7259

xtgmf]k; 6 22/04/2025 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d [q fIPodkora fmtokglf4tdy f,= ]tfq d0v' ll s;Pfok, ໂດຍ: ດຣ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ 37ltokx6 d9y fleob d fh ko7;k,xvfwrmk's];' ຂປລ. ເມື່ອບໍ່ດົນມານີ້, ທີມງານ ໂຄສະນາເຜີຍແຜ່ປູກຈິດສຳນຶກ ດ້ານຄວາມປອດໄພທາງຫລວງໄດ້ ລົງໂຄສະນາ, ເຜີຍແຜ່ ແລະ ປູກຈິດ ສຳນຶກໃຫ້ແກ່ ຄູ-ອາຈານ, ນັກຮຽນ ຢູ່ໂຮງຮຽນ ມ.ສ ແກ້ວກູ່ ແລະ ມ.ສທ່າຊັນ ເມືອງແກ້ວອຸດົມ ແຂວງ ວຽງຈັນ ໂດຍການນໍາພາຂອງ ທ່ານ ອານົງ ອິນທະວົງ ຫົວໜ້າຂະແໜງ ຂົນສົ່ງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ, ມີບັນດາ ຄະນະພະແນກການທີ່ກ່ຽວຂ້ອງຂັ້ນ ແຂວງ, ອຳນວຍການໂຮງຮຽນ, ຄູ- ອາຈານ, ພ້ອມດ້ວຍນັກຮຽນຂອງ ທັງສອງໂຮງຮຽນເຂົ້າຮ່ວມ. ທ່ານ ອານົງ ອິນທະວົງ ໃຫ້ຮູ້ ວ່າ: ວຽກງານໂຄສະນາເຜີຍແຜ່ປູກ ຈິດສໍານຶກກ່ຽວກັບຄວາມປອດໄພ ທາງຫລວງ ເປັນໜ້າວຽກທີ່ນອນ ໃນແຜນພັດທະນາ 5 ປີ 20262030 ຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ແຜນຍຸດທະສາດຂອງ ພະແນກໂຍທາທິການ ແລະ ຂົນສົ່ງ ການສັນຈອນໃຫ້ມີຄວາມຄ່ອງ ຕົວ, ສະດວກ, ໂລ່ງລຽນ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເຮັດ ໃຫ້ຜູ້ນໍາໃຊ້ພາຫະນະ, ນໍາໃຊ້ຖະໜົນ ຫົນທາງມີຄວາມຮູ້ພື້ນຖານ ແລະ ຖືກຕ້ອງຕາມກົດຈະລາຈອນ, ສາ ມາດຫລຸດຜ່ອນອຸບັດເຫດຕາມທາງ ຫລວງ, ຄວາມແອອັດ, ການປົກ ປ້ອງຊີວິດ, ຊັບສິນຂອງບຸກຄົນ ແລະ ສ່ວນລວມ ພ້ອມທັງປະກອບສ່ວນ ເຂົ້າໃນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ. ເພື່ອແນໃສ່ ປູກຈິດສຳນຶກໃນດ້ານຄວາມປອດ ໄພໃຫ້ຄູ-ອາຈານ ແລະ ນັກຮຽນ ທີ່ຂັບຂີ່ພາຫະນະໃຫ້ບັນດາໂຮງ ຮຽນໄດ້ຮັບຮູ້ເຖິງຜົນຮ້າຍ ແລະ ເຂົ້າໃຈແຈ້ງຕໍ່ກົດລະບຽບຈະລາ ຈອນ, ປ້າຍເຕືອນ, ປ້າຍຫ້າມຕ່າງໆ ຕາມເສັ້ນທາງຫລວງໃຫ້ມີຄວາມ ເປັນລະບຽບຮຽບຮ້ອຍ ເພື່ອແນໃສ່ ຫລຸດຜ່ອນການເກີດອຸບັດເຫດຕາມ ຖະໜົນຫລວງໃຫ້ນັບມື້ຫລຸດລົງ. ແນວໃດຕາມ, ການລົງໂຄສະນາ ເຜີຍແຜ່ປູກຈິດສຳນຶກດ້ານຄວາມ ປອດໄພທາງຫລວງໃນຂອບເຂດ ແຂວງວຽງຈັນໃນຄັ້ງນີ້ ບັນດາພະ ແນກການກ່ຽວຂ້ອງຂັ້ນແຂວງກໍໄດ້ ຜັດປ່ຽນກັນຂຶ້ນເຜີຍແຜ່ບັນດາເອ ກະສານສຳຄັນ ໂດຍສະເພາະແມ່ນ ລະບຽບກົດໝາຍວ່າດ້ວຍການຈະ ລາຈອນທາງບົກ, ດໍາລັດວ່າດ້ວຍ ກົດຈະລາຈອນທາງບົກ, ດຳລັດວ່າ ດ້ວຍການປັບໃໝແລະມາດຕະການ ຕ່າງໆ ຕໍ່ຜູ້ລະເມີດລະບຽບກົດໝາຍ ທາງຫລວງ. ນອກນີ້ ຍັງໄດ້ຈັດ ກິດຈະກຳຖາມ-ຕອບ ເພື່ອທົດສອບ ຄວາມເຂົ້າໃຈຂອງນັກຮຽນໃນການ ຂັບຂີ່ປອດໄພ; ການຝຶກແອບການ ປະຖົມພະຍາບານການຊ່ວຍເຫລືອ ເບື້ອງຕົ້ນແກ່ຜູ້ຖືກເຄາະຮ້າຍທີ່ ໄດ້ຮັບບາດເຈັບ ຈາກການເກີດ ອຸບັດເຫດ ທາງດ້ານຮ່າງກາຍ ແລະ ຈິດໃຈ ໂດຍນຳໃຊ້ວັດຖຸອຸປະກອນທີ່ ມີຢູ່ອ້ອມຂ້າງ ຢ່າງຖືກວິທີ ຈົນກວ່າ ຈະນຳສົ່ງເຖິງສະຖານທີ່ບໍລິການ ດ້ານການແພດ. ແຂວງວຽງຈັນ ແລະ ເພື່ອຮັບປະກັນ ການຈັດຕັ້ງປະຕິບັດການຄຸ້ມຄອງ ພາບປະກອບ ພາບປະກອບ ພາບປະກອບ ຂປລ. ສສ ຫວຽດນາມ ມີມໍລະ ດົກວັດທະນະທໍາທີ່ອຸດົມສົມບູນ, ຫລາກຫລາຍ ແລະ ລ້ໍາຄ່າທີ່ສຸດ, ມີປະຫວັດສາດການພັດທະນາມາ ຫລາຍກວ່າພັນປີ ເຊິ່ງທ່າແຮງດັ່ງ ກ່າວແມ່ນແຫລ່ງກໍາລັງບົ່ມຊ້ອນ ອັນໃຫຍ່ຫລວງ ໃນການພັດທະນາ ທາງດ້ານເສດຖະກິດມໍລະດົກ. ສະ ນັ້ນ, ການຂຸດຄົ້ນບັນດາຄຸນຄ່າມໍ ລະດົກວັດທະນະທໍາເຫລົ່ານັ້ນແມ່ນ ໜຶ່ງໃນບັນດາຈຸດໝາຍເພື່ອພັດທະ ນາເສດຖະກິດການທ່ອງທ່ຽວ ເວົ້າ ລວມ ແລະ ເວົ້າສະເພາະແມ່ນ ເສດຖະກິດມໍລະດົກຂອງລັດຖະ ບານຫວຽດນາມ. ເພື່ອບັນລຸເປົ້າ ໝາຍດັ່ງກ່າວ, ໃນຊຸມປີຜ່ານມາ, ລັດ ໄດ້ຊຸກຍູ້ການຂຸດຄົ້ນມໍລະດົກ ວັດທະນະທໍາໃນການພັດທະນາ ການທ່ອງທ່ຽວ ຈົນເຮັດໃຫ້ເສດຖະ ກິດມໍລະດົກໄດ້ພັດທະນາຢ່າງແຂງ ແຮງ, ຈໍານວນນັກທ່ອງທ່ຽວພາຍ ໃນ ແລະ ຕ່າງປະເທດນັບມື້ນັບເພີ່ມ ຂຶ້ນຢ່າງບໍ່ຢຸດຢັ້ງ ຈົນເຮັດໃຫ້ຫວຽດ ນາມ ກາຍເປັນໜຶ່ງໃນປະເທດອາ ຊີຕາເວັນອອກສ່ຽງໃຕ້ທີ່ປະສົບຜົນ ສໍາເລັດ ແລະ ເປັນຕົວຢ່າງທີ່ດີໃນ ການປ່ຽນ “ມໍລະດົກທາງວັດທະ ນະທໍາ ແລະ ທໍາມະຊາດ” ໃຫ້ເປັນ ຂະແໜງເສດຖະກິດຍຸດທະສາດ. ຕັ້ງແຕ່ຊຸມປີ 1990 ເປັນຕົ້ນ ມາ, ຫວຽດນາມ ໄດ້ເຊື່ອມໂຍງວັດ ທະນະທໍາ ແລະ ມໍລະດົກ ເຂົ້າໃນຍຸດ ທະສາດການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດຢ່າງເປັນລະ ບົບ. ຜ່ານກົດໝາຍວ່າດ້ວຍມໍລະ ດົກທາງວັດທະນະທໍາ (2001, 2009) ແລະ ຜ່ານມະຕິສະບັບ ເລກທີ 33-N2/T8 (2014) ກ່ຽວກັບ “ການສ້າງ ແລະ ພັດທະ ນາວັດທະນະທໍາ ແລະ ໃຫ້ປະຊາຊົນ ຮັບຜິດຊອບຕໍ່ການພັດທະນາແບບ ຍືນຍົງ”; ລັດ ໄດ້ກໍານົດວັດທະນະ ທໍາເປັນ “ກໍາລັງຂັບເຄື່ອນການ ເຕີບໂຕທາງເສດຖະກິດ” ແທນທີ່ ຈະເປັນພຽງແຕ່ອົງປະກອບຂອງ ນະໂຍບາຍສັງຄົມຫລື“ສັນຍະລັກ- ເອກະລັກຂອງຊາດ” ແຕ່ຍັງເປັນ “ຊັບສິນທາງເສດຖະກິດ” ແລະ ເປັນ “ພະລັງຂັບເຄື່ອນການເຕີບ ໂຕ” ທີ່ມີບົດບາດຕໍ່ການພັດທະນາ ເສດຖະກິດຂອງປະເທດ ດ້ວຍການ ປະສົມປະສານລະຫວ່າງການອະ ນຸລັກວັດທະນະທໍາດັ້ງເດີມ ແລະ ການສ້າງສັນຮູບແບບໃໝ່ ທີ່ເໝາະ ກັບຕະຫລາດສະໄໝໃໝ່, ຫວຽດ ນາມ ສາມາດຫັນປ່ຽນມໍລະດົກ ໃຫ້ເປັນເສດຖະກິດທີ່ມີປະສິດທິຜົນ ແລະ ສ້າງລາຍຮັບໃຫ້ທັງຊຸມຊົນ ແລະ ລັດຖະບານ. ປັດໄຈສໍາຄັນໃນຜົນສໍາເລັດ ຂອງຫວຽດນາມ ແມ່ນສາມາດ ສ້າງຄວາມຫລາກຫລາຍທາງດ້ານ ອຸດສາຫະກໍາມໍລະດົກ ເຊິ່ງລັດຖະ ບານມີນະໂຍບາຍ ແລະ ການວາງ ກອບແນວທາງພັດທະນາທີ່ຊັດ ເຈນ ເປັນຕົ້ນແມ່ນໄດ້ຈັດຕັ້ງກອງ ທຶນພັດທະນາວັດທະນະທໍາແຫ່ງ ຊາດ ແລະ ອອກນະໂຍບາຍ “ເສດ ຖະກິດວັດທະນະທໍາ” (CVltVral EconomZ 1olicZ) ຕັ້ງແຕ່ປີ 2016. ນະໂຍບາຍນີ້ແມ່ນເນັ້ນ ການອະນຸລັກມໍລະດົກໃຫ້ມີມູນຄ່າ ຢູ່ໃນຕະຫລາດ ຜ່ານການສ້າງຜະ ລິດຕະພັນ ແລະ ການບໍລິການທາງ ວັດທະນະທໍາ ແລະ ຍັງໄດ້ກໍານົດໃຫ້ ການພັດທະນາ “ເສດຖະກິດສ້າງ ສັນ (Creative EconomZ)” ເປັນສ່ວນໜຶ່ງຂອງແຜນຍຸດທະ ສາດແຫ່ງຊາດ 2030 ເພື່ອຊຸກຍູ້ ການປະສານງານ ລະຫວ່າງມໍລະ ດົກ, ສິລະປະ ແລະ ນະວັດຕະກໍາ, ສ່ວນການປະສານງານລະຫວ່າງ ຊຸມຊົນ ແລະ ພາກລັດ ແມ່ນໄດ້ ເລືອກໃຊ້ແນວທາງ “ຊຸມຊົນເປັນ ສູນກາງ” ໃນການຈັດການມໍລະ ດົກ, ວິທີການນີ້ເຮັດໃຫ້ຊຸມຊົນໄດ້ມີ ສ່ວນຮ່ວມໃນການວາງແຜນ ແລະ ຜົນປະໂຫຍດທີ່ໄດ້ຮັບຖືກແບ່ງປັນ ຢ່າງເປັນທໍາ, ພ້ອມດຽວກັນ, ການ ຮັກສາຄວາມສົມດຸນລະຫວ່າງ “ການຄ້າ” ແລະ “ຄວາມແທ້ຈິງ ທາງວັດທະນະທໍາ” ແມ່ນເພື່ອຮັບ ປະກັນວ່າການເຕີບໂຕທາງເສດຖະ ກິດຈະບໍ່ທໍາລາຍຄຸນຄ່າທາງຈິດ ວິນຍານຂອງສະຖານທີ່ມໍລະດົກ. ລັດຖະບານສະໜອງການສຶກສາ ຝຶກອົບຮົມ, ສົ່ງເສີມທຶນ ແລະ ສົ່ງ ເສີມຕະຫລາດ ໂດຍຜ່ານການຈັດ ງານ “Vietnam HeritaHe 8eeL” ແລະ “Creative CitZ. ເມືອງຮອຍອັນ (H ô i - A n ) ເປັນເມືອງມໍລະດົກໂລກທີ່ມີການ ຈັດສັນພັດທະນາ ແລະ ເປັນແຫລ່ງ ດຶງດູດການທ່ຽວທ່ອງຂອງຫວຽດ ນາມ. 1roHram ທີ່ເຮືອງຮາ ແລະ ຮອຍອັນ; ສ່ວນສະຖານທີ່ມໍລະດົກ ທາງວັດທະນະທໍາ ແລະ ທໍາມະຊາດ ແມ່ນໄດ້ຮັບການຄຸ້ມຄອງຜ່ານການ ຮ່ວມມື ລະຫວ່າງພາກລັດ ແລະ ເອກະຊົນ. ຕົວຢ່າງ ສໍາຄັນຂອງ ຄວາມສໍາເລັດໃນການຈັດຕັ້ງປະ ຕິບັດຕົວຈິງມີ (1) ການພັດທະ ນາເມືອງຮອຍອັນ (H ô i - A n ) ໄດ້ກາຍເປັນຕົວຢ່າງທີ່ພົ້ນເດັ່ນ ຂອງການປະສານງານລະຫວ່າງ ການອະນຸລັກມໍລະດົກໂລກຂອງ ອຸຍແນັສໂກ (6NESCO) ແລະ ການພັດທະນາທຸລະກິດທ້ອງຖິ່ນ, ຊຸມຊົນໄດ້ຮ່ວມກັນບໍລິຫານການ ທ່ອງທ່ຽວ ຢ່າງມີຄວາມຮັບຜິດ ຊອບ ແລະ ສ້າງລາຍຮັບໃຫ້ທ້ອງ ຖິ່ນຫລາຍກວ່າ 60% ຂອງລາຍ ໃໝ່ ເຮັດໃຫ້ຜ້າໄໝຫວຽດນາມ ເຂົ້າສູ່ຕະຫລາດໂລກ ໃນຖານະສິນ ຄ້າ “HeritaHe 'ashion”. ປັດ ຈຸບັນການທ່ອງທ່ຽວມໍລະດົກ ໄດ້ ກາຍເປັນເສົາຄໍ້າຫລັກ ຂອງເສດຖະ ກິດທ້ອງຖິ່ນໃນແຂວງຕ່າງໆ ເຊັ່ນ: ນິງບິ່ງ, ກວາງນິງ ແລະ ເຫວ້; ສະຖານທີ່ເຫລົ່ານີ້ ໄດ້ດຶງດູດນັກ ທ່ອງທ່ຽວພາຍໃນ ແລະ ຕ່າງປະ ເທດຫລາຍລ້ານຄົນໃນແຕ່ລະປີ, ສ້າງວຽກເຮັດງານທໍາ, ກະຕຸ້ນການ ລົງທຶນໃນພື້ນຖານໂຄງລ່າງ ແລະ ສົ່ງເສີມຜະລິດຕະພັນທ້ອງຖິ່ນ. ນອກຈາກການທ່ອງທ່ຽວ, ຫວຽດ ນາມ ຍັງໄດ້ພັດທະນາອຸດສາຫະກໍາ ວັດທະນະທໍາ ແລະ ຄວາມຄິດສ້າງ ສັນທີ່ຈະເລີນຮຸ່ງເຮືອງ ເຊິ່ງກວມ ເອົາເຄື່ອງຫັດຖະກໍາ, ສິລະປະການ ສະແດງ, ການອອກແບບ ແລະ ມໍ ລະດົກດ້ານອາຫານ. ພ້ອມດຽວກັນ ນັ້ນ, ກໍ່ໄດ້ເຊື່ອມໂຍງມໍລະດົກເຂົ້າ ກັບເຕັກໂນໂລຊີດີຈິຕອນທີ່ທັນສະ ໄໝ ເຊັ່ນ: ພິພິທະພັນສະເໝືອນຈິງ, ງານວາງສະແດງອອນລາຍ, ການ ອັດສຽງວິດີໂອໃນການບັນຍາຍເປັນ ຫລາຍພາສາ ໄດ້ຊ່ວຍຂະຫຍາຍ ການເຂົ້າເຖິງຄົນລຸ້ນໜຸ່ມ ແລະ ຕະ ຫລາດສາກົນຫລາຍຂຶ້ນ. ສະຫລຸບລວມແລ້ວ, ບົດຮຽນ ສໍາຄັນທີ່ ສປປ ລາວ ຄວນຖອດ ຖອນບົດຮຽນ ມີດັ່ງນີ້: ການມີນະ ໂຍບາຍທີ່ຊັດເຈນ ແລະ ກໍານົດກອບ ແນວທາງໃນການອະນຸລັກມໍລະ ດົກ ພ້ອມກັບການພັດທະນາເສດຖະ ກິດ; ການມີສ່ວນຮ່ວມຂອງຊຸມຊົນ ແມ່ນໃຈກາງຂອງເສດຖະກິດມໍລະ ດົກ, ຊຸມຊົນທ້ອງຖິ່ນໄດ້ຮັບການ ຊຸກຍູ້ໃຫ້ເຮັດໜ້າທີ່ເປັນຜູ້ຮັກສາມໍ ລະດົກ, ຜູ້ນໍາທ່ຽວ, ຊ່າງຝີມື ແລະ ຜູ້ປະກອບການ, ຮັບປະກັນຜົນປະ ໂຫຍດທາງເສດຖະກິດທີ່ເທົ່າທຽມ ກັນ ພ້ອມທັງຮັກສາຄວາມຮູ້ ແລະ ປັນຍາທ້ອງຖິ່ນ; ການສ້າງມູນຄ່າ ເພີ່ມໃຫ້ມໍລະດົກຜ່ານຄວາມຄິດ ສ້າງສັນແລະການອອກແບບສິນຄ້າ ໃໝ່ໆ;ການພັດທະນາຕະຫລາດມໍລະ ດົກ ແລະ ການສ້າງຍີ່ຫໍ້ (ແບຣນ) ທີ່ມີເອກະລັກເປັນທາງການຈະເຮັດ ໃຫ້ມໍລະດົກຂອງຊາດເຂົ້າສູ່ຕະ ຫລາດໂລກໄດ້ຢ່າງໝັ້ນຄົງ. ໄດ້ຈາກການທ່ອງທ່ຽວທັງໝົດ; (2) ຜ້າໄໝຫົວເກືອ (L u a H ô i - A n ) ແລະ ຜ້າໄໝຫົວຕິ່ງ (L u a Hà Đông) ໄດ້ຖືກພັດທະນາເປັນ ສິນຄ້າມີ ຍີ່ຫໍ້ (ແບຣນ) ຊັດເຈນ ແລະ ສົ່ງອອກຕ່າງປະເທດ, ໄດ້ ຮັບການຮ່ວມມືລະຫວ່າງຊ່າງຕ່ຳ ຜ້າທ້ອງຖິ່ນ ແລະ ຜູ້ອອກແບບຮຸ່ນ

RkJQdWJsaXNoZXIy MTc3MTYxMQ==