດໃຫ້ ສປ ຈີນ ແລະ ສສ ຫວຽດ ນາມ ກັບມາຄືນດີກັນ ສ້າງຕັ້ງສາຍ ພົວພັນການທູດຄືນໃໝ່ ຫລັງຈາກ ຢຸດໄປເປັນເວລາ 12 ປີ. ທ່ານທູດ ໄດ້ຂຽນວ່າ: ໃນເດືອນ ຕຸລາ ປີ 1989 ປະທານ ໄກສອນ ພົມວິຫານ ເລຂາທິການໃຫຍ່ພັກ ປະຊາຊົນປະຕິວັດລາວ, ນາຍົກລັດ ຖະມົນຕີລາວ ໄດ້ເດີນທາງມາຢ້ຽມ ຢາມ ສປ ຈີນ ຊຶ່ງ ທ່ນ ຫລີເຈ້ຍຈົງ ໃນເວລາດຳລົງຕຳແໜ່ງເປັນຜູ້ອຳ ນວຍການກອງອິນດູຈີນ, ກົມອາຊີ, ກະຊວງການຕ່າງປະເທດຈີນ ທ່ານ ກໍໄດ້ເຂົ້າຮ່ວມໃນການຕ້ອນຮັບທ່ານ ໄກສອນ ພົມວິຫານ ໃນຄັ້ງນັ້ນ. ອີງຕາມແຜນການຕ້ອນຮັບ ແມ່ນບໍ່ມີລາຍການພົບປະກັບທ່ານ ເຕິ້ງສຽວຜີງ (Deng Xiaoping) ເພາະທ່ານພັກຜ່ອນແລ້ວ. ແຕ່ເຖິງ ຢ່າງໃດກໍຕາມ, ຝ່າຍລາວໄດ້ສະ ແດງຄວາມປາຖະໜາຢ່າງຈິງໃຈ ວ່າ ຕ້ອງການໃຫ້ ທ່ານ ເຕິ້ງສຽວ ຜີງ ພົບກັບ ທ່ານ ໄກສອນ ພົມວິ ຫານ, ແຕ່ຝ່າຍຈີນໄດ້ຕອບກັບມາ ວ່າທ່ານເຕິ້ງອາຍຸຫລາຍແລ້ວ(85 ປີ) ແລະ ບໍ່ໄດ້ພົບກັບແຂກຕ່າງປະ ເທດອີກຕໍ່ໄປ ແລະ ຂໍອະໄພດ້ວຍ. ເຖິງຈະເປັນເຊັ່ນນັ້ນກໍຕາມ, ທ່ານ ໄກສອນ ພົມວິຫານ ກໍຍັງ ຢືນຢັນຢ່າງໜັກແໜ້ນວ່າຈະຕ້ອງ ພົບທ່ານ ເຕິ້ງ ໃຫ້ໄດ້ ໂດຍສະເໜີ ເລື່ອງນີ້ເຖິງ 3 ຄັ້ງ. ຝ່າຍຈີນໄດ້ມີ ການປຶກສາຫາລືແລະປະສານງານ ກັນຫລາຍຮອບ ແລະ ໃນທີ່ສຸດຈຶ່ງ ຕັດສິນໃຈໃຫ້ມີການພົບກັນແບບ ສັ້ນໆ ເພື່ອເປັນພິທີການເທົ່ານັ້ນ. ດ້ວຍເຫດນີ້ກະຊວງການຕ່າງປະ ເທດ ຈີນ ຈຶ່ງບໍ່ໄດ້ກະກຽມຂໍ້ມູນ ອ້າງອີງສຳລັບການເຈລະຈາຢ່າງ ລະອຽດ. ແຕ່ຜົນປະກົດວ່າ ທ່ານ ເຕິ້ງສຽວຜີງ ແລະ ທ່ານ ໄກສອນ ພົມວິຫານ ໄດ້ໂອ້ລົມກັນນານເຖິງ 40 ນາທີ ແລະ ທັງໝົດ ເປັນປະ ເດັນທີ່ມີເນື້ອໃນສຳຄັນຢ່າງຍິ່ງ. ໃນການພົບປະ, ທ່ານ ໄກສອນ ພົມວິຫານ ຍອມຮັບຢ່າງຈິງໃຈວ່າ ຄວາມສຳພັນລະຫວ່າງລາວກັບ ຈີນໃນຊ່ວງສິບກວ່າປີທີ່ຜ່ານມາ ນັ້ນຢູ່ໃນສະພາບບໍ່ປົກກະຕິ ເນື່ອງ ຈາກໄດ້ຮັບ “ອິດທິພົນຈາກພາຍ ນອກ” ແລະ ການຢ້ຽມຢາມຈີນຄັ້ງ ນີ້ຂອງ ທ່ານ ໄກສອນ ພົມວິຫານ ຈະເປັນສັນຍະລັກຂອງການຟື້ນຟູ ສາຍສຳພັນລະຫວ່າງສອງພັກ ແລະ ສອງປະເທດໃຫ້ກັບຄືນມາສູ່ ສະພາບປົກກະຕິຢ່າງສົມບູນ. ພ້ອມດຽວກັນນັ້ນ , ທ່າ ນ ໄກສອນ ພົມວິຫານ ຍັງຖ່າຍທອດ ຄຳທັກທາຍຢ່າງອົບອຸ່ນຈາກ ທ່ານ ຫວຽນວັນລິນ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ມາເຖິງ ທ່ານ ເຕິ້ງສຽວຜີງ ໂດຍກ່າວວ່າ “ຫວຽດນາມ ມີຄວາມເຂົ້າໃຈໃໝ່ ຕໍ່ສະຖານະການຈີນ ແລະ ມີທ່າທີ ປ່ຽນແປງໄປໃນທາງທີ່ດີຂຶ້ນຕໍ່ ຈີນ ແລະ ຍັງໄດ້ກ່າວຕື່ມວ່າ ທ່ານ ຫວຽນວັນລິນ ຫວັງວ່າ ທາງການ ຈີນຈະເຊີນທ່ານມາຢ້ຽມຢາມ”. ທ່ານ ເຕິ້ງສຽວຜີງ ກໍໄດ້ຝາກ ຄຳທັກທາຍຕອບກັບໄປຍັງ ທ່ານ ຫວຽນວັນລິນ ພ້ອມທັງກ່າວວ່າ “ຂ້າພະເຈົ້າຮູ້ຈັກກັບທ່ານ ຫວຽນ ວັນລິນ ມາດົນນານ ຂ້າພະເຈົ້າຮູ້ວ່າ ທ່ານເປັນຄົນມີເຫດຜົນ, ມີຄວາມ ສາມາດໃນການເຮັດວຽກ, ປະທານ ໂຮ່ຈີ່ມິງ ໃຫ້ຄວາມໄວ້ວາງໃຈທ່ານ ຫລາຍຂ້າພະເຈົ້າຫວັງວ່າ ທ່ານ ຈະຕັດສິນໃຈເດັດຂາດ ເພື່ອແກ້ໄຂ ບັນຫາກຳປູເຈຍ. ເມື່ອ ທ່ານ ໄກສອນ ພົມວິຫານ ເດີນທາງກັບຄືນປະເທດ, ທ່ານ ໄດ້ ແວ່ຢຸດພັກທີ່ຫວຽດນາມຊົ່ວຄາວ ແລະ ໄດ້ຖ່າຍທອດຂໍ້ຄວາມຂອງ ທ່ານ ເຕິ້ງສຽວຜີງ ໃຫ້ແກ່ທ່ານ ຫວຽນວັນລິນ ຢ່າງທັນເວລາ ແລະ ຄົບຖ້ວນ ຊຶ່ງທ່ານ ຫວຽນວັນລິນ ກໍ ໄດ້ໃຫ້ຄວາມສຳຄັນກັບຂໍ້ຄວາມນີ້ ເປັນຢ່າງຍິ່ງ. ສານຈາກ ທ່ານ ເຕິ້ງສຽວຜີງ ເຖິງ ທ່ານ ຫວຽນວັນລິນ ໂດຍ ຜ່ານປະທານ ໄກສອນ ພົມວິຫານ ໃນທີ່ສຸດກໍນຳໄປສູ່ການປະຊຸມກັນ ລະຫວ່າງ ຈີນ ແລະ ຫວຽດນາມ ແລະການຢ້ຽມຢາມຈີນຂອງ ເລຂາ ທິການໃຫຍ່ພັກກອມມູນິດຫວຽດ ນາມ ຄື ທ່ານ ໂດ໋ ເມື່ອຍ ປີ 1991 ຢ່າງເປັນທາງການກໍເກີດຂຶ້ນ ອັນ ໄດ້ເຮັດໃຫ້ທັງສອງປະເທດ ຈີນຫວຽດນາມ ໄດ້ຟື້ນຟູສາຍສຳພັນ ຢ່າງເປັນປົກກະຕິ. ການເປັນສື່ກາງໃນບົດບາດການ ທູດສຸດຍອດຂອງ ທ່ານ ໄກສອນ ພົມວິຫານ ແມ່ນຍິ່ງໃຫຍ່ ເພາະເປັນ ການລົບລ້າງຄຳທຳນາຍຂອງນັກ ຄົ້ນຄວ້າການເມືອງ ລະຫວ່າງ ປະ ເທດທີ່ເຄີຍປະເມີນໄວ້ວ່າ ການຂັດ ແຍ່ງກັນລະຫວ່າງ ຈີນ ແລະ ຫວຽດ ນາມ ທີ່ເປັນປະເທດສັງຄົມນິຍົມຄື ກັນ ຈະນຳໄປສູ່ການລົ້ມລະລາຍ ຂອງລະບອບສັງຄົມນິຍົມ! ສະຫລຸບໄດ້ວ່າ, ການພົວພັນ ການທູດ ລາວ-ຈີນ ແມ່ນດຳເນີນ ໄປແບບຖືກຕ້ອງຊອບທຳນຳໄປ ສູ່ການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ນຳເອົາຜົນປະໂຫຍດມາສູ່ທັງສອງ ຊາດກໍຄືປະຊາຊົນດັ່ງຄຳເວົ້າຂອງ ທ່ານ ສີຈິ້ນຜິງ ທີ່ສະທ້ອນໃຫ້ເຫັນ ມິດຕະພາບອັນເລິກເຊິ່ງເປັນອະມະ ຕະຂອງຄວາມເປັນ “ສະຫາຍບວກ ອ້າຍນ້ອງ” ຂອງ ລາວ ແລະ ຈີນ! ຂໍອວຍພອນໃຫ້ສາຍພົວພັນ ການທູດ ລາວ-ຈີນ ຄົບຮອບ 65 ປີ ໝັ້ນຍືນ! ໄຮມ໌ (Kurt Waldheim) ຈໍາ ຕ້ອງໄດ້ອອກມາຖະແຫລງຕໍ່ໜ້າ ບັນດານັກການທູດ ຢູ່ ສປຊ ຢູ່ໜ້າ ປະຕູອາຄານ ສປຊ ເປັນເວລາສັ້ນໆ ບໍ່ຮອດ 1 ນາທີວ່າ: “ການທີ່ ສປຊ ລົດທຸງລົງເຄິ່ງເສົາ ເພື່ອໄວ້ອາໄລ ໂຈ່ ເອີນລາຍ ຄັ້ງນີ້ ເປັນການຕັດສິນ ໃຈຂອງຂ້າພະເຈົ້າ, ເຫດຜົນມີຄື: 1. ຈີນ ເປັນອານາຈັກເກົ່າແກ່ ຊັບສິນເງິນທອງຂອງອານາຈັກນີ້ ມີຫລວງຫລາຍກ່າຍກອງເງິນ ຢວນທີ່ຄົນໃນຊາດນີ້ໃຊ້ກັນກໍມີ ຫລວງຫລາຍທີ່ແຕ່ນາຍົກທ່ານ ໂຈ່ ເອີນລາຍ ກັບບໍ່ມີເງິນຝາກທະ ນາຄານເລີຍແມ່ນແຕ່ຢວນດຽວ. 2. ປະການຕໍ່ມາ ຈີນ ມີປະຊາ ກອນກວ່າ1.000ລ້ານຄົນຄິດເປັນ ¼ ຂອງປະຊາກອນໂລກ ແຕ່ທ່ານ ນາຍົກ ໂຈ່ ເອີນລາຍ ຂອງພວກເຂົາ ບໍ່ມີທາຍາດເລີຍແມ່ນແຕ່ຄົນດຽວ. ປະມຸກແຫ່ງຊາດຂອງພວກທ່ານ ຂໍໃຫ້ທຳໄດ້ພຽງຂໍ້ໜຶ່ງຂໍ້ໃດໃນສອງ ຂໍ້ນີ້ເມື່ອທ່ານເລົ່ານັ້ນເສຍຊີວິດທາງ ສຳນັກງານໃຫຍ່ ສປຊ ກໍຈະລົດ ທຸງລົງເຄິ່ງເສົາ ເພື່ອໄວ້ອາໄລແດ່ ທ່ານຜູ້ນັ້ນ”. ເມື່ອກ່າວຈົບ ທ່ານ Kur t Waldheim ກໍຫັນຫລັງເດີນຈາກ ບົດສະເໜີົີ ໂດຍ: ແສງສະຫວັນັນ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ * ໃນປະຫວັດສາດແຫ່ງການກຳ ເນີດເຕີບໃຫຍ່ຂອງວັນກຳມະກອນ ສາກົນ ວັນທີ 1 ພຶດສະພາ 1886 ຄົບຮອບ 140 ປີ ເຊິ່ງເປັນວັນທີ່ມີ ຄວາມໝາຍສຳຄັນຍິ່ງສຳລັບຊົນຊັ້ນ ກຳມະກອນ ແລະ ຊາວຜູ້ອອກແຮງ ງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນ ກຳມະກອນໄດ້ເຕົ້າໂຮມ ແລະ ສາ ມັກຄີກັນລຸກຮືຂຶ້ນຕໍ່ສູ້ຕ້ານການກົດ ຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນ ຖານຂອງພົນລະເມືອງ ແລະ ຜົນປະ ໂຫຍດອັນຊອບທຳຂອງຕົນຈາກ ພວກນາຍທຶນ. ໃນທ້າຍສະຕະວັດ ທີ 18 ຫາ ຕົ້ນສະຕະວັດທີ 19 ມີ ຫລາຍປະເທດໃນເອີຣົບ ແລະ ອາ ເມລິກາໄດ້ສໍາເລັດການໂຄ່ນລົ້ມ ລະ ບອບສັກດີນາແລະສ້າງຕັ້ງລະບອບ ນາຍທຶນຂຶ້ນແທນ. ບັນດາປະເທດ ເຫລົ່ານັ້ນຈຶ່ງໄດ້ກ້າວເຂົ້າສູ່ການຜະ ລິດແບບອຸດສາຫະກໍາ, ກໍ່ສ້າງ ແລະ ຂະຫຍາຍໂຮງຈັກ, ໂຮງງານຂຶ້ນ ຫລາຍແຫ່ງ. ຈາກນັ້ນ, ຈໍານວນກຳ ມະກອນແລະຊາວຜູ້ອອກແຮງງານ ກໍໄດ້ເຕີບໃຫຍ່ຂະຫຍາຍຕົວໄປ ຄຽງຄູ່ກັບການຜະລິດໃນສັງຄົມ. ຢູ່ພາຍໃຕ້ການປົກຄອງ ຂອງພວກ ນາຍທຶນ ຊົນຊັ້ນກໍາມະກອນ ຖືກກົດ ຂີ່ຂູດຮີດຢ່າງໜັກໜ່ວງ, ຊີວິດການ ເປັນຢູ່ ນັບມື້ນັບທຸກຍາກ, ລຳບາກ. ພວກນາຍທຶນ ໄດ້ບັງຄັບໃຫ້ກຳມະ ກອນອອກແຮງງານ14ຫາ15ຊົ່ວ ໂມງຕໍ່ມື້ ແຕ່ໄດ້ຄ່າແຮງງານຕໍ່າ. ຍ້ອນສາເຫດດັ່ງກ່າວ ຈຶ່ງມີຫລາຍ ຂະບວນການຂອງກຳມະກອນລຸກ ຂຶ້ນຕໍ່ສູ້ເຊັ່ນ: ຂະບວນການຕໍ່ສູ້ລຸກຮື ຂຶ້ນ ຂອງກຳມະກອນເກີດຂຶ້ນ ຄັ້ງ ທຳອິດແມ່ນຢູ່ປະເທດອັງກິດ ໃນປີ 1764 ເພື່ອປົກປ້ອງເອົາສິດ ແລະ ຜົນປະໂຫຍດອັນຊອບທໍາມາສູ່ຕົນ ເອງ, ຊົນຊັ້ນກໍາມະກອນຈຶ່ງໄດ້ຈັດ ຕັ້ງ “ອົງການກໍາມະບານ” ເປັນຕົວ ແທນຂອງຕົນຂຶ້ນ ຈຶ່ງເຮັດໃຫ້ຂະ ບວນການຕໍ່ສູ້ຂອງຊົນຊັ້ນກໍາມະ ກອນ, ຊາວຜູ້ອອກແຮງງານ ນັບມື້ ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ໃນປີ 1830 ຊຶ່ງເປັນຂະບວນການ ຕໍ່ສູ້ທີ່ກວ້າງຂວາງທົ່ວປະເທດຂອງ ຊົນຊັ້ນກຳມະກອນ. ຕໍ່ມາຂະບວນ ການລຸກຮືຂຶ້ນຂອງກຳມະກອນ ຢູ່ ປະເທດຝຣັ່ງ ເມືອງລີອົງ, ໃນປີ 1831 ໃນເບື້ອງຕົ້ນຂະບວນປະ ທ້ວງແບບສັນຕິ ຮຽກຮ້ອງໃຫ້ເຈົ້າ ຂອງໂຮງຈັກ, ໂຮງງານເພີ່ມເງິນ ເດືອນ, ປັບປຸງເງື່ອນໄຂສະຖານ ທ່ີເຮັດວຽກແຕ່ຖືກຊົນຊັ້ນນາຍທຶນ ປາບປາມ ດ້ວຍການໃຊ້ປືນຍິງໃສ່ ມວນຊົນ. ຕໍ່ເຫດການດັ່ງກ່າວ, ກຳ ມະກອນຈຶ່ງຕ້ອງຈັບປືນລຸກຂຶ້ນ ຕ້ານຄືນ ແລະ ຢຶດໄດ້ຕົວເມືອງເປັນ ເວລາສາມວັນ. ຕໍ່ມາຂະບວນການ ດັ່ງກ່າວ ໄດ້ຖືກສະຫລາຍຕົວ ຍ້ອນ ພວກນາຍທຶນປາບປາມຢ່າງຮຸນ ແຮງ. ໃນເດືອນພະຈິກ ປີ 1884 ຢູ່ ເມືອງຫລວງຊີກາໂກ້ ຂອງປະເທດ ສະຫະລັດອາເມລິກາ ຊົນຊັ້ນກຳ ມະກອນໄດ້ມີການຕໍ່ສູ້ກັບພວກ ນາຍທຶນຢ່າງຮຸນແຮງ ເພື່ອທວງໃຫ້ ມີການເພີ່ມເງິນເດືອນ, ຫລຸດຜ່ອນ ຊົ່ວໂມງເຮັດວຽກ, ຮຽກຮ້ອງໃຫ້ ກໍາມະກອນ ແລະ ຊາວຜູ້ອອກແຮງ ງານລຸກຂຶ້ນຕໍ່ສູ້ທວງເອົາສິດຂອງ ຕົນ. ຂະບວນກຳມະກອນຢູ່ປະເທດ ເຢຍລະມັນ ໃນປີ 1884 ໄດ້ມີການ ລຸກຮືຂຶ້ນໃນຂະບວນການປະທ້ວງ ຂອງກຳມະກອນຕໍ່າແຜ່ນເຮັດໃຫ້ມີ ຫລາຍຄົນຖືກຈັບ. ຕໍ່ຂະບວນການ ດັ່ງກ່າວ ໄດ້ເປັນເຫດການທາງ ດ້ານປະຫວັດສາດທີ່ຍິ່ງໃຫຍ່ຂອງ ຂະບວນການກຳມະກອນປະເທດ ເຢຍລະມັນ ແລະ ສົ່ງຜົນກະທົບຕໍ່ຂະ ບວນການຕໍ່ສູ້ຂອງກໍາມະກອນຢູ່ ບັນດາປະເທດເອີຣົບ ແລະ ອາເມລິ ກາ ໃນສັດຕະວັດ ທີ 19. ມາຮອດວັນທີ 1 ພຶດສະພາ 1886 ໄດ້ມີເຫດການທີ່ມີຄວາມ ໝາຍທາງດ້ານປະຫວັດສາດຂອງ ຂະບວນການກຳມະກອນປະເທດ ອາເມລິກາ ແມ່ນການເດີນປະທ້ວງ ໃຫຍ່ທີ່ສຸດ. ຂະບວນການດັ່ງກ່າວ, ໄດ້ຮຽກຮ້ອງເອົາສິດທິໃນການ ອອກແຮງງານມື້ໜຶ່ງ 8 ຊົ່ວໂມງ (8 ຊົ່ວໂມງເຮັດວຽກ, 8 ຊົ່ວໂມງ ພັກຜ່ອນ, 8 ຊົ່ວໂມງໃຫ້ໄດ້ມີໂອ ກາດໄດ້ຮໍ່າຮຽນ). ໃນມື້ນັ້ນໄດ້ມີ ຫລອງຢ່າງຄຶກຄື້ນ ໃນແຕ່ລະປີຢູ່ ຫລາຍປະເທດທົ່ວໂລກ. ສະເພາະຢູ່ ສປປ ລາວ ຂອງ ພວກເຮົາກໍໄດ້ມີການຈັດຕັ້ງສະ ເຫລີມສະຫລອງ ດ້ວຍການຈັດກິດ ຈະກໍາຕ່າງໆຢ່າງເປັນຂະບວນຟົດ ຟື້ນ, ເຕັມໄປດ້ວຍເນື້ອໃນເລິກເຊິ່ງ, ສະທ້ອນໃຫ້ເຫັນມູນເຊື້ອການກໍາ ເນີດຂອງວັນກໍາມະກອນສາກົນ, ມູນເຊື້ອ-ຜົນງານຂອງຊົນຊັ້ນກໍາ ມະກອນລາວໃນແຕ່ລະປະຫວັດ ສາດ, ກໍ່ຄື ຜົນງານຂອງອົງການກໍາ ມະບານລາວຕະຫລອດໄລຍະ ຜ່ານມາ ພາຍໃຕ້ການຊີ້ນຳ ໂດຍ ກົງຂອງພັກປະຊາຊົນປະຕິວັດ ລາວ, ອົງການກຳມະບານລາວ ແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາ ອົບຮົມການເມືອງແນວຄິດໃຫ້ ກຳມະກອນໃນການສືບຕໍ່ເສີມ ຂະຫຍາຍທາດແທ້, ລັກສະນະດີ ເລີດຂອງຊົນຊັ້ນກຳມະກອນ ແລະ ມູນເຊື້ອປະຕິວັດອັນດີງາມຂອງ ຊາດ, ປະຕິບັດສິດ ແລະ ພັນທະເຂົ້າ ໃນພາລະກິດປະຕິວັດໃນໄລຍະໃໝ່ ຢ່າງຖືກຕ້ອງ. ປັດຈຸບັນຊົນຊັ້ນກຳ ມະກອນລາວຢູ່ຕາມຫົວໜ່ວຍແຮງ ງານ, ໂຮງຈັກ, ໂຮງງານ,ຮາກຖານ ຕ່າງໆ ໄດ້ເປັນເຈົ້າການປະກອບ ສ່ວນທາງສະຕິປັນຍາ ແລະ ກຳລັງ ແຮງໃນການພັດທະນາເສດຖະກິດ- ສັງຄົມ ໃຫ້ມີການເຕີບໃຫຍ່ເຂັ້ມແຂງ ເປັນຕົ້ນ: ການກໍ່ສ້າງຖະໜົນຫົນ ທາງ, ຂົວ, ອາຄານ, ການຂຸດຄົ້ນ ແຮ່ທາດ, ນ້ຳປະປາ, ກົນຈັກ, ສ້ອມ ແປງ, ບໍລິການປຸງແຕ່ງ, ການຄົມ ມະນາຄົມ, ປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ ແລະ ອື່ນໆ ລ້ວນ ແຕ່ມີການປະກອບສ່ວນຢ່າງຕັ້ງໜ້າ ຂອງກຳມະກອນ ແລະ ຊາວຜູ້ອອກ ແຮງງານເຮັດໃຫ້ພື້ນຖານໂຄງ ລ່າງ ແລະ ເສດຖະກິດ-ສັງຄົມຂອງ ຊາດມີຄວາມໜັກແໜ້ນເຂັ້ມແຂງ ຕາມຄຳຂວັນທີ່ວ່າ: “ກຳມະບານ ລາວເຂັ້ມແຂງ, ທັນສະໄໝ, ສາ ມັກຄີ, ມີວິໄນ ແລະ ນໍ້າໃຈສາກົນ ກໍາມະຊີບ”. ແນວໃດກໍຕາມ, ສູນກາງສະຫະ ພັນກໍາມະບານລາວຮຽກຮ້ອງມາ ຍັງການນໍາພັກ, ລັດ ແຕ່ລະຂັ້ນ ເອົາໃຈໃສ່ນໍາພາ-ຊີ້ນຳການຈັດຕັ້ງ ກໍາມະບານໃນຂັ້ນຂອງຕົນໃຫ້ສາ ມາດປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ຖືກ ຕ້ອງ ແລະ ປະກົດຜົນເປັນຈິງ; ຮຽກ ຮ້ອງມາຍັງອົງການຈັດຕັ້ງກໍາມະ ບານຢູ່ແຕ່ລະຂັ້ນ, ແຕ່ລະບ່ອນຈົ່ງ ເປັນເຈົ້າການຈັດຕັ້ງປະຕິບັດຕາມ ສິດແລະໜ້າທີ່ຂອງຕົນໃຫ້ຖືກຕ້ອງ, ເຂັ້ມງວດ ແລະ ມີປະສິດຕິຜົນສູງ; ຮຽກຮ້ອງໃຫ້ບັນດາສະມາຊິກກໍາ ມະບານລາວເອົາໃຈໃສ່ຈັດຕັ້ງປະ ຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນ ເຈົ້າໃຫ້ຖືກຕ້ອງ ແລະ ມີປະສິດທິ ຜົນ; ບັນດາກໍາມະກອນ, ຊາວຜູ້ ອອກແຮງງານຈົ່ງຕັ້ງໜ້າປະຕິບັດ ໜ້າທີ່, ສິດ ແລະ ພັນທະຂອງຕົນ ໃຫ້ຖືກຕ້ອງ, ມີຜົນສໍາເລັດ ແລະ ມີ ປະສິດທິຜົນສູງ. ກໍາມະກອນພາກັນນັດຢຸດງານເຖິງ 5.000 ແຫ່ງ ໃນຕົວເມືອງໃຫຍ່ ຂອງປະເທດສະຫະລັດອາເມລິກາ ເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ, ແລະ ອື່ນໆ, ໄດ້ດຶງດູດກຳມະກອນ ຈຳນວນ 340.000 ຄົນ ພ້ອມ ກັນແຫ່ປະທ້ວງຕາມເສັ້ນທາງ, ພາຍໃຕ້ການນໍາພາຂອງສະຫະພັນ ແຮງງານອາເມລິກາ ເຖິງວ່າການ ປະທ້ວງຈະຖືກປາບປາມ, ກຳມະ ກອນຖືກລົ້ມຕາຍ, ຖືກບາດເຈັບ, ແຕ່ ສຸດທ້າຍຂະບວນການດັ່ງກ່າວ ກໍ ໄດ້ຮັບໄຊຊະນະຢູ່ບ່ອນວ່າ: ໄດ້ມີ ກຳມະກອນ ຈຳນວນ 182.000 ຄົນ ໄດ້ເຮັດວຽກມື້ໜຶ່ງ 8 ຊົ່ວໂມງ ຫລາຍກວ່າໝູ່ແມ່ນ ກຳມະກອນໃນ ຂະແໜງກໍ່ສ້າງ. ຈາກຂະບວນການ ຕໍ່ສູ້ດັ່ງກ່າວ, ໃນກອງປະຊຸມໃຫຍ່ ພັກກອມມູນິດສາກົນ ຄັ້ງທີ 2 ທີ່ຈັດ ຂຶ້ນຢູ່ນະຄອນຫລວງປາຣີ, ປະເທດ ຝຣັ່ງ ໃນວັນທີ 14 ພຶດສະພາ ປີ 1889 ຈຶ່ງໄດ້ຮັບຮອງເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະ ກອນສາກົນ ຈົນມາເຖິງປັດຈຸບັນນີ້. ນັບແຕ່ນັ້ນມາ, ວັນທີ 1 ພຶດສະພາ ໄດ້ກາຍເປັນວັນບຸນໃຫຍ່ ທີ່ມີຄວາມ ໝາຍສຳຄັນຢ່າງຍິ່ງຂອງຊົນຊັ້ນ ກຳມະກອນ ແລະ ຊາວຜູ້ອອກແຮງ ງານໃນທົ່ວໂລກ, ເປັນວັນບຸນມະຫາ ສາມັກຄີທີ່ຊົນຊັ້ນກຳມະກອນໄດ້ ສະແດງພະລັງແຮງທີ່ເຂັ້ມແຂງ ຂອງຕົນ ແລະ ມີການສະເຫລີມສະ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==