7259

gsfdko{dkora fmtok xtgmf]k; ( 22/04/2026 ຂປລ. ແຫລ່ງຂ່າວຈາກແຂວງ ຈໍາປາສັກ ໃຫ້ຮູ້ວ່າ: ກອງປະຊຸມ ແລກປ່ຽນບົດຮຽນລະຫວ່າງ ພະແນກຍຸຕິທຳແຂວງຈຳປາສັກ ສປປ ລາວ ກັບພະແນກຍຸຕິທຳ ແຂວງແຄັງຮວາ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 21 ເມສາ 2026 ຢູ່ພະແນກຍຸຕິທຳແຂວງຈຳປາສັກ ໂດຍມີ ທ່ານ ສອນສະຫວັນ ສີວິໄລ ກຳມະການພັກແຂວງ, ຫົວໜ້າ ພະແນກຍຸຕິທຳ ແຂວງຈຳປາສັກ, ທ່ານ ເຈີນ ວັນ ຫຽວ ຫົວໜ້າພະ ແນກຍຸຕິທຳແຂວງແຄັງຮວາ ສສ ຫວຽດນາມ, ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າຂະແໜງການທີ່ກ່ຽວ ຂ້ອງພາຍໃນພະແນກຍຸຕິທຳທັງ ສອງຝ່າຍເຂົ້າຮ່ວມ. ໂອກາດນີ້, ທັງສອງຝ່າຍໄດ້ ລາຍງານສະພາບຈຸດພິເສດທີ່ຕັ້ງ ພາລະບົດບາດ ແລະ ການຈັດຕັ້ງ ປະຕິບັດວຽກງານໃນໄລຍະທີ່ຜ່ານ ມາ ຂອງຕົນໃຫ້ກັນຊາບ, ພ້ອມ ທັງໄດ້ມີການແລກປ່ຽນບົດຮຽນ, ປະສົບການໃນການເຄື່ອນໄຫວ ວຽກງານຂົງເຂດຍຸຕິທໍາເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນ ວຽກງານວິຊາການ, ການເກັບ ມ້ຽນເອກະສານຫລັງການຢັ້ງຢືນ, ວຽກງານການຈໍລະຈອນເອກະ ສານຜ່ານລະບົບປະຕູດຽວ, ການ ໂຄສະນາ-ຝຶກອົບຮົມກົດໝາຍ ແລະ ສ້າງສະຕິເຄົາລົບກົດໝາຍໃຫ້ ປະຊາຊົນ ແລະ ຂັ້ນຕອນການຄົ້ນ ຄວ້າວຽກງານນິຕິກຳຕ່າງໆ. ໃນໄລຍະຜ່ານມາ, ສອງຝ່າຍ ກໍໄດ້ມີການຜັດປ່ຽນກັນຢ້ຽມຢາມ ແລກປ່ຽນບົດຮຽນຮ່ວມກັນຢ່າງ ເປັນປົກກະຕິ ແລະ ສະໜິດແໜ້ນ. ຂໍ້ມູນ: ປະພິດ ສີສົມບູນ ພາບ: ຈິນດາວັນ ຍອດຄໍາດີ 9exkla d{c7a 'I;k c]dxj Po [q fIPo;Pd'kop5 8y me lr0 lts;a ootg0f pq dl6 '75 ootrk[ fh kogoN v.odv'xt-5 ,7A 'xt4q ,,t]n d ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 21 ເມສາ 2026 ນີ້, ສະພາປະຊາຊົນ ພສຂ ແຂວງສະຫວັນນະເຂດ ຈັດ ກອງປະຊຸມຍົກສູງຄຸນນະພາບທາງ ດ້ານເນື້ອໃນ ໃຫ້ແກ່ກອງປະຊຸມຄັ້ງ ປະຖົມມະລືກຂອງສະພາປະຊາຊົນ ແຂວງຊຸດທີVທີ່ຈະຈັດຂຶ້ນໃນວັນທີ 22-24 ເມສາ ໂດຍການເຂົ້າຮ່ວມ ຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາ ຄະນະບໍລິຫານງານພັກແຂວງ, ທ່ານ ກົງແກ້ວ ມີວໍລະຈັກ ປະທານ ສະພາປະຊາຊົນແຂວງ, ມີບັນດາ ສະມາຊິກສະພາແຫ່ງຊາດປະຈຳ ເຂດເລືອກຕັ້ງທີ 13 ແຂວງສະຫວັນ ນະເຂດ, ສະມາຊິກສະພາປະຊາຊົນ ແຂວງປະຈຳເມືອງ -ນະຄອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ກົງແກ້ວ ມີວໍລະຈັກ ປະ ທານສະພາປະຊາຊົນແຂວງ ໄດ້ ໃຫ້ຮູ້ວ່າ: ເພື່ອເປັນການກະກຽມ ຄວາມພ້ອມທາງດ້ານເນື້ອໃນໃຫ້ ແກ່ການດໍາເນີນກອງປະຊຸມຄັ້ງປະ ຖົມມະລືກ ຂອງສະພາປະຊາຊົນ ແຂວງ ຊຸດທີV, ຄະນະປະຈໍາສະພາ pq d]tfa [ma dlt c]t lh k'3vdkfvk-u [ .sh w;|5 j , 30 [h ko .ogmlt[koc0;' ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ພິທີວາງ ສີລາລືກໂຄງການກໍ່ສ້າງໂຮງຮຽນ ສາມັນວິຊາຊີບແບບປະສົມວັງເງິນ ແຂວງຫລວງພະບາງ ຈັດຂຶ້ນໃນ ວັນທີ 20 ເມສາ 2026 ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ປະທານສະພາ ປະຊາຊົນແຂວງ, ທ່ານ ຫວູ້ ງ໊ອກ ລີ ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອ ແຂວງຫລວງພະ ບາງ, ພ້ອມດ້ວຍຜູ້ຕາງໜ້າພະແນກ ການຂອງແຂວງ, ນະຄອນຫລວງ ພະບາງ, ຄະນະກຳມະການຮັບ ຜິດຊອບໂຄງການກໍ່ສ້າງ, ຄະ ນະອຳນວຍການໂຮງຮຽນ, ພະ ນັກງານຄູ, ອົງການປົກຄອງບ້ານ ແລະ ປະຊາຊົນ ເຂົ້າຮ່ວມ. ໃນພິທີ, ທ່ານ ສຸລິເດດ ແກ້ວ ບົວລະເພັດ ຫົວໜ້າພະແນກສຶກສາ ທິການ ແລະ ກິລາແຂວງ ໄດ້ມີ ຄຳເຫັນວ່າ: ສົກຮຽນ 20252026 ທົ່ວແຂວງມີໂຮງຮຽນທັງ ພາກລັດ ແລະ ເອກະຊົນທັງໝົດ 1.034 ແຫ່ງ. ໃນນັ້ນ, ມີຫ້ອງ ລ້ຽງເດັກ ແລະ ອະນຸບານ 200 ແຫ່ງ, ໂຮງຮຽນປະຖົມສຶກສາ 714 ແຫ່ງ, ມັດທະຍົມຕອນຕົ້ນ 66 ແຫ່ງ, ມັດທະຍົມສົມບູນ 53 ແຫ່ງ ແລະ ມັດທະຍົມຕອນປາຍ 1 ແຫ່ງ, ມີ ຫ້ອງສອນຄວບ 1.042 ຫ້ອງ ກວມ ຫລາຍກວ່າ 47% ຂອງຈໍານວນ ຫ້ອງຮຽນທັງໝົດ, ມີນັກຮຽນແຕ່ ຊັ້ນລ້ຽງເດັກຮອດມັດທະຍົມຕອນ ປາຍທັງໝົດ 107.587 ຄົນ, ຍິງ 54.440 ຄົນ, ມີຄູສອນທັງໝົດ 5.612 ຄົນ, ຍິງ 3.327 ຄົນ. ສະເພາະໂຮງຮຽນປະຖົມວັງເງິນ ໄດ້ສ້າງຂຶ້ນໃນສົກຮຽນ 20182019, ປັດຈຸບັນມີຄູອະນຸບານ ແລະ ປະຖົມ ທັງໝົດ 10 ຄົນ, ຍິງ 9 ຄົນ, ມີນັກຮຽນອະນຸບານ ແລະ ປະຖົມ 280 ຄົນ, ຍິງ 113 ຄົນ. ທ່ານ ຫວໍ ດ້າຍບາກ ປະທານ ບໍລິສັດ ວິນາ ກໍ່ສ້າງເຄຫາສະຖານ ແລະ ສ້ອມແປງຈຳກັດ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຂັ້ນຕອນ ແລະ ລະບຽບການ ບໍລິສັດ ວິນາກໍ່ສ້າງ ເຄຫາສະຖານ ແລະ ສ້ອມແປງ ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໃນວັນທີ 21-29 ເມສາ 206 ນີ້, ຜູ້ຕາງໜ້າໂຄງການ ຝຶກອົບຮົມ ແລະ ສະໜັບສະໜູນ ການຈ້າງງານພ້ອມຄະນະໄດ້ລົງ ເຜີຍແຜ່ ແລະ ແນະນຳ ແບບຟອມ ວົງຈອນການໃຫ້ຄຳປຶກສາ ດ້ານ ການຈ້າງງານ ໃຫ້ແກ່ຜູ້ວ່າງງານ ພາຍໃຕ້ໂຄງການຝຶກອົບຮົມ ແລະ ສະໜັບສະໜູນການຈ້າງງານ (VTESS) ໂດຍໄດ້ຮັບການສະ ໜັບສະໜູນ ຈາກອົງການຮ່ວມມື ພັດທະນາສະວິດ (SDC) ຮ່ວມ ກັບພາກສ່ວນກ່ຽວຂ້ອງ ໂດຍມີ ຮອງນາຍບ້ານດອນໄຊ ພ້ອມດ້ວຍ ພໍ່ແມ່ຜູ້ປົກຄອງ ແລະ ໄວໜຸ່ມ ຜູ້ວ່າງ ງານເຂົ້າຮ່ວມ. ຄະນະຮັບຜິດຊອບໂຄງການ ໄດ້ເຜີຍແຜ່ ແລະ ແນະນຳແບບ ຟອມວົງຈອນການໃຫ້ຄຳປຶກສາ ດ້ານການມີວຽກເຮັດງານທຳແກ່ ຜູ້ເຂົ້າຮ່ວມ ໂດຍມີເປົ້າໝາຍ ເພື່ອ ຍົກລະດັບທັກສະໃຫ້ແກ່ ຊາວໜຸ່ມໄວໜຸ່ມ ໂດຍສະເພາະ ກຸ່ມອາຍຸ 15-35 ປີ ໃຫ້ມີຄວາມຮູ້ ແລະ ທັກ ສະຈຳເປັນສາມາດເອົາໄປນຳໃຊ້ ໃນການປະກອບອາຊີບ ຫລື ສ້າງ ທຸລະກິດໄດ້ດ້ວຍຕົນເອງ. ໂຄງການ ນີ້ ມີບ້ານເປົ້າໝາຍ 30 ບ້ານ ໃນ ເທສະບານແຂວງ ແລະ ແບ່ງການ ດຳເນີນອອກເປັນ 3 ຈຸດ ເພື່ອໃຫ້ ຄວບຄຸມກຸ່ມເປົ້າໝາຍໄດ້ຢ່າງທົ່ວ ເຖິງ. ພ້ອມນັ້ນ, ຍັງເປັນການເປີດ ໂອກາດໃຫ້ໄວໜຸ່ມທີ່ຂາດໂອກາດ ໄດ້ເຂົ້າຮ່ວມຝຶກອົບຮົມ ແລະ ກ້າວ ເຂົ້າສູ່ຕະຫລາດແຮງງານ. ເນື້ອໃນການຝຶກອົບຮົມ ມີທັງ ດ້ານທັກສະຊີວິດ ແລະ ທັກສະວິຊາ ຊີບ ເຊັ່ນ: ການຮູ້ຈັກຕົນເອງ, ການ ຕັ້ງເປົ້າໝາຍ, ການສື່ສານ, ການ ເຮັດວຽກເປັນທີມ, ການຮັບຟັງຄຳ ແນະນຳ (Feedback), ການ ກຽມຄວາມພ້ອມກ່ອນເຂົ້າວຽກ, ການຂຽນໃບສະໝັກວຽກ, ການ ຈັດເຮັດ CV ແລະ ທັກສະການ ສຳພາດວຽກ. ນອກນີ້ ໂຄງການຍັງ ໄດ້ສະໜັບສະໜູນ ໃຫ້ແກ່ຜູ້ເຂົ້າຮ່ວມ ເຊັ່ນ: ຄ່າເດີນທາງ, ຄ່າອາຫານ ແລະ ທີ່ພັກ ໃນໄລຍະການຝຶກອົບ ຮົມ, ພ້ອມທັງສ້າງການເຊື່ອມໂຍງ ກັບສະຖານທີ່ປະກອບການ ເພື່ອ ເປີດໂອກາດໃນການຝຶກງານ ແລະ ການຈ້າງງານ. ຂ່າວ: ຄຳພັນ ແກ້ວມະນີ ;k'lu ]k]n d37'dkod= j lh k'3I'IPo lk,a o;y -k-u [c[[xtlq ,;a 'g'o ຈຳກັດ ໄດ້ຮັບການຄັດເລືອກ ແລະ ເປັນຜູ້ຊະນະໃນການປະມູນ ໂຄງການກໍ່ສ້າງ, ຕາມສັນຍາຮັບ ເໝົາ ເລີ່ມລົງມືກໍ່ສ້າງ ໃນວັນທີ 23 ມີນາ 2026 ຊຶ່ງໃຊ້ເວລາທັງໝົດ 24 ເດືອນ ຫລື ໃຫ້ສໍາເລັດ ແລະ ມອບຮັບໂຄງການໃນເດືອນມີນາ 2028 ໂດຍໄດ້ຮັບທຶນຊ່ວຍເຫລືອ ລ້າ ຂອງແຂວງກວາງນິງ ສສ ຫວຽດນາມ ຈໍານວນ 50 ຕື້ດົງ. ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການນຳຂອງ ແຂວງກວາງນິງ ທີ່ໄດ້ຊ່ວຍເຫລືອ ພັດທະນາພື້ນຖານໂຄງລ່າງວຽກ ງານການສຶກສາຕະຫລອດມາ ອັນໄດ້ເຮັດໃຫ້ມິດຕະພາບ ແລະ ການຮ່ວມມືແບບພິເສດຮອບດ້ານ ຂອງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ກໍຄື ແຂວງ ຫລວງພະບາງ ກັບແຂວງກວາງນິງ ໄດ້ຮັບການເພີ່ມພູນຄູນສ້າງ ເຮັດໃຫ້ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫລວງພະບາງ ມີການ ຂະຫຍາຍຕົວ. ພ້ອມນີ້, ທ່ານໄດ້ ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງ ຮ່ວມມືກັນສົ່ງເສີມສະໜັບສະໜູນ ໂຄງການກໍ່ສ້າງໃຫ້ສໍາເລັດຕາມ ແຜນທີ່ວາງໄວ້, ທັງພັດທະນາໂຮງ ຮຽນສາມັນວິຊາຊີບໃຫ້ເປັນໄປ ຕາມລະບົບຄົບຊຸດ, ຮັບປະກັນ ຄຸນນະພາບ ແລະ ຍືນຍົງ. ຂ່າວ-ພາບ: ສອນອາຄົມ ປະຊາຊົນແຂວງ ໄດ້ມີການຄົ້ນຄວ້າ ສ້າງແຜນດໍາເນີນກອງປະຊຸມຍົກ ສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຊຸດທີ V. ທັງນີ້, ກໍເພື່ອຮັບປະກັນໃຫ້ການ ດໍາເນີນກອງປະຊຸມດັ່ງກ່າວດໍາເນີນ ໄປຢ່າງມີປະສິດທິຜົນ ແລະ ສໍາເລັດ ຕາມຄາດໝາຍທີ່ວາງໄວ້. ໂອກາດນີ້, ທ່ານນາງດາວວອນ ໄຊສຸລຽນ ປະທານຄະນະກຳມະ ການປົກຄອງແຂວງ ໄດ້ຜ່ານບົດ ລາຍງານແຜນພັດທະນາເສດຖະ ກິດ-ສັງຄົມ ຂອງແຂວງ 5 ປີ ຄັ້ງ ທີ X (2026-2030) ໃນໄລຍະ ຜ່ານມາ, ພາຍໃຕ້ການນໍາພາ-ຊີ້ ນໍາຂອງຄະນະພັກ ແລະ ອົງການ ປົກຄອງແຂວງສະຫວັນນະເຂດ ການພັດທະນາເສດຖະກິດ-ສັງຄົມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງ ໜ້າ ແລະ ມີຜົນສໍາເລັດອັນພົ້ນເດັ່ນ ໃນຫລາຍດ້ານ. ແຂວງສະຫວັນນະ ເຂດໄດ້ສຸມໃສ່ຂຸດຄົ້ນທ່າແຮງບົ່ມ ຊ້ອນ ແລະ ຂີດຄວາມສາມາດບວກ ກັບກໍາລັງແຮງຂອງທຸກພາກສ່ວນ ໃນສັງຄົມເ ຮັດໃຫ້ເ ສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມ ຍອດຜະລິດຕະພັນພາຍໃນ(GDP) ສະເລ່ຍ 8%ຕໍ່ປີ, ບັນລຸໄດ້ 40.698 ຕື້ກວ່າກີບ, ລາຍໄດ້ສະເລ່ຍຕໍ່ຫົວ ຄົນ 35,79 ລ້ານກີບຕໍໍ່ຄົນຕໍໍ່ປີ, ໂຄງ ປະກອບເສດຖະກິດມີການຫັນປ່ຽນ ຢ່າງຕັັ້ງໜ້າ ໂດຍສະເພາະຂະແໜງ ອຸດສາຫະກໍາປຸງແຕ່ງ ແລະ ບໍລິການ ທີີ່ກາຍເປັນແຮງຂັບເຄື່ອນ, ທົ່ວ ແຂວງສາມາດຈັດເກັບລາຍຮັບ ເຂົ້າງົບປະມານໄດ້ທັງໝົດ 15,84 ພັນຕື້ກີບ, ບັນລຸໄດ້ເຖິງ 135% ຂອງແຜນການ 5 ປີ. ພ້ອມກັນນັ້ນ, ບັນດາເມືອງ ແລະ ນະຄອນໃນທົ່ວ ແຂວງ ກໍສາມາດຈັດຕັ້ງປະຕິບັດ ການເກັບລາຍຮັບໄດ້ຢ່າງມີປະສິດທິ ຜົນ ແລະ ລື່ນແຜນການໃນທຸກໆ ເມືອງ ແລະ ນະຄອນ. ຄຽງຄູ່ກັນນັັ້ນ ແຂວງສາມາດລະດົມແຫລ່ງທຶນ ເພື່ອພັດທະນາ ໄດ້ 52,708 ຕື້ກີບ, ລື່ນແຜນ 55,66%; ພື້ນຖານໂຄງ ລ່າງຂະແໜງກະສິກໍາໄດ້ຮັບການ ປັບປຸງໃຫ້ດີຂຶ້ນເທື່ອລະກ້າວ ໂດຍ ສາມາດຜະລິດເຂົ້າເປືອກໄດ້ 4,36 ລ້ານໂຕນ ແລະ ສົ່ງອອກເຂົ້າສານ ໄດ້ 129.878 ໂຕນ ແລະ ອື່ນໆ. y

RkJQdWJsaXNoZXIy MTc3MTYxMQ==