7264.1

gsfdko{dkora fmtok a xtgmf]k; ( 29/04/2026 dtly dvomq j ;c0;'7e,j ;o 05 h o0h P;gda [dj P;rn fleIv']tf6 c]h ' /b dvq [Iq ,rkdxt8y [a f8q ;9y 'dj P;da [ dkox6 d c]t x5 'c8j '3d3dh c[[pn opq ' ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີປະກາດ ສ້າງຕັ້ງຕາແສງສາມັກຄີໄຊ ຢູ່ ເມືອງເງິນ ແຂວງໄຊຍະບູລີ ຈັດຂຶ້ນ ໃນວັນທີ 24 ເມສາ 2026 ໂດຍມີ ທ່ານ ດວງຕາ ໄຊວຸດ ຮອງເລຂາ ພັກແຂວງ, ປະທານຄະນະກໍາມະ ການປົກຄອງແຂວງ, ທ່ານ ທອງ ພັນ ສຸກສະຫວັດ ກໍາມະການພັກ ແຂວງ, ເລຂາຄະນະບໍລິຫານງານ ພັກເມືອງ, ທ່ານ ອິນເນດ ຂຽວ ສີຟ້າ ຮອງເລຂາພັກເມືອງ, ປະທານ ຄະນະກຳມະການປົກຄອງເມືອງ, ມີການນໍາຂັ້ນແຂວງ, ຂັ້ນເມືອງ, ພະນັກງານ, ທະຫານ, ຕໍາຫລວດ, ການຈັດຕັ້ງບ້ານ ຕະຫລອດຮອດ ພໍ່ແມ່ປະຊາຊົນ 9 ບ້ານ ເຂົ້າຮ່ວມ. ທ່ານ ອິນເນດ ຂຽວສີຟ້າ ໄດ້ ລາຍງານຄວາມພ້ອມ ການເຮັດ ທົດລອງ ພິທີປະກາດສ້າງຕັ້ງຕາ ແສງສາມັກຄີໄຊ ຢູ່ເມືອງເງິນວ່າ: ເຂດທີ່ຈະສ້າງຕັ້ງຕາແສງ ສາມັກຄີ ໄຊ ຕັ້ງຢູ່ທາງທິດເໜືອຂອງເມືອງ ເງິນ, ມີເນື້ອທີ່ທັງໝົດ 37.093 ເຮັກຕາ, ປະກອບມີ 9 ບ້ານຄື: ບ້ານທອງ, ບ້ານນ້ຳວັນ, ບ້ານນ້ຳ ທົນ, ບ້ານຫ້ວຍເຜີ້ງ, ບ້ານດອກ ເກດ, ບ້ານຜາແດງ, ບ້ານໂຮມໄຊ, ບ້ານປາກແຄນ ແລະ ບ້ານຫ້ວຍ ເງີຍ; ມີພົນລະເມືອງທັງໝົດ 8.294 ຄົນ, ຍິງ 4.062 ຄົນ, ມີ 1.418 ຄອບຄົວ, ປະກອບມີ 4 ເຜົ່າຄື: ເຜົ່າ ມົ້ງ ກວມເອົາ 29,58%, ເຜົ່າກືມມຸ ກວມເອົາ 67,84%, ເຜົ່າລາວ ກວມເອົາ 1,89%, ເຜົ່າລື້ ກວມ ເອົາ 0,68%. ໂຄງປະກອບການຈັດຕັ້ງຂອງ ຕາແສງ ປະກອບມີ 5 ໜ່ວຍງານ ຕາມກົດໝາຍວ່າດ້ວຍການປົກ ຄອງທ້ອງຖິ່ນສະບັບປັບປຸງ ເລກທີ 78/ສພຊ, ລົງວັນທີ 20 ມີນາ 2025 ແລະ ຄໍາແນະນໍາຂອງຄະ ນະຈັດຕັ້ງສູນກາງພັກ ກ່ຽວກັບ ການສ້າງຕັ້ງຕາແສງ ສະບັບເລກທີ 431/ຄຈສພ, ລົງວັນທີ 17 ຕຸລາ 2025 ຊຶ່ງປະກອບມີ: ໜ່ວຍງານ ບໍລິຫານ-ປົກຄອງ; ໜ່ວຍງານພັກອົງການຈັດຕັ້ງມະຫາຊົນ; ໜ່ວຍ ຂປລ. ແຫລ່ງຂ່າວຈາກແຂວງ ຈໍາປາສັກ ໃຫ້ຮູ້ວ່າ: ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ກະຊວງກະ ສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ພະແນກກະສິກຳ ແລະ ສິ່ງແວດ ລ້ອມແຂວງຈໍາປາສັກ ຈັດຝຶກອົບ ຮົມພາກປະຕິບັດຕົວຈິງກ່ຽວກັບ ການປູກ ແລະ ປຸງແຕ່ງຫລັງການ ເກັບກ່ຽວໝາກໂກໂກ້ແບບຍືນຍົງ ໃນວັນທີ 27-30 ເມສາ 2026 ຢູ່ ສວນຄອບຄົວຕົວແບບໃນການປູກ ໝາກໂກໂກ້ ບ້ານຫລັກ 19 ເມືອງ ບາຈຽງຈະເລີນສຸກ ແຂວງຈຳ ປາສັກ ໂດຍການເປັນປະທາຂອງ ທ່ານ ນາງ ຍົມມະລາ ສີຫາວົງ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຈຳປາສັກ ແລະ ທ່ານ ໄມເຄີນ ແອັບເຟສ (Dr. Michael Epprecht) ຫົວໜ້າສູນສິ່ງແວດລ້ອມ ເພື່ອການ ພັດທະນາ ມະຫາວິທະຍາໄລເບີນ ປະເທດສະວິດ, ທັງເປັນຫົວໜ້າ ປະສານງານໂຄງການ, ຊີວິດຈາກ ດິນ (LFL), ມີຊາວສວນຈາກ ນະ ຄອນຫລວງວຽງຈັນ, ແຂວງບໍລິຄຳ ໄຊ, ອັດຕະປື ແລະ ແຂວງຈຳປາສັກ ເຂົ້າຮ່ວມ. ໂອກາດນີ້, ທ່ານ ໄມເຄີນ ແອັບ ເຟສ (Dr. Michael Epprecht) ຫົວໜ້າສູນສິ່ງແວດລ້ອມ ເພື່ອການ ພັດທະນາ ມະຫາວິທະຍາໄລເບີນ ປະເທດສະວິດ, ທັງເປັນຫົວໜ້າປະ ສານງານ ໂຄງການ, ຊີວິດຈາກ ດິນ (LFL) ກໍໄດ້ແນະນໍາໂດຍຫຍໍ້ ກ່ຽວກັບໂຄງການ ຊີວິດຈາກດິນ ແລະ ອົງປະກອບຂອງໂຄງການ ກ່ຽວກັບຕ່ອງໂສ້ມູນຄ່າໝາກໂກໂກ້ ແບບຍືນຍົງ, ຈຸດປະສົງຂອງການ ຝຶກອົບຮົມ ກໍເພື່ອສະໜັບສະໜູນ ການຈັດຕັ້ງປະຕິບັດກ່ຽວກັບການ ມີສ່ວນຮ່ວມຂອງພາກສ່ວນເອກ ກະຊົນ ທີ່ປູກພືດຢືນຕົ້ນ(ໄລຍະ ຍາວ) ເພື່ອເປັນສິນຄ້າ, ເປົ້າໝາຍ ຂອງຂະບວນການມີສ່ວນຮ່ວມ ນີ້ ເພື່ອສ້າງຕ່ອງໂສ້ມູນຄ່າໝາກ ໂກໂກ້ທີ່ຢືນຍົງ ໃນ ສປປ ລາວ ລວມທັງການສະໜັບສະໜູນດ້ານ ວິທີການ ແລະ ເຕັກໂນໂລຊີການ ປູກທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ຍືນຍົງ, ທັງສ້າງຜົນປະໂຫຍດ ທາງດ້ານເສດຖະກິດທີ່ໝັ້ນຄົງໃຫ້ ແກ່ຊາວກະສິກອນ ໂດຍຜ່ານການ ສະໜັບສະໜູນການເຊື່ອມໂຍງ ຕະຫລາດທີ່ໝັ້ນຄົງ ແລະ ໜ້າເຊື່ອຖື ລວມທັງຂັ້ນຕອນໃນການສະໜັບ ສະໜູນດ້ານຕ່າງໆ. ການຝຶກອົບຮົມພາກປະຕິບັດຕົວ ຈິງຄັ້ງນີ້, ຈະໄດ້ແລກປ່ຽນບົດຮຽນ ກ່ຽວກັບການສ້າງສວນທົດລອງ ແລະ ສວນຕົວແບບ, ການອອກ ແບບສວນ, ການຟື້ນຟູ ແລະ ປັບປຸງ ຕົ້ນໂກໂກ້ທີ່ມີຢູ່, ການຄັດເລືອກ ຊະນິດພັນໄມ້ໃຫ້ຮົ່ມ, ການອອກ ແບບໄລຍະຫ່າງ, ການປູກໄມ້ໃຫ້ ຮົ່ມ, ການຄັດເລືອກສາຍພັນໂກໂກ້, ການອອກແບບ ແລະ ຕິດຕັ້ງລະບົບ ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການ ປູກພືດລະດູແລ້ງສົກປີ 20252026 ນີ້, ທົ່ວແຂວງຄໍາມ່ວນ ມີ ເນື້ອທີ່ແຜນການປູກພືດລວມທັງ ໝົດ 10.666 ເຮັກຕາ, ຄາດຄະເນ ຜົນຜະລິດ 68.961 ໂຕນ. ໃນ ນັ້ນ, ແຜນການປູກພືດເປັນສະບຽງ ອາຫານ 3.858 ເຮັກຕາ, ຄາດ ຄະເນຜົນຜະລິດ 17.034 ໂຕນ ແລະ ແຜນການປູກພືດເປັນສິນຄ້າ 6.808 ເຮັກຕາ, ຄາດຄະເນຜົນ ຜະລິດ 51.927 ໂຕນ. ສໍາລັບ ເນື້ອທີ່ແຜນການປູກພືດສໍາຮອງ xtdkflh k'8A '8kcl'lk,a d7u w- 16 j g,n v'g'o g,n v'-kow- xtdkflh k'8A '8kcl'7eg[wຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີປະກາດສ້າງ ຕັ້ງຕາແສງຄໍາເບໄຊ ເປັນຕາເເສງ ທຳອິດ ຂອງເມືອງຊານໄຊ ແລະ ເປັນຕາແສງທີ 4 ຂອງ ແຂວງ ອັດຕະປື ຈັດຂຶ້ນໃນວັນທີ 27 ເມສາ 2026 ທີ່ບ້ານວັງໄຊ ເມືອງຊານໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກ ແຂວງອັດຕະປື, ມີ ທ່ານ ຫັດສະໄນ ສີບຸນເຫລືອງ ເລຂາພັກເມືອງຊານ ໄຊ, ມີປະທານຄະນະກຳມະການ ປົກຄອງເມືອງ, ມີຄະນະນໍາຂອງ ແຂວງ, ເມືອງ, ແຂກຖືກເຊີນ ແລະ ປະຊາຊົນ ເຂົ້າຮ່ວມ. ໃນພິທີ ທ່ານ ບົວຄໍາ ຮຽງລາເຢ ປະທານຄະນະກຳມະການປົກຄອງ ເມືອງຊານໄຊ ໄດ້ລາຍງານວ່າ: ຕາ ແສງຄໍາເບໄຊ ປະກອບມີ 12 ບ້ານ ຄື: ບ້ານສົມບູນ, ວັງໄຊ, ພູໄຊ, ມີໄຊ, ດາກຮຽດ, ເພຍແກ້ວ, ໃໝ່ ນາກອກ, ຕາດກຸ່ມ, ຫີນດໍາດອນ ແຄນ, ດາກກຽດ, ຕາດແສງ ແລະ ບ້ານມູນ, ມີພົນລະເມືອງທັງໝົດ 13.379 ຄົນ, ຍິງ 6.568 ຄົນ, ປະກອບມີ 2.562 ຫລັງຄາເຮືອນ ແລະ 3.541 ຄອບຄົວ, ເປັນເຂດ ເຕົ້າໂຮມຂອງຫລາຍຊົນເຜົ່າ ເຊັ່ນ: ເຜົ່າລາວ, ອາລັກ, ຕະຫລຽງ, ໂອຍ, ເບຣົາ ແລະ ແຢະ, ການອາໄສຢູ່ ຮ່ວມກັນຂອງປະຊາຊົນ ເຖິງວ່າຈະ ມີຮີດຄອງປະເພນີທີ່ແຕກຕ່າງກັນ ແຕ່ປະຊາຊົນທຸກຊົນເຜົ່າໄດ້ດຳລົງ ຊີວິດຢູ່ຮ່ວມກັນດ້ວຍຄວາມສາມັກຄີ ປອງດອງ, ຮັກແພງຊ່ວຍເຫລືອເຊິ່ງ ກັນ ແລະ ກັນ. ໂຄງປະກອບການຈັດຕັ້ງຂອງ ຕາແສງ ປະກອບມີ 13 ທ່ານ. ໃນ ນັ້ນ, ປະທານຄະນະກຳມະການ ປົກຄອງຕາແສງມີ 1 ທ່ານ ໂດຍ ແມ່ນກໍາມະການພັກເມືອງ ເປັນ ປະທານຕາແສງ, ຮອງປະທານ ຄະນະກຳມະການປົກຄອງຕາແສງ ມີ 2 ທ່ານ, ພະນັກງານເຮັດວຽກ ແມ່ນມາຈາກຫ້ອງການອ້ອມຂ້າງ ເມືອງທີ່ເປັນຫົວໜ້າໜ່ວຍງານຕາ ແສງ ມີ 4 ທ່ານ, ຍິງ 1 ທ່ານ, ພະນັກງານຊ່ວຍວຽກຈໍານວນ 5 ທ່ານ ຍິງ 4 ທ່ານ. ຕາແສງ ຄໍາເບ ໄຊ ຕັ້ງຢູ່ຈຸດໃຈກາງເທສະບານ ເມືອງຊານໄຊ, ເປັນສູນກາງການ ປົກຄອງ ເສດຖະກິດ-ສັງຄົມຂອງ ເມືອງ, ມີເນື້ອທີ່ທັງໝົດ 1.339,1 ເຮັກຕາ, ພື້ນທີ່ສ່ວນໃຫຍ່ເປັນເຂດ ທົ່ງພຽງກວມເອົາປະມານ 70% ແລະ ພື້ນທີ່ພູສູງກວມເອົາປະມານ 30% ຂອງພື້ນທີ່ຄຸ້ມຄອງທັງໝົດ ແລະ ມີທ່າແຮງດ້ານຊັບພະຍາກອນ ຫລາຍຢ່າງເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ, ປະຊາຊົນຍຶດຖື ອາຊີບຕົ້ນຕໍ ເຮັດນາປູກເຂົ້າ ແລະ ລ້ຽງສັດນ້ອຍ-ໃຫຍ່, ເຮັດການ ບໍລິການຄ້າ-ຂາຍເປັນອາຊີບສໍາ ຮອງ, ປັດຈຸບັນມີຄອບຄົວພົ້ນທຸກ ແລ້ວ 1.637 ຄອບຄົວ, ຄອບຄົວ ພັດທະນາມີ 1.738 ຄອບຄົວ, ມີ ບ້ານຫົວໜ່ວຍພັດທະນາ 4 ບ້ານ, ມີ ບ້ານສາທາລະນະສຸກແບບຢ່າງ 11 ບ້ານ ກວມ 80%, ມີຄອບຄົວວັດທະ ນະທໍາ 2.898 ຄອບຄົວ ແລະ ເປັນ ບ້ານວັດທະນະທຳໄດ້ 11 ບ້ານ. ຂ່າວ: ມະນີວອນ y ງານເສດຖະກິດ-ການເງິນ; ໜ່ວຍ ງານວັດທະນະທໍາ-ສັງຄົມ ແລະ ໜ່ວຍງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ. ສ່ວນໂຄງປະກອບ ດ້ານບຸກຄະລາກອນມີ ພະນັກງານ ທັງໝົດ 8 ທ່ານ ໃນນັ້ນ, ປະທານ ຄະນະກໍາມະການປົກຄອງຕາແສງ 1 ທ່ານ, ຮອງປະທານ 2 ທ່ານ, ຄະ ນະ 5 ທ່ານ ຄວບຕໍ່າແໜ່ງຫົວໜ້າ ໜ່ວຍງານ. ທ່ານ ນາງສີຈົມ ບູນມານະທຳ ຮອງເລຂາພັກເມືອງ ໄດ້ຜ່ານມະຕິ ຕົກລົງຂອງຄະນະບໍລິຫານງານ ພັກເມືອງ ວ່າດ້ວຍການສ້າງຕັ້ງ ອົງຄະນະພັກຮາກຖານຕາແສງ ສາມັກຄີໄຊ, ຜ່ານມະຕິຕົກລົງວ່າ ດ້ວຍການສ້າງຕັ້ງໜ່ວຍພັກຕາແສງ ທີ່ຂຶ້ນກັບອົງຄະນະພັກຮາກຖານ ຕາແສງສາມັກຄີໄຊ, ຜ່ານມະຕິ ຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະບໍລິຫານງານພັກຮາກຖານ ຕາແສງ, ເລຂາ, ຮອງເລຂາ, ຄະນະ ບໍລິຫານງານພັກຮາກຖານຕາແສງ ສາມັກຄີໄຊ, ຜ່ານຂໍ້ຕົກລົງຂອງ ຄະນະກຳມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງປະທານ ແລະ ຮອງປະທານ ຄະນະກຳມະການ ປົກຄອງຕາແສງສາມັກຄີໄຊ ຕົກ ລົງເຫັນດີແຕ່ງຕັ້ງ ທ່ານ ສຸລິຍາ ວັນນະວົງ ກຳມະການພັກເມືອງ ເປັນປະທານຄະນະກຳມະການ ປົກຄອງຕາແສງ, ທ່ານ ອ່ອນແກ້ວ ດວງເດດ ແລະ ທ່ານ ພັທ ສົມຍົດ ເນດສິລິ ເປັນຮອງປະທານຄະນະ ກຳມະການປົກຄອງຕາແສງ. ຂ່າວ-ພາບ: ອິນແປງ ແຫວນຄຳ ຊົນລະປະທານ, ການຜະລິດເບ້ຍ ໄມ້ທີ່ມີຄຸນນະພາບສູງ ໂດຍຜ່ານ ເຕັກນິກການຂະຫຍາຍພັນແບບ ສຽບຍອດສາຍພັນຕ່າງໆ ເພື່ອ ທົດລອງໃນສະພາບແວດລ້ອມທີ່ ແຕກຕ່າງກັນ. ຈາກນັ້ນ, ກໍມີການ ສົນທະນາ ແລະ ຮຽນຮູ້ວິທີການ ທີ່ດີທີ່ສຸດ ແລະ ເໝາະສົມສໍາລັບ ຂັ້ນຕອນການປຸງແຕ່ງຫລັງການ ເກັບກ່ຽວການໝັກ, ການຕາກ ແຫ້ງ, ການບັນຈຸພັນ ແລະ ການ ເກັບຮັກສາ. ຈາກນັ້ນ, ກໍໄດ້ນໍາສະເໜີບົດ ຮຽນກ່ຽວກັບການເກັບກ່ຽວຜົນ ຜະລິດ, ການປະເມີນຄຸນນະພາບ ແລະ ຄວາມສຸກຂອງໝາກໂກໂກ້, ການຄັດແຍກໝາກທີ່ເປັນພະຍາດ ແລະ ຄຸນນະພາບຕໍ່າອອກ, ວິທີການ ເກັບໝາກໂກໂກ້, ການເກັບຮັກສາ ໝາກສົດ, ການໝັກ-ທິດສະດີ ແລະ ການແລກປ່ຽນບົດຮຽນ, ຂັ້ນຕອນ ສໍາຄັນ ແລະ ຈຸດທີ່ຄວນສັງເກດ, ການຂະຫຍາຍພັນດ້ວຍການສຽບ ຍອດ-ພາກປະຕິບັດຕົວຈິງ, ການ ກຽມອຸປະກອນ ເຊັ່ນ: ຖົງເບ້ຍ, ການກຽມຕົ້ນຕໍ, ການຕັດກິ່ງພັນດີ, ການສຽບຍອດ, ການບົວລະບັດ ຮັກສາ, ການໝັກ, ການຕິດຕາມ ຂະບວນການໜັກ, ການວາງຜັງ ລວມຂອງສວນຕົວແບບ ແລະ ສວນ ສາທິດ, ການຟື້ນຟູຕົ້ນໝາກໂກໂກ້ ທີ່ມີຢູ່ແລ້ວ ແລະ ການເພີ່ມພືດໃຫ້ ຮົ່ມ, ການປູກໃໝ່ດ້ວຍສາຍພັນທີ່ ແຕກຕ່າງກັນ, ສະຖານທີ່ເຮັດຝຸ່ນ ບົ່ມ ແລະ ຖ່ານຊີວະພາບ, ສະຖານທີ່ ສໍາລັບການແກະເປືອກ ແລະ ຫົວຂໍ້ ສຳຄັນອື່ນໆ. ຂ່າວ: ປະພິດ ພາບ: ວົງສະແຫວງ ລະດູແລ້ງຂອງປີ 2026 ເມື່ອທຽບ ໃສ່ແຜນປີ 2025 ຜ່ານມາເຫັນວ່າ ເນື້ອທີ່ມີການເພີ່ມຂຶ້້ນ 1,3% ຫລື ເທົ່າກັບ 139 ເຮັກຕາ. ຜ່ານການຈັດຕັ້ງປະຕິບັດການ ປູກພືດລວມປະຕິບັດໄດ້ 10.601 ເຮັກຕາ ເທົ່າກັບ 99,39% ຂອງ ເນື້ອທີ່ແຜນການທັງໝົດ. ໃນນັ້ນ, ເນື້ອທີ່ແຜນການປູກພືດເປັນສະບຽງ ອາຫານປະຕິບັດໄດ້ແລ້ວ 3.800 ເຮັກຕາ ເທົ່າກັບ 98,49% ຂອງ ເນື້ອທີ່ແຜນການ, ເນື້ອທີ່ແຜນການ ປູກພືດເພື່ອເປັນສິນຄ້າປະຕິບັດ ໄດ້ແລ້ວ 6.801 ເຮັກຕາ ເທົ່າກັບ 99,89%. ມາຮອດປັດຈຸບັນ, ສາມາດເກັບ ກ່ຽວຜົນລະປູກໄດ້ແລ້ວ 6.807 ເຮັກຕາ ເທົ່າກັບ 64,21%. ໃນນັ້ນ, ພືດເປັນສະບຽງອາຫານເກັບກ່ຽວ ໄດ້ແລ້ວ 2.648 ເຮັກຕາ ເທົ່າກັບ 69,68%, ພືດເພື່ອເປັນສິນຄ້າ ເກັບກ່ຽວໄດ້ແລ້ວ 4.159 ເຮັກຕາ ເທົ່າກັບ 61,15%. ຄາດວ່າການ ເກັບກ່ຽວພືດສໍາຮອງລະດູແລ້ງຈະ ໃຫ້ສໍາເລັດໃນທ້າຍເດືອນພຶດສະພາ 2026 ນີ້. ສ່ວນເມືອງທີ່ມີແຜນການປູກ ພືດສໍາຮອງລະດູແລ້ງຫລາຍກວ່າ ໝູ່ແມ່ນເມືອງທ່າແຂກ, ເມືອງໜອງ ບົກ ແລະ ເມືອງຫີນບູນ.

RkJQdWJsaXNoZXIy MTc3MTYxMQ==