7265.1

30/04/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ 7;k,-q '9eg,nj vg;Q kg4y ' ]k; c]t 9u o ໂດຍ: ທູດ ມະໄລວຽງ ສາກົນນິຍົມູົິົ (ເນ່ືອງໃນໂອກາດວັນກຳມະກອນສາກົນຄົບຮອບ 140 ປີ 1 ພຶດສະພາ 1886-1 ພຶດສະພາ 2026)່ື ອັ ນົ ນົ ບີ ຶດຶ ດ s;o7n o,6 og-N vdkodegou fg8u [.spj 0v';a ode,tdvolkdq o * ເພື່ອຫວນຄືນຂະບວນການ ຕໍ່ສູ້ຂອງຊົນຊັ້ນກໍາມະກອນສາກົນ ແລະ ຜູ້ອອກແຮງງານລາວ. ຄືດັ່ງ ພວກເຮົາຮັບຮູ້ນໍາກັນແລ້ວວ່າ ສະ ພາບແວດລ້ອມທີ່ຊົນຊັ້ນກຳມະ ກອນສາກົນ ແມ່ນໄດ້ກໍາເນີດເກີດ ຂຶ້ນໃນທ້າຍສັດຕະວັດ ທີ XVIII ຫາ ຕົ້ນສັດຕະວັດທີ XIX ຫລາຍປະ ເທດໃນທະວີບເອີລົບ ແລະ ອາເມລິ ກາ ໄດ້ສຳເລັດການໂຄ້ນລົ້ມລະ ບອບສັກດີນາແລະສ້າງຕັ້ງລະບອບ ນາຍທຶນຂຶ້ນແທນ. ຍ້ອນຄວາມຮຽກ ຮ້ອງຕ້ອງການຂອງສັງຄົມ ໃນ ການຕອບສະໜອງວັດຖຸ ແລະ ສິ່ງ ຂອງຕ່າງໆ ເຂົ້າໃນການຮັບໃຊ້ ຊີວິດປະຈຳວັນນັບມື້ສູງຂຶ້ນ ແລະ ບໍ່ ສາມາດຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການຂອງສັງຄົມ ໄດ້, ຈຳນວນກຳມະກອນກໍມີການ ເຕີບໃຫຍ່ຂະຫຍາຍຕົວໄປພ້ອມໆ ກັບການຂະຫຍາຍຕົວຂອງການ ຜະລິດ. ພາຍໃຕ້ການປົກຄອງຂອງ ພວກນາຍທຶນ, ຊົນຊັ້ນກຳມະກອນ ຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງ, ອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກ ລະບົບປ້ອງກັນໄພຂອງເຄື່ອງຈັກ ໃນເວລານັ້ນຍັງບໍ່ທັນມີ, ນາຍທຶນ ນັບມື້ເພີ່ມທະວີການກົດຂີ່ຂູດຮີດ, ບັງຄັບຂົ່ມເຫັງໃຫ້ກຳມະກອນອອກ ແຮງງານ ໂດຍບໍ່ມີເວລາພັກຜ່ອນ ມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ, ອອກແຮງງານໜັກແຕ່ໄດ້ຮັບຄ່າ ແຮງງານໜ້ອຍ, ບໍ່ມີການປ້ອງກັນ ສຸຂະພາບແລະຄວາມປອດໄພແຮງ ງານໃນສະຖານທີ່ເຮັດວຽກ, ບໍ່ ໄດ້ເອົາໃຈໃສ່ກ່ຽວກັບສະຫວັດດີ ການ-ສັງຄົມ, ເຮັດໃຫ້ຊີວິດການ ເປັນຢູ່ທຸກຍາກລໍາບາກ ຈຶ່ງພາໃຫ້ ເກີດມີຂໍ້ຂັດແຍ້ງຂຶ້ນ ແລະ ຂໍ້ຂັດ ແຍ້ງດັ່ງກ່າວນັບມື້ນັບຮຸນແຮງຂຶ້ນ ເລື້ອຍໆ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈຳເປັນຈຶ່ງ ໄດ້ຈັດຕັ້ງກັນເປັນກຸ່ມ, ເປັນຂະບວນ ເພື່ອລຸກຮືຂຶ້ນຕໍ່ສູ້ກັບຊົນຊັ້ນນາຍ ທຶນ, ທວງໃຫ້ພວກນາຍທຶນເພີ່ມ ເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງ ເຮັດວຽກລົງ. ຂະບວນການຕໍ່ສູ້ຄັ້ງ ທຳອິດ ແມ່ນຢູ່ປະເທດອັງກິດໃນປີ 1764 ເພາະປະເທດອັງກິດ ໃນເວ ລານັ້ນເປັນປະເທດທີ່ຂະຫຍາຍຕົວ ທາງດ້ານອຸດສາຫະກຳໄວກວ່າໝູ່. ໃນເດືອນພະຈິກ1884 ຢູ່ເມືອງ ຫລວງຊິກາໂກ ເປັນຈຸດໃຈກາງອຸດ ສາຫະກຳ ຂອງປະເທດອາເມລິກາ, ຂະບວນກຳມະກອນໄດ້ມີການຕໍ່ສູ້ ກັບພວກນາຍທຶນຢ່າງຮຸນແຮງ, ຮຽກຮ້ອງ ແລະ ປຸກລະດົມໃຫ້ກຳ ມະກອນ, ຊາວຜູ້ອອກແຮງງານ ທຸກທົ່ວໜ້າກຽມພ້ອມຕໍ່ສູ້ ເພື່ອທວງ ເອົາສິດຂອງຕົນ. ມາໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດ ທີ່ຊົນຊັ້ນກຳມະ ກອນແລະຊາວຜູ້ອອກແຮງງານໃນ ປະເທດອາເມລິກາ ຢູ່ເມືອງຫລວງຊິ ກາໂກໄດ້ມີການຕໍ່ສູ້ໂດຍອີງໃສ່ເນື້ອ ໃນ ຂອງຖະແຫລງການຮຽກຮ້ອງ ໃຫ້ພວກນາຍທຶນຕ້ອງປະຕິບັດຕາມ ການສະເໜີຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນ ຜູ້ໃດ ເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງ ຮໍ່າຮຽນ”ໃນມື້ນັ້ນໄດ້ມີກຳມະກອນ ນັດຢຸດງານເຖິງ 5.000 ແຫ່ງ ໃນ ຕົວເມືອງໃຫຍ່ ຂອງປະເທດອາເມ ລິກາ ເຊັ່ນ: ນິວຢອກ, ບານຕີມໍ, ວໍ ຊິງຕັນ ແລະ ອື່ນໆ, ມີຜູ້ເຂົ້າຮ່ວມ ເຖິງ 3 ແສນ 4 ໝື່ນຄົນ ໄດ້ຮຽກ ຮ້ອງ ແລະ ບັງຄັບໃຫ້ນາຍທຶນ ຕ້ອງຮັບຮອງເອົາສິດ ໃນການເຮັດ ວຽກຂອງກຳມະກອນ ໃນມື້ໜຶ່ງ 8 ຊົ່ວໂມງ. ຕໍ່ໜ້າສະພາບການຄືແນວ ນັ້ນ, ວັນທີ 1 ພຶດສະພາ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ I I ໄດ້ໄຂຂຶ້ນຢູ່ທີ່ນະຄອນ ຫລວງປາຣີ (ປະເທດຝຣັ່ງ), ມີຜູ້ ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ ຊຶ່ງແມ່ນຜູ້ແທນມາຈາກ 22ປະເທດ ເອີຣົບ, ອາເມລິກາແລະ ອາກຊັງຕິນ, ທີ່ກອງປະຊຸມໄດ້ຜ່ານ ໂຄງການດຳເນີນງານສຳຄັນຄື: ຊົນ ຊັ້ນກຳມະກອນສາມັກຄີຕໍ່ສູ້ ເພື່ອ ປະຕິບັດຄຳຂວັນ “ ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1/5/1886 ເປັນວັນກຳມະກອນ ສາກົນ”. ແນັບແຕ່ນັ້ນມາ “ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະ ກອນ, ເປັນວັນລະນຶກເຖິງມູນເຊື້ອ ສາມັກຄີຕໍ່ສູ້ຂອງຊົນຊັ້ນກຳມະ ກອນ ແລະ ຊາວຜູ້ອອກແຮງງານ ເພື່ອປົກປ້ອງສິດທິ ແລະ ຜົນປະ ໂຫຍດຂອງຕົນ; ປົກປັກຮັກສາສັນ ຕິພາບໃນທົ່ວໂລກ”. ຂປລ. ກ່ອນອື່ນ, ຂ້າພະເຈົ້າຂໍ ສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ມື້ຄົບຮອບ 65 ປີ ວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ຈີນ ແລະ ຂໍອວຍພອນໃຫ້ສາຍພົວພັນ ການທູດ ລາວ-ຈີນ ຈົ່ງຍືນຍົງ, ໝັ້ນ ຄົງຂະໜົງແກ່ນຕະຫລອດໄປ ຊົ່ວ ກາລະນານ! 65 ປີ ແມ່ນຄົບຮອບການສ້າງ ຕັ້ງສາຍພົວພັນການທູດລາວ-ຈີນ ຢ່າງເປັນທາງການ ໃນວັນທີ 25 ເມສາ 1961 ເມື່ອສະເດັດເຈົ້າສຸວັນ ນະພູມມາ ນາຍົກລັດຖະມົນຕີ, ສະ ເດັດເຈົ້າສຸພານຸວົງ ຮອງນາຍົກລັດ ຖະມົນຕີ ແລະ ທ່ານ ກິນິມ ພົນເສນາ ລັດຖະມົນຕີກະຊວງການຕ່າງປະ ເທດ ພ້ອມການນຳຂັ້ນສູງຂອງ ລາວຕາງໜ້າໃຫ້ລັດຖະບານປະສົມ ຊົ່ວຄາວແຫ່ງຊາດລາວ ຢ້ຽມຢາມ ຈີນໂດຍມີ ສະເດັດເຈົ້າສຸວັນນະພູມ ມາ ນາຍົກລັດຖະມົນຕີລາວ ແລະ ທ່ານ ໂຈ່ ເອີນ ລາຍ ນາຍົກລັດຖະ ມົນຕີຈີນ ອອກຖະແຫລງການ ຮ່ວມຕົກລົງສ້າງຕັ້ງສາຍພົວພັນ ທາງການທູດ, ຊີ້ໃຫ້ເຫັນວ່າ ແມ່ນ ເກີດຈາກການມີອຸດົມການສັງຄົມ ນິຍົມອັນດຽວກັນ ຄືເປົ້າໝາຍສ້າງ ລະບອບສັງຄົມນິຍົມ, ການມີລະບົບ ການເມືອງທີ່ຄ້າຍຄືກັນ ແລະ ນະໂຍ ບາຍການຕ່າງປະເທດ-ການທູດທີ່ ເຄົາລົບເອກະລາດ, ອຳນາດອະທິ ປະໄຕ, ບໍ່ແຊກແຊງເຂົ້າກິດຈະການ ພາຍໃນຂອງກັນ ແລະ ກັນ, ແລະ ການຮ່ວມມືແບບຕ່າງຝ່າຍຕ່າງ ມີຜົນປະໂຫຍດ ທີ່ເອື້ອອຳນວຍ ຊ່ວຍເຫລືອສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ໃນ ໂລກ ແນໃສ່ເປົ້າໝາຍສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມື ເພື່ອການພັດທະນາ. ການພົວພັນລາວ-ຈີນຂະຫຍາຍ ຕົວຂຶ້ນສູ່ລະດັບສູງສຸດໃນປີ 2026 ຊຶ່ງສະແດງອອກລ່າສຸດໃນຄຳອວຍ ພອນຊົມເຊີຍເຖິງ ສປປ ລາວ ຢ່າງ ທັນທີໃນວັນທີ 23 ມີນາ 2026 ເມື່ອທ່ານ ສີ ຈິ້ນ ຜິງ ຊາບວ່າ ທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກ ຕັ້ງອີກສະໄໝໜຶ່ງໃຫ້ເປັນ ປະທານ ປະເທດ ແຫ່ງ ສປປ ລາວ. ທ່ານ ສີ ຈິ້ນ ຜິງ ໄດ້ຢືນຢັນວ່າ ຈີນ ແລະ ລາວ ແມ່ນປະເທດບ້ານໃກ້ເຮືອນ ຄຽງສັງຄົມນິຍົມທີ່ເປັນມິດກັນໂດຍ ມີອະນາຄົດຮ່ວມກັນ. ທັງສອງປະ ເທດຍາມໃດກໍໃຫ້ການສະໜັບສະ ໜູນກັນດ້ວຍຄວາມຈິງໃຈ ແລະ ໃຫ້ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ໃຫ້ການຊ່ວຍຊຸກຍູ້ໜູນກັນ ໃນບັນຫາທີ່ກ່ຽວຂ້ອງກັບຜົນປະ ໂຫຍດຫລັກໆ ແລະ ຄວາມກັງວົນ ທີ່ສຳຄັນ ຊຶ່ງສະທ້ອນໃຫ້ເຫັນມິດ ຕະພາບອັນເລິກເຊິ່ງຂອງຄວາມ ເປັນ “ສະຫາຍ ບວກ ອ້າຍນ້ອງ”. ທ່ານ ສີ ຈິ້ນຜິງ ເວົ້າຍໍ້າຕື່ມວ່າປີ 2026 ແມ່ນຂີດໝາຍວັນຄົບຮອບ 65 ປີ ຂອງສາຍພົວພັນການທູດ ຂອງສອງປະເທດກໍຄື ປີແຫ່ງມິດ ຕະພາບ ຈີນ-ລາວ. ທັງສອງປະ ເທດໄດ້ຈັດກິດຈະກຳສະເຫລີມສະ ຫລອງຫລາຍໆລາຍການເພື່ອກະ ຕຸ້ນສາຍພົວພັນມິດຕະພາບລະ ຫວ່າງປະຊາຊົນສອງຊາດໃຫ້ເລິກ ເຊິ່ງຂຶ້ນກວ່າເກົ່າ. ທ່ານຜູ້ອ່ານທີ່ຮັກແພງ, ຄຳ ອວຍພອນຂອງທ່ານ ສີ ຈິ້ນຜິງ ເຖິງທ່ານ ທອງລຸນ ສີສຸລິດ ໄດ້ຖືກ ຮັດແໜ້ນດ້ວຍເນື້ອໃນການຢ້ຽມ ຢາມ ສປ ຈີນ (12-15 ມີນາ 2025) ຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດຂອງລາວ ເວລາພົບປະກັບ ທ່ານ ຫວັງ ອີ້ ລັດຖະມົນຕີການ ຕ່າງປະເທດຂອງຈີນ. ທ່ານ ຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ກ່າວວ່າການຢ້ຽມ ຢາມຄັ້ງນີ້ແມ່ນເພື່ອສືບຕໍ່ເສີມຂະ ຫຍາຍສາຍພົວພັນມິດຕະພາບທີ່ ເປັນມູນເຊື້ອ, ການຮ່ວມມືແບບຄູ່ ຮ່ວມຍຸດທະສາດຮອບດ້ານ, ໝັ້ນ ຄົງ, ຍາວນານຕາມທິດ 4 ດີ, ການ ເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງປະເທດ ໃຫ້ມີມາດຕະຖານສູງ, ຄຸນນະພາບ ສູງ ແລະ ລະດັບສູງກວ່າເກົ່າ ເພື່ອ ນຳເອົາຜົນປະໂຫຍດອັນຍືນຍົງ ມາສູ່ປະຊາຊົນສອງຊາດ ກໍຄື ການ ຮ່ວມມືຂອງສອງກະຊວງການຕ່າງ ປະເທດ ລາວ-ຈີນ ໃຫ້ເລິກເຊິ່ງກວ່າ ເກົ່າ. ຈັດຕັ້ງຜັນຂະຫຍາຍແຜນ ແມ່ບົດວ່າດ້ວຍການສ້າງຄູ່ຮ່ວມ ຊາຕາກຳລາວ-ຈີນ ສະບັບໃໝ່ (2024-2028) ທີ່ການນຳສູງ ສຸດຂອງສອງປະເທດໄດ້ລົງນາມ ຮ່ວມກັນໃນທ້າຍປີ 2023 ທີ່ຜ່ານ ມາໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ສປ ຈີນ ຍັງເປັນອັນດັບໜຶ່ງ ຂອງການລົງທຶນຕ່າງປະເທດຢູ່ ລາວ ມູນຄ່າການຄ້າກ້າວກະໂດດ. ແຜນແມ່ບົດ 2024-2028 ເປັນ ບ່ອນອີງໃນການຮ່ວມມືຕົວຈິງໃນ ແຕ່ລະດ້ານໂດຍສະເພາະການຮ່ວມ ມື ເພື່ອພັດທະນາໂຄງການທີ່ປິ່ນ ອ້ອມທາງລົດໄຟ ລາວ-ຈີນ, ໃຫ້ມີ ບາດກ້າວຂະຫຍາຍຕົວດ້ວຍຄຸນນະ ພາບໃໝ່ ຮັບປະກັນຜົນປະໂຫຍດ ໃຫ້ແກ່ສອງປະເທດຢ່າງແທ້ຈິງ. ຂ້າພະເຈົ້າ ເຫັນວ່າຄວາມເປັນ ຈິງດັ່ງກ່າວໄດ້ຢັ້ງຢືນໃຫ້ເຫັນຢ່າງ ຈະແຈ້ງເຖິງການເຕີບໃຫຍ່ຂະ ຫຍາຍຕົວຂອງການພົວພັນການ ທູດລາວ-ຈີນ ໃນຮອບ 65 ປີ. ປະ ເທດຈີນ ກ້າວຂຶ້ນມາຍິ່ງໃຫຍ່ເປັນ ໜຶ່ງໃນສອງຂອງມະຫາອຳນາດ ໂລກ ໄດ້ຢືນຢັນຄຳທຳນາຍຂອງ ຈັກກະພັດ ຝຣັ່ງຜູ້ຍິ່ງ ໃຫຍ່ຄື Napoléon ທີ່ເວົ້າໄວ້ໃນປີ 1816 ວ່າ: “Un dragon endormi. Laissez- le dormi r! S’ i l se réveille, il ébranlera le monde” = ມັງກອນນອນ ຫລັບ. ໃຫ້ລາວນອນຫລັບໄປ! ຖ້າ ລາວຕື່ນຂຶ້ນມາມັນຈະສະເທືອນ ໂລກ!... ຊຶ່ງນັກຂຽນຝຣັ່ງ Alain Peyref i t te ທີ່ຂຽນປຶ້ມໃນປີ 1973 ໄດ້ຢືມເອົາຄຳເວົ້າຂອງ “Napo l éon ມາໃຊ້ ເ ປັນຊື່ ປຶ້ມວ່າ: Quand la Chine S’évei l lera…le monde tremblera” = ເມື່ອຈີນຕື່ນຂຶ້ນ ມາໂລກຈະສັ່ນສະເທືອນ. ການເຕີບໃຫຍ່ຂະຫຍາຍຕົວ ຂອງລາວໄດ້ນຳພາປະເທດລາວ ທີ່ເຄີຍເປັນປະເທດທີ່ບໍ່ມີຊາຍແດນ ຕິດຈອດທະເລ (Landlocked) ໃຫ້ກາຍມາເປັນປະເທດເຊື່ອມຕໍ່ກັບ ທະເລ (landlinked) ແລະ ເຊື່ອມ ໂຍງກັບພາກພື້ນ (regional integration) ຍ້ອນມີລົດໄຟຄວາມໄວ ສູງ ເປັນປະເທດທຳອິດໃນພາກພື້ນ ນີ້ແບບມະຫັດສະຈັນ. ຖືໄດ້ວ່າ ສປ ຈີນ ຮ່ວມມື ແລະ ຊ່ວຍສ້າງສິ່ງມະ ຫັດສະຈັນໃຫ້ເກີດຂຶ້ນໃນສປປລາວ ທີ່ທ່ານສີຈິ້ນຜິງເອີ້ນປະຊາຊົນລາວ ວ່າ “ສະຫາຍບວກອ້າຍນ້ອງ” ແທ້ໆ. ການທູດນຳກັນ ແລະ ສົ່ງທູດພ້ອມ ຄະນະໄປປະຈຳຢູ່ປະເທດຂອງກັນ ແລະ ກັນ, ໂດຍມີ ທ່ານ ກິນິມ ພົນ ເສນາ ລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະ ບານລາວເຊັນສັນຍາສ້າງຕັ້ງສາຍ ພົວພັນການທູດກັບ ສປ ຈີນ. ເມື່ອເບິ່ງຈາກຄວາມເປັນຈິງ ຄວາມສຳພັນອັນຍາວນານ ລະ ຫວ່າງສອງຊາດ ລາວ-ຈີນ ແມ່ນ ຢັ່ງຮາກເລິກທີ່ມາຈາກເຊື້ອຊາດ ແລະ ວັດທະນະທຳອັນຍາວນານ ເປັນພົງສະວະດານ ມາຫລາຍພັນປີ ແລ້ວ. ໂດຍສະເພາະໃນສະຕະວັດ ທີ XX ໄລຍະການຕໍ່ສູ້ກູ້ຊາດຂອງ ລາວຈົນຮອດການສະຖາປະນາລະ ບອບໃໝ່ ລະບອບສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນເປັນທີ່ປະຈັກວ່າ ການນຳ ຂອງຈີນ ແລະ ປະຊາຊົນຈີນ ໄດ້ໃຫ້ ການຮ່ວມມືຊ່ວຍເຫລືອສະໜັບສະ ໜູນ ປະຊາຊົນລາວຕະຫລອດ ມາ. ສາເຫດຫລັກຂອງຄວາມສຳ ພັນທີ່ຍືນຍົງຂະໜົງແກ່ນ ຍາວນານ ມາຮອດທຸກວັນນີ້, ໃນທາງຕຳລາ

RkJQdWJsaXNoZXIy MTc3MTYxMQ==